ເສດຖະກິດສະຫວັນນະເຂດຍັງຫມັ້ນທ່ຽງ
*ທ່ານເຂລາພັກແຂວງ-ເຈົ້າແຂວງສະຫວັນນະເຂດ ວິໄລວັນ ພົມເຂ ໄດ້ກ່າວຕໍ່ສື່ມວນຊົນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະ 6 ເດືອນຕົ້ນປີວ່າ:ໂດຍພື້ນຖານແລ້ວສະພາບລວມຂອງແຂວງສະຫວັນນະເຂດຍັງ ມີສະເຖຍລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ເສດຖະກິດໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ຈັງ ຫວະການຂະຫຍາຍຕົວຢູ່ໃນລະດັບ 12% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP ) ສະເລ່ຍໃສ່ຫົວຄົນຈະໄດ້ 700 ໂດລາສະຫະລັດ/ຄົນ/ປີ ບັນດາພນຖານໂຄງລ່າງນັບແຕ່ເຂດລົງຮອດເມືອງໄດ້ມີການສ້ອມແປງຄືນ ແລະ ກໍ່ສ້າງຄືນໃຫມ່ຈຳນວນຫນຶ່ງ ເຊິ່ງໄດ້ເອອອຳນວຍໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ທຳການ ຜະລິດ, ສ້າງເສດຖະກິດຄອບຄົວແລະຜະລິດເປັນສິນຄ້າ ແກ້ໄຂຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ໃນນີ້ແມ່ນຖືເອົາ 9 ແຜນງານ ແລະ 96 ໂຄງການ ຈັດຕັ້ງປະຕິບັດໄປຕາມແຜນງົບປະມານກໍ່ຄືແຜນພັດທະນາ ເສດຖະກິດສັງຄົມທີ່ສະພາແຫ່ງຊາດ ໄດ້ອະນຸມັດໃຫ້ ໂດຍເຫັນວ່າທຸກແຜນງານໄດ້ຮັບການຈັດຕັ້ງປະ ຕິບັດຢ່າງຕັ້ງຫນ້າ, ພາກການລົງ ທຶນໃນທົ່ວແຂວງມີການລົງທຶນຂອງລັດທັງໝົດ 127 ໂຄງກງານ, ມູນຄ່າ 50,36 ຕກີບ. ຜ່ານການຈັດຕັ້ງປະ ຕິບັດໃນ 6 ເດືອນຕົ້ນປີຂອງສົກປີ 20072008 ປະຕິບັດ ໄດ້ 77ໂຄງ ການ ໃນມູນຄ່າ 23 ຕກີບ ເທົ່າກັບ 46% ຂອງແຜນການ, ໃນນັ້ນທຶນພາຍໃນປະຕິບັດ ໄດ້ 73 ໂຄງການ ມູນຄ່າ 17,09 ຕກີບ ເທົ່າກັບ 66%ແລະທຶນຕ່າງປະເທດປະຕິບັດໄດ້ 4 ໂຄງການ ມູນຄ່າ 5,91 ຕກີບ ເທົ່າກັບ 24% ຂອງແຜນການປີ. ວຽກງານປູກຝັງທົ່ວແຂວງສາມາດປັກດຳເຂົ້ານາປີທັງໝົດ 135.449 ເຮັກ ຕາ ເທົ່າ 96%ຂອງແຜນການປີ ເກັບ ກ່ຽວຜົນຜະລິດໄດ້ 466.710 ໂຕນ ດ້ວຍສະມັດຕະພາບ 3,46 ໂຕນ/ເຮັກຕາ. ປັກດຳເຂົ້ານາແຊງໄດ້ 26.137 ເຮັກຕາ ເທົ່າກັບ 100,2% ຂອງແຜນການ, ປູກພືດລະ ດູແລ້ງ ໄດ້ 17.039 ເຮັກຕາ ເທົ່າກັບ 92% ຂອງແຜນການ. ພ້ອມນັ້ນວຽກງານລ້ຽງ ສັດເຫັນໄດ້ວ່າທົ່ວແຂວງໄດ້ມີຈຳນວນສັດລ້ຽງເພີ່ມຂຶ້ນ ເປັນຕົ້ນແມ່ນສັດ ລ້ຽງທີ່ເປັນພນຖານຂອງປະຊາຊົນເຊັ່ນ:ຄວາຍ, ງົວ, ຫມູ, ແ້ບ ແລະສັດປີກປະເພດຕ່າງໆກໍ່ເພີ່ມຂຶ້ນ ໃນນັ້ນພິເສດແມ່ນຜົນສຳເລັດໃນການປະສົມພັນງົວທຽມ ໂດຍມາຮອດປະຈຸ ບັນນີ້ ທົ່ວແຂວງປະສົມ ພັນງົວທຽມໄດ້ 264 ໂຕ. ສຳລັບດ້ານການລົງ ທຶນດ້ານປ່າໄມ້, ປະຈຸບັນມີ 19 ບໍລິສັດຂໍລົງ ທຶນຜະລິດກະສິກຳເປັນສິນ ຄ້າເຊັ່ນ: ປູກຢາງພາລາ, ປູກອ້ອຍ, ປູກໄມ້, ປູກໄມ້ກະຖິນນະລົງ, ປູກມັນຕົ້ນ, ປູກຢາສູບ ແລະປູກໄມ້ ກິນຫມາກ ເຊິ່ງມີເນື້ອທີ່ບໍລິສັດຂໍສຳປະ ທານທັງໝົດ 206.560 ເຮັກຕາ, ມີມູນຄ່າການລົງທຶນທັງໝົດ 445,630 ລ້ານໂດລາສະຫະລັດ. ດ້ານພະລັງ ງານ -ບໍ່ແຮ່ມາຮອດປະຈຸບັນທົ່ວແຂວງ ມີໄຟຟ້ານຳໃຊ້ຖາວອນຄົບ 15 ຕົວເມືອງ ແລະ ຄອບ ຄົວທີ່ໃຊ້ກະແສໄຟຟ້າທັງໝົດ 82.850 ຄອບຄົວເທົ່າກັບ 63,14%, ເພີ່ມຂຶ້ນ 1.627 ຄອບຄົວ ເທົ່າກັບ 1,24 %. ເຖິງຢ່າງໃດກໍດີ ທ່ານເຈົ້າແຂວງສະຫວັນນະເຂດຍັງກ່າວວ່າ: ສິ່ງທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມແມ່ນການຫັນເອົາທຸກແຜນງານທຸກໂຄງການໄປຈັດຕັ້ງປະຕິບັດຢູ່ຂັ້ນບ້ານ ສະນັ້ນວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດມັນຈຶ່ງກາຍເປັນເຂດປັດໄຈພື້ນຖານໃນການພັດທະນາເສດຖະ ກິດ- ສັງຄົມໂດຍລວມ ເຊິ່ງມັນໄດ້ກາຍເປັນສິ່ງກ່ຽວໂຍງ ແລະເປັນສາຍ ສຳພັນທີ່ຕັດແຍກອອກຈາກກັນບໍ່ໄດ້ກັບ 4 ເນື້ອໃນ 4 ຄາດໝາຍ ທີ່ພັກວາງອອກໃນນັ້ນລວມມີ:ເນື້ອໃນ ທີ 1 ແມ່ນການຍົກສູງສະຕິຄວາມຮັບ ຜິດຊອບທາງການເມືອງຂອງມະ ຫາ ຊົນໃນການຮັກສາຄວາມສະ ຫງົບ,ຄວາມເປັນລະບຽບຮຽບ ຮ້ອຍ ແລະການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນທ້ອງຖິ່ນ,ເນື້ອໃນທີ 2 ແມ່ນຖືເອົາການພັດທະນາເສດຖະ ກິດ ເປັນໃຈກາງ ວາງເປົ້າຫມາຍໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ເນື້ອໃນ ທີ3 ແມ່ນວຽກງານວັດທະນະ ທຳ- ສັງຄົມ ຕ້ອງເຮັກໃຫ້ທຸກຄົນມີຄຸນນະພາບຊີວິດດີຂຶ້ນ, ຕ້ອງສ້າງໄດ້້ປະຕິບັດໃນຫລາຍຮູບແບບ ຫລານຮູບຫລາຍສີ ເຊິ່ງມັນຈຳເປັນຕ້ອງມີິວິ ຊາການໄດ້ລົງນຳພາຂອງປະຊາ ຊົນຢູ່ຂັ້ນບ້ານຢ່າງລະອຽດ. ເນື້ອໃນ ທີ 4 ເປັນເນື້ອໃນສຳຄັນ ແລະຕັດສິນແມ່ນການສ້າງຜູ້ນຳພາຢູ່ຂັ້ນບ້ານ ເຊິ່ງຕ້ອງເປັນພະນັກງານຫຼັກແຫຼ່ງ ຜູ້ທີ່ມີທັງລະດັບຄວາມຮູ້, ຄວາມສາ ມາດແລະມີລະດັບທາງດ້ານເຕັກ ນິກວິຊາການ ໃນຂະແຫນງຕ່າງໆ ໂດຍພະນັກງານຫລັກແຫລ່ງເຫລົ່າ ນັ້ນ ຈະຕ້ອງໄດ້ຮັບການອຸ້ມຊູອົງ ການຈັດຕັ້ງມະຫາຊົນ ແລະອຳນາດການປົກຄອງຂັ້ນບ້ານທີ່ເຂັ້ມແຂງເພື່ອເປັນແກ່ນສານ ໃຫ້ແກ່ພະນັກ ງານ ການນຳຂອງບ້ານ ແລະ ກຸ່ມບ້ານພັດທະນາໃດຫນຶ່ງ. ສະນັ້ນເມື່ອມີ 4 ເນື້ອໃນທີ່ສຳຄັນດັ່ງກ່າວມານັ້ນ ຈຳເປັນຕ້ອງໄດ້ມີ 4 ຄາດໝາຍເພື່ອຈັດຕັ້ງປະຕິບັດໃຫ້ເນື້ອ ໃນທັງ 4 ຢ່າງທີ່ພັກເຮົາໄດ້ວາງອອກນັ້ນສຳເລັດຜົນ./.
ເຮັດແນວໃດຈະໃຫ້ລັດຫລຸດຜ່ອນຫນີ້ໄຟຟ້າ ນ້ຳປະປາ
*ອາທິດຜ່ານມາ ໄດ້ລົມກັບ ເພື່ອນຜູ້ອ່ານໃນຂະແໜງການການເງິນຜູ້ໜຶ່ງ ກ່ຽວກັບໜີີ້ສິນຕ່າງຂອງບາງຂະແໜງການ ທີ່ກາຍເປັນພາ ລະແບກຫາບຂອງລັດມາດົນ. ບັນຫາການມີໜີ້ສິນ ເຖິງແມ່ນວ່າໃນບາງອັນມັນເປັນຄວາມຈຳເປັນ ແລະ ກໍ່ແມ່ນໃນອົງການລັດດ້ວຍກັນ, ແຕ່ໂດຍກົນໄກແລ້ວ ເພື່ອນຜູ້ອ່ານທ່ານນີ້ບອກວ່າ ຈະເປັນຜົນຕໍ່ເນື່ອງໃຫ້ອີກວຽກງານພົບຄວາມຫຍຸ້ງຍາກ ເປັນຕົ້ນຄ່າຊົມໃຊ້ກະແສໄຟຟ້າ ແລະ ນ້ຳປະ ປາ. ຕາມຜູ້ຂຽນສຶກສາເບິ່ງລະ ບຽບການ ກໍ່ຄືຂໍ້ກຳນົດວ່າດ້ວຍກຳ ນົດໝາຍການໃຊ້ຈ່າຍງົບປະມານຂອງລັດ ແລະ ສົມທຽບໃສ່ການຊົມໃຊ້ຕົວຈິງໃນບາງຂະແໜງການ (ລັດ) ເຫັນໄດ້ວ່າ ໂດຍສ່ວນໃຫຍ່ຈະບໍ່ຄ່ອຍຈະຄຳນຶງເຖິງການປະຢັດ ຕາມລະບຽບການ ອັນໝາຍເຖິງ ອັດຕາໃຫ້ຊົມໃຊ້ໃນປີ. ຂໍ້ກຳນົດວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ ເລກທີ2379/ກງ (22/11/2002) ທີ່ຍັງປະຕິບັດຢູ່ ມີວ່າ ສຳນັກງານຫ້ອງການຄິດໄລ່ລາຍຈ່າຍຄ່ານ້ຳປະປາ ສະເລ່ຍຜູ້ໜຶ່ງ 24.000 ກີບຕໍ່ປີ, ເຮືອນພັກນັກ ຮຽນ ນັກສຶກສາສະເລ່ຍຜູ້ໜຶ່ງ 24.000 ກີບຕໍ່ປີ, ໂຮງໝໍ 20.000 ກີບຕໍ່ຄົນຕໍ່ປີ, ໂຮງຮຽນສະເລ່ຍຜູ້ໜຶ່ງ 18.000 ກີບຕໍ່ປີ. ສ່ວນຄ່າກະແສໄຟຟ້າກໍ່ແມ່ນສຳນັກງານຫ້ອງການ ສະເລ່ຍຜູ້ໜຶ່ງ 150.000 ກີບຕໍ່ປີ, ເຮືອນພັກນັກຮຽນ ນັກສຶກສາສະເລ່ຍຜູ້ໜຶ່ງ 80.000 ກີບຕໍ່ປີ, ໂຮງໝໍ 80.000 ກີບ ຕໍ່ຄົນຕໍ່ປີ, ໂຮງຮຽນສະເລ່ຍຜູ້ໜຶ່ງ 60.000 ກີບຕໍ່ປີ. ເມື່ອກັບໄປເບິ່ງຕົວເລກໜີ້ສິນທັງໄຟຟ້າ ແລະ ນ້ຳປະປາ ທີ່ຄ້າງຈ່າຍສຳລັບຂະແໜງການລັດພັດຫຼວງ ຫລາຍ ຊຶ່ງສ່ວນໜຶ່ງແມ່ນຍ້ອນບາງຂະແໜງການບໍ່ໄດ້ມີການຄວບຄຸມການນຳໃຊ້ໃຫ້ສອດຄ່ອງນະໂຍ ບາຍ. ໃນບາງຂະແໜງການທີ່ມີເສດຖະກິດດີ ສາມາດນຳໃຊ້ລາຍຮັບວິຊາການເຂົ້າໃນວຽກງານ (ທັງຖືກລະບຽບການໆເງິນ ແລະ ບໍ່ຖືກ) ກໍ່ມີການຂະຫຍາຍຖານໂຄງລ່າງ, ສ້າງສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເຊິ່ງບາງຂະແໜງການລືມຄິດເຖິງຄວາມອາດສາ ມາດຮອງຮັບໃນດ້ານອື່ນໆເຊັ່ນ: ການຕິດຕັ້ງແອເຢັນ, ຄອມພິວເຕີ ແລະ ອື່ນໆເພີ່ມເຕີມ. ຂະນະດຽວກັນບາງຄັ້ງກໍ່ບໍ່ໄດ້ປະສານກັບຂະແໜງການກ່ຽວຂ້ອງ ໂດຍສະເພາະ. ເມື່ອມີການເພີ່ມວັດຖຸຊົມໃຊ້ ກໍ່ເປັນທີ່ແນ່ນອນວ່າ ມູນຄ່າອື່ນໆ ກໍ່ ຕາມມາຊຶ່ງນັ້ນຍັງບໍ່ທັນໄດ້ເວົ້າເຖິງ ຄ່າບຳລຸງຮັກໃນແຕ່ລະປີ. ຢ່າງໃດກໍ່ຕາມ ບັນຫາທີ່ບາງຂະແໜງການລັດລະເຫລີງກໍ່ຄືການປຸກລະດົມຂະບວນການປະຢັດ (ຂອງລັດ) ບໍ່ເກີດ ຍ່ອມຈະເປັນຜົນໄລຍະຍາວກາຍເປັນພາລະແບກຫາບໜີ້ສິນຕໍ່ໄປ ທີ່ອາດຈະບໍ່ມີມື້ສິ້ນສຸດ.ການເປີດເຄື່ອງໃຊ້ໄຟຟ້າປະໄວ້, ປ່ອຍໃຫ້ນ້ຳ ປະປາຮົ່ວຍັງປະກົດຢູ່ໃນບາງຫ້ອງ ການລັດ ໃນນັ້ນກໍ່ລວມທັງສະຖາບັນການສຶກສາ. ຕາມເພື່ອນຜູ້ອ່ານທ່ານນີ້ແລ້ວ ເພິ່ນເຫັນວ່າ ເພື່ອຫລຸດຜ່ອນໜີ້ ສິນໃນຂະແໜງການລັດອາດຈະຄາວທີ່ຕ້ອງເຂັ້ມງວດໃຫ້ຂະແໜງການຕ່າງໆ ເບິ່ງຄືນການຊົມໃຊ້ຕົວຈິງວ່າສົມເຫດສົມຜົນບົນລະບຽບການສໍ່າໃດ; ທັງນີ້ກໍ່ເພື່ອສ້າງນິໄສປະຢັດໃນໝູ່ລັດຖະກອນ ກໍ່ຄື ປະຖິ້ມແນວຄິດທີ່ວ່າ ຂອງລັດຂອງຫລວງໃຊ້ໄປໂລດ ເພາະມີລັດເພິ່ນຈ່າຍໃຫ້. ໃນດ້ານອື່ນໄປພ້ອມກັບສະພາບເສດຖະກິດທີ່ຍັງອ່ອນນ້ອຍ ແລະ ພວກເຮົາພວມສ້າງທຸກເງື່ອນໄຂໃຫ້ສາມາດຫລຸດພົ້ນອອກຈາກຄວາມພັດທະນາໃນປີ 2020 ນັ້ນ ກໍ່ອາດຈະເຖິງຄາວທີ່ຄວນກວດກາຄືນວ່າ ຂະແໜງການໃດທີ່ມີລາຍຮັບວິຊາການ ທີ່ສາມາດກຸ້ມຕົນເອງໃນດ້ານຕ່າງໆໄດ້ບໍ່ວ່າຈະເປັນ ຊຳລະກະແສໄຟຟ້າ,ນ້ຳປະປາ, ເຊື້ອໄຟ ແລະ ອື່ນໆ. ມີອັນໃດທີ່ລັດຕ້ອງເກື້ອກູນ ແລະ ຄວນໃຫ້ຊອກຫາກຸ້ມ ຕົນເອງທັງໆ ທີ່ຄວາມອາດສາມາດ ບົ່ມຊ້ອນນັ້ນພໍມີ ຫລືອາດຈະມີຫລາຍອີກຊ້ຳຢູ່ບາງຂະແໜງການລັດ./.
