ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 


ລະບົບການ​ເມືອງ​ຂອງ ສປປ ລາວ
ໂຄງ​ປະກອບ​ລະບົບ​ການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີ​ພັກ​ປະຊາຊົນ ປະຕິວັດ​ລາວ, ລັດ ສປປ ລາວ ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ ພ້ອມ​ດ້ວຍ​ບັນດາ​ກົນ​ໄກ ແລະ ລະບອບ​ລະບຽບ ໄປ​ຄຽງ​ຄູ່​ກັນ.
ພັກ​ປະຊາຊົນ​ປະຕິວັດ​ລາວ ສ້າງຕັ້ງຂຶ້ນ ໃນ​ວັນ​ທີ 22 ມີນາ 1955 ຊຶ່ງ​ເປັນ​ພັກ​ທີ່​ໄດ້​ນຳພາ​ປະຊາຊົນ​ບັນດາ​ເຜົ່າ ຕ້ານ​ຈັກກະພັດ ຜູ້​ຮຸກ​ຮານ ແລະ ໄດ້​ຮັບ​ໄຊຊະນະ​ໃນ​ວັນ​ທີ 2 ທັນວາ 1975 ແລະ ສືບຕໍ່​ພາລະ​ກຳ​ປະຫວັດສາດ ປົກ​ປັກ​ຮັກສາ-ສ້າງສາ​ປະ​ເທດ​ຊາດ ແລະ ບູລະນະລະບອບ​ປະຊາທິປະ​ໄຕ ປະຊາຊົນ​ກ້າ​ວສູ່​ສັງຄົມ​ນິຍົມ ເທື່ອ​ລະ​ກ້າວ​ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ ປະຊາຊົນ​ມີ​ຄວາມ​ຜາ​ສຸກ ສັງຄົມ​ມີ​ຄວາມ​ສີວິ​ໄລ ແລະ ຍຸດຕິ​ທຳ.
ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ແລ້ວ 7 ຄັ້ງ, ແຕ່ລະຄັ້ງ​ໄດ້​ມີ​ບົດ​ລາຍ​ງານ​ການ​ເມືອງ​ວາ​ງ​ແຜນ​ແນວທາງ​ຍຸດ​ທະ​ສາດ ແຕ່ລະສະ​ໄຫມ ແລະ ເລືອກ​ຜູ້ນຳ​ຍຸດ​ທະ​
ສາດ ແຕ່ລະຄັ້ງ ແລະ ຮັບຮອງ​ເອົາ​ກົດລະບຽບຂອງ​ພັກ. ປະທານ ໄກສອນ ພົມວິຫານ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ແລະ ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ແຕ່​ຄັ້ງທີ 1-5, ຈາກ​ນັ້ນ​ໄດ້​ເລືອກ​ຕັ້ງທ່ານ ຄຳ​ໄຕ ສີ​ພັນ​ດອນ ເປັນ​ປະທານ​ພັກ​ຈົນ​ຮອດ​ປະຈຸ​ບັນ. ການຈັດຕັ້ງ ຂອງ​ພັກ ມີ 4 ຂັ້ນຄື: ຂັ້ນສູນ​ກາງ, ແຂວງ, ເມືອງ ແລະ ຮາກ​ຖານ ເຊິ່ງ​ເປັນ​ແກນ​ນຳ​ໃຫ້​ແກ່​ຂະ​ບວນການ​ການ​ຕໍ່ສູ​້ກູ້​ຊາດ ໃນ​ເມື່ອ​ກ່ອນ ແລະ ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທດ​ຊາດ ໃນ​ປະຈຸ​ບັນ​.
ລັດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ແມ່ນ​ລັດ​ປະຊາທິປະ​ໄຕ ປະຊາຊົນ. ອຳນາດ​ທັງ​ຫມົດ​ເປັນ​ຂອງ​ປະຊາຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ ຊຶ່ງ​ປະກອບ​ດ້ວຍ​ບັນດາ​ຊັ້ນຄົນ​ຢູ່​ໃນ​ສັງຄົມ ໂດຍ​ແມ່ນກຳມະກອນ, ກະສິ ກອນ ແລະ ນັກຮຽນ​ຮູ້​ປັນຍາ​ຊົນ​ເປັນ​ຫລັກ​ແຫ​ລ່ງ. ໂດຍ​ມີ​ປະທານ​ປະ​ເທດ​ເປັນ​ປະມຸກ​ລັດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ເປັນ​ຜູ້ຕາງຫນ້າ​ໃຫ້​ປະຊາຊົນ​ລາວ ບັນດາ​ເຜົ່າ ທັງ​ຢູ່​ພາຍ​ໃນ​ແລະ​ຕໍ່​ຕ່າງປະ​ເທດ ຊຶ່ງ​ແມ່ນ​ສະພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ຫນ້ອຍ 2/​3 ຂອງ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ. ປະທານ​ປະ​ເທດ​ມີ​ອາຍຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ເປັນ​ປະທານ.
ລັດ​ປະຊາທິປະ​ໄຕປະຊາຊົນ ປະກອບ​ດ້ວຍ 3 ອຳນາດ​ຄື: ສະພາ​ແຫ່ງ​ຊາດ ແມ່ນ​ອົງການ​ຕົວ​ແທນ​ແຫ່ງ​ສິດ​ອຳນາດ ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ, ເປັນ​ອົງການ​ອຳນາດ​ແຫ່ງ​ລັດ ແລະ ທັງ​ເປັນ​ອົງການ​ນິຕິບັນຍັດ ທີ່​ມີ​ສິດ​ຕົກລົງ ບັນຫາ​ພື້ນຖານ​ຂອງ​ປະ​ເທດ​ຊາດ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິຫານ, ສານ​ປະຊາຊົນ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ. ການ​ກໍ່ສ້າງ ແລະ ປັບປຸງ​ກົດຫມາຍມາ​ຮອດ​ປະຈຸ​ບັນ​ມີ​ທັງ​ຫມົດ 58 ສະບັບ. ສະພາ​ແຫ່ງ​ຊາດ​ແຕ່​ລະ​ຊຸດ​ມີ​ອາຍຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ສະ​ແຫ່ງ​ຊາດ​ຊຸດ​ທີ V ໂດຍ​ແມ່ນ​ທ່ານ ສະຫມານ​ວິ​ຍະ​ເກດ ເປັນ​ປະທານ.
ລັດຖະບານ​ແມ່ນ​ອົງການ​ບໍລິຫານ​ແຫ່ງ​ລັດ. ລັດຖະບານຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບການ ປະຕິບັດ​ຫນ້າ​ທີ່​ຂອງ​ລັດ​ໃນ​ທຸກ​ດ້ານ: ການ​ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ຕ່າງປະ​ເທດ. ລັດຖະບານ​ປະກອບ​ດ້ວຍ ນາຍົກລັດ ຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າ​ອົງການ​ທຽບ​ເທົ່າ​ກະຊວງ. ມີ​ອາຍຸ​ການ​ເທົ່າ​ກັບ​ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ. ປະຈຸ​ບັນ​ແມ່ນ​ທ່ານ ບຸນ​ຍັງ ວໍລະ​ຈິດ ເປັນ​ນາຍົກລັດຖະ ມົນຕີ ໂດຍ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ປະທານ​ປະ​ເທດ ພາຍຫລັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ແລ້ວ
ກັບສາລະບານ