ທິດທາງ, ຫນ້າທີ່ແລະຄາດ ຫມາຍຕົ້ນຕໍຂອງແຜນພັດທະນາ ເສດຖະກິດ-ສັງຄົມສົກປີ 2007- 2008.
ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2007-2008 ເປັນປີທີ່ມີຄວາມ ໝາຍສຳຄັນທີ່ສຸດ, ແມ່ນແຜນຈັດຕັ້ງ ຜັນຂະຫຍາຍ 11 ແຜນງານໃຫຍ່ ຂອງລັດຖະບານ ເພື່ອຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ VIII ຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດ ບັນ ດາຄາດໝາຍສູ້ຊົນ ແລະ ທິດທາງໜ້າ ທີ່ຂອງແຜນການ 5 ປີ ຄັ້ງທີ່ VI (2006-2010) ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ພື້ນຖານເສດຖະກິດໝັ້ນຄົງ ຍິ່ງຂື້ນ, ສະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ດີຂຶ້ນຕາມ ລຳດັບ, ສາມາດສ້າງທ່ວງທ່າກ້າວ ຂື້ນ ໃຫ້ແກ່ຊຸມປີຕໍ່ໄປ ໃຫ້ມີຜົນສຳ ເລັດຫຼາຍກ່ວາເກົ່າ. ໃນຕອນທ້າຍ ຂອງແຜນການສົກປີນີ້ ຈະໄດ້ດຳ ເນີນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດ ແຜນ 5 ປີ ຄັ້ງທີ VI ທີ່ກ່າວມາຂ້າງເທິງ ແລະ ພ້ອມ ດຽວກັນນັ້ນ ກໍຈະໄດ້ກະກຽມສ້າງ ເງື່ອນໄຂ ໃຫ້ແກ່ການສ້າງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015)
1. ຄາດຄະເນສະພາບແວດ ລອ້ມທີ່ອາດກະທົບຕໍ່ແຜນ ສົກປີ 2007- 2008.
-ສະພາບແວດລ້ອມຂອງສາກົນ.
ເຖີງແມ່ນວ່າຍັງມີສິ່ງທ້າທາຍຫຼາຍ ຢ່າງຕໍ່ການ ພັດທະນາເສດຖະກິດ ຂອງບັນດາປະເທດຕ່າງໆໃນ ໂລກ ເປັນຕົ້ນແມ່ນບັນຫາລາຄານ້ຳມັນ ທີ່ ອາດຈະຜັນຜວນ, ບັນຫາຄວາມ ບໍ່ ແນ່ນອນຂອງຄ່າເງິນ ໂດລາສະຫະ ລັດ, ບັນຫາໄຂ້ຫວັດສັດປີກ ແລະ ອື່ນໆ. ແຕ່ໂດຍລວມແລ້ວ ເສດຖະ ກິດ ຂອງໂລກຍັງຈະສືບຕໍ່ ຂະຫຍາຍ ຕົວຢ່າງແຂງແຮງ ໂດຍສະເພາະເສດ ຖະກິດຂອງ ສປ ຈີນ, ອິນເດຍ ແລະ ຫລາຍປະເທດໃນອາຊຽນຈະຂະ ຫຍາຍຕົວສູງກ່ວາ 7% ຂຶ້ນໄປ.
ລສະພາບແວດລ້ອມພາຍໃນ.
ການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມສົກປີ 2007-2008 ຈະໄດ້ດຳເນີນໄປໃນ ສະ ພາບທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນທັງຊາດ ພວມອອກ ແຮງ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ສູນກາງພັກ, ປະຕິບັດບັນດາ ເປົ້າ ໝາຍ ແລະ ທິດທາງໜ້າທີ່ ຄາດ ໝາຍ ຂອງແຜນພັດທະນາ ເສດຖະ ກິດ- ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VI ໃຫ້ປະ ກົດຜົນເປັນຈິງ. ສະພາບພາຍ ໃນປະ ເທດ ຍັງຄົງມີສະເຖຍລະ ພາບ ທາງ ດ້ານການເມືອງ, ສັງຄົມ ມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ ໜັກແໜ້ນຂື້ນຕື່ມ; ສະ ພາບເສດຖະກິດມະຫາພາກ ຍັງ ຈະສືບຕໍ່ຂະຫຍາຍຕົວໃນທິດທາງ ທີ່ດີຂື້ນ; ການຮ່ວມມື ນັບທັງສອງ ຝ່າຍ ແລະ ຫຼາຍຝ່າຍ ແລະ ການລະ ດົມທຶນຈາກຕ່າງປະເທດ ຍັງສາ ມາດຮັກສາ ບັນຍາກາດ ທີ່ດີຄືຊຸມ ປີຜ່ານມາ. ເຊິ່ງຖືໄດ້ວ່າເປັນການ ປະ ກອບສ່ວນທີ່ສຳຄັນເຂົ້າໃນ ການ ຊຸກຍູ້ການເຕີບໂຕທາງເສດຖະ ກິດ ກໍຄືການລຶບລ້າງຄວາມທຸກຍາກ ໃນປະເທດເຮົາ.
ພາຍຫຼັງສປປ ລາວ ເຂົ້າເປັນ ສະມາຊິກຂອງເຂດ ການຄ້າເສລີ ອາຊຽນ (AFTA) ເຖິງແມ່ນວ່າ ຈະເຮັດໃຫ້ ລາຍຮັບຈາກການເກັບ ພາສີຂາເຂົ້າ ຂອງປະເທດຫຼຸດລົງ ແລະ ບາງຫົວ ໜ່ວຍທຸລະກິດການ ຜະລິດພາຍ ໃນ ກໍຈະໄດ້ຮັບຜົນກະ ທົບກໍຕາມ, ແຕ່ຖ້າ ພວກເຮົາຈັດຕັ້ງ ປະ ຕິບັດກົດໝາຍພາສີມູນຄ່າເພີ່ມ ຢ່າງຮັດຄຸມ ແລະ ມີປະສິດທິຜົນ ກໍ່ຍັງ ຈະສາມາດ ເພີ່ມ ລາຍຮັບໄດ້ ເຊັ່ນກັນ; ສ່ວນປະເທດອື່ນໆ ທີ່ບໍ່ ແມ່ນປະເທດອາຊຽນ ຍັງສາມາດ ຮັກສາອັດຕາພາສີນຳເຂົ້າ ປົກກະ ຕິ. ອີກດ້ານໜຶ່ງການ ເຂົ້າ ເປັນ ສະ ມາຊິກເຂດ ການຄ້າເສລີອາຊຽນ ຈະຊ່ວຍຊຸກຍູ້ເສດຖະກິດຂອງປະ ເທດເຮົາ ໃຫ້ສາມາດເຊື່ອມໂຍງ ເຂົ້າກັບລະບົບເສດຖະກິດຂອງ ພາກພື້ນ ແລະ ຂອງໂລກ, ສ້າງອຳ ນາດ ໃນການຕໍ່ລອງທີ່ໜັກແໜ້ນ ຂຶ້ນຕື່ມໃນການສ້າງເຂດການຄ້າ ກັບບັນດາປະເທດຄູ່ເຈລະຈາ ຫຼື ກຸ່ມການຮ່ວມມືທາງເສດຖະກິດ ຕ່າງໆ.
ເຖິງຢ່າງໃດກໍຕາມ, ການຈັດ ຕັ້ງປະຕິບັດແຜນການສົກປີ 2007- 2008 ຍັງຈະຕ້ອງໄດ ້ຜ່ານ ຜ່າສິ່ງ ທ້າທ້າຍ ແລະ ຄວາມຫຍຸ້ງຍາກ ຫຼາຍຢ່າງເຊັ່ນ: ເສດຖະກິດ ຂອງ ປະເທດເຮົາມີຂະໜາດນ້ອຍ, ການ ຂາດ ດຸນຂອງພື້ນຖານເສດຖະກິດ ຍັງມີຫຼາຍດ້ານ, ພື້ນຖານໂຄງ ລ່າງ ເສດຖະກິດ-ສັງຄົມ ເຖິງແມ່ນໄດ້ ຮັບການພັດທະນາຢ່າງ ຕໍ່ເນື່ອງ ກໍ່ ຕາມແຕ່ຍັງບໍ່ສາມາດຕອບສະ ໜອງຕໍ່ການພັດທະນາ ແລະບໍລິ ການ ແກ່ສັງຄົມ ຢ່າງໄວວາເທື່ອ.
2.ທິດທາງຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2007-2008.