ພະລັງງານ-ບໍ່ແຮ່ ເຊກອງ ພວມກ້າວສູ່ຄວາມທັນສະໄຫມ
*ມີຫຼາຍຕໍ່ຫຼາຍທ່ານເວົ້າວ່າ: ເຊກອງໃນເວລານີ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ບັນຍາກາດການສ້າງສາພັດທະນາ ແລະ ການດຳລົງຊີວິດຂອງພະນັກງານ ທະຫານຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າຢູ່ແຂວງນີ້ດີຂຶ້ນກວ່າແຕ່ເກົ່າຕັ້ງຫຼາຍເທົ່າ. ຄວາມຈິງແລ້ວ, ແຂວງເຊກອງ ໄດ້ຮັບການສ້າງຕັ້ງເປັນແຂວງໃນປີ 1984 ແລະ ຈາກວັນນັ້ນມາເຖິງວັນ ນີ້ມີຫຼາຍຢ່າງທີ່ໄດ້ຮັບການຂຸດຄົ້ນ ນຳໃຊ້ເຂົ້າໃນການພັດທະນາ, ແຕ່ກໍມີຫຼາຍຢ່າງຍັງບົ່ມຊ້ອນໂດຍບໍ່ທັນໄດ້ຮັບການພັດທະນາເທື່ອ ເຊິ່ງໜຶ່ງໃນນັ້ນກໍແມ່ນຊັບໃນດິນສິນໃນນ້ຳ ນັ້ນເອງ.ແນວໃດກໍດີ,ດ້ວຍຄວາມເປັນຫ່ວງເປັນໃຍ,ດ້ວຍຄວາມເອົາໃຈໃສ່ຂອງພັກ-ລັດຖະບານກໍຄືຄະນະພັກ- ອຳນາດການປົກຄອງທັງຂັ້ນແຂວງ,ເມືອງ ແລະ ບ້ານ ຈຶ່ງເຮັດໃຫ້ແຂວງນີ້ຄ່ອຍໆກ້າວໄປສູ່ການຫັນເປັນ ຄວາມທັນສະໄໝ. ເຊກອງເປັນແຂວງນ້ອຍມີເນື້ອທີ່ ປະມານ 7.774 ກິໂລຕາແມັດ ໃນນີ້,ເຂດພູດອຍກວມເຖິງ 65%, ພູພຽງກວມ 30% ແລະ ທົ່ງພຽງກວມພຽງແຕ່ 5% ເທົ່ານັ້ນ, ເສັ້ນທາງຄົມມະນາຄົມໄປມາ ຍັງມີຫຼາຍບ່ອນຫຍຸ້ງຍາກ ທຸລະກັນດານໂດຍສະເພາະເສັ້ນທາງໄປສູ່ສອງເມືອງພູດອຍ ກະລຶມ ແລະ ດາກຈຶງລວມທັງພື້ນຖານໂຄງລ່າງອື່ນໆ ເຊິ່ງສະພາບເຫຼົ່ານີ້ຢາກບໍ່ຢາກມັນກໍກົດໜ່ວງການຈະເລີນເຕີບໂຕທາງດ້ານເສດຖະກິດ,ແຕ່ດ້ວຍຄວາມພະຍາຍາມສູງ, ດ້ວຍຄວາມຕັດສິນໃຈນຳເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະຊາຊົນບັນດາເຜົ່າ ຂອງຄະນະພັກ, ອຳນາດການປົກ ຄອງທຸກຂັ້ນຈຶ່ງເຮັດໃຫ້ການພັດທະນາເສດຖະກິດຂອງທ້ອງຖິ່ນນີ້ມີ ທ່ວງທ່າ ແລະຈັງຫວະການຂະຫຍາຍ ຕົວໄປໃນທິດທາງດີ ແລະ ໝັ້ນທ່ຽງ ທັງມີຄວາມຈິງຈັງໃນການສ້າງສາພັດທະນາ ເຊິ່ງໜຶ່ງໃນນີ້ກໍແມ່ນ ຂະແໜງກພະລັງງານ ແລະ ບໍ່ແຮ່ ໂດຍ ຜ່ານມາກໍຄືປະຈຸບັນ ກໍໄດ້ສຸມໃສ່ພັດ ທະນາໃຫ້ເປັນຮູບປະທຳ. ທ່ານ ສີດາ ສຸວັນນະສາຍ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງໄດ້ຊີ້ໃຫ້ເຫັນວ່າ: ດ້ວຍການບືນຕົວຂຶ້ນເປັນກ້າວໆນັ້ນ ໄດ້ເຮັດໃຫ້ຂະແໜງການພວກເຮົາມີອັນໃໝ່ຫຼາຍໆຢ່າງເກີດຂຶ້ນທັງເປັນທ່າແຮງທັງເປັສ່ວນສຳຄັນໃນໂຄງປະກອບເສດຖະກິດ ໂດຍສະເພາະໄດ້ເຮັດໃຫ້ປະຊາຊົນດຳລົງຊີວິດດ້ວຍບັນຍາກາດທີ່ດີ.ປະຈຸບັນ,ໄດ້ຂະຫຍາຍ ໄຟຟ້າໄດ້ແລ້ວ 3 ເມືອງ ເຊິ່ງ ກວມ 57 ບ້ານ ຫຼື 22% ຂອງຈຳນວນບ້ານທັງໝົດ ແລະ ມີ 5.345 ຄອບຄົວເທົ່າກັບ 41,5% ຂອງຈຳນວນຄອບຄົວທົ່ວແຂວງໄດ້ຊົມໃຊ້ກະແສໄຟຟ້າຢ່າງຖາວອນ.ດ້ານໜຶ່ງກໍ່ໄດ້ດຳເນີນການສຳຫລວດອອກແບບ ແລະ ດຳເນີນການກໍ່ສ້າງເຂື່ອນໄຟຟ້າ ໂດຍຖື ເອົາການຮ່ວມມື ແລະ ປະສານງານກັບບັນດານັກວິຊາການ,ຜູ້ລົງທຶນເຂົ້າໃນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຕ່າງໆເຊັ່ນ:ການກໍ່ສ້າງເຂື່ອນ ໄຟຟ້າເຊຂະໝານ 3 , ການສຳຫລວດອອກແບບເຂື່ອນໄຟຟ້າເຊກອງ 4, ເຊກອງ 5, ເຊກອງ 3, ດາກອີມື ແລະ ເຊຂະໝານ 4 ຈາກຜົນຂອງການຮ່ວມມື ແລະ ປະສານງານຕາມພາ ລະບົດບາດ ແລະ ຕົວບົດກົດໝາຍ ນັ້ນຈຶ່ງເຮັດໃຫ້ໂຄງການຕ່າງໆດຳເນີນໄປຕາມແຜນການ ແລະ ຂັ້ນຕອນດັ່ງໃນບົດບັນທຶກສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ.ສ່ວນວຽກງານທໍລະນີສາດ-ບໍ່ແຮ່ນັ້ນ,ກໍ່ໄດ້ບັນລຸຫລາຍໆໂຄງການ ທີ່ໄດ້ຮັບອະນຸຍາດຈາກລັດຖະບານໂດຍສະເພາະແມ່ນ 6 ໂຄງການເຊັ່ນ: ໂຄງການສຳ ຫລວດຄຳເຄົ້າ ພູຕວງ ເມືອງກະລຶມໃນເນື້ອ ທີ່ 588 ກິໂລຕາແມັດ ດ້ວຍຍອດມູນຄ່າການລົງທຶນເຖິງ 4 ແສນໂດລາສະຫະລັດ ເປັນຂອງບໍລິສັດເຊກອງລີເວີມາຍນິງ ຈາກປະເທດອົດສະຕາລີ ປະຈຸບັນພວມຢູ່ໃນຂັ້ນຕອນການສຳຫລວດ, ໂຄງການສຳຫລວດບົກຊິດ ບ້ານດາກລານ-ຊຽງຫລວງ ເມືອງດາກຈຶງ ໃນເນື້ອທີ່ 25 ກິໂລຕາແມັດ ແມ່ນໄດ້ສຳເລັດການສຳຫຼວດແລ້ວ, ໂຄງການຊອກຄົ້ນສຳຫຼວດແຮ່ເຫຼັກ ບ້ານປະນອນ, ບ້ານອາບືນ ເມືອງກະລຶມໃນເນື້ອທີ່ 168 ກິໂລຕາແມັດ (ຍັງສືບຕໍ່ຂຸດຄົ້ນ), ໂຄງການຊອກຄົ້ນ ແລະ ສຳຫຼວດແຮ່ເຫຼັກ ຢູ່ບ້ານ ຕະນຶມ ເມືອງກະລຶມໃນເນື້ອທີ່ 64 ກິໂລຕາແມັດ (ພວມສືບຕໍ່ຊອກຄົ້ນ), ໂຄງການຊອກຄົ້ນແຮ່ເຫລັກ ຢູ່ເຂດບ້ານຊວງ ແລະ ບ້ານ ອາເວີນເມືອງກະລຶມໃນເນື້ອທີ່ 264 ກິໂລຕາແມັດ (ຍັງສືບຕໍ່ການສຳຫລວດ) ແລະ ໂຄງການສຳຫລວດຖ່ານຫີນ ຢູ່ບ້ານແກ້ງກຸຍ,ແກ້ງກວຽນ ເມືອງກະລຶມ ໃນເນື້ອທີ່ 20 ກິໂລຕາແມັດ (ກໍຍັງຢູ່ໃນ ໄລຍະສືບຕໍ່ຊອກຄົ້ນ). ທັງໝົດນັ້ນແມ່ນຜົນສຳເລັດໃນ ເບື້ອງຕົ້ນ ຂອງຂະແໜງພະລັງງານ-ບໍ່ແຮ່ ແຂວງເຊກອງທີ່ຍາດມາໄດ້ ແລະ ໄດ້ກາຍເປັນພື້ນຖານເພື່ອການຫັນເປັນອຸດສາຫະກຳ-ທັນສະໄໝຕາມທິດທາງພັກ-ລັດຖະບານໄດ້ກຳນົດອອກແຕ່ນີ້ຮອດປີ 2020 ລວມ ທັງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 2006-2010 ປະກອບດ້ວຍ 11ແຜນງານ,111 ໂຄງການໃນນັ້ນພະລັງງານບໍ່ແຮ່ໄດ້ຈັດຕັ້ງປະຕິບັດໃນແຜນງານທີ 4 ແລະ ມີ 5 ໂຄງການ. ທັງນີ້ທັງນີ້, ເຊື່ອແນ່ວ່າໂຄງການ ຕ່າງໆຫາກໄດ້ຮັບການອະນຸຍາດ ຈາກລັດຖະບານທັງໝົດ ຈະເຮັດໃຫ້ເສດຖະກິດແຂວງເຊກອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງປະກອບ ສ່ວນເຂາໃນການປະຕິບັດຄາດໝາຍ ລວມຄື:ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ.
