ຂ່າວພາຍໃນປະເທດ

ຄະນະພັກທຸກຂັ້ນຕ້ອງເອົາໃຈໃສ່ຈັຕັ້ງນຳພາວຽກງານກວດກາປະຈຳເດືອນ

*ການ​ກວດກາ​ແມ່ນ​ຫນຶ່ງ​ໃນ​ພາ ລະ​ບົດບາດນຳພາ​ຂອງ​ພັກ, ທຸກ​ການ ຈັດ​ຕັ້ງ​ຂອງ​ພັກ​ຕ້ອງ​ດຳ​ເນີນ​ວຽກ​ງານ​ກວດກາ​ການ ຈັດ​ຕັ້ງ​ຂອງ​ພັກ​ທຸກ​ຂັ້ນ ​ແລະ ​ສະມາ​ຊິກ​ພັກ​ທຸກ​ສະ ຫາຍ​ຕ້ອງ​ຢູ່ພາຍ​ໃຕ້​ການ​ກວດກາ​ຂອງ​ພັກ.
ຄະນະ​ພັກ​ເປັນ​ຜູ້​ຊີ້ນຳ-ນຳພາ​ໂດຍ​ກົງ​ຕໍ່​ວຽກງານ​ກວດກາ, ມີ​ຄວາມ​ຮັບຜິດຊອບ​ນຳພາ ການ​ປະຕິ ບັດ​ຫນ້າ​ທີ່​ກວດກາ​ຂອງ​ບັນດາ​ການ ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ​ທຸກ​ສະ ຫາຍ ​ໃນ​ການ​ປະຕິບັດ​ມະຕິ, ຄຳ​ສັ່ງ,​ແນວທາງ, ​ແຜນ​ນະ​ໂຍບາຍ, ກົດ​ລະ ບຽບ​ຂອງ​ພັ​ກ ​ແລະ ມະຕິ​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ຂັ້ນ​ຕົ້ນ.
ຄະນະ​ກຳມະການ ກວດກາ​ພັກ​ແຕ່ລະ​ຂັ້ນ​ມີ​ພາລະ​ບົດບາດ​ແລະ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປ້ອງ​ແນວທາງ, ນະ​ໂຍບາຍ, ກົດ​ລະບຽບ​ຂອງ​ພັກ ​ແລະ​ກົດໝາຍ​ຂອງ​ລັດ, ດຳ​ເນີນ​ການ​ກວດກາ ​ເປັນ​ປົກກະຕິເພື່ອ​ສົ່ງ​ເສີມ​ດ້ານ​ຕັ້ງຫນ້າ, ​ແກ້​ໄຂ​ດ້ານ​ຫຍໍ້​ທໍ້, ສຶກສາ​ອົບຮົມ​ສະມາຊິກ​ພັກ​ແລະ​ພະນັກງານໃຫ້​ປະຕິບັດ​ລະບຽບ ວິ​ໄນຂອງ​ພັ​ກ ແລະ ກົດໝາຍ​ຂອງ​ລັດ ຄົ້ນຄວ້າ ສະ​ເຫ​ນີລົງ​ວິ​ໄນ ຕໍ່​ຜູ້​ກະທຳ​ຜິດ​ກົດ​ລະບຽບ​ພັກ, ປົກ​ປ້ອງ ​ແລະ ​ສົ່ງ​ເສີມ​ຜົນ​ປະ​ໂຫຍ​ດຂອງ​ສະມາຊິກ​ພັກ.
​ ເວົ້າ​ເຖິງ​ລະບົບ​ກົງຈັກ​ການຈັດ​ຕັ້ງ​ຂອງ​ຄະນະ​ກຳມະການ​ກວດກາ​ມີ​ດັ່ງນີ້:
​ - ຄະນະ​ກຳມະການ​ກວດກາ ​ແຕ່ ລະ​ຂັ້ນປະກອບ​ມີ: ປະທານ, ຮອງ​ປະ ທານ​ແລະ​ກຳມະການ ຈຳນວນ​ຫນຶ່ງ ​ເຊິ່ງ​ແມ່​ນກຳມະການ ຄະນະ​ພັກ ​ແລະ​ອີກ​ຈຳນວນ​ຫນຶ່ງ ບໍ່​ແມ່ນ​ກຳມະການ​ຄະນະ​ພັກ, ປະທານ ​ແລະ ​ຮອງ​ປະ ທານຄະນະ​ກຳມະການ​ກວດກາ​ແຕ່ລະ​ຂັ້ນ.
- ບັນຫາ​ທີ່​ສຳຄັນ ​ແລະ ​ຜູ​້ຈັດ​ຕັ້ງ​ເຕົ້າ​ໂຮມ​ສະມາ​ຊິກ​ພັກ​ເຂົ້າ​ຮ່ວມ​ວຽກ​ງານ​ກວດກາ​ປະຈຳ​ອາທິດ,​ເດືອນ ​ໂດຍ​ແມ່ນ​ຫນ້າ​ທີ່​ໂດຍ​ກົງ​ ຂອງ​ສະຫາຍ ​ເລຂາຫນ່ວຍ​ພັກ ຫລື ຮອງ​ເລຂາ ​ເມື່ອ​ເລຂາ ຕິດ​ທຸລະເພື່ອ​ພາກັນ​ດຳ​ເນີນ​ການ​ສຳ​ຫລວດ​ກວດ ກາ​ຄະນະ​ພັກ-ສະມາຊິກ​ພັກທຸກໆ​ສະ ຫາຍ​ໃນ​ສຳນັກງານຫນ່ວຍ​ງານ​ຂອງ ​ຕົນ, ​ເພື່ອ​ຈຸດປະສົງ​ເປົ້າຫມາຍ​ຕ້ອງ​ກວດກາ​ຄືນ​ທັງ​ໝົດ ​ສະພາບ​ການເຄື່ອນ​ໄຫວ ​ໄລຍະ 1 ອາທິດ ຫລື 1 ເດືອນ. ຕີ​ລາຄາ​ຫລັງ​ສະພາບ​ລວມ​ແລະ​ສັງ​ເກດ​ລົງ​ເລິກ​ການ​ເຄື່ອນ​ໄຫວ​ປະຕິບັດ​ຫນ້າ​ທີ່​ແຕ່​ລະສະ​ຫາຍ ສະ​ມາ​ຊິກ​ພັກ:
- ສະຕິ​ຕໍ່​ການຈັດ​ຕັ້ງ​ພາຍ​ໃນ​ໜ່ວຍ​ງານກົມ​ກອງ​ຕົນ​ເອ​ງມີ​ຄວາມ​ເຂັ້ມ​ງວດ​ຄື​ແນວ​ໃດ.
- ປະຕິບັດ​ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ມີ​ຄວາມ​ເພິ່ງ​ພໍ​ໃຈ-​ເບ​ີກບານ​ມ່ວນ​ຊື່ນ​ສຳໃດ.
- ຄວາມ​ຮັບຜິດຊອບ​ຕໍ່​ເນື້ອ​ໃນ​ເອກະສານ, ຮັກສາ​ຄວາມ​ລັບ (ປິດ​ລັບ) ເດັດຂາດ​ບໍ່​ໃຫ້​ຕົກ​ເຮ່ຍ​ເສຍ​ຫາຍ​ຢ່າງ​ຊະຊາຍ.
- ມີຄວາມ​ສາມັກຄີ ພາຍ​ໃນ​ຫມູ່​ຄະນະ,​ ເພື່ອນ​ສະຫາຍ ດ້ວຍ​ກັນ​ທັງ​ເພດ​ຍິງ-ຊາຍ, ​ເຄົາລົບ​ນັບຖື​ຊຶ່ງ​ກັນ​ແລະ​ກັນ​ສາມັກ​ຄີ​ຕໍ່​ພາຍ​ນອກ ອ້ອມ​ຂ້າງ​ຂະແຫນ​ງການ​ຕົນ​ເອງ ​ແລະ​ສາມັກຄີ​ກັບ​ສາກົນ ປະ​ຕິ​ບັດ​ໄດ້​ດີ ແລະ ຖືກຕ້ອງ, ​ໂດຍ​ສະ​ເພາະ ​ເພື່ອນ​ມິດ​ ຍຸດ​ທະ​ສາດ​ ຂອງ​ພັກ-ລັດ​ເຮົາ. ພ້ອມ​ກັນ​ຢັ້ງ​ຢືນ​ຄືນ​ຫລັງ​ໝົດ​ໃຫ້​ສັດຕະ​ວິພາກ, ນັບ​ທັງ​ດ້ານ​ດີ, ອ່ອນ, ຄົງ​ຄ້າງ, ທຸກ​ຄົນ​ຕ້ອງ​ພາ​ກັນ​ໃຊ້​ສິດ​ ປະຊາທິປ​ະ​ໄຕ ຕຳ​ນິຕິ​ຊົມ​ຊ່ວຍ​ເຫລືອ​ກໍ່ສ້າງ​ເຊິ່ງກັນແລະ​ກັນ ບົນ​ພື້ນຖານ​ພາກັນ​ເຮັດ​ສຳ​ເລັດ​ຫນ້າທີ່ການ​ເມືອງ​ຂອງ​ພັກ-ລັດ​ແລະ ປະຊາຊົນ​ມອບຫມາຍ​ໃຫ້.
ກົງ​ກັນຂ້າມ ຖ້າ​ມີ​ສະຫາຍ​ໃດ​ໃນ​ຄະນະ​ພັກ​ສະມາຊິກ​ພັກ​ຝ່າຝືນ​ກົດ​ລະ ບຽບຂອງ​ພັກ, ລະ​ເມີດ​ຂໍ້​ກຳນົດ​ກົດ ໝາຍ​ຂອງ​ລັດ, ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ມີ​ແນ​ວຄິດ​ສໍ້​ລາດ​ບັງ​ຫລວງ-ສໍ້​ຫຼວງ​ບັງ​ລາດ ຈະ​ຕ້ອງ​ປະຕິບັດ​ມາດ​ຕະ ການ​ອັນ​ສຽບ​ຂາດ, ປະ​ຕິ​ບັດ​ວິ​ໄນ​ຢ່າງ​ສະ​ສົມ​ຕາມ​ກົດ​ລະບຽບ​ຂອງ​ພັກ​ວາງ​ອອກ​ຢ່າງ​ເດັດຂາດ, ກົງກັນ ຂ້າມຖ້າສະຫາຍ​ໃດ ພາກ​ສ່ວນ​ໃດ ສ້າງ​ຜົນງານ​ດີ​ເດັ່ນ​ເປັນ​ແບບຢ່າ​ງ ອັນ​ດີ​ເລີດ​ຈະ​ຕ້ອງ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ແລະ​ຈ​ົດຈຳຈາລຶກ​ບຸນ ຄຸນ​ໄວ້​ຕະຫລອດ​ໄປ./.

​ອອກ​ແຮງ​ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນພັກ ​ໃຫ້​ແຫ​ນ້ນ​ແກ່ນ ສາມັກຄີ​ທົ່ວ​ປວງ​ຊົນ​ໃຫ້​ກວ້າງຂວາງ

*ຄຳ​ສັ່ງສອນ​ອັນ​ອະ​ມະຕະ​ຂອງ​ທ່ານ ປະທານ ​ໄກສອນ​ພົມ​ວິ ຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຢ່າ​ງສູງ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ທີ່​ໄດ້​ໃຫ້ການ​ສຶກສາ​ອົບຮົມ​ຕໍ່ພະນັກ ງານ​ການ​ນຳ​ທຸກ​ລະດັບ, ທຸກ​ຂັ້ນ​ແລະ ບັນດາ​ສະຫາຍ​ສະມາຊິກ​ພັກ​ນັບ​ທັງ​ລຸ້ນ​ເກົ່າ, ​ລຸ້ນ​ໃຫມ່,​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ການ​ດຳ​ເນີນ​ການ​ສຳມະ​ນາ​ແຕ່​ລະ ຄັ້ງ ເພິ່ນ​ເຄີຍ​ຍົກ​ຂຶ້ນບັນຫານີ້ ຂຶ້ນ ກ່ອນ ກ່ອນຈະ​ໄປ​ຫາ​ເນື້ອ​ໃນ​ລະ ອຽດ​ຂອງ​ວາລະ​ປະຊຸມ ບັນຫາ​ທີ່ ເປັນ​ຂອດ​ຕັດສິນ​ວກວ່າ​ທຸກໆ ບັນ ຫາ​ນຳພາ​ຂອງ​ການ​ປະຕິວັດ​ນັ້ນ ກໍ່​ຄື: “ທົ່ວ​ພັກ,ທົ່ວ​ກອງທັບ, ທົ່ວ​ປວງ​ຊົນລາວ ບັນດາ​ເຜົ່າ​ຈົ່ງ​ອອກ​ແຮງ​ຮັກສາ​ມູນ​ເຊື້ອຄວາມ​ສາມັກຄ ີ​ທົ່ວ​ທັງ​ຊາດ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ຕັ້ງຫນ້າ​ປົກ​ປັກ​ຮັກສາ ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ ພາຍ​ໃນ​ພັກ ​ໃຫ້​ແໜ້ນ​ແກ່​ນຕະຫລອດ​ກາ ລະ​ນາ”.
ສະ​ນັ້ນ ພວກ​ເຮົາ​ຈົ່ງ​ຫວນ​ຄືນ ກ່ອນ​ນີ້ 50 ປີ ກວ່າ​ທີ່​ຜ່ານ​ມາ ​ແລະ​ພ້ອມກັນ ​ເປັນ​ເອ​ກະພາບ​ຮັບຮອງ ຜົນງານ​ອັນ​ໃຫຍ່​ຫລວງ​ທັງ​ຮັບ​ຮູ້​ໃນ​ລະດັບ​ສູ​ງສຸດ ວ່າ​ໄຊຊະນະ​ຂອງ​ການ​ປະຕິວັດ​ຊາດ​ປະຊາທິປະ​ໄຕ ຊ່ວງ 30 ປີ ຄືນ​ຫລັງ, ບັນດາ​ສະ ຫາຍ​ກົມ​ການ​ເມື​ອງສູນ​ກາງ​ພັກ​ເຄີຍ​ຕັ້ງ​ຄຳ​ຖາມ​ໄວ້​ວ່າ​: ຂະ​ບວນ ການ​ປະຕິວັດ ຕໍ່ສູ້​ກູ້ຊາດ ຕ້ານ​ກັບ​ພວກ​ຈັກກະພັດ​ຜູ້​ຮຸກ​ຮານ ແລະ​ໂຄ່ນ​ລົ້ມ ປະຕິ​ການລາວ ​ຂາຍ​ຊາດ ຈຶ່ງ​ໄດ້ຮັບ​ໄຊຊະນະສາມາດຍຶດອຳ ນາດອະທິປະ​ໄຕ ນຳ​ເອົາ​ຄວາມ​ສົມ ບູນ​ພູມ​ສຸກ​ມາ​ໃຫ້​ປະຊາຊົນ.
ຄຳ​ຕອບ​ນັ້ນ​ກໍ່​ຄື: ຄະນະບໍລິ​ຫານ​ງານ​ສູນ​ກາງ​ພັກ​ໃນ​ນັ້ນ​ມີ​ທ່ານ ປະທານ ​ໄກ​ສອນ ພົມວິຫານ ​ເປັນ​ແກນ​ນຳ,ຍາມ​ໃດ​ກໍ່​ຍຶດໝັ້ນ ທັດສະ ນະ​ປະຕິວັດ,ນຳ​ໃຊ້​ລັດທິ​ມາກ-​ເລ​ນິນ ດ້ວຍ​ຍຸດ​ທະວິ​ທີ​ໄຫວພິບ, ກ່ອນ​ອື່ນ​ໝົດ​ຈະ​ຕ້ອງ​ເປີດ​ກວ້າງ​ ຄວາມ​ສາມັກ​ຄີ​ກັບ​ທຸກໆ​ຊົດ​ຊາດ, ຊົນ​ເຜົ່າ ທຸກ​ສາ​ສະຫນາ ພາຍ​ໃນ​ຊາດ ​ແລະ​ເປີດ​ປະຕູ​ອອກ​ສູ່​ໂລກ​ພາຍ​ນອກ​ບໍ່​ຈຳ​ແນ​ກລະບອບ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ ​ຫັນ​ຫນ້າ​ເຂົ້າມາ​ຮ່ວມ​ມື​ມີ​ແນວ​ຄິດ​ຈິດ​ໃຈ​ສະ​ຫນັບ​ສະ​ຫນູ​ນ ອຸ້ມ​ຊູ​ ຊ່ວຍ​ເຫລືອ ​ການ​ປະຕິວັດ​ຊາດ ປະຊາທິປ​ະ​ໄຕ ກໍ​ຄື​ການ​ສ້າງ ສາພັດທະນາ​ປະ​ເທດ​ຊາດ.
ບັນຫາ​ທີ່​ຜູ້​ຂຽນ​ບໍ່ມີ​ວັນ​ໃດ​ຈະ​ຫລົງ​ລືມ​ໄດ້​ນັ້ນ​ກໍ່​ຄື: ບັນດາ​ສະຫາຍ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເຄີຍ​ແນະນຳ​ພັກ​ເຕືອນ​ຢູ່​ບໍ່​ແລ້ວ​ບໍ່​ເຊົາ ຈັກ​ເທື່ອ. ຢາກ​ໃຫ້​ພັກ​ປະຊາຊົນ​ປະຕິວັດ​ລາວ​ຈະ​ຍືນ​ຍົງ​ຄົງ​ຕົວ​ ແລະ ຂະຫຍາ​ຍຕົວ​ຕະຫລອດ​ໄປ​ຈະ​ຕ້ອງ​ສາມັກຄີ​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ: ຫວຽດນາມ, ກຳ​ປູ​ເຈຍ ​ແລະ ສປ.ຈີນ ​ແລະ ບັນດາ​ເພື່ອນ​ມິດສາ​ກົນ​ໃນ​ໂລກ.
​ ແຕ່​ມີ​ບາງ​ບັນ​ຫາ​ຄວນ​ເອົາ​ໃຈ​ໃສ່​ທີ່​ກ້ຽວ​ພັນ​ເຖິງ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ,ຈົ່ງ​ສຶບຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ແນວ ທາງ​ປ່ຽ​ນ​ແປງ​ໃຫມ່​ຢ່າງຮອບ ດ້ານ ​ແລະ​ ມີ​ຫລັກການ​ຂອງ​ພັກ​ຄື: ກ່ອນ​ອື່ນ​ຕ້ອງ​ຍົກ​ສູງ​ສະຕິ​ຈັດ​ຕັ້ງ​ແລະ​ກົດ​ລະບຽບ​ຂອງ​ພັກ​ໃຫ້​ເຂັ້ມ​ງວດ, ​ເດັດຂາດ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່ດຳ​ເນີນ​ຊີວິດ​ການເມືອງ​ປະ ຈຳ​ເດືອນ ຂອງ​ຫນ່ວຍ​ພັກ-ອົງ ຄະ ນະ​ພັກ ບໍ່​ໃຫ້​ຂາດ​ແລະ ຕິດ​ພັນ​ກັບ​ການ​ດຳ​ເນີນ​ການ​ຕຳ​ນິຕິ​ຊົມ ກໍ່ ສ້າງ​ຊຶ່ງ​ກັນ​ແລະ​ກັນ ພາຍ​ໃນ​ພັກ​ແຕ່​ຂັ້ນ ເທິງ​ລົງ​ເຖິງ​ຂັ້ນ​ລຸ່ມ​ຢ່າງ​ມີ​ປະຊາທິປະ​ໄຕ ຈິງ​ໃຈ​ຮັບ​ສິ່ງ​ທີ່​ຜິດ ພາດ, ຍອມຮັບ​ຮອງ​ການ​ສິ່ງ​ບໍ່​ຖືກຕ້ອງ ​ເພື່ອ​ປົກ​ປັກ​ຮັກສາ​ກຽດ​ສັກ​ສີ​ຂອງ​ພັກ, ສະມາຊິກ​ຂອງ​ພັກ ອັນ​ສູງ​ສົ່ງ./.

