ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ວຽກງານປູກຝັງແລະລ້ຽງສັດ ຢູ່ເມືອງວັງວຽງ

*ວັງ​ວຽງ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 13 ເມືອງ​ທີ່​ຂຶ້ນກັບ​ແຂວງ​ວຽງ​ຈັນ ມີ​ຈຳນວນ 64 ຫມູ່​ບ້ານ, 8.500 ຄົວ​ເຮືອນ ມີ 9.495 ຄອບຄົວ ມີ​ພົນ​ລະ​ເມືອງ 49.855 ຄົນ, ຍິງ 24.712 ຄົນ ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ແລະ ຕັ້ງ​ພູມລຳເນົາ​ບົນ​ດິນ​ດອນ​ຕອນ​ນີ້​ເປັນ​ເວລາດົນ​ນານ​ເຊັ່ນ: ຊົນ​ເຜົ່າ​ລາວ, ​ໄຕ, ກຶມ​ມຸ, ມົ້ງ, ອີ້ວມຽນ, ອາຊີບ​ຕົ້ນຕໍ​ຂອງ​ປະຊາຊົນ​ແມ່ນ​ເຮັດ​ນາ,​ເຮັດ​ໄຮ່​ປູກ​ເຂົ້າ, ລ້ຽງ ສັດ​ປະ​ເພດ​ຕ່າງໆ ​ແລະອື່ນໆ​ເປັນ​ອາ ຊີບ​ເສີມ.
ບົນ​ພື້ນຖານ​ສະພາບ​ຈຸດ​ພິ​ເສດ​ຂອງ​ບັນດາ​ຊົນ​ເຜົ່າ​ເມືອງວັງ​ວຽງ​ແຂວງ​ວຽງ​ຈັນ​ດັ່ງ​ໄດ້​ກ່າ​ວາ​ນັ້ນ; ຄະ ນະ​ພັກ​ເມືອງໆ​ວັງ​ວຽງ ຈຶ່ງ​ໄດ້ເພີ່ມ ຄວາມເອົາໃຈໃສ່ໃນການຊີ້ນຳ-ນຳ ພາຂະແຫນງກະສິກຳ-ປ່າໄມ້ ເຊິ່ງ ມັນສະແດງອກໃຫ້ເຫັນວ່າໃນປີ 2007 ຜ່ານມາຄະນະພັກແລະ ອຳ ນາດການປົກຄອງເມືອງໆ ວັງວຽງ ໄດ້ລົງທຶນໃຫ້ ແກ່ວຽກງານນີ້ເປັນ ຈຳນວນບໍ່ໜ້ອຍເຊັ່ນ: ໂຄງການກໍ່ ສ້າງຊົນລະປະທານຝາຍກວຍຫີນ ນ້ຳປາຫາວຢູ່ບ້ານນາຂວາງ ມີມູນ ຄ່າ 100 ລ້ານກີບ, ໂຄງການຊຸກຍູ້ປູກ ພືດລະດູຝົນມີ 1,4 ລ້ານກວ່າກີບ, ໂຄງການສຳຫລວດເນື້ອທີ່ບ່ອນຈະ ບຸກເບີກເນື້ອທີ່ນາໃຫມ່ຈຳນວນ 2,5 ລ້ານກີບ ແລະອື່ນໆ. ເພາະສະນັ້ນ ຕາມ ແຜນການໃນປີ 2007 ຄາດວ່າ ຈະຜະລິດສະບຽງອາຫານ ໂດຍສະ ເພາະແມ່ນຈະປູກເຂົ້າໃນເນື້ອທີ່ 5.181 ເຮັກຕາ, ແຕ່ປະຕິບັດຕົວຈິງ ພຽງແຕ່ 5.100 ເຮັກຕາ, ເນື້ອທີ່ເກັບ ກ່ຽວຕົວຈິງມີ 5.083 ເຮັກຕາ, ຜົນ ຜະລິດທັງໝົດມີ 19.000 ກວ່າໂຕນ, ຄິດສະເລ່ຍແຕ່ຫົວຄົນ ແມ່ນ 406 ກວ່າກິໂ. ເມືອງວັງວຽງ ມີເນື້ອ ທີ່ ນາ ປີ 4.835 ເຮັກຕາ, ເນື້ອທີ່ກະເສດສຸມ ມີ 1.500 ເຮັກຕາ, ຄິດສະເລ່ຍສະມັດ ຖະພາບ 3,7ໂຕນ/ເຮັກຕາ. ເນື້ອທີ່ນາ ແຊງ 250 ເຮັກຕາ, ສະມັດຕະພາບ 4,7 ໂຕນ/ເຣັກຕາ, ຜົນຜະລິດໄດ້ທັງ ໝົດ 1.075 ໂຕນ. ເນື້ອທີ່ໄຮ່ 100 ເຮັກ ຕາ, ສະມັດຖະພາບ 1,65 ໂຕນ/ເຮັກ ຕາ, ຜົນຜະລິດທັງໝົດ 165 ໂຕນ. ທົ່ວເມືອງ ໄດ້ປູກຕົ້ນໄມ້ໃຫ້ຫມາກ ຈຳນວນ 584,7 ເຮັກຕາ, ຜົນຜະລິດ ໄດ້ 312,65 ໂຕນ, ເດັ່ນກວ່າໝູ່ແມ່ນ ບ້ານສົມສະຫວາດ ທີ່ປູກຫມາກກ້ຽງ ຫມາກນາວ ແລະ ລຳໄຍ ເປັນສິນຄ້າ, ມາເຖິງ ເດືອນ ເມສາ 2008 ຕາມຕົວ ເລກ ທີບໍ່ ທັນຄົບ ຖ້ວນນັ້ນ, ທົ່ວເມືອງ ໄດ້ມີ ຄອບຄົວ ຕົວແບບໃນການ ຜະ ລິດ ເປັນສິນຄ້າ 93 ຄອບຄົວ; ໃນນັ້ນ ມີ 27 ຄອບຄົວເປັນຕົວແບບໃນການ ປູກເຂົ້າໃນເນື້ອທີ່ 21 ເຮັກຕາ, ສະມັດ ຖະພາບ 4,56 ໂຕນ/ເຮັກຕາ, ແຕ່ເດັ່ນ ກວ່າໝູ່ແມ່ນຄອບຄົວຂອງທ້າວ ຄຳ ແພນ ແລະທ້າວບຸນເພັງ ສາມາດຍົກ ສະມັດຖະພາບເຂົ້ານາ 4,75 ໂຕນ/ເຮັກຕາ. ຄອບຄົວຕົວແບບໃນການ ປູກພືດເປັນສິນຄ້າມີ 10 ຄອບຄົວ ມີ ເນື້ອທີ່ 4 ເຮັກຕາ, ສະມັດຖະພາບ ໄດ້ 13 ໂຕນ/ເຮັກຕາ, ຜົນຜະລິດທັງໝົດ ມີ 52 ໂຕນ, ຂາຍໄດ້ເງິນຈຳນວນ 49 ລ້ານກີບ, ເດັ່ນກວ່າໝູ່ແມ່ນທ່ານ ຂອງ ແລະ ນາງນຳປີ. ຕົວແບບໃນ ການປູກໄມ້ໃຫ້ຫມາກມີ 56 ຄອບ ຄົວ ມີເນື້ອທີ່ 52 ເຮັກຕາ, ຜົນຜະລິດ 45,53 ໂຕນ/ເຮັກຕາ, ສາມາດຂາຍ ໄດ້ເງິນ 254 ລ້ານກວ່າກີບ, ເດັ່ນກວ່າ ໝູ່ແມ່ນ ທ່ານ ຫີນ ຢູ່ບ້ານສົມສະ ຫວາດ.
​ ເພື່ອ​ອຳນວຍ​ຄວາມ​ສະ​ດວກ​ແລະ​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ ຂອງ​ປະຊາ​ຊົນ, ຄະນະ​ພັກ​ອຳນາດ​ການ​ປົກຄອງ​ເມືອງວັງ​ວຽງ​ຍັງ​ໄດ້ລົງທຶນ​ສ້າງ​ສູນ​ສົ່ງ​ເສີມ​ກະສິກຳ​ມີ 2 ສູນ​ຄື: ສູນ​ປາກ​ເປາະ​ມີ 5 ເຮັກຕາ ມີ​ເນື້ອທີ່​ປູກ​ໄມ້​ໃຫ້​ຫມາກ ​ແລະ​ປູກ​ຫຍ້າ 3,5 ເຮັກຕາ, ​ເນື້ອທີ່​ຄັງ​ລ້ຽງສັດ​ມີ 1,5 ເຮັກຕາ. ປະຈຸ​ບັນ​ໄດ້​ປູກ​ໄມ້​ໃຫ້​ຫມາກ​ເປັນ​ແມ​່ພັນ 405 ຕົ້ນ​ເຊັ່ນ: ມີ​ຕົ້ນ​ຫມາກ​ກ້ຽງ,ຖົ່ວ​ລຽນ 91 ຕົ້ນ, ລອງ​ກອງ 75 ຕົ້ນ, ມັງຄຸດ 41 ຕົ້ນ, ລິນ​ຈີ່ 59 ຕົ້ນ, ກ້ວຍ​ໄຂ່ 100 ຂຸມ, ກ້ວຍນ້ຳ 240 ຂຸມ​ແລະ ​ແຫ່ງ​ທີ່​ສອງ​ແມ່ນ​ສຳລັບ​ລ້ຽງສັດ, ປະຈຸ​ບັນ​ມີ​ງົວ​ລາດ​ລ້ຽງ​ເປັນ​ແມ່​ພັນ 3 ໂຕ​ແລະ​ງົວບາ​ພັນ 2 ໂຕ ​ເປັນ​ພໍ່​ພັນ ​ແລະ​ສູນ​ທີ່​ສອງ ​ແມ່ນ​ສູນ​ນາ​ໂພ ​ມີ​ເນື້ອທີ່ 10 ເຮັກຕາ,​ປະຈຸ​ບັນ​ກຳລັງ​ທົດ​ລອງ​ປູ​ກ ຫຍ້າ​ພັນ 7 ຊະນິດ ​ແລະ​ຕົ້ນ​ໄມ້​ໃຫ້​ຫມາກ​ເປັນ​ແມ່​ພັນ​ເຊັ່ນ: ຫມາກຖົ່ວ ລຽນ , ຫມາກ​ມ່ວງ​ຂຽວສະ​ເຫວີຍ, ລິນ​ຈີ່, ລຳ​ໄຍ, ​ຫມາ​ກ​ເງາະ, ຫມາກ ຂາມ​ຫວານ ​ແລະ​ຕົ້ນ​ຫມາກ​ກ້ຽງ​ໃຫຍ່.​ໄປ​ຄຽງຄູ່​ກັບ​ການ​ສົ່ງ​ເສີມ​ລ້ຽງສັດ, ຄະນະ​ພັກ​ເມືອງ​ວັງ​ວຽງ ຍັງ​ໄດ້​ປຸກລະດົມ​ຊຸກຍູ້​ພໍ່​ແມ່​ປະຊາຊົນ​ລ້ຽງສັດ​ເປ​ັນຟາ​ມ​ເຊັ່ນ: ການ​ລ້ຽງ​ປາດຸກ​ພັນ ​ແລະ​ກົບ ມີ 3 ແຫ່ງ ​ແລະ ຍັງ​ໄດ້​ສົ່ງ​ເສີມ​ການ​ລ້ຽງ​ປາ​ໃນ​ໜອງ​ສະ, ປະຈຸ​ບັນ​ມີ​ຫນອງ​ລ້ຽງ​ປາ​ທັງ​ໝົດ 87 ແຫ່ງ, ລ້ຽງ​ປາ​ໃນ​ນາເຂົ້າ 35 ແຫ່ງ, ປ່ອຍ​ປາ​ແລ້ວ ມີ​ຈຳນວນ​ຫຼາຍ​ກວ່າ 1 ລ້ານ​ໂຕ. ຊີ້ນຳ-ນຳພາ​ຂະ​ແຫນງສັດຕະວະ​ແພດ​ລົງ​ເຄື່ອນ​ໄຫວ​ສັກ​ຢາ​ປ້ອງ​ກັນ​ສັດລ້ຽງ​ປ​ະ​ເພດ​ຕ່າງໆ ເຊັ່ນ: ​ໄດ້​ສັກ​ຢາ​ໃຫ້​ງົວ​ແລະ​ຄວາຍ​ມີ 3.480 ໂຕ, ໝູ 3.428 ໂຕ, ສັດ​ປີກ 80.650 ໂຕ, ​ໃຫ້​ວິຊາ​ການ​ລົງ​ກວດກາ​ຊີ້ນຢູ່​ຕາມ​ໂຮງງານ​ຂ້າ​ສັດ, ຈັດ​ຝຶກ​ອົບຮົມ​ດ້ານ​ການ​ເຝົ້າ​ລະວັງ ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ໃຫ້​ຕາໜ່າງ​ສັດຕະວະ​ແພດ​ໄດ້ 20 ບ້ານ, ລົງ​ເຜີຍ​ແຜ່​ໃຫ້​ວິຊາ​ການ ດ້ານກ​ານ​ເຝົ້າ​ລະວັງ ​ໄດ້ 20 ບ້ານ, ພ້ອມທັງ​ໄດ້​ ລົງ​ກວດກາ ​ແລະ​ເຈາະ​ເອົາ​ເລືອດ ​ສັດ​ປີ​ກຈຳນວນ 150​ ​ໂຕ. ​
ໃນ​ຂົງ​ເຂດ​ວຽກ​ງານ​ຊົນລະ​ປະທານ​ເຫັນ​ວ່າ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຂະ​ຫຍາ​ຍຕົວ​ພໍ​ສົມ​ຄວນ, ປະຈຸ​ບັນ​ທົ່ວ​ເມືອ​ງວັງ​ວຽງ​ມີ​ຊົນລະ ປະທານ 153 ແຫ່ງ, ​ໃນ​ນັ້ນ ​ເປັນ​ຝາຍ​ຖາວອນ 22​​ ແຫ່ງ, ຝາຍ​ກວຍ​ຫີນ 12 ແຫ່ງ, ຝາຍ​ພື້ນ​ເມືອງ 119 ​ແຫ່ງ. ກໍ່ ສ້າງສ້ອມ​ແປງ​ອາຄານ​ປາກ​ຄອງ​ເຫມືອງ​ຂອງ​ໂຄງການ​ຝາຍ​ນ້ຳນອນ​ສຳ​ເລັດ​ຮ້ອຍ​ສ່ວນ​ຮ້ອຍ. ກໍ່ສ້າງ ສ້ອມ​ແປງ​ລະບົບ​ຊົນລະປະທານ​ນ້ຳ ປາທາ​ວ, ບ້ານ​ນາ​ຂວາງ​ມີ ມູນ​ຄ່າ 1.500 ລ້ານ​ກີບ, ກໍ່ສ້າງ​ຄອງເຫມືອງ​ຜາ​ເທົາ​ມີ​ມູນ​ຄ່າ 2,5 ລ້ານ​ກີບ (ທຶນ​ຂອງ​ຊາວ​ນາ​ເອງ). ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ສຳ​ຫລວດ​ເນື້ອທີ່​ດິນ​ຈະ​ຊ່າວເປັນ​ນາ​ໃຫມ່​ຢູ່​ໂຄງການ​ລ້ອງ​ນ້ຳນາງ​ບີ, ບ້ານ​ນາ​ຂວາງ ສາມາດ​ປະ​ເມີນ​ໃນ​ເບື້ອງຕົ້ນ​ມີ​ເນື້ອທີ່​ດິນ ຈະ​ສາມ​າດ ຊ່າວ​ນາ​ໄດ້ 130 ເຮັກຕາ.ລົງ​ສຳ​ຫຼວດ ​ເນື້ອທີ່​ຈະ​ເຮັດ​ນາລ້ອງ​ນ້ຳ ນ້ອຍ ຢູ່່ ບ້ານ ຊວາງ ມີເນື້ອທີ່​ດິນ​ຈະ​ບຸກ​ເບີ​ກ​ ເຮັດນາ​ໄດ້ 47 ເຮັກຕາ.
ສັງ​ລວມ​ແລ້ວ​ວຽກ​ງານ​ປູກຝັງ​ແລະ​ລ້ຽງສັດ​ຢູ່​ເມືອງ​ວັງ​ວຽງ​ແຂວງ ​ວຽງ​ຈັນ ແມ​່ນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ໃນ​ການ​ຊີ້ນຳ-ນຳພາ​ຈາກ​ຄະນະ​ພັກ​ແລ​ະອຳນາດ​ການ​ປົກຄອງ​ເມືອງ​ຢ່າງ​ຈົດຈໍ່​ເຊິ່ງສະ​ແດງ ອອກ​ໃຫ້​ເຫັນ​ແມ່ນ​ໄດ້​ມອບ​ໂອນ​ຊົນລະ​ປະທານ​ໂຄງການ​ຝາຍ​ນ້ຳກວາງ​ ຢູ່​ບ້ານ​ນາ​ໄຊ ​ໃຫ້ແກ່​ປະຊາຊົນ​ນຳ​ໃຊ້ ແລະ ຄຸ້ມ​ຄອງ​ຢ່າງ​ຂາດ​ຕົວ, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ຊີ້ນຳ​ວຽງ​ການ​ບໍລິຫານ​ດ້ານ​ເຕັກ​ນິກ​ໃຫ້​ແກ່​ປະຊາຊົນ ​ແລະ​ອີກ​ເທື່ອ​ຫນຶ່ງ ​ເຊິ່ງຜູ້ຂຽນ​ເຊື່ອ​ແນ່​ວ່າ: ວຽກ​ງານ​ປູກ​ຝັງ-ລ້ຽງສັດ ຢູ່​ເມືອ​ງດັ່ງ ກ່າວ​ໃນ​ອ​ະນາ​ຄົດ​ຄົງ​ຈະ​ໄດ້​ຮັບ​ການ ​ເອົາ​ໃຈ​ໃສ່ ແລະ ຂະ​ຫຍາຍ​ຕົວ ຢ່າງ​ບໍ່​ຢຸດ​ຢັ້ງ./.