ບາງວຽກງານຢູ່ໃນຂົງເຂດເສດຖະກິດເມືອງ ວີລະບູລີ
*ກ່ອນໜ້ານີ້ຫລາຍປີ ບາງຂະ ແໜງການໃນຂົງເຂດເສດຖະກິດ ຢູ່ ເມືອງວິລະບູລີ ແຂວງສະຫວັນນະ ເຂດພຽງແຕ່ໄດ້ຈັດຕັ້ງເປັນຮູບ ເປັນ ຮ່າງ ຂຶ້ນ ແລະ ບໍ່ທັນໄດ້ປະຕິບັດ ພາ ລະບົດບາດ, ໜ້າທີ່ ແລະ ສິດຂອງຕົນ ແຕ່ຢ່າງໃດເລີຍ ທັງນີ້ກໍເນື່ອງ ມາ ຈາກເງື່ອນໄຂ ທາງພາວະວິໄສ ແລະ ອັດຕະວິໄສບໍ່ທັນເອື້ອຍອຳນວຍ. ກ້າວຂຶ້ນສູ່ສະຕະວັດໃໝ່,ໂດຍສະ ເພາະແມ່ນເລີ່ມແຕ່ມີໂຄງການຂຸດ ຄົ້ນຄຳ-ທອງແດງ ເຊໂປນມານີ້ ເຫັນ ວ່າ ບາງຂະແໜງການໃນຂົງເຂດ ເສດຖະກິດຂອງເມືອງວິລະບູລີ ແມ່ນໄດ້ມີທວງທ່າ ໃໝ່ຫຼາຍຂຶ້ນ ກວ່າ ເກົ່າ, ເຊິ່ງສະແດງອອກໃຫ້ເຫັນ ສຳ ລັບ ຂະແໜງແຜນການ ແລະ ການ ລົງທຶນ. ໃນປີ 2007 ໄດ້ມີ ໂຄງການ ຂອງ ລັດ ແລະ ສາກົນທີ່ໄດ້ຈັດຕັ້ງ ປະຕິບັດ ຢູ່ເມືອງວິລະບູລີ ມີ 96 ໂຄງ ການ; ໃນນີ້ໄດ້ຈັດຕັ້ງປະຕິ ບັດສຳ ເລັດແລ້ວມີ 83 ໂຄງການ ແລະ ຍັງ ຄ້າງ 13 ໂຄງການ, ເຊິ່ງ ລວມມີໂຄງ ການກໍ່ສ້າງພື້ນຖານ ໂຄງລ່າງ ເປັນ ຕົ້ນແມ່ນຂະແໜງການ ກະສິກຳປ່າ ໄມ້, ໂຍທາທິການ ແລະ ຂົນສົ່ງ, ສາ ທາລະນະສຸກ, ການສຶກສາ. ສ່ວນ ວຽກງານການເງິນ ແມ່ນໄດ້ສູ້ ຊົນ ເກັບ ລາຍຮັບເຂົ້າງົບປະມານປະ ຈຳ ປີ 2007 ໄດ້ 933 ລ້ານກີບ ແລະ ມອບ ລາຍຈ່າຍງົບປະມານ ໃຫ້ເມືອງ ຄຸ້ມຄອງໃນການເບີກຈ່າຍຕາມ ແຜນການ ອະນຸມັດ ມີ 2,8 ຕື້ ກວ່າກີບ. ໃນ 9 ເດືອນ ຂອງ ສົກປີ 2007 ສາ ມາດເກັບລາຍຮັບໄດ້ 778 ລ້ານກວ່າ ກີບ; ໃນນັ້ນລາຍຮັບຈາກ ອາກອນມີ 538 ລ້ານກວ່າກີບ, ລາຍຮັບຈາກ ທີ່ດິນ ແລະ ເຮືອນມີ 121 ລ້ານກວ່າ ກີບ, ລາຍຮັບຈາກຊັບສິນ ມີ 118 ລ້ານກວ່າກີບ. ດ້ານລາຍຈ່າຍ ມີ 1,5 ຕື້ກວ່າກີບ, ໃນນັ້ນຈ່າຍເງິນ ເດືອນ ພື້ນຖານມີ 1 ຕື້ກວ່າກີບ, ເງິນ ອຸດໜູນ ນະໂຍບາຍ 143 ລ້ານກວ່າກີບ, ບໍລິ ຫານ 194 ລ້ານກວ່າກີບ, ຈ່າຍດັດ ສົມ ຂອງ ລັດ 128 ລ້ານກວ່າກີບ, ລາຍຈ່າຍບັງເອີນ 17 ລ້ານກວ່າ ກີບ ແລະ ລາຍຈ່າຍຊັບສົມບັດຄົງທີ່ ຮັບ ໃຊ້ບໍລິຫານ 13 ລ້ານກີບ. ທາງດ້ານວຽກງານອຸດສາຫະກຳ-ຫັດຖະກຳ ແລະ ການຄ້າ ແມ່ນໄດ້ ລົງ ເກັບກຳຂໍ້ມູນ ສ້າງແຜນພັດທະນາ ວຽກງານອຸດສາຫະກຳ ແລະ ຫັດຖະ ກຳ, ຊຸກຍູ້ ການຜະລິດເປັນສິນຄ້າ ຂອງ ຂົງເຂດໂຮງງານອຸດສາຫະ ກຳ ປຸງແຕ່ງຜະລິດຕະພັນໄມ້ພາຍ ໃນ ເມືອງ, ສືບຕໍ່ຊຸກຍູ້ການເຄື່ອນໄຫວ ຂອງ ກຸ່ມການຜະລິດຫັດຖະກຳ ຕ່ຳ ແຜ່ນ, ຕັດຫຍິບ ແລະ ຈັກສານໃຫ້ ເຄື່ອນໄຫວເປັນປົກກະຕິ. ໄດ້ກວດ ກາບັນດາໂຮງງານປຸງແຕ່ງໄມ້ ພາຍ ໃນເທສະບານເມືອງ ມີຈຳນວນ 126 ແຫ່ງ, ໃນນີ້ມີ ອັນດັບໜຶ່ງຖືກກົດໝາຍ 3 ແຫ່ງ, ຖືກກົດໝາຍ 2 ແຫ່ງ, ຍັງບໍ່ ຖືກກົດໝາຍ 1 ແຫ່ງ ແລະ ອັນດັບ 2 ມີ 13 ແຫ່ງ. ພ້ອມກັນນັ້ນ ແມ່ນ ໄດ້ຊຸກ ຍູ້ສົ່ງເສີມ ການຜະລິດເປັນສິນຄ້າ, ເພື່ອຕອບສະໜອງຕະຫລາດພາຍ ໃນ ຫລຸດຜ່ອນການລົງນຳເຂົ້າຈາກ ບ່ອນອື່ນ, ຄຸ້ມຄອງລາຄາສິນຄ້າ ໃນ ທ້ອງຕະຫລາດ ໃຫ້ມີການຄົງຕົວ. ການພົວພັນ ກ່ຽວກັບການຊື້ຂາຍ ພາຍໃນເມືອງ ກໍມີທ່າຂະຫຍາຍຕົວ; ໃນປີ 2007 ນີ້ ມີສິນຄ້າປະເພດຕ່າງໆ ຜ່ານເມືອງ ຫລາຍສົມຄວນ; ໃນນີ້ມີ ີເຂົ້າເປືອກໜຽວ 96.294ໂຕນ, ຄວາຍ ງົວ, ແບ້, ໝູ ມີຫລາຍກວ່າ 270 ໂຕນ, ປະເພດ ໂລຫະເຫລັກ 25,650 ໂຕນ. ພ້ອມກັນນັ້ນ. ວຽກງານພະລັງງານ-ບໍ່ແຮ່ ແມ່ນໄດ້ຂະຫຍາຍໄຟຟ້າແຮງ ຕ່ຳ ອອກຕື່ມ 3 ຈຸດ ເປັນຕົ້ນແມ່ນແຕ່ ເທສະບານເມືອງ ບ້ານລາດແດງ, ແຕ່ ບ້ານໂນນສົມບູນ- ບ້ານແກ້ງ ເກີກ, ແຕ່ບ້ານແກ້ງເຕົາ ເຖິງບ້ານ ນຳມະຮີ ແລະ ໄດ້ມີບ້ານໄດ້ໃຊ້ກະ ແສໄຟຟ້າ ແລ້ວມີ 15 ບ້ານ. ເພື່ອແນໃສ່ເຮັດໃຫ້ວຽກງານດັ່ງ ກ່າວໄດ້ເຄື່ອນໄຫວຖືກຕ້ອງຕາມ ລະບຽບກົດໝາຍ, ທັງຈັດຕັ້ງປະຕິ ບັດຢ່າງ ມີປະສິດທິຜົນ; ໃນປີ 2008 ນີ້ ຄະນະພັກເມືອງວິລະບູລີ ກໍມີທິດ ເພີ່ມທະວີ ໃນການຊີ້ນຳນຳພາ ໃນ ການຈັດຕັ້ງປະຕິບັດ ແລະ ສົ່ງເສີມ ນະໂຍບາຍ ໃນການລົງທຶນ ໃຫ້ໄດ້ດີ ທັງສອດຄ່ອງກັບແນວທາງ, ແຜນ ນະໂຍບາຍ ຂອງພັກວາງອອກ; ສືບ ຕໍ່ຕິດຕາມກວດກາຄືນການຈັດຕັ້ງ ປະຕິບັດໂຄງການສະເພາະແມ່ນ ໂຄງການຫລຸດຜ່ອນຄວາມທຸກຍາກ ແລະໂຄງການພັດທະນາເມືອງຂອງ ໂຄງການຂຸດຄົ້ນບໍ່ຄຳທອງແດງ ເຊໂປນ. ບໍ່ພຽງແຕ່ເທົ່ານັ້ນຍັງມີ ແຜນ ສູ້ຊົນປະຕິບັດລາຍຮັບເຂົ້າງົບ ປະ ມານ ໃຫ້ໄດ້ຕາມຕົວເລກແບ່ງ ປັນ ຂອງ ແຂວງ ມອບໝາຍໃຫ້ນັ້ນ, ເພີ່ມ ຄວາມເອົາໃຈໃສ່ ໃນການຄຸ້ມຄອງ ລາຍຮັບລາຍຈ່າຍຢ່າງເຂັ້ມງວດ, ໂດຍສະເພາະແມ່ນການເບີກຈ່າຍ ເງິນເດືອນ, ເງິນນະໂຍບາຍ ໃຫ້ເປັນ ປົກກະຕິ ແລະສະໜອງງົບປະ ມານບໍ ລິຫານໃຫ້ທວງທັນແຕ່ລະງວດ, ສືບ ຕໍ່ເກັບກຳສະຖິຕິ ໂຮງງານອຸດສາ ຫະກຳໂຟນີເຈີ, ໂຮງສີເຂົ້າ, ເຄື່ອງກົນ ຈັກຂະໜາດນ້ອຍພາຍ ໃນເມືອງໃຫ້ ສັດເຈນ; ຄຸ້ມຄອງການ ເຄື່ອນໄຫວ ຂອງຫົວໜ່ວຍທຸລະກິດຕ່າງໆ; ຕິດ ຕາມຄຸ້ມຄອງການເໜັງຕີງຂອງ ລາ ຄາສິນຄ້າປະ ເພດຕ່າງໆ ຢູ່ຕາມທ້ອງ ຕະຫລາດ; ເອົາໃຈໃສ່ຄຸ້ມຄອງ ບັນດາ ເຮືອນພັກ, ຫ້າງຮ້ານ ແລະ ສະຖານ ທີ່ບໍລິການຕ່າງໆ ໃຫ້ໄດ້ຕາມມາດ ຖານເພື່ອສາມາດ ຮອງຮັບນັກທ່ອງ ທ່ຽວ ແຂກພາຍ ໃນ ແລະ ຕ່າງປະ ເທດ ຕິດຕາມການເອົາໄຟຟ້າ ເຂົ້າບັນດາ ບ້ານເປົ້າໝາຍ ໂດຍສົມທົບກັບພະ ແນກ ອຸດສາຫະກຳຫັດຖະກຳ ແລະ ການຄ້າ ແຂວງ ສະຫວັນນະເຂດ ແລະ ບໍລິສັດທີ່ກ່ຽວຂ້ອງ. ທັງໝົດເຫຼົ່າ ນັ້ນແມ່ນ ເພື່ອແນໃສ່ ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາ ຊົນບັນດາ ເຜົ່າຢູ່ເມືອງດັ່ງກ່າວໄດ້ ຮັບການແກ້ ໄຂຢ່າງເຖິງຖອງ ./.