ສ້າງ​ພັກ​ໃຫ້​ຫນັກແຫ​ນ້ນ ທາງ​ດ້ານ​ການຈັດຕັ້ງ

*ຕະຫລອດການຈັດຕັ້ງ ແລະ ນຳພາກໍຄືຜັນຂະຫຍາຍມະຕິ VIII ຂອງພັກເຂົ້າສູ່ພາກຕົວຈິງ ຊ່ວງ ໄລຍະ 2​-3 ປີ ຜ່ານມາ ກໍສາມາດ ສະສົມບົດຮຽນ ຊຶ່ງມັນໄດ້ຊີ້ໃຫ້ ເຫັນວ່າ: ຢາກສ້າງພັກໃຫ້ໜັກ ແໜ້ນທາງ ດ້ານການຈັດຕັ້ງນັ້ນ ພວກເຮົາຕ້ອງກຳແໜ້ນບັນດາຈຸດ ສຳຄັນດັ່ງລຸ່ມນີ້:
ຈຸດທີ 1: ແມ່ນຕ້ອງຢືດໝັ້ນ ໃນ ຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍ ປະຊາທິປະໄຕ ໄປ ພ້ອມ ກັບການເພີ່ມທະວີລະບຽບ ວິໄນຢູ່ພາຍໃນພັກ ຢ່າງເຂັ້ມງວດ ຮັບປະກັນໃຫ້ສະມາຊິກພັກທຸກ ຄົນ ໄດ້ປະຕິບັດສິດ ຕ່າງໆ ທີ່ໄດ້ກຳ ນົດໄວ້ ໃນກົດລະບຽບຂອງພັກ ຢ່າງຄົບຖ້ວນ ເປັນຕົ້ນແມ່ນສິດ ໃນ ການ ຮັບຂໍ້ມູນຂ່າວສານ, ສິດໃນ ການໄດ້ເຂົ້າຮ່ວມແລກປ່ຽນທັດ ສະນະຄວາມຄິດ ຄວາມ ເຫັນ ແລະ ຕົກລົງບັນຫາຕ່າງໆ ຂອງພັກ ກໍ ຄືສິດໃນການຮັກສາທັດສະນະ ຄວາມຄິດ ຂອງຕົນ; ແຕ່ເມື່ອມີ ການຕົກລົງເປັນມະຕິແລ້ວ, ທຸກ ຄົນຕ້ອງເວົ້າ ແລະ ເຮັດຕາມມະຕິ ຂອງພັກ, ບຸກຄົນຕ້ອງເຮັດຕາມ ການຈັດຕັ້ງ, ຂັ້ນລຸ່ມຕ້ອງ ປະຕິບັດ ຕາມຄຳສັ່ງຂອງຂັ້ນເທິງ, ຄະນະ ພັກທຸກຂັ້ນ ແລະ ທົ່ວພັກຕ້ອງປະຕິ ບັດຕາມມະຕິຂອງຄະນະບໍລິ ຫານ ງານສູນກາງພັກ. ຕ້ອງເດັດດ່ຽວ ຕ້ານ ແລະ ກຳຈັດປັດເປົ່າ ລັດທິ ອະ ນາທິປະໄຕ ແລະ ພະຍາດອາດຍາ ສິດ, ອະທິປະໄຕ ພາຍໃນພັກໃນພັກ.
ຈຸດທີ 2: ແມ່ນຕ້ອງສືບຕໍ່ປັບ ປຸງ ຮາກຖານພັກໃຫ້ມີ ຄວາມເຂັ້ມ ແຂງ ໂດຍເອົາການສ້າງໜ່ວຍພັກ ແຂງຮູ້ນຳພາ ຮອບດ້ານ ເປັນວຽກ ຕົ້ນຕໍ, ເຮັດໃຫ້ທຸກການຈັດຕັ້ງ ຮາກ ຖານພັກ ສາມາດເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງຂອງ ຕົນ ລວມທັງບັນດາອົງການຈັດຕັ້ງ ທີ່ຢູ່ພາຍໃຕ້ການນຳພາ ຂອງຮາກ ຖານພັກນັ້ນ ເຂົ້າໃນການເຮັດ ຫຼ້ອນ ໜ້າທີ່ການເມືອງທີ່ໄດ້ ຮັບມອບ ໝາຍ; ພ້ອມທັງຕັ້ງໜ້ານຳພາ ການ ຕໍ່ສູ້ກັບລັດທິເອກະຊົນ, ການສໍ້ລາດ ບັງຫຼວງ ແລະ ປະກົດການຫຍໍ້ທໍ້ ອື່ນໆ ຢ່າງເປັນເຈົ້າການ.
ຢາກໃຫ້ໄດ້ແນວນັ້ນ, ທຸກໆຮາກ ຖານພັກຕ້ອງເອົາໃຈ ໃສ່ເຮັດວຽກ ງານສຶກສາອົບຮົມການເມືອງ- ແນວຄິດຄຸ້ມຄອງດ້ານການປະຕິ ບັດໜ້າທີ່ວຽກງານ ກໍຄືການດຳ ລົງຊີວິດ, ການຝຶກຝົນຄຸນສົມບັດ ຂອງສະມາຊິກພັກ ໃຫ້ແໜ້ນ ແລະ ແທດເຖິງ; ປະຕິບັດຫລັກການຕຳນິ ຕິຊົມຕົນເອງ ແລະ ຕິຊົມຊຶ່ງກັນ ແລະ ກັນ ຢ່າງເຂັ້ມງວດ, ດ້ານໜຶ່ງ ອີກ ທີ່ສຳຄັນແມ່ນຕ້ອງ ຕັ້ງໜ້າ ປັບ ປຸງລະ ບອບລະບຽບການກ່ຽວກັບ ການຈັດຕັ້ງຮາກຖານພັກ ໃຫ້ລະ ອຽດແລະຈະແຈ້ງຕື່ມອີກ, ເປັນ ຕົ້ນ ຕ້ອງສ້າງໃຫ້ມີຂໍ້ກຳນົດກ່ຽວກັບ ພາລະບົດບາດ, ໜ້າທີ່ ຂອງ ຮາກ ຖານພັກ ແຕ່ລະປະເພດ, ໂດຍສະ ເພາະແມ່ນຮາກຖານພັກຢູ່ກຸ່ມ ບ້ານ ພັດທະນາ, ຢູ່ບັນດາຫົວໜ່ວຍ ເສດ ຖະກິດເອກະຊົນ ແລະ ຫົວໜ່ວຍ ການລົງທຶນ ຂອງຕ່າງ ປະເທດ ແນ ໃສ່ສ້າງຮາກຖານພັກ ຢູ່ທຸກຂົງ ເຂດວຽກງານ, ຢູ່ທຸກພາກສ່ວນ ເສດຖະກິດ ແລະ ທຸກບໍລິເວນ ຂອງ ປະເທດ ເປັນຕົ້ນຢູ່ເຂດຊົນລະບົດ ຫ່າງໄກ ສອກຫລີກ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ; ເຂົ້າໃສ່ການ ປັບປຸງ ແລະ ແກ້ໄຂບັນດາຮາກ ຖານ ພັກທີ່ຍັງອ່ອນໃຫ້ແທດ ເຖິງ ກວ່າເກົ່າ, ເພື່ອສ້າງໃຫ້ມີການຫັນ ປ່ຽນຢ່າງເດັ່ນຊັດ.
ຈຸດທີ 3: ແມ່ນຕ້ອງປັບປຸງ ກົງ ຈັກຊ່ວຍ ວຽກຂອງຄະນະ ພັກຂັ້ນ ສູນກາງ, ທ້ອງຖິ່ນ ແລະ ຂະແໜງ ການ ເພື່ອຊ່ວຍ ຄະນະພັກໃນການ ນຳພາ-ຊີ້ນຳການແກ້ໄຂ ບັນຫາ ຕ່າງໆ ຢ່າງຖືກຕ້ອງທັນການ, ຍົກ ສູງຄຸນນະພາບ ການນຳຂອງພັກ ຂຶ້ນຕື່ມອີກ ./.

ວັງວຽງສ້າງຫນ່ວຍພັນເຂັ້ມແຂງຮູ້ນຳພາຮອບດ້ານ

*ຄວາມ​ຊົງຈຳ​ທີ່​ຂ້າ​ພະ​ເຈົ້າ​ຈື່​ບໍ່​ລືມ, ​ໃນ​ເມື່ອ​ກ່ອນ ສະ​ໄຫມ​ຕໍ່ສູ້​ກູ້​ຊາດ​ຕ້ານ​ພວກ​ຕ່າງ​ດ້າວ​ຮຸກ​ຮານ​ໃນ​ລະ ຫວ່າງ​ປີ 1965-1970, ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ​ຢູ່ເຂດ​ລາດ​ບວກ​ເມືອງແປກ ແຂວງ​ຊຽງ​ຂວາງ,​ໃນ​ບ້ານ​ປະກອບ​ມີ 7​-8 ຫລັງຄາ​ເຮືອນ, ພາຍຫລັງ​ໄດ້​ຮັບ​ການ​ປົດ​ປ່ອຍ ມີ​ທະ ຫານ​ປະຈຳ​ຢູ່​ບ້ານ 3 ຄົນ, ຜູ້​ໃຫຍ່​ເພິ່ນ​ເອີ້ນກັນ​ວ່າ​ອ້າຍ​ນ້ອງ​ພະນັກງານ,​ເຊິ່ງພະນັກງານ​ດັ່ງກ່າວ​ແມ່ນ​ພະນັກ ງານ​ປຸກລຸກ, ​ໂດຍ​ໄດ້​ປະຈຳ​ຢູ່​ບ້ານ- ນຳພາ​ປະຊາຊົນ​ເຮັດ​ການ​ຕໍ່ສູ້,ນອກ ຈາກ​ນັ້ນ​ເພິ່ນຍັງ​ນຳພາ​ປະຊາຊົນ​ເຮັດ​ທຳ​ການ​ຜະລິດ, ປະຕິບັດ​ຫລັກ ການ​ອະນາ​ໄມ​ເຮື​ອນຊານ​ສະຖານ​ທີ່, ຂຸດ​ນ້ຳສ້າງ-ຂຸດ​ຂຸມ​ຖ່າຍ​ແລ​ະອື່ນໆ​ອີກ. ເຫັນ​ວ່າ​ພາຍ​ໃນ​ບ້ານ​ມີ​ຄວາມ​ສະຫງົບ​ສຸກ, ມີ​ຂະ​ບວນການ, ມີ​ຄວາມ​ສາມັກຄີ ແລະ​ມີ​ຄວາມ​ເປັນ​ເອ ກະ​ພາບ​ຢ່າງ​ເປ​ັນຂະ​ບວນຟົດຟື້ນທີ່​ສຸດ ທັງຫລາຍທັງ​ປວງ​ກໍ່​ແມ່ນ​ພັກ​ນຳ ພາ​ນັ້ນ​ເອງ.
ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ສະ​ຖາ​ປະນາ​ເປັນສາ ທາລະນະ​ລັດ ປະຊາທິປະ​ໄຕ ປະຊາ ຊົນ​ລາວ ​ໃນ​ວັນ​ທີ 2
ທັນວາ​ປີ 1975 ພັກ​ຍິ່ງ​ມີ​ພາລະ​ບົດບາດ​ຕໍ່​ຊາຕາກຳ​ຂອງ​ປະ​ເທດ ​ແລະ​ປະຊາຊົນ​ບັນດາ​ເຜົ່າ,​ໂດຍໄດ້​ນຳພາ​ການ​ປະຕິບັດ​ສອງ​ຫນ້າ​ທີ່​ຍຸດ​ທະ​ສາດ ຄື ປົກປັກ​ຮັກສາ ຫມາກຜົນ​ຂອງ​ການ​ປະຕິວັດ ​ແລະ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ຈົ​ນ​ເຖິງ​ໄລຍະ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃຫມ່​ຢ່າງ​ມີ​ຫລັກການ​ຮອບ​ດ້ານ,​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ໄລຍະ​ໂລກາ​ພິວັດ​ກົນ
​ ໄກ​ເສດ ຖະກິດ​ຕະຫລາດ​ແລະ ກໍໃນ​ໄລຍະ​ປະ ຈຸ​ບັນ,ພັກ​ກໍ​ໄດ້​ສື​ບຕໍ່​ນຳພ​າ​ໂດຍ​ຖືກ​ເອົາ​ການ​ຫັນ​ລົງ​ສູ່​ຮາກ​ຖານ​ການ​ເມືອງ​ເຖິງ​ວ່າ ພົບ​ຂໍ້​ຫຍຸ​້ງຍາກ,​ເບິ່ງ​ແລ້ວ​ບໍ່ທັນ​ຫນັກ​ແຫນ້ນ ຮັບ​ຟັງ​ແຕ່​ການ​ລາຍ​ງານ​ສ່ອງ​ແສງ​ແຕ່​ຮາກ​ຖານ​ຢ່າງ​ດຽວ, ຄັນວ່າ​ລົງ​ກໍ​ເດືອນ​ລະ​ທີ-ປີ​ລະ​ຄັ້ງ,ບາງ​ຂະ​ແຫນງ​ການ​ບໍ່​ລົງ​ກໍ່ມີ, ຕໍ່​ບັນ​ຫານີ້​ເຮັດ​ໃຫ້​ເກີດ​ມີ​ຫລາຍ​ຢ່າງ​ໃນ​ຮາກ​ຖານ​ປະຊາຊົນ,​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ- ສັງ ຄົມ,​ເຊື່ອ​ຖື​ງົມງວາຍ,ຂີ້ລັກ, ງັດ​ແງະ​ເລັກໆ​ນ້ອຍໆ,ລວມ​ເຖິງ​ຄວາມ​ເຂົ້າ​ໃຈ​ຕໍ່​ບົດບາດ​ການ​ນຳ​ຂອງ​ພັກ, ຄວາມ ​ໄວ້​ເນື້ອ​ເຊື່ອ​ໃຈ​ແນວທາງ​ຂອງ​ພັກ​ເປັນ​ພຽງ​ແຕ່​ຜີ​ວ​ເຜີນ.
ຈາກ​ບັນຫາ​ດັ່ງກ່າວ, ພັກ-ລັດ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ຈຶ່ງ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ເມືອງ​ລະ​ມາມ​ແຂວງ​ເຊ​ກອງ, ຄະນະ​ພັກ​ອຳ​ນາດ​ການ​ປົກຄອງ​ໄດ້​ຫ​ັ​ນ​ເປັນ​ແຜນ​ຢ່າງ​ລະອຽດ, ​ໃນ​ນັ້ນ 6 ເດືອນ​ຕົ້ນ​ປີ 2008 ນີ້ຈຶ່ງ​ສຳ​ເລັດ​ການ​ກໍ​່ສ້າງ​ຮາກ​ຖານ​ການ​ເມືອງ​ບາດກ້າວ​ທຳ​ອິດ​ເຊິ່ງສາມາດ​ໄດ້​ກໍ່ສ້າງ​ກຸ່ມ​ຈຸດ​ສຸມ​ບ້ານ​ພັດທະນາ​ໃນ​ທົ່ວ​ເມືອງ​ ເຊິ່ງ​ແບ່ງອອ​ກ​ເປັນ 7 ກຸ່ມ​ບ້ານ​ຂອງ 45 ບ້ານ​ທົ່ວ​ເມືອງ.
ທ່ານ ທອງຄຳ ສີ​ຍະ​ໄລ ຮອງ​ເລ ຂາ​ພັກ​ເມືອງ, ຮອງ​ປະທານ​ກໍ່ສ້າງ​ຮາກ​ຖານກາ​ນ​ເມືອງ ຂັ້ນ​ເມືອງ​ລະ​ມາມ ແຂວງ​ເຊ​ກອງ ​ເວົ້າ​ສູ່​ຟັງ​ໃນ​ຕົ້ນ​ເດືອນ ມິຖຸນາ​ນີ້ວ່າ: ຜົນ​ສຳ​ເລັດ​ອັນ​ຕົ້ນຕໍ ແມ່ນ​ການ​ແບ່ງ​ກຸ່ມ​ບ້ານ​ຈຸດ​ສຸມ​ພັດທະນາ​ທົ່ວ​ເມືອງ 7 ກຸ່ມ​ບ້ານ​ຈຸດ​ສຸມ​ຄື: ກຸ່ມ​ເທສະ​ບານ​ເມືອງ, ກຸ່ມ​ບ້ານ​ໂພນ​, ກຸ່ມ​ບ້ານ​ດອນ​ຈັນ, ກຸ່ມ​ບ້ານ​ກະຊັງ​ກາງ, ກຸ່ມ​ບ້ານ​ປາ​ກປູນ, ກຸ່ມ​ບ້ານ​ຈະ​ວີກ​ແລະ​ກຸ່ມ​ບ້ານ​ຕອກ​ອົງ​ແກ້ວ ​ເຊິ່ງໃນແຕ່​ລະ​ກຸ່ມ ຄະນະ​ພັກ​ເມືອງ​ໄດ້​ຖື​ເອົາ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂັ້ນ​ຮາກ​ຖານບ້ານ,​ເພື່ອ​ຊີ້ນຳ-ນຳພາ​ບັນດາ​ອົງການ​ຈັດຕັ້ງ ມະຫາຊົນ​ໃນ​ແຕ່​ລະບ້ານ, ​ເຕົ້າ​ໂຮມ​ຄວາມ​ສາມັກຄີ,ສື​ກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້ແກ່​ປະຊາຊົນ, ຂະ​ຫຍາ​ຍພັກ​ຢູ່​ຂັ້ນ​ຮາກ​ຖານ​ຢ່າງ​ແຂ​ງ​ແຮງ, ​ໂດຍ​ຖື​ເອົາ​ການເຝິກອົບຮົມ​ບົດບາດ​ການ​ນຳພາ​ຂອງ​ພັກ​ໃຫ້​ແກ່​ປະຊາຊົນ​ເປັນ​ກົກ, ​ແນ​ະນຳ​ເຕັກນິກ​ວິ​ທະຍາ​ສາດ, ການຜະລິດ​ກະສິກຳ​ເປັນ​ສິນຄ້າ,​ທັງ​ກຳນົດ​ສ້າງ​ຄອບຄົວ ​ຕົວ​ແບບ​ດ້ານ​ການ​ປູກ​ເຂົ້າ, ​ປູກຝັງ​ພືດ​ຜັກ, ຕົ້ນ​ໄມ້​ອຸດສາຫະກຳ ​ແລະ​ລ້ຽງສັດ​ໃຫ້​ກາຍ​ເປັນ​ສິນຄ້າ​ພັດທະ​ນາ​ຊີວິດ​ການ​ເປັນ​ຢູ່​ໃຫ້​ກາຍ​ເປັນ​ຄອບຄົວ​ວັດທະນະທຳ ​ແລະ​ ບ້ານ​ວັດທະນະ​ທຳ​ໄລຍະໃຫມ່.
​ ທ່ານ ທອງຄຳ ສິຍະ​ໄລ ຮອງ​ເລ ຂາ​ພັກ​ເມືອງໆ​ລະ​ມາມ ​ເວົ້າ​ສູ່​ຟັງ​ອີກ​ວ່າ: ພາຍຫລັງ​ນຳ​ໃຊ້​ບົດ​ຮຽນ​ສະ​ໄຫມຕໍ່​ສູ້​ກູ້​ຊາດ​ກໍ່​ຄື ຫັນ​ເປັນອັນ​ລະ ອຽດຂອງ​ມະຕິ 9/ກພສພ ຫັນ​ລົງ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ, ພັດທະ ນາ​ເສ​ດຖະກິດ-ສັງຄົມ​ຕາມ 4 ເນື້ອ​ໃນ 4 ຄາດ​ຫມາຍ,ສາ​ມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ: ປະຊາຊົນ​ບັນດາ​ເຜົ່າ ​ເມື​ອງລະ​ມາມ ​ໄດ​້​ເຫັນ​ແຈ້ງ ​ແລະ​ເຂົ້າ​ໃຈ​ຕໍ່​ການ​ນຳພາ​ຂອງ​ພັກ-ຕໍ່​ລະບອບ​ປະຊາທິປະ​ໄຕ ປະຊາຊົນ​ລາວ​ເຮົາ ໜັກ​ແໜ້ນ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ເປັນ​ຕົ້ນ​ການ​ຂະ​ຫຍາ​ຍພັກ-ຄວາມ​ສາ ມັກຄີ, ລະ​ດັບ​ການ​ຕື່ນ​ຕົວ​ພັ​ດທະ​ນາ​ຕົວ​ເອງ​ມີ​ຫລາຍ​ດ້ານ​ດີ​ຂຶ້ນກວ່າ​ເກົ່າ.
​ ເຖິງ​ວ່າ​ມີ​ດ້ານ​ສຳເລັດ​ຄື​ແນວ​ນັ້ນ,ຄະນະ​ພັກ-ອຳ​ນາດ​ການ​ປົກ ຄອງເມືອງ​ລະ​ມາມ ຍັງ​ສືບຕໍ່​ປະຕິ ບັດ​ການ​ຊີ້ນຳ-ນຳພາ​ປະຊາຊົນ,
ພັດ ທະນາ​ເສ​ດຖະກິດ-ສັງຄົມ​ໃນ​ທ້ອງ​ຖິ່ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂດຍ​ສະ​ເພາະ​ເລັ່ງ​ໃສ່​ວາງ​ແຜນ​ຈັດ​ສັນ​ການ​ຜະລິດ, ຈັດ​ສັນ​ອາຊີບ​ຄົງ​ທີ່​ໃຫ້​ແກ່​ປະຊາ​ຊົນ​ໃນແຕ່ລະ​ທ້ອງ​ຖິ່ນ, ຕາມ​ຄວາມ​ອາດ​ສາມ​າດ ​ແລະ​ ເງື່ອນ​ໄຂ​ພູມ​ສັນຖານ, ການ​ຜະລິດ​ກະສິກຳ​ໃຫ້​ກາຍ​ເປັນ​ສິນຄ້າ, ດ້ວຍ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ,​ເພິ່ງ​ຕົນ​ເອງ ​ແລະ​ລຶບ​ລ້າງ​ຄວາມທຸກ​ຍາກ​ອອກ​ຈາກ​ຕົນ​ເອງ./.