ໄມ້ເກດສະຫນາຫລັງສີດຫົວເຊື້ອ

*ຫວ່າງອາ​ທິດ​ກ່ອນ ນສ​ພ ປະ​ເທດ​ລາວ​ໄດ້​ລົງ​ພິມ​ບົດ​ກ່ຽວ​ກັບ​ຄວາມ​ຫວັງ​ຈາກ​ການ​ສີດ​ ເຊື້ອ​ໃສ່​ໄມ້​ເກດ​ສະ​ໜາ​ຈະ​ປະ​ສົບ​ຜົນ​ພຽງ​ໃດ​ແລະ ເພື່ອ​ເຮັດ​ໃຫ້​ທ່ານ​ຜູ້​ອ່ານ ກໍ່​ຄືກະ​ສິ​ກອນ​ທັງ​ຫລາຍຮ​ັບ​ຮູ້​ຂໍ້​ມູນ ຢ່າງ​ຕໍ່​ເນື່ອງ​ນັ້ນ, ​ມື້​ນີ້​ ທ່ານ ຄຳ​ໄພ ສົມ​ຊະ​ນະອຳ​ນວຍ​ການ​ບໍ​ລິ​ສັດ ຄຳ​ໄພ​ຊະ​ນະພັດ​ທະ​ນາ​ກະ​ສິ​ກຳ​ລ້ຽງ​ສັດ-​ປູກ​ໄມ້​ອຸດ​ສາ​ຫະ​ກຳ​ມີ​ລາຍ​ລະ​ອຽດ ກ່ຽວ​ກັບ​ຜົນຂອງ​ການ​ຕັດ​ໄມ້​ທີ່​ຕົນ​ປູກ​ເພື່ອ​ຂູດ​ເອົາ​ແກນ​ດຳ ຊຶ່ງກ່ອນ​ອື່ນ​ທ່ານ​ໄດ້​ເວົ້າ​ວ່າ: ​ກ່ອນ​ຈະ​ຄິດ​ມາ​ປູກ​ໄມ້​ເກດ​ສະ​ໜານັ້ນ,​ໃນເບື້ອງ​ຕົ້ນ​ເຫັນ​ວ່າ​ເຂົາ​ເຈົ້າມີ​ການ​ຊື້​ຂາຍ​ໄມ້​ທຳ​ມະ​ຊາດ ໄມ້​ເກດ​ສະ​ໜາ​ເກີດ​ຢູ່​ຕາມ​ພູ​ຜາ​ປ່າ​ດົງພົງ​ໄພ ​ກັນ​ມາ​ເປັນ​ເວ​ລາ 10-​20 ປີ​ມາ​ແລ້ວ ສ່ວນ​ການ​ສ້າງ​ສານ, ສ້າງ​ເກດ​ແມ່ນ​ໂດຍ​ທຳ​ມະ​ຊາດ​ເພິ່ນ​ຊື້​ຂາຍ​ກັນ​ແມ່ນ​ມີ​ລາ​ຄາ​ແພງ​ຂາຍ​ທີ່​ສຸດ​ໂດຍ​ສະ​ເພາະ​ຊື້​ໄປ​ເຮັດ​ຫົວ​ເຊື້ອ​ນ້ຳ​ຫອມ ແລະ ອື່ນໆ​ເພາະ​ສະ​ນັ້ນ​ເຫັນ​ໄມ້​ທີ່​ຢູ່​ປ່າ​ເປັນ​ໄມ້​ທີ່​ຮັກ​ສາ ແລະ ຫວງ​ແຫນ​ຂອງ​ວົງສາ​ຄະນະ​ຍາດ​ແຫ່ງ​ຊາດ​ພວກ​ເຮົາ ຈຶ່ງ​ໄດ້​ຫັນ​ມາ​ທົດ​ລອງ​ປູກ​ໄມ້​ເກດ​ສະ​ໜາ ຢູ່​ສວນ​ບ້ານ​ນາ​ຊອນ ເມືອງ​ນາຊາຍ​ທອງ​ໃນ​ປີ 2000 ຈຳ​ນວນ 20 ພັນ​ຕົ້ນ ມາ​ເຖິງ​ປະ​ຈຸ​ບັນ​ໄດ້​ປູກ​ຕົ້ນ​ໄມ້​ເກດ​ສະ​ໜາ​ຈຳ​ນວນ 1 ລ້ານ​ຕົ້ນ.
ທ່ານ ຄຳ​ໄພ ກ່າວ​ວ່າ: ພາຍ​ຫລັງ​ປູກ​ມາ​ໄດ້ 6 ປີ, ກໍໄດ້​ມີ​ບໍ​ລິ​ສັດ​ແຮມ​ປີ​ປາກ​ມາ ໄດ້​ມາທົດ​ລອງ ​ໃສ່​ເຊື້ອ​ກະ​ຕຸ້ນ ໃຫ້ພວກ​ເຮົາ ໃນ​ລາຄາ 30 ໂດ​ລາ​ຕໍ່​ຕົ້ນ ດ້ວຍ​ການ​ເຈາະ​ເປັນ​ຮູໄລ​ຍະ​ຫ່າງ​ກັນ​ປະ​ມານ 20 ຊັງ​ຕີ​ແມັດ. ຈາກ​ນັ້ນກໍ​ເອົາ​ທໍ່​ຢາງ​ມາປັກ​ໃສ່​ຕາມ​ຮູອ້ອມ​ຕາມ​ຕົ້ນ, ຫລັງ​ຈາກ​ນັ້ນ​ກໍ່​ໄດ້​ສີດ​ຫົວ​ເຊື້ອ​ໃສ່ ໂດຍແບ່ງ​ອອກເປັນ​ສອງ​ໄລ​ຍະ ຄື 6 ເດືອນ​ສີດ​ເຊື້ອ​ເທື່ອ​ໜຶ່ງ ແລ້ວ​ປະ​ໄວ້​ປະ​ມານ​ອີກ 6 ເດືອນ​ກໍ່​ສີດ​ເຊື້ອ​ໃສ່​ອີກ​ເທື່ອ​ໜຶ່ງລວມ​ເປັນ​ໄລ​ຍະ 12 ເດືອນ​ຕ້ອງ​ໄດ້​ຕັດ ແລະ ຕ້ອງ​ຕັດ​ລະ​ດູ​ແລ້ງ ຍ້ອນ​ບໍ​ລິ​ສັດ​ບໍ່​ມີ​ເວ​ລາ ຈຶ່ງ​ໄດ້​ແກ່​ຍາວ​ມາ​ເປັນ​ເວລາ​ເຖິງ 18 ເດືອນຈຶ່ງ​ໄດ້​ຕັດ​ຖື​ວ່າ​ເກີນ​ເວ​ລາ​ໄປ 6 ເດືອນ ຫລັງຈາກ​ນັ້ນ​ກໍ່​ມາ​ເສາະ​ເບິ່ງ​ ເຫັນ​ວ່າ​ໄມ້​ແມ່ນ​ເຂົ້າ​ແກນ​ດີ ຈຶ່ງ​ເກີດ​ມີ​ຄວາມ​ຮູ້​ສຶກຕື່ນ​ເຕັ້ນ ແລະ ກໍ​ເຊື່ອ​ວ່າ​ມັນ​ຕ້ອງ​ມີ​ລາ​ຄາ​ຄື​ເພິ່ນ​ຊື້​ຂາຍ​ກັນ​ຕາມ​ທຳ​ມະ​ດາ​ເວ​ລາ ບໍ່​ໄດ້​ໃສ່​ເຊື້ອ​ນີ້,ຂະນະ​ດຽວ​ກັນ ຢູ່​ລາວ​ເຮົາ​ກໍ​ມີໂຮງ​ງານ​ຕົ້ມ​ກັ່ນແລ້ວ​ເຊິ່ງ​ເພິ່ນຈະ​ເກັບ​ຊື້ໃນ​ລາຄາ​ກິ​ໂລ​ລະ 2.000 ກີບ ຖ້າ​ໄມ້​ມີ​ເຊື້ອ​ດຳໆກໍ​ມີ​ລາ ຄາ​ແຕ່ 130.000-​250.000 ກີບ​ຕໍ່​ກິ​ໂລ ເມື່ອ​ເຮົາ​ເຫັນ​ເປັນ​ເກດ ແລະ ຫອມ​ແບບ​ນີ້ຕ້ອງ​ມີ​ລາ​ຄາ​ຢ່າງ​ແນ່ນອນ.​ດັ່ງ​ນັ້ນ, ​ເມື່ອ​ເວ​ລາ​ພວກ​ເຮົາ​ສີດ​ສານ​ກະ​ຕຸ້ນ​ແລ້ວ ຢ່າງໜ້ອຍ​ຕົ້ນ​ໜຶ່ງ​ກໍຈະ​ມີ​ລາ​ຄາ 500-​600 ໂດ​ລາ ​ແຕ່​ໃສ່​ໄປ​ແລ້ວ,​ບໍ​ລິ​ສັດ​ແຮມ​ປີ​ປາກ​ມາ ​ກໍ​ຂໍ​ຊື້ ຕົ້ນ​ລະ 200 ໂດ​ລາ ຊຶ່ງ​ເຮົາ​ກໍ່​ຕັດ​ສິນ​ໃຈ​ຂາຍ​ໃຫ້​ເພິ່ນ ຕົ້ນ​ລະ 200 ໂດ​ລາ ເພື່ອ​ໃຫ້​ເພິ່ນ​ໄປ​ທົດ​ສອບ​ຊອກ​ຕະ​ຫລາດ​ຊ່ວຍ​ກັນ ເພື່ອ​ໃຫ້​ຕະ​ຫລາດ​ຮອງ​ຮັບ ແລະ ມີ​ຕະ​ຫລາດ​ທີ່​ແນ່ນອນ ຮັບ​ປະກັນຄຸນນະພາ​ບ​ທີ່​ໃສ່​ເຊື້ອ​ນີ້ ເພື່ອ​ໃຫ້​ຜູ້​ປູກ​ໄມ້​ເກດ​ສະ​ໜາ​ທັງ​ຫລາຍ​ບໍ່​ຕົກ​ຢູ່​ໃນ​ທ່າ​ຮັບ ຖື​ວ່າ​ຮອດ​ຂັ້ນ​ນີ້​ໃນ​ນາມ​ສວ່ນ​ຕົວ​ແມ່ນ​ໄດ້​ບັນ​ລຸ ຢ່າງ​ໜ້ອຍ 80% ກວ່າໃນ​ທາງບວກ.
ອຳ​ນວຍ​ການ ບໍ​ລິ​ສັດ​ຄຳ​ໄພ​ຊະ​ນະ​ພັດ​ທະ​ນາ​ກະ​ສິ​ກຳ​ປູກ​ຝັງ ແລະ ລ້ຽງ​ສັດ​ ກ່າວ​ວ່າ : ຕໍ່​ກັບ​ໝາກ​ຜົນ​ທີ່​ຍາດ​ມາ​ໄດ້ນັ້ນ,​ກໍ່ຫວັງ​ຢາກ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ໃຫ້​ເຫັນ​ວ່າ: ​ມີ​ມຸມ ມອງ​ໃດ, ຄວາມ​ເປັນ​ໄປ​ໄດ້​ຄື​ແນວ​ໃດ ທີ່​ຈະ​ຊອກ​ຕະ​ຫລາດ​ຊ່ວຍ​ກັນເພື່ອ​ຊ່ວຍກະສິກອນ ກໍ່​ຍິ່ງ​ເປັນ​ການ​ດີ, ສ່ວນ ຂ້າ​ພະ​ເຈົ້າ​ເອງ​ມີ ຕົ້ນ​ໄມ້​ເກດ​ສະ​ໜາ​ແລ້ວ​ປະ​ມານ 1 ລ້ານ​ຕົ້ນຊຶ່ງ​ນອກຈາກ​ປູກ​ເປັນ​ສິນ​ຄ້າ​ແລ້ວ, ຍັງ ເປັນ​ຮົ່ມ ​ແລະ ສາມາດ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ໄດ້​ອີກ, ຂະນະ​ດຽວ​ກັນ​ກໍ​ເປັນ​ການສ້າງ ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ໄດ້​ຈຳ​ນວນ​ໜຶ່ງ.ທີ່​ສຳຄັນ ມາ​ເຖິງ​ປະ​ຈຸ​ບັນ,ກໍ​ມີ​ຄວາມ​ອາດ​ສາ​ມາດ​ໃນ​ການ​ສະ​ໜອງ​ແກ່ນ ແລະ ເບ້ຍ​ໄມ້​ເກດ​ ສະ​ໜາ​ໃຫ້​ແກ່​ຜູ້​ທີ່​ມີ​ຕ້ອງ​ການ​ໄປ​ ປູກ ​ໃນ​ດິນ​ສວນໃນ​ລາ​ຄາ​ຕົກ​ລົງ​ ກັນ​ໄດ້.​
ທາງ​ດ້ານ ທ່ານ ພວງ​ສຸ​ວັນ ສີ​ຍາ​ວົງ ອຳ​ນວຍກ​ານ ບໍ​ລິ​ສັ​ດ​ແຮບ ປີ ຟາມ​ເມີ ການ​ຄ້າ​ຂາ​ອອກ -​ ຂາ​ເຂົ້າ ຈຳ​ກັດ ​ໄດ້ກ່າວ​ວ່າ: ກິດ​ຈະ​ກຳ​ຂອງ​ພວກ​ເຮົາ​ແມ່ນ​ຂາຍ​ຊຸດ​ນ້ຳ​ຢາ​ປູກ​ເຊື້ອໄມ້​ເກດ​ສະ​ໜາ ​ທີ່​ຄິດ​ຄົ້ນ​ຈາກ​ສາ​ສະ​ດາ​ຈານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເມ​ນິໂຊ​ຕາ ຊຶ່ງຈົດ​ສິດ​ທິ​ບັດ​ຢູ່ ອາ​ເມ​ລິ​ກາ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ໂດຍມີ​ໂຮງ​ງານຜະ​ລິດ​ຊຸດ​ນ້ຳ​ຢາ​ ຢູ່ ສ​ສ.​ ຫວຽດ​ນາມ ​ແລະ ມີຊື່​ວ່າ ຊີ​ເອ​ຄິດ (CA KISS ) ດ້ວຍ​ການ​ທົດ​ລອງ​ປູກ​ເຊື້ອ​ຢູ່​ຫລາຍໆ​ປະ​ເທດ​ໄດ້​ຮັບ​ຜົນ ຈຶ່ງ​ໄດ້​ມີ​ການ​ມາ​ພົວ​ພັນ​ກັບ ທ່ານ ຄຳ​ໄພ ຢູ່ ສ​ ປ​ປ​ ລາວ​ເປັນ​ຄັ້ງ​ທຳ​ອິດ ວ່າ​ເຮົາ​ຈະ​ປູກ​ເຊື້ອໃສ່​ໄມ້​ເກດ​ສະໜາ ໃຫ້​ເພາະຮູ້​ວ່າ​ເພິ່ນ​ມີ​ໄມ້​ປະ​ເພດ​ນີ້ນັບ ແສນຕົ້ນ ຈຶ່ງ​ມາ​ສະ​ເໜີ​,​ ແຕ່​ຜ່ານ​ມາ​ກໍ​ມີ​ຫລາຍ​ຄົນເວົ້າ​ວ່າ:​ເຮົາ​ຂີ້​ຕົວະ, ຂະນະ​ດຽວ​ກັນ​ກໍ ເຄີຍ​ມີ​ີ​ຕ່າງປະ​ເທດ​ເຂົ້າ​ມາຂາຍ​ຊຸດ​ນ້ຳ​ຢາ​ໃຫ້​ແລ້ວ​ໜີໄປ​ເລີຍໂດຍ​ບໍ່​ຮູ້ ເຫດຜົນ..​. ດັ່ງ​ນັ້ນກໍເລີຍ​ຕັດ​ສິນ​ໃຈ​ມາ ທົດ​ລອງ​ປູກ​ເຊື້ອ​ໃສ່ ຈຳ​ນວນ 10 ກວ່າ​ຕົ້ນ ໃນ​ທ້າຍ​ປີ 2006 ​ຊຶ່ງ ຕາມ​ເຕັກ​ນິກແລ້ວ​ຕ້ອງ​ຕັດ​ພາຍ​ໃນ 1 ປີ ຍ້ອນ​ບໍ່​ທ່ວງ​ທັນ​ຈຶ່ງ​ຊັກ​ຊ້າ​ອອກ​ໄປ​, ແຕ່​ກໍ່​ຍັງຖື​ວ່າ​ ມີ​ຄຸນ​ນະ​ພາບດີ ຄື​ຕັດ​ຈຳ​ນວນ 9 ຕົ້ນ ໄດ້​ແກນ​ດຳ​ປະ​ມານ 4,5 ກິ​ໂລ ​ເມື່ອ ທຽບ​ກັບ​ແບບ​ຢ່າງ​ແກນ​ດຳ ໄມ້ ເກດ​ສະ​ໜາທີ່​ນຳມາ​ແຕ່​ຕ່າງ​ປະ​ເທດ​ແລ້ວ ຖື​ວ່າລື່ນ​ເຂົາ​ເຈົ້າ, ຖ້າ​ຂາຍ​ອອກ​ກໍ​ຈະ​ໄດ້ ລາຄາ ປະ​ມານ 1 ພັນ​ໂດ​ລາສະຫະລັດ/ກິ​ໂລ ແລະ ທັງ​ໝົດ​ນັ້ນຖື​ວ່າ​ແມ່ນ​ໝາກ​ຜົນ​ທີ່​ເພິ່ງ​ພໍ​ໃຈ​. ທ່ານ ຍັງ​ເວົ້າ ອີກ​ວ່າ: ຕາມ​ທຳ​ມະ​ດາແລ້ວ, ຕົ້ນ​ໄມ້​ເກດ​ສະ​ໜາ​ຈະ​ເກີດ​ຢູ່​ນຳ​ປ່າ​ແລະຕົ້ນ​ທີ່​ເຂົ້າ​ເກດ​ນີ້​ສ່ວນ​ໃຫ​ຍ່​ຈະ​ມີ​ອາ​ຍຸ​ແຕ່ 30-​50 ປີ​ຂຶ້ນ​ໄປ ຂະນະ​ດຽວ​ກັນ​ກໍ​ມີ​ປະ​ຊາ​ຊົນຈຳ​ນວນ​ໜຶ່ງທີ່ລັກ​ລອບ​ເຂົ້າ​ໄປ​ຕັດໄມ້້​ເກດ​ສະ​ໜາ​ຢູ່​ໃນ​ປ່າ​ນັ້ນ ເຂົາ​ເຈົ້າກໍ​ໄດ້​ກົ່ນ​ເອົາ​ຮາກ​ໄປ​ນຳ ​ແລະ ເມື່ອ​ເປັນ ແນວ ນີ້, ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ໄມ້​ເກດ​ສະ​ໜາ​ນັບ​ມື້​ຈະ​ສູນ​ພັນ. ດັ່ງນັ້ນ,ຈຶ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ປູກເພື່ອ​ເຮັດ​ແນວ​ໃດ​ໃຫ້​ໄມ້​ເກດ​ສະ​ໜາ ເປັນ​ແຫຼ່ງ​ລາຍ​ຮັບ​ໃຫ້​ຄົນ ເຮົາ ໄດ້ ແລະ ​ໃນ​ການ​ປູກ​ເອົາ​ເອງ​ນີ້,ກໍ ຕ້ອງ​ມີ​ວິ​ທີການ ເພື່ອ​ສ້າງ​ມູນ​ຄ່າ​ເພີ່ມ ​ໂດຍ​ໃຊ້ວິ​ທີ ການ​ສີດ​ຫົວ​ເຊື້ອ​ໃສ່​ ​ຄື ໃນ 1 ເຮັກ​ຕາ ຖ້າ​ປູກ 3X3 ຈະ​ມີ​ຢູ່ 1.100 ຕົ້ນ./.