ທິດທາງຂອງແຜນພັດ ທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2007-2008 ແມ່ນ: ສືບຕໍ່ກໍ່ສ້າງ ພື້ີນຖານເສດຖະກິດແຫ່ງຊາດ ໃຫ້ ມີຄວາມເຂັ້ມແຂງ, ພັດທະນາເສດ ຖະກິດຢ່າງສົມດຸນ ໄປພ້ອມກັບ ການ ພັດທະນາສັງຄົມແລະ ປົກ ປັກ ຮັກສາສີ່ງແວດລ້ອມ ເຮັດໃຫ້ການ ພັດທະນາມີຄວາມຢືນຢົງ, ເອົາໃຈ ໃສ່ແກ້ໄຂການຖາງປ່າເຮັດໄຮ່ ປູກ ເຂົ້າແບບເລື່ອນລອຍຕິດພັນ ກັບ ການສ້າງວຽກເຮັດງານທຳ ແລະ ຈັດສັນອາຊີບຄົງທີໃຫ້ປະຊາຊົນ, ຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງ ຄົມລົງຢ່າງຈະແຈ້ງ, ຍູ້ແຮງເສດ ຖະກິດຫຼາຍ ພາກສ່ວນ ເຮັດໃຫ້ກົນ ໄກຕະ ຫຼາດຕາມທິດສັງຄົມນິຍົມ ມີຄວາມສົມບູນຂື້ນອີກບາດກ້າວໜຶ່ງ, ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ ່ການລົງ ທຶນຢ່າງສະເໝີພາບ, ໂປ່ງ ໃສ, ມີຄວາມ ສະຫງົບ, ໝັ້ນຄົງ, ສະ ດວກສະບາຍ ແລະ ມີຄວາມສາ ມາດແຂ່ງຂັນສູງ; ເອົາໃຈໃສ່ສົ່ງ ເສີມ ແລະ ພັດທະນາວິສາຫະກິດ ຂະໜາດກາງ ແລະ ນ້ອຍ ໃຫ້ຂະ ຫຍາຍ ຕົວໂດຍໄວ, ສ້າງເງື່ອນໄຂ ເຮັດໃຫ້ການເງິນຂອງ ວິສາຫາສະ ກິດຕ່າງໆ ເຂັ້ມແຂງຂຶ້ນເທື່ອລະ ກ້າວ- ກ້າວໄປເຖິງການປັບປຸງສະ ພາບໜີ້ສິນຂອງລະບົບວິສາຫະ ກິດ ໃຫ້ດີຂຶ້ນ.
3.ໜ້າທີ່ຈຸດສຸມຂອງແຜນ ການສົກປີ 2007-2008.
(1). ສືບຕໍ່ຮັກສາສະເຖຍລະ ພາບ ດ້ານການເມືອງ, ຄວາມເປັນ ລະ ບຽບຮຽບຮ້ອຍ, ຄວາມຍຸຕິທຳ ແລະປອດໄພຂອງສັງຄົມ ໃຫ້ມີ ຄວາມສະຫງົບໜັກແໜ້ນ ເພື່ອສ້າງ ສະພາບແວດລ້ອມທີ່ດີໃຫ້ແກ່ ການ ພັດ ທະນາເສດຖະກິດ-ສັງຄົມ.
(2). ສູ້ຊົນເຮັດໃຫ້ເສດ ຖະກິດ ແຫ່ງຊາດມີການເຕີບໂຕ ໃນລະ ດັບ ສູງ ແລະ ໝັ້ນທ່ຽງ, ແກ້ໄຂການ ຂາດ ດຸນຂອງພື້ນຖານເສດຖະກິດ ໃຫ້ໄດ້ເປັນກ້າວໆ, ເຮັດໃຫ້ສະພາບ ການເງິນ-ເງິນຕາເປັນປົກກະຕິ ແລະ ເຂັ້ມແຂງດີຂຶ້ນ; ສ້າງໃຫ້ມີ ຜະລິດຕະພັນສິນຄ້າໃໝ່ທີ່ສາ ມາດ ແຂ່ງຂັນໄດ້ ໃນຕະຫຼາດພາຍໃນ ແລະ ຕະຫຼາດສາກົນ.
(3).ສືບຕໍ່ປັບປຸງສະພາບແວດ ລ້ອມທີ່ເອື້ອອຳນວຍໃຫ້ ແກ່ການ ລະດົມການລົງທຶນ ເພື່ອການພັດ ທະນາ ຈາກທຸກພາກສ່ວນເສດ ຖະ ກິດຢູ່ໃນສັງຄົມໃຫ້ຫຼາຍ, ເອົາໃຈ ໃສ່ຊຸກຍູ້ສົ່ງເສີ່ມພັດທະນາທຸລະ ກິດຂະໜາດກາງແລະຂະໜາດ ນ້ອຍ, ປັບປຸງກົນໄກປະສານງານ ແລະການປຶກສາຫາລື ລະຫວ່າງ ພາກລັດ ແລະທຸລະກິດທັງຢູ່ໃນ ຂັ້ນ ສູນກາງແລະທ້ອງຖິ່ນໃຫ້ດີ ຂຶ້ນ.
(4). ສຶບຕໍ່ພັດທະນາ ໂຄງລ່າງ ພື້ນຖານດ້ານເສດຖະກິດ ແລະ ການບໍລິການ ລວມທັງໂຄງລ່າງ ຊົນນະບົດ ທີ່ຈຳເປັນ ເພື່ອຮອງຮັບ ໃຫ້ແກ່ການຜະລິດເປັນສິນຄ້າ, ການເຊື່ອມໂຍງເສດຖະກິດກັບຂົງເຂດ ແລະ ພາກພື້ນ, ການເຂົ້າເຖິງ ການ ບໍລິການດ້ານສຶກສາ, ສາທາລະ ນະ ສຸກ, ດ້ານການຕະຫລາດ ແລະ ດ້ານ ສັງຄົມອື່ນໆ.
(5). ຍົກສູງຄຸນນະພາບ ຂອງ ການບໍລິການດ້ານສັງຄົມຕ່າງໆ ຂອງລັດ, ໂດຍສະເພາະແມ່ນການ ຂະຫຍາຍ ແລະ ຍົກລະດັບຄຸນນະ ພາບຂອງວຽກງານສຶກສາ ແລະ ສາທາລະນະສຸກ, ປົວແປງຊີວິດ ການ ເປັນຢູ່ ຂອງປະຊາຊົນບັນດາ ເຜົ່າໃຫ້ນັບມື້ນັບດີຂຶ້ນດ້ວຍການ ສົ່ງເສີມການສ້າງວຽກເຮັດງານ ທຳ, ຊຸກຍູ້ສົ່ງເສີມການຜະລິດ ເປັນ ສິນຄ້າ ດ້ວຍການສົ່ງເສີມການຜະ ລິດທີ່ມີທ່າແຮງ ແລະ ໜໍ່ແໜງ ໃຫ້ ຕິດພັນກັບຄວາມຕ້ອງການຂອງ ຕະຫຼາດ ແລະ ຈັດສັນອາຊີບຄົງທີ່ ເພື່ອປ່ຽນແທນການຖາງປ່າເຮັດ ໄຮ່ຂອງປະຊາຊົນ.
4. ຄາດໝາຍຕົ້ນຕໍດ້ານເສດ ຖະກິດມະຫາພາກ.
ເພື່ອຮັບປະກັນປະຕິບັດບັນດາ ທິດທາງ, ໜ້າທີ່ ແລະ ຈຸດສຸມຂອງ ແຜນການປີຂ້າງເທິງນັ້ນ, ສະເໜີ ບັນດາຄາດຫມາຍເສດຖະກິດມະ ຫາພາກ ຄືດັ່ງຕໍ່ໄປນີ້ :
-ລວມຍອດຜະລິດຕະພັນພາຍ ໃນ (GDP) ທຽບໃສ່ ສົກປີ 2006- 2007 ໃຫ້ເພີ່ມ 8 %; ໃນນັ້ນ:
+ ຍອດຜະລິດຕະພັນ ກະສິກຳ- ປ່າໄມ້ ໃຫ້ເພີ່ມແຕ່ 3% ຂຶ້ນໄປ ແລະ ກວມ 38,6% ຂອງ GDP.
+ ຍອດຜະລິດຕະພັນອຸດສາຫະ ກຳ ໃຫ້ເພີ່ມແຕ່ 15,8% ຂຶ້ນໄປ ແລະ ກວມ 35,7% ຂອງ GDP.
+ ຍອດຜະລິດຕະພັນ ບໍລິການ ໃຫ້ເພີ່ມແຕ່ 7% ຂຶ້ນໄປ ແລະ ກວມ 25,7% ຂອງ GDP.
