ກຳປູເຈຍ ແລະ ສ.ເກົາຫລີ ລົງນາມສັນຍາວ່າດ້ວຍເງິນກູ້ມູນຄ່າ 52,5 ລ້ານໂດລາ

ຂປລ: ຕາມຂ່າວສານ AKP ຂອງກຳປູເຈຍ, ລັດຖະບານກຳປູເຈຍ ແລະ ທະນາຄານການນຳເຂົ້າ ແລະ ສົ່ງອອກຂອງ ສ.ເກົາຫລີ ໄດ້ລົງນາມວ່າດ້ວຍ ສັນຍາເງິນກູ້ຢືມ ສຳລັບໂຄງການປັບປຸງເສັ້ນທາງຫລວງແຫ່ງຊາດ ເລກທີ 21.
ພິທີລົງນາມສັນຍາດັ່ງກ່າວ ຝ່າຍກຳປູເຈຍ ໂດຍທ່ານ ກຽດຊົນ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ການເງິນຂອງ ກຳປູເຈຍ ແລະ ແລະ ຝ່າຍ ສ.ເກົາຫລີ ໂດຍທ່ານ ຊາງ ວານ ບວນ, ກຳມະການບໍລິຫານຂອງທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າ ຂອງ ສ.ເກົາຫລີ. ນອກຈາກນີ້ ໃນພິທີ ຍັງມີເຈົ້າຫນ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ກະຊວງໂຍທາທິການແລະຂົນສົ່ງຂອງ ກຳປູເຈຍ ແລະ ທ່ານ ເອກອັກຄະລັດຖະທຸູດ ສ.ເກົາຫລີ ປະຈຳກຳປູເຈຍ ກໍໄດ້ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີດັ່ງກ່າວດ້ວຍ ທີ່ຈັດຂຶ້ນຢູ່ນະຄອນຫລວງພະນົມເປັນ ໃນວັນທີ 14 ພະຈິກ.
ໃນຂອບຂໍ້ຕົກລົງນີ້ ສ.ເກົາຫລີ ຈະໃຫ້ເງິນກູ້ຢືມແກ່ ກຳປູເຈຍ ມີມູນຄ່າ 52,5 ລ້ານໂດລາສະຫະລັດ ດ້ວຍດອກເບ້ຍຕ່ຳ 0,01% ຕໍ່ປີ. ຈຳນວນເງິນກູ້ຢືມດັ່ງ ກ່າວ ຈະນຳໃຊ້ສຳລັບການປັບປຸງກໍ່ສ້າງເສັ້ນທາງແຫ່ງຊາດ ເລກທີ 21 ມີລວງຍາວ 36,5ກມ, ຊຶ່ງເຊື່ອມຕໍ່ Takhmao ຂອງແຂວງກັນດານ (Kandal) ຫາ Chrey Thom ຊາຍແດນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ./.
ກັບສາລະບານ