ປົກ​ປັກ​ຮັກສາ​ປ່າ​ໄມ້​ເພຶ່​ອຫ​ຍັງ

*​ເບິ່ງລວມ​ແລ້ວ​ປ່າ​ໄມ້​ໃນລາວ​ເຮົາ​ມີ​ຄວາມ​ບອບ​ບາງ​ຫລາຍຄື​ບັນດາ​ທ່ານ​ຈະ​ສັງ​ເກດ​ເຫັນ​ເວລາ​ຂີ່​ລົດ​ຂຶ້ນ​ເໜືອ​ລົງ​ໃຕ້​ ຫລຽວ​ເບິ່ງ ຕາມ​ເປີ້ນພູ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້​ເຕັມ​ໄປ​ດ້ວຍ​ປ່າ​ເຫຼົ່າ​ປ່າ​ແຊງ ​ກົກ​ໄມ້​ໃຫຍ່​ບໍ່​ຢາກ​ເຫັນ​ແລ້ວ,​ແຕ່​ກໍ​ຍັງ​ດີ​ທີ່​ມີ​ຢູ່​ຕາມ​ເສັ້ນທາງ​ເລກ 13 ໃຕ້ ອ່າວ​ເຫັນ​ແດ່. ການ​ເສື່ອມ​ໂຊມ​ຂອງ​ປ່າ​ໄມ້​ແມ່ນມາ​ຈາກ​ການ​ຖາງ​ປ່າ​ເຮັດ​ໄຮ່ ແລະ​ຕັດ​ໄມ້​ທຳລາຍ​ປ່າ​ເພື່ອ​ຫາ​ລ້ຽງ​ຊີບ​ປະຈຳ​ວັນ. ພາຍ ຫລັງທີ່​ລັດຖະບານ ໄດ້ວາງ​ມາດ​ຕະການກໍ​ຄື​ກົດໝາຍອອກ​ມາ​ ກໍ ເພື່ອ​ເປົ້າໝາຍ​ໃຫ້ຢຸດ​ເຊົາ​ການ​ຖາງ​ປ່າ​ເຮັດ​ໄຮ່​ ,ໃຫ້ຫັນປະຊາຊົນ​ນໄປ​ເຮັດ​ອາຊີບ​ແນວ​ອື່ນ​ແທນ​ ​ຂະນະ​ດຽວ​ກັນ​ກໍ​ມີ​ນະ​ໂຍບາຍສົ່ງ​ເສີມ​ການ​ ປູກ​ໄມ້ ອັນ​ໄດ້​ເຮັດ​ໃຫ້ພູ​ແຕ່​ລະ ໜ່ວຍ​ມີ​ການ​ປົກ​ຄຸມ​ດ້ວຍ​ສີຂຽວ​ຄືນ​ມາ​ອິກ.
ຕາມ​ການ​ລາຍ​ງານ​ກ່ຽວ​ກັບ​ປ່າ​ໄມ້​ ຢູ່​ໃນ​ລາຍການ​ໜຶ່ງຂອງ​ສະ ຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ນັ້ນ,​ທ່ານ ດຣ ສີ​ລາ​ວັນ​ ສະຫວັດ​ວົງ ຫົວໜ້າ​ກົມ​ປ່າໄມ້​ໃຫ້​ຮູ້​ວ່າ: ປ່າ​ໄມ້​ໃນ ສປປ ລາວ​ໄດ້​ແບ່ງ​ເປັນ​ສາມ​ປະ​ເພດ ​ເພື່ອ​ການ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ຄື: ປ່າ​ປ້ອງ​ກັນ, ປ່າ​ສະ ຫງວນ ​ແລະ​ ປ່າຜະລິດ. ການ​ປົກ​ປັກຮັກສາ​ປ່າ​ປ້ອງ​ກັນ​ແມ່ນ​ເພື່ອ ຮັກສາ​ແຫ​ລ່ງນ້ຳ ປ້ອງ​ກັນ​ການ​ເຊາະ​ເຈື່ອນ ​ແລະ ​ຄຸນ​ນະພາ​ບ ຂອງ​ດິນ, ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ໄພ​ທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ ​ແລະ​ອື່ນໆ. ປ່າ​ປ້ອງ​ກັນ​ແບ່ງ​ອອກ​ເປັນ​ເຂດ​ຫວງ​ຫ້າມ​ເດັດຂາດ ​ແລະ​ເຂດ​ຄຸ້ມ​ຄອງ​ການ​ນຳ​ໃຊ້. ເຂດ​ຫວງ​ຫ້າມ​ເດັດຂາດ​ ​ແມ່ນ​ເຂດ​ປ່າ​ໄມ້​ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ຄວາມ​ຄ້ອຍ​ຊັນສູງ​ກວ່າ 35 ອົງສາ, ​ເຂດ​ຕົ້ນ​ກຳ​ເນີ​ດຂອງ​ສາຍ​ນ້ຳ ປ່າ​ລຽບ​ແຄມ​ນ້ຳ ແຄມ​ທາງ ​ແລະ ​ເຂດ​ອື່ນໆ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ສິ່ງ​ແວດ​ລ້ອມ.ໃນ​ເຂດ​ນີ້ຕ້ອງ​ໄດ້​ປົກປັກ​ຮັກ​ສາຢ່າງ​ເຂັ້ມງວດ ​ແລະ​ບໍ່​ອະນຸຍາດ​ໃຫ້​ດຳ​ເນີນ​ກິດຈະການໃດໆ​ເຊັ່ນ: ການ​ຖາງ​ປ່າ​ເຮັດ​ໄຮ່,ຕັດ,ທຳ ລາຍ,ຈູດ​ເຜົາ,​ເຄື່ອນ​ຍ້າຍ​ຕົ້ນ​ໄມ້​, ຕັດ​ໄມ້​ຟືນ,ເອົາ​ສັດ​ເຂົ້າ​ມາ​ລ້ຽງ, ຕັ້ງບ້ານ​ເຮືອນ, ກໍ່ສ້າງ​ກິດຈະ​ການ​ອື່ນ​ໆ​ນັບ​ທັງ​ການ​ຂຸດ​ຄົ້ນ​ດິນ ບໍ່​ແຮ່ ແລະ ​ເກັບ​ກູ້​ເຄື່ອງ​ປ່າ​ຂອງ​ດົງ. ເຂດ​ຄຸ້ມ​ຄອງ​ການ​ນຳ​ໃຊ​້ແມ່ນ​ເຂດ​ປ່າ​ໄມ້​ບ່ອນ​ທີ່​ບໍ່​ມີ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ ​ເຊິ່ງໃນ​ເຂດ​ນີ້ຕ້ອງ​ໄດ້​ປົກ​ປັກ​ຮັກສາ​ຄື​ກັບ​ເຂດ​ຫວງ​ຫ້າມ​ເດັດ ຂາດ ​ແຕ່​ອະນຸຍາດ​ໃຫ້​ປະຊາຊົນ​ນຳ​ໃຊ້​ໄມ້ ແລະ​ຜະລິດຕະຜົນ​ປ່າ​ໄມ້​ຕາມ​ແຜນ​ຈັດ​ສັນ.
ດຣ.ສີ​ລາວັນ ຍັງ​ກ່າວ​ອີກ​ວ່າ: ການ​ປົກ​ປັກ​ຮັກສາ​ປ່າ​ສະຫງວນ ​ແມ່ນ​ການ​ຮັກສາ​ປ່າ​ໄມ້​ໃຫ້​ອຸດົມ ສົມບູນ ກໍ​ຄື​ປົກ​ປັກ​ຮັກສາ​ພັນ​ພືດ,ພັນ​ສັດ,ຊີວະ​ນາໆ​ພັນ, ລະບົບ​ນິ​ເວດ​ທີ່​ມີ​ຄຸນຄ່າ​ທາງ​ທຳ​ມະ​ຊາດ,ປະຫວັດ ສາດ, ວັດທະນະທຳ​ໃຫ້​ດຳລົງ​ຄົງ​ຕົວ ​ແລະ ​ຂະຫຍາຍຕົວ.​ພ້ອມ​ກັນ ນັ້ນ,ກໍ​ໃຫ້​ມີ​ປ່າ​ໄມ້ ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ສົດ​ງົດ​ງາມ ​ເພື່ອ​ການ​ພັດທະນາ ສວນ​ອຸທິຍານ​ແຫ່ງ​ຊາດ​ເໝາະ​ສົມ​ແກ່​ການທ່ອງທ່ຽວ ​ແລະ​ການ​ຄົ້ນ​ຄ້ວາ​ທົດ​ລອງ​ທາງ​ດ້ານ​ວິທະຍາສາດ. ປ່າ​ສະຫງວນ​ແບ່ງ​ອອກ​ເປັນ​ເຂດ​ຫວງ​ຫ້າມ​ເດັດຂາດ ​ເຂດ​ຄຸ້ມ​ຄອງ​ການ​ນຳ​ໃຊ້ ເຂດ​ເຊື່ອມ​ຕໍ່ ແລະ​ ເຂດ​ກັນ​ຊົນ. ເຂດ​ຫວງ​ຫ້າມ​ເດັດຂາດ​ແມ່ນ​ເຂດ​ປ່າ​ໄມ້​ຊຶ່ງ​ເປັນ​ບ່ອນ​ອາ​ໄສ,ບ່ອນຫາ​ກິນ ​ແລະ​ ຂະຫຍາຍ​ພັນ​ຕົ້ນຕໍ​ຂອງ​ສັດ​ຕ່າງໆ ແລະ​ເປັນ​ບ່ອນທີ່​ມີ​ພັນ​ພືດ​ອັນ​ຫລາກ​ຫລາຍ ​ແລະ​ດົກໜາ. ໃນ​ເຂດ​ດັ່ງ​ກ່າວນີ້ບໍ່​ອະນຸຍາດ​ໃຫ້​ດຳ​ເນີນ​ກິດ ຈະການ​ປ່າ​ໄມ້ ເກັບ​ກູ້​ຜະລິດ​ຕະຜົນ​ໄມ້ ລວມທັງ​ການ​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ​ຢ່າງ​ເດັດຂາດ​ໂດ​ຍບໍ່​ໄດ້​ຮັບ​ອະນຸຍາດ. ການ​ເຄື່ອນ​ຍ້າຍ​ພັນ​ສັດ ກໍ​ບໍ່​ອະນຸຍາດ​ເຊັ່ນ​ດຽວ​ກັນ. ເຂດ​ຄຸ້ມຄອງ​ການ​ນຳ​ໃຊ້​ແມ່ນ​ຈັດ​ສັນ​ເຂດ​ປ່າ​ໄມ້ທີ່ຢູ່​ຕິດ​ຈອດ ຫລື​ ໃກ້​ຄຽງ​ກັບ​ເຂດ​ຫວງ​ຫ້າມ​ເດັດຂາດ​.ໃນ​ເຂດ​ນີ້ຕ້ອງ​ໄດ້​ປົກ​ປັກ​ຮັກສາ​ຄື​ກັບ​ເຂດ​ຫວງ​ຫ້າມ​ເດັດຂາດ​,ແຕ່​ອະນຸຍາດ​ໃຫ້​ປະຊາ
ຊົນ​ນຳ​ໃຊ້​ໄມ້ ແລະ​ຜະລິດ​ຕະຜົນປ່າ​ໄມ້​ຕາມ​ ແຜນ​ຈັດ​ສັນ. ເຂດ​ເຊື່ອມ​ຕໍ່ ແມ່ນ​ເຂດ​ຈັດ​ສັນ ​ເພື່ອ​ປົກ​ປັກຮັກສາ​ສຳ​່ ທາງ​ທຽວ​ຂອງ​ສັດ​ລະຫວ່າງ​ປ່າ​ສະ​ຫງວນ​ດ້ວຍ​ກັນ ​ຫລື​ ລະຫວ່າງ​ປ່າ​ສະ​ຫງວນ ​ແລະ​ປ່າ​ປະ​ເພດ​ອື່ນ​ເພື່ອ​ໃຫ້​ມີ​ການ​ຄົງ​ຕົວ​ແລະ​ການ​ຂະຫຍາຍຕົວ​ຂອງ​ສັດປ່າ. ໃນ​ເຂດ​ດັ່ງກ່າວບໍ່​ອະນຸຍາດ​ໃຫ້​ຕັດ​ຕົ້ນ​ໄມ້ ດຳ​ເນີນ​ກິດຈະການ​ປ່າ​ໄມ້​ຫລື​ກິດຈະການ​ອື່ນ​ທີ່​ເປັນ​ການ​ກີດ​ຂວາງ ຫລື​ທຳລາຍ​ທາງ​ທຽວ​ຂອງ​ສັດ.ເຂ​ດກັນ​ຊົນ​ແມ່ນ​ຈັດ​ສັນ​ເພື່ອ​ປ້ອງ​ກັນ​ການ​ບຸກລຸກ​ທຳລາຍ​ປ່າ​ສະຫງວນ.
ການ​ປົກ​ປັກ​ຮັກສາ​ປ່າ​ຜະລິດ​ແມ່ນ​ການ​ຮັກສາ​ປ່າ​ໄມ້​ໃຫ້​ອຸດົມ ສົມບູນ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ -​ສັງຄົມ​ແຫ່ງ​ຊາດ ​ແລະ​ລຶບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ​ບັນດາ​ເຜົ່າ./.

