​ຫລາຍ​ຝ່າຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະຖານະ​ການ​ໃນ​ຕາ​ເວັນ​ອອກ​ກາງ

ຂ​ປລ: ຕາມ​ຂ່າວສານ​ຊິນຮວາ, ​ໃນ​ວັນ​ທີ 4 ມັງກອ​ນ, ທ່ານ​ບັນ​ກີ​ມູນ ​ເລຂາ​ທິການ​ໃຫ່ຍ ສະ ຫະ ​ປະຊາ​ຊາດ ​ໄດ້​ອອກ​ຖະ ​ແຫຼ​ງການ​ວ່າ ​ໃນ​ໄລຍະ​ປະຈຸ​ບັນ ສະຖານະ​ການ​ໃນ​​ເຂ​ດກາຊາ ​ໄດ້​ຕົກ​ຢູ່​ ໃນ​ສະພາບ​ຫົວລ້ຽວຫົວ​ຕໍ່​ທີ່​ສຸດ, ດັ່ງນັ້ນ ທ່ານຈຶ່ງງ​ຮຽກ ຮ້ອງ ​ໃຫ້​ປະຊາ​ຄົມ​ໂລກ ຈົ່ງ​ເພີ່ມ​ທະວີ​ ສາມັກ​ ຄີ ກັນ ​ໃຫ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ​​ພະຍາຍາມ​ຢ່າງ​ສຸດ​ຂີດ ​​ເພື່ອ​ໃຫ້ການ​ປະ​ທະ​ ກັນ​ໃຫ້​ ຢຸດຕິ​ລົງ​ໂດຍ ​ໄວ. ທ່ານບັນ​ກີ​ມູນ ຍັງ​ກ່າວ​ວ່າ ສະຫະ​ປະຊາ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ສະພາ​ຄວາມ​ໝັ້ນຄົງ ຄວນ ​ເສີມ ​ຂະຫຍາຍ​ບົດບາດ ​ໃຫ້​ເປັນ​ໃຈກາງ​ໃນ​ການ​ເຮັດ​ໃຫ້ການ​ປະ​ທະ​ກັນ​ໃຫ້​ຢຸດຕິ​ລົງ​ໂດຍ​ໄວ.
​ໃນ​ມື້ດຽວ​ກັນ, ທ່ານ​ມູຮາມ​ມັດ ນາສ, ​ເຈົ້າໜ້າ​ທີ່​ຂອງ​ຂະ​ບວນການ​ຮາ​ມາສ ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕິນ ຈັດ​ກອ​ງ ປະຊຸມ​ສຸກ​ເສີນ​ໃນ​ທັນທີ ກ່ຽວ​ກັບ​ບັນ​ຫາ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ​ກາຊາ​ຂອງ​ທະຫານ​ອິສຣາ​ແອນ. ໃນ​ຂະນະ​ດຽວ​ກັນ, ທ່ານ​ ນາສ ກໍ​ໄດ້​ກ່າວ​ຄຳ​ປາ​ໄສ ​ໂດຍຜ່ານ​ໂທລະພາບ ​ອາລາ​ເບຍ ​ວ່າ​ຮາ​ມາສ ຍິນ​ດີ​ດຳ​ເນີນ​ການ​ເຈລະຈາ ​ເພື່ອ​ສ້າງ​ ຄວາມ​ປອງ​ ດອງ​ກັນ ພາຍ​ໃນ​ປາ​ເລັສຕິນຄືນ​ໃໝ່​ຢ່າງ​ບໍ່​ມີ​ເງື່ອນ​ໄຂ ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ​ແກ້​ໄຂ​ ການ​ປະ​ທະ​ກັນ​ຢູ່​ໃນ​ເຂດ​ກາຊາ.
ທ່ານ ດີມີ​ຕຣຼີ ເມດ​ເວ​ເດ​ບ, ປະທານາທິບໍດີຣັດ​ເຊຍ ​ໄດ້​ຮຽກຮ້ອງ​ໃຫ້​ອິສຣາ​ແອນ ຈົ່ງ​ຢຸດຕິ​ສົງຄາມ​ຢູ່​ເຂດ​ກາຊາ ​ແລະ ​ເອົາ​ໃຈ​ໃສ່​ ຕໍ່​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ຢູ່​ເຂດ​ກາຊາ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃຫ້​ມາ​ປະຊຸມ​ກັນ​ທີ່​ມົສກູ.
​ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ​ຂຶ້ນ ຢູ່​ໃນ ​ເຂດ​ ກາຊາ ​ແລະ ຮຽກຮ້ອງ​​ໃຫ້​ຝ່າຍ​ຕ່າງໆ ຈົ່ງ​ຢຸດຕິ​ການ​ເຄື່ອນ​ໄຫວທາງ​ການ​ທະຫານ ​ແລະ ການ​ປະ​ທະ​ກັນ​ໃນ​ທັນທີ ເພື່ອ ຫລຸດ ຜ່ອນ​ຄວາມ​ຫຍຸ້ງຍາກ​ໃນ​ດ້ານ​ມະນຸດ ສະທຳ​ຢູ່​ໃນ​ເຂດ​ກາຊາ./.

ກັບສາລະບານ

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446