-GDP ສະເລັ່ຍຕໍ່ຫົວຄົນ ໄດ້ປະ ມານ 728 ໂດລາສະຫະລັດ, ທຽບ ໃສ່ປີຜ່ານມາ ເພີ່ມຂຶ້ນ 9,4%.
-ເກັບລາຍຮັບເຂົ້າງົບປະມານ ທັງໝົດໃຫ້ໄດ້ໃນລະດັບ 15,22% ຂອງມູນຄ່າ GDP ແລະ ຈຳກັດ ການຂາດດຸນງົບປະມານ ໃຫ້ຢູ່ໃນ ລະດັບທີ່ເໝາະສົມ.
-ລາຍຈ່າຍທັງໝົດຈະຢູ່ໃນລະ ດັບ 20,68% ຂອງ GDP, ເຮັດ ໃຫ້ ຂາດດຸນຢູ່ໃນລະດັບ 5,4% ຂອງ GDP.
-ສືບຕໍ່ຮັກສາອັດຕາເງິນເຟີ້ ສະ ເລ່ຍໃຫ້ຢູ່ໃນລະດັບຕ່ຳກວ່າ 6% ແລະ ຄຸ້ມຄອງອັດຕາແລກປ່ຽນ ໃຫ້ ມ ີຄວາມສະຫງົບໂດຍພື້ນຖານ.
-ເຮັດໃຫ້ການສົ່ງອອກສິນຄ້າ ທີ່ຜະລິດພາຍໃນປະເທດເພີ່ມຂຶ້ນ ແລະຫຼຸດຜ່ອນການຂາດດຸນການຄ້າ ກັບຕ່າງປະເທດໃຫ້ຫຼຸດລົງ ຢູ່ໃນລະ ດັບ 5% ຂອງ GDP, ດ້ວຍການອຳນວຍຄວາມສະດວກ ແລະ ສົ່ງເສີມ ການສົ່ງອອກໃຫ້ຫຼາຍຂຶ້ນ. ຄຸ້ມ ຄອງດຸນການຊຳລະກັບຕ່າງປະ ເທດໃຫ້ຢູ່ໃນລະດັບທີ່ເຫມາະສົມ
-ເອົາໃຈໃສ່ແກ້ໄຂຄວາມທຸກຍາກ,ເຮັດໃຫ້ຕົວເລກອັດຕາ ຄວາມ ທຸກຍາກຫຼຸດລົງ 3%.
-ຊຸກຍູ້ສົ່ງເສີມການລົງທຶນທົ່ວສັງຄົມໃຫ້ໄດ້ປະມານ 32% ຂອງ GDP; ໃນນີ້, ການລົງທຶນລັດ ໃຫ້ ໄດ້ປະມານ 8% ຂອງ GDP.
-ສູ້ຊົນຜະລິດເຂົ້າໃຫ້ໄດ້ 2,87 ລ້ານໂຕນ.
-ຫຼຸດຜ່ອນເນື້ອທີ່ຖາງປ່າເຮັດ ໄຮ່ ແບບເລື່ອນລອຍຈາກ 14.400 ເຮັກຕາ ໃຫ້ຍັງເຫຼືອບໍ່ເກີນ 10.000 ເຮັກຕາ ແລະ ຫຼຸດຜ່ອນຄອບຄົວ ຖາງປ່າເຮັດໄຮ່ຈາກ 21.000 ຄອບຄົວ ໃຫ້ຍັງເຫຼືອບໍ່ເກີນ 15.000 ຄອບຄົວ.
ຊື່ ຂົງເຂດ ແລະ
ຂະແໜງການ |
ແຜນການສົກປີ 2007-2008 |
| ທຶນພາຍໃນ ( % ) |
ທຶນຕ່າງປະເທດ ( %) |
ລວມທຶນທັງໝົດ ( % ) |
| ທຶນລວມທັງໜົດ100% |
100 % |
100 % |
| I. ຂົງເຂດເສດຖະກິດ |
50.85% |
47.81% |
48.42% |
| 1 - ກະສິກຳ-ປ່າໄມ້ |
9.86% |
9.13% |
9.28% |
| 2 - ອຸດສາຫະກຳ-ການຄ້າ-ສະຫວັນເຊໂນ |
1.36% |
0.04% |
0.30% |
| 3 - ກະຊວງພະລັງງານ-ບໍ່ແຮ່ |
3.58% |
3.31% |
3.36% |
| 4 - ກະຊວງ ໂຍທາທິການ ແລະຂົນສົ່ງ |
36.05% |
35.32% |
35.47% |
| II. ຂົງເຂດວັດທະນາທຳ-ສັງຄົມ |
13.36% |
35.42% |
31.01% |
| 1 - ສຶກສາ |
7.10% |
19.58% |
17.08% |
| 2 - ສາທາລະນະສຸກ |
2.98% |
6.18% |
5.54% |
| 3 - ຖະແຫລງຂ່າວ-ວັດທະນາທຳ |
2.08% |
7.13% |
6.12% |
| 4 - ແຮງງານສະຫວັດດີການ |
1.19% |
2.53% |
2.26% |
| III. ອົງການບໍລິຫານອື່ນໆ |
35.80% |
16.77% |
20.57% |
ຄ) ການລົງທຶນຕາມ 11 ແຜນງານໃຫຍ່ຂອງລັດຖະບານ.
ແຜນການລົງທຶນສົກປີ 2007-2008 ມີໂຄງການສະເໜີໃໝ່ທັງໝົດ (ລວມທຶນສົມທົບໂຄງການຕ່າງ ປະເທດ)
1.282 ໂຄງການ ມີທຶນທັງໝົດ 794,33 ຕື້ກີບ; ໃນນີ້, ມີ 1.179 ໂຄງການ ທີ່ສະໜັບສະໜູນ 89 ໂຄງການ ໃນ 111
ໂຄງການຈຸດສຸມ ຂອງ 11 ແຜນງານໃຫຍ່, ມີມູນຄ່າ 662,04 ຕື້ກີບ; ສ່ວນ ອີກ 103 ໂຄງການ ມີ ມູນຄ່າ 132,3 ຕື້ກີບ
ແມ່ນໂຄງການອື່ນໆ ທີ່ບໍ່ສະໜັບສະໜູນໂດຍກົງ ຕໍ່ 111 ໂຄງການຈຸດ ສຸມ. ການລົງທຶນຂອງລັດສົກປີ 2007-2008
ໄດ້ຮັບໃຊ້ໃຫ້ແກ່ 111 ໂຄງການ ໃນ 11 ແຜນງານໃຫ່ຍຂອງລັດຖະບານຫຼາຍຂຶ້ນ, ແຕ່ຍັງມີ 22 ໂຄງການ ທີ່ຍັງບໍ່ທັນ
ມີໂຄງການລົງທຶນຂອງລັດ ສະໜັບສະໜູນ ໂດຍກົງເທື່ອ (ລາຍລະອຽດເບີ່ງຕາມຕາຕະລາງຊ້ອນທ້າຍ ທີ 6).
6. ທິດທາງ ຈຸດສຸມຂອງແຜນພັດທະນາຂອງແຕ່ລະຂົງເຂດ.
ກ) ຂົງເຂດການຜະລິດ.
1) ວຽກງານກະສິກຳ-ປ່າໄມ້.
ແມ່ນພັດທະນາໄປຕາມຈຸດປະສົງ ແລະ ທິດທາງຂອງ 4 ເປົ້າໝາຍຄື: ສືບຕໍ່ເພີ່ມການຜະລິດດ້ານສະບຽງອາຫານ
ແນ່ໃສ່ຕອບສະໜອງ ໃຫ້ຄວາມຕ້ອງການ ທາງດ້ານປະ ລິມານ ແລະ ຄຸນນະພາບໃຫ້ແກ່ສັງຄົມໃຫ້ໄດ້ຫຼາຍຂື້ນ.
ສືບຕໍ່ຫັນປ່ຽນຮູບແບບການຜະລິດກະສິກຳຂະໜາດນ້ອຍ ຂອງຄົວເຮືອນໄປສູ່ ການຜະລິດເປັນສິນຄ້າ ທີ່ຕິດພັນ
ກັບອຸດສາຫະກຳປຸງແຕ່ງ ແລະ ບໍລິການ ເພື່ອເພີ່ມມູນຄ່າຜົນຜະລິດ, ສະໜອງໃຫ້ຕະຫຼາດພາຍໃນ ແລະ ເພີ່ມການສົ່ງອອກ.