ກະສິກຳ ​​ອິນ​ຊີ

*​ເຖິງ​ແມ່ນ​ວ່າ ວັນ​ສິ່ງ​ແວດ​ລ້ອມ​ໂລກ ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ​ກໍ​ຕາມ (5 ມິຖຸນາ) ແຕ່​ບໍ່​ວ່າ​ເວລາ​ໃດ​ກໍ​ຕາມ ພວກ​ເຮົາ​ກໍ​ມີ​ຄວາມຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ປະກອບສ່ວນ ເຮັດ​ໃຫ້​ໂລກ​ຫນ່ວຍ​ນີ້ ມີ​ຄວາມ​ສົມ​ດຸນ​ທາງ​ດ້ານ​ສີ່ງ​ແວດ​ລ້ອມ ເທົ່າ​ທີ່​ຄວນ​ຈະ​ເປັນເຊັ່ນ​ດຽວ​ກັນກັບ​ການ ຜະລິດ​ກະສິກຳ ທີ່​ຄວນ​ຈະ​ເນັ້ນ ຮັກສາ​ຄວາມ​ສົມ​ດຸນ​ຂອງ​ດິນ​ຄື ບໍ່​ໃຫ້​ເກ​ີດການ​ເສື່ອ​ມສະມັດ​ຕະພາບ​ເປັນ​ຕົ້ນ.
ຢ່າງ​ໃດ​ກໍ​ດີ, ສຳລັບ​ກະສິກຳ ອິນ​ຊີ ແມ່ນ​ມີ​ຫລັກການ​ລວມ ຂອງ​ການ​ຜະລິດ​ຄື: ຮັກສາ ​ແລະ ​ເພີ່ມ​ຄວາມ​ອຸ ດົມສົມບູນ​ໃຫ້​ດິນ ​ໃນ​ໄລ ຍະ​ຍາວ, ຮັກສາ​ວົງ​ຈອນຊີວະ​ພາບ ພາຍ​ໃນ​ໄຮ່ນາ​ຮົ້ວ​ສວນ, ໂດຍ​ສະ​ເພາະ​ແມ່ນ​ທາດອາຫານ​ພືດ,​ເພີ່ມ​ທາດ​ບຳລຸງ​ໃນ​ດິນ ໂດຍ​ນຳ​ໃຊ້​ພືດ​ຕະກຸນຖົ່ວ ນຳ​ໃຊ້​ຊີວະ​ວິທະຍາ ປ້ອງ​ກັນ​ແທນ​ທີ່​ຈະ​ເປັນ​ການ​ແກ້​ໄຂ, ປູກແລະ​ລ້ຽງ​ສັດ​ໄປ​ພ້ອມ​ກັບ​ຫລາຍ​ຊະນິດ ທີ່​ເຫມາະ​ສົມ​ກັບ​ສະພາບ​ທ້ອງ​ຖິ່ນ, ມີ​ສະຖານ​ທີ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັດລ້ຽງ, ຫ້າມ​ນຳ​ໃຊ້​ສານ​ເຄມີ​ສົງ​ເຄາະ​ເຊັ່ນ: ຝຸ່ນ, ຢາຂ້າ​ສັດຕູ​ພືດ, ຮໍ່​ໂມນ ແລະ ສານ​ເລັ່ງຕ່າງໆ, ຫ້າມ​ນຳ​ໃຊ້​ວີສະ​ພັນທຸ​ກຳ ​ແລະ ຜະລິດ​ຂອງ​ມັນ, ຫ້າມ​ນຳ​ໃຊ້​ສານ​ເຄມີ ຫຼື ວິທີ​ການ​ຜະລິດ ທີ່​ເປັນ​ອັນຕະລາຍ​ເຂົ້າ​ໃນ​ຂະ​ບວນ ການ​ອາຫານ​ສຳ​ເລັດ​ຮູບ.
ກະສິກຳ ອິນ​ຊີ ຫມາຍ​ເຖິງ​ລະ ບົບ​ການ​ຜະລິດ ທີ່​ມີ​ຄວາມ​ຫລາກ​ຫລາຍ ຊຶ່ງ​ມີ​ການຈັດ​ການ​ກັບ​ສິ່ງ​ແວດ​ລ້ອມ ​ໃຫ້​ມີ​ຄວາມ​ສຳພັນ​ກັນ​ກັບ​ລະບົບ​ນິ​ເວດ ກະສິກຳ ​ໂດຍ​ບໍ່​ນຳ​ໃຊ້​ຝຸ່ນ​ເຄມີ ຫຼື ຢາຂ້າ​ແມງ​ໄມ້ ເພື່ອ​ເພີ່ມ​ຄວາມອຸດົມສົມບູນ​ໃຫ້​ດິນ, ສຸ ຂະພາບ​ພືດ, ປ້ອງ​ກັນ​ແມງ​ໄມ້ ແລະ ພະ​ຍາດ​ທຳລາຍ ຊຶ່ງ​ໂດຍ​ທົ່ວ​ໄປ​ແມ່ນ​ເນັ້ນ​ຫນັກ​ໃສ່​ການ​ນຳ​ໃຊ້​ແຫ​ລ່ງວັດຖຸ ທີ່​ມີ​ຢູ່​ໃນ​ໄຮ່ນາ​ຮົ້ວ​ສວນ​ເຊັ່ນ: ຫຍ້າ, ຝຸ່ນ​ຄອກ,​ແກບ,​ເຟືອງ ​ແລະ ອື່ນໆ ຂະນະ​ດຽວ​ກັນ​ກໍ​ເປັນ​ການ​ຫລຸດ​ຜ່ອນ ການ​ນຳ​ໃຊ້​ກະສິກຳ ຂາ​ເຂົ້າ (ທີ່​ມາ​ຈາກ​ນອກ​ໄຮ​ນາ​ຮົ້ວ​ສວນ) ຊຶ່ງ​ມັນ​ແຕກ​ຕ່າງ​ຈາກ​ກະສິກຳ​ທົ່ວ​ໄປ ຫຼື ກະສິກຳທີ່​ບໍ່ ແມ່ອິນ​ຊີ ທີ່​ເນັ້ນ​ຫນັກ ​ແຕ່​ການ​ເພີ່ມ​ຜະລິດ​ຕະພາບ ​ໂດຍ​ປູກ​ພືດ​ຊະນິດ​ດຽວ ​ແລະ ນຳ​ໃຊ້​ກະສິກຳ​ເຂົ້າ​ເຊັ່ນ: ປຸ໋ຍ​ເຄມີ, ຢາຂ້າ​ແມງ​ໄມ້.
ລະບົບ​ກະສິກຳ ອິນ​ຊີ ໄດ້​ກຳຈັດ​ການ​ນຳ​ໃຊ້​ຝຸ່ນ​ເຄມີ ແລະ ຢາຂ້າ​ແມງ​ໄມ້. ຍ້ອນ​ຜົນ​ກະທົບ​ທາງ​ເຄມີ ທີ່​ບໍ່​ເປັນ​ຜົນດີ ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ, ຕໍ່​ສິ່ງ​ແວດ​ລ້ອມ​ແລະ ຜົນ​ກະ ທົບ​ໄລຍະ​ຍາວ ທີ່​ມີ​ຕໍ່​ຜະລິດ​ຕະພາບ ຂອງ​ໄຮ່ນາ​ຮົ້ວ​ສວນ, ​ແຕ່​ກະສິກຳ ອິນ​ຊີ ກໍ່​ບໍ່​ສາມາດ​ຮັບ ປະ ກັນ​ໄດ້​ວ່າ ຜະລິດ​ຕະພັນ ອິນ​ຊີ ຈະ​ປອດ​ໄພ 100% ຈາກ​ສານ​ເຄມີ​ຕົກ​ຄ້າງ, ທັງ​ນີ້ ກໍ່​ເນື່ອງ​ຈາກ​ວ່າ ​ໂດຍ​ທຳ​ມະ​ຊາດ​ແລ້ວ ​ໃນ​ສິ່ງ​ແວດ​ລ້ອມ​ກໍ​ມີ​ການ​ເປິເປື້ອນຂອງ​ມົນ​ລະ​ພິດ ​ຢູ່​ແລ້ວ./.

