ຫວຽດນາມ ຈັດງານໂຮມຊຸມນຸມໃນໂອກາດ "ວັນໂລກບໍ່ສູບຢາ"
ກະຊວງສາທາລະນະສຸກຫວຽດນາມ ສົມທົບກັບອົງການອະນາໄມໂລກ (WHO) ຈັດງານໂຮມຊຸມນຸມຂຶ້ນ ເມື່ອວັນທີ 31 ພຶດສະພານີ້ ທີ່ນະຄອນຫລວງຮ່າໂນ້ຍ, ເພື່ອສະຫນອງຕອບ "ວັນໂລກບໍ່ສູບຢາ" (31ພຶດສະພາ) ແລະ ສັບປະດາບໍ່ສູບຢາແຫ່ງຊາດ ແຕ່ວັນທີ 25-31 ພຶດສະພາ ພາຍໃຕ້ຫົວຂໍ້ວ່າ "ປະຕິບັດກົດ ບັດຂອບ ວ່າດ້ວຍການຄວບຄຸມຢາສູບ".
15.247 ຄົນ ເສຍຊີວິດຈາກເຫດການແຜ່ນດິນໄຫວ ແລະ ສຶນາມິໃນຍີ່ປຸ່ນ
ສະຖິຕິຫລ້າສຸດຂອງອົງການຕຳຫລວດຍີ່ປຸ່ນ ໃຫ້ຮູ້ວ່າ ໄລ່ມາຮອດວັນທີ 27 ພຶດສະພາ ໃຫ້ຮູ້ວ່າ ຕົວເລກຜູ້ເສຍຊີວິດ ຈາກໄພພິບັດແຜ່ນດິນໄຫວ ແລະ ສຶນາມິຄັ້ງຮ້າຍແຮງ ທີ່ເກີດຂຶ້ນຢູ່ພາກຕາເວັນອອກສ່ຽງເຫນືອຍີ່ປຸ່ນ ເມື່ອວັນທີ 11 ມີນາທີ່ຜ່ານມານັ້ນ ຂຶ້ນເປັນ 15.247 ຄົນ ແລ້ວ.
ໂອ ຕຣິສ ສັ່ງ ກວດກາ ຄວາມ ປອດ ໄພ ຜັກທີ່ ປົນ ເປື້ອນ ເຊື້ອອີ ໂຄ ໄລ
( ຂປລ ): ທາງການໂອຕຣິສ ສົ່ງເຈົ້າຫນ້າທີ່ກວດກາ ໄປ ຍັງ ຫ້າງ ສັບພະ ສິນຄ້າ ໃຫຍ່ 33 ແຫ່ງ ເພື່ອ ຮັບຮອງ ວ່າ ຜັກ ນຳ ເຂົ້າ ຈາກ ແອັສປາຍ ອາດ ປົນ ເປື້ອນ ເຊື້ອ ແບກ ທີ ເຣຍ ອີ ໂຄ ໄລ ຖືກ ເກັບ ອອກ ຈາກ ທີ່ວາງ ຈຳຫນ່າຍ ແລ້ວ .
ອົງການອະນາໄມໂລກຮຽກຮ້ອງໃຫ້ປະຕິບັດຕາມຂອບອະນຸສັນຍາການຄວບຄຸມຢາສູບ
(ຂປລ): ຕາມຂ່າວຕ່າງປະເທດ, ໃນວັນທີ 27 ພຶດສະພາ, ອົງການອະນາໄມໂລກ (WHO) ປະກາດທີ່ນະຄອນເຊີແນວ ໂດຍລະບຸວ່າ ເຖິງວ່າປະເທດຕ່າງໆ ປະສົບຜົນຄືບຫນ້າ ດ້ານການຄວບຄຸມຢາສູບກໍຕາມ, ແຕ່ວ່າຍັງຄົງຕ້ອງປະຕິບັດຕາມມາດຕະຖານທັງຫມົດໃນ ”ຂອບອະນຸສັນຍາວ່າດ້ວຍການຄວບຄຸມຢາສູບ” ຂອງອົງການອະນາໄມໂລກ ເພື່ອໃຫ້ ບັນລຸຜົນເປັນຈິງຮອບດ້ານ.