ສືບຕໍ່ຈັດສັນອາຊີບຄົງທີ່ ເພື່ອປ່ຽນແທນການຖາງປ່າເຮັດໄຮ່ປູກເຂົ້າ ຂອງປະຊາຊົນບັນດາເຜົ່າດ້ວຍ ຮູບແບບຫັນໄປ
ສູ່ການຜະລິດຄົງທີ່ຕ່າງໆ ໃຫ້ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ກ້າວໄປ
ສູ່ການຢຸດຕິການຖາງປ່າເຮັດໄຮ່ໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2010. ສືບຕໍ່ປົກປັກຮັກສາສິ່ງແວດລ້ອມດ້ານປ່າໄມ້, ປູກໄມ້
ເພື່ອປ້ອງກັນດິນ ແລະ ຮັກສາແຫຼ່ງນ້ຳ ແລະ ປູກໄມ້ເພື່ອເປັນສິນຄ້າ ແລະ ເປັນວັດຖຸດິບສະໜອງ ໃຫ້ແກ່ໂຮງງານອຸດ
ສາຫະກຳປຸງແຕ່ງໄມ້ ເພື່ອທົດແທນ ການນຳໃຊ້ໄມ້ຈາກປ່າທຳມະຊາດເທື່ອລະກ້າວ, ດຳເນີນການຟື້ນຟູປ່າແບບ
ທຳມະຊາດ ໄປ ຄຽງຄູ່ກັບການປູກໄມ້ໃຫ້ເປັນດົງເປັນປ່າ ເພື່ອເພີ່ມອັດຕາປົກຫຸ້ມຂອງປ່າໄມ້ໃຫ້ສູງຂື້ນເທື່ອລະກ້າວ.
+ ດ້ານທໍລະນີສາດ-ບໍ່ແຮ່: ຊຸກ ຍູ້ການຜະລິດຂອງຂະແໜງການ ບໍ່ ແຮ່ໃຫ້ເພີ່ມຂຶ້ນ 13,31% ທຽບໃສ່ ປີຜ່ານມາ, ກວມອັດຕາສ່ວນ 85% ຂອງມູນຄ່າການຜະລິດທົ່ວຂະ ແໜງການ, ຊຸກຍູ້ໃຫ້ມີການສ້າງ ຕັ້ງໂຮງງານຫຼອມໂລຫະເພື່ອ ສ້າງ ມູນຄ່າເພີ່ມໃຫ້ສູງ ຫຼຸດຜ່ອນການ ສົ່ງອອກວັດຖຸດິບ, ສືບຕໍ່ຊຸກຍູ້ ການ ສຳຫຼວດຂຸດຄົ້ນບໍ່ແຮ່ເຫຼັກ ຢູ່ແຂວງ ຊຽງຂວາງ ແລະ ແຮ່ບົກຊິດ ຢູ່ ແຂວງ ຈຳປາສັກ, ສືບຕໍ່ດຳເນີນ ການສຳຫຼວດ ສ້າງແຜນທີ່ທໍລະນີ ສາດ 1/200.000 ເຂດພາກເໜືອ ແລະ ພາກໃຕ້.
3).ວຽກງານອຸດສາຫະກຳ.
ສູ້ຊົນໃຫ້ການຜະລິດ ລວມດ້ານ ອຸດສາຫະກຳ(ບໍ່ລວມ ເອົາການ ຜະ ລິດອຸດສາຫະກຳໄຟຟ້າ ແລະບໍ່ແຮ່) ເພີ່ມຂຶ້ນ 11,5% ທຽບໃສ່ປີ 2006- 2007.
-ອຸດສາຫະກຳປຸງແຕ່ງໄມ້: ສືບ ຕໍ່ຄົ້ນຄວ້າບັນດາລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຄຸ້ມຄອງ ແລະ ດັດສົມທຸລະກິດໄມ້ໃຫ້ຮັດກຸມ ແລະ ອັດຊ່ອງວ່າງຕ່າງໆໃຫ້ເຂັ້ມງວດ, ປັບປຸງບັນດາໂຮງ ງານ ອຸດສາຫະກຳປຸງແຕ່ງໄມ້ໃຫ້ໄດ້ມາດຖານ ແລະ ທັນສະໄໝ.
-ອຸດສາຫະກຳປຸງແຕ່ງອື່ນໆ: ສືບຕໍ່ຊຸກຍູ້ ແລະ ສົ່ງເສີມບັນດາໂຮງງານອຸດສາຫະກຳປຸງແຕ່ງຕ່າງໆທີ່ມີແລ້ວໃຫ້ສາມາດດຳເນີນທຸລະກິດ ຕາມລະບຽບກົດໝາຍ, ສ້າງທຸກເງື່ອນໄຂເພື່ອອຳນວຍຄວາມສະດວກໃຫ້ທຸລະກິດເອກະຊົນ ສາມາດລົງທຶນເຂົ້າໃນການສ້າງຕັ້ງ ແລະ ຂະຫຍາຍທຸລະກິດໃຫ້ຫຼາຍຂຶ້ນ.
-ວຽກງານສົ່ງເສີມແລະ ພັດ ທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ: ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດໜ້າວຽກ ຕ່າງໆ ທີ່ໄດ້ວາງແຜນໄວ້ໃນຍຸດ ທະສາດພັດທະນາວິສາຫະກິດ ຂະ ໜາດນ້ອຍ ແລະ ກາງແຫ່ງຊາດ, ສືບຕໍ່ສ້າງນະໂຍບາຍ ແລະ ຍຸດທະ ສາດກ່ຽວກັບການສົ່ງເສີມຜະລິດ ຕະພາບ ແລະ ສ້າງຕັ້ງທະນາຄານ ແລະ ກອງທຶນພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ກາງ.
ຂ) ຂົງເຂດບໍລິການ.
1).ວຽກງານຄົມມະນາຄົມຂົນ ສົ່ງໄປສະນີ ແລະກໍ່ສ້າງ.
-ການພັດທະນາພື້ນຖານໂຄງ ລ່າງ: ສືບຕໍ່ຈັດຕັ້ງແຜນງານພັດ ທະນາໂຄງ ລ່າງຂອງລັດຖະບານ ເພື່ອ ສ້າງໃຫ້ ສປປ ລາວ ກາຍເປັນ ທາງ ຜ່ານເພື່ອເຊື່ອມໂຍງກັບອານຸ ພາກພື້ນເຊັ່ນ: ສືບຕໍ່ກໍ່ສ້າງທາງ R3 ຫ້ວຍຊາຍ-ບໍ່ເຕັນ ໃຫ້ສຳເລັດຕາມ ແຜນ, ເສັ້ນທາງເມືອງເງິນ- ຫ້ວຍ ໂກນ- ປາກແບ່ງ; ສຶບຕໍ່ຊຸກຍູ້ການ ກໍ່ ສ້າງທາງເບີ 1 ນະຄອນຫລວງ ວຽງຈັນ ແລະ ອື່ນໆ; ເອົາໃຈໃສ່ ປັບປຸງ ບັນດາທາງຍຸດທະສາດ ແລະ ບັນດາເສັ້ນທາງ ໃນທ້ອງຖິ່ນ ຈຳນວນໜຶ່ງໃຫ້ສຳເລັດ; ຄຸ້ມຄອງ ການເດີນເຮືອຕາມລຳນ້ຳຂອງ ແລະ ສາຂາແມ່ນ້ຳຂອງໃຫ້ມີປະ ສິດທິພາບ, ຄຸ້ມຄອງການຈໍລະ ຈອນທາງຫຼວງແຫ່ງຊາດ ໃຫ້ມີ ຄວາມປອດໄພສູງ, ຄຸ້ມຄອງການ ກວດການ້ຳໜັກຢ່າງເຂັ້ມງວດ; ສືບຕໍ່ກໍ່ສ້າງທາງລົດໄຟຊ່ວງ 3,5 ກິໂລແມັດ ແຕ່ຂົວມິດຕະພາບ- ທ່າ ນາແລ້ງ ໃຫ້ສຳເລັດຕາມແຜນ, ຈັດຕັ້ງການສຳຫຼວດອອກແບບ ທາງລົດໄຟ ແຕ່ທ່ານາແລ້ງ-ວຽງ ຈັນ 9 ກິໂລແມັດ, ສຳຫຼວດຄວາມ ເປັນໄປໄດ້ ການສ້າງທາງລົດ ໄຟ ແຕ່ ທ່າແຂກ-ມູຢະ.
