ເຜົ່າແຊກຕັ້ງບ້ານເຮືອນຢູ່ເມືອງ ຄຳເກີດ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ, ຫີນບູນ, ນາກາຍ ແລະ ຍົມມະລາດ ຂອງ ແຂວງຄຳມ່ວນ. ເຜົ່າແຊກ ຢູ່ລາວມີປະຊາກອນທັງໝົດ 2.745 ຄົນ, ຍິງ 1.416 ຄົນ (ຕາມການສຳຫລວດປີ 1995).ເຜົ່າແຊກ ມີພາສາເປັນຂອງຕົນເອງ, ຈັດຢູ່ໃນໝວດພາສາລາວ-ໄຕ, ແຕ່ເຈືອນບົນກັບພາສາລາວ 30%, ພາສາຫວຽດ ນາມ 10%. ຮີດຄອງປະເພນີ: ເຜົ່າແຊກ ນັບຖືຜີ. ສ່ວນການມັກຮັກຂອງ ບ່າວ-ສາວ ສ່ວນຫລາຍຜູ້ເປັນ ພໍ່-ແມ່ ຈະເປັນຜູ້ຫາໃຫ້. ເຮືອນຂອງ ເຜົ່າແຊກມີລັກສະນະຄືກັບ ເຮືອນເຜົ່າ ເມີ້ຍຄື: ຫ້ອງບູຊາ, ຫ້ອງ ນອນພໍ່-ແມ່, ຫ້ອງລູກສາວ, ລູກຊາຍ ແລະ ລູກໄພ້. ຜູ້ຊາຍເຜົ່າແຊກ ນຸ່ງຜ້າສະໂລ່ງ ຫລື ຜ້າກະຕ້ອຍ. ແມ່ຍິງນຸ່ງສິ້ນທຳມະດາ. ດ້ານສິລະປະວັນນະຄະດີ ພື້ນເມືອງກໍ່ມີ: ເປົ່າປີ່, ສີຊໍ, ເປົ່າຂຸ່ຍ, ເປົ່າແຄນ, ການຟ້ອນ, ລຳ ມະຫາໄຊ (ເປັນພາສາລາວ) ແຕ່ເມື່ອສອຍຈະໃຊ້ພາສາແຊກ. ເຜົ່າແຊກທຳການຜະລິດ ດ້ວຍການເຮັດໄຮ່, ລ້ຽງສັດ.