ການພັດທະນາຢູ່ລາວຕາມທິດຫັນເປັນອຸດສາຫະກຳ-ທັນສະໄຫມ
ຍັງຕ້ອງການທຶນຮອນ ແລະ ເຕັກໂນໂລຊີທີ່ກ້າວຫນ້າ
*(ຂປລ): ການພັດທະນາຢູ່ ສປປ ລາວ ຕາມທິດຫັນເປັນອຸດສາຫະກຳ-ທັນສະໄຫມ ແລະມີຄວາມ ຍືນ ຍົງນັ້ນ ຍັງຕ້ອງການ ທຶນ ຮອນ, ຄວາມຮູ້, ປະສົບການ ແລະ ເຕັກໂນໂລຊີທີ່ກ້າວ ຫນ້າ;ແຕ່ສິ່ງສຳ ຄັນທີ່ ສຸດແມ່ນຍັງຕ້ອງການບຸກຄະ ລາກອນທີ່ມີ ຄວາມ ພ້ອມສຳລັບການພັດທະນາເປັນຈຳນວນຫລວງຫລາຍ.
ພະນະທ່ານບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວເຊັ່ນນີ້ໃນລະຫວ່າງ ມີ ຄຳເຫັນຕໍ່ກອງປະຊຸມ ສາກົນຄັ້ງ ທີ 15 ວ່າດ້ວຍອະນາຄົດອາຊີເມື່ອວັນທີ 22 ພຶດສະພາ 2009 ທີ່ໂຕກຽວ, ປະເທດຍີ່ປຸ່ນຊຶ່ງຫນັງສືພິມນິເກອິເປັນເຈົ້າພາບຈັດຂຶ້ນ. ເຖິງຢ່າງໃດກໍຕາມ, ພະນະທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ລັດຖະບານແຫ່ງ ສປປ ລາວ ຈະສືບຕໍ່ດຳເນີນນະໂຍບາຍ ຂຸດຄົ້ນ ຄວາມສາມາດຂອງ ບັນ ດາ ພາກສ່ວນເສດຖະກິດ ແລະບັນດາຊັ້ນຄົນຢູ່ພາຍໃນປະເທດ ໄປຄຽງຄູ່ກັບການດຶງດູດ ການ ລົງທຶນ ໂດຍ ກົງຈາກຕ່າງປະເທດຢ່າງແຂງແຮງກວ່າເກົ່າເພື່ອສ້າງເປັນກຳລັງແຮງສັງລວມ ໃນການຊຸກຍູ້ການພັດທະນາໃຫ້ມີບາດ ກ້າວໃຫມ່, ຂະ ນະດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຍັງໄດ້ ເນັ້ນວ່າ ການພັດທະນາ ຕາມທິດຫັນເປັນ ອຸດສາຫະກຳ-ທັນສະໄຫມ ແລະມີຄວາມຍືນຍົງ ເວລາໃດ ກໍຕ້ອງ ດຳເນີນ ໄປຄຽງຄູ່ກັບການປະຕິບັດຍຸດທະສາດ ການເຊື່ອມ ໂຍງ ພາຍໃນ ຂອບການຮ່ວມມືອາຊຽນ ແລະ GMS, ໂດຍ ສປປ ລາວ ຈະເຂົ້າຮ່ວມໃນຍຸດທະສາດການຮ່ວມມື ແລະ ການເຊື່ອມ ໂຍງ ໃນອະນຸ ພາກ ພື້ນ ແລະ ພາກພື້ນ ອາຊີອາຄະເນກໍຄື ອາຊຽນຢ່າງຕັ້ງຫນ້າ.