-ວຽກງານຂົນສົ່ງ : ສືບຕໍ່ສ້າງ ສະມາຄົມຂົນສົ່ງສິນຄ້າ ແລະ ໂດຍ ສານໃຫ້ສຳເລັດຢູ່ 4 ແຂວງຄື: ອຸ ດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ ແລະ ແຂວງ ວຽງຈັນ; ສືບຕໍ່ສຶກສາ ຄວາມເປັນໄປໄດ້ກ່ຽວກັບການ ສ້າງສາງສິນຄ້າຄົບວົງຈອນ ຢູ່ ຂົວທ່ານາແລ້ງ ແລະ ເຂດເສດຖະ ກິດພິເສດ ສະຫວັນ-ເຊໂນ, ຊຸກຍູ້ ການປັບປຸງສະຖານີໂດຍສານ ຕ່າງໆ ໃຫ້ໄດ້ມາດຖານ ທີ່ກະຊວງ ວາງອອກ.
-ວຽກໄປສະນີ-ໂທລະຄົມ: ຄົ້ນຄ້ວານຳໃຊ້ທ່າແຮງເຂົ້າໃນການຂະຫຍາຍ ແລະ ເພີ່ມການບໍລິການ ໃຫ້ທົ່ວເຖິງ, ຮັບປະກັນຄຸນນະພາບ, ມາດຖານເຕັກນິກ ແລະ ການບໍລິການທີ່ຫຼາກຫຼາຍ ໂດຍນຳໃຊ້ເຕັກ ນິກທີ່ທັນສະໄໝຫຼາຍຂຶ້ນ.
2) ວຽກງານການຄ້າ.
ສືບຕໍ່ສູ້ຊົນເຮັດໃຫ້ວຽກງານພັດທະນາດ້ານການຄ້າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມກົນໄກເສດຖະກິດຕະຫລາດທີ່ມີການດັດສົມຂອງລັດ ເພື່ອຮອງຮັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສາມາດເຊື່ອມໂຍງເຂົ້າກັບເສດຖະກິດຂອງພູມີພາກ ແລະ ອານຸພາກພື້ນ; ໂດຍສະເພາະ—ແມ່ນການຈັດ ຕັ້ງປະຕິບັດເຂດການຄ້າເສລີອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການໆຄ້າໂລກໃນອານາຄົດ ບົນພື້ນຖານການປັບປຸງບັນດານະໂຍບາຍ, ກົນໄກ ແລະ ລະບຽບຫຼັກການໃຫ້ຊັດເຈນ, ໂປ່ງໃສ ແລະ ຄ່ອງຕົວ. ຂະແຫນງການຄ້າຍັງຈະສຶບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຕົ້ນຕໍ ດັ່ງນີ້:
(1) ວຽກງານການຄ້າພາຍໃນ: ສູ້ຊົນເຮັດໃຫ້ການຕອບສະໜອງສິນຄ້າຢ່າງພຽງພໍກັບຄວາມຕ້ອງການ ແລະ ຄວາມສາມາດຊື້ຂອງສັງຄົມ, ຮັບປະກັນໃຫ້ລາຄາສິນຄ້າມີຄວາມສະງົບ ໂດຍສະເພາະແມ່ນສິນຄ້າ ຍຸດທະສາດທີ່ເປັນປາຍແຫຼມ ດ້ວຍການປະຕິບັດມາດຕະການແຊກແຊງລາຄາທີ່ເໝາະສົມ, ປົກປ້ອງ ແລະ ສ້າງທຸກເງື່ອນໄຂ ເພື່ອອຳນວຍຄວາມສະດວກໃຫ້ສິນຄ້າພາຍໃນປະເພດຕ່າງໆສາມາດເຂົ້າເຖີງຕະຫຼາດ ນັບມື້ນັບຫຼາຍຂື້ນ.
(2) ວຽກງານພົວພັນການຄ້າ ແລະ ເຊື່ອມໂຍງ: ສືບຕໍ່ປະຕິບັດພັນທະຜູກພັນຕ່າງໆເຊັ່ນ: ການຫຼຸດຜ່ອນອັດຕາພາສີ ແລະ ສີ່ງກີດຂວາງອື່ນໆທີ່ບໍ່ແມ່ນພາສີ ເພື່ອຍາດແຍ່ງສິດທິປະໂຫຍດຈາກການເຂົ້າຮ່ວມເຂດການຄ້າເສລີອາຊຽນ, ດຳເນີນການເຈລະຈາ ແລະ ຈັດຕັ້ງປະຕິບັດໂດຍໄວ ສັນຍາການຄ້າເສລີລາວ-ຫວຽດ ນາມ, ລາວ-ຈີນ, ສັນຍາການຄ້າສອງຝ່າຍ ລາວ-ອາເມລິກາ ເພື່ອໃຊ້ສິດທິພິເສດໃນການສົ່ງອອກສິນຄ້າປະເພດຕັດຫຍິບ, ເຄື່ອງຫັດຖະກຳ ແລະ ຜະລິດຕະພັນໄມ້. ກະກຽມຄວາມພ້ອມໃນທຸກດ້ານ ເພື່ອເຂົ້າເປັນສະມາຊິກຂອງອົງການການຄ້າໂລກ.
(3) ວຽກງານການນຳເຂົ້າ ແລະ ສົ່ງອອກ: ກຳນົດໂຄງປະກອບສິນຄ້າທີ່ມີທ່າແຮງ ແລະ ຕະຫຼາດສົ່ງອອກ ເພື່ອເພີ່ມມູນຄ່າການສົ່ງອອກ ດັ່ງນີ້: ບໍ່ແຮ່ເພີ່ມຂຶ້ນໃນລະດັບ 20%, ກາເຟ 15%, ຜະລິດຕະພັນໄມ້ 13%, ຜະລິດຕະພັນອຸດສາຫະກຳ 13%, ຜະລິດຕະພັນກະສິກຳ 12%, ເຄື່ອງຫັດຖະກຳ 10%, ຕັດຫຍິບ 5% ແລະ ອື່ນໆ. ສຳລັບການນຳເຂົ້າແມ່ນຈະສົ່ງເສີມສິນຄ້າປະເພດວັດຖຸດິບ, ເຄື່ອງຈັກ, ອຸປະກອນຮັບໃຊ້ການຜະລິດ ແລະ ເຄື່ອງຮັບໃຊ້ໃຫ້ແກ່ໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກຕ່າງປະເທດ.
3) ວຽກງານການທ່ອງທ່ຽວ.
ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງ ຊາດ, ໂດຍເຮັດໃຫ້ມີອັດຕາການຂະຫຍາຍຕົວເພີ່ມຂື້ນລະຫ່ວາງ 10-15% ຄື : ຄາດວ່າຕົວເລກນັກທ່ອງ ທ່ຽວໝົດປີ 2007 ຈະເພີ່ມຂື້ນເປັນ 1,4 ລ້ານຄົນ ແລະ ລາຍຮັບຈາກການທ່ອງທ່ຽວ 193 ລ້ານໂດລາ, ໃນປີ 2008 ຈະໃຫ້ເພີ່ມເປັນ 1,6 ລ້ານຄົນ ແລະ ລາຍຮັບ 220 ລ້ານໂດລາ; ນອກນັ້ນ, ຕ້ອງປັບປຸງການຈັດ ຕັ້ງໃຫ້ມີຄວາມເຂັ້ມແຂງ, ຍົກລະດັບມາດຕະຖານບໍລິການໃຫ້ມີຄຸນນະພາບ ເພື່ອເຊື່ອມຕົວເຂົ້າກັບສາກົນ ແລະ ຕ້ອງເອົາໃຈໃສ່ພັດທະນາການທ່ອງທ່ຽວແບບອານຸລັກ ປະຊາຊົນມີສ່ວນຮ່ວມໃນຂອບເຂດທົ່ວປະ ເທດ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ຄ) ຂົງເຂດວັດທະນະທຳ-ສັງຄົມ.
1) ວຽກງານສຶກສາ.