ເພື່ອຄວາມສຳນຶກດ້ານ ຊີວະນາໆພັນໃຫ້ຄົນລຸ້ນສືບທອດ

*ເຊົ້າວັນ​ທີ 22 ພຶດສະພາ ​2008; ທີ່ບໍລິ​ເວນ​ອ້ອມ​ຮອບ ສະ​ໂມ​ສອນ​ໃຫຍ່ ວິທະຍາ​ເຂດ ດົງ​ໂດກ ມະຫາວິ ທະຍາ​ໄລ​ແຫ່ງ​ຊາດ(ມຊ ); ​ບັນດາ​ນັກ​ສຶກສາ ​ແລະ ອາຈານ ​ຍ່າງສວ່ານສົນ​ໄປມາ​ເຂົ້າໆ​ອອກໆສະ​ໂມ​ສອນ... ບາງ​ພ່ອງ​ຖືກ​ໂຖ​ດອກ​ໄມ້ ຫລື ​ເບ້ຍ​ໄມ້; ບາງ​ພ່ອງ ຫອບ​ເຄື່ອງ ຫລາຍ​ອັນ​ເປັນ ອິລຸງ​ຕຸ​ງນັງ ເໝືອນດັ່ງ​ຟ້າວ​ຟັ່ງ​ກັບ​ວຽກ​ງານໃດ​ໜຶ່ງ. ເມື່ອ​ຍ່າງ​ເຂົ້າ​ໄປ​ໃນ​ສະ​ໂມ​ສອນ ຈຶ່ງ​ຮູ້​ວ່າ​ເຂົາ​ເຈົ້າ​ພວມ​ຂຸ້ນຂ້ຽວ ຈັດ​ວາງ ທັງປະ ດັບ​ເອ້ລັອກວາງ​ສະ​ແດງ​ຜົນງານ​ແລະ ກິດຈະກຳ​ຈາກ​ຄວາມ​ນຶກ​ຄິດ ປະກອບ​ໃຫ້​ແກ່​ພິທີ​ສະ​ເຫລີ​ມສະ ຫລອງ​ວັນ​ຊີວະ​ນາໆ​ພັນ​ສາກົນ 22 ພຶດສະພາ ຊຶ່ງ​ແມ່ນ ສູນຮັ​ກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ ຫລື ສສທ ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ​ຮ່ວມ​ກັບ​ກົມ ສິ່ງ​ແວດ​ລ້ອມ ອົງການ​ຊັບພະຍາກອນ​ນ້ຳ ແລະ ສິ່ງ​ແວດ​ລ້ອມ ເປັນ​ເຈົ້າ​ການຈັດ​ຂຶ້ນ ​ພາຍ​ໃຕ້ ການ​ສະໜັບສະໜູນ ຂອງ​ຫ້ອງການ​ຮ່ວມ​ມື​ພັດທະນາ​ ຂອງ​ອົງການ ​ແຫ່ງ​ປະ​ເທດ ສະ​ວິດ .
ທ້າວ ນິລະ​ຫວັດ ​ໄຕ​ບາງ​ວິ​ໄລ ນັກ​ສຶກສາ ປີ 2 ຂອງ ສສທ ແມ່ນ​ອີກ​ຜູ້​ໜຶ່ງ​ທີ່​ໄດ້​ຮ່ວມກັບ​ໝູ່​ໃນ​ຫ້ອງຈັດ​ວາງສະ​ແດງ​ ​ເພື່ອ​ຊີວະ​ນາໆ​ພັນ ທີ່​ເນັ້ນ​ໃຫ້ຄວາມ​ສຳຄັນ​ ​ເລື່ອງ​ດິນ​ແລະ ພືດ ​ໂດຍ​ສະ​ເພາະ​ແມ່ນ​ພືດ ​ເປັນ​ຢາ ໃນ​ການສະ​ເຫລີ​ມສະຫລອງ​ວັນ​ຊີວະ​ນາໆ​ພັນ​ສາກົນ​ໃນ​ຄັ້ງນີ້. ນິລະ​ຫວັດ ​ເວົ້າ​ຕໍ່​ຜູ້​ຂຽນ​ວ່າ ​ໂດຍ​ສ່ວນ​ຕົວ​ແລ້ວ ກໍ່​ເປັນ​ຄົນ​ມັກ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ແລະ ​ເມື່ອ​ໄດ້​ເຂົ້າ​ມາ​ຮຽນ​ທີ່​ສູນນີ້ກໍ່ ຍິ່ງ​ເຫັນ​ໄດ້​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​​ປົກ​ປັກ​ຮັກສາ​ຄວາມ​ຫລາກ​ຫລາຍ​ຂອງ​ສິ່ງ​ມີ​ຊີວິດ​ໃນ​ທຳ​ມະ​ຊາດ. ສິ່ງ​ສະ​ແດງ​ອອກ ​ເຖິງ​ອະນາຄົດ​ນັກຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ຜູ້ນີ້ຈຸດ​ເລີ່​ມຕົ້ນ ແມ່ນ ບໍ່​ຖິ້ມຂີ້​ເຫຍື້ອຊະຊາຍ. ນິລະ​ຫວັດ ​ເວົ້າ​ສູ່​ຟັງ​ວ່າ ຕິດ​ໃຈ​ຄຳ​ເວົ້າ​ຜູ້​ໃຫຍ່ ທ່ານ​ໜຶ່ງ​ຊຶ່ງ​ເຄີຍ​ໄປ​ຮ່ວມເຄື່ອນ​ໄຫວເຮັດ​ກິດຈ​ະກຳ ທີ່​ວ່າຄົນ​ເຮົາຄື​ພະຍາດ​ມ​ະ​ເຮັງ​ທີ່​ທຳລາຍ​ຕົນ​ເອງ; ດັ່ງນັ້ນ ​ເມື່ອ​ເຮົາ​ຕ້ອງ​ອາ​ໄສ​ໂລກ​ໜ່ວຍ​ນີ້, ​ ​ກໍ່​ຕ້ອງ​ໄດ້​ປົກ​ປັກ​ຮັກສາ​ມັນ​ໃຫ້​ດີທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ສ່ວນ ນາງ ​ໄກ່​ແກ້ວ ສີ​ຫາ​ປັນຍາ ນັກ​ສຶກ ສາ​ຫ້ອງ 1 ເບ ຂອງ ສສທ ທີ່​ໄດ້​ຮ່ວມ​ກັບ​ໝູ່​ໃນ​ຫ້ອງວາງສະ​ແດງ ​ໂດຍ​ເນັ້ນອາຫານ​ພື້ນ​ເມືອງ​ລາວ ກໍ່​ບອກ​ວ່າ ຊີວະ​ນາໆ​ພັນ ນັ້ນມີ​ຄວາມ​ສຳ ຄັນ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ພວກ​ເຮົາ​ຫລາຍ​ທີ່​ສຸດ ​ເພາະ​ທຸກ​ສິ່ງ​ຢ່າງ​ອ້ອມ​ຕົວ​ເຮົາ ລ້ວນ​ແຕ່​ນອນ​ໃນລະ ບົບ​ຊີວະ​ນາໆ​ພັນ. ສະ​ເພາະ​ສ່ວນ​ຕົວ ຂອງ​ ​ໄກ່​ແກ້ວ ​ທີ່​ສະ​ແດງ​ເຖິງ​ການ​ຮັກ​ສິ່ງ​ແວດ​ລ​້ອມນັ້ນ ນ້ອງ​ບອກ​ວ່າ ແມ່ນ​ການ​ປະຢັດ​ນ້ຳ ເພາະຊູ່​ມື້ນີ້ຢູ່​ບາງ​ບ່ອນ​ຂອງ​ນະຄອນຫລວງ​ວຽງ​ຈັນ ນ້ຳ​ບໍ່ພໍ​ໃຊ້, ນ້ຳ​ສັກ​ເຄື່ອງສາ ມາດ​ເອົາ​ໄປ​ຫົດ​ດອກ​ໄມ້​ປະດັບ​ເອ້ ຫລື ຕົ້ນ​ໄມ້ໃຫ້​ຮົ່ມ​ຢູ່​ເຮືອນແລະ ອື່ນໆ​ໄດ້. ສິ່ງ​ດີ​ໃຈໄລຍະ​ຜ່ານ​ມາ​ແມ່ນ​ການ​ໄດ້​ປະກອບສ່ວນ​ຮ່ວມ​ກັບ​ໝູ່​ຢູ່​ໂຮງຮຽນ​ມັດທະຍົມ​ປູກ​ຕົ້ນ​ໄມ້. ແນວ​ໃດ​ກໍ່​ດີ ໃນ​ຄວາມຄິດ ຂອງ​ໄກ່​ແກ​້ວ ​​ແມ່ນຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ປູກຕົ້ນ​ໄມ້ ເພື່ອ​ສະໜອງ​ຮົ່ມ​ເງົາ ​ແລະ ​ໃຫ້​ທີ່​ເພິ່ງ​ແກ່​ສິ່ງ​ມີ​ຊີວິດ​ຕ່າງໆ​ໂດຍ​ທຳ​ມະ​ຊາດ, ສະ​ເພາະ ຜູ້​ທີ່​ຢູ່​ໃນ​ນະຄອນຫລວງ ຂໍ​ໃຫ້​ປະຢັດ​ນ້ຳ ແລະ ບໍ່​ຄວນ​ຈູດ​ຂີ້​ເຫຍື້ອ; ທັງ​ນີ້ ກໍ່​ເພາະວ່າ ຫາກ​ຂາດ​ການ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ ປົກ​ປັກຮັກສາ ທີ່​ດີ ​ແລ້ວ ຕໍ່​ໄປ​ພາຍ​ພາກ​ໜ້າ ພວກ​ເຮົາ​ກໍ່​ຈະ​ພົບ​ແຕ່​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳລົງ​ຊີ ວິດ ​ເຊັ່ນ: ​ເກີດ​ໄພ​ແຫ້ງ​ແລ້ງ, ນ້ຳ​ຖ້ວຍ, ພາຍຸ ​ແລະ ອື່ນໆ. ເຊັ່ນ​ດຽວ​ກັນ​ກັບ ນ້ອງ ​ເມກ​ຂະ​ຫລາ ປ່ອນ​ສະ ຫວັນ ຈາກຮ້ານຂາຍ​ດອກ​ໄມ້ ມຸງຄຸນ ​ເມກ​ຂະ​ຫລາ (ຫນ້າ​ສາງ​ຫລັກ 9 ດົງ​ໂດກ) ຊຶ່ງໄດ້​ນຳ​ເອົາ​ເບ້ຍ​ໄມ້ ເຂົ້າ​ຮ່ວມ​ວາງສະ​ແດງແລະ ຂາຍ​ໃນ​ການ ສະ​ເຫລີ​ມວັນ​ຊີວະ​ນາໆ​ພັນ​ສາກົນ​ໃນ​ຄັ້ງນີ້ ທີ່​ບອກ​ວ່າ ດີ​ໃຈ​ທີ່​ຄອບ ຄົວພໍ່​ແມ່ ຕົນ​ເອງໄດ້ເປັນສ່ວນ​ໜຶ່ງ​ໃນ​ການປະກອບສ່ວນ​ສ້າງ​ສີຂຽວ​ແລະ ​ເຫັນ​ວ່າ ທຸກ​ສິ່ງ​ມີ​ຊີວິດ​ຕາມ​ທຳ​ມະ​ຊາດ​ອ້ອມ​ຕົວ​ເຮົາລ້ວນ​ແຕ່ ມີ​ບົດ ບາດ​ຕໍ່ການ​ດຳລົງ​ຊີວິດ​.
ຄຳ​ຂວັນ​ສຳລັບ​ວັນ​ຊີວະ​ນາໆ​ພັນ ສາກົນ ປີນີ້​ແມ່ນ ຊີວະ​ນາໆ​ພັນ ກະ​ສິກຳ ຊຶ່ງ​ ໄດ້​ເນັ້ນ​ໃຫ້ຄວາມ​ສຳຄັນ​ເຖິງຄວາມ​ຫລາກ​ຫລາຍ​ທາງ​ດ້ານ ສິ່ງ​ທີ່​ມີ​ຊີວິດ- ດ້ານ​ກະສິກຳ ທີ່​ມີ​ບົດ ບາດ​ຕໍ່ການ​ດຳລົງ​ຊີວິດ​ຂອງ​ມວນ​ມະນຸດ ​ໃນອະດີດ, ​ໃນ​ປັດຈຸບັນ ​ແລະ ອະນາຄົດ ທີ່​ຈະ​ຕ້ອງໄດ້​ພ້ອມ​ກັນ​ປົກ ປັກ​ຮັກສາ ​ແລະ ຄຸ້ມ​ຄອງ ​ໃຫ້​ສາ ມາດ​ນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ. ການ ສະ​ເຫຼີ​ມສະຫຼອງວັນ​ຊີວະ​ນາໆ​ພັນ​ສາ ກົນ ນອກຈາກ​ເປັນ​ການ​ເພີ່ມ​ຄວາມ​ສຳ​ນຶກ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ຊີວະ​ນາໆ​ພັນ​ແລ້ວ; ຍັງ​ເປັນ​ການ​ປະຕິບັດ​ພັນທະຕໍ່​ສົນທິສັນຍາວ່າດ້ວຍການ ປົກປັກຮັກສາຊີວະນາໆພັນ ​ຊຶ່ງເປັນ ສົນທິສັນຍາທີ່ມີຄວາມສຳຄັນໃນ ວຽກງານປົກປັກຮັກສາສະພາບແວດ ລ້ອມຂອງໂລກ ​ແລະ ປະ​ເທດ​ເຮົາ​ກໍ່ ແມ່ນຫນຶ່ງໃນ 190 ປະ​ເທດ ທີ່​ເປັນ ພາຄີຂອງ​ສົນທິສັນຍາດັ່ງກ່າວ ​ໂດຍ ລັດຖະບານລາວໄດ້​ລົງ​ນາມ​ເຂົ້າ​ຮ່ວມ​ເປັນ​ພາຄີ​ໃນ​ປີ 1996. ສົນທິ ສັນຍານີ້ໄດ້ ເລັ່ງໃສ່ 3 ເປົ້າໝາຍຫຼັກ ຄື: 1. ອະນຸລັກຄວາມຫຼາກຫຼາຍ ທາງ​ຊີ ວະ​ວິດ​ທະຍາ​ຢ່າງ​ກວ້າງ​ຂວາງ. 2: ນຳໃຊ້ ອົງປະກອບ ຂອງ ຊີວະນາໆ ພັນໃຫ້ເກີດປະໂຫຍດສູງສຸດ ​ແລະ ມີ​ຄວາມ​ຍືນ​ຍົງ.3: ຮັບປະກັນສິດຜົນ ປະໂຫຍ​ດອັນ​ຊອບ​ທຳ​ຈາກ​ການນຳ ໃຊ້ ປະໂຫຍດຊີວະ ນາໆ ພັນ​ເຫຼົ່ານີ້.
ຈາກນັ້ນມາ ເພື່ອທົບທວນສົນທິ ສັນຍາດັ່ງກ່າວ​, ໃນ​ກອງ​ປະຊຸມ​ໂລກ Hague ປີ 2002; ສະມາຊິກພາຄີທັງ ໝົດໄດ້ຕົກລົງ ກຳນົດຍຸດທະສາດສາ ກົນ​ເຖິງປີ 2010 ໃຫ້ບັນລຸ 2 ເປົ້າໝາຍ ສຳຄັນ​ຕົ້ນຕໍຄື:1. ຫລຸດຜ່ອນອັດຕາ ການສູນເສຍທາງ​ດ້ານຊີວະນາໆພັນ​ໃນ​ລະດັບ​ສາກົນໃຫ້ໄດ້ໃນລະດັບດີ ສົມຄວນ.
2.ຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນໃນລະດັບພາກພື້ນ, ລະດັບປະເທດ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ ຊອບ​ທຳ ຈາກ​ການ​ນຳ​ໃຊ້ຊີວະນາໆ ພັນແບບຍືນຍົງ ​ໃຫ້​ໄດ້ໃນ​ລະດັບດີ.
ການສະ​ເຫລີ​ມສະຫລອງວັນ​ຊີ ວະ​ນາໆ​ພັນ​ສາກົນ ພາຍ​ໃຕ້ ຄຳ​ຂວັນ ຊີວະ​ນາໆພັນກະສິກຳ ທີ່ ວິທະຍາ​ເຂດ ດົງ​ໂດກ ​ປີນີ້; ນອກຈາກຈະ​ເປັນ​ ການ​ໂຮມ​ຊຸມນຸມ​ ​ເພື່ອ​ພ້ອມ​ກັນ​ສຳ ນຶກ​ຄືນ​ເຖິງ​ຄວາມ​ສຳຄັນ​ຂອງ​ວັນ​ດັ່ງກ່າວ​ແລ້ວ ຍັງ​ມີ​ການວາງສະ​ແດງ​ຜົນງານ​ຈາກ​ຫລາຍ​ພາກສ່ວນ​ ທັງ​ອົງການ​ລັດ, ອົງການ​ຈັດຕັ້ງສາ ກົນ​ປະຈຳ​ລາວ ​ແລະ ​ເອກະ​ຊົນຈຳ ນວນ​ໜຶ່ງ. ຈຸດ​ສຳຄັນ​ໃນ​ງານ​ນີ້​ແມ່ນ ນັກ​ສຶກສາ ​ໄດ້​ສະ​ແດງ​ອອກ ​ໃນ​ດ້ານ​ຕ່າງໆ ​ທີ່​ກ່ຽວຂ້ອງ​ເຖິງ ທຳ​ມະ​ຊາດ ​ເປັນຕົ້ນການວາງສະ​ແດງ, ການ​ແຕ້ມຮູບ ​ແລະ ອື່ນໆ​, ​ເປັນ​ການ​ສ້າງ​ໃຫ້ຄົນລຸ້ນໜຸ່ມ​ໄດ້​ສະ​ແດງ​ຄວາມ​ນຶກ​ຄິດ​ທີ່​ມີຕໍ່​ຊີວະ​ນາໆ​ພັນ ຈາກ​ມູມມອງ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ.ຈຸດ​ເລີ່​ມຕົ້ນ​ນ້ອຍໆນີ້ ອາດ​ເປັນ​ການ​ຫວ່ານ​ແນວ​ພັນ​ ຄວາມ​ຮັກ​ສິ່ງ​ແວດ​ລ້ອມ​ ​ໃຫ້​ແຕກ​ໜໍ່​ຈໍ່​ຈາວ ຈະ​ເລີນ​ເຕີບໂຕເປັນ​ຮົ່ມ​ສີ ຂຽວ ປົກ​ຄຸມ​ໄປ​ທົ່ວ​ພື້ນ​ແຜ່ນ​ນີ້ໄດ້ໃນ​ອະນາຄົດ./.