ພະລັງງານບໍ່ແຮ່ ທ່າແຮງສຳຄັນໃນການພັດທະນາປະເທດ
*ເປັນອີກໄລຍະທາງໜຶ່ງ ຂອງ ຂະແໜງການພະລັງງານ ແລະ ບໍ່ແຮ່; ດ້ວຍຄວາມບຸກບືນສູ້ຊົນສົກປີຜ່ານມາສາມາດບັນລຸຫລາຍຕົວເລກໃນກາພັດທະນາຂະແໜງການຂອງຕົນ ໄດ້ຢ່າງໂດດເດັ່ນ ອັນເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄືວຽກງານແກ້ໄຂຄວາມທຸກຍາກຕາມທິດທາງຂອງພັກ-ລັດຖະບານວາງອອກບັນລຸຜົນເປັນຈິງເທື່ອລະກ້າວ. ຂະແໜງການກ່ຽວຂ້ອງ ຊີ້ໃຫ້ເຫັນວ່າ ການພັດທະນາພະລັງງານ- ບໍ່ແຮ່ໃນສົກປີ 2007 ແລະ ທິດທາງ 2008 ນັ້ນ; ເພື່ອຮັບປະກັນໃຫ້ວຽກງານບັນລຸຕາມຈຸດປະສົງລະດັບຄາດໝາຍ, ກ່ອນອື່ນແມ່ນໄດ້ຖືເອົາການສືບຕໍ່ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຍຶດໝັ້ນ ການພັດທະນາຂະແໜງການ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ. ຢາກເຮັດແນວນັ້ນໃນຕໍ່ໜ້າ ຂະແໜງການດັ່ງກ່າວ ມີທິດສຸມໃສ່ກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດທີ່ດີ, ມີລະດັບວິຊາສະເພາະອັນແນ່ນອນ ເພື່ອ ຊຸກຍູ້ບັນດາໂຄງການທີ່ເຫັນວ່າເປັນທ່າແຮງທັງຮັບປະກັນການປົກປັກຮັກສາສິ່ງແວດລ້ອມ ເພື່ອນຳຜົນປະໂຫຍດອັນສູງສົ່ງມາສູ່ປະເທດຊາດ . ເວົ້າສະເພາະດ້ານພະລັງງານໄຟຟ້າຈະສູ້ຊົນ ຜະລິດກະແສໄຟຟ້າໃຫ້ບັນລຸ 3740,44 ລ້ານກິໂລວັດໂມງ ເພີ່ມຂຶ້ນ 8,41%; ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການຊົມໃຊ້ຂອງປະຊາຊົນເຂົ້າໃນການຜະລິດສິນຄ້າໃຫ້ໄດ້ຢ່າງກວ້າງຂວາງ ໂດຍສະເພາະກໍຄືເຂດຫ່າງໄກສອກຫລີກ, ເຂດຈຸດສຸມພັດທະນາຈະໄດ້ມີການສຸມໃສ່ຄົ້ນຄວ້າ ຂະຫຍາຍຕາໜ່າງໄຟຟ້າໃນລະດັບໃດໜຶ່ງໃຫ້ໄດ້ ເພື່ອ ຈະບັນລຸຄາດໝາຍຮອດປີ 2008, ຈຳນວນຄອບຄົວໃນທົ່ວປະເທດຈະຕ້ອງໄດ້ຊົມໃຊ້ໄຟຟ້າກວມເອົາ 64%, ປີ 2009 ກວມ ເອົາ 67% ແລະ ປີ 2010 ກວມ 70%. ນອກຈາກສຸມໃສ່ໃນການຂະຫຍາຍຕາໜ່າງໄຟຟ້າຕໍ່ຜູ້ຊົມໃຊ້ພາຍໃນແລ້ວ; ການຜະລິດໄຟຟ້າເພື່ອສົ່ງອອກກໍເປັນໜຶ່ງໃນປັດໄຈສຳຄັນ ຊຶ່ງໄດ້ມີແຜນຈະຈຳໜ່າຍໄຟຟ້າອອກຕ່າງປະເທດ ໃຫ້ໄດ້ 1972,67 ລ້ານກິໂລວັດໂມງ ມີມູນຄ່າ 90,50 ລ້ານໂດລາໄດ້ນັ້ນຈະໄດ້ມີການຊຸກຍູ້ ໂຄງການຕ່າງໆເຊັ່ນ: ໂຄງການນ້ຳເທີນ II, ໂຄງການເຊເສັດ 2, ນ້ຳງື່ມ 2, ເຊຂະໝານ 3, ນ້ຳລີກ 1-2, ນ້ຳງື່ມ 3 ແລະ 5, ນ້ຳຍອນ, ນ້ຳເທີນ 1 ໃຫ້ສຳເລັດຕາມແຜນການ ພ້ອມກະຕຸກໃຫ້ໄດ້ເລີ່ມລົງມືກໍ່ສ້າງ ໂຄງການນ້ຳເທີນຫີນປູນພາກຂະຫຍາຍ, ຫົງສາ ລິກໄນ, ນ້ຳງຽບ 1 ແລະອື່ນໆ. ຂະນະ ດຽວກັນກໍຈະສືບຕໍ່ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ NA RPD, REP1, ຊຸກຍູ້ ກໍ່ສາງສາຍສົ່ງ 115 ກິໂລໂວນ ປາກຊັນ-ທ່າແຂກ-ສະຫວັນນະເຂດ, ບ້ານຫາດ-ຊາຍແດນກຳປູເຈຍ, ເຊເສັດ 1- ສາລາວັນ, ສາຍສົ່ງ 115 ກິໂລໂວນ ນ້ຳງື່ມ5, ສະຖານນີນາບົງ-ສາຍສົ່ງ 500 ກິໂລໂວນ ກັບບັນດາປະເທດກຸມອາຊຽນ. ຈະເລັ່ງຊຸກຍູ້ ໂຄງການສາຍສົ່ງຊຽງຂວາງ-ຊຳເໜືອ, ອຸດົມໄຊ-ຜົ້ງສາລີ, ຫລວງນ້ຳທາ-ບໍ່ແກ້ວ ແລະ ອື່ນໆ ໂດຍສະເພາະຮັບປະກັນການກໍ່ສ້າງສາຍສົ່ງ 115 ກິໂລໂວນ ປາກຊັນທ່າແຂກໃຫ້ທັນເວລາ ເພື່ອຮັບໄຟຈາກເຂື່ອນນ້ຳເທີນ II ແລະ ສາຍສົ່ງ 230 ກິໂລໂວນຈາກນ້ຳລີກ-ຫີນເຫີບ-ທ່າລາດ - ນະຄອນຫລວງ ວຽງຈັນໃຫ້ທັນຮັບໄຟຈາກໂຄງການນ້ຳລີກ ແລະ ນ້ຳງື່ມ 5 ເພື່ອສະໜອງໃຫ້ນະຄອນຫລວງ ແລະ ເຂດພາກກາງ ແລະ ສືບຕໍ່ເຈລະຈາລາຄາຊື້ໄຟຟ້າ ໂຄງການ: ຫົງສາ ລິກໄນ, ນ້ຳງຽບ 1, ເຊປຽນ ເຊນ້ຳນ້ອຍ. ສຳລັບຂົງເຂດທໍລະນີສາດ-ບໍ່ແຮ່ແມ່ນຈະເລັ່ງໃສ່ການຜະລິດຂອງຂະແໜງບໍ່ແຮ່ໃຫ້ເພີ່ມຂຶ້ນປະມານ 0,6% ທຽບໃສ່ສົກປີ 2007, ກວມອັດຕາສ່ວນ 75,32 ຂອງມູນຄ່າການຜະລິດທົ່ວຂະແໜງການ ເພື່ອບັນລຸໃນເປົ້າໝາຍດັ່ງກ່າວ ຈະເນັ້ນໃສ່ການຄຸ້ມຄອງການປະຕິບັດສັນຍາຂອງບັນດາບໍລິສັດລົງທຶນ ໃຫ້ດຳເນີນຖືກຕ້ອງຕາມລະບຽບກົດໝາຍ ແລະ ສັນຍາທີ່ໄດ້ເຊັນກັນກັບລັດຖະບານຮັບປະກັນການປົກປັກຮັກສາສິ່ງແວດລ້ອມ ທັງຮັບປະກັນຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ແລະ ຕ້ອງມີສ່ວນຮ່ວມໃນການພັດທະນາທ້ອງຖິ່ນຊົນນະບົດ, ສ້າງທຸກເງື່ອນໄຂດຶງດູດການລົງທຶນຂອງຕ່າງປະເທດໃຫ້ໄດ້ນັບມື້ນັບຫລາຍ ດ້ວຍການສົ່ງເສີ່ມໃຫ້ມີການສ້າງໂຮງງານຫລອມໂລຫະ ເພື່ອສ້າງມູນຄ່າເພີ່ມ, ຫລຸດຜ່ອນ ແລະ ຫ້າມການສົ່ງອອກເປັນວັດຖຸດີບ, ໄປພ້ອມກັບສຳຫລວດຂຸດຄົ້ນແຮ່ເຫລັກ ຢູ່ແຂວງ ຊຽງຂວາງ ແລະ ແຮ່ບົກຊິດຢູ່ເຊ ກອງ ແລະ ຈຳປາສັກ ຊຸກຍູ້ການສຳຫລວດນ້ຳມັນ ແລະ ອາຍແກັດ, ອອກແຮງປັບປຸງພື້ນຖານນິິຕິກຳ, ວັດຖຸເຕັກນິກຂອງຂະແໜງທໍລະນີສາດ -ບໍ່ແຮ່, ອອກລະບຽບການ ແລະ ມາດຕະການທີ່ຮັດກຸມເພື່ອເປັນບ່ອນອີງໃນການຄຸ້ມຄອງ ຕິດຕາມກວດກາ ກິດຈະກຳບໍ່ແຮ່ໃຫ້ເຄື່ອນໄຫວມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ. ຢືນຢູ່ໃນໝາກຜົນທີ່ຍາດມາໄດ້ດັ່ງກ່າວເມື່ອ ສົມທຽບກັບຄວາມຮຽກຮ້ອງການແລ້ວກໍ່ຍັງມີຫລາຍຢ່າງເປັນຂໍ້ຄົງຄ້າງໂດຍສະເພາະກໍຄື ການຜະລິດກະແສໄຟຟ້າຮັບໃຊ້ພາຍໃນຍັງບໍ່ທັນພຽງພໍກັບຄວາມຕ້ອງ ການ ແລະ ການຜະລິດກະແສໄຟຟ້າເພື່ອສົ່ງອອກເຫັນວ່າຍັງຊັກຊ້າ ໄປ ຄຽງຄູ່ກັນນີ້ ການລົງທຶນຂອງພາກເອກກະຊົນໃນຂະແໜງການບໍ່ແຮ່ມີຈຳນວນຫລາຍຊ້ຳພັດຢູ່ໃນຂັ້ນຕອນຊອກຄົ້ນ, ສຳຫລວດ ແລະ ມີບາງໂຄງການແກ່ຍາວບໍ່ປະຕິບັດຕາມສັນຍາ; ດັ່ງນັ້ນເພື່ອພັດທະນາ ຂະແໜງການໃຫ້ມີບາດກ້າວນັບມື້ຂະຫຍາຍຕົວຢ່າງໜັກແໜ້ນ ສຳລັບໃນສົກປີ 2008 ນີ້ກໍ່ມີຫລາຍຕົວເລກ ແລະ ຫລາຍຄາດໝາຍເພື່ອກ້າວຂຶ້ນເປັນອຸດສາຫະກຳ ແລະ ທັນສະໄໝບັນຫາໜຶ່ງສຳຄັນຈະເຮັດໄດ້ໃນນີ້ ກໍຄືຈະຂະຫຍາຍຜູ້ຊົມໃຊ້ໄຟຟ້າໃຫ້ກວມເອົາ 64% ໃນຂອບເຂດທົ່ວປະເທດ./.
ອຸດົມໄຊກ້າວຫນ້າຫລາຍ ສ້າງບ້ານແລະກຸ່ມບ້ານພັດທະນາ
*ອຸດົມໄຊເປັນແຂວງຫນຶ່ງ ຊຶ່ງຕັ້ງຢູ່ໃຈກາງຂອງບັນດາ 5 ແຂວງພາກເຫນືອ ມີເນື້ອທີ່ທັງຫມົດ 15.370 ກິໂລແມັດ ມີຄວາມຫນາແຫນ້ນຂອງພົນລະເມືອງ ສະເລ່ຍ 18 ຄົນຕໍ່ກິໂລແມັດ. ເນື້ອທີ່ເປັນເຂດພູດອຍກວມເອົາ 85% ປະຊາຊົນ 80% ຍຶດຖືອາ ຊີບກະສິກຳ ແລະປ່າໄມ້ເປັນພື້ນຖານ ປະກອບມີ 7 ເມືອງ, 72 ກຸ່ມບ້ານ,ມີ 518 ບ້ານ, ມີ 44.479 ຄົວເຮືອນ,ມີພົນລະເມືອງ 270.627 ຄົນ, ຍິງ 133.662 ຄົນ, ມີ 14 ເຜົ່າຊົນ. ປະຈຸບັນ ແຂວງອຸດົມໄຊ ພວມປະກອບສ່ວນເຂົ້າໃນຂະບວນການຈັດຕັ້ງຜັນຂະ ຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກໍຄື ມະຕິກອງປະຊຸມໃຫຍ່ VI ອົງຄະນະພັກແຂວງຕົນ ແລະ ການພັດທະນາເສດຖະກິດ- ສັງູຄົມ ກໍສືບຕໍ່ ມີບັນຍາກາດແລະຂະຫຍາຍຕົວ ໃນທ່ວງທ່າດີຂຶ້ນ ຢ່າງຕໍ່ເນື່ອງ. ໂດຍເຫັນໄດ້ໃນລະດັບການຂະ ຫຍາຍຕົວຂອງເສດຖະກິດແມ່ນ 14% ທຽບ ໃສ່ປີຜ່ານມາ. ດ້ານກະສິ ກຳ-ປ່າໄມ້ເພີ່ມຂຶ້ນ5,8%ກວມ 47,3% ຂອງຈີດີພີ. ດ້ານອຸດສາຫະກຳເພີ່ມຂຶ້ນ 10,5% ກວມ 34,1% ຂອງຈີດີພີ, ດ້ານບໍລິການເພີ່ມຂຶ້ນ 27,5%, ກວມ 18,6% ຂອງຈີດີພີ, ລວມຍອດຜະລິດຕະພັນພາຍໃນ ປະຈຸບັນມີເຖິງ 1.179 ຕື້ກີບ, ສະເລ່ຍລາຍຮັບໄສ່ຫົວຄົນໄດ້ 447 ໂດລາສະຫະລັດຕໍ່ຄົນຕໍ່ປີ. ຜົນສຳເລັດພື້ນຖານດັ່ງກ່າວແມ່ນມາຈາກວຽກງານກໍ່ສ້າງຮາກຖານ, ການສ້າງບ້ານແລະກຸ່ມບ້ານ ພັດທະນາ ຊຶ່ງແມ່ນວຽກງານຫນຶ່ງທີ່ພັກ-ລັດ ຖືເປັນຍຸດທະສາດແລະການນຳ ແຂວງອຸດົມໄຊ ກໍໄດ້ຖືເປັນສຳ ຄັນ ທັງຈັດຕັ້ງປະຕິບັດເປັນລະບົບຕໍ່ເນື່ອງ, ໂດຍສະເພາະ ພາຍຫລັງທີ່ມີຄຳສັ່ງແນະນຳເລກທີ່ 09 ຂອງກົມການເມືອງ ສູນກາງພັກ ແລະ ຄຳສັ່ງແນະນຳເລກທີ່ 09 ຂອງນາຍົກລັດ ຖະມົນຕີ ກ່ຽວກັບການສ້າງບ້ານແລະ ກຸ່ມບ້ານ ພັດທະນາ ລວມທັງການຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍມະຕິ 064/ຄປພຂ ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານ ພັດທະ ນາ. ໃນທ້າຍປີ 2007, ໂດຍໄດ້ຮັບການຊີ້ນຳຂອງກົມການເມືອງ ສູນກາງພັກ ແລະຄະນະເລຂາທິການ ສູນກາງພັກ, ແຂວງອຸດົມໄຊ ໄດ້ເປັນເຈົ້າພາບ ເຮັດທົດລອງວຽກງານ ສ້າງບ້ານ ແລະ ກຸ່ມບ້ານ ພັດທະນາ ສຳລັບ 4 ແຂວງ ຂອງ ພາກເຫນືອຄື: ບໍ່ແກ້ວ,ຫລວງນ້ຳທາ, ຜົ້ງສາລີ ແລະ ອຸດົມໄຊ, ຊຶ່ງພາຍຫລັງທີ່ໄດ້ຮັບການຝຶກອົບຮົມເປັນເວລາ 1 ອາທິດ ໄດ້ລົງໄປນຳພາຈັດຕັ້ງ ເຮັດທົດລອງຕົວຈິງ ຢູ່ກຸ່ມບ້ານ ສີບຸນເຮືອງ ເມືອງຮຸນ ເປັນເວລາ 15 ວັນ, ມີພະນັກງານລົງທັງຫມົດ 176 ສະຫາຍ ແລະມາເຖິງເດືອນມັງກອນ ປີ 2008 ກໍໄດ້ຖອດຖອນບົດຮຽນ ໃນທົ່ວແຂວງຄືນໃຫມ່ ທັງໄດ້ຮັບຮອງເອົາແຜນ ການ ສືບຕໍ່ຫັນເອົາພະນັກງານຫລັກ ແຫລ່ງຂອງແຂວງ, ຂອງເມືອງລົງຢູ່ໃນ 9 ກຸ່ມ ບ້ານທີ່ເປັນຈຸດສຸມຂອງແຂວງ ແລະ ເມືອງ ເພື່ອນຳພາເຮັດຕົວຈິງຕາມ 3 ຂັ້ນຕອນ 5 ບ້ານກ້າວ, ໂດຍໃຊ້ເວລາ 30 ວັນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ມາຮອດປະຈຸບັນ ທົ່ວແຂວງອຸດົມໄຊ ໄດ້ສ້າງແຜນພັດທະນາບ້ານ, ກຸ່ມບ້ານ ແລະ ປັບ ປຸງ ລະບົບການເມືອງ ສຳເລັດແລ້ວ 10 ກຸ່ມ ບ້ານ ນຳໃຊ້ງົບປະມານ 584 ລ້ານກີບ. ໃນຈຳນວນ 10 ກຸ່ມບ້ານ ເປົ້າຫມາຍ ລວມມີ 68 ບ້ານ, ມີ 6.914 ຄົວເຮືອນ ມີພົນລະເມືອງ 42.656 ຄົນ.ບ້ານທີ່ມີເສັ້ນທາງລົດເຂົ້າເຖິງ 63 ບ້ານ ແລະບ້ານທີ່ຫ່າງໄກສອກຫລີກ 5 ບ້ານ. ໃນການລົງຮາກຖານ ສ້າງບ້ານ ແລະ ກຸ່ມບ້ານ ພັດທະນາຄັ້ງນີ້ແມ່ນໄດ້ນຳພາຈັດຕັ້ງປະຕິບັດ ສຳເລັດໃນ 4 ວຽກໃຫຍ່ຄື: 1 ນຳພາ ອຳ ນາດການປົກຄອງ-ປະຊາຊົນ ຜ່ານແຜນການແລະໂຄງການ, ນຳພາປະ ຊາຊົນ ເກັບກຳສະພາບຂໍ້ມູນຮອບ ດ້ານຂອງບ້ານເປັນຕົ້ນ ແມ່ນຂໍ້ມູນດ້ານສະຖິຕິພົນລະເມືອງ,ເສດຖະ ກິດ-ສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົກຄອງ, ສະ ພາບແວດລ້ອມ ພູມສາດ, 2 ກວດກາຄືນໃຫມ່ຫມົດ, ລະບົບກົງຈັກ ການ ຈັດຕັ້ງຕ່າງໆຢູ່ຂັ້ນບ້ານ ແລະ ກຸ່ມບ້ານ ພ້ອມທັງນຳພາປັບປຸງ ແກ້ໄຂບັນຫາທີ່ຍັງອ່ອນ ເປັນຕົ້ນແມ່ນຈັດຕັ້ງດຳເນີນຊີວິດ ການເມືອງຂອງທຸກການຈັດຕັ້ງ. 3 ເປີດຂະບວນ ການຮ່ຳຮຽນມະຕິຕ່າງໆ ແລະ ແນວທາງການເມືອງ ຂອງສູນກາງພັກ ຂອງແຂວງ ລະບຽບກົດຫມາຍຕ່າງໆໃຫ້ ປະຊາຊົນ 4 ນຳພາຂະບວນການອອກແຮງງານເກັບກູ້ຜົນຜະລິດ ຈັດຕັ້ງການສ້ອມແປງຖະຫນົນຫົນ ທາງ, ສ້ອມແປງຫ້ອງປະຊຸມ, ນ້ຳລິນ, ທຳ ຄວາມສະ ອາດແລະອື່ນໆ. ໃນ 10 ກຸ່ມບ້ານ ມີເນື້ອທີ່ນາທັງໝົດ 2.887 ເຮັກຕາ, ໃນນັ້ນນາແຊງ 57 ເຮັກຕາ, ເນື້ອທີ່ສວນ 7.024 ເຮັກ ຕາ. ມີຄວາຍ 5441 ໂຕ, ງົວ 4.625 ໂຕ, ຫມູ 9.039 ໂຕ, ແບ້ 1.536 ໂຕ ແລະ ສັດປີກ 105.639 ໂຕ. ປະຈຸບັນເຫັນໄດ້ວ່າ ມີຫລາຍຄອບຄົວເລີ່ມມີໜໍ່ແຫນງ ຜະລິດສິນຄ້າ, ຜ່ານການກວດກາໄດ້ມີຄອບຄົວຕົວແບບ ທີ່ມີລາຍຮັບແຕ່ 25 ລ້ານກີບຂຶ້ນໄປ ມີທັງຫມົດ 17 ຄອບຄົວ, ໃນນີ້ຢູ່ກຸ່ມບ້ານສີບຸນ ເຮືອງ ມີ 15 ຄອບຄົວ, ເດັ່ນໃນການປູກສາລີ ຊຶ່ງມີຄອບຄົວ ທີ່ສາ ມາດມີລາຍຮັບເຖິງ 168 ລ້ານກີບ ຄື ຄອບຄົວທ່ານ ອ່ອນສີ, ບ້ານໂພນສະຫວ່າງ, ຢູ່ກຸ່ມບ້ານຂວາງມີ 1 ຄອບຄົວ ເດັ່ນໃນການປຸກຫມາກໂມ, ອ້ອຍ ແລະ ຢູ່ກຸ່ມ ຫົວນ້ຳງາມີ 1 ຄອບ ຄົວ ເດັ່ນໃນການເຮັດກະສິກຳປະ ສົມປະສານ. ຜ່ານການຈັດຕັ້ງປະຕິ ບັດວຽກງານ ຫັນລົງກໍ່ສ້າງຮາກຖານ ການເມືອງ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາຈຶ່ງເຮັດໃຫ້ແຂວງ ອຸດົມໄຊສືບຕໍ່ມີສະເຖຍລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະ ຫງົບ ເປັນລະບຽບຮຽບ ຮ້ອຍ, ກົນອຸ ບາຍ ຫັນປ່ຽນ ໂດຍສັນຕິຂອງສັດຕູ ຖືກຕີຖອຍ, ເສດຖະກິດໄດ້ຮັບການພັດທະນາ ແລະ ເຕີບໂຕ ຢ່າງຕໍ່ເນື່ອງ, ຄວາມທຸກຍາກ ໄດ້ຮັບການເອົາໃຈໃສ່ແກ້ໄຂ ຫລຸດລົງໃນແຕ່ລະປີ ຄອບ ຄົວຕົວແບບ,ບ້ານຕົວແບບແລະ ປະຊາຊົນມີຢູ່ມີກິນ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ສະຕິເປັນ ເຈົ້າປະເທດຊາດ. ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຂອງປະຊາຊົນໄດ້ຮັບການເຊີດຊູ ແລະ ຍົກສູງຂຶ້ນເທື່ອລະກ້າວ.
ຈຳປາສັກ ເນັ້ນໃຫ້ ທຸກຄົນມີສ່ວນຮ່ວມຮັກສາສະພາບແວດລ້ອມ
* ທ່ານບຸນຄ້ຳ ໂພທິສານ ຫົວຫນ້າ ພະແນກ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ໃຫ້ສຳພາດໃນວັນທີ 5 ມິຖຸນາ 2008 ນີ້ວ່າ: ວັນທີ 5 ມິຖຸນາ ແມ່ນວັນສິ່ງແວດລ້ອມໂລກ ເຊິ່ງຈຸດປະສົງຂອງການສ້າງຕັ້ງວັນນີ້ຂຶ້ນມາກໍ່ເພື່ອເປັນການປຸກຈິດສຳນຶກ ແລະ ປຸກລະດົມໃຫ້ປະຊາກອນໂລກໄດ້ຫັນມາມີສ່ວນຮ່ວມ, ເພື່ອຮ່ວມແຮງຮ່ວມໃຈກັນປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນັ້ນແມ່ນຕ້ານກ່ຽວກັບບັນຫາໂລກຮ້ອນ, ເພາະວ່າບັນຫາໂລກຮ້ອນມັນເກີດຈາກສີມືມະນຸດເປັນຜູ້ສ້າງຂຶ້ນ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ທີ່ບໍ່ໄດ້ເອົາໃຈໃສ່ຕໍ່ບັນຫາສິ່ງແວດລ້ອມ ເຊິ່ງເຮັດໃຫ້ເກີດອາຍພິດເຮືອນແກ້ວຂຶ້ນ ແລະ ນັບມື້ນັບຫລາຍຂຶ້ນ ເຮັດໃຫ້ຊັ້ນໂອໂຊນ ຖືກທຳລາຍ ສົ່ງຜົນສະທ້ອນເຮັດໃຫ້ຊີວະນາໆພັນໃນໂລກຖືກຜົນກະທົບ ແລະ ຖືກທຳລາຍ ເຮັດໃຫ້ເກີດບັນຫາຕ່າງໆຕາມມາເປັນຕົ້ນ: ເຮັດໃຫ້ອຸນຫະພູມຂອງໂລກຫັນປ່ຽນ, ສະພາບດິນຟ້າອາກາດເກີດການປ່ຽນແປງ ເຊັ່ນ: ພາຍຸແຮງ, ຝົນຕົກຫນັກ-ນ້ຳຖ້ວມ, ແຫ້ງແລ້ງ, ນ້ຳກ້ອນໃນຂົ້ວໂລກເປື່ອຍ, ນ້ຳທະເລເພີ່ມປະລິມານຂຶ້ນ ແລະອື່ນໆ ເຊິ່ງທັງຫມົດນັ້ນແມ່ນເກີດມາຈາກບັນຫາໂລກຮ້ອນ. ດັ່ງນັ້ນ; ຈິ່ງໄດ້ມີການປຸກລະດົມແນວຄວາມຄິດຂອງປະຊາກອນໂລກໃຫ້ຫັນມາຮ່ວມແຮງຮ່ວມໃຈກັນຕ້ານບັນຫາໂລກຮ້ອນ, ສະເພາະໃນປີນີ້ໄດ້ມີຄຳຂວັນຢູ່ວ່າ : “ ຈົ່ງຮ່ວມແຮງຮ່ວມໃຈກັນຫັນປ່ຽນພຶດຕິກຳທີ່ເປັນການຫລຸດຜ່ອນການປ່ອຍອາຍກາກໂບນິກ” ໃນນັ້ນສະເພາະແຂວງ ຈຳປາສັກ ພວກເຮົາກໍ່ໄດ້ຈັດຕັ້ງໃຫ້ມີການສ້າງຂະບວນການໃຫຍ່ຂຶ້ນໃນວັນທີ 7 ມິຖຸນາ 2008 ນີ້ ຢູ່ເມືອງປາກເຊ ໂດຍເຮັດອະນາໄມຕາມກຸ່ມບ້ານ, ສຳນັກງານອົງການ, ຖະຫນົນຫົນທາງ ໂດຍການມີສ່ວນຮ່ວມຂອງທຸກໆພາກສ່ວນທາງພາກລັດ ແລະ ເອກະຊົນ ນັກຮຽນນັກສຶກສາ ຕະຫລອດຮອດປະຊາຊົນບັນດາເຜົ່າ; ສ່ວນບັນດາເມືອງຕ່າງໆໃນທົ່ວແຂວງກໍ່ຈະໄດ້ຈັດຕັ້ງປະຕິບັດຂະບວນການນີ້ຂຶ້ນເຊັ່ນດຽວກັນ ເພື່ອປະກອບສ່ວນເຂົ້າເຮັດໃຫ້ບັນຫາໂລກຮ້ອນຫລຸດຜ່ອນລົງ ໂດຍຈະໄດ້ໂຄສະນາປະຊາສຳພັນໃຫ້ທຸກໆພາກສ່ວນໃນສັງຄົມໄດ້ເຂົ້າມາມີສ່ວນຮ່ວມຢ່າງຈິງຈັງ. ໂອກາດດັ່ງກ່າວນີ້; ທ່ານ ບຸນຄ້ຳ ໂພທິສານ ຍັງໄດ້ຮຽກຮ້ອງໃຫ້ທຸກ ພາກສ່ວນໃນສັງຄົມຈົ່ງໄດ້ຫັນມາຮ່ວມແຮງຮ່ວມໃຈກັນຢຸດຕິການຖາງປ່າແບບຊະຊາຍ, ຢຸດຕິການນຳໃຊ້ຖົງຢາງ, ຫລຸດຜ່ອນການນຳໃຊ້ພະລັງງານເປັນຕົ້ນແມ່ນປະຢັດພະລັງງານໄຟຟ້າ, ນ້ຳມັນ ແລະອື່ນໆ. ພ້ອມນີ້ຫົວຫນ່ວຍທຸລະກິດທີ່ຈະລົງທຶນກໍ່ຕ້ອງໄດ້ເອົາໃຈໃສ່ຄຳນຶງເຖິງບັນຫາຂອງສິ່ງແວດລ້ອມ ເພື່ອຫລຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ທຸກໆ ໂຄງການທີ່ມາລົງທຶນຢູ່ ແຂວງຈຳປາສັກຕ້ອງຕິດພັນກັບສິ່ງແວດລ້ອມ ./.
ສັງລວມການຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃຫມ່ ໄລຍະ 20 ປີ
*ນັບແຕ່ປະເທດຊາດຂອງພວກ ເຮົາໄດ້ຮັບການປົດປ່ອຍເປັນຕົ້ນມາ ຖືໄດ້ວ່າ: ບັນດາທິດທາງຫນ້າທີ່ວຽກງານຕ່າງໆ ແມ່ນໄດ້ຮັບການປັບປຸງ ບູລະນະເປັນກ້າວໆມາ ໂດຍພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວເປັນຕົ້ນ: ການປັບປຸງລະບົບການເມືອງ-ການປົກ ຄອງ, ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ເຊິ່ງບັນຫາດັ່ງກ່າວ ໄດ້ກາຍເປັນຍຸດທະສາດອັນຍາວ ນານ ທີ່ພັກໄດ້ວາງອອກ. ໃນຊຸມປີ 1976 ໄລຍະຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງພັກເຊິ່ງໃນນັ້ນພັກໄດ້ເອົາໃຈໃສ່ຕໍ່ການປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງດ້ານກົງຈັກການປົກຄອງເປັນແຕ່ລະຂັ້ນ, ມາເຖິງຊຸມປີ 1978-1980 ພັກໄດ້ວາງທິດທາງການເສີມຂະຫຍາຍ ເສດຖະກິດ-ວັດທະນະທຳ ແລະ ມີແນວຄິດລິເລີ່ມກ່ຽວກັບຈິນຕະນາ ການແຫ່ງການປ່ຽນແປງໃຫມ່ ແລະ ໄດ້ນຳມາຄົ້ນຄວ້າໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ເພື່ອເຮັດໃຫ້ລະບົບເສດຖະ ກິດໄດ້ກ້າວສູ່ໄລ ຍະໃຫມ່. ປີ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໄດ້ວາງທິດທາງ ແລະຫນ້າທີ່ຕົ້ນຕໍຂອງໄລຍະຂ້າມຜ່ານ ເພື່ອກ້າວຂຶ້ນ ສັງຄົມນິຍົມ ເຊິ່ງໃນນັ້ນ, ພັກໄດ້ວາງພື້ນຖານກ່ຽວກັບກົນໄກການຄຸ້ມຄອງເສດຖະກິດແລະ ວາງທິດທາງ ແຫ່ງການດຳເນີນການປ່ຽນແປງໃຫມ່ຮອບດ້ານຢ່າງມີຫລັກການຂອງພັກ. ຈາກນັ້ນ, ມາເຖິງປີ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກໄດ້ວາງນະໂຍບາຍລະອຽດແຕ່ລະດ້ານໂດຍໄດ້ສະຫລຸບ ສັງລວມຈາກພຶດຕິກຳຕົວຈິງແຫ່ງການນຳພາ ແລະ ສັງລວມເປັນແນວທາງແຫ່ງການປ່ຽນແປງໃຫມ່ຢ່າງເປັນລະບົບ, ລະອຽດ, ຄົບຊຸດ ແລະຮອບດ້ານ. ສະນັ້ນ, ໂດຍເຫັນແຈ້ງຕໍ່ກັບໝາກ ຜົນແຫ່ງການຈັດຕັ້ງປະຕິບັດວຽກ ງານຕົວຈິງ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດບັນດາເນື້ອໃນແນວ ທາງແຫ່ງການປ່ຽນແປງໃຫມ່ຢ່າງມີຫລັກການຂອງພັກໄດ້ມີຫມາກຜົນດັ່ງນີ້: ຜ່ານ ໄລຍະ 20 ປີ ແຫ່ງກງານຈັດຕັ້ງປະຕິບັດແນວທາງປ່ຽນແປງໃຫມ່ພວກເຮົາສາມາດສະຫລຸບໄດ້ດັ່ງນີ້: ບັນຫາທີຫນຶ່ງ: ແນວ ທາງປ່ຽນແປງໃຫມ່ແມ່ນຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ຖືກກັບຄວາມມຸ່ງມາດປາດຖະຫນາຂອງປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະໄດ້ຮັບການສະຫນັບສະຫນູນຈາກພາຍໃນລະຕ່າງປະເທດຢ່າງກວ້າງຂວາງ, ທັງໄດ້ຊ່ວຍປັບປຸງເພີ່ມທະວີຄວາມເຊື່ອໝັ້ນຂອງທົ່ວປວງຊົນຕໍ່ການນຳພາຂອງພັກເຮົາ. ອັນນັ້ນໄດ້ເປັນປັດໄຈຮັບປະກັນສະເຖຍລະພາບທາງການ ເມືອງ ແລະ ຄວາມໝັ້ນຄົງຂອງລະ ບອບປະຊາທິປະໄຕ ປະຊາຊົນ. ບັນຫາທີສອງ: ແນວທາງປ່ຽນແປງໃຫມ່ໄດ້ສ້າງເງື່ອນໄຂແລະກາລະໂອກາດໃຫມ່ໃຫ້ແກ່ການຂຸດຄົ້ນກຳລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງຂອງສາກົນ ເຂົ້າໃນການພັດທະນາເຮັດໃຫ້ຄວາມອາດສາມາດບົ່ມຊ້ອນຂອງບັນດາ ພາກສ່ວນເສດ ຖະກິດໄດ້ຮັບການສົ່ງເສີມຢ່າງແຂງແຮງເຊິ່ງເຮັດໃຫ້ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະຂະຫຍາຍຕົວຕໍ່ເນື່ອງຕະຫລອດ ໄລຍະ 20 ປີ ດ້ວຍຈັງຫວະສະເລ່ຍ 6,2% ຕໍ່ປີ, ຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງປະ ຊາຊົນໄດ້ຮັບການປັບປຸລແລະຍົກສູງຂຶ້ນລື່ນ ແຕ່ກ່ອນຢ່າງຈະແຈ້ງ; ລວມຍອດຜະ ລິດຕະພັນພາຍໃນໄລຍະສະເລ່ຍຕາມຫົວຄົນແມ່ນເພີ່ມຈາກ 200 ໂດລາສະຫະລັດໃນປີ 1985 ມາເປັນເກືອບ 500 ໂດລາສະຫະລັດ ໃນປີ 2005. ໃນ 20 ປີທີ່ຜ່ານມາຜົນຜະລິດເຂົ້າໄດ້ເພີ່ມຂຶ້ນທົບເທົ່າ. ໂຄງປະກອບເສດ ຖະກິດໄດ້ມີການປ່ຽນແປງໄປຕາມທິດທີ່ຕັ້ງຫນ້າ, ອຸດສາຫະກຳໄດ້ຂະ ຫຍາຍຕົວດ້ວຍຈັງຫວະສະເລ່ຍບໍ່ຕ່ຳກວ່າ 10% ຕໍ່ປີ, ມີມູນຄ່າກວມເອົາ 28,2% ຂອງລວມຍອດຜະລິດຕະພັນພາຍໃນ.ຖ້າທຽບໃສ່ປີ 1985 ແມ່ນກວມເອົາອັດຕາສ່ວນ 13,5% ຂອງ GDP; ແຕ່ໃນປີ 2005 ໄດ້ເພີ່ມຂຶ້ນເປັນ 26,4%. ສ່ວນຜະລິດກະສິກຳໃນປີ 1985 ແມ່ນຍັງກວມ 70% ຂອງ GDP, ແຕ່ໄດ້ຫຼຸດລົງມາເປັນ 45,4% ໃນປີ 2005. ໃນ 20 ປີຜ່ານມາ, ການພັດທະນາໃນຂົງເຂດສັງຄົມ ແລະ ຊັບພະຍາ ກອນມະນຸດກໍ່ໄດ້ບັນລຸຜົນສຳເລັດອັນສຳຄັນໃນຫລາຍ ດ້ານ, ອັດຕາເຂົ້າຮຽກຂອງນັກຮຽນ-ນັກສຶກສາແຕ່ ຊັ້ນປະຖົມຈົນເຖິງມະຫາວິທະຍາໄລ ໄດ້ເພີ່ມຈາກ 38% ໃນປີ 1985 ເປັນ 54% ໃນປີ 2005. ອາຍຸຍືນສະເລ່ຍຂອງຄົນລາວໃນຊຸມປີ 1980 ມີພຽງ 50 ປີ, ແຕ່ມາໃນປີ 2005 ແມ່ນໄດ້ບັນລຸ 61 ປີ; ການນຳໃຊ້ນ້ຳສະອາດກວມ 67,2 % ຂອງຄອບຄົວໃນທົ່ວປະເທດ. ບັນຫາທີ ສາມ: ແນວທາງປ່ຽນ ແປງໃຫມ່ໄດ້ດຳເນີນທິດຢ່າງຖືກ ຕ້ອງກ່ຽວກັບການບູລະນະລະບົບການເມືອງປະຊາທິປະໄຕ ປະຊາຊົນ; ໃນ 20 ປີມານີ້ບົດບາດນຳພາແລະຄວາມເຊື່ອມໝັ້ນຂອງປະຊາຊົນຕໍ່ພັກໄດ້ຮັບການເຊີດຊູສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານກໍ່ຄືໃນທົ່ວສັງຄົມ, ພັກປະຊາຊົນປະຕິວັດລາວ ນັບມື້ນັບເຕີບໃຫຍ່ເຂັ້ມແຂງເຊິ່ງສະແດງອອກໃນການຮັບເອົາມະຫາຊົນຜູ້ກ້າວຫນ້າເຂົ້າພັກໄດ້ເພີ່ມຂຶ້ນ 103.590 ສະຫາຍ , ສະເລຍ—ແຕ່ລະປີເພີ່ມຂຶ້ນ 5.180 ສະຫາຍ; ຮາກຖານຫນ່ວຍພັກ—ໃນທົ່ວປະເທດມີທັງໝົດ 11.657ຫນ່ວຍເຊິ່ງມີສະມາຊິກພັກເຮັດຫນ້າທີ່ນຳພາຢູ່ໃນທຸກທ້ອງຖິ່ນຮາກຖານ ແລະທຸກຂົງເຂດວຽກງານ.ພ້ອມດຽວກັນນັ້ນ; ບັນດາອົງການອຳນາດແຫ່ງລັດ, ບັນດາອົງການຈັດຕັ້ງລະບົບການເມືອງເຊັ່ນ: ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນແລະສະຫະພັນນັກຮົບເກົ່າແຫ່ງຊາດ ກໍ່ໄດ້ຮັບການປັບປຸງໃຫ້—ເຂັ້ມແຂງ ແລະໄດ້ປະກອບສ່ວນຢ່າງຕັ້ງຫນ້າ—ເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ, ປັບປຸງແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເປັນກ້າວໆ.ຖັນແຖວພະນັກງານກໍ່ໄດ້ຮັບການບຳລຸງສ້າງ ໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບ.
ບໍລິຄັນ ຖືວຽກງານປ້ອງກັນຊາດປອງກັນຄວາມສະຫງົບ ຕິດພັນກັບການພັດທະນາ
*ເມືອງບໍລິຄັນ ເປັນເມືອງໜຶ່ງ ທີ່ບໍ່ທັນພົ້ນຈາກທຸກ ຢູ່ໃນບັນຊີ 47 ເມືອງທຸກຍາກທົ່ວປະເທດແລະ ນອນຢູ່ໃນ 6 ເມືອງຂອງ ແຂວງບໍລິ ຄຳໄຊ, ປະຈຸບັນພື້ນຖານໂຄງລ່າງຢູ່ ເມືອງບໍລິຄັນ ພວມໄດ້ຮັບການກໍ່ ສ້າງຢ່າງເປັນຂະບວນກວ້າງຂວາງ ເປັນຕົ້ນຖະໜົນຫົນທາງ, ເຄຫະສະ ຖານອື່ນໆ ຄຽງຄູ່ກັນນັ້ນ ໄດ້ຖືເອົາ ວຽກງານປ້ອງກັນຊາດປ້ອງກັນ ຄວາມສະຫງົບ ເປັນບັນຫາສຳຄັນ ໃນການພັດທະນາຕົວເມືອງ ສະແດງ ອອກ ຖ້າວ່າວຽກງານນີ້ບໍ່ໄດ້ຮັບ ຄວາມເອົາໃຈໃສ່ວຽກງານ ອື່ນໆກໍ ຈະພັດທະນາໄປໄດ້ຍາກ. ດັ່ງນັ້ນເມືອງບໍລິຄັນ ຈິ່ງຖືສຳ ຄັນເອົາວຽກງານ ປກຊ,ປກສ ຕິດ ພັນກັບການພັດທະນາໄປພ້ອມໆກັນ. ທ່ານ ເຄນ ລໍມະນີ, ເລຂາພັກແຂວງ ເຈົ້າເມືອງໆບໍລິຄັນໄດ້ກ່າວວ່າ: ເມືອງ ຂອງພວກເຮົາໄດ້ມີຄວາມສະ ຫງົບ ໜັກແໜ້ນ, ສັງຄົມມີຄວາມ ເປັນ ລະບຽບຮຽບຮ້ອຍ, ມີສະເຖຍລະ ພາບທາງດ້ານການເມືອງ, ກຳລັງ ປກຊ, ປກສ ທີ່ປະຈຳຢູ່ເມືອງ ແລະ ບ້ານ ກໍໄດ້ຮັບການບຳລຸງຝຶກແອບ ດ້ານຍຸດທະວິທີ ເປັນປະຈຳ ແລະ ບັນ ຫາສຳຄັນ ຄວາມເປັນເຈົ້າການ ເຝົ້າ ລະວັງ ດ້ານປະກົດການຫຍໍ້ທໍ້ ທີ່ອາດ ເກີດຂຶ້ນພາຍໃນເມືອງ, ລວມໄປເຖິງ ການສະກັດກັ້ນການໄປຫາກັນ ຂອງ ປະຊາຊົນແບບຊະຊາຍ ແລະ ສຳເລັດ ການເລີກຮື້ ສະນ້ຳຢູ່ເຂດນ້ຳ ລ້ານ, ໄດ້ກວດກາ ສຳມະໂນຄົວຕົວ ເລກຢູ່ ແຕ່ລະກຸ່ມບ້ານ ມີຄອບຄົວ ເພີ່ມຂຶ້ນ 110 ຄອບຄົວ ຈຳນວນພົນ 887 ຄົນ, ຍິງ 407 ຄົນ. ສະເພາະວຽກງານ ພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍ ໃນເມືອງ ແມ່ນໄດ້ສ້າງແຜນລົງທຶນ 2008-2009 ສະເໜີຕໍ່ລັດຖະບານ ຈຳ ນວນ 25ໂຄງການມູນຄ່າ 8,2 ຕື້ ກວ່າ ກີບ, ໄດ້ສ້າງແຜນໂຄງການສະເໜີຕໍ່ ລັດຖະບານລຸກຊຳບວກ ແລະ ລັດ ຖະບານລາວສ້າງແຜນໂຄງ ການສະ ເໜີຂໍກູ້ຢືມທຶນ ຈາກທະນາຄານນະ ໂຍບາຍຈຳນວນ 25 ໂຄງການມູນ ຄ່າ 20.020 ລ້ານກີບ ຖືວ່າ ສຳເລັດ ໂດຍພື້ນຖານ, ສັງລວມແຜນກຸ່ມ ບ້ານ ລວມ 41 ໂຄງການ ມູນຄ່າ 47,8 ຕື້ກວ່າກີບ, ໂຄງການພັດທະນາເສດ ຖະກິດ-ສັງຄົມໃນສົກປີ 2007- 2008 ນັ້ນ, ເມືອງໄດ້ຮັບອະນຸມັດ ແຜນການ ສົງທຶນມີ 8 ໂຄງການ (ລວມທັງໂຄງ ການໃໝ່ ແລະ ໂຄງການຊຳລະໜີ້) ລວມມູນຄ່າທັງໝົດ 14,3 ຕື້ກວ່າ ກີບ. ໄດ້ສ້າງຕັ້ງກອງທຶນແກ້ໄຂຄວາມ ທຸກຍາກ ໃຫ້ປະຊາຊົນໄດ້ 8 ບ້ານ, ກອງທຶນສິນເຊື່ອ ຂັ້ນບ້ານທີ່ ໄດ້ຮັບ ທຶນຊ່ວຍເຫລືອ ຈາກໂຄງການ ລາວ- ລຸກຊຳບວກ ປະຈຸບັນ ດຳເນີນຢູ່ 17 ບ້ານ, ໄດ້ຕິດຕາມ ກວດກາໂຄງການ ລົງ ທຶນຊ່ວຍເຫຼືອລ້າຂອງ ໂຄງການ ລາວ-ລຸກຊຳບວກ ເຫັນວ່າໄດ້ຮັບຜົນ ດີ ກວ່າເກົ່າ. ມາເຖິງເດືອນ 2 ປີ 2008 ປະຕິບັດງົບປະມານຂອງໂຄງເລັດ 72% ຂອງງົບປະມານທັງໝົດ. ເຈົ້າເມືອງບໍລິຄັນ ກ່າວຕື່ມວ່າ: ໄປຄຽງຄູ່ກັບຜົນງານດັ່ງກ່າວນັ້ນ ກໍ ຍັງມີ ບາງຈຸດທີ່ຍັງຄ້າງຄາ ແລະ ຈະ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ເປັນຕົ້ນ ຈະຕ້ອງໄດ້ປັບປຸງກຳລັງປະກອບ ອາວຸດໃຫ້ມີຄວາມ ເຂັ້ມແຂງຕື່ມອີກ ບາດກ້າວໜຶ່ງ, ການປຸກລະດົມຊຸກຍູ້ ການຜະລິດ ຂອງປະຊາຊົນ ໃຫ້ກາຍ ເປັນສິນຄ້າຍັງເຮັດບໍ່ທັນໄດ້ຢ່າງ ທົ່ວເຖິງ, ການຈັດຕັ້ງປະຕິບັດແຜນ ງານ, ໂຄງການ ຂອງເມືອງ ຍັງບໍ່ ທັນ ໄດ້ເປັນ ຂະບວນການກວ້າງຂວາງ ລົງສູ່ຮາກຖານ, ການສະໜອງງົບ ປະມານຈາກພາກລັດ, ເອກະຊົນ ກໍຄື ສາກົນ ເຂົ້າໃສ່ການປະຕິບັດບັນດາ ໂຄງການ ແລະ ການປ່ອຍສິນເຊື່ອ ເພື່ອການຜະລິດແກ້ໄຂຄວາມທຸກ ຍາກ ໃຫ້ປະຊາຊົນຍັງມີໜ້ອຍ, ຄວາມ ເປັນເຈົ້າການກຸ້ມຕົນເອງ, ເພິ່ງຕົນ ເອງ ຂອງປະຊາຊົນ ເຂດຊົນນະບົດ ຍັງບໍ່ທັນສູງ, ແນວຄິດເອື່ອຍອີງມັກ ງ່າຍຂອງຄອບງຳ, ການແກ້ໄຂບັນ ດາທີ່ດິນ ແລະ ການອອກໃບແຈ້ງທີ່ ດິນ ຍັງບໍ່ທັນເປັນລະບົບ, ການຜະ ລິດເຂົ້ານາປີ ເຖິງວ່າລື່ນຄາດໝາຍ ແຕ່ປະສິດທິຜົນບໍ່ສູງ, ການລັກລອບ ຕັດໄມ້ທຳລາຍປ່າ, ການຖາງປ່າ ເຮັດໄຮ່ປູກເຂົ້າ-ປູກໄມ້ຢູ່ເຂດຫວງ ຫ້າມຍັງເກີດມີຫລາຍ ໃນບາງທ້ອງ ຖິ່ນ. ເຖິງຢ່າງໃດກໍຕາມ ເມືອງບໍລິ ຄັນ ຈະເອົາໃຈໃສ່ສູ້ຊົນໃນການພັດ ທະນາ ເສດຖະກິດ-ສັງຄົມ ແຕ່ປີ 2006-2010 ໃຫ້ມີຄວາມສອດຄ່ອງ ແລະ ສາມາດປະຕິບັດໄດ້, ເອົາໃຈ ໃສ່ປະສານສົບທົບກັບຂະແໜງການ ແລະຄະນະຮາກຖານປັບປຸງ ແລະ ສ້າງແຜນໂຄງການພັດທະນາກຸ່ມ ບ້ານໃຫ້ມີຄວາມສອດຄ່ອງ, ຈັດຫາ ແຫລ່ງທຶນເຂົ້າໃສ່ຢ່າງ ເໝາະສົມ ./.