ສືບຕໍ່ຖືເອົາວຽກງານການສຶກສາ ເປັນວຽກງານຈຸດສຸມໃຈກາງຂອງການພັດທະນາຊັບພະຍາກອນ ມະນຸດ, ເພີ່ມທະວີການລົງທຶນ ແລະ ປຸກລະດົມການປະກອບສ່ວນຂອງສັງຄົມ ເຂົ້າໃນການພັດທະນາການ ສຶກສາໃຫ້ນັບມື້ນັບຫຼາຍຂື້ນ, ຮີບຮ້ອນດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດໃຫ້ມີຄຸນນະພາບ ແລະ ມີມາດຕະຖານສູງຂື້ນ; ຈັດຕັ້ງແຜນງານຂະຫຍາຍໂອກາດດ້ານການສຶກສາ, ປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງ, ການບໍລິຫານ ແລະ ການຄຸ້ມຄອງການສຶກສາສາຍສາມັນ, ອາຊີວະສຶກສາ ແລະ ມະຫາ ວິທະຍາໄລ ນັບທັງໃນລະບົບ, ນອກລະບົບ ແລະ ພາກເອກະຊົນ ໃຫ້ກົມກຽວເພື່ອປະຕິບັດແຜນງານການ ສຶກສາເພື່ອທຸກຄົນ ໂດຍສະເພາະຕ້ອງໄດ້ເອົາໃຈໃສ່ແກ້ໄຂສະພາບຄວາມບໍ່ຮູ້ໜັງສືຂອງປະຊາຊົນບັນດາ ເຜົ່າຢູ່ເຂດຊົນນະບົດຫ່າງໄກ. ສືບຕໍ່ດຳເນີນການປະຕິຮູບການສຶກສາ, ຄົ້ນຄວ້າ ແລະ ນຳສະເໜີໂຄງການ ການສຶກສາຂັ້ນພື້ນຖານຂັ້ນມັດທະຍົມສຶກສາ; ສືບຕໍ່ກໍ່ສ້າງ ແລະ ຍົກລະດັບຄູ-ອາຈານ ໃຫ້ສາມາດຕອບ ສະໜອງການຂະຫຍາຍຕົວທາງດ້ານການສຶກສາ; ຄຽງຄູ່ກັນນັ້ນ, ກໍປະຕິບັດນະໂຍບາຍຕໍ່ຄູ-ອາຈານ ໂດຍ ສະເພາະຢູ່ໃນເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນໃນການ ປະຕິບັດວຽກງານ, ດຳເນີນການປັບປຸງເນື້ອໃນຫຼັກສູດ, ວິທີການສິດສອນ ແລະ ສະໜອງອຸປະກອນຮັບ ໃຊ້ການຮຽນ-ການສອນໃຫ້ພຽງພໍ ເພື່ອເຮັດໃຫ້ຄຸນນະພາບການສຶກສາມີການຫັນປ່ຽນໂດຍໄວ; ປະຕິບັດນະ ໂຍບາຍຫຼຸດຜ່ອນຈຳນວນນັກຮຽນ-ນັກສຶກສາເບ້ຍລ້ຽງລົງ ໂດຍມອບທຶນການສຶກສາໃຫ້ນັກຮຽນທີ່ທຸກຍາກ ດ້ອຍໂອກາດ ແລະ ນັກຮຽນເກັ່ງ.
ໃນສົກປີ 2007-2008 ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນລວມໃນຊັ້ນອະນຸບານ ໃຫ້ໄດ້ 13,4%, ອັດຕາ ເຂົ້າຮຽນສຸດທິໃນຊັ້ນປະຖົມ 87%, ອັດຕາເຂົ້າຮຽນລວມໃນຊັ້ນມັດທະຍົມຕອນຕົ້ນ 64,—9%, ມັດທະຍົມ ຕອນປາຍ 42,5 %, ເພີ່ມອັດຕາການຮູ້ຫນັງສືຂອງຜູ້ໃຫຍ່ອາຍຸ 15 ປີຂື້ນໄປໃຫ້ໄດ້ 76%, ເພີ່ມສັດສ່ວນ ນັກສຶກສາຕໍ່ປະຊາກອນ ໃຫ້ໄດ້ 1.104 ຕໍ່ປະຊາກອນ 100.000 ຄົນ. ສືບຕໍ່ປັບປຸງ ແລະ ຂະຫຍາຍໂຮງຮຽນ ວິຊາຊີບ ແລະ ສະຖາບັນການສຶກສາຊັ້ນສູງ, ປັບປຸງມະຫາວິທະຍາໄລແຫ່ງຊາດ ໃຫ້ບັນລຸໄດ້ຕາມມາດຕະ ຖານສາກົນເທື່ອລະກ້າວ.
2) ວຽກງານສາທາລະນະສຸກ.
ສືບຕໍ່ເຮັດໃຫ້ສຸຂະພາບຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂື້ນ, ດ້ວຍການສ້າງເງື່ອນໄຂໃຫ້ປະຊາ ຊົນໄດ້ຮັບການບໍລິການດ້ານສາທາລະນະສຸກໃຫ້ຫຼາຍ ແລະ ດີຂື້ນກ່ວາເກົ່າ, ຂະຫຍາຍຕາໜ່າງການບໍລິ ການ ແລະ ກະຈາຍຈຳນວນແພດໝໍໄປສູ່ຊົນນະບົດ ຕິດແໜ້ນກັບການສຶກສາອົບຮົມທາງດ້ານຈັນຍາບັນ ແລະ ນ້ຳໃຈຮັບໃຊ້ປະຊາຊົນ, ປະຕິບັດນະໂຍບາຍປິ່ນປົວທີ່ເສຍຄ່າ ແລະ ບໍ່ເສຍຄ່າ ສຳລັບແຕ່ລະເປົ້າ ໝາຍໃຫ້ຈະແຈ້ງ, ສືບຕໍ່ຖືເອົາການປ້ອງກັນເປັນຕົ້ນຕໍໂດຍເລັ່ງໃສ່ສຸຂະພາບຂອງແມ່ ແລະ ເດັກເປັນບູ ລິມະສິດອັນດັບທີ 1, ເອົາການປິ່ນປົວເປັນສຳຄັນ ສົມທົບການກັນພະຍາດ ແລະ ການປິ່ນປົວແບບກາຍ ອິນຊີ ສົມທົບການນຳໃຊ້ຢາຫຼວງ ແລະ ຢາພື້ນເມືອງ, ເອົາໃຈໃສ່ຊຸກຍູ້ການປິ່ນປົວສຸຂະພາບດ້ວຍບັດປິ່ນ ປົວໃຫ້ດີຂຶ້ນ, ເຮັດໃຫ້ວຽກງານສາທາລະນະສຸກເປັນພາລະກິດຂອງທົ່ວສັງຄົມ. ໃນສົກປີ 2007-2008 ສືບຕໍ່ ປັບປຸງການເຝົ້າລະວັງ ແລະ ລະບົບເຕືອນໄພລ່ວງຫນ້າ ເພື່ອສະກັດກັ້ນໄຂ້ຫັວດສັດປີກ, ອະຫິວາ, ໄຂ້ ເລືອດອອກ. ສູ້ຊົນສະໜອງນ້ຳສະອາດໃຫ້ໄດ້ 72%, ນຳໃຊ້ວິດຖ່າຍຂອງປະຊາຊົນ 53%, ສັກຢາກັນ ພະຍາດ 80%, ແມ່ຍິງໄດ້ສັກຢາປ້ອງກັນບາດທະຍັກ 40%, ຫຼຸດຜ່ອນການຕິດເຊື້ອວັນນະໂລກ 100 ຄົນ ຕໍ່ປະຊາກອນ 100.000 ຄົນ, ຄວມຄຸມອັດຕາການຕິດເຊື້ອໂລກເອດໃນຍິງບໍລິການອາຍຸ 15-25 ປີ ບໍ່ໃຫ້ ກາຍ 3%, ປະຊາກອນທົ່ວໄປບໍ່ໃຫ້ກາຍ 1 %, ອັດຕາແມ່ມານຝາກທ້ອງຢູ່ໂຮງຫມໍ 65%, ເກີດລູກມີແພດ ຊ່ວຍ 60% ແລະ ກວດຫຼັງຄອດ 42 %.
3) ວຽກງານແຮງງານ ແລະ ສະຫັວດດີການສັງຄົມ.
