
ແຂວງ ໄຊຍະບູລີ ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສປປ ລາວ. ທິດຕາເວັນອອກ ຕິດກັບແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ; ທິດເໜືອ ຕິດກັບແຂວງ ບໍ່ແກ້ວ; ທິດຕາເວັນຕົກ ແລະ ທິດໃຕ້ຕິດກັບ 6 ແຂວງຣາຊະອານາຈັກໄທ.ຄື: ຊຽງຣາຍ, ພະເຍົາ, ອຸດຕະຣາດິດ, ພິດສະນຸໂລກ, ນ່ານ ແລະ ເລີຍ.
ແຂວງ ໄຊຍະບູລີ ມີເນື້ອທີ່ 16.899 ກິໂລຕາແມດ, ມີປະຊາກອນ 353.123 ຄົນ, ຍິງ 175.733 ຄົນ, ມີ 448 ບ້ານ,. 67.080 ຄອບຄົວ (ສະຖິຕິ 2009). ຄວາມໜາແໜ້ນຂອງ ປະຊາກອນ ສະເລ່ຍ 21 ຄົນ ຕໍ່ 1 ກິໂລຕາແມດ.
ແຂວງ ໄຊຍະບູລີ ແບ່ງອອກເປັນ 11 ເມືອງ ຄື: ເມືອງ ໄຊຍະບູລີ, ເມືອງ ຄອບ, ເມືອງ ຊຽງຮ່ອນ, ເມືອງ ເງິນ, ເມືອງ ຫົງສາ, ເມືອງ ພຽງ, ເມືອງ ປາກລາຍ, ເມືອງ ແກ່ນ ທ້າວ, ເມືອງ ບໍ່ແຕນ, ເມືອງ ທົ່ງມີໄຊ ແລະ ເມືອງ ໄຊສະຖານ..ທີ່ວ່າການແຂວງ ຄື ເມືອງ ໄຊຍະບູລີ.
ແຂວງ ໄຊຍະບູລີ ປະກອບດ້ວຍ 8 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າລື້, ເຜົ່າຍວນ, ເຜົ່າໄທ ດຳ, ເຜົ່າກຶມມຸ, ເຜົ່າໄປຼ, ເຜົ່າອິວມຽນ ແລະ ເຜົ່າມົ້ງ. ປະຊາກອນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີຂອງເຜົ່າຕົນ.
ພື້ນຖານເສດຖະກິດຂອງແຂວງ ໄຊຍະບູລີ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 8,5%, ສະເລ່ຍລາຍຮັບໃສ່ຫົວຄົນ ໄດ້ 1.057 ໂດລາຕໍ່ຄົນຕໍ່ປີ (ປີ 2010)
ບຸນປະເພນີທີ່ສຳຄັນ ໄດ້ແກ່ບຸນປີໃໝ່, ບຸນຊວງເຮືອ (ຈັດຂຶ້ນພ້ອມກັບບຸນຊ່ວງເຮືອ ນະຄອນຫຼວງວຽງຈັນ), ເທດສະການບຸນຊ້າງ (ຈັດຂຶ້ນໃນ ລະຫວ່າງ ກາງເດືອນກຸມພາ), ບຸນປປີໃໝ່ຂອງເຜົ່າມົ້ງ, ບຸນປົດປີ (ບຸນປີໃໝ່) ຂອງເຜົ່າກຶມມຸ, ບຸນຂຶ້ນເຮືອນໃໝ່.
ແຂວງ ໄຊຍະບູລີ ເປັນແຂວງທີ່ມີພູດອຍຫຼາຍຊຶ່ງເນື້ອທີ່ຫຼາຍກວ່າ 3/4 ເປັນພູສູງ, ແຕ່ແຂວງ ຍັງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະ ຊາດ ເຊັ່ນ: ປ່າໄມ້ ກວມ 50%. ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນການປູກຝັງ, ລ້ຽງສັດ ແລະ ບໍລິການຄ້າຂາຍຈຳນວນໜຶ່ງ.
ສຳລັບຜູ້ທີ່ຈະເດີນທາງໄປແຂວງ ໄຊບະບູລີ ສາມາດໄປດ້ວຍທາງລົດ, ທາງນ້ຳ ແລະ ຍົນ.
(ຂໍ້ມູນຈາກ ນາງ ວຽງໄຊ ຈັນຟອງ, ສະຖານີວິທະຍຸ ແລະ ໂທລະພາບ ແຂວງ ໄຊຍະບູລີ).
ໂທ 22411895, ຫ້ອງການ: (074) 211180.
ກັບຫນ້າສາລະບັນ