ລະມາມສຳເລັດໃນເບື້ອງຕົ້ນການກໍ່ສ້າງຮາກຖານ

*ຄວາມ​ຊົງຈຳ​ທີ່​ຂ້າ​ພະ​ເຈົ້າ​ຈື່​ບໍ່​ລືມ, ​ໃນ​ເມື່ອ​ກ່ອນ ສະ​ໄຫມ​ຕໍ່ສູ້​ກູ້​ຊາດ​ຕ້ານ​ພວກ​ຕ່າງ​ດ້າວ​ຮຸກ​ຮານ​ໃນ​ລະ ຫວ່າງ​ປີ 1965-1970, ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ​ຢູ່ເຂດ​ລາດ​ບວກ​ເມືອງແປກ ແຂວງ​ຊຽງ​ຂວາງ,​ໃນ​ບ້ານ​ປະກອບ​ມີ 7​-8 ຫລັງຄາ​ເຮືອນ, ພາຍຫລັງ​ໄດ້​ຮັບ​ການ​ປົດ​ປ່ອຍ ມີ​ທະ ຫານ​ປະຈຳ​ຢູ່​ບ້ານ 3 ຄົນ, ຜູ້​ໃຫຍ່​ເພິ່ນ​ເອີ້ນກັນ​ວ່າ​ອ້າຍ​ນ້ອງ​ພະນັກງານ,​ເຊິ່ງພະນັກງານ​ດັ່ງກ່າວ​ແມ່ນ​ພະນັກ ງານ​ປຸກລຸກ, ​ໂດຍ​ໄດ້​ປະຈຳ​ຢູ່​ບ້ານ- ນຳພາ​ປະຊາຊົນ​ເຮັດ​ການ​ຕໍ່ສູ້,ນອກ ຈາກ​ນັ້ນ​ເພິ່ນຍັງ​ນຳພາ​ປະຊາຊົນ​ເຮັດ​ທຳ​ການ​ຜະລິດ, ປະຕິບັດ​ຫລັກ ການ​ອະນາ​ໄມ​ເຮື​ອນຊານ​ສະຖານ​ທີ່, ຂຸດ​ນ້ຳສ້າງ-ຂຸດ​ຂຸມ​ຖ່າຍ​ແລ​ະອື່ນໆ​ອີກ. ເຫັນ​ວ່າ​ພາຍ​ໃນ​ບ້ານ​ມີ​ຄວາມ​ສະຫງົບ​ສຸກ, ມີ​ຂະ​ບວນການ, ມີ​ຄວາມ​ສາມັກຄີ ແລະ​ມີ​ຄວາມ​ເປັນ​ເອ ກະ​ພາບ​ຢ່າງ​ເປ​ັນຂະ​ບວນຟົດຟື້ນທີ່​ສຸດ ທັງຫລາຍທັງ​ປວງ​ກໍ່​ແມ່ນ​ພັກ​ນຳ ພາ​ນັ້ນ​ເອງ.
ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ສະ​ຖາ​ປະນາ​ເປັນສາ ທາລະນະ​ລັດ ປະຊາທິປະ​ໄຕ ປະຊາ ຊົນ​ລາວ ​ໃນ​ວັນ​ທີ 2 ທັນວາ​ປີ 1975 ພັກ​ຍິ່ງ​ມີ​ພາລະ​ບົດບາດ​ຕໍ່​ຊາຕາກຳ​ຂອງ​ປະ​ເທດ ​ແລະ​ປະຊາຊົນ​ບັນດາ​ເຜົ່າ,​ໂດຍໄດ້​ນຳພາ​ການ​ປະຕິບັດ​ສອງ​ຫນ້າ​ທີ່​ຍຸດ​ທະ​ສາດ ຄື ປົກປັກ​ຮັກສາ ຫມາກຜົນ​ຂອງ​ການ​ປະຕິວັດ ​ແລະ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ຈົ​ນ​ເຖິງ​ໄລຍະ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃຫມ່​ຢ່າງ​ມີ​ຫລັກການ​ຮອບ​ດ້ານ,​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ໄລຍະ​ໂລກາ​ພິວັດ​ກົນ​ໄກ​ເສດ ຖະກິດ​ຕະຫລາດ​ແລະ ກໍໃນ​ໄລຍະ​ປະ ຈຸ​ບັນ,ພັກ​ກໍ​ໄດ້​ສື​ບຕໍ່​ນຳພ​າ​ໂດຍ​ຖືກ​ເອົາ​ການ​ຫັນ​ລົງ​ສູ່​ຮາກ​ຖານ​ການ​ເມືອງ​ເຖິງ​ວ່າ ພົບ​ຂໍ້​ຫຍຸ​້ງຍາກ,​ເບິ່ງ​ແລ້ວ​ບໍ່ທັນ​ຫນັກ​ແຫນ້ນ ຮັບ​ຟັງ​ແຕ່​ການ​ລາຍ​ງານ​ສ່ອງ​ແສງ​ແຕ່​ຮາກ​ຖານ​ຢ່າງ​ດຽວ, ຄັນວ່າ​ລົງ​ກໍ​ເດືອນ​ລະ​ທີ-ປີ​ລະ​ຄັ້ງ,ບາງ​ຂະ​ແຫນງ​ການ​ບໍ່​ລົງ​ກໍ່ມີ, ຕໍ່​ບັນ​ຫານີ້​ເຮັດ​ໃຫ້​ເກີດ​ມີ​ຫລາຍ​ຢ່າງ​ໃນ​ຮາກ​ຖານ​ປະຊາຊົນ,​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ- ສັງ ຄົມ,​ເຊື່ອ​ຖື​ງົມງວາຍ,ຂີ້ລັກ, ງັດ​ແງະ​ເລັກໆ​ນ້ອຍໆ,ລວມ​ເຖິງ​ຄວາມ​ເຂົ້າ​ໃຈ​ຕໍ່​ບົດບາດ​ການ​ນຳ​ຂອງ​ພັກ, ຄວາມ ​ໄວ້​ເນື້ອ​ເຊື່ອ​ໃຈ​ແນວທາງ​ຂອງ​ພັກ​ເປັນ​ພຽງ​ແຕ່​ຜີ​ວ​ເຜີນ.
ຈາກ​ບັນຫາ​ດັ່ງກ່າວ, ພັກ-ລັດ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ຈຶ່ງ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ເມືອງ​ລະ​ມາມ​ແຂວງ​ເຊ​ກອງ, ຄະນະ​ພັກ​ອຳ​ນາດ​ການ​ປົກຄອງ​ໄດ້​ຫ​ັ​ນ​ເປັນ​ແຜນ​ຢ່າງ​ລະອຽດ, ​ໃນ​ນັ້ນ 6 ເດືອນ​ຕົ້ນ​ປີ 2008 ນີ້ຈຶ່ງ​ສຳ​ເລັດ​ການ​ກໍ​່ສ້າງ​ຮາກ​ຖານ​ການ​ເມືອງ​ບາດກ້າວ​ທຳ​ອິດ​ເຊິ່ງສາມາດ​ໄດ້​ກໍ່ສ້າງ​ກຸ່ມ​ຈຸດ​ສຸມ​ບ້ານ​ພັດທະນາ​ໃນ​ທົ່ວ​ເມືອງ​ ເຊິ່ງ​ແບ່ງອອ​ກ​ເປັນ 7 ກຸ່ມ​ບ້ານ​ຂອງ 45 ບ້ານ​ທົ່ວ​ເມືອງ.
ທ່ານ ທອງຄຳ ສີ​ຍະ​ໄລ ຮອງ​ເລ ຂາ​ພັກ​ເມືອງ, ຮອງ​ປະທານ​ກໍ່ສ້າງ​ຮາກ​ຖານກາ​ນ​ເມືອງ ຂັ້ນ​ເມືອງ​ລະ​ມາມ ແຂວງ​ເຊ​ກອງ ​ເວົ້າ​ສູ່​ຟັງ​ໃນ​ຕົ້ນ​ເດືອນ ມິຖຸນາ​ນີ້ວ່າ: ຜົນ​ສຳ​ເລັດ​ອັນ​ຕົ້ນຕໍ ແມ່ນ​ການ​ແບ່ງ​ກຸ່ມ​ບ້ານ​ຈຸດ​ສຸມ​ພັດທະນາ​ທົ່ວ​ເມືອງ 7 ກຸ່ມ​ບ້ານ​ຈຸດ​ສຸມ​ຄື: ກຸ່ມ​ເທສະ​ບານ​ເມືອງ, ກຸ່ມ​ບ້ານ​ໂພນ​, ກຸ່ມ​ບ້ານ​ດອນ​ຈັນ, ກຸ່ມ​ບ້ານ​ກະຊັງ​ກາງ, ກຸ່ມ​ບ້ານ​ປາ​ກປູນ, ກຸ່ມ​ບ້ານ​ຈະ​ວີກ​ແລະ​ກຸ່ມ​ບ້ານ​ຕອກ​ອົງ​ແກ້ວ ​ເຊິ່ງໃນແຕ່​ລະ​ກຸ່ມ ຄະນະ​ພັກ​ເມືອງ​ໄດ້​ຖື​ເອົາ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂັ້ນ​ຮາກ​ຖານບ້ານ,​ເພື່ອ​ຊີ້ນຳ-ນຳພາ​ບັນດາ​ອົງການ​ຈັດຕັ້ງ ມະຫາຊົນ​ໃນ​ແຕ່​ລະບ້ານ, ​ເຕົ້າ​ໂຮມ​ຄວາມ​ສາມັກຄີ,ສື​ກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້ແກ່​ປະຊາຊົນ, ຂະ​ຫຍາ​ຍພັກ​ຢູ່​ຂັ້ນ​ຮາກ​ຖານ​ຢ່າງ​ແຂ​ງ​ແຮງ, ​ໂດຍ​ຖື​ເອົາ​ການເຝິກອົບຮົມ​ບົດບາດ​ການ​ນຳພາ​ຂອງ​ພັກ​ໃຫ້​ແກ່​ປະຊາຊົນ​ເປັນ​ກົກ, ​ແນ​ະນຳ​ເຕັກນິກ​ວິ​ທະຍາ​ສາດ, ການຜະລິດ​ກະສິກຳ​ເປັນ​ສິນຄ້າ,​ທັງ​ກຳນົດ​ສ້າງ​ຄອບຄົວ ​ຕົວ​ແບບ​ດ້ານ​ການ​ປູກ​ເຂົ້າ, ​ປູກຝັງ​ພືດ​ຜັກ, ຕົ້ນ​ໄມ້​ອຸດສາຫະກຳ ​ແລະ​ລ້ຽງສັດ​ໃຫ້​ກາຍ​ເປັນ​ສິນຄ້າ​ພັດທະ​ນາ​ຊີວິດ​ການ​ເປັນ​ຢູ່​ໃຫ້​ກາຍ​ເປັນ​ຄອບຄົວ​ວັດທະນະທຳ ​ແລະ​ ບ້ານ​ວັດທະນະ​ທຳ​ໄລຍະໃຫມ່.
​ ທ່ານ ທອງຄຳ ສິຍະ​ໄລ ຮອງ​ເລ ຂາ​ພັກ​ເມືອງໆ​ລະ​ມາມ ​ເວົ້າ​ສູ່​ຟັງ​ອີກ​ວ່າ: ພາຍຫລັງ​ນຳ​ໃຊ້​ບົດ​ຮຽນ​ສະ​ໄຫມຕໍ່​ສູ້​ກູ້​ຊາດ​ກໍ່​ຄື ຫັນ​ເປັນອັນ​ລະ ອຽດຂອງ​ມະຕິ 9/ກພສພ ຫັນ​ລົງ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ, ພັດທະ ນາ​ເສ​ດຖະກິດ-ສັງຄົມ​ຕາມ 4 ເນື້ອ​ໃນ 4 ຄາດ​ຫມາຍ,ສາ​ມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ: ປະຊາຊົນ​ບັນດາ​ເຜົ່າ ​ເມື​ອງລະ​ມາມ ​ໄດ​້​ເຫັນ​ແຈ້ງ ​ແລະ​ເຂົ້າ​ໃຈ​ຕໍ່​ການ​ນຳພາ​ຂອງ​ພັກ-ຕໍ່​ລະບອບ​ປະຊາທິປະ​ໄຕ ປະຊາຊົນ​ລາວ​ເຮົາ ໜັກ​ແໜ້ນ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ເປັນ​ຕົ້ນ​ການ​ຂະ​ຫຍາ​ຍພັກ-ຄວາມ​ສາ ມັກຄີ, ລະ​ດັບ​ການ​ຕື່ນ​ຕົວ​ພັ​ດທະ​ນາ​ຕົວ​ເອງ​ມີ​ຫລາຍ​ດ້ານ​ດີ​ຂຶ້ນກວ່າ​ເກົ່າ.
​ ເຖິງ​ວ່າ​ມີ​ດ້ານ​ສຳເລັດ​ຄື​ແນວ​ນັ້ນ,ຄະນະ​ພັກ-ອຳ​ນາດ​ການ​ປົກ ຄອງເມືອງ​ລະ​ມາມ ຍັງ​ສືບຕໍ່​ປະຕິ ບັດ​ການ​ຊີ້ນຳ-ນຳພາ​ປະຊາຊົນ, ພັດ ທະນາ​ເສ​ດຖະກິດ-ສັງຄົມ​ໃນ​ທ້ອງ​ຖິ່ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂດຍ​ສະ​ເພາະ​ເລັ່ງ​ໃສ່​ວາງ​ແຜນ​ຈັດ​ສັນ​ການ​ຜະລິດ, ຈັດ​ສັນ​ອາຊີບ​ຄົງ​ທີ່​ໃຫ້​ແກ່​ປະຊາ​ຊົນ​ໃນແຕ່ລະ​ທ້ອງ​ຖິ່ນ, ຕາມ​ຄວາມ​ອາດ​ສາມ​າດ ​ແລະ​ ເງື່ອນ​ໄຂ​ພູມ​ສັນຖານ, ການ​ຜະລິດ​ກະສິກຳ​ໃຫ້​ກາຍ​ເປັນ​ສິນຄ້າ, ດ້ວຍ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ,​ເພິ່ງ​ຕົນ​ເອງ ​ແລະ​ລຶບ​ລ້າງ​ຄວາມທຸກ​ຍາກ​ອອກ​ຈາກ​ຕົນ​ເອງ./.