ໃນສົກປີ 2007-2008 ສືບຕໍ່ປັບປຸງ ແລະ ປະກາດໃຊ້ດຳລັດວ່າດ້ວຍການພັດທະນາຝີມືແຮງງານ, ກອງທຶນພັດທະນາຝີມືແຮງງານ, ການປະຕິບັດນະໂຍບາຍຕໍ່ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ, ລະບຽບການຊາປະນະກິດສົບ ແລະ ທີ່ຢູ່ອາໄສສຳລັບພະນັກງານລັດຖະກອນ; ສູ້ຊົນເຝິກວິຊາຊີບໃຫ້ແກ່ ນັກຮຽນທີ່ຈົບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ທີ່ບໍ່ມີໂອກາດໄດ້ຮຽນຕໍ່ຈຳນວນ 13.860 ຄົນ; ສູ້ຊົນສ້າງເງື່ອນໄຂທີ່ຈຳເປັນ ເພື່ອສົ່ງເສີມການມີວຽກເຮັດງານທຳໃນຕຳແໜ່ງຕ່າງໆໃຫ້ໄດ້ 108 ພັນຄົນ; ໃນນີ້, ຈັດສົ່ງໄປອອກແຮງງານຢູ່ຕ່າງປະເທດໃຫ້ໄດ້ 25.350 ຄົນ. ຂື້ນທະບຽນຜູ້ຫວ່າງງານໃຫ້ໄດ້ 78.000 ຄົນ; ປະຕິບັດນະໂຍບາຍສົມທົບປຸກສ້າງ ແລະ ສ້ອມແປງໃຫ້ວິລະຊົນແຫ່ງຊາດ 18 ທ່ານ, ນັກຮົບແຂ່ງຂັນ 58 ທ່ານ, ປະຕິບັດນະໂຍບາຍກິນທານຕາມດຳລັດ 145/ນຍ ຕໍ່ຜູ້ເສຍສະລະຊີວິດເພື່ອຊາດຈຳນວນ 503 ທ່ານ, ສົມທົບທຶນປຸກສ້າງໃຫ້ຜູ້ເສຍອົງຄະພິເສດ 9 ທ່ານ, ຫັນກຳມະສິດເຮືອນ 60 ຫລັງ, ພາຫານະ 508 ຄັນ, ປະຕິບັດເງິນອຸດຫນູນ 190 ເປົ້າຫມາຍ, ໃຫ້ບຳນານຄືນຕາມມະຕິ 102/ກມສພ ຈຳນວນ 381 ເປົ້າ ໝາຍ. ໂຄສະນາ ກ່ຽວກັບອັນຕະລາຍຂອງລູກລະເບີດບໍ່ທັນແຕກໃຫ້ປະຊາຊົນຮັບຮູ້ 595 ບ້ານ, ທຳລາຍ ລູກລະເບີດເຄື່ອນທີ່ 1.442 ບ້ານ, ເກັບກູ້ລະເບີດຈາກເນື້ອທີ່ດິນໃຫ້ໄດ້ 2.364 ເຮັກຕາ.
4) ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ.
ສືບຕໍ່ພັດທະນາທາງດ້ານຈິດໃຈ ກໍຄືດ້ານຈາລິຍະທຳ ແລະ ຄຸນສົມບັດສິນທຳ ແລະ ໂລກະທັດ ທີ່ກ້າວໜ້າ, ປັບປຸງຍົກລະດັບຄຸນນະພາບຂອງວຽກງານຖະແຫຼງຂ່າວໃຫ້ທັນສະໄໝ ເພື່ອສະໜອງຂໍ້ມູນ ຂ່າວສານ, ສາລະຄວາມຮູ້ ແລະ ຄວາມບັນເທີງໃຫ້ກວ້າງຂວາງຂື້ນກວ່າເກົ່າ; ສືບຕໍ່ປະຕິບັດຈຸດໝາຍ ສ້າງວັດທະນະທຳໃຫ້ມີຄວາມຫຼາກຫຼາຍ ແລະ ມີລັກສະນະຊາດ, ເຮັດໃຫ້ຄຸນຄ່າທາງດ້ານວັດທະນະທຳຊືມ ເລິກເຂົ້າບັນດາຊັ້ນຄົນ, ແຕ່ລະຄອບຄົວ, ແຕ່ລະຄົນ ເພື່ອເຮັດໃຫ້ຄົນລາວມີອະລິຍະທຳທາງດ້ານວັດຖຸ ແລະ ຈິດໃຈສົມບູນຍິ່ງຂື້ນ. ໃນສົກປີ 2007-2008 ຈະສຸມໃສ່ປັບປຸງສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ ເພື່ອເຮັດໃຫ້ມວນຊົນໄດ້ຮັບສັນຍານວິທະຍຸກະຈາຍສຽງ ແລະ ໂທລະພາບຫຼາຍຂື້ນ. ຊຸກ ຍູ້ການປະດິດຄິດແຕ່ງບົດກາວີ, ບົດເລື່ອງສັ້ນ, ນະວະນິຍາຍ, ລະຄອນປະເພດຕ່າງໆ. ສົ່ງເສີມມູນເຊື້ອ ແລະ ການແລກປ່ຽນວັດທະນະທຳທີ່ມີຄຸນຄ່າອັນດີງາມຂອງບັນດາເຜົ່າ, ອະນຸລັກຮັກສາ, ປະຕິສັງຂອນປູນີຍະສະ ຖານ, ຮ່ອງຮອຍປະຫວັດສາດ, ຮ່ອງຮອຍການປະຕິວັດ, ສຳຫຼວດ ແລະ ຂຸດຄົ້ນຄຸນຄ່າທາງດ້ານວັດທະ ນະທຳ ແລະ ອະລິຍະທຳອັນໂດດເດັ່ນຂອງບັນດາເຜົ່າ; ສືບຕໍ່ສ້າງບ້ານວັດທະນະທຳໃຫ້ໄດ້ 303 ບ້ານ, ຄອບຄົວວັດທະນະທຳໃຫ້ ໄດ້ 64.302 ຄອບຄົວ.
5) ວຽກງານກິລາກາຍະກຳ.
ຊຸກຍູ້ສົ່ງເສີມຂະບວນການກິລາ ແລະ ການອອກກຳລັງກາຍ, ເປີດກວ້າງ ແລະ ຍົກສູງຄຸນນະພາບ ການແລກປ່ຽນວັດທະນະທຳ ແລະ ກິລາສາກົນ, ພັດທະນາກິລາລາວໃຫ້ໄດ້ທັງປະລິມານ ແລະ ຄຸນນະ ພາບ, ສ້າງຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ, ເສີມຂະຫຍາຍຈິດໃຈຊາດຂອງປະຊາຊົນ ລາວບັນດາເຜົ່າ. ໃນສົກປີ 2007-2008 ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນກິລາຊີເກມຄັ້ງທີ 25 ທີ່ປະ ເທດໄທ, ສືບຕໍ່ກໍ່ສ້າງສະໜາມກິລາຄົບວົງຈອນ, ສະໜາມອົບອຸ່ນ, ສະລອຍນ້ຳ ແລະ ສູນເຝິກກິລາ ເມືອງ ໄຊທານີ ເພື່ອກະກຽມເປັນເຈົ້າພາບກິລາຊີເກມໃນປີ 2009; ຈັດການແຂ່ງຂັນກິລາພື້ນເມືອງໝາກຂ່າງ ແລະ ຍິງໜ້າ ທີ່ແຂວງຫົວພັນ, ຈັດງານກິລາ ເນື່ອງໃນວັນກຳເນີດກິລາລາວ ທີ່ແຂວງໄຊຍະບູລີ, ຈັດງານ ກິລາເຂດ: ພາກເຫນືອ ຈະຈັດຂື້ນທີ່ ແຂວງໄຊຍະບູລີ, ພາກກາງທີ່ ແຂວງບໍລິຄຳໄຊ ສ່ວນພາກໃຕ້ທີ່ ແຂວງສາລະວັນ; ປຸກລະດົມຂະບວນການກິລາປະເພດຕ່າງໆ ເພື່ອຈັດການແຂ່ງຂັນສ້າງບັນຍາກາດເບິກ ບານມ່ວນຊື່ນ ເນື່ອງໃນໂອກາດວັນບຸນສຳຄັນຂອງຊາດ ແລະ ບຸນປະເພນີຂອງທ້ອງຖິ່ນ.
6) ວຽກງານວິທະຍາສາດ, ເຕັກ—ໂນ—ໂລຊີ ແລະ ສິ່ງແວດລ້ອມ.
ສົກປີ 2007-2008 ສືບຕໍ່ຄົ້ນຄວ້າ ແລະ ຜ່ານຮ່າງກົດໝາຍວ່າດ້ວຍມາດຕະຖານ ແລະ ການວັດ ແທກ, ການປົກປັກຮັກສາສິ່ງແວດລ້ອມ, ດຳລັດວ່າດ້ວຍການຖ່າຍທອດເຕັກໂນໂລຊີຈາກຕ່າງປະເທດ, ການຄ້າຜ່ານອິນເຕີເນັດ; ສືບຕໍ່ບໍລິການຂື້ນທະບຽນເຄື່ອງໝາຍການຄ້າ, ສິດທິບັດ, ອານຸສິດທິບັດ, ແບບ ອຸດສາຫະກຳ ແລະ ຊັບສິນທາງປັນຍາໃນຂົງເຂດຕ່າງໆ; ຄົ້ນຄວ້າເຕັກໂນໂລຊີການສະກັດໝາກເຍົາ ແລະ ການຜະລິດນ້ຳມັນກາຊວນ, ສົ່ງເສີມການອານຸລັກປ່າໄມ້, ຊີວະນາໆພັນ, ຕົ້ນນ້ຳລຳທານ ແລະ ທີວທັດ ທຳມະຊາດ, ສ້າງຂະບວນການດ້ານການສຶກສາ ແລະ ສ້າງຈິດສຳນຶກໃຫ້ທົ່ວປວງຊົນຮັບຮູ້ ແລະ ເຂົ້າຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ. ປັບປຸງຖານຂໍ້ມູນ ແລະ ສູນຂໍ້ມູນຂ່າວສານດ້ານສິ່ງແວດ ລ້ອມໃນລະດັບຊາດ ແລະ ປະຈຳພາກພື້ນ.
