ນາງ ໂຊເນຍ ຄັນທີ ໄດ້ຮັບເລືອກເປັນປະທານພັກລັດຖະບານ ອິນເດຍ
(6/9/2010)
(ຂປລ): ຕາມຂ່າວຈາກ ນິວແດນລີ, ໃນວັນທີ່ 6 ກັນຍານີ້, ລາຍງານວ່າ ນາງ ໂຊເນຍ ຄັນທີ ໄດ້ຮັບການເລືອກດຳ ລົງຕຳ ແຫນ່ງ ປະທານພັກຄອງເກຣສ ພັກ ລັດຖະບານອິນເດຍ ເປັນສະໄຫມທີ່ 4 ຖືເປັນການດຳລົງຕຳແຫນ່ງຫລາຍສະໄຫມຂອງປະເທດ.
ສະຖານະການການເມືອງຂອງເນປານ
(6/9/2010)
(ຂປລ): ຕາມຂ່າວຈາກເນປານ, ລັດຖະສະພາເນປານ ບໍ່ປະສົບຜົນສຳເລັດ ໃນການເລືອກນາຍົກລັດຖະມົນຕີ ເປັນຄັ້ງທີ່ 6 ໃນວັນທີ່ 5 ກັນຍານີ້, ດ້ານ ສະພາຕ່ຳກ່າວເຕືອນວ່າ ປະເທດຈະປະເຊີນກັບວິກິດການຮ້າຍແຮງ ຫາກຍັງບໍ່ສາມາດຈັດຕັ້ງ ລັດຖະ ບານ ຊຸດໃຫມ່ໄດ້.
ບັງກລາເດັສ ເຝົ້າລະວັງຫລັງພະຍາດແອນແທກລະບາດຢູ່ຫລາຍພື້ນທີ່ຂອງປະເທດ
(6/9/2010)
(ຂປລ): ຕາມຂ່າວຈາກ ທາກາ, ໃນວັນທີ່ 5 ກັນຍາ, ເຈົ້າໜ້າທີ່ສາທາລະນະສຸກ ແລະ ເຈົ້າຫນ້າທີ່ສັດຕະວະແພດ ບັງກລາເດັສ ເພີ່ມການເຝົ້າລະວັງ ຫລັງ ພະຍາດແອນແທກ ແຜ່ລະບາດເພີ່ມຕື່ມອີກໃນຫລາຍພື້ນທີ່ ມີຜູ້ຕິດເຊື້ອພະຍາດນີ້ແລ້ວ 327 ຄົນ ນັບຕັ້ງແຕ່ກາງເດືອນສິງຫາ.
ໂລກພວມປະເຊີນໜ້າກັບໄພພິບັດການຂາດແຄນນ້ຳ
(6/9/2010)
ຂປລ: ຕາມຂ່າວສານຫວຽດນາມ, ໃນບົດລາຍງານທີ່ມີຫົວຂໍ້ວ່າ “ການຮັກສານ້ຳໃຫ້ແກ່ ໝົດທຸກຄົນ” ທີ່ປະກາດຢ່າງເປັນທາງການ ເມື່ອວັນທີ 1 ກັນຍາ, ທະນາຄານໂລກ (WB) ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງຄຸ້ມຄອງບັນດາແຫຼ່ງນ້ຳໃຫ້ດີຂຶ້ນຕື່ມອີກ ກ່ອນຈະເກີດໄພພິບັດ ການຂາດແຄນ ນ້ຳໃນ ທົ່ວໂລກ.
ລາຄາສະບຽງອາຫານເພີ່ມຂຶ້ນລະດັບສູງສຸຸດ
(6/9/2010)
ຂປລ: ຕາມຂ່າວສານຫວຽດນາມ, ເມື່ອບໍ່ດົນມານີ້, ອົງການສະບຽງອາຫານສາກົນ (FAO) ໄດ້ປະກາດໃຫ້ຮູ້ວ່າ ໃນໄລຍະ 8 ເດືອນມານີ້, ຈຳນວນລາຄາ ສະບຽງອາຫານໃນທົ່ວໂລກ ໄດ້ເພີ່ມຂຶ້ນເຖິງລະດັບສູງສຸດ ນັບແຕ່ເດືອນກັນຍາ ປີ 2008 ເປັນຕົ້ນ ມາ.
ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ກູບາ ຢ່າງເປັນທາງການ
(7/9/2010)
(ຂປລ): ຕາມຂ່າວສານຫວຽດນາມ (VNA), ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານ ປະທານສະພາແຫ່ງຊາດກູບາ ໃນວັນທີ່ 5 ກັນຍາ, ທ່ານ ຫງວຽນ ຟູຈ້ອງ, ປະທານສະພາແຫ່ງຊາດຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນ ໄດ້ໄປຮອດນະຄອນ ຫລວງລາ ຮາວານ ເພື່ອ ຢ້ຽມຢາມກູບາ ຢ່າງເປັນທາ ງການ.
ກຳປູເຈຍກຽມກໍ່ສາງອາຄານສູງທີ່ສຸດໃນອາຊີ
(\7/9/2010)
(ຂປລ) ຕາມການລາຍງານຂ່າວຈາກນະຄອນຫລວງພະນົມເປັນ ຂອງປະເທດກຳປູເຈຍ ວັນທີ 1 ກັນຍາວ່າ: ທ່ານ ຮຸນແຊນ, ນາຍົກລັດຖະມົນຕີກຳປູເຈຍ ໄດ້ອະນຸມັດແຜນແມ່ບົດການກໍ່ສ້າງອາຄານ ຣະຟ້າໃນນະຄອນຫລວງພະນົມເປັນ ມີຄວາມສູງ 555 ແມັດ ຊຶ່ງຈະເປັນອາຄານທີ່ໃຫຍ່ທີ່ສຸດໃນທະວີບ ອາຊີ.