ເອົາໃຈໃສ່ປັບປຸງແຜນນຳພາ ຂອງຄະນະພັກຕ່າງໆ

*ການ​ປັບປຸງ​ກໍ່ສ້າງ​ການຈັດ​ຕັ້ງ​ພັກ​ໃຫ້​ປອດ​ໃສ​ເຂັ້ມ​ແຂງ​ນັ້ນ ​ເວລາ​ໃດ​ກໍ່ຕິດ​ພັນ​ຢ່າງ​ສະຫນິດ​ແຫນ້ນກັບ​ການ​ປັບປຸງ​ແບ ​ແຜນ​ນຳພາ​ຂອງ​ພັກ. ສະ​ນັ້ນ, ຄະນະ​ພັກ​ທຸກ​ຂັ້ນ​ຈຶ່ງ​ຕ້ອງ​ເປັນ​ເຈົ້າ​ການ​ປັບປຸງ​ປ່ຽນ​ແປງ​ໃຫມ່​ກ່ຽວ​ກັບ​ແບບ​ແຜນ​ນຳພາ ​ຂອງ​ຕົນ,​ໂດຍ​ດຳ​ເນີນ​ຕາມ​ທິດ​ນຳ​ເປັນ​ຕົ້ນ​ແມ່ນ: ບັນຫາ​ທີ​ຫນຶ່ງ: ຕັ້ງຫນ້າ​ເສີມ​ຂະຫຍາຍ​ແບ​ບ​ແຜນ​ນຳພາ​ອັນ​ເປັນ​ມູນ​ເຊື້ອດີງາມ​ ຂອງ​ພັກ​ເຮົາ​ຄື​ການ​ເຄື່ອນ​ໄຫວ​ນຳພາ​ຕາມ​ແນວທາງ​ມະ ຫາຊົນ,ອີງ​ໃສ່​ມະຫາຊົນ, ຂຸດ​ຄົ້ນ​ກຳ ລັງ​ແຮງ​ຂອງ​ມະຫາ​ຊົນ ​ເພື່ອ​ປະຕິ ບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ຖື​ເອົາການ​ຂົນຂວາຍ​ປຸກລະດົມ​ຊວນ ເຊື່ອສົມທົບ​ກັບ​ຄວາມເປັນ​ແບບຢ່າງ​ນຳພາ​ຂອງ​ ສະມາຊິກ​ພັ​ກ​ແລ​ະການ ຈັດ​ຕັ້ງ​ຂອງ​ພັກ ​ເປັນ​ແບບ ແຜນ​ແລະ​ວີ​ທ​ີການ​ນຳພາ​ຕົ້ນຕໍ​ຂອງ​ພັກ.
ບັນຫາ​ທີ​ສອງ: ​ເອົາ​ໃຈ​ໃສ່​ຄົ້ນ ຄວ້າ​ວາງ​ລະບອບ​ລະບຽບ​ການ​ອັນ​ຈຳ​ເປັນ​ແລະ​ຕັ້ງ​ຫນ້າ​ປັບປຸງ ​ເພີ່​ມທະ ວີ​ການ​ນຳພາ​ຂອງ​ພັກ ​ຕໍ່​ທົ່ວ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ການ​ປະຕິບັດ​ຫລັກ ການ ທີ່​ວ່າ ພັກ​ເຮົາ​ນຳພາ​ໂດຍ​ຜ່ານ​ການວາງ​ແນວທາງ​ນະ​ໂຍບາຍ​ໃຫ້​ຖືກຕ້ອງ ,​ທັນ​ການ​ໃນ​ແຕ່ລະໄລຍະ, ຜ່ານ​ການ​ຊີ້ນຳ​ການ​ຫັນ​ເອົາ​ແນວ ທາງ​ນ​ະ​ໂຍບາຍ​ໃຫ້​ກາຍ​ເປັນ​ແຜນ ການ,​ເປັນ​ກົດຫມາຍ ​ແລະ​ນິຕິ​ກຳ​ຕ່າງໆ, ຜ່ານ​ການ​ສ້າງ​ແລະ​ປັບປຸງ​ລັດ​ເຮົາ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ມີ ຄວາມ​ສັກສິດ ​ແລະ​ມີ​ປະສິດ​ທີ​ພາບ​ໃນ​ການ ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ ຄົມ​ດ້ວຍ​ກົດຫມາຍ; ກໍ່​ຄື​ຜ່ານ​ຊີ້ນຳ​ລວມສູນ​ຕໍ່​ການ​ກໍ່ສ້າງ ​ແລະ​ຈັດ​ວາງ​ສັບ​ຊ້ອນ ພະນັກງານ ​ເຂົ້າ​ໃນ​ຫນ້າ​ທີ່​ວຽກ​ງານ​ຕ່າງໆໃຫ້​ຖືກຕ້ອງ ​ແລະ​ເຫມາະ​ສົມ.
ບັນຫາ​ທີ​ສາມ: ​ເພື່ອ​ຍົກ​ສູງ​ບົດ ບາດນຳ​ພາ ຂອງ​ ພັກຂຶ້ນຢ່າງ​ບໍ່​ຢຸດ​ຢັ້​ງ​, ຄະນະ​ພັກ​ຂັ້ນ​ຕ່າງໆ ແລະສະມາ ຊິກ ພັກທຸກ ຄົນຕ້ອງເພີ່ມ ທະວີຄວາມ ເປັນເຈົ້າການ ແລະມີ ຫົວຄິດປະດິດ ສ້າງເຂົ້າໃນການຄົ້ນຄວ້າຮ່ຳຮຽນ ແນວທາງຂອງ ພັກໃຫ້ເລິກ ເຊິ່ງ, ປຶກ ສາຫາລືກ່ຽວກັບເນື້ອໃນສຳຄັນໃນ ມະຕິຕ່າງໆ ຂອງພັກໃຫ້ລະອຽດ ແລ້ວສ້າງເປັນແຜນການໂຄງການ ດຳເນີນງານ ແລະ ແຜນການເຄື່ອນ ໄຫວຂອງຄະນະພັກ ໃຫ້ສອດຄ່ອງ ກັບສະພາບການຕົວຈິງຂອງຂະ ແຫນງການແລະທ້ອງຖິ່ນຂອງຕົນ; ຈາກນັ້ນກໍ່ຕ້ອງຕິດຕາມການຈັດຕັ້ງ ປະຕິບັດໃຫ້ເປັນປົກກະຕິ, ດຳເນີນ ການສະຫລຸບຕີລາຄາຜົນໄດ້ຮັບ ແລະຖອດຖອນບົດຮຽນ ຢ່າງເປັນ ປະຈຳ ເພື່ອສົ່ງເສີມທະວີຄູນປັດໄຈ ໃຫມ່ແຫ່ງຜົນສຳເລັດໃຫ້ໄວ ແລະ ກວ້າງຂວາງ, ທັງແກ້ໄຂບັນຫາຄ້າງ ຄາໃຫ້ທັນການ; ສິ່ງຫນຶ່ງອີກທີ່ສຳ ຄັນ ແມ່ນຂັ້ນເທິງຕ້ອງຊ່ວຍເຫລືອ ໃຫ້ຄວາມສະດວກ ແກ່ຂັ້ນລຸ່ມເພື່ອ ຈະໄດ້ຮັບປະກັນເມື່ອວາງມະຕິ ອອກແລ້ວ ແລະ ມອບວຽກໃຫ້ກັນ ຕ້ອງມີເງື່ອນໄຂພຽງພໍເພື່ອປະຕິ ບັດໃຫ້ເກີດດອກອອກຜົນເປັນຈິງ; ພວກເຮົາຈົ່ງພ້ອມກັນຕັ້ງຫນ້າກຳຈັດ ແກ້ໄຂປະກົດການເວົ້າຫລາຍ ແຕ່ບໍ່ ເຮັດແບບຂາດຄວາມຮັບຜິດຊອບ.
ບັນຫາທີສີ່: ສືບຕໍ່ປັບປຸງການ ນຳພາຕໍ່ແນວລາວສ້າງຊາດ, ບັນດາ ອົງການຈັດຕັ້ງມະຫາຊົນ ແລະ ອົງ ການຈັດຕັ້ງສັງຄົມການເມືອງ ຕ່າງໆ, ສ້າງລະບອບການແລະ ເພີ່ມ ທະວີ ການປະ ສານ ສົມທົບ​ລະຫວ່າງ​ອົງກາ​ນຊ່ວຍ​ວຽກ​ຂອງ​ສູນ​ກາງ​ພັກ​ກັບ​ ອົງການ​ທີ່​ກ່ຽວ ຂ້ອງ​ຂອງ​ລັດຖະ ບານ ​ແລະສະ​ພາ​ແຫ່ງ​ຊາດ​ໃຫ້ແຫນ້ນ​ແຟ້ນ​ແລະ​ລ້ອງ​ຊ້ອງ ກົມກຽວ​ກັນ ​ດີກວ່າເກົ່າ,ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ຫລັກ ການ​ທີ່​ວ່າ ພັກ​ນຳພາ​, ລັດ​ຄຸ້ມ​ຄອງ​ປະຊາຊົນ​ເປັນ​ເ​ຈົ້າ.
ບັນຫາ​ທີ່​ຫ້າ: ເຮັດ​ໃຫ້ການ​ນຳ ພາ​ ຂອງ​ພັກ​ມີ​ຄວາມ​ແທດ​ເຖິງ​ຊີວິດ​ຕົວ​ຈິງ, ຮັບປະກັນ​ໃຫ້​ຄ​ວາ​ມ​ເວົ້າ​ໄປ​ພ້ອມ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ ຈິງ​ໃຫ້​ມີ​ຜົນສຳ​ເລັດ, ກຳຈັດ​ປັດ​ເປົ່າ​ແບບ​ແຜນ​ອາ​ດຍາ​ສິດ,ການ​ເຮັ​ດ ວຽກ​ແບບ​ມະ​ລຸ້ມມະ​ລ້ວຍ,ອັດຕະວິ​ໄສ​ແລ​ະຮູບ​ການ​ ໃຫ້​ໄດ​້ຢ່າງສິ້ນ​ເຊີງ./.

ຍົກ​ສູງ​ບົດບາດ ຊອງ​ວຽກ​ງານ​ການ​ເມືອງ​ແນວ​ຄິດ ​ແລະ​ເອົາ​ໃນ​ໃສ້​ປັບປຸງ​ຄົ້ນຄວ້າທິດ​ສະດີ​ຢ່າງ​ຈົດຈໍ່

*ກ່ອນ​ອື່ນ,ພວກ​ເຮົາ​ຕ້ອງ​ສືບຕໍ່​ຢຶດໝັ້ນ​ທິດ​ສະ​ດີມາກ-​ເລ​ນິນ,ທາດ​ແທ້​ປະຕິວັດ ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ​ອຸ​ດົມ​ການ​ສັງຄົມ​ນິຍົມ, ​ເດັດ ດ່ຽວ ເອົາ​ໃຈ​ໃສ່​ຕໍ່​ການ​ຫມູນ​ໃຊ້​ທິດ​ສະ​ດີ​ມາກ-​ເລ​ນິນ ຢ່າງ​ປະດິດສ້າງ​ສົມທົບ​ກັບ​ການ​ສະຫລຸບ​ຖອດ​ຖອນ​ບົດຮຽນ ຈາກ​ພຶດຕິ​ກຳ ຂອງ​ປະ​ເທດ​ຊາດ ​ເຮົາ​ຢ່າງ​ເປັນ​ປົກກະຕິ ບູລະນະ​ແນວທາງ​ຢ່າງ​ບໍ່​ຢຸດ​ຢັ້ງ ກໍ່​ຄື​ໃຫ້​ທິດ​ຊີ້ນຳ ການ​ເຄື່ອນ​ໄຫວ​ນຳພາ​ຕົວ​ຈິງ​ຂອງ​ພັກ.
​ ໃນ​ການ​ຄົ້ນຄວ້າ​ທິດ​ສະ​ດີ-ພຶດຕິ​ກຳ​ຂອງ​ພັກ​ນັ້ນ​ພວກ​ເຮົາຕ້ອງ​ສຸມ​ໃສ່​ບັນຫາ​ທີ່​ພົວພັນ​ເຖິງ​ພື້ນຖານ​ທິດ​ສະ​ດີ​ກ່ຽວ​ກັບ​ເສັ້ນທາງ ​ແລະ​ບາດ ກ້າວ​ເດີນ​ໃນ​ການ​ບູລະນະ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ, ສ້າງ​ບັນ ດາ ປະຖົມ​ປັດ​ໄຈ ​ເພື່ອ​ກ້າວ​ຂຶ້ນສັງ ຄົມ​ນິຍົມ ​ເທື່ອ​ລະ​ກ້າວຢູ່​ປະ​ເທດ​ເຮົາ ພ້ອມ​ກັນ​ນັ້ນ​ກໍ​ຄົ້ນ​ຄວ້າ​ທີ່​ຈະ​ປະ ກອບ​ເປັນ​ພື້ນຖານ​ທາງ​ດ້ານ​ທິດ​ສະ​ດີ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ແນວທາງ ​ແຜນ​ນະ​ໂຍບ​າຍຂອງ​ພັກ ກໍ​ຄື​ການ​ຮັກສາ​ທາດ​ແທ້​ຊົນ​ຊັ້ນ,​ເສີມ​ຂະຫຍາຍ​ລັກ ສະນະ​ນຳ​ຫນ້າ ​ແລະ​ຈິດ​ໃຈ​ຮັບໃຊ້​ຊາດ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊົນ ​ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳນາດ​ແລະ​ປະຕິບັດ​ກົນ​ໄກ​ຕະຫລາດ. ​ເມື່ອ​ເປັນ​ເຊັ່ນ​ນັ້ນພວກ​ເຮົາ​ຈະໄດ້​ດຳ​ເນີນ​ການຈັດ​ວາງ​ໂດຍ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ-​ພຶດຕິ​ກຳ​ຄືນ​ໃຫມ່, ປະກອບ​ພະ​ນັກ​ງານ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທຽບ​ທັນ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ ການ​ຕົວ​ຈິງ​ຂອງ​ວຽກ​ງານ,ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ຍົກ​ລະດັບ​ອົງ​ການ​ຄົ້ນ ຄວ້າ​ທິດ​ສະ​ດີ ແລະ​ພຶດຕິ​ກຳ​ຂຶ້ນຕື່ມ​ເພື່ອ​ໃຫ້​ສາມາດ​ຄຸ້ມຄອງ-ຊີ້ນຳ ວຽກ​ງານ​ດັ່ງກ່າວ​ຢ່າງ​ລວມສູນ ​ແລະ​ປະ ຕິບັດ​ໂຄງການ​ຄົ້ນ​ຄວ້າ​ຕ່າງໆ​ໃຫ້​ໄດ້ ດີກ​ວ່າ​ເກົ່າ.
ຄຽງ​ຄູ່​ກັບ​ການ​ຄົ້ນຄວ້າ​ທິດ​ສະ​ດີ-ພຶດຕິ​ກຳ​ນັ້ນ​ພວກ​ເຮົາ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປັບປຸງ ​ເນື້ອ​ໃນ ​ແລະ​ ວິທີ​ດຳເນີນ​ວຽກ​ງານ​ສຶກ ສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ຕາມ​ທິດ​ສະ​ດີ​ເຮັດ​ໃຫ້​ເນື້ອ​ໃນ​ຕິດ​ພັນ​ກັບ​ການ​ອະທິບາຍ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ນຳພາ​ຂອງ​ພັກ, ສາມາດ​ນຳພາ​ສະພາບແນ​ວຄິດ​ຂອງ​ສັງຄົມ; ຕັ້ງຫນ້າ​ດັດ​ແປງ​ແກ້​ໄຂ​ລັກສະນະ​ຮູບ​ການ, ​ແຫ້ງ​ກະ​ແດ້ງ, ຜີວ​ເຜີນ​ໃນ​ການ​ເຮັດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ; ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ສຶກສາ​ອົບຮົມ ນຳພາ​ແນວ​ຄິດ​ໃຫ້​ເປັນ​ປະຈຳ​ປົກກະຕິ,ສົມທົບ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ​ກັບ​ການ​ສ້າງ​ພັກ, ພະນັກງານ ​ແລະ ວຽກ​ງານ​ພັດທະນາ​ເສດຖະກິດ, ປະສານ​ສົມ ທົບ​ກາ​ນສ້າງ​ອັນ​ໃຫມ່ທີ່​ກ້າວຫນ້າ​ໄປ​ພ້ອມ​ກັບ​ການ​ຕ້ານ​ອັນຫຼ້າຫຼັງ, ປະຕິ​ການ​ໂດຍ​ຖື​ເອົາການ​ສ້າງ​ເປັນ​ອັນ​ຕົ້ນຕໍ. ໃນ​ປະຈຸ​ບັນນີ້, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ສະ ກັດ​ກັ້ນ ​ແລະ​ ຕ້ານ​ກັບ​ການ​ເສື່ອ​ມ ຖອຍ​ທາງ​ດ້ານ​ຫລັກ​ໝັ້ນ​ທັດສະນະ​ກໍ່​ຄື​ຄຸນ​ສົມ​ບັດ ແລະ ​ແບບ​ແຜນ​ດຳລົງ​ຊີວິດ; ​ເດັດດ່ຽວ​ປົກ ປ້ອງ​ທິດ​ສະ​ດີ​ມາກ-​ເລ​ນິນ ແລະ ແນວທາງ​ນ​ະ​ໂຍ ບາຍ​ຂອງ​ພັກ, ​ເປັນ​ເຈົ້າ​ການ​ຕອບ​ຕ້ານ ແລະ ຕີ​ຖອຍ ກະ​ແສ​ແນວ​ຄິດ​ທີ່​ຜິ​ດ​ເຂ​ວ ​ແລະ​ກົມ​ອຸບາຍ​ຂອງ​ພວກ​ອິດ​ທິກຳລັງປະຕິ​ການ ຈັກກະພັດ ທີ່​ແນ​ໃສ່​ປັ່ນ​ປ່ວນ​ມ້າງ​ເພ​ດ້ານແນ​ວ ຄິດ ຢູ່​ພາຍ​ໃນ​ຖັນ​ແຖວ​ຂອງ​ພວກ​ເຮົາ.
​ ເພ່ື່ອຍົກ​ສູງ​ຄຸ​ນນະພາ​ບ ຂອງ​ວຽກງານການ​ເມືອງ-​ແນວ​ຄິດ​ນີ້ ພວກ​ເຮົາ​ຍັງ​ຕ້ອງ​ຮີບ​ຮ້ອນ​ຕັ້ງ​ຫນ້າ​ກວດ​ແກ້ ແລະ ​ປັບປຸງ​ຄືນ​ຕື່ມ​ກ່ຽວ​ກັບ​ຫລັກສູດ,​ເນື້ອ​ໃນ​ການ​ຮຽນ, ການ​ສອນ​ທິດ​ສະ​ດີກາ​ນ​ເມືອງ-​ແນວ​ຄິດ​ໃນ​ລະບົບ​ໂຮງຮຽນ​ພັກ, ​ໂຮງ ຮຽນ​ການ​ປົກຄອງ​ຂອງ​ທົ່ວ​ປະ​ເທດ, ສືບຕໍ່ປັບປຸງ​ປື້ມຫລັກ​ສຸດ​ວິຊາ​ການ​ເມືອງ ສັງຄົມ ຢູ່​ໃນ​ໂຮງຮຽນຊັ້ນ​ຕ່າງໆ​ໃຫ້​ແທດ​ກັບ​ຕົວ​ຈິງ ​ແລະ ຫັນ​ໃຫ້​ມັນ​ເປັນ​ວິຊາ​ບັງ​ຄັບ​ໃຫ້​ທຸ​ກລະ ບົບ​ໂຮງຮຽນ,ລວມທັງ​ໂຮງຮຽນ​ເອ ກະ​ຊົນ.​ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ບຳລຸງ​ສ້າ​ງຖັນ​ແຖວ​ຄູ​ອາຈາ​ນ ສອນ​ວິຊາ​ການ​ເມືອງ​ໃຫ້​ມີ​ຄຸ​ນນະ ພາບດີກ​ວ່າ​ເກົ່າ.
ດ້ານ​ຫນຶ່ງ​ອີກ​ທີ່​ຈຳ​ເປັນ ​ແລະ​ຂາດ​ບໍ່​ໄດ້​ແມ່ນ​ຕ້ອງ​ປັບປຸງ​ຍົກ​ລະ ດັບ​ຄຸນ​ນະພາ​ບຂອງ​ບັນດາ​ອົງການ​ທີ່​ເຮັດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ​ໃນ​ນີ້ຕ້ອງ​ເອົາ​ໃຈ​ໃສ່​ສ້າງ ​ແລະ​ສັບ​ຊ້ອນ ພະນັກງານ​ໃຫ້​ມີ​ຈຳນວນ​ພຽງພໍ​ກັບ​ຄວາມ​ຕ້ອງການ ​ເປັນ​ຕົ້ນ​ແມ່ນ​ນັກ​ຄົ້ນຄວ້າ-ສັງ​ລວມ, ນັກໂຄ ສະນາ​ປາຖະກະຖາ ​ແລະ​ຖັນ​ແຖວ​ຄູ​ອາຈານ​ທີ່​ມີ​ຄຸ​ນນະພາ​ບ,ພ້ອມ​ກັນ​ນັ້ນ ກໍ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ໃຫ້​ແທດ​ເຫມາະ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ໃນ​ໄລຍະ​ໃຫມ່, ໂດຍ​ໃຫ້​ຄວາມ​ສຳຄັ​ນ​ແກ່​ການ​ປະກອບ​ພາຫະນະ​ແລະ​ວັດຖຸ​ເຕັກ​ນິກອັນ​ຈຳ​ເປັນ​ໃຫ້​ແກ່​ຂົງ​ເຂດ​ວຽກ​ງານ​ນີ້.
ຄະນະ​ພັກ​ຂັ້ນ​ຕ່າງໆ ຕ້ອງ​ເພີ່ມ​ທະວີ​ການ​ຊີ້ນຳ-ນຳພາ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ ​ແລະ​ຫັນ​ເອົາ​ວຽກ​ງານ​ນີ້​ເປັນ​ແຜນການ​ໂຄງການ​ແລະ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ວຽກງານ./.