ປະເທດລາວ ແຫ່ງຊີວະນາໆ ພັນ ອັນສົມບູນ

*ປະ​ເທດ​ລາວ ນັບ​ວ່າ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ຊີ ວະ​ນາໆ​ພັນ; ສະ​ເພາະ​ຊີວະ​ນາໆ​ພັນ​ກະ​ສິກຳ ນັ້ນຍິ່ງ​ສົມບູນ, ທັງ​ມີ​ຄວາມ​ຜູກ​ພັນ​ກັບ​ວິຖີ​ຊີວິດ​ຂອງ​ຄົນ​ລາວ​ບັນ ດາ​ເຜົ່າ​ມາ​ເທົ້າ​ເຖິງ​ທຸກ​ວັນນີ້.
ອົງການ​ຊັບພະຍາກອນ​ນ້ຳ ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈຳກັດ​ຄວາມ​ໝາຍ​ຂອງ​ຄຳ​: “ຊີວະ​ນາໆ​ພັນ​ກະສິກຳ​” ແມ່ນ​ແນວ​ພັນ ​ແລະ ຄວາມ​ແຕກ​ຕ່າງ ຂອງ​ຊີວະ​ນາໆ​ພັນ​ຢູ່​ໃນ​ປ່າ, ປູກ​ໃນ​ພື້ນທີ່​ກະສິກຳ ທີ່ໃຊ້​ເປັນ​ອາຫານ​ແລະ ​ໃນ​ວຽກ​ກະສິກຳ, ​ໃນ​ລະດັບ​ເຊືອພັນ, ຊະນິດ ​ແລະ ລະບົບ​ນິ​ເວດ ຊຶ່ງ​ລວມ ມີ: 1. ຊັບພະຍາກອນ​ພັນທຸ​ກຳ, ສັດ, ຈຸລິນ​ຊີ ແລະ ​ເຊື້ອ​ເຫັດ.2. ສີ່ງທີ່​ມີ​ຊີ ວິດ ທີ່​ຈຳ​ເປັນຂາດ​ບໍ່​ໄດ້​ເພື່ອ​ການ​ຮັກສາ​ການ​ເຮັດ​ໜ້າ​ທີ່​ຂໍ​ກຸນ​ແຈ​ຂອງ​ລະບົບ​ນິ​ເວດ, ​ໂຄງ​ປະກອບ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ມັນ ​ເຊັ່ນ: ການ​ຄຸ້ມ​ຄອງ​ພະຍາດ ​ແລະ ​ແມງ​ໄມ້, ການ​ໝູນວຽນ​ທາດ​ອາຫານ​ແບບ​ວົງ​ຈອນ ​ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຂອງ​ພວກ​ມັນ.3. ເງື່ອນ​ໄຂ​ຕ່າງໆ ນອກ ຈາກ ​ສິ່ງ​ທີ່​ມີ​ຊີວິດ ​ເຊັ່ນ: ພູມ​ສັນຖານ ໜ້າດິນ​ບ່ອນ​ທີ່​ດຳ​ເນີນ​ວຽກ​ງານ​ກະສິກຳ.4. ບັນດາ​ຂົງ​ເຂດ​ວັດ ທະ ນະ ທຳ, ​ເສດຖະກິດ - ສັງຄົມ ​ເຊັ່: ພູມ​ປັນຍາ​ທ້ອງ​ຖິ່ນ ​ແລະ ປະ​ເພນີ ຊຶ່ງ​ໄດ້​ສ້າງ​ຮູບ​ຮ່າງ​ຂອງ​ຊີວະ​ນາໆ​ພັນ​ກະ ສິກຳ.
ຢ່າງ​ໃດ​ກໍ່​ດີ ສຳລັບ​ປະ​ເທດ​ລາວ ບັນຫາ​ຊີວະ​ນາໆ​ພັນ ຖືກ​ຖື​ວ່າ​ເປັນ​ຊັບພະຍາກອນ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ຄ້ຳປະກັນ​ສະບຽງອາຫານ, ການ​ດຳລົງ​ຊີວິດ​ທີ່​ໝັ້ນຄົງ ​ແລະ ການ​ໂພຊະ​ນາ​ການທີ່​ພຽງພໍ; ທັງ​ນີ້ ກໍ​ຍ້ອນ​ວ່າ ຊັບພະຍາກອນ​ດັ່ງກ່າວ ​ໄດ້​ໃຫ້​ປະ​ໂຫຍ​ດ​ແກ່​ປະ​ເທດ​ພວ​ດ​ເຮົາ​ມາ​ໄດ້ຫລາຍ​ເສັ່ນ​ຄົນ. ການ​ນຳ​ໃຊ້​ທີ່​ດີ, ການ​ພັດທະນາ​ທີ່​ດີ​ຂຶ້ນ ​ແລະ ການ​ອະນຸລັກ​ຮັກສາ​ທີ່​ກ້າວໜ້າ, ຊີວະ​ນາໆ​ ພັນກະ​ສິກຳ ​ແມ່ນຄວາມ​ຮຽກ ຮ້ອງຕ້ອງການ​ໃນ​ການ​ຕອບ​ສະ ໜອງ ​ດ້ານ​ສະບຽງ​ອາຫານ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການທັງ​ໃນ​ປະຈຸ ບັນ ​ແລະອະນາຄົດ; ທັງ​ນີ້ກໍ່​ເພື່ອ​ຫຼຸດ ຜ່ອນ​ການ​ຂາດ​ທາດ​ອາຫານ​ແບບ​ຊຳ​ເຮື້ອ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ເຂດ​ຊົນນະບົດ. ຄຳ​ຂວັນ​ສຳລັບ​ວັນ​ສິ່ງ​ແວດ​ລ້ອມ​ໂລກ​ໃນ​ປີນີ້​ແມ່ນ ຊີວະ​ນາໆ​ພັນ​ກະສິກຳ ( Agriculture bio diversity ) ຊຶ່ງ​ນັບ​ວ່າ​ເປັນ​ຄຳ​ຂວັນ​ປຸກລະດົມ​ທີ່​ມີ​ຄວາມ​ສຳຄັນ​ສຳລັບ​ຫລາຍໆ​ປະ​ເທດ​ທີ່​ຍັງ​ມີ​ຄວາມ​ອຸດົມສົມບູນ​ດ້​ເນ​ຊີວະ​ນາໆ​ພັນ ກໍ່​ຄື ບັນດາ​ປະ​ເທດ​ທີ່​ພວມ​ປະ ສົບ ​ບັນຫາ​ຂາດ​ເຂີນ ອັນ​ພາ​ໃຫ້​ເກີດ​ສະພາບ​ຫຍຸ້ງຍາກ​ອື່ນໆ​ຕາມ​ມາ​ນຳ. ສະ​ເພາະ ປະ​ເທດ​ລາວ​ຂອງ​ພວກ​ເຮົາ ຊຶ່ງ​ເປັນ​ປະ​ເທດ​ທີ່ ຍັງ​ມີ​ຄວາມ​ສົມ ບູນ ທາງ​ດ້ານ​ລະບົບ​ນິ​ເວດ​ກະສິ ກຳ ອັນ​ເປັນ​ຜົນ​ມາ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ - ລັດຖະບານ ​ໃນ​ການ​ປົກ​ປັກ​ຮັກສາ​ຄຸ້ມ​ຄອງ​ແຕ່​ຫົວທີ ນັ້ນ ມາ​ຮອດ​ປັດ​ຈຸ​ບັນ; ປະຊາຊົນ​ບັນດາ​ເຜົ່າ ຍັງ​ໄດ້​ເພິ່ງ​ພາ​ອາ​ໄສ ຄວາມ​ຫຼາກ​ຫລາຍ​ດ້ານ​ສິ່ງ​ມີ​ຊີວິດ ກະສິກຳ ຄ້ຳ ປະກັນ​ໃຫ້​ແກ່​ການ​ດຳລົງ​ຊີວິດ. ໃນ​ຂະນະ​ທີ່​ຝົນຫ່າ​ໃຫຍ່​ຫລາຍ​ຫ່າ​ໄດ້​ທອກ​ເທ​ລົງ​ມາ ​ໃນ​ຕົ້ນ​ລະດູຝົນໄລຍະ​ນີ້, ​ເຄື່ອງ​ປ່າ​ຂອງ​ນາ ອັນ​ເປັນ​ອາ ຫານ​ພື້ນ​ເມືອງ​ທີ່​ຄົນ​ລາວ​ຈຳນວນ​ຫລາຍ​ໃຫ້​ຄວາມ​ນິຍົມ ກໍ່​ໄດ້​ຫລັ່ງ​ໄຫລ​ສູ່​ທ້ອງ​ຕະຫລາດ ທັງ​ໃນ​ຕົວ​ເມືອງ ​ແລະ ຊົນນະບົດ ຊຶ່ງ​ເປັນ​ການ ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສົມ ບູນ​ດ້ານ​ຊີວະ​ນາໆ​ພັນ​ທີ່​ພວກ​ເຮົາຍັງ​ພໍ​ມີ. ຂະນະ​ດຽວ​ກັນມັນ​ກໍ​ເປັນ​ການ​ເຕືອນ ​ສະຕິ​ໃຫ້​ພວກ​ເຮົາ​ຕ້ອງ​ໄດ້​ພ້ອ​ມກັນ​ປົກ​ປັກ​ຮັກສາ ​ໃຫ້​ສາມາດ​ນຳ​ໃຊ້​ໄດ້​ຍາວ​ນານ​ຢ່າງ​ບໍ່​ມີ​ມື້ບົ​ກ​ແຫ້ງ ​ເພື່ອ​ອະ ນາຄົດ​ຂອງ​ລູກ​ຫລານ​ໃນ​ພາຍ​ໜ້າ.
​ ເພື່ອ​ເຮັດ​ໃຫ້ ຊີວະ​ນາໆ​ພັນ​ກະສິ ກຳ ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ຄຸ້ມ​ຄອງສາມາດ​ສະໜອງຕອບ​ຄວາມຮຽກຮ້ອງ​ຕ້​ອງທັງ​ໃນ​ໄລຍະ​ປັດຈຸບັນ ​ແລະ ອະນາຄົດ​ນັ້ນ ສຳຄັນ​ແມ່ນ​ໝົດ​ທຸກ​ຄົນ​ຄວນ​ມີ​ພັນທະ​ຮ່ວມ​ກັນ ບໍ່​ວ່າ​ຈະ​ເປັນກະສິກອນ ຜູ້​ປູກ​ແລະ ຜູ້​ລ້ຽງ, ຊາວ​ປະມົງ...​ໂດຍ​ຜ່ານ​ການ​ເຮັດ​ກະ​ສິກຳ​ແບບ​ຕຶກ​ຕອງ​ຮອບ​ຄອບ. ໃນ​ຂະນະ​ທີ່ບັນດາ​ນັກ​ຄົ້ນຄວ້າ ຄວນ​ຈະ​ເພີ່ມ​ຄວາມ​ຮູ້​ດ້ານ​ລະ ບົບ​ນິ​ເວດແບບ​ກ້າວໜ້າ ​ແລະ ການ​ພັດທະ ນາ​ເຕັກ​ໂນ​ໂລ​ຊີ. ນັກ​ວາງ​ແຜນ ມີ​ສ່ວນ​ໃນ​ການວາງ​ບັນດາ​ນະໂຍ ບາຍ​ດ້ານ​ສິ່ງ​ແວດ​ລ້ອມ​ກະສິກຳ ທີ່​ເໝາະ​ສົມ​ໃນ​ລະດັບ​ທ້ອງ​ຖິ່ນ, ຂົງ​ເຂດ. ບັນດາ​ຜູ້​ຊົມ​ໃຊ້ ມີ​ສ່ວນຮ່ວມ​ໂດຍ​ຜ່ານ​ທາງ​ເລືອກ​ຂອງ​ການ​ຊົມ​ໃຊ້ ຊຶ່ງ​ມີ​ອິດ​ທິພົນ​ນຕໍ​ຄວາມ​ຕ້ອງ ການ​ຂອງ​ຜົນ​ຜະລິດ​ກະ ສິກຳ​ທີ່​​ໃຊ້​ການ​ໄດ້ ແລະ ​ເໝາະ​ສົມ​ກັບ​ນິ​ເວດ​ແວດ​ລ້ອມ ຂອງ​ ຕະຫລາດ ພ້ອມ​ທັງ​ຊຸກ​ຍູ້​ສົ່ງ​ເສີມ​ການ​ເຮັດ​ກະ ສິກຳ​ແບບ​ຍືນ​ຍົງ./.

ພັດທະນາປ່າໄມ້ວັນລະ 3 ລະບົບປ່າຢ່າງຮັດກຸມ

* ປະ​ເທດ​ລາ​ວຂອງ​ພວກ​ເຮົາ ເຖິງ​ແມ່ນ​ຈະ​ຖືກ​ຖື​ວ່າ​ເປັນ​ປະ​ເທດ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ປ່າ​ໄມ້ ​ແລະ ຊິ​ວະ​ນາໆ​ພັນ​ກໍ່ຕາມ, ແຕ່​ໃນ​ໄລຍະ​ຜ່າ​ນມາ​ເຫັນ​ວ່າສະ ພາບຂອງປ່າ​ໄມ້ ​ແລະ ຊີວະ​ນາໆ ພັນແມ່ນ ​ໄດ້​ຖືກ​ບຸກລຸກ,​ ທຳລາຍ ​ແລະ ​ຖືກຂຸດ​ຄົ້ນມາ​ນຳ​ໃຊ້ ​ເພື່ອ​ຜົນປະ​ໂຫຍ​ດດ້ານ​ເສດຖະກິດຢ່າງ​ ມະຫາສານ​ເຮັດ​ໃຫ້​ເນື້ອທີ່​ຂອງ​ປ່າ​ໄມ້ໃນຂອບ​ເຂດ​ທົ່ວ​ປະ​ເທດ ຖືກ​ບົກ​ແຫ້ງ​ລົງ​ເປັນ​ລຳດັບ​ຢ່າງ​ຫນ້າ​ວິຕົກ​ເຮັດ​ໃຫ້ອັດຕາ​ຄວາມ​ປົກ​ຫຸ້ມຂອງ​ປ່າ​ໄມ້​ຫລຸດ​ລົງຍັງ​ເຫລືອ​ແຕ່​ພຽງ 42% ​ເທົ່າ​ນັ້ນ.
​ ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ປ່າ​ໄມ້ ມີ​ປະສິດທິ​ຜົນ​ສູງ ແລະ​ມີ​ຄວາມ​ຍືນຍົງ ສ້າງ​ໃຫ້​ເປັນ​ທ່າ​ແຮງ​ແກ່​ການ​ພັດທະນາ​ເສດ ຖະກິດ- ສັງຄົມແຫ່ງ​ຊາດ ​ໃນ​ໄລຍະ​ຍາວ​ນັ້ນ, ຜ່ານ​ມາ​ລັດຖະບານເຮົາ​ກໍ​ໄດ້​ສູ້​ຊົນ ພະຍາຍາມ​ກຳຈັດການ​ທຳລາຍ​ປ່າ​ໄມ້ໃຫ້​ນັບ​ມື້ຫຼຸດ​ຫນ້ອຍ ລົງ. ການ​ສ້າງ​ລະບຽບ ກົດຫມາຍ, ຂໍ້​ກຳນົດ ແລະ ​ມາດ​ຕະການທີ່​ຈຳ​ເປັນ​ຕ່າງໆ ອອກ​ໃຊ້​,ໂດຍ​ສະ​ເພາະ​ແມ່ນ​ກົດໝາຍ​ປ່າ​ໄມ້ ​ແລະ ກົດ ຫມາຍ​ຕ່າງໆ ທີ່​ກ່ຽວ ຂ້ອງຕິດ​ພັນ​ແຫນ້ນ​ກັບນະ​ໂຍບາຍ ຢຸດຕິ​ການ ຖາງ​ປ່າ​ເຮັດ​ໄຮ່​ແບ​ບ​ເລື່ອນລອຍ, ປະຕິບັດ​ນະ​ໂຍບາຍ ​ໃນ​ການ​ມອບ​ດິນມອບ​ປ່າ, ການຈັດສັນ​ອາ​ຊີບ​ຄົງ​ທີ່ໃຫ້​ແກ່​ປະຊາຊົນ ​ເພື່ອທົດ​ແທນ ການຖາງ​ປ່າ​ເຮັດ​ໄຮ່ ​ແລະ ການ​ສົ່ງ​ເສີມ​ປະຊາຊົນປູກ​ພືດ​ເປັນ​ສິນຄ້າ, ປູກ​ຕົ້ນໄມ້​ອຸດສາຫະກຳ,ຂະ ຫຍາຍ ​ການ​ລ້ຽງສັດ ​ແລະອື່ນໆ ​ເພື່ອ​ເພີ່ມ​ລາຍຮັບ​ແກ່​ປະຊາຊົນ, ​ເຮັດ​ໃຫ້​ອັດ ຕາ​ສ່ວນຄວາມທຸກ​ຍາກ​ຂອງ​ປະ ຊາຊົນໄດ້​ນັບ​ມື້ຫລຸດ​ຫນ້ອຍ​ຖອຍ​ລົງຢ່າງ​ຫນ້າ​ພາກພູມ​ໃຈ.
ອີງ​ຕາມ​ຂໍ້​ມູນຈາກ​ກົມ​ປ່າ​ໄມ້​ໄດ້​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ ເນື້ອທີ່​ການ​ເຮັດ​ໄຮ​່​ແບບ​ເລື່ອນລອຍ ໄດ້ຖືກຢຸດຕິ​ລົງໃນ​ເນື້ອທີ່ 14.400 ເຮັກ ຕາ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມນີ້ ຂະແຫນງ​ການກະສິກຳ​ປ່າ​ໄມ້ຍັງ​ໄດ້​ປະຕິ ບັດ​ການ​ມອບ​ດິນ​ມອບ​ປ່າ ​ແລະ​ ຈັດ​ສັນອາຊີບ​ຄົງ​ທີ່ ທົດ​ແທນ​ການ​ຖາງ​ປ່າ​ເຮ​ັດ​ໄຮ່ແກ່​ປະຊາຊົນ​ໄດ້ 7.300 ກວ່າ​ເຮັກຕາ, ​ໃນ​ນີ້​ມີ​ປະມານ 1.110 ບ້ານ ທີ່​ໄດ້​ດຳລົງ​ຊີວິດຢູ່​ຂອບ​ເຂດ​ປ່າສະຫງວນດ້ວຍການ​ຢຶດຖື​ອາຊີບ​ປູກຝັງ-ລ້ຽງສັດ ​ແລະ​ ການ​ບໍ​ລິ​ການ​ຕ່າງໆ ​ເພື່ອ​ລ້ຽງຊີບ.
​ ເຖິງວ່າ​ສະພາບ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ແບບ​ເລື່ອນລອຍ, ການ​ຕັດ​ໄມ້ ທຳລາຍ​ປ່າ ​ແລະການ​ຂຸດ​ຄົ້ນ​ໄມ້ ​ເພື່ອ​ເສດຖະກິດຈະ​ໄດ້​ຖືກ​ຈຳກັດ​ໃຫ້​ຫລຸດ​ຫນ້ອຍ​ຖອຍ​ລົງເປັນ​ລຳດັບກໍ​ຕາມ ​ແຕວ່າ​ເນື້ອທີ່​ປ່າ​ໄມ້​ຢູ່​ປະ​ເທດ​ເຮົາກໍ​ຍັງ​ຫລີກ​ລ້ຽງ​ບໍ່​ໄດ້ ທີ່​ຈະ​ບໍ່​ຖືກ​ທຳລາຍອີກ​ຕໍ່​ໄປຖ້າ​ຫາກ​ບໍ່​ມີ​ມາດ​ຕະການ​ທີ່ຈຳ​ເປັນ ​ເພື່ອ​ພັດທະນາ​ປ່າ​ໄມ້​ໃຫ້​ມີ​ຄວາມ​ສົມ​ດູ​ນ ​ແລະ​ຍືນ​ຍົງ​ຕໍ່​ໄປ ​ເຊິ່ງທາງ​ກົມ​ປ່າ​ໄມ້ ກໍ​ໄດ້​ມີ​ວິ​ໄສ​ທັດ​ເອົາ​ໄວ້​ວ່າ: ​ແຕ່ນີ້ຫາ​ປີ 2010 ພວກ​ເຮົາຕ້ອງ​ໄດ້​ພັດທະນາ​ປ່າ​ໄມ້​ໃຫ້​ຫັນ​ເຂົ້າ​ສູ່ ການ​ຄຸ້ມ​ຄອງ​ຢ່າງ​ຮັດກຸມ ​ໃນ 3 ລະບົບ​ປ່າຄື: ປ່າ​ສະຫງວນ, ປ່າ​ປ້ອງ​ກັນ ​ແລະປ່າ​ຜະລິດ ​ເພື່ອ​ເພີ່ມ​ອັດຕາຄວາມ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ເພີ່ມ​ຂຶ້ນຈາກ 42% ​ໃນ​ປັດ​ຈຸ ບັນ​ເປັນ 53% ຫລື ປະ ມານ 12 ລ້ານ​ເຮັກຕາ ພາຍ​ໃນ​ປີ 2010, ດ້ວຍ ການ​ສູ້​ຊົນ ຟື້ນຟູ​ປ່າທີ່​ເສື່​ອມ​ໂຊມໃຫ້​ໄດ້​ໃນ​ລະດັບ 2,5 ລ້ານເຮັກຕາ ​ແລະ ​ສູ້​ຊົນປູກ​ໄມ້​ໃຫ້​ໄດ້​ລະດັບ 150.000​ເຮັກຕາ ພ້ອມ​ນີ້ ກໍ​ເອົາ​ໃຈໃສ່ ສົ່ງ​ເສີມ​ການ​ລົງທຶນ​ປູກ​ໄມ້​ໃຫ້​ເປັນ​ຂະ​ບວນກວ້າງຂວາງ ກ້າວ​ໄປ​ເຖິງ​ປິດການ​ຂຸດ​ຄົ້ນໄມ້ ຈາກ​ປ່າ​ທຳ​ມະ​ຊາດ ທີ່​ບໍ່​ມີ​ການຈັດ​ສັນ​ໃຫ້​ໄດ້​ຢ່າງ​ສີ້ນ​ເຊີງ ຄຽງ​ຄູ່​ກັນ​ນີ້ ກໍ​ຕາມ​ດຳ​ເນີນ​ການຈັດ​ສັນ​ປ່າ ຕາມ​ລະບົບ​ອ່າງ​ໂຕ່ງ ​ແລະ ຮັບປະກັນ ​ໃຫ້​ໄດ້​ລະຫວ່າງ​ການ​ປົກ​ປັກ​ຮັກສາ ແລະ ການ​ນຳ​ໃຊ້​ຊັບພະຍາກອນປ່າ​ໄມ້​ໃຫ້​ມີ​ຄວາມ​ຍືນ​ຍົງ./.