ໄພ ທຳ ມະ ຊາດ ໃນ ສີ ລັງກາ ແລະ ອົສຕຣາລີ
( ຂປລ ): ວັນທີ 30 ພຶດສະພາ , ສູນຈັດການໄພພິບັດແຫ່ງ ຊາດຂອງ ລັດຖະບານ ສີລັງກາ ເປີດເຜີຍ ວ່າ ສະຖານະການນ້ຳຖ້ວມ , ດິນຕົມເຈື່ອນ ແລະ ຝົນຟ້າ ຄະນອງ ຮຸນແຮງ ໄດ້ຂ້າ ຊີວິດ ປະຊາຊົນໃນ ປະ ເທດ ໄປ ແລ້ວ ຫລາຍ ຄົນ .
ສ . ອາເມລິກາ ແລະ ອິນເດຍ ຫາລື ຍຸດທະສາດປາບປາມການກໍ່ການຮ້າຍ
(ຂປລ): ຕາມຂ່າວຕ່າງປະເທດ, ໃນວັນທີ 24 ພຶດສະພາ, ນາງ ເຈເນດ ນາໂປລິຕາໂນ, ລັດຖະມົນຕີວ່າການກະຊວງຄວາມຫມັ້ນຄົງພາຍໃນຂອງ ສ.ອາເມລິກາ ຢ້ຽມຢາມອິນເດຍ ເພື່ອສົ່ງເສີມການຮ່ວມມືໃນການປາບປາມການກໍ່ການຮ້າຍ ແລະ ໄດ້ໄປວາງພວງມາລາ ແລະ ໄວ້ອາໄລເຖິງຜູ້ເສຍຊີວິດຈາກເຫດການລະ ເບີດໂຈມຕີນະຄອນມຸມໄບ ເມື່ອປີ 2008.
.
ອຸບັດເຫດ, ຄວາມຮຸນແຮງ ແລະ ໄພທຳມະຊາດ ຢູ່ຫລາຍປະເທດໃນໂລກ
(ຂປລ): ເຈົ້າຫນ້າທີ່ຕຳຫລວດບັງກລາເດັສ ເປີດເຜີຍໃນວັນທີ 24 ພຶດສະພາວ່າ ມີຜູ້ເສຍຊີວິດ 40 ຄົນ, ໄດ້ຮັບບາດເຈັບກວ່າ 150 ຄົນ ເມື່ອວັນທີ 23 ພຶດສະພາ ຈາກ ເຫດການຖືກຟ້າຜ່າ ລະຫວ່າງ ທີ່ເກີດພາຍຸຝົນ, ສະເພາະວັນທີ 23 ພຶດສະພາມື້ດຽວ ເສຍຊີວິດ 10 ຄົນ ຢູ່ທາງພາກຕາເວັນຕົກສຽງເຫນືອຂອງປະເທດ ໂດຍສ່ວນໃຫຍ່ ຢູ່ລະຫວ່າງການເກັບກ່ຽວເຂົ້າໃນທົ່ງນາ. ປະເທດບັງກລາເດັສ ຈະເລີ່ມລະດູພາຍຸຝົນຟ້າຄະນອງໃນເດືອນພຶດສະພາ ຫລື ມິຖຸນາ ແລະ ມັກສ້າງຄວາມເສຍຫາຍຕໍ່ຜົນ ຜະລິດທາງກະສິກຳ ແລະ ປະຊາຊົນເສຍຊີວິດ. ໍ່
ຍີ່ປຸ່ນ ຂາດດູນການຄ້າ ເດືອນ ເມສາ ເທື່ອທຳອິດໃນຮອບ 31 ປີ
( ຂປລ ): ຕາມຂ່າວ NHK ລາຍງານ ໃນວັນ ທີ 25 ພຶດສະພາ ວ່າ ຍີ່ປຸ່ນ ຂາດດູນການຄ້າໃນເດືອນ ເມສາ 12,5% ເປັນເທື່ອ ທຳ ອິດ ໃນ ຮອບ 31 ປີ ເປັນ ຜົນ ມາຈາກການສົ່ງອອກ ຫລຸດລົງຢ່າງວ່ອງ ໄວ ທີ່ ສຸດໃນຮອບ 18 ເດືອນ .