ລະນຶກ​ເຖິງ​ເຫດການ​ປະຫວັດສາດ ຜູ້ນຳ​ອອກ​ຈາກຄ​ຸກ​ໂພນ​ເຄັງ

*​ເມື່ອ​ເບິ່ງ​ຄືນ​ຂະ​ບວນ​ການ​ຕໍ່​ສູ້​ກູ້​ຊາດ​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກ​ກະ​ພ​ັດ​ຝ​ຣັ່ງ​ທີ່​ກຳ​ເນີດ​ຂຶ້ນ ແຕ່​ປີ 1945 ນັ້ນ
ໄດ້​ສິ້​ນ​ສຸດ​ລົງ​ດ້ວຍ​ການ​ເຊັນ​ສັນ​ຍາ​ເຊີ​ແນວ ປີ 1954 ທີ່​ຮັບ​ຮູ້​ຄວາມ​ເປັນ​ເອ​ກະ​ລາດ​ຂອ​ງ​ສາ​ມ​ຊາດ​ລາວ,
ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ສັນ​ຍາ​ດັ່ງ​ກ່າວ​ຍັງ​ຮັບ​ຮູ້​ບັນ​ດາ​ຫນ່ວຍ​ສູ້​ຮົບ​ຂອງ​ຝ່າຍ​ປະ​ເທດ​ລາວ​
ທີ່​ໄດ້​ກຳ​ນົດ​ໃຫ້​ເຕົ້າ​ໂຮມ​ຢູ່​ແຂວງ​ຫົວ​ພັນ ແລະ ແຂວງ​ຜົ້ງ​ສາ​ລີ ເພື່ອ​ລໍ​ຖ້າ​ການ​ປະ​ຕິ​ບັດ​ແຜນ​
ການ​ສ້າງ​ຄວາມ​ຖືກ​ຕ້ອງ​ປອງດອ​ງ​ຊາດ. ພໍ​ແຕ່​ສົງ​ຄາມ​ຮຸກ​ຮານ​ອິນ​ດູ​ຈີນ​ໄດ້​ຖືກ​ປະ​ລາ​ໄຊ​ລົງ​,
ສະ​ຖາ​ນະ​ກ​ານ​ທາງ​ການ​ເມືອງ​ກໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບ​ສົນ​ທີ່​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ​ຂອງ​
ຝ​ຣັ່ງ​ໄດ້​ຖືກ​ປັດ​ເຂ່ຍ​ອອກ​ຈ​າກ​ລາວ ແລະ ລັດ​ທິ​ລ່າ​ເມືອງ​ຂ​ຶ້ນ​ແບບ​ໃຫມ່​ຂອງ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ມາ​ແທນ​
ດ້ວຍ​ເຈດ​ຈຳ​ນົງ​ທີ່​ຈະ​ເອົາ​ລາວ​ເປັນ​ເມືອງ​ຂຶ້ນ​ແບບ​ໃຫມ່​ຂອງ​ພວກ​ເຂົາ. ເມື່ອ​ປະ​ເຊີນ​ຫນ້າ​ກັບ
​ ສະ​ພາບ​ການ​ຄື​ແນວ​ນັ້ນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ສ້າງ​ຄວາມ​ຖືກ​ຕ້ອງ​
ປອງ​ດອງ​ຊາດ​ກໍ່​ເກີດ​ມີ​ຄວາມ​ສັບ​ສົນ​ທີ່​ການ​ນຳ​ຈະ​ຕ້ອງ​ໄດ້​ເຊີດ​ຊູ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ກົນ​ອຸ​ບາຍ​ຂອງ​
ພວກ​ລ່​າ​ເມືອງ​ຂຶ້ນ​ແບບ​ໃຫມ່, ທັງ​ເປັນ​ເຈົ້າ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ​ພາຍ​ໃຕ້​ຄຳ​ຂວ​ັນ:
ສັນ​ຕິ​ພາບ, ເອ​ກະ​ລາດ, ເອ​ກະ​ພ​າບ​, ປະ​ຊາ​ທິ​ປະ​ໄຕ ແລະ ວັດ​ທະ​ນາ​ຖາ​ວອນ ທີ່​ເປັນ​ຄຳ​ຂວັນ​ຍຸດ​ທະ​ສາດ
​ ແລະ​ຍຸດ​ໂທ​ບາຍ ເພື່ອ​ເຕົ້າ​ໂຮມ​ທຸກ​ຊັ້ນ​ຄົນ​ເຂົ້າ​ເປັນ​ກຳ​ລັງ​ຮັກ​ຊາດ , ​ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຂົ້າ​ໃນ​ຖັນ​ແຖວ​
ຂອງ​ອຳ​ນາດ​ການ​ປົກ​ຄອງ ວຽງ​ຈັນ​ທີ່​ເກີດ​ມີ​ການ​ຜັນ​ແຍກ​ນັບ​ມື້​ນັບ​ເລິກ​ເຊິ່ງ. ຈຸດ​ທີ່​ພົ້ນ​ເດັ່ນ​ກໍ່​ແມ່ນ​ພັກ​ສັນ​ຕິ​ພາບ​
ເປັນ​ກາງ​ຂອງ​ທ່ານ ກິ​ນິມ ພົມ​ເສ​ນາ ໄດ້​ຮ່ວມ​ສຳ​ພັນ​ກັບ​ແນວ​ລາວ​ຮັກ​ຊາດ, ການ​ເຈ​ລະ​ຈາ
ເພື່ອ​ປະ​ຕິ​ບັດ​ຄວາມ​ຖືກ​ຕ້ອງ​ປອງ ດອງ​ຊາດ​ໄດ້​ດຳ​ເນີນ​ມາ​ຮອດ​ຕົ້ນ​ປີ 1958 ຈຶ່ງ​ຕົກ​ລົງ
​ ເປີດ​ການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ທີ່​ມີ​ຕົວ​ແທນ​ຂອງ​ແນວ​ລາວ​ຮັກ​ຊາດ 11 ທ່ານ ແລະ ຂອງ
​ ພັກ​ສັນ​ຕິ​ພາບ​ເປັນ​ກາງ 4 ທ່ານ. ການ​ໂຄ​ສະ​ນາ​ໃນ​ບັ້ນ​ເລືອກ​ຕັ້ງ​ໄດ້​ເປັນ​ໂອ​ກາດ​ໃຫ້​ແນວ
​ ລາວ​ຮັກ​ຊາດ​ເຊີດ​ຊູ​ບົດ​ບາດ​ອິດ​ທິ​ພ​ົນ​ໃນ​ທົ່ວ​ປະ​ເທດ ເຊິ່ງ​ເຮັດ​ໃຫ້ ຜຸຍ​ ຊະ​ນະ​ນິ​ກອນ ແລະ
ລູກ​ມື​ຕ້ອງ​ໃຊ້​ທຸກ​ການ​ກະ​ທຳ​ຢ່າງ​ເປີດ​ແປນ​ເພື່ອ​ປັດ​ເຂ່ຍ​ກຳ​ລັງ​ແນວ​ລາວ​ຮັກ​ຊາ​ດ ແລະ
ກຳ​ລັງ​ເປັນ​ກາງ. ພວກ​ເຂົາ​ໃຊ້​ທັງ​ອຳ​ນາດ ແລະ ໃຊ້​ທຸ​ກ​ກຳ​ລັງ​ນາບ​ຂູ່​ບໍ່​ໃຫ້​ປະ​ຊາ​ຊົນ​
ປ່ອນ​ບັດ​ເອົາ​ກຳ​ລັງ​ຮັກ​ຊາດ ແລະ ກຳ​ລັງ​ເປັນ​ກາງ ທັງ​ປ່ຽນ​ຫີບ​ບັດ​ຈົນ​ເຮັດ​ໃຫ້​ຜູ້​ແທນ​
ຂອງ​ແນວ​ລາວ​ຮັກ​ຊາດ 2 ທ່ານ​ບໍ່​ໄດ້​ຄະ​ແນນ​ສຽງ, ແຕ່​ພວກ​ເຂົາ​ພັດ​ບໍ່​ສ​າ​ມາດ​ສະ​ກັດ​
ກັ້ນ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ກຳ​ລັງ​ປະ​ຕິ​ວັດ.
ເພື່ອ​ປະ​ຕິ​ບັດ​ເຈດ​ຕະ​ນາ​ອັນ​ມືດ​ເມົາ​ຂອງ​ພວກ​ເຂົາ​ພໍ​ແຕ່ການ​ເລືອກ​ຕັ້ງ​ໄດ້​ສິ້ນ​ສຸດ​ລົງ;
ຜຸຍ​ ຊະ​ນະ​ນິ​ກອນ ກໍ່​ໃຊ້​ຕີນມ​ື​ລົງ​ຄະ​ແນ​ນ​ສຽງ​ຢູ່​ໃນ​ສະ​ພາ​ຜູ້​ແທນ​ລາ​ສະ​ດອນ ເພື່ອມອບ​
ສິດ​ພິ​ເສດ​ໃຫ້​ຕົວ​ເຂົາ​ເອງ. ເລີ່ມ​ແຕ່​ນັ້ນ​ມາ​ການ​ຕໍ່​ສູ້​ລະ​ຫວ່າງ​ເຮົາ​ກັບ​ສັດ​ຕູ ເພື່ອ​ປະ​ຕິ​ບັດ
​ ສັນ​ຍາ​ລ​ວມ​ລາວ​ໄດ້​ກ້າວ​ເຂົ້າ​ສູ​່​ຄວາມ​ສັບ​ສົນ​ໃຫມ່. ເວ​ລາ​ນັ້ນ​ຄະ​ນະ​ບໍ​ລິ​ຫານ​ງານ​
ສູນ​ກາງ​ພັກ​ທີ່​ຍັງ​ເຕົ້າ​ໂຮມ​ຢູ່​ວຽງ​ຈັນ​ກໍ່​ໄດ້​ເປີດ​ປະ​ຊຸມ​ພ້ອມ​ກັນ​ຄາດ​ຄະ​ເນ​ວ່າ​ສະ​
ຖາ​ນະ​ກາ​ນ​ຍັງ​ສືບຕໍ່​ຜ​ັນ​ແປ​ໄປ​ຢ່າງ​ສັບ​ສົນ​, ອາ​ເມ​ລິ​ກາ​ໄດ້​ໃຊ້​ລູກ​ມື​ລົບ​ລ້າງ​ສັນ​
ຍາ​ລວມ​ລາວ​ຢ່າງ​ເປີດ​ແປນ. ກອງ​ປະ​ຊຸມ​ໄດ້​ປຸກ​ລະ​ດົມ​ຈິດ​ໃຈ​ປະ​ຕິ​ວັດ ເພື່ອ​ຕັດ​
ສິນ​ໃຈ​ປົກ​ປັກ​ຮັກ​ສາ​ສັນ​ຍາ​ເຊີ​ແນວ ແລະ ພ້ອມ​ກັນ​ນັ້ນ ກໍ່​ໄດ້​ຄາດ​ຄະ​ເນ​ເຖິງ​ຄວາມ​
ໂຫດ​ຮ້າຍ ຊຶ່ງ​ສັດ​ຕູ​ອາດ​ຈະ​ຈັບບັນ​ດາ​ສະ​ຫາຍ​ຢູ່​ໃນ​ສະ​ພາ ແລະ ໃນ​ລັດ​ຖະ​ບານ.
ສຸ​ດ​ທ້າຍກອງ​ປະ​ຊຸມ​ໄດ້​ຕົກ​ລົງ​ໃຫ້​ພາກ​ສ່ວນ​ທີ່​ຖືກ​ຕ້ອງ​ຕາມກ​ົດ​ໝາຍ​ດຳ​ເນີນ​ການ​
ຕໍ່​ສູ​້ ແລະ ມອບ​ໃຫ້​ສະ​ຫາຍ ຫນູ​ຮັກ ພູມ​ສະ​ຫວັນ ເປັ​ນ​ເລ​ຂາ​ຂອງ​ພ​າກ​ສ່ວນ​ກາ​ນ
​ ນຳ​ທີ່​ເຂົ້າ​ຮ່ວມ, ສະ​ຫາຍ ໄກ​ສອນ ພ​ົມ​ວິ​ຫານ ແລະ ສະ​ຫາຍ ຄຳ​ໄຕ ສິ​ພັນ​ດອນ
ທີ່​ບໍ່​ມີ​ຖາ​ນະ​ຖືກ​ກົດ​ຫມາຍ​ຈະ​ຖອນ​ອອກ​ໄປ​ເຂ​ດ​ປົດ​ປ່ອຍ ເພື່ອ​ນຳ​ພາ​ການ​ຕໍ່​ສູ້.
ຜ່ານ​ເຫ​ດ​ການ​ຕົວ​ຈິງ​ທີ່​ເກີດ​ຂຶ້ນ​ກໍ່​ຈະ​ແຈ້ງວ່າ​ການ​ກະ​ທຳ​ປະ​ຕິ​ການ​ຂອງ ຜຸຍ
ຊະ​ນະ​ນິ​ກອນ ທີ່​ມ້າ​ງ​ສັນ​ຍາ​ລວມ​ລາວ​ໄດ້​ຜັນ​ແປ​ໄປ​ຕາມ​ທິດ​ທີ່​ຄາດ​ຄະ​ເນ,
ຕົວ​ຈິງ​ທີ່​ສະ​ແດງ​ອອກ​ນັບ​ຕັ້ງ​ແຕ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ຈາກ​ສະ​ພາ​ຜູ້​ແທນ​ລາ
​ ສະ​ດອນ; ຜຸຍ ຊະ​ນະ​ນິ​ກອນ ໄດ້​ອີງ​ໃສ່​ທຸກ​ພາ​ຫະ​ນະ​ເປ​ັນ​ເຄື່ອງ​ມື​ປະ​ຕິ​ບັດ​
ແຜນ​ການ​ປາບ​ປາມ​ແນວ​ລາວ​ຮັກ​ຊາດ, ໃຊ້​ອຳ​ນາດ​ບັງ​ຄັບ​ໃຫ້​ຄົນ​ແນ​ວ​ລາວ
​ ຮັກ​ຊາດ​ທີ່​ກັບ​ເມືອ​ທ້ອງ​ຖິ່ນ​ຂຽນ​ໃບ​ລາ​ອອກ​ຈ​າກ​ເປັນ​ສະ​ມາ​ຊິກ​ແນວ​ລາວ​
ຮັກ​ຊາດ​ແລ້ວ​ປະ​ກາດ​ທາງວິ​ທະ​ຍຸ​ທຸກ​ມື້, ໄປ​ພ້ອມ​ກັບ​ການ​ຈັບ​ກຸມ ແລະ
