WTO ຍົກເວັ້ນພາສີສົ່ງອອກສິນຄ້າຂອງປາກິສຖານ
ອົງການການຄ້າໂລກ (WTO) ໄດ້ຮັບຮອງເອົາຂໍ້ສະເຫນີຂອງສະຫະພາບເອີຣົບ (EU) ແລ້ວເມື່ອວັນທີ 1 ກຸມພານີ້ ກ່ຽວກັບການຍົກເວັ້ນພາສີການ ສົ່ງອອກສິນຄ້າຂອງ ປາກິສຖານ ຈຳ ນວນ 75 ປະເພດ ໃນຮອບເວລາ 2 ປີ.
ທີ່ກ່າວມານັ້ນ ເປັນການດຳເນີນການທີ່ບໍ່ເຄີຍມີມາກ່ອນຂອງ WTO ເພື່ອຊ່ວຍເຫລືອປາກິສຖານ ທີ່ໄດ້ປະສົບໄພນ້ຳຖ້ວມທຳລາຍ ໃນປີ 2010.
ເອກອັກຄະລັດຖະທູດຂອງປາກິສຖານ ປະຈຳ WTO ໃຫ້ຮູ້ວ່າ ຂໍ້ຕົກລົງວ່າດ້ວຍການຍົກເວັ້ນພາສີສົ່ງອອກ ກັບຜະລິດຕະພັນແຜ່ນແພ, ເຄື່ອງຫນັງ ແອນກໍຮໍຈາກ ອຸດສາຫະກຳຂອງປາກິສຖານ ອາດຈະເຮັດໃຫ້ການສົ່ງອອກສິນຄ້າຂອງປະເທດນີ້ ເພີ່ມຂຶ້ນ 15-20%.
WTO ຍໍ່ເຄີຍຮັບຮອງຂໍ້ກຳນົດພິເສດຄືແນວນີ້ ກັບປະເທດສະມາຊິກໃດໆມາກ່ອນ, ແຕ່ EU ໄດ້ສະເຫນີໃຫ້ໃຊ້ຂໍ້ກຳນົດນີ້ກັບປາກິສຖານ ເຫມືອນ ກັບວ່າເປັນກໍລະນີນອກລະບຽບການ.
ບັນດາເຈົ້າຫນ້າທີ່ດ້ານການຄ້າ ໃຫ້ຮູ້ວ່າ ຜະລິດຕະພັນຕ່າງໆ ທີ່ຢູ່ໃນຂໍ້ກຳນົດຍົກເວັ້ນພາສີ ມີມູນຄ່າການນຳເຂົ້າ 900 ລ້ານ ເອີໂຣ, ເທົ່າກັບປະມານ 27% ຂອງມູນຄ່າການນຳເຂົ້າສິນຄ້າຂອງ EU ຈາກປາກິສຖານ.
EU ເປັນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ສຸດຂອງປາກິສຖານ, ໂດຍຮັບເອົາປະມານ 30% ຂອງປະລິມານສິນຄ້າສົ່ງອອກຂອງປາກິສຖານ ໃນມູນຄ່າປະມານ 3 ຕື້ ເອີໂຣ (ເທົ່າກັບ 3,9 ຕື້ ໂດລາ ອາເມລິກາ). ການຄ້າຂອງປາກິສຖານ ກັບ EUຕົ້ນຕໍແມ່ນແຜ່ນແພ.
ຂໍ້ຕົກລົງດັ່ງກ່າວ ບັນລຸໄດ້ຫລັງຖົກຖຽງກັນມາເປັນເວລາ 18 ເດືອນ ເນື່ອງຈາກເກີດສຽງຄັດຄ້ານຈາກ ອາຊັງຕິນ, ບຣາຊິນ, ອິນເດຍ, ບັງກລາເດສ ແລະ ອິນໂດເນເຊຍ. ເພື່ອຈູງໃຈປະເທດເຫລົ່ານີ້, ຝ່າຍຕ່າງໆທີ່ກ່ຽວຂ້ອງ ໄດ້ຍອມຮັບການນຳໃຊ້ກຳນົດພາສີສົ່ງອອກກັບ 20 ຜະລິດຕະພັນ ແທນທີ່ກັບການຍົກ ເວັ້ນກັບຜະລິດຕະພັນທັງຫມົດ ຕາມທີ່ສະເຫນີໃຫ້ໄດ້ຮັບການຮັບຮອງ.
ຂໍ້ຕົກລົງດັ່ງກ່າວ ຍັງຕ້ອງໄດ້ຮັບຮອງເອົາ ໃນທີ່ປະຊຸມຂອງສະມັດຊາໃຫຍ່ WTO ຊຶ່ງມີກຳນົດຈັດຂຶ້ນແຕ່ວັນທີ 14-15 ກຸມພານີ້./.
ກັບສາລະບານ