ສະພາບແວດລ້ອມແລະເສດຖະກິດໂລກ
* ການຂະຫຍາຍຕົວຂອງໂລກ ແມ່ນກຳລັງຫລຸດຜ່ອນຄວາມໄວລົງເມື່ອປະເຊີນກັບວິກິດການ ດ້ານການເງິນອັນໜັກໜ່ວງ. ການສະລໍໂຕ ແມ່ນເກີດຫລາຍທີ່ສຸດໃນບັນດາປະ ເທດທີມີເສດຖະກິດກ້າວໜ້າ, ໂດຍສະເພາະແມ່ນ ສ.ອາເມລິກາ, ເມື່ອຕະ ຫລາດດ້ານທີ່ພັກອາໄສ ໄດ້ສືບຕໍ່ກົດດັນດ້ານການເງິນ. ພ້ອມດຽວກັນນັ້ນ ບັນດາປະເທດຢູ່ໃນເອີຮົບຕາເວັນຕົກກໍ່ມີການເຕີບໂຕຊ້າລົງເຊັ່ນກັນ. ປະເທດທີ່ມີເສດຖະກິດກຳລັງພັດທະນາແມ່ນມີຜົນກະທົບໜ້ອຍ ຈາກການພັດທະນາຕະຫລາດການເງິນ ແລະ ສືບຕໍ່ຂະຫຍາຍ ຕົວໃນຈັງ ຫວະຂ້ອນຂ້າງໄວ, ຊຶ່ງນຳໂດຍ ສປ ຈີນ ແລະ ອິນເດຍ ເຖິງແມ່ນວ່າໃນເບື້ອງຕົ້ນກິດຈະກຳຕ່າງໆໃນບາງປະເທດຈະດຳເນີນໄປຊ້າກໍ່ຕາມ. ໃນເວລາດຽວກັນ, ຕົວເລກເງິນເຟີ້ແມ່ນໄດ້ເພີ່ມຂຶ້ນໃນທົ່ວໂລກ, ຊຶ່ງ ຖືກກະຕຸ້ນໂດຍລາຄາອາຫານ ແລະ ພະລັງງານທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນບັນດາປະເທດທີ່ພັດທະ ນາຕົວເລກເງິນເຟີ້ໄດ້ເພີ່ມຂຶ້ນໃນຫລາຍ ເດືອນມໍ່ໆ ມານີ້ ເຖິງແມ່ນວ່າການເຕີບໂຕກຳລັງຢູ່ໃນຈັງຫວະຊ້າ ລົງຍ້ອນໄດ້ຜົນກະທົບຈາກການ ເຕີບໂຕຢ່າງແຮງ ຂອງຄວາມຕ້ອງ ການດ້ານພະລັງງານ ແລະ ອາຫານ ຂອງ ຜູ້ຊົມໃຊ້. ຕະຫລາດສິນຄ້າໃຊ້ສອຍ ໄດ້ສືບຕໍ່ຂະຫຍາຍຕົວຢ່າງແຮງຈາກບັນດາເສດຖະກິດກຳລັງພັດທະນາ, ຊຶ່ງ ຫລັກໆ ແມ່ນມາຈາກການເພີ່ມຂຶ້ນຂອງຄວາມຕ້ອງການສິນຄ້າໃຊ້ສອຍໃນຫລາຍໆປີມໍ່ໆມານີ້, ໄດ້ກາຍ ເປັນໂຕຂັບເຄື່ອນໃນການເຮັດໃຫ້ລາຄາເພີ່ມຂຶ້ນ, ໃນຂະນະທີ່ຄວາມຕ້ອງການຂອງນ້ຳມັນໃບໂອດີເຊວໄດ້ເຮັດໃຫ້ລາຄາຂອງຜົນລະປູກສິນຄ້າອຸປະໂພກສູງຂຶ້ນ. ໃນເວລາດຽວກັນ, ການດັດປັບການສະໜອງ ຕໍ່ກັບລາຄາທີ່ສູງຂຶ້ນແມ່ນຊັກຊ້າ; ທີ່ໜ້າສັງເກດແມ່ນນ້ຳມັນ ແລະ ສິນຄ້າໃນບັນດາຕະຫລາດໄດ້ຫລຸດລົງ ໃນໄລຍະກາງຫາໄລຍະຍາວ. ການເພີ່ມຂຶ້ນຂອງລາຄາສິນຄ້າໃນໄລຍະນີ້ ສ່ວນໜຶ່ງ ແມ່ນເກີດຈາກ ບັນດາປັດໄຈດ້ານການເງິນ, ເມື່ອສິນຄ້າໃຊ້ສອຍເພີ່ມຂຶ້ນ ຫລາຍເທົ່າກັບເປັນອີກທາງເລືອກໜຶ່ງຄືກັບປະເພດຊັບສິນ. ຄວາມຕົກຕື່ນດ້ານການເງິນ ໄດ້ ເກີດຂຶ້ນເມື່ອເດືອນ ສິງຫາ ປີ 2007, ເມື່ອຕະຫລາດອະສັງຫາລິມະຊັບ ຂອງສະຫະລັດ ບໍ່ເປັນໄປຕາມເປົ້າ ໝາຍ, ໂດຍການເພີ່ມຂຶ້ນຂອງເຮືອນຊານເປັນໄປໃນທາງລົບໄດ້ລະບາດຢ່າງໄວ ແລະ ຄາດເດົາບໍ່ໄດ້ເຖິງ ຄວາມເສຍຫາຍຕໍ່ຕະຫລາດ ແລະ ບັນ ດາສະຖາບັນຕ່າງໆ ທີ່ເປັນຈຸດແກນກາງ ຂອງລະບົບການເງິນ. ການທີ່ບໍ່ລົງລອຍກັນໄດ້ເຮັດໃຫ້ມີການຈຳ ກັດດ້ານສະພາບຄ່ອງພາຍໃນຕະ ຫລາດທະນາ ຄານພາຍໃນດ້ວຍກັນ, ເຮັດໃຫ້ຄວາມພຽງພໍດ້ານເງິນທຶນ ອ່ອນແອລົງ ໃນບັນດາທະນາຄານໃຫຍ່ໆ ແລະ ໄດ້ກະຕຸ້ນໃຫ້ມີການວາງລາຄາຄືນໃໝ່ກ່ຽວກັບຄວາມສ່ຽງໃນທົ່ວປະເພດເຄື່ອງມືທາງການເງິນສະພາບຄ່ອງຍັງແມ່ນ ບັນຫາທີ່ໜ້າເປັນຫ່ວງຢູ່, ເຖິງແມ່ນວ່າໄດ້ມີການຕອບໂຕ້ຢ່າງຕັ້ງໜ້າໂດຍບັນດາທະ ນາຄານກາງ, ໃນຂະນະທີ່ມີຄວາມ ເປັນຫ່ວງກ່ຽວກັບຄວາມສ່ຽງດ້ານສິນເຊື່ອໄດ້ທະວີຂຶ້ນ ແລະ ໄດ້ຂະ ຫຍາຍໄປໄກກ່ວາຂະແໜງຕະຫລາດ ສິນເຊື່ອຊັ້ນສອງ. ລາຄາຂອງເງິນທຶນໄດ້ຖືວ່າເປັນ ສັນຍານກ່ຽວກັບ ເສດຖະກິດອ່ອນແອ ທີ່ໄດ້ທະວີຂຶ້ນ ແລະ ຕະຫລາດເງິນທຶນ, ຕະຫລາດ ເງິນຕາຍັງມີຄວາມເຫນັງຕີງ. ການບໍ່ມີການຈັດສັນດ້ານການເງິນ ແລະ ການທີ່ບໍ່ສາມາດຄວບຄຸມໄດ້ລ້ວນແຕ່ມີຜົນສະທ້ອນເຖິງທະ ນາຄານ ແລະ ຊ່ອງທາງສະໜອງສິນເຊື່ອທີ່ບໍ່ແມ່ນທະນາຄານໃນບັນດາ ປະເທດທີ່ມີເສດຖະກິດກ້າວໜ້າ ແລະ ຫລັກຖານໄດ້ຢັ້ງຢືນວ່າມີການບີບ ຮັດສິນເຊື່ອລົງເປັນວົງກວ້າງ, ແຕ່ວ່າຍັງບໍ່ທັນເຖິງຂັ້ນວິກິດດ້ານສິນເຊື່ອ. ມາດຕະຖານການກູ້ຢືມ ຂອງທະນາຄານ ໃນສະຫະລັດ ແລະ ເອີຮົບຕາເວັນອອກແມ່ນກຳລັງຮັດກຸມ. ການປະກັນໄພ ຂອງຫລັກຊັບທີ່ເປັນໂຄງສ້າງຖືກຈຳ ກັດ ແລະ ການ ລະບາດຂອງໜີ້ສິນບໍລິ ສັດໄດ້ເພີ່ມຂຶ້ນຢ່າງແຮງ. ຜົນກະທົບໜັກໜ່ວງທີ່ສຸດແມ່ນ ຢູ່ໃນສະຫະລັດ ແລະ ມີສ່ວນເຮັດໃຫ້ການແກ້ໄຂບັນ ຫາຕະຫລາດທີ່ພັກອາໄສຍິ່ງຫຍຸ້ງຍາກກວ່າເກົ່າ. ໃນຢູໂລກຕາເວັນຕົກ, ຜູ້ກະ ຈາຍບັນຫາຕົ້ນຕໍແມ່ນຜ່ານທະນາ ຄານທີ່ປະເຊີນໂດຍກົງກັບຫລັກຊັບ ຄ້ຳປະກັນຊັ້ນສອງຂອງສະຫະລັດ ແລະ ການແຊກແຊງເຂົ້າໃນທະນາ ຄານພາຍໃນ ແລະ ຕະຫລາດຫລັກຊັບທີ່ເປັນໂຄງສ້າງ.