ລອບ​ຄາດ​ຕະ​ກຳ​ຜູ້​ທີ່​ຮ່ວມມ​ື​ກັບ​ແນວ​ລາວ​ຮັກ​ຊາດ​ຢູ່​ຕາມ​ທ້ອງ​ຖິ່ນ.
ສິ່ງ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ​ແມ່ນ​ພວກ​ເຂົາ​ໄດ​້​ກ້າວ​ຂຶ້ນ​ປະ​ຕິ​ບັດ​ແຜນ
ກ​ານ​ລົບ​ລ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ແນວ​ລາວ ​ຮັກ​ຊາດ. ຫລັກ​ຖານ​ທີ່​ຢັ້ງຢືນ​ກໍ່​ແມ່ນ​ວັນ​ທີ
9/5/1959 ສອງ​ມື້​ກ່ອນ​ອັນ​ທີ່​ເອີ້ນ​ວ່າ: “ ບຸ​ນ​ລັ​ດ​ຖະ​ທຳ​ມະ​ນູນ” ທີ່​ພວກ​ເຂົາ​ຈັດ​ຕັ້ງ​ໃນ​ວັນທີ
11/5/1959 ກໍ່​ແມ່ນ​ກະ​ໂຕ ພູ​ມີ ຫນໍ່​ສະ​ຫວັນ ໄດ້​ນຳ​ເອົາ​ແຜນ​ການມອບ ກອງ​ພັນ​ທີ 2
ໃຫ້​ເຂົ້າ​ຊັ້ນ​ຂອງກອງ​ທັບ​ແຫ່ງ​ຊາດ​ໄປ​ສະ​ເຫນີ​ໃຫ້​ສະ​ຫາຍ ຫນູ​ຮັກ ພູມ​ສ​ະ​ຫ​ວັນ ເຊັນ​ຮັບ​ຮູ້,
ແຕ່​ສະ​ຫາຍ ຫນູ​ຮັກ ພູມ​ສະ​ຫວັນ ໄດ້​ປະ​ຕິ​ເສ​ດ​ຢ່າງ​ຂ​າດ​ຕົວ ແລະ ໃຫ້​ເຫດ​ຜົນ​ວ່າ​ຕາບ​
ດ​ທີ່​ສັນ​ຍາ​ລວມ​ລາວ​ຍັງ​ບໍ່​ທັນ​ໄດ້​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ​ນັ້ນ​ແນວ​ລາວ​ຮັກ​ຊາດ​ຍັງ​ບໍ່​ສາ​ມາດ
​ ຈະ​ມອບກອງ​ພັນ​ທີ 2 ໃຫ້​ຮັບ​ເອົາ​ຊັ້ນ​ຕຳ​ແຫນ່ງ​ຂອງກອງ​ທັບ​ແຫ່ງ​ຊາດ. ເມື່ອ​ໄດ​້​ຮັບ​ຄຳ​ຕອບ
ຢ່າງ​ຂາດ​ຕົວ​ຂອງ​ສະ​ຫາຍ ຫນູ​ຮັກ ພູມ​ສະ​ຫວັນ ຄື​ແນວ​ນັ້ນ​ແລ້ວ ພວ​ກ​ເຂົາ​ກໍ່​ໄດ້​ສົ່ງ​ນາຍ​ທະ
​ ຫານ​ຖື​ເອົາ​ແຜນ​ການ​ໄປ​ພົບ​ຜູ້​ບັນ​ຊາ​ການກອງ​ພັນ​ທີ 2 ຊຶ່ງ​ແມ່ນ ສະ​ຫາຍ ທອງ​ສະ​ຫວັດ
ໄຂ​ຄຳ​ພິ​ທູນ ເປັນ​ເລ​ຂາ​ຄ​ະ​ນະ​ພັກ​ຂອງກອງ​ພັນທີ 2 ທັງ​ເປັນ​ພະ​ນັກ​ງານ​ການ​ເມືອງ​ເພື່ອ​
ໃຫ້​ເຊັນ​ຊື່​ໃສ່​ແຜນ​ການ​ແຕ່​ສະ​ຫາຍ ທອງ​ສະ​ຫວັດ ໄຂ​ຄຳ​ພິ​ທູນ ໄດ້​ປະ​ຕິ​ເສດ​ຢ່າງ​ຂ​າດ​ຕົວ​ໂດຍ​
ໃຫ້​ເຫດ​ຜົນ​ວ່າ​ການ​ຮັບ​ເອົາ​ຊັ້ນ​ຂອງກອງ​ທັບ​ແຫ່ງ​ຊາດ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຂອງ​ຂັ້ນ​ເທິ​ງ. ເມື່ອ
​ ສະ​ຫາຍ ທອງ​ສະ​ຫວັດ ໄຂ​ຄຳ​ພິ​ທູນ ປະ​ຕິ​ເສດ​ຄື​ແນວ​ນັ້ນ​ມາ​ໃນ​ວັນ​ທີ 10 ພວກ​ເຂົາ​ໄດ້​ເອົາ​ເຮືອ​ບິນ
​ ໄປ​ນຳ​ເອົາ ສະ​ຫາຍ ທອງ​ສະ​ຫວັດ ໄຂ​ຄຳ​ພິ​ທູນ ມາ​ວຽງ​ຈັນ ເພື່ອ​ພົບ ສະ​ຫາຍ ຫນູ​ຮັກ ພູມ​ສ​ະ​ຫ​ວັນ,
ແຕ່​ສະ​ຫາຍ ຫນູ​ຮັກ ພູມ​ສ​ະ​ຫ​ວັນ ໄດ້​ຊີ້​ບອກວ່າ: ແຜນ​ການ​ຮັບ​ເອົາ​ຊັ້ນ​ຕຳ​ແຫນ່ງ​ຂອງກອງ​ທັບ​ແຫ່ງ​ຊາດ​
ມັນ​ແມ່ນ​ເຈດ​ຕະ​ນາ​ຈະ​ລົບ​ລ້າງ​ກຳ​ລັງ​ທະ​ຫານ​ຂອງ​ພວກ​ເຮົາ ແລະ ສັ່ງ​ບໍ່​ໃຫ້​ປະ​ຕິ​ບັດ​ຢ່າງ​ເດັດ​ຂາດ,
ຕ້ອງ​ປົກ​ປັກ​ຮັ​ກ​ສາ​ກຳ​ລັງ​ປະ​ກອບອ​າ​ວຸດ​ຢ່າງ​ຂ​າດ​ຕົວ, ໃນ​ກໍ​ລະ​ນີ​ຖື​ກ​ສັດ​ຕູ​ບຸກ​ຕີ ຫລື ກໍ່​ເຫດ​ອັນ​ໃດ​ອັນ​
ຫນຶ່ງ​ຂຶ້ນ​ກໍ່​ຕ້ອ​ງ​ຕັດ​ສິນ​ໃຈ​ຕໍ່​ສູ້​ປ້ອງກ​ັນ​ຕົວ​ແລ້ວ​ຖອນ​ເມືອ​ຖານ​ທີ່​ຫມັ້ນ. ເມື່ອ​ສະ​ຫາຍ ທອງ​ສະ​ຫວັດ
ໄຂ​ຄຳ​ພິ​ທູນ ກ​ັບ​ເມືອ​ທົ່ງ​ໄຫ​ຫ​ີນ ແລະ ຕອບ​ເຂົາ​ຢ່າງ​ຂາດ​ຕົວ​ແລ້ວ, ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 11
ທີ່​ເປັນ​ມື້​ສະ​ຫລອງ​ລັດ​ຖະ​ທຳ​ມະ​ນູນກ​ໍ່​ເປັນ​ມື້​ທີ່​ ຜຸຍ ຊະ​ນະ​ນິ​ກອນ ສັ່ງ​ໃຫ້​ຕຳ​ຫລວດ ໄປ​ປິດ​ລ້ອມ​ບັນ​
ດາ​ຜູ້​ນຳ​ຂອງ ​ແນວ​ລາວ​ຮັກ​ຊາດ​ຢູ່​ເຮືອນ​ຂອງ​ໃຜ​ລາວ. ຕໍ່​ມາ​ບໍ່​ເທົ່າ​ໃດ​ມື້​ພວ​ກ​ເຂົາ​ກໍ່​ໃຊ້ ກຳ​ລັງ​ທ​ະ​ຫ​ານ​
ໄປ​ປິດ​ລ້ອມ ກອງ​ພັນ​ທີ 2 ຊຶ່ງ​ສະ​ຫາຍ ທອງ​ສະ​ຫວັດ​ ໄຂ​ຄຳ​ພິ​ທູນ ພ້ອມ​ທັງ​ຄະ​ນະ​ບັນ​ຊາ​ໄດ້​ຕັດ​ສິນ
​ ໃຈ​ບັນ​ຊາ​ກອງ​ພັນ​ທີ 2 ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດ​ຕູ​ກັບ​ເມືອ​ຖານ​ທີ່​ຫມັ້ນ​ຢ່າງ​ປອດ​ໄພ. ມາ​ເຖິງວັນ​ທີ
16/5/ 1959 ; ຜຸຍ​ ຊະ​ນະ​ນິ​ກອນ​ໄດ້​ໃຊ້​ສານ ອອກ​ຄຳ​ສັ່ງ​ຈັບ​ບັນ​ດາ​ຜູ້​ນຳ​ໄປ​ຂັງ​ຄຸກ​ຢູ່​ໂພນ​ເຄັງ​.
ການ​ປະ​ກາ​ດ​ຄຳ​ສັ່ງ​ຈັບ​ຕົວ​ຜູ້​ນຳ​ແນວ​ລາວ​ຮັກ​ຊາດ ໄດ້​ສົ່ງ​ສຽງ​ດັງ​ເທົ່າ​ກັບ​ລະ​ເບີດ​ແຕກ​ໃນ​ທົ່ວ​ປະ​ເທດ,
ປຸກ​ລະ​ດົມ​ນ້ຳ​ໃຈ​ຄຽດ​ແຄ້ນ​ຂອງ​ປະ​ຊາ​ຊົນ ທຸກ​ຊັ້ນ​ຄົນ ແລະ ທຸກ​ຊົນ​ເຜົ່າ​ໃຫ້​ລຸກ​ຂຶ້ນ​ຕ້ານ​ການ​ກະ​ທຳ
​ ປະ​ຕິ​ການ​ຂອງ​ພວກ​ເຂົາ ກະ​ທັ້ງ​ເຖິງ​ພະ​ສົງ​ອົງ​ຄະ​ເຈົ້າ​ທີ່​ຢູ່​ໃນ​ສິນ​ກິນ​ໃນ​ທຳ​ກໍ່​ສະ​ແດງ​ຄວາ​ມ​ຄຽດ​ແຄ້ນ​
ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ.
ເລີ່ມ​ແຕ່​ມື້​ຖືກ​ຈັ​ບ​ເຂົ້າ​ຄຸກ​ໂພນ​ເຄັງ​ກໍ່​ແມ່ນ​ຈຸດ​ເວ​ລາ​ເຂົ້າ​ສູ່​ໄລ​ຍະ​ເຊີດ​ຊູ​ນ້ຳ​ໃຈ​ຕໍ່​ສູ້​ປະ​ຕິ​ວັດ​ຢ່າງ​ເດ​ັດ​ຂາດ​
ຂອງ​ບັນ​ດາ​ຜູ້​ນຳ​ພັກ​ປະ​ຊ​າ​ຊົນ​ ປະ​ຕິ​ວັດ​ລາວ. ຕາ​ມ​ຂ​້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ວ່າ​ເລີ່ມ​ແຕ່​ມື້​ເຂົ້າ​ຄຸກ​ທີ່​ສະ​ຫາຍ
ຫນູ​ຮັກ​ ພູມ​ສະ​ຫວັນ​ໄດ້​ກຳ​ແໜ້ນ​ຖັນ​ແຖວ​ຜູ້​ນຳ​ ແລະ​ ພະ​ນັກ​ງານ​ທັງ​ໝົດ, ຈັດ​ຕັ້ງ​ເປັນ​ຈຸ​ລຸ​ລົ່ງ​ແນວ​ຄິດ,
ປຸກ​ລະ​ດົມ​ນ້ຳ​ໃຈ​ປະ​ຕິ​ວັດ​ສຸດ​ກົກ​ສຸດ​ປາຍ​ ແລະ ເດັດ​ຂາດ​ບໍ່​ຍອມ​ຈ​ຳ​ນົນ​ສັດ​ຕູ​ໄດ້​ຕິດ​ແທດ​ສຳ​ຫລວດ​
ກວດ​ກາ​ເປັນ​ປະ​ຈຳ ​ເຊິ່ງ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຫນຶ່ງ​ທີ່​ນອນ​ຢູ່​ໃນ​ຄຸກ​ກໍ່​ໄດ້​ຊາບ​ຊຶມ​ທີ່​ສຸດ​ຕໍ່​ການ​ປຸກ​ລະ​ດົມ​ນ້ຳ​
ໃຈ​ເດັດ​ດ່ຽວ​ຫນຽວ​ແໜ້ນ​ໄດ້​ເຮັດ​ໃຫ້​ບັນ​ດາ​ຜູ້​ນ້ຳ ​ແລະ ພະ​ນັກ​ງານ. ​ທັງໝົດ​ມີ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ
​ ຢ່າງ​ໜັ​ກ​ແໜ້ນ. ພາຍ​ຫລັງ​ທີ່​ໄດ້​ຈັບ​ຜູ້​ນ້ຳ​ເຂົ້າ​ຄຸກ​ສອງ​ມື້​ຕໍ່​ມາ​ ຜຸຍ ຊະ​ນະ​ນິ​ກອ​ນ​ໄດ້​ໃຊ້​ສານ​ໄປ​ສືບ​ສວນ
​ ໂດຍ​ໃຊ້​ຂ​ໍ້​ກ່າວ​ຫາ​ວ່າ​ຝ​່າຍ​ປະ​ເທດ​ລາວ​ເປັນ​ຜູ້​ຊຸ​ກເຊ​ື່ອງ​ອາ​ວຸດ​ ຊຶ່ງ​ພວກ​ເຂ​ົ​າ​ໄດ້​ສຸມ​ຂໍ້​ຊັກ​ຖາມ​ເຂົ້າ​ໃສ່​
ສະ​ຫາຍ ຫນູ​ຮັກ ພູມ​ສະ​ຫ​ວັນ​, ແຕ່​ສະ​ຫາຍ​ໄດ້​ຕອບ​ພວກ​ເຂົາ​ວ່າ​ຝ່າຍ​ປະ​ເທດ​ລາວ​ເປັນ​ຝ່າຍ​ຫນຶ່ງ​
ຂອງ​ສັນ​ຍາ​ລວມ​ລາວ​ທີ່​ໄດ້​ປະ​ຕິ​ບັດ​ສັນ​ຍາ​ຢ່າງ​ເຂັ້ມ​ງວດ ແລະ ທັງ​ໄດ້​ຕ້ານ​ກັບ​ຄຳ​ກ່າວ​ຫາ “