ວຽກງານກະສິກຳປ່າໄມ້ ໃນໄລຍະ 1 ປີທີ່ຜ່ານມາ

*ຂະ​ແໜງ​ກະສິກຳ ​ແລະ ​ປ່າ​ໄມ້​ ແມ່ນ​ຂະແໜງ​ເສດຖະກິດ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ກັບ​ການ​ພັດທະນາ​ເສດ ຖະກິດ​ປະ​ເທດ​ເຮົາ​. ໂດຍ​ອີງໃສ່​ເງື່ອນ​ໄຂ​ ດ້ານ​ພູມສາດ ​ແລະ ປະຊາ ຊົນ​ສ່ວນ​ໃຫຍ່​ຍັງ​ຕິດ​ພັນ​ກັບ​ການ​ຜະ ລິດກະສິກຳ​ທີ່​ເຄີຍ​ມີ​ມາ​ແຕ່​ດົນ​ນານ; ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າຂະ​ແໜງ​ກະສິ ກຳ ​ແລະ ​ປ່າ​ໄມ້ຈຶ່ງ​ມີ​ຄວາມ​ສຳ​ຄັນ ເພື່ອພັດທະນາທ່າ​ແຮງ​ພື້ນ​ຖານ ໃຫ້​ກ້າວ​ສູ່ ອຸດສາຫະກຳ ແລະ ​ທັນ​ສະ​ໄໝ​ ໃນ​ອະ​ນາ​ຄົດ.
ຕະຫລອດໄລ​ຍະ​ໜຶ່ງ​ປີຜ່ານມາ​ ຂະ​ແໜງ​ກະສິກຳ​ ແລະ ​ປ່າ​ໄມ້​ໄດ້​ສຸມ​ທຸກ​ກຳລັງ​ແຮງ​ຂອງ​ຕົນ​ສູ້​ຊົນ​ຈັດບັດ​ຕາມ 4 ເປົ້າ​ໝາຍ​ແລະ 13 ມາດ​ຕະ ການ​ໄດ້​ຮັບ​ຜົນສຳ​ເລັດ​ພໍ​ສົມຄວນ​ໂດຍ​ສະ​ເພາະ​ແມ່ນ​ການ​ປູກ​ເຂົ້າ​ລວມ ຄື​ໃນ​ສົກ 2006 -2007 ສາມາດ​ປູກ​ເຂົ້າ​ໄດ້​ທັງ​ຫມົດ 812.619 ເຮັກຕາ, ຜົນ​ຜະລິດ​ເຂົ້າ​ໄດ້ 2,71 ລ້ານ​ໂຕນ, ທຽບ​ໃສ່​ແຜນການ​ປີບັນລຸ​ໄດ້ 99,4%, ​ເມື່ອ​ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 1,7%. ຢ່າງ​ໃດ​ກໍ​ດີ ສະ​ເພາະ ໄລຍະ 6 ເດືອນ ຕົ້ນ​ປີນີ້ ; ຫ້ອງ​ການ​ກະ​ຊວງກະ​ສິ​ກຳ ແລະ ປ່າ​ໄມ້ ກໍ່​ໄດ້​ໃຫ້​ຮູ້​ວ່າການ​ປູກ​ເຂົ້ານາ​ແຊງ​ ປະ​ຕິ​ບັດ ໄດ້​ທັງ​ໝົດ 94.500 ເຮັກຕາ ຊຶ່ງບັນລຸ​ໄດ້ 94,5% ຂອງແຜນການ; ​ໃນ​ນີ້​ແມ່ນ​ເນັ້ນ​ໃສ່ ການ​ຍົກສະ​ມັດຕະພາບ​ນາ​ແຊງ​ໃນ​ເຂດ​ຈຸດ​ສຸມ​ຊົນລະປະທານ​ທົ່ວ​ປະ​ເທດ 40 ພັນ​ເຮັກຕາ​ໃຫ້​ໄດ້ 5,5- 6 ໂຕນ/​ເຮັກຕາ ​ແລະ ​ເຂດ​ທົ່ວ​ໄປ 60 ພັນເຮັກຕາ, ສະມັດ​ຕະພາບ ​ໃຫ້​ໄດ້ 4,5-5 ​ໂຕນ, ສະ​ເລ່ຍຜົນ​ຜະລິດ​ໃຫ້​ໄດ້ 460 ພັນ​ໂຕນ. ນອກຈາກການຜະລິດ​ເຂົ້າ​ແລ້ວ​ ກະ​ຊວງ ກະ​ສິ​ກຳ ແລະ ປ່າ​ໄມ້ ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຊຸກ​ຍູ້​ການ​ປູກ​ພືດສະ ບຽງ ແລະ​ພືດ​ເປັນ​ສີນ​ຄ້າຕ່າງໆ ຊຶ່ງ​ສາມາດ​ບັນລຸ​ໄດ້ໃນ​ເນື້ອ​ທີ່​ການ​ປູກ​ເຖິງ 90 ພັນ​ກວ່າ​ເຮັກຕາ ​ແລະ​ ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ປູກສາລີ​ແຂງມີ​ເຖິງ 24 ພັນ​ກວ່າ​ເຮັກຕາ, ສາລີ​ຫວານ 5 ພັນ​ກວ່າ​ເຮັກ ຕາ, ຖົ່ວ​ຕ່າງໆ 6 ພັນ​ກວ່າ​ເຮັກຕາ,​ເຜືອກ ​-​ ມັນ 4 ພັນ​ເຮັກ ຕາ, ໝາກ​ໂມ 3 ພັນ​ເຮັກຕາ, ຜັກ​ຕ່າງໆ 43 ພັນ​ກວ່າ​ເຮັກຕາ. ນອກ​ນີ້​ຂະ​ແໜງ​ການ​ດັ່ງ​ກ່າວຍັງ​ໄດ້ສົມທົບກັບ​ທະນາຄານ​ສົ່ງ​ເສີມກະສິກຳ​ໃນ​ການ​ປ່ອຍ​ສິນ​ເຊື່ອ​ໃຫ້​ແກ່​ຊຸກຍູ້ການ​ຜະລິດ. ສະ​ເພາະ​ການ​ລ້ຽງສັດ​ໃນ​ເດືອນ​ກຸມພາ 2008 ນີ້ກໍ​ໄດ້​ມີ​ການ​ສະກັດກັ້ນ​ແລະ​ຄວບ​ຄຸມ ພະ​ຍາດ​ໄຂ້ຫວັດ​ສັດ​ປີກ ​ຢູ່​ເມືອງ​ລອງ ​ແລະ​ເມືອງ​ສິງ​ແຂວງ​ຫລວງ​ນ້ຳ​ທາ,​ໄດ້​ທຳລາຍ​ສັດ​ປີກ ​ແລະ ​ຊົດ​ເຊີຍ​ຄິດ​ເປັນ​ເງິນ 43 ລ້ານ​ກວ່າ​ກີບ.
ແນວ​ໃດ​ກໍ່​ຕາມ ສຳ​ລັບ​ວຽກ​ງານ ການ​ແກ້​ໄຂ້​ການ​ຢຸດຕິ​ການ​ຖາງ​ປ່າ​ເຮັດໄຮ່​ ກໍ່ໄດ້​ມີ​ການປະ​ຕິ​ບັດ​ຕິດ​ພັນ​ກັບ​ວຽກ​ງານ​ການ​ພັດທະນາ​ຊົນນະ ບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ 47 ເມືອງ​ທຸກ​ຍາກ ອັນ​ເປັນ​ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ. ມາດ​ຕະການ​ເພື່ອ​ແກ້​ໄຂ​ການ​ເຮັດ​ໄຮ່​ແມ່ນ​ຖື​ເອົາ​ວຽກ​ງານ​ການມອບ​ດິນ-ມອບ​ປ່າ​ແລະ​ຈັດ​ສັນ​ອາຊີບ​ຄົງ​ທີ່​ຄື​ການ​ຫັນ​ມາ​ເຮັດ​ນາ, ປູກ​ພືດ​ອຸດສາຫະກຳ​ເປັນ​ສີນ​ຄ້າ, ປູກ​ໄມ້​ໃຫ້​ໝາກ, ລ້ຽງ​ສັດ, ການ​ກະສິກຳ​ແບບ​ປະສົມ​ປະສານ, ການ​ປູກ​ໄມ້​ອຸດສາຫະກຳ, ​ເຄື່ອງ​ປ່າ​ຂອງ​ດົງ, ການ​ສະໜອງ​ສີນ​ເຊື່ອ​ແກ່​ກະສິ ກອນ, ການ​ຫັດຖະກຳ ​ແລະ​ ອື່ນໆ. ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງ​ສາ ມາດ​ຈັດ​ສັນ​ອາຊີບ​ຕ່າງໆ​ໄດ້​ຄື: ປູກ​ສາລີ​ອາຫານ​ສັດ 25 ພັນ​ຄອບ ຄົວ, ປູກ​ຫຍ້າ​ລ້ຽງ​ງົວ 2 ພັນ​ຄອບຄົວ, ນຳ​ໃຊ້​ລະບົບ​ເຕັກ​ນິກນິ​ເວດ 1 ພັນ​ຄອບ ຄົວ, ປູກ​ຢາງພາລາ 1 ພັນ​ຄອບຄົວ, ປູກ​ເຄື່ອງ​ປ່າ​ຂອງ​ດົງ​ຢາງ​ບົງ​ ແລະ​ໝາກ​ແໜງ 1 ພັນ​ຄອບຄົວ, ຜະລິດ​ກະ ສິກຳ​ແບບ​ປະສົມ​ປະສານ​ປູກຝັງ- ລ້ຽງສັດ 1 ພັນກວ່າ​ຄອບຄົວ, ປູກ​ພືດ​ເປັນ​ສິນຄ້າ​ປະມານ 65 ພັນ​ກວ່າ​ຄອບຄົວ ​ແລະ​ອື່ນໆ. ນອກ​ນັ້​ນກະ​ຊວງ ກະ​ສິ​ກຳ-​ປ່າ​ໄມ້ ຍັງ​ໄດ້​ສຸມ​ໃສ່ ສ້າງ​ສູນ​ເຕັກນິກ​ ແລະ ​ກຸ່ມ​ການ​ຜະ ລິດ​ ໂດຍ​ໄດ້​ສຸມ​ໃສ່​ຊຸກຍູ້​ສ້າງ​ສູນ​ບໍ ລິການ​ເຕັກນິກ​ໃນ​ເຂດ​ບ້ານ​ຈຸດ​ສຸມ​ແລະ ​ກຸ່ມ​ບ້ານ​ພັດທະນາ ຊຶ່ງມາ​ຮອດ​ປະຈຸ​ບັນ​ກຸ່ມ​ບ້ານ​ພັດທະນາ​ໃນ​ຂອບ​ເຂດ​ໂຄ​ງການ​ທີ່​ຂຶ້ນກັບ​ກອງ​ສົ່ງ ເສີມກະສິກຳ ແລະ ​ປ່າ​ໄມ້​ ທີ່ມີ​ຈຳ ນວນ 335 ກຸ່ມ​ບ້ານ, ​ໃນ​ນີ້ກວມ​ເອົາ 2 ພັນ​ກວ່າ​ບ້ານ; ສູນ​ບໍລິການ​ເຕັກ ນິກ​ກະສິກຳ ​ແລະ ​ປ່າ​ໄມ​້ມີ 55 ແຫ່ງ. ສ່ວນວຽກງານ​ຄຸ​້ມຄອງ​ປ່າ​ໄມ້​ແບບ​ຍືນ​ຍົງ​ ກໍ່ໄດ້ມີ​ການ​ຈັດ​ສັນ​ໄປ​ຕາມ 3 ປະ​ເພດ​ປ່າ​ຄື: ປ່າ​ຜະລິດ​ໄດ້​ສ້າງ ຕັ້ງ ສຳ​ເລັດ​ທັງ​ໝົດ 37 ເຂດລວມ​ເນື້ອທີ່ 2 ລ້ານ​ກວ່າ​ເຮັກຕາ; ​ໃນ​ນັ້ນມີ 8 ເຂດ​ທີ່​ມີ​ແຜນ​ຈັດ​ສັນ​ແລ້ວ, ປ່າ​ປ້ອງ​ກັນ​ແມ່ນ​ສຳ​ເລັດ​ການ​ກຳນົດ​ເຂດ​ໃນ​ແຜນ​ທີ່​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ແລະ​ ປັກ​ຫລັກ​ໝາຍເຂດ​ປ່າ​ສະຫງວນ ​.
ເຖິງ​ແມ່ນ​ວ່າ ໄລ​ຍະ​ປີ​ຜ່ານ​ມາ ສະ​ພາບ​ໃນ​ຕົວແລະນອກ​ຕົວ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ, ແຕ່​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ນຳ​ຂອງ​ຂະ​ແໜງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ທັງ​ໃນລະ​ດັບ​ສູນ​ກາງ ກໍ່​ຄື​ທ້ອງ​ຖິ່ນ ຈຶ່ງ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ໄລ​ຍະ​ໃໝ່​ໄດ້​ໂດຍ​ພື້ນ​ຖານ ຊຶ່ງ​ມັນ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ບັນ​ດາ​ຕົວ​ເລກ​ທີ່​ສາ​ມາດ​ບັນ​ລຸ​ໄດ້​ດັ່ງ​ໃຫ້​ຮູ້​ເບື້ອງ​ຕົ້ນ ແລະ ຍັງ​ອີກ​ບໍ່​ດົນ ຜົນ​ການ​ເກັບ​ເຂົ້າ​ນາ​ແຊງ ຂອບ​ເຂດ​ທົ່ວ​ປະ​ເທດ ກໍ່​ຈະ​ອອກ​ມາ ຊຶ່ງ​ຈະ​ເປັນ​ການ​ຊີ້​ໃຫ້​ເຫັນ​ວ່າ ວຽກ​ງານ​ຂະ​ແໜງ​ນີ້​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຊຸກ​ຍູ້ ແລະ ສົ່ງ​ເສີມ​ຢ່າງ​ເປັນ​ຮູ​ປະ​ທຳສ່ຳ​ໃດ./.