ຄວາມກົດດັນດ້ານຕະຫລາດການເງິນໃນຫວ່າງບໍ່ດົນມານີ້ ຍັງໄດ້ມີຜົນກະທົບຕໍ່ຕະຫລາດເງິນຕານຳອີກ. ອັດຕາແລກປ່ຽນມີຜົນຕົວຈິງ ສຳລັບເງິນໂດລາສະຫະລັດ ແມ່ນໄດ້ຫລຸດລົງຢ່າງໄວວາຕັ້ງແຕ່ກາງປີ 2007 ເມື່ອການລົງທຶນຕ່າງປະເທດໃນພັນທະບັດຂອງສະຫະລັດ ແລະ ເງິນທຶນໄດ້ຫລຸດລົງຢ່າງໜ້າຕົກໃຈ ຍ້ອນ ຂາດຄວາມໝັ້ນໃຈໃນດ້ານສະ ພາບຄ່ອງ ແລະ ຜົນຕອບແທນຂອງຊັບສິນ ແລະ ການເຕີບໂຕເສດຖະກິດຂອງສະຫະລັດທີ່ອ່ອນລົງ ແລະ ການຕັດອັດຕາດອກເບ້ຍ. ການຫລຸດລົງຂອງມູນຄ່າເງິນໂດລາໄດ້ກະຕຸ້ນການສົ່ງອອກ ແລະ ເຮັດໃຫ້ການຂາດດຸນການຄ້າຫລຸດລົງເຫລືອຕ່ຳ ກ່ວາ 5% ຂອງ GDP ໃນງວດ 4 ຂອງ ປີ 2007, ຫລາຍກວ່າ 1% ຂອງ GDP ຕ່ຳກວ່າຈຸດສູງສຸດໃນປີ 2006. ຕົ້ນຕໍສ່ວນໜື່ງຕໍ່ການຫລຸດລົງຂອງເງິນດອນລາກໍ່ແມ່ນການແຂງຄ່າ ຂຶ້ນຂອງເງິນຢູໂລ, ເງິນເຢັນ ແລະ ເງິນລອຍຕົວຂອງສະກຸນເງິນອື່ນໆ ເຊັ່ນ: ເງິນໂດລາການາດາ ແລະ ບາງ ສະກຸນເງິນໃນບັນດາເສດຖະກິດທີ່ກຳ ລັງຮຸ່ງເຮືອງ. ເຖິງແນວໃດກໍ່ຕາມ ການເໜັງຕີງຂອງອັດຕາແລກປ່ຽນ ກໍ່ບໍ່ໄດ້ມີຜົນກະທົບພໍເທົ່າໃດ ສຳລັບ ບາງປະເທດທີ່ມີບັນຊີການຄ້າເກີນ ດຸນຫລາຍເຊັ່ນ: ປະເທດຈີນ ແລະ ບັນ ດາປະເທດທີ່ມີການສົ່ງອອກນ້ຳມັນ ໃນຕາເວັນອອກກາງ. ການກະຈາຍວິກິດການໂດຍກົງ ສູ່ບັນດາເສດຖະກິດກຳລັງຮຸ່ງເຮືອງ ແລະ ກຳລັງພັດທະນາໄດ້ມີການປາ ກົດອອກໜ້ອຍກວ່າເມື່ອທຽບໃສ່ໃນ ໄລຍະຜ່ານມາກ່ຽວກັບຄວາມເຈັບ ປວດດ້ານຕະຫລາດການເງິນສາກົນ, ເຖິງແມ່ນວ່າກະແສເງິນທຶນໄຫລ ເຂົ້າໃນຫລາຍໆເດືອນມໍ່ໆມານີ້ມີ ຈຳນວນເບົາບາງລົງ ແລະ ການປະ ກັນໄພກິດຈະກຳໄດ້ມີກວດກາຄວບ ຄຸມ. ມີຫລາຍປະເທດທີ່ອີງໃສ່ການ ກູ້ຢືມຂ້າມແດນໄລຍະສັ້ນຢ່າງໜັກ ໜ່ວງແມ່ນໄດ້ຮັບຜົນກະທົບຢ່າງ ໃຫຍ່ຫລວງ. ການກະຈາຍການຄ້າ ຈາກການສະລໍຕົວລົງໃນບັນດາ ເສດຖະກິດທີ່ກ້າວໜ້າ ໄດ້ຖືກຈຳກັດ ແລະ ເຫັນໄດ້ຢ່າງຊັດແຈ້ງໃນເສດ ຖະກິດທີ່ມີການຄ້າຢ່າງຫລວງ ຫລາຍກັບສະຫະລັດ. ດ້ວຍເຫດນັ້ນ, ການເຕີບໂຕໃນບັນດາເສດຖະກິດ ທີ່ກຳລັງຮຸ່ງເຮືອງ ແລະ ເສດຖະກິດ ທີ່ໄດ້ພັດທະນາແລ້ວ ໂດຍລວມແມ່ນ ຍັງສືບຕໍ່ເຂັ້ມແຂງ ແລະ ສົມດຸນທົ່ວ ພາກພື້ນ, ເນື່ອງຈກມີຫລາຍໆປະ ເທດຍັງປະເຊີນກັບການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ທີເກີດຈາກການ ເພີ່ມຂຶ້ນຂອງລາຄາອາຫານບໍລິ ໂພກ, ລາຄານ້ຳມັນ ແລະຄວາມ ຕ້ອງ ການພາຍໃນທີ່ເຂັ້ມແຂງ. ຈຸດພື້ນຖານຂອງຄວາມຍືດຍຸ່ນ ຂອງບັນດາເສດຖະກິດທີ່ກຳລັງຮຸ່ງ ເຮື່ອງ ແລະ ເສດຖະກິດກຳລັງພັດ ທະນາແມ່ນ ການເພີ່ມຂຶ້ນຂອງການ ຮວບຕົວກັນເຂົ້າໃນເສດຖະກິດ ໂລກ ແລະ ພື້ນຖານຂອງການເພີ່ມ ຂຶ້ນຂອງລາຄາສິນຄ້າໃຊ້ສອຍ ຊຶ່ງ ໄດ້ກະຕຸ້ນການສົ່ງອອກ, ການລົງ ທຶນຕ່າງປະເທດໂດຍກົງ. ການ ລົງ ທຶນພາຍໃນໃນບັນດາປະເທດສົ່ງ ອອກ ສິນຄ້າຊົມໃຊ້ໃນລະດັບທີ່ໃຫ່ຍ ກວ່າຊ່ວງໄລຍະເວລາທີ່ມີການຂະ ຫຍາຍຕົວໃນເມື່ອກ່ອນ. ດັ່ງທີ່ໄດ້ອະ ທິບາຍໃນພາກທີ 5, ບັນດາຜູ້ສົ່ງອອກ ສິນຄ້າໃຊ້ສອຍສາມາດສ້າງຄວາມ ຄືບໜ້າໄປສູ່ການອີງໃສ່ຄວາມຫຼາກ ຫລາຍໃນການສົ່ງອອກ, ລວມເຖິງ ການເພີ່ມຂຶ້ນຂອງການສົ່ງອອກສິນ ຄ້າໂຮງງານ ແລະ ອັດຕາສ່ວນຂອງ ການຄ້າຂາຍໃນບັນດາເສດຖະກິດທີ່ ກຳລັງຮຸ່ງເຮືອງ ແລະ ກຳລັງພັດທະ ນາໄດ້ເພີ່ມຂຶ້ນ. ການສ້າງກອບວຽກ ເສດຖະກິດມະຫາພາກໃຫ້ເຂັ້ມແຂງ ແລະ ໄດ້ປັບປຸງສະພາບແວດລ້ອມ ຂອງສະຖາບັນໄດ້ກາຍເປັນປັດໄຈ ທີ່ສຳຄັນຢູ່ເບື້ອງຫລັງຂອງການພັດ ທະນາທີ່ດຳເນີນໄປໄດ້ດ້ວຍດີເຫລົ່າ ນີ້ ຊຶ່ງຜົນອອກມາຄືການປະຕິບັດ ງານການ ຂະຫຍາຍຕົວຂອງບັນດາ ເສດຖະກິດທີ່ກຳລັງຮຸ່ງເຮືອງ ແລະ ກຳລັງພັດທະນາ ແມ່ນໄດ້ຫລຸດຜ່ອນ ການຂຶ້ນກັບຮອບວຽນເສດຖະກິດ ຂອງປະເທດທີ່ພັດທະນາແລ້ວ, ເຖິງ ແມ່ນວ່າການກະຈາຍຜົນກະທົບຍັງ ບໍ່ທັນໄດ້ຖືກລົບລ້າງຢ່າງຈະແຈ້ງ./.
ຫົວພັນບັນລຸ 7 ຂະບວນການ 3 ຄາດຫມາຍ
*ແຂວງຫົວພັນ ເປັນແຂວງທີ່ ມີ ຊາຍແດນ ຕິດກັບບັນດາ ແຂວງພາກ ເຫນືອຂອງ ສສ. ຫວຽດນາມເຊັ່ນ: ແຂວງ ເຊີນລາ, ແທງຮວາ, ເງ້ອານ ແລະຕິດກັບແຂວງຊຽງຂວາງ, ແຂວງ ຫລວງພະບາງ. ໃນຊຸມປີຜ່ານ ມາສະພາບການຂອງ ໂລກ ກໍຄືພາກ ພື້ນໄດ້ມີການຜັນແປ ໄປຢ່າງສັບສົນ ນັ້ນ, ຢູ່ແຂວງ ຫົວພັນ ກໍຍ່ອມເກີດມີ ການຫຍໍ້ທໍ້ຕ່າງໆ ຂຶ້ນ, ໂດຍສະເພາະ ບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ກຸ່ມຄົນບໍ່ດີຈຳນວນຫນຶ່ງ ສວຍ ໂອກາດກໍ່ຄວາມບໍ່ສະຫງົບ ສວຍໃຊ້ ການໂຄສະນາທາງດ້ານສາສະຫນາ, ແບ່ງແຍກຄວາມສາມັກຄີ ບັນດາ ເຜົ່າ ດ້ວຍຫລາຍຮູບການ, ເຮັດໃຫ້ ປະຊາຊົນ ຈຳນວນຫນຶ່ງ ທີ່ຢູ່ຫ່າງ ໄກ ສອກຫລີກ ຮູ້ເທົ່າບໍ່ ເຖິງການຈິ່ງ ໄດ້ ຫລົງເຊື່ອຕໍ່ຄຳໂຄສະນາ, ບິດເບືອນ ໃສ່ຮ້າຍປ້າຍສີ ຂອງກຸ່ມຄົນ ບໍ່ດີນັ້ນ. ແຕ່ເຖິງຢ່າງໃດກໍຕາມ ໂດຍໄດ້ ຮັບການຊີ້ນຳໆພາຢ່າງໃກ້ສິດ ຈາກ ຄະນະພັກ ກະຊວງ ກໍຄືຄະນະພັກ ປະ ຈຳພັກແຂວງ, ບວກກັບການນຳພາ ປະຕິບັດຕົວຈິງຂອງຄະນະພັກຄະ ນະບັນຊາຂັ້ນຕ່າງໆ ໃນກຳລັງປ້ອງ ກັນຄວາມສະຫງົບ ແລະ ປະຊາຊົນ ແຂວງຫົວພັນ ກໍຍັງຮັກສາໄດ້ມູນ ເຊື້ອຄວາມຫມັ້ນທ່ຽງ, ມູນເຊື້ອ ຄວາມສາມັກຄີ ອັນແໜ້ນແກ່ນ, ມີ ຄວາມເຂັ້ມແຂງທາງດ້ານການເມືອງ, ເຊິ່ງໃນປີຜ່ານມາ ກຳລັງປ້ອງກັນ ຄວາມສະຫງົບ ໄດ້ເອົາໃຈໃສ່ຈັດຕັ້ງ ປະຕິບັດຫນ້າທີ່ວຽກງານໂດຍອີງ ໃສ່ 7 ຂະບວນການ 3 ຄາດຫມາຍ ເຊັ່ນ: ກຳແຫນ້ນສະພາບການ ກົນອຸ ບາຍການເຄື່ອນໄຫວ ຂອງ ພວກສັດ ຕູ, ຫັນເອົາພະນັກງານ ລົງປະຕິບັດ ຫນ້າທີ່ຢູ່ຂັ້ນຮາກຖານ ທ້ອງຖິ່ນ ຢ່າງ ຕໍ່ເນື່ອງ; ໃກ້ສິດຕິດແທດ ກັບປະຊາ ຊົນ, ສຶກສາອົບຮົມປັບປຸງກຳລັງ ປ້ອງກັນຄວາມສະຫງົບຂັ້ນຮາກ ຖານ; ກໍ່ສ້າງຂະຫຍາຍ ປກສ ກຸ່ມ ບ້ານ ພະນັກງານນັກຮົບ ໃນຖັນແຖວ ປະກອບອາວຸດໃຫ້ມີຄວາມເຂັ້ມ ແຂງ ຫນັກແຫນ້ນ ທາງການເມືອງ, ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ຫນ້າທີ່ ວຽກງານ, ເຊື່ອມຊຶມກຳແຫນ້ນແນວ ທາງນະໂຍບາຍຂອງພັກ ລະບຽບ ກົດຫມາຍຂອງລັດວາງອອກ. ແຕ່ ລະໄລຍະພະນັກງານນັກຮົບມຄວາມ ສະດຸ້ງໄວ, ມີການຫັນປ່ຽນທາງດ້ານ ແນວຄິດ; ມີຄວາມບຸກບືນ ຫ້າວຫັນ ຕໍ່ຫນ້າທີ່ວຽກງານ ທັງໄດ້ປະສານ ງານກັບພາກສ່ວນທີ່ກ່ຽວຂ້ອງເປັນ ຕົ້ນ ໄດ້ປະສານສົມທົບ ກັບອົງການ ໄອຍາການປະຊາຊົນ ແຕ່ລະຂັ້ນ ໃນ ການແກ້ໄຂຄະດີຕ່າງໆ ທີ່ມີຄະດີເກີດ ຂຶ້ນ 100 ກວ່າລາຍ, ໄດ້ກັກຕົວມາ ດຳ ເນີນຄະດີໄດ້ 65 ຄົນ, ມີຄະດີ ອາຍຸ 124 ລາຍ, ກັກຜູ້ ຕ້ອງຫາມາດຳເນີນ ຄະດີ 32 ຄົນ, ຍິງ 5 ຄົນ ໃນນັ້ນມີຄະດີ ເສດຖະກິດ, ຄະດີຢາເສບຕິດ, ຄະດີ ອຸບັດເຫດ ຕາມທ້ອງຖະຫນົນ ແລະ ມີຄະດີຟ້ອງຮ້ອງ ຂອງປະຊາຊົນ ພົນລະເມືອງ ອີກຈຳນວນຫນຶ່ງ. ຢຶດ ຂອງກາງ ຢາເສບຕິດ ປະເພດ ຕ່າງໆ ໄດ້ເຊັ່ນ: ເຮໂຣອິນ 1.620 ກຣາມ, ຢາບ້າ 16.580 ກວ່າເມັດ, ຢາຝິ່ນ 6.800 ກຣາມ ພ້ອມທັງອຸປະກອນ ຮັບໃຊ້ເຂົ້າໃນການເຄື່ອນໄຫວ ດັ່ງ ກ່າວ ມີລົດກະບະ ວີໂກ 2 ຄັນ, ລົດ ຈັກ 10 ຄັນ, ກ້ອງຖ່າຍຮູບ 1 ເຄື່ອງ, ສາຍຄໍຄຳຫນັກ ສອງສະຫລຶງ 1 ເສັ້ນ, ເງິນກີບ 4,8 ລ້ານກີບ, ເງິນ ໂດລາ 3.081 ໂດລາ, ເງິນດົງ 5 ລ້ານ 2 ແສນ 3 ຫມື່ນ ດົງ ແລະ ເງິນ ດົງ ປອມ 4 ລ້ານ 8 ແສນດົງ, ນອກນັ້ນ ອ້າຍນ້ອງປ້ອງ ກັນຄວາມສະຫງົບ ແຂວງຫົວພັນ ຍັງໄດ້ເອົາໃຈ ໃສ່ຄຸ້ມ ຄອງພົນລະເມືອງ, ລົງກວດກາການ ການຕັ້ງພູມລຳເນົາ ຂອງປະຊາຊ