ແນວ​ລາວ​ຮັກ​ຊາດ​ເປັນ​ຜູ້​ຊຸກ​ເຊື່ອງ​ອາ​ວຸດ” ເຊິ່ງ​ສະ​ຫາຍ​ ຫນູ​ຮັກ ພູມ​ສະ​ຫວັນ ​ໄດ້​ຕອບໂຕ້​ຢ່າງ​ຂາດ​
ຕົວ​ວ່າ​ຄຳ​ກ່າວ​ຫາ​ນັ້ນ​ມ​ັນ​ຕັ້ງ​ແມ່ນ​ເລື່ອງ​ເສກ​ສ​ັນ​ປັ້ນ​ແຕ​່ງ​ທີ່​ໄຮ້ຄວາມ​ຈິງ​ ແລະ ທັງ​ກ່າວ​ປະ​ນາມ​ວ່າ:
ເຫດ​ການ​ທັງ​ໝົດທີ່​ເກີດ​ຂຶ້ນ​ນັ້ນ​ກໍ່​ລ້ວນ​ແຕ່ມ​າ​ຈາກ​ການ​ກະ​ທຳ​ຂອງ ຜຸຍ ​ຊະ​ນະ​ນິ​ກອນ​ ນັ້ນ​ເອງ​ທ
ີ່​ເປ​ັນ​ຜູ້​ມ້າງ​ສັນ​ຍາ​ເຊີ​ແນວ, ມ້າງ​ສັນ​ຍາ​ລ​ວມ​ລາວ, ມ້າງ​ຄວາມ​ຖືກ​ຕ້ອງ​ປອງ​ດອງ ແລະ ອີງ​ໃສ່​ການ​
ກະ​ທຳ​ຕົວ​ຈິງ​ກໍ່​ແມ່​ນ ຜຸຍ​ ຊະ​ນະ​ນິ​ກອນ ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ຜົນ​ຮ້າຍ​ທີ່​ເກີດ​ຂຶ້ນ​ທັງ​ໝົດ​ນັ້ນ​
ແຕ່​ຜູ້​ດຽວ. ມາ​ຮອດ​ຫັ້ນ​ຄຳ​ຊັກ​ຖາມ​ກໍ່​ສິ້ນ​ສຸດ​ລົ​ງ. ຫລັງ​ຈາກ​ສະ​ຫາຍ ໜູ​ຮັ​ກ ພູມ​ສະ​ຫວັນ​ໄດ້​ເຜີຍ​ແບ
​ ໃບ​ໜ້າ​ປະ​ຕິ​ການ​ຂອງ ຜຸຍ ຊະ​ນະ​ນິ​ກອນ​ແລ​້ວ​ພວກ​ເຂົາ​ກໍ່​ບໍ່​ໄດ້​ຖາມ​ຜູ້​ອື່ນ, ນ​ັ້ນ​ເປັນ​ອັນ​ຈະ​ແຈ້ງວ່າ​ບັນ​ດາ
​ ຜູ້​ນຳ​ໄດ້​ໃຊ້​ຄຸກ​ເປັນ​ເວ​ທີ​ຕໍ່​ສູ້​ຕ້ານກັບ​ສັດ​ຕູ ແລະ ນຳ​ເອົາ​ສະ​ພາບ​ການ​ຕໍ່​ສູ້​ຢູ່​ໃນ​ຄຸກ​ອອກ​ສ​ົມ​ທົບ​ກັບ​
ຂະ​ບວນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໂດຍ​ແມ່ນ ນາງ ຄຳ​ແພງ ບຸບ​ຜາ ​ເປັນ​ຜູ້​ນຳ​ເອົາ​ເອ​ກະ​ສານ​ເຂົ້າ-​
ອອກ​ຕ​ະ​ຫລອດ​ເວ​ລາ​ຂອງ​ຊີ​ວິດ​ແຫ່ງ​ການ​ຕໍ່​ສູ​້​ຢ່າງ​ສຸດ​ກົກ​ສຸດ​ປາຍ​ຂອງ​ບັນ​ດ​າ​ຜູ້​ນຳ​ຢູ່​ໃນ​ຄຸກ​ໂພງ​ເຄັງ
ຍັງ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂົນ​ຂວາຍ​ອະ​ທິ​ບາຍ, ຊວນ​ເຊື່ອ​ສາ​ລະ​ວັດ​ທະ​ຫານ​ ແຕ່​ລະ​ຄົນ​ໃຫ້​ຫລຸດ​ພົ້ນ​
ອອກ​ຈາກ​ແນວ​ຄິດ​ປໍ​ລະ​ປັ​ກ​ທີ່​ສັດ​ຕູ​ໄດ້​ອົບ​ຮົມ ແລະ ແຕ່ງ​ຕັ້ງ​ໃຫ້​ມາ​ຍາມ​ຄຸກ​ຈົນ​ກາຍ​ເປັນ​ຜູ້​ຮັກ​ຊາດ,
ໄຂ​ປະ​ຕູ​ຄຸກ​ພາ​ຜູ້​ນຳ​ໂຕນ​ອອກ​. ອັນ​ນີ້​ມັນ​ແມ່ນ​ບັນ​ຫາ​ເປັນ​ຕາຍ ຊຶ່ງ​ສະ​ຫາຍ ຫນູ​ຮັກ ພູມ​ສະ​ຫວັນ ໄດ້​
ໃຊ້​ເວ​ລາ​ອະ​ທິ​ບາຍ​ຊວນ​ເຊື່ອ​ແຕ່​ລະ​ຄົນ ແລະ ທັງ​ຮັບ​ປະ​ກັນ​ຄວາມ​ລັບ​ຕັ້ງ​ແຕ່​ມື້​ເຂົ້າ​ຄຸກ​ຈົນ​ຮອດ​ມື້​ໂຕນ​
ອອກ​ຈາກ​ຄຸກ, ໃນ​ທີ່​ສຸດ​ກໍ່​ຍ້ອນ​ກຳ​ແໜ້ນ​ສາ​ລະ​ວັດ​ທະ​ຫານ​ແຕ່​ລະ​ຄົນ​ຈຶ່ງ​ຕົກ​ລົງ​ເວ​ລາ​ໂຕນ​ອອກ​ຈ​າກ​ຄຸກ
​ ຕົວ​ຈິງ ຊຶ່ງ​ສະ​ຫາ​ຍ ຊຽງ​ສົມ ກຸນ​ລາ​ວົງ​ໄດ້​ນຳ​ເອົາ​ຈົດ​ຫມາຍ ຂອງ​ສະ​ຫາຍ ສາ​ລີ ວົງ​ຄຳ​ຊາວ​ ໄປ​ມອບ​ໃຫ້
ສະ​ຫາຍ ຫນູ​ຮັກ ​ພູ​ມສະ​ຫວັນ ໃນ​ຄືນ​ວັນ​ທີ 25/5/1960 ເວ​ລາ 12ໂມງ​ກາງ​ຄືນ​ແມ່ນ​ສາ​ລະ​ວັດ​ທະ​ຫານ​
ທັງ​ໝົດ​ໄດ້​ພ້ອມ​ກັນ​ຕັດ​ສິນ​ໃຈ​ໄຂ​ປະ​ຕູ​ຄຸກ​ໃຫ້​ຜູ້​ນຳ​ອອກ​ຈ​າກ​ຄຸກ​ຢ່າງ​ປອດ​ໄພ. ໃນ​ຄືນ​ນັ້ນ​ພໍ​ດີ​ໄປ​ຮອດ
​ ດົງ​ປ່າ​ເລົ່າ​ບ້ານ ນາ​ຄູນ​ນ້ອຍ​ທີ່​ເປັນ​ບ່ອນ​ລີ້​ຊ້ອນ​ໂດຍ​ແມ່ນ​ສ​ະ​ຫາຍ ຄຳ​ພິມ ແລະ ສະ​ຫາຍ ຄຳ​ຜົນ
ບຸ​ດ​ດາ​ຄຳ ເອົາ​ກຳ​ລັງ​ຫນຶ່ງ​ຫມວດ​ໄປ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ, ຕໍ່​ມາ​ແມ່ນ​ຄືນ​ວັນ​ທີ 26 /5 /1960 ,
ໄດ້​ພ້ອມ​ກັນ​ຂ້າມ​ທາງ​ເລກ​ທີ 13 ຂຶ້ນ​ໄປ​ພົບ ສະ​ຫາຍ ສາ​ລີ ວົງ​ຄຳ​ຊາວ ຢູ່​ພູ​ພະ​ນັງ.
ກ​ານ​ຈັດ​ຕັ້ງ​ໂຕນ​ອອກ​ຄຸກ​ຂອງ​ບັນ​ດາ​ຜູ້​ນຳ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ ໄດ້​ກາຍ​ເປັນ​ສຽງ​ລະ​ຄັງ ປຸ​ກ
​ ລະ​ດ​ົມ​ທຸກ​ຊັ້ນ​ຄົນ, ທຸກ​ຊົນ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ໃຫ້​ລຸກ​ຂຶ້ນ​ຕໍ່​ສູ້​ໂຄ່ນ​ລົ້ມ ຜຸຍ ຊະ​ນະ​ນິ​ກອນ ແລະ
ພັກ​ພວກ​ຂອງ​ພວກ​ເຂົາ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຂົ້າ​ພາຍ​ໃນ​ກອງ​ທະ​ຫານ​ຂອງ​ຝ່າ​ຍ​ວຽງ​ຈັນ​ເກີດ​ຜັກ​ແຍກ;
ເຫດ​ການ​ທີ່​ພົ້ນ​ເດັ່ນ​ກໍ່​ແມ່ນກອງ​ພັນ​ທະ​ຫານ​ລາບ​ອາກ​າດ​ທີ 2 ລຸກ​ຂຶ້ນ​ເຮ​ັດ​ລັດ​ຖະ​ປະ​ຫານ​ໃນ​ວັນ​ທີ
9/8/1960 ໂຄ່ນ​ລົ້ມ​ລັດ​ຖະ​ບານ ຜຸຍ​ ຊະ​ນະ​ນິ​ກອນ, ລູກ​ມື​ອາ​ເມ​ລິ​ກາ ແລະ ການ​ໃຊ້​ສິດ​ພິ​ເສດ​
ຂອງ​ເຂົາ​ກໍ່​ຫມົດ​ພ້ອມໆ​ກັນ​ແລ້ວ ຈັດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃຫມ່​ຂຶ້ນ​ໂດຍ​ແມ່ນ​ສະ​ເດັດ​ເຈົ້າ​ ສຸ​ວັນ​ນະ​ພູມ​ມາ
ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ປະ​ກາດຮ່ວມ​ມື​ກັບ​ແນວ​ລາວ​ຮັກ​ຊາດ​ເພື່ອ​ສ້າງ​ຄວາມ​ຖືກ​ຕ້ອງ​ປອງດອງ​ຕາມ​
ສັນ​ຍາ​ເຊີ​ແນວ. ​ໃນ​ເວ​ລາ​ນັ້ນ​ບັນ​ດາ​ຜູ້​ນຳ​ຂອງ​ພັກ ແລະ ພະ​ນັກ​ງານ​ທັງໝົດ​ທີ່​ໂຕນ​ອອກ​ຈາກ​ຄຸກ​ຍັງ​ພວມ​
ພັກ​ຜ່ອນ​ຢູ່​ບ້ານ​ຖ້ຳ​ແກ້ວ​ຂຶ້ນ​ກັບ​ເມືອງ​ກາ​ສີ, ແຂວງວຽງ​ຈັນ ເພື່​ອ​ເອົາ​ແຮງ​ກຽມ​ຕົວ​ຈະ​ກັບ​ເມືອ​ເຂ​ດ​ປົດ​ປ່​ອຍ
ກໍ່​ພໍ​ດີ​ຮັບ​ໂທ​ລະ​ເລກ​ຈາກ​ສູນ​ກາງ​ພັກ​ໃຫ້ ສ​ະ​ຫາຍ ຫນູ​ຮັ​ກ ພູມ​ສະ​ຫວັນ ເປັນ​ເລ​ຂາ​ພາກ​ສ່ວນ​ການ​ນຳ​ກັບ​
ຄືນ​ວຽງ​ຈັນ ພ້ອມ​ທ​ັງ​ສະ​ຫາຍ ພູ​ມີ ວົງ​ວິ​ຈິດ, ສະ​ຫາຍ ພູນ ສີ​ປະ​ເສີດ, ສະ​ຫາຍ ສີ​ຊະ​ນະ ສີ​ສານ,
ສະ​ຫາຍ ສິງ ກະ​ໂປ ສີ​ໂຄດ​ຈຸນ​ລະ​ມະ​ນີ ແລະ ສ​ະ​ຫາຍ ເພົ້າ ພິມ​ມະ​ຈັນ, ສ່ວນ ສ​ະ​ຫ​າ​ຍ​ອື່ນ​ໆ​
ໃຫ້​ກຽມ​ຕົວ​ໄປ​ເຂ​ດ​ປົດ​ປ່ອຍ. ເມື່ອ​ເບິ່ງ​ເລິກ ເຊິ່ງ​ຕະ​ຫລອດ​ຂະ​ບວນ​ວິ​ວັດ​ຂອງ​ການ​ຕໍ່​ສູ້​ລະ​ຫວ່າ​ງ​ເຮົາ​ກັບ​
ສັດ​ຕູ ເພື່ອ​ປະ​ຕິ​ບັດ​ສັນ​ຍາ​ລວມ​ລາວ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສັບ​ສົນ​ຕັ້ງ​ແຕ່​ປີ 1955
ຈົນ​ຮອດ​ປີ 1960 ແລ້ວ​ຈຶ່ງ​ຢືນ​ຢັນ​ວ່າ​ການ​ຕໍ່​ສ​ູ້​ຢ່າງ​ເດັດ​ດ່ຽວ​ຂອງ​ບັນ​ດາ​ຜູ້​ນຳ​ພັກ​ປະ​ຊາ​ຊົນ ປະ​ຕິວ​ັດ​ລາວ
ຢູ່​ໃນ​ຄຸກ ແລະ ການ​ຈັດ​ຕັ້ງໂຕນ​ອອກ​ຄຸກໂພນ​ເຄັງ ເຖິງວ່າ​ໄດ້​້​ຜ່ານ​ເວ​ລາ​ພໍ​ດີ 48 ປີ​ແລ້ວ​ກໍ່​ຕາມ,
ແຕ່​ມັນ​ພັດ​ແມ່ນ​ເຫດ​ການ​ການ​ເມືອງ​ທີ່​ມີ​ຄວາ​ມ​ຫມາຍ​ປະ​ຫວັດ​ສາດ​ຍາວ​ນານ, ທັງ​ເປັນ​ປະ​ໂຫຍດ
​ ເພື່ອ​ການ​ອົບ​ຮົມ​ບົ່ມ​ສອນ​ແນວ​ຄິດ​ປະ​ຕິ​ວັດ​ສຸດ​ກົ​ກ​ສຸ​ດ​ປ​າຍ​ຂອງ​ບັນ​ດາ​ຜູ້​ນຳ​ພັກ​ລຸ້ນ​ກ່ອນ​ໃຫ້​ແກ່​
ອະ​ນຸ​ຊົນ​ລຸ້ນ​ໃຫມ່​ສືບ​ທອດ​ຕໍ່ໆ​ກັນ​ໄປ​ໃນ​ພາຍ​ຫນ​້າ.