-----------------
4 ​ເປົ້າ​ຫມາຍ​ສຳ​ຄັນ​ໃນ​ການ​ພັດທະນາ​ຂະ​ແຫນງ​ກະສິກຳ​ປ່າ​ໄມ້

*ປະ​ຈຸ​ບັນ, ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ​ ກໍ​ຄື​ການ​ປະ​ຕິ​ບັດ​ໜ້າທີ​ການ​ເມືອງຂອງ​ຕົນ ເພື່ອປະ​ກອບ​ສ່ວນ​ຕາມ​ທິດ​ທາງ​ຂອງ​ພັກ-​ລັດ​ ຮອດ​ປີ 2020 ໃຫ້​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາ​ວະດ້ອຍ​ພັດທະນາ... ເສດຖະກິດ​ແຫ່ງ​ຊາດ​ມີ​ພື້ນຖານອັນ​ໜັ້ນຄົງ​ດ້ວຍ​ໂຄງ​ປະກອບ​ກະສິກຳ - ປ່າ​ໄມ້ ຕິດ​ແໜ້ນ​ກັບ​ອຸດ​ສະຫະກ​ຳ​ແລະ ບໍລິການ ທີ່​ມີ​ຄວາມ​ສົມສ່ວນ​ແລະ ຕັ້ງໜ້າ, ມີ​ຄວາມເຊື່ອມ​ໂຍງ​ເຂົ້າ​ກັບ​ພາກພື້ນ ​ແລະ ສາກົນ.
ດັ່ງ​ນັ້ນ, ເພື່ອ​ຜັນ​ຂະຫຍາຍ​ແນວ ທາງ​ໃຫ້​ບັນ​ລຸ​ໝາກ​ຜົນ, ລັດຖະບານ​ກໍໄດ້​ກຳນົດ 11 ແຜນ​ງານ ​ແລະ 111 ໂຄງການ​ອອກ, ​ສຳ​ລັບ​ ກະຊວງ​ກະ ສິກຳ ​ແລະ ປ່າ​ໄມ້ ​ກໍ່​ໄດ້​ສືບຕໍ່​ສູ້​ຊົນ​ຫັນ​ເປັນ​ຍຸດ​ທະ​ສາດ ​ແລະ ​ແຜນ​ງານ​ເຄື່ອນ​ໄຫວ​ສະ​ເພາະ​ຂອງ​ຕົນ ​ກໍ​ໄດ້​ຫັນ​ເປັນ​ມາດ​ຕະການ​ປະຕິບັດ​ລະ ອຽດ ແນ​ໃສ່​ເພື່ອ​ໃຫ້​ບັນລຸ 4 ເປົ້າ​ໝາຍ​ໃຫຍ່, ໃນໂອ​ກາດ​ສະ​ຫລຸບ​ຜົນ​ງານ 30 ປີ​ຂອງ​ຂະ​ແໜງ​ການ​ກະ​ສິ​ກຳ-​ປ່າ​ໄມ້ ຊຶ່ງ ທ່ານ ສີ​ຕາ​ເຮັ່ງ ຣາ​ຊະ​ພົນ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ກະ​ສິ​ກຳ-​ປ່າ​ໄມ້​ໄດ້​ຊີ້​ໃຫ້​ເຫັນວ່າ: ​ເປົ້າ​ໝາຍ​ທີ 1 ແມ່ນ ຍົກ​ສູ​ງການ​ຜະລິດ​ສະບຽງ​ອາຫານ​ໃຫ້​ຮັບປະກັນ​ຢ່າງ​ໜັກ​ແໜ້ນ​ປະກອບສ່ວນ​ໂດຍ​ກົງ​ເຮັດ​ໃຫ້​ຕົວ​ເລກ GDP ກະສິກຳ-ປ່າ​ໄມ້ຂະ ຫຍາຍ ຕົວ​ໃນ​ອັດຕາ​ສ່ວນ 3 - 3,4% ຕໍ່​ປີ, ຮັກ ສາ​ລະດັບ​ປະລິມານ​ສະບຽງ​ອາຫານ​ເຂົ້າ​ກິນ​ໃຫ້​ໄດ້ 500 ກິ​ໂລ ຕໍ່​ຫົວ​ຄົນ ຕໍ່​ປີ ຫລື ເທົ່າ​ກັບ 3,3 ລ້ານ​ໂຕນ​ເຂົ້າ​ເປືອກ​ໃນ​ທ້າຍ​ປີ 2010, ຮັບປະກັນ​ສະບຽງ​ອາຫານ​ຢູ່​ເມືອງ​ທຸກ​ຍາກ​ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ, ການ​ຜະລິດ​ຊີ້ນ - ປາ ​ໃຫ້​ຂະຫຍາຍຕົວ 5% ຕໍ່​ປີ ຫລື ຄິດ​ໄລ່​ເປັນ​ຊີ້ນ 145 ພັນ​ໂຕນ . ປາ 1 ແສນ​ໂຕນ , ຮັກສາ​ການ​ຊົມ​ໃຊ້​ຊີ້ນ - ປາສະ​ເລ່ຍ 40 -45 ກິ​ໂລ​ຕໍ່​ຫົວ​ຄົນ​ຕໍ່​ປີ, ຈັດຕັ້ງ ຄັງ​ແຮ​ເຂົ້າ​ແຫ່ງ​ຊາດ​ໃຫ້​ໄດ້​ປະມານ 60 ພັນ​ໂຕນ, ​ໃນ​ນັ້ນຄັງ​ແຮ​ເຂົ້າຂອງ​ທົ່ວ​ປວງ​ຊົນ​ບໍ່​ຫລຸດ​ເຄິ່ງໜຶ່ງ ຂອງ​ຈຳນວນ​ເຂົ້າ​ໃນ​ຄັງ​ແຮ​ຊາດ​ທັງ​ໝົດ.
ສ່ວນເປົ້າ​ໝາຍ​ທີ 2 ແມ່ນ​ຈະ ສູ້​ຊົນ​ຜະລິດ​ສີນ​ຄ້າ​ເພື່ອ​ສະໜອງ​ວັດຖຸ​ດິບ​ໃຫ້​ຂະ​ແໜງ​ອຸດສາຫະກຳ ​ແລະ ບໍລິ​ການ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ ​ແລະ ປ່າ​ໄມ້ ເພື່ອ​ສົ່ງ​ອອກ​ໃຫ້​ໄດ້ 1 ຕື້​ໂດ​ລາສະ​ຫະ​ລັດ ຫລື ເທົ່າ​ກັບໜຶ່ງ​ສ່ວນ​ສາມ ຂອງ​ມູນ​ຄ່າ​ສົ່ງ​ອອກ​ທັງ​ໝົດ​ໃນ​ທ້າຍ​ປີ 2010. ໃນ​ນີ້​ການ​ຜະ​ລິດສີນ​ຄ້າ​ກະສິກຳ ​ແລະ ປ່າ​ໄມ້ ທີ່​ເລັ່ງ​ໃສ່​ລວມມີ ເຂົ້າ, ສາລີ, ກາ ເຟ, ປະ​ເພດ​ຖົ່ວ, ໜາ​ກ​ເດືອຍ, ໝາກງາ, ອ້ອຍ, ປໍ​ສາ, ມັນຕົ້ນ, ມັນຝ​ຣັ່ງ, ຝ້າຍ, ຊາ, ພືດ​ຜັກ, ໝາກ​ໄມ້, ​ໄມ້​ສັກ, ​ໄມ້​ເກດສະໜາ,​ເຄື່ອງ​ປ່າ​ຂອງ​ດົງ ​ແລະອື່ນໆ ໂດຍຂະ​ ແໜງ​ການ​ກະສິກຳ ​ແລະ ປ່າ​ໄມ້ ຈະ​ໄດ້​ສູ້​ຊົນ ​ເພີ່ມບໍ​ລິ​ມາດ​ຜະລິດ​ຕະພັນ​ສີນ​ຄ້າ​ກະສິກຳ​ສຳລັບ​ເປັນ​ວັດຖຸ​ດິບ​ປ້ອນ​ອຸດສາ​ຫະກຳ​ປຸງ​ແຕ່ງ​ພາຍ​ໃນ​ແລະ​ເປັນ​ຂາ​ອອກ​
ໃຫ້​ຫລາຍ​ຂຶ້ນທັງ​ມີ​ຄຸນ​ນະພາ​ບສູງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ. ຫັນ​ການ​ຜະລິດ​ກະສິກຳ​ໃຫ້​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ເພື່ອ​ຍົກ​ສູງ​ຜະ ລິດ​ຕະພາບ​ການ​ຜະລິດ, ນຳ​ໃຊ້​ເຕັກນິກ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ກະສິກຳ​ສະອາດ (ປອດ​ສານ​ພິດ) ນຳ​ໃຊ້​ກົນ​ຈັກ​ເພື່ອ​ຫລຸດຜ່ອນ​ແຮງ​ງານ, ຫລຸດຜ່ອນຕົ້ນ ທຶນການ​ຜະລິດ, ຄຸ້ມ​ຄອງ​ນຳ​ໃຊ້​ລະ ບົບ​ຊົນລະປະທານ​ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ກະ ສິກອນ, ຮັບປະກັນ​ສະໜອງ​ນ້ຳ​ໃຫ້​ກວມ​ອັດຕາ​ສ່ວນ ປະມານ 60 - 70% ຂອງ​ເນື້ອທີ່​ປູກຝັງ​ໃນ​ເຂດ​ທົ່ງພຽງ ຫລື 50% ຂອງ​ເນື້ອທີ່​ນາປີ​ທັງ​ໝົດ​ແລະ ຮັກສາ​ແຫ​ລ່ງນ້ຳ​ເຂດ​ພູດ​ອຍ .
ໃນ​ເປົ້າ​ໝາຍ​ທີ 3 ແມ່ນ​ຈະສູ້​ຊົນ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ແບບ​ເລື່ອນລອຍ​ທີ່​ຍັງ​ມີ​ເນື້ອທີ່​ເຫລືອ​ປະ ມານ 8.000 ເຮັກຕາ​ໃນ​ປັດຈຸບັນ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊິ​ງດ້ວຍ​ການ​ເອົາ​ໃຈ​ໃສ່​ວຽກ​ງານ​ມອບ​ດີ​ນ-ມອບ​ປ່າ, ຈັດ​ສັນ​ອາຊີບ​ຄົງ​ທີ່​ທົດ​ແທນ​ການ​ ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ພ້ອມ​ກັບ​ການ​ສືບຕໍ່​ຈັດ​ສັນ​ອາຊີບ​ຄົງ​ທີ່​ໃຫ້​ໝັ້ນຄົງ​ໃນ​ເນື້ອທີ່​ໄຮ່​ຄົງ​ທີ່ ​ແລະໝູ​ນ ວຽນ, ​ເປັນຕົ້ນ​ແມ່ນ​ການ​ປູກ​ໄມ້​ອຸດ ສາຫະກຳ, ການ​ລ້ຽງສັດ​ໃຫຍ, ການ​ປູກ​ພືດ​ອຸດ​ສະຫະ​ກຳ​ເຊັ່ນ: ປູກ​ສາລີ, ຢາງພາລາ, ໝາກ​ເດືອຍ, ໝາກງາ, ຊາ, ອ້ອຍ, ພືດ​ຜັກ​ຕ່າງໆ ພ້ອມ​ນີ້ກໍ່​ຕ້ອງ​ຈັດ​ສັນ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ເຄື່ອງ​ປ່າ​ຂອງ​ດົງ​ແບບ​ຢືນ​ຍົງ​ຕິດ​ພັນ​ກັບ​ການ​ພັດທະນາ​ຊົນ ນະບົດ​ຮອບ ດ້ານ​ເພື່ອ​ແນໃສ່​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ແລະ ປົກ​ປັກ​ຮັກ ສາ​ສິ່ງ​ແວດ​ລ້ອມ, ໃນ​ນີ້​ແມ່ນ​ເລັ່ງ​ໃສ່ 47 ເມືອງ​ຈຸດ​ສຸມ​ບຸລິ​ມາ​ສິດ​ຂອງ​ລັດ ຖະບານ​ເປັນ​ຈຸດ​ສຸມ​ຂອງ​ຂະ​ແໜງ​ການ ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ວຽກ​ງານ​ກະສິ ກຳ ​ແລະປ່າ​ໄມ້​ໃຫ້​ຂະຫຍາຍຕົວ​ໄວ ຂະ​ແໜງ​ການ​ກະສິກຳ ​ແລະ ປ່າ​ໄມ້​ໄດ້​ນຳ​ໃຊ້​ມາດ​ຕະການ​ເຂົ້າ​ຊ່ວຍ​ຢ່າງ​ເຂັ້ມ​ແຂງ​ກວ່າ​ເກົ່າ​ດ້ວຍ​ການ​ຫັນ​ພະນັກງານ​ລົງ​ຊ່ວຍ​ທ້ອງ​ຖິ່ນ ຈຸດ​ສຸມ​ການ​ຜະລິດ​ດ້ວຍ​ການ​ສ້າງ​ສູນ​ບໍລິການ​ເຕັກນິກ​ປະຈຳ​ຢູ່​ກຸ່ມ​ບ້ານ​ໃຫ້​ໄດ້​ຫລາຍ​ກວ່າ 330 ສູນ​ໃນ​ທົ່ວ​ປະ​ເທດ; ໃນນີ້​ໄດ້​ເນັ້ນໜັກ​ໃຫ້​ຫັນ​ເປັນ​ເຂດ​ການ​ຜະ​ລິດສະ​ເພາະ, ມີ​ຈຸດ​ສຸມ​ໃນ​ແຕ່​ລະ​ເຂດ​ແຕ່​ລະ​ພາກ ຕາມ​ທ່າ​ແຮງ​ເງື່ອນ​ໄຂ​ທຳ​ມະ​ຊາດ, ມູນ​ເຊື້ອຂອງ​ປະຊາຊົນ ​ແລະ ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.
ສະ​ເພາະ​ເປົ້າ​ໝາຍ​ທີ 4 ແມ່ນ ຟື້ນຟູ​ບູລະນະ ​ແລະ ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ປ່າ​ໄມ້​ໃຫ້​ມີ​ຄວາມຍືນ​ຍົງ​ຕາມ​ລະບົບ​ຄຸ້ມ​ຄອງ​ແບບ​ຍືນ​ຍົງ 3 ປະ​ເພດ​ປ່າ: ປ່າ​ສະຫງວນ, ປ່າ​ປ້ອງ​ກັນ ​ແລະ ປ່າ​ຜະລິດ ດ້ວຍ​ການ​ໃຊ້​ມາດ​ຕະການ​ທີ່​ເໜາະ​ສົມ​ໃນ​ການ​ພັດທະນາ​ວຽກ​ງານ​ປ່າ​ໄມ້. ໃນ​ນີ້ ຈະ​ສູ້​ຊົນ​ເພີ່ມ​ອັດຕາ​ສ່ວນ​ຄວາມ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ຈາກ 41,5% ​ໃນ​ປະ ຈຸ​ບັນ (ຫລື 9 ລ້ານ​ເຮັກຕາ) ຂຶ້ນ​ເປັນ 53% ຫລື12ລ້ານ​ເຮັກຕາ​ໃນ​ປີ 2010 ໂດຍ​ການ​ຟື້ນຟູ​ປ່າ​ທີ່​ເຊື່ອມ​ໂຊມ​ໃຫ້​ໄດ້ 2,5 ລ້ານ​ເຮັກຕາ ​ແລະ ປູກ​ໄມ້​ໃຫ້​ໄດ້ 150 ພັນ​ເຮັກຕາ, ການ​ຫັນ​ໄປ​ສູ່​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້​ແບບ​ຍືນ​ຍົງ​ໂດຍ​ມີ​ການ​ນຳ​ໃຊ້ , ອະນຸລັກ​ແລະ ປົກ​ປັກ​ຮັກສາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ອຳນວຍ​ຄວາມ​ສະ ດວກ, ຄຸ້ມ​ຄອງ​ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ໃສ່​ວຽກ​ງານ​ປູກ​ປ່າ​ທຳ​ມະ​ຊາດ​ທີ່​ບໍ່​ມີ​ການຈັດ​ສັນ​ຢ່າງ​ສີ້ນ​ເຊີງ ປູກ​ຈິດ​ສຳນຶກ​ໃຫ້​ທົ່ວ​ສັງຄົມ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກ ສາ​ປ່າ​ໄມ້, ສິ່ງ​ແວດ​ລ້ອມ, ອະ ນຸລັກ​ຊະນິດ​ພັນ​ພືດ, ຊີວະ​ນາໆ​ພັນ, ສັດ ປ່າ ​ແລະ ຖິ່ນ​ທີ່​ຢູ່​ອາ​ໃສຂອງ​ສັດປ່າ​ນາໆ​ພັນ ​ເຊິ່ງ​ເຫັນ​ວ່າ​ກຳລັງ​ຖືກ​ໄພຂົ່ມຂູ່​ໃນ​ຫລາຍ​ຮູບ​ແບບ. ດຳ​ເນີນ​ການຈັດ​ສັນ​ປ່າ​ໄມ້​ຕາມ​ລະບົບ​ອ່າງ​ໂຕ່ງ​ເພື່ອ​ການ​ພັດທະນາ​ປົກ​ປັກ​ຮັກສາ​ແຫ​ລ່ງນ້ຳ ແລະ ສິ່ງ​ແວດ​ລ້ອມ, ຮັບປະກັນ​ຄວາມ​ສົມ​ດຸນ​ລະ ຫວ່າງ​ການ​ປົກ​ປັກ​ຮັກສາ​ແລະ ການ​ຂຸດ​ຄົ້ນ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະປ່າ​ໄມ້​ໃຫ້​ມີ​ຄວາມ​ຍືນ​ຍົງ. ຍົກ​ລະດັບ​ຄວາມ​ອຸ ດົມສົມ ບູນ​ຂອງ​ປ່າ​ໄມ້​ດ້ວຍ​ການ​ຟື້ນ​ຟູ​ປ່າ​ເສື່ອມ​ໂຊມ ​ແລະ ການ​ປູກ​ໄມ້, ສົ່ງ​ເສີມ​ການ​ປູກ​ໄມ້ ແລະ ​ເຄື່ອງ​ປ່າ​ຂອງ ດົງ​ເພື່ອ​ເປັນ​ວັດຖຸ​ດິບ​ສຳລັບ​ການ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ, ປັບ ປຸງ​ບັນດາ​ນິຕິ​ກຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບພະຍາ ກອນ​ປ່າ​ໄມ້​ໃຫ້​ເປັນ​ລະບົບ​ຄົບ​ຊຸດ​ແລະ ນຳພາ​ການຈັດຕັ້ງປະຕິບັດ​ໃຫ້​ເຂົ້າ​ສູ່​ລະບຽບ​ກົດໝາຍ .

_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ກັບສາລະບານ