ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ທ່ອງທ່ຽວ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ດ້ານການທ່ອງທ່ຽວ
ສປປ ລາວ ແມ່ນຫນຶ່ງໃນບັນດາປະເທດ ທີ່ອຸດົມຮັ່ງມີທາງດ້ານສະພາບແວດລ້ອມ ທຳມະຊາດ, ມີວັດທະນະທຳ ທີ່ຫລາກຫລາຍ ຂອງແຕ່ລະຊົນເຜົ່າ, ມີບູຮານວັດຖຸອັນເກົ່າແກ່ ເປັນເງື່ອນໄຂຫນຶ່ງ ທີ່ສາມາດດຶງດູດການທ່ອງທ່ຽວໄດ້ ດັ່ງນັ້ນ ລັດຖະບານໄດ້ຖືເອົາການທ່ອງ ທ່ຽວເປັນຫນຶ່ງ ໃນ 8 ແຜນງານບູລິມະສິດໃນແຜນພັດທະນາຂອງລັດຖະບານ. ໂດຍມີນະໂຍ ບາຍຫລັກດັ່ງນີ້: ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ, ວັດທະ ນະທຳກັບຕ່າງປະເທດ; ສົ່ງເສີມການທ່ອງທ່ຽວ ແລະ ອຸດສາຫະກຳທ່ອງທ່ຽວ ແນໃສ່ແກ້ໄຂຊີວິດ ການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າໃຫ້ດີຂຶ້ນ ເທື່ອລະກ້າວ ແລະ ສົ່ງເສີມການຜະລິດພາຍ ໃນຮອບດ້ານ; ສົ່ງເສີມສິລະປະວັດທະນະທຳ ເຜີຍແຜ່ຮີດຄອງປະເພນີອັນດີງາມ ມູນເຊື້ອພິລະ ອາດຫານ, ອະນຸລັກ ຮັກສາວັດຖຸບູຮານ, ປູຊະນິຍະສະຖານປະຫວັດສາດ ອັນເປັນທີ່ຈູງໃຈ ຕໍ່ ຕ່າງປະເທດເດີນທາງເຂົ້າມາທ່ອງ ສປປ ລາວ; ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ-ສ້າງລາຍ ຮັບ ແລະ ກະຈາຍລາຍໄດ້ໃຫ້ແກ່ປະຊາຊົນບັນດາເຜົ່າ; ສ້າງສາຍພົວພັນອັນດີງາມ ແລະ ເປັນ ມິດ ກັບທຸກປະເທດ ບົນພື້ນຖານນະໂຍບາຍ ການຕ່າງປະເທດ ຂອງລັດດ້ວຍການສົ່ງເສີມການ ທ່ອງ ທ່ຽວ. ພ້ອມກັນນີ້ ລັດຖະບານເປີດກວ້າງ ນະໂຍບາຍຕໍ່ການທ່ອງທ່ຽວ ໂດຍສະເພາະການ ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຂົ້າ-ອອກປະເທດ, ການອະນຸມັດວີຊາປະຈຳ ແຕ່ ລະສະຖານທູດ, ແຕ່ລະກົງສູນຂອງລາວໃນແຕ່ລະແຫ່ງ, ການອະນຸມັດວີຊາກັບດ່ານສາກົນ, ຍ້ອນຫລາຍພາກສ່ວນຂະແຫນງການທັງພາກລັດ ແລະ ເອກະຊົນ ແລະ ປະຊາຊົນມີຄວາມ ຮັບຮູ້ ເຂົ້າໃຈຕໍ່ການທ່ອງທ່ຽວຫລາຍຂຶ້ນ ແລະ ມີການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງ ສາກົນ ນັບມື້ກວ້າງຂວາງ, ຈາກນັ້ນຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນ ສປປ ລາວ ນັບມື້ ເພີ່ມຂຶ້ນ, ນັບແຕ່ປີ 1991 ຊຶ່ງເປັນປີທຳອິດ ທີ່ເປີດໃຫ້ມີການທ່ອງທ່ຽວ ໄດ້ມີນັກທ່ອງທ່ຽວເຂົ້າ ມາ ສປປ ລາວ 37.613 ຄົນ, ມາເຖິງປີ 2004 ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ ສປປ.ລາວ ເພີ່ມ ຂຶ້ນເປັນ 894.806 ຄົນ, ສະເລ່ຍແລ້ວ ປີຫນຶ່ງເພີ່ມຂຶ້ນປະມານ 27,61%, ທັງນີ້ກໍຍ້ອນມີຫລາຍ ສາເຫດສຳຄັນ ທີ່ສົ່ງຜົນດີໃຫ້ແກ່ການພັດທະນາ ການທ່ອງທ່ຽວເປັນຕົ້ນ: ຜົນສຳເລັດໃນການ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ງານຕະຫລາດນັດທ່ອງທ່ຽວ ATF 2004, ຊຶ່ງເປັນເຫດການປະຫວັດສາດທີ່ສຳຄັນສຳລັບ ສປປ ລາວ. ການທ່ອງທ່ຽວເປັນ ການເປີດໂອກາດໃຫ້ແກ່ການໂຄສະນາ ສປປ ລາວ ຕໍ່ສາກົນ ເປັນຕົ້ນແມ່ນ ການເຜີຍແຜ່ແນວ ທາງນະໂຍບາຍໃນການພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ແລະ ສະແດງຄວາມ ພ້ອມໃຫ້ກາຍເປັນແຫລ່ງທ່ອງທ່ຽວແຫ່ງໃຫມ່ຂອງ ອາຊຽນ ແລະ ພາກພື້ນ, ຄາດຄະເນວ່າຮອດ ປີ 2010 ນັກທ່ອງທ່ຽວຈະເຂົ້າມາທ່ຽວ ສປປ ລາວ ເພີ່ມຂຶ້ນເຖິງ 1,5 ລ້ານຄົນ.

_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ເສດຖະກິດ
ກັບສາລະບານ