ຫນ້າທີ່ສຳຄັນຕົ້ນຕໍແລະປັດໄຈພື້ນຖານແຫ່ງການ
ດຳເນີນການກໍ່ສ້າງວຽກງານຮາກ ການເມືອງໃນໄລຍະໃຫມ່

*ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ແມ່ນ​ມາດ​ຕະການ​ຍຸດ​ທະ​ສາດ​ຂອງ​ພັກ ​ເພື່ອ​ນຳພາ​ປະ​ເທດ​ຊາດ​ກ້າວ​ໄປ​ສູ່​ຄວາມ ​ສີວິ​ໄລ​ເທື່ອ​ລະ​ກ້າວ, ປົກ​ປັກ​ຮັກສາ​ສະ​ເຖຍລະ​ພາບ​ທາງ​ດ້ານ​ການ​ເມືອ​ງ ​ເຊິ່ງ​ໃນ​ນັ້ນພັກ​ໄດ້​ຢັ້ງຢືນ​ວ່າ: “​ໃນ​ໄລຍະ​ໃໝ່ ຂອງ​ການ​ປະ​ຕິ​ວັດ​ຕ້ອງ​ສືບຕໍ່​ຫັນ​ລົງ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ ຕິດ​ພັນ​ກັບ​ການ​ພັດທະນາ​ຊົນນະບົດ​ຮອບ ດ້ານ, ສ້າງ​ບ້ານ ​ແລະ​ກຸ່ມ​ບ້ານ​ພັດທະ ນາ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ຮອບດ້ານ ​ໂດຍ​ສົມທົບ​ແໜ້ນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​-ສັງຄົມ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະ ຫງົບ; ຖື​ເອົາ​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ເປັນ​ວຽກ​ງານ​ທີ່​ຢືນ​ຢູ່​ແຖວ​ໜ້າ ​ໂດຍ​ສຸມ​ໃສ່​ກໍ່ສ້າງ ​ແລະ​ ປັບ ປຸງ​ຮາ​ກຖານ​ພັກ​ເປັນ​ບັນຫາ​ສຳຄັນ, ​ເອົາ​ໝາກຜົນ​ຂອງ​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ພັດທະນາ​ຊົນນະບົດ ຕິດ​ພັນ​ກັບ​ການ​ປັບປຸງ​ກົງຈັກ​ການ ຈັດຕັ້ງ ນັບ​ແຕ່​ຂັ້ນຮາກ​ຖານ​ຂຶ້ນ ມາ”. ອັນ​ນີ້​ແມ່ນ​ທິດ​ທາງ​ໜ້າ​ທີ່​ຕົ້ນຕໍ​ຂອງ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ທີ່​ພັກ​ໄດ້ວາງ​ອອກ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ ຄວາມ​ເປັນ​ຈິງ​ໃນ​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ.
ສະນັ້ນ, ທ່າມກາງ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ໄລຍະ​ໃໝ່​ຂອງ​ການ​ປະຕິ ວັດ​ໄດ້​ກາຍ​ເປັນ​ກາລະ​ໂອກາດ​ໃໝ່​ທີ່​ເອື້ອອຳນວຍ​ ຄວາມ​ສະດວກ ​ໃຫ້​ແກ່​ການ​ດຳ​ເນີນ​ວຽກ​ງານ​ຕ່າງໆ ເປັນ ຕົ້ນ: ການ​ສືບຕໍ່​ດຳ​ເນີນ​ວຽກງານ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ ຕິດ​ພັນ ກັບ​ການ​ພັດທະນາ​ຊົນນະບົດ​ຮອບ​ດ້ານ, ການ​ສ້າງ​ບ້ານ ​ແລະ​ກຸ່ມ​ບ້ານ​ພັດທະນາ ​ເຊິ່ງ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ ເພື່ອ​ກໍ່ສ້າ​ງພື້ນຖານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ​ເທື່ອ​ລະ​ກ້າວ. ຕ້ອງ​ຖື​ເປັນ​ບັນຫາ​ສຳ​ຄັນ​ຕໍ່​ກັບ​ການ​ດຳ​ເນີນ​ວຽກ​ງານ​ດັ່ງກ່າວ, ຕ້ອງ​ເຮັດ​ໃຫ້​ວຽກ​ງານ​ດັ່ງ​ສອດ​ຫ້ອຍ​ກັບ​ວຽກ​ງານ​ອື່ນໆ ແລະ​ຕ້ອງ​ດຳ​ເນີນ​ວຽກ​ງານ​ດັ່ງກ່າວ​ນີ້​ເປັນ​ປະ ຈຳ, ປົກກະຕິ, ຕໍ່​ເນື່ອງ​ອັນ​ນີ້​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ ທີ່​ພວກ​ເຮົາ​ຕ້ອງ​ສືບຕໍ່​ເສີມ​ຂະຫຍາຍ​ຢ່າງ​ມີ​ລັກ​ສະ​ນະ​ວິທະຍາສາດ.
ຈາກທັດສະນະຄືດັ່ງນັ້ນ ໜ້າທີ່ ຕົ້ນຕໍສຳຄັນ ແລະປັດໄຈພື້ນຖານ ໃນ ການດຳເນີນວຽກງານກໍ່ສ້າງຮາກ ຖານການເມືອງ ຕ້ອງເຂົ້າໃຈ ແລະ ເຊື່ອມຊຶມຢ່າງຈະແຈ້ງກ່ຽວກັບ ການດຳເນີນວຽກງານດັ່ງກ່າວ, ຕ້ອງກຳໃຫ້ໄດ້ບັນດາບັນຫາ, ບັນດາ ວຽກງານ ແລະ ເນື້ອໃນຈຸດປະສົງ ລະດັບຄາດໝາຍຂອງການດຳເນີນ ວຽກງານກໍ່ສ້າງຮາກຖານການ ເມືອງເພື່ອເຮັດໃຫ້ວຽກງານດັ່ງ ກ່າວໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບປະສິດທິຜົນ ແລະ ກໍດຳເນີນໄປຖືກທິດ.
ກ່ຽວກັບໜ້າທີ່ສຳຄັນຕົ້ນຕໍແລະ ແລະປັດໄຈອັນເປັນພື້ນຖານໃນ ການດຳເນີນວຽກງານກໍ່ສ້າງຮາກ ຖານການເມືອງແມ່ນ ມີບັນຫາດັ່ງນີ້:
ບັນຫາທີໜຶ່ງ: ຕ້ອງເອົາໃຈໃສ່ຕໍ່ ການເຊື່ອມຊຶມ ແລະ ຄວາມເຂົ້າໃຈ ແຈ້ງກ່ຽວກັບ ແນວທາງນະໂຍບາຍ ຂອງພັກກ່ຽວກັບ ວຽກງານກໍ່ສ້າງ ຮາກຖານການເມືອງ ເຊິ່ງໃນນັ້ນ ບັນ ດາແນວທາງ, ທິດທາງ ແລະ ນະໂຍ ບາຍຕ້ອງໄດ້ຮັບການເສີມຂະຫຍາຍ ຢ່າງມີຫົວຄິດປະດິດສ້າງ ແລະ ສອດ ຄ່ອງກັບໄລຍະຂອງການປະຕິວັດ. ຕ້ອງເຂົ້າໃຈແຈ້ງກ່ຽວກັບເນື້ອ ໃນ ຄວາມໝາຍສຳຄັນ ຂອງວຽກງານ ກໍ່ສ້າງຮາກຖານການເມືອງວ່າ ແມ່ນວຽກງານແນວໃດ, ຕ້ອງດຳ ເນີນດ້ວຍວິທີໃດ ແລະ ມີເປົ້າໝາຍ ຫຍັງ? ອັນນີ້ແມ່ນບັນຫາທຳ ອິດທີ່ ພວກເຮົາຄວນກຳໃຫ້ໄດ້ຢ່າງລະ ອຽດຖີ່ຖ້ວນ, ເພາະຫຍັງ? ເພາະວ່າ ການດຳເນີນການກໍ່ສ້າງຮາກຖານ ການເມືອງຖ້າຈະເວົ້າໃຫ້ຈະແຈ້ງ ແລ້ວກໍແມ່ນການກໍ່ສ້າງ ແລະ ການ ປັບປຸງລະບົບການເມືອງ ປະຊາທິ ປະໄຕ ປະຊາຊົນລາວ ໃຫ້ນັບມື້ນັບ ເຂັ້ມແຂງຮອບດ້ານ ໂດຍຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ- ວັດທະນະທຳ ແລະວຽກງານປ້ອງ ກັນຊາດ- ປ້ອງກັນຄວາມສະຫງົບ ເຊິ່ງໃນນັ້ນ ແຕ່ລະວຽກງານຕ້ອງ ດຳເນີນໄປຢ່າງພາວະວິໄສ,ກົມກຽວ ແລະດຳເນີນ ໄປພ້ອມໆ ກັບການ ສ້າງບ້ານ ກຸ່ມບ້ານພັດທະນາ ເພື່ອ ເຮັດ ໃຫ້ບ້ານກາຍ​ເປັນຕົວ​ເມືອງ​ນ້ອຍ​ຢູ່ຊົນນະບົດ.
ບັນຫາ​ທີ​ສອງ: ການ​ກໍ່ສ້າງ​ພະ ນັກງານ​ທີ່​ຈະ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ ​ໃນ​ບັນຫາ​ດັ່ງກ່າວ​ນີ້​ແມ່ນ​ປັດ​ໄຈ​ພື້ນ ຖານ​ທີ່​ເປັນ​ບັນຫາ​ສຳຄັນ​ ໃນ​ການຈັດ ຕັ້ງປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ເພາະວ່າ: ພະນັກງານ​ແມ່ນ​ປັດ​ໄຈ​ຕັດສິນ​ຕໍ່​ການ​ເສີມ​ຂະຫຍາຍ​ວຽກ​ງານ ແລະ ​ເປັນ​ຜູ້ນຳ​ເອົາ​ແນວ​ທາງ​ນະ​ໂຍບາຍ​ຕ່າງໆ​ລົງ​ສູ່​ຂອບ​ເຂດ​ວຽກ​ງານ​ຕ່າງໆ ເຊິ່ງ​ໃນ​ນັ້ນໜ້າ​ທີ່​ສຳ​ຄັນ​ຕົ້ນຕໍ​ຂອງ​ພວກ​ເຮົາ​ແມ່ນ​ຕ້ອງ​ ເອົາ​ໃຈ​ໃສ່​ຕໍ່​ການ​ກໍ່ສ້າງ​ພະນັກງານ ​ເພື່​ອຫັນ​ເອົາ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ ລົງ​ກໍ່ ສ້າງ​ຮາກ​ຖານ​ພັດທະນາ​ຊົນນະບົດ ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ. ໃນ​ການ​ກໍ່ ສ້າງ​ພະນັກງານ​ຕ້ອງ​ມີ​ລະບຽບແບບ ແຜນ ​ແລະ ​ມີ​ຈຸດປະສົງ​ເປົ້າ​ໝາຍ​ແນ່ ນອນ ​ແນ​ໃສ່​ສ້າງ​ຜູ້​ສືບ​ທອດ​ທີ່​ດີ ເພື່ອ​ນຳພາ​ວຽກ​ງານ​ຕ່າງໆ ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຕ້ອງ​ເອົາ​ ໃຈ​ໃສ່​ຕໍ່​ການ​ກໍ່ສ້າງ​ພະນັກງານ​ກັບ​ທີ່ ​ເພື່ອ​ນຳພາ​ປຸກລະ ດົມ​ປະຊາ​ເຮັດ​ວຽກ​ງານ​ຕົວ​ຈິງ​ຢູ່​ໃນ​ຂັ້ນຮາກ​ຖານ.
ບັນຫາທີສາມ: ການຈັດຕັ້ງປະ ຕິ​ບັດວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ກ່ຽວ​ກັບ​ບັນນີ້​ແມ່ນ​ມີ​ຄວາມ​ສຳ​ຄັນ ​ເພາະວ່າ​ການ
ຈັດຕັ້ງ ປະຕິບັດ​ບັນດາ​ໜ້າ​ທີ່​ວຽກ​ງານ​ຕ່າງໆ ​ແມ່ນ​ຂອດ​ການ​ດຳ​ເນີນ​ງານ​ທີ່​ສຳຄັນ ​ເພື່ອ​ນຳເອົາທິດ​ທາງໜ້າ​ທີ່​ຕ່າງໆ ເຂົ້າ​ສູ່​ຂອດ​ການຈັດຕັ້ງປະຕິ ບັດ​ຕົວ​ຈິງ. ການຈັດຕັ້ງປະຕິບັດ​ຕົວ​ຈິງ​ຕ້ອງ​ຮັບປະກັນ​ດ້ານ​ທາດ​ແທ້​ແຫ່ງ​ການ​ນຳພາ, ຮັບປະກັນ​ຜົນສຳ​ເລັດ ​ແລະ​ ກໍ່​ມີ​ລັກສະນະ​ຫລັກ​ການ​ລວມ. ມີ​ການ​ສະຫລຸບ​ຖອດ​ຖອນ​ບົດ ຮຽນ, ມີ​ການວາງ​ມາດ​ຕະການ​ດຳ​ເນີນ​ງານ, ມີ​ການ​ຕີ​ລາຄາ ​ແລະ​ແກ້​ໄຂ​ຈຸດ​ດີ​ຈຸດ​ອ່ອນ​ຂໍ້ຄົງຄ້າງ ​ໃນ​ການ ຈັດຕັ້ງປະຕິບັດ.

ຄະນະ​ພັກ​ເມືອງ​ວັງ​ວຽງ ​ເພີ້ມທະວີ​ການ​ຊີ້ນຳ​ດ້ານ​ວຽກ​ງານ ອຸດສາຫະກຳ ການ​ຄ້າ

*​ໂດ​ຍ​ເຊື່ອມ​ຊຶມ​ເນື້ອ​ໃນ​ຈິດ​ໃຈ​ເອກ​ະສານ​ກອງ​ປະຊຸມ ​ໃຫຍ່​ງຄັ້ງ​ທີ VIII ຂອງ​ພັກ ປປລ ທີ່​ວ່າ: “ສຸມ​ໃສ່​ກາ​ນລົງທຶນ ​ເພື່ອ​ສ້າງ​ຕັ້ງ ​ແລ​ະພັດ ທະນາການ​ຜະລິດ​ອຸດສາ​ຫະກຳ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ຢູ່​ເຂດ​ທີ່​ມີ​ທ່າ​ແຮງ​ເຊັ່ນ: ​ແຂວງ​ວຽງ​ຈັນ, ສະຫວັນ​ນະ​ເຂດ, ຈຳ​ປາ​ສັກ, ຫລວງ​ພະ​ບາງ ພັດທະນາ​ອຸດສາຫະກຳ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ບັນດາ​ເຜົ່າ ​ແລະ​ເພື່ອ​ຮັບ​ໃຊ້​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະ ຫງົບ, ກໍ່ສ້າງ​ອຸດ​ສາ​ຫະ ກຳ​ທັນ​ສ​ະ​ໄຫມ ມີ​ຄວາມ​ອາດ​ສາ ມາດ​ແຂ່ງຂັນ​ຂະຫນາດ​ໃຫຍ່​ຢູ່​ສູນ​ກາງ 3 ເຂດເສດ ຖະກິດຈຸດ​ສຸມ ​ເພື່ອ​ເປັນ​ຫົວ​ຈັກ​ແກ່​ດຶງ ອຸດສາຫະກຳ​ອື່ນ​ຂອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ໄປ​ຕາມ”.
​ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​ກາຍ​ເປັນ​ການ​ກະທຳ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຄະນະ​ພັກ​ເມືອງ ວັງ​ວຽງ ​ແຂວງ​ວຽງ​ຈັນຈຶ່ງໄດ້​ເອົາ​ ໃຈ​ໃສ່​ສືບຕໍ່​ຂະຫຍາຍ​ ແລະ ​ປັບປຸງ​ວຽກ​ງານ​ອຸດສາຫະກຳ, ຫັດຖະກຳ​ແລະ​ການ​ຄ້າ ລົງ​ສູ່​ຮາ​ກຖານ​ບ້ານ​ຂອງ​ປະຊາຊົນເຜົ່າ​ຕ່າງໆ​ດ້ວຍ​ຄວາມ​ຈິງ​, ໂດຍມີການຊຸກຍູ້​ສົ່ງ​ເສີມ​ຫົວຫນ່ວຍ​ອຸດສາຫະກຳດຳ​ເນີນ​ກາ​ນຜະລິດ​ໃຫ້​ເປ​ັນປົກກະຕິ,​ເປັນ​ຕົ້ນ​ແມ່ນ​ໂຮງງານ​ຊີມັງ​ວັງ​ວຽງ I ແລະ​ໂຮງ ງານ​ຊີມັງ​ວັງ​ວຽງ II, ​ໂຮງງານ​ນ້ຳ​ດື່ມ, ​ໂຮງສີ​ເຂົ້າ, ​ໂຮງ​ນ້ຳກ້ອນ​ເພື່ອ​ຕອບ​ສະ ຫນອງ​ໃຫ້ແກ່​ສັງຄົມ​ຢ່າງ​ທົ່ວ​ເຖິງ ​ເຊິ່ງສາມາດ​ບັນລຸ​ຕົວ​ເລກ​ຄາດ ຫມາຍ 7,7 ຕື້ກວ່າ​ກີບ, ຊຸກຍູ້​ການ​ຜະລິດ​ຂອງ​ໂຮງ​ຊ່າງ​ຫັດຖະກຳ, ສີ​ໄມ້​ລາຍ​ມື​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ, ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ, ຫັດຖະກຳ​ຕ່ຳຫູກ​ທໍ່​ໄຫມ ການ​ຫຍິບ​ປັກ​ຖັກ​ແສ່ວ ຂອງ​ເອື້ອຍນ້ອງ​ແມ່ ຍິງ, ຫັດຖະກຳ​ຈັກ​ສານ​ສາມາດ​ບັນລຸ​ຕົວ​ເລກ​ຄາດຫມາຍ​ໄດ້ 1,3 ຕື້ ກວ່າ​ກີບ ​ເພີ່ມ​ຂຶ້ນ 40% ຖ້າ​ສົມ​ທຽບ​ໃສ່​ປີ 2006; ​ທົ່ວ​ເມືອງ​ວັງ​ວຽງ​ມີ​ປະ ຊາຊົນ​ໃຊ້​ໄຟຟ້າ 52 ບ້ານ ​ເທົ່າ​ກັບ 81,25% ຂອງ​ຈຳນວນ​ບ້ານທົ່ວ​ເມືອງ. ຄຽງ​ຄູ່​ກັບ​ວຽກ​ງານ​ອຸດສາ ຫະກຳ ​ແລະ​ຫັດ​ຖະກຳ​ແລ້ວ​ມາ​ເບິ່ງ​ວຽກ​ງານ​ການ​ຄ້າ​ກໍ່​ເຫັນ​ວ່າ​ໄດ້​ມີ​ທວງ​ທ່າ​ຂະຫຍາຍຕົວ​ເປັນ​ຕົ້ນ​ແມ່ນ​ໄດ້​ສ້າງ​ຕັ້ງ​ກຸ່ມ​ເກັບ ຊື້ເຂົ້າ​ໄດ້ 1 ກຸ່ມ​ສາມາດ​ຊື້​ເຂົ້າ​ໄດ້ 200 ໂຕ​ນ, ຈຳນວນ​ເຂົ້າ​ດັ່ງກ່າວ​ນັ້ນ ​ໄດ້​ສົ່ງ​ໃຫ້​ກຳ​ລັງ​ປ້ອງ​ກັນຊາ​ດ 100 ໂຕນ ​ແລະ ​ຊ່ວຍ​ເຫລືອ​ປະຊາຊົນ​ບາງ​ເຜົ່າທີ່​ບໍ່​ທັນ​ສາມາດ​ກຸ້ມ​ຕົນ​ເອງ ຈຳ ນວນ​ຫນຶ່ງ. ຈໍ​ລະ​ຈອນ​ສິນ ຄ້າ​ພາຍ​ໃນ​ເມືອງ​ສາມາດ​ບັນລຸ​ຕົວ​ເລກ ຄາດຫມາຍ 78 ລ້ານ​ກວ່າ​ກີບ, ສ້າງ​ຕະຫລາດ​ພັດທະນາ​ຊຸມ​ຊົນ ດ້ວຍ​ການ​ລະດົມ​ທຶນ​ຂອງ​ປະຊາ ຊົນ ​ເອງ​ຢູ່​ບ້ານ​ຜາ​ຕັ້ງ ​ໄດ້ 1 ແຫ່ງ, ຂຶ້ນທະບຽນ​ວິ​ສາ​ຫະກິດ​ໄດ້ 146 ຫົວຫນ່ວຍ ມີ​ທຶນ​ຈົດ​ທະບຽນ 3,8 ຕື້ກວ່າ​ກີບ,​ໄດ້​ອອກ​ຫນັງສື​ຢັ້ງຢືນ​ສືບຕໍ່​ດຳ​ເນີນ​ທຸລະ​ກິດ​ມີ 570 ຫົວ ໜ່ວຍ, ລົງ​ກວດກາ​ຫົວ​ຫນ່ວຍ​ທຸລະ​ກິດ, ຫ້າ​ງຮ້ານ​ແລະ​ຢຶດສິນຄ້າ​ມີ 2 ຄັ້ງມີມູນ​ຄ່າ 5 ລ້ານ ກີ​ບ, ລາຍ​ຮັບ​ວິຊາ​ການວາງ​ແຜນ​ມີ 1, 3 ຕື້ ກວ່າ​ກີບ ​ແຕ່​ປະຕິບັດ​ໄດ້ 660 ລ້ານ​ກີບ.
ສັງ​ລວມ​ແລ້ວ​ວຽກງານ​ອຸດ ສາ​ຫະກຳ, ຫັດຖະກຳ ​ແລະ​ການ​ຄ້າ ຢູ່​ເມືອ​ງວັງ​ວຽງ ​ແຂວງ​ວຽງ ຈັນ ປີ 2007 ຖ້າ​ຫາກ​ທຽບ​ໃສ່​ທ້າຍ​ຜ່ານ​ມາ​ແມ່ນ​ໄດ້​ມີ​ທ່ວງທ່າ​ຂະ​ຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ບັນ ຫາ​ພື້ນຖານ​ແມ່ນ​ໄດ້​ຕອບ​ສະ ຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ສາ ມາດ​ຊົມ​ໃຊ້​ພະ ລັງງານ​ໄຟຟ້າ​ເຖິງ 81,25% ຂອງ​ຈຳນວນບ້ານ​ໃນ​ທົ່ວ​ເມືອງ​ພ້ອມ​ທັງ​ຊຸກຍູ້​ສົ່ງ​ເສີມ​ວຽກ​ງານ​ການ​ຕ່ຳ​ຫູກ​ທໍ່​ໄຫມ, ຫຍິບ​ປັກ​ຖັກ​ແສ່ວ​ຂອງ​ເອື້ອຍນ້ອງ​ແມ່​ຍິງ ​ແມ່ນ​ສູງຂຶ້ນ​ໄປ​ຕາມ​ແຕ່ລະ​ປີ ທັງ​ນັ້ນ​ກໍ່​ເນື່ອງ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ໃນການ​ຊີ້ນຳ-​ ນຳ ພາ ຂອງ​ຄະນະ​ພັກ ​ເມືອງ​ວັງ​ວຽງ ສົມທົບ​ກັບ​ມູນ​ເຊື້ອ ຄວາມ​ດຸ​ໝັ່ນ ຂະ ຫຍັຍພຽນ ຂອງ​ປະຊາຊົນບັນດາ​ເຜົ່າພາຍໃນ​ເມືອງ​ນັ້ນ​ເອງ./.

ພາລະກິດ 47 ປີ ຂອງ​ກຳລັງ ປກສ

*ກ່ອນ​ຫນ້ານີ້ 47 ປີ ໃນຂະ​ບວນ ວິວັດ​ຂອງ​ການ​ປະຕ