ມຽນມາ ເປີດຮັບການລົງທຶນຈາກຕ່າງປະເທດ
ເພື່ອສ້າງກຳລັງດຶງດູດໃຫ້ແກ່ບັນດາໂຄງການພັດທະນາເສດຖະກິດຢູ່ພາຍໃນປະເທດນັ້ນ, ລັດຖະບານມຽນມາ ຈຶ່ງແຈ້ງໃຫ້ຮູ້ເມື່ອວັນທີ 28 ມັງກອນ ເຖິງການຍົກ ເວັ້ນພາສີ 8 ປີ ໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.
ທ່ານ ແອລວິນ ທຸງ, ລັດຖະມົນຕີຊ່ວຍວ່າການກະຊວງທາງລົດໄຟມຽນມາ ກ່າວຕໍ່ຜູ້ສື່ຂ່າວ ໃນໂອກາດເຂົ້າຮ່ວມເວທີການຮ່ວມມືເສດຖະກິດໂລກ (WEF) ທີ່ດາວົສ (ປະເທດ ສວິສ) ວ່າລັດຖະບານມຽນມາ ກະກຽມຮັບຮອງກົດຫມາຍວ່າດ້ວຍການລົງທຶນ ສະບັບດັດແກ້ ເພື່ອດຶງດູດບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ.
ຕາມນັ້ນແລ້ວ, ມຽນມາ ຈະຍົກເວັ້ນພາສີ ເປັນເວລາ 8 ປີ ໃຫ້ແກ່ບັນດານັກລົງທຶນຕ່າງ ປະເທດ ແລະ ຖ້າຈຳເປັນກໍອາດຈະແກ່ຍາວກຳນົດເວລານີ້. ຄາດວ່າ ມຽນມາ ຈະຮັບຮອງເອົາກົດຫມາຍການລົງທຶນສະບັບດັດແກ້ດັ່ງກ່າວ ໃນທ້າຍເດືອນກຸມພານີ້.
ລັດຖະມົນຕີວ່າການກະຊວງອຸດສາຫະກຳມຽນມາ ອູ ໂຊ ທານ ກໍໃຫ້ຮູ້ໃນວັນດຽວກັນນັ້ນ ວ່າການນຳວິສາຫະກິດຕ່າງໆຂອງໂລກ ມີຄວາມສົນໃຈຕໍ່ການເປີດການ ເຄື່ອນໄຫວທຸລະກິດຢູ່ໃນມຽນມາ ພາຍຫລັງທີ່ໄດ້ເຫັນການເພີ່ມຂຶ້ນຂອງຈັງຫວະການສົ່ງເສີມ ໃນຂະບວນການປະຕິຮູບປະຊາທິປະໄຕຢູ່ໃນມຽນມາ. ທ່ານ ອູ ໂຊ ທານ ກ່າວວ່າ ດ້ວຍລະດັບຄວາມເຕີບໂຕທີ່ຄາດໄວ້ 6% ໃນປີຫນ້ານັ້ນ, ມຽນມາຈຶ່ງມີຄວາມປະທັບໃຈຢ່າງໃຫຍ່ໂຕ ສຳລັບບັນດານັກລົງທຶນຕ່າງປະເທດ.
ໃນບົດລາຍງານສະບັບທຳອິດ ໃນຮອບເວລາກ່ວາຫນຶ່ງທົດສະວັດທີ່ຜ່ານມາ ກ່ຽວກັບສະພາບເສດຖະກິດມຽນມາ ຊຶ່ງນຳອອກມາເປີດເຜີຍເມື່ອວັນທີ 27 ມັງກອນນັ້ນ, ອົງການກອງທຶນເງິນຕາສາກົນ (IMF) ໄດ້ກ່າວຍົກຍ້ອງຕໍ່ຂະບວນການປະຕິຮູບຂອງທາງການມຽນມາ ແລະ ຮຽກຮ້ອງໃຫ້ປະເທດນີ້ຊຸກຍູ້ນະ ໂຍບາຍເຮັດໃຫ້ກົງຈັກເສດຖະກິດມີຄວາມຫມັ້ນຄົງ.
IMF ທຳນາຍວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງມຽນມາ ເພີ່ມຂຶ້ນ 5,5% ໃນສົກການເງິນ 2011 (ສິ້ນສົຸດໃນທ້າຍເດືອນມີນາປີນີ້) ໂດຍທີ່ອັດຕາສ່ວນຄວາມເຕີບໂຕຈະມີເຖິງ 6% ໃນສົກການເງິນຫນ້າ (ສິ້ນສຸດລົງໃນເດືອນມີນາ ປີ 2013). IMF ກໍໄດ້ຮຽກຮ້ອງໃຫ້ມຽນມາ ແກ້ໄຂສະພາບ ແວດລ້ອມການເຮັດທຸລະກິດ ແລະການລົງທຶນ, ຫັນຂົງເຂດການເງິນໄປສູ່ທັນສະໄຫມ ແລະ ເປີດຕະຫລາດໃຫ້ແກ່ການຄ້າ ແລະການລົງທຶນ./.
ກັບສາລະບານ