ງ) ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດການລຶບລ້າງຄວາມທຸກຍາກຢ່າງຕັ້ງໜ້າ.
ສືບຕໍ່ສົ່ງເສີມການສ້າງລາຍຮັບໃຫ້ຊຸມຊົນ ດ້ວຍການສົ່ງເສີມການຜະລິດທີ່ມີມູນເຊື້ອ ຕິດພັນກັບ ຄວາມຕ້ອງການຂອງຕະຫຼາດ, ຕັ້ງໜ້າຫຼຸດຜ່ອນການຖາງປ່າເຮັດໄຮ່ ຕິດພັນກັບການຈັດສັນອາຊີບຄົງທີ່ ແລະ ຈັດສັນພູມລຳເນົາ ໄປພ້ອມໆກັບການຂະຫຍາຍຕາຫນ່າງດ້ານສຶກສາ ແລະ ສາທາລະນະສຸກ ໃຫ້ປົກຄຸມຫຼາຍຂຶ້ນ, ຍົກສູງຄຸນນະພາບຂອງການບໍລິການສາທາລະນະສຸກ ແລະ ການຮຽນ-ການສອນ, ປັບປຸງພື້ນຖານໂຄງລ່າງຊົນນະບົດ ໂດຍສະເພາະແມ່ນເສັ້ນທາງເຂົ້າຫາເມືອງ, ກຸ່ມບ້ານ, ບ້ານ ຫຼື ເຂດການ ຜະລິດ; ປັບປຸງກອງທຶນພັດທະນາຂັ້ນບ້ານ ໃຫ້ເປັນກອງທຶນລວມໝູ່ ແລະ ຕິດພັນກັບການຜະລິດສິນຄ້າ ຂອງປະຊາຊົນ, ຫຼີກເວັ້ນການສວຍໂອກາດຂອງບຸກຄົນ; ນອກຈາກນັ້ນ, ຍັງຕ້ອງໄດ້ສືບຕໍ່ຂະບວນການສ້າງແຜນແບບມີສ່ວນຮ່ວມ ເພື່ອຫຼຸດຜ່ອນຄວາມທຸກຍາກ —ໃຫ້ໄດ້ຕື່ມອີກ 10 ກຸ່ມບ້ານ ຢູ່ 10 ເມືອງ ເພື່ອ ຮອງຮັບໃຫ້ແກ່ການຍາດແຍ່ງທຶນຮອນຈາກພາຍນອກ ແລະ ການສ້າງແຜນພັດທະນາຂອງທ້ອງຖິ່ນ. ຂະ ແໜງການ ແລະ ທ້ອງຖິ່ນຕ້ອງໄດ້ຫັນການລົງທຶນພາຍໃນເຂົ້າໃສ່ວຽກງານນີ້ໃຫ້ຫຼາຍຂຶ້ນ.
ວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກ ຈະໄດ້ສືບຕໍ່ຕິດຕາມຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການຍ່ອຍ ຢູ່ໃນຮອບວຽນທີ 3 ແລະ 4. ໃນສົກປີ 2007-2008 ນີ້ຈະໄດ້ຂະຫຍາຍກິດຈະກຳຂອງ ໂຄງການໃຫ້ກວມຕື່ມ 161 ກຸ່ມບ້ານພັດທະນາ ຂອງ 21 ເມືອງ ໃນ 5 ແຂວງ ມູນຄ່າ 3,7 ລ້ານໂດລາ ສະຫະລັດ ແລະ ຄາດວ່າຈະໄດ້ຂະຫຍາຍໃຫ້ກວມເອົາ 47 ເມືອງທຸກຍາກທີ່ສຸດ ແລະ 25 ເມືອງທຸກຍາກ ໃນອະນາຄົດ.
ນອກຈາກນັ້ນ, ຕ້ອງໄດ້ຮີບຮ້ອນຄົ້ນຄ້ວານຳໃຊ້ຜົນຂອງການສຳຫຼວດການຊົມໃຊ້ ແລະ ໃຊ້ຈ່າຍຄົວເຮືອນ ເພື່ອກຳນົດມາດຖານຄວາມທຸກຍາກ ຂອງ ສປປ ລາວ ຄືນໃໝ່ ໃຫ້ແທດເໝາະກັບເງື່ອນໄຂຕົວ ຈິງໃນປະຈຸບັນ, ປຶກສາຫາລື ເພື່ອປັບປຸງລະບົບລາຍງານວຽກງານນີ້ໃຫ້ດີຂຶ້ນກ່ວາເກົ່າ ໃຫ້ມີຂໍ້ມູນທີ່ຊັດເຈນ ເພື່ອລາຍງານຕໍ່ລັດຖະບານ ໃນແຕ່ລະສົກປີ.
ຈ) ທິດທາງການປັບປຸງກົງຈັກ, ການບໍລິຫານລັດ ແລະ ການຄຸ້ມຄອງສັງຄົມ.
1) ວຽກງານກົງຈັກການຈັດຕັ້ງ.
ໃນສົກປີ 2007-2008 ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນແຕ່ລະຂະແໜງການໃຫ້ເຂົ້າສູ່ ລະບຽບການ, ມີຄວາມກະທັດລັດເບົາບາງວ່ອງໄວ, ຫຼຸດຜ່ອນຂອດກະຕຸກກະຕັກລະຫວ່າງກາງ, ຫັນການ ຄຸ້ມຄອງລັດໃຫ້ທັນສະໄຫມ, ນຳເອົາເຕັກໂນໂລຊີຂ່າວສານເຂົ້າມາຮັບໃຊ້; ສືບຕໍ່ແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ ເພື່ອໃຫ້ມີຄວາມແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໄລ ຍະໃໝ່ ແລະ ຕິດພັນກັບການປະຕິຮູບເສດຖະກິດ; ປັບປຸງຮູບການຄຸ້ມຄອງ ແລະ ແບບແຜນວິທີເຮັດວຽກ ຂອງອົງການບໍລິຫານລັດທຸກຂັ້ນ; ສືບຕໍ່ປະຕິບັດໂຄງການທົດລອງບູລະນະການປົກຄອງໄລຍະ III ຢູ່ ແຂວງຫຼວງພະບາງ, ຊຽງຂວາງ, ຄຳມ່ວນ ແລະ ສາລະວັນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງ 5 ຂະແຫນງການ ຄື: ຂະແໜງກະສິກຳ ແລະ ປ່າໄມ້, ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ, ການເງິນ, ແຜນການ ແລະ ການລົງທຶນ, ແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສຳເລັດຕາມຄາດໝາຍຢ່າງມີປະສິດທິຜົນ—.
2) ວຽກງານພະນັກງານ.
ໃນສົກປີ 2007-2008 ຈະໄດ້ເລັ່ງສ້າງໃຫ້ມີຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄວາມສາມາດ, ມີທາດແທ້ຫຼັກໝັ້ນການເມືອງອັນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ພາລະກິດຂອງພັກ, ສືບຕໍ່ປັບປຸງຂີດຄວາມສາມາດຂອງພະນັກງານໃຫ້ມີຄວາມຄ່ອງຕົວ, ມີຄວາມສາມາດ ພຽງພໍ, ສາມາດນຳໃຊ້ເຕັກໂນໂລຊີຂ່າວສານ, ມີຄວາມຮູ້ທາງດ້ານທິດສະດີການເມືອງ, ການນຳພາ ແລະ ການຄຸ້ມຄອງ; ດຳເນີນການສຳຫຼວດກວດກາ, ຕີລາຄາຖັນແຖວພະນັກງານລັດຖະກອນຢ່າງເປັນປົກກະຕິ; ສືບຕໍ່ສ້າງ ແລະ ສະໜອງພະນັກງານວິຊາການໃຫ້ທ້ອງຖິ່ນ ໂດຍສະເພາະ ຢູ່ໃນ 47 ເມືອງທຸກຍາກ; ຄຽງຄູ່ກັນນັ້ນ, ກໍ່ຕ້ອງປະຕິບັດນະໂຍບາຍດ້ານວັດຖຸ ແລະ ຈິດໃຈ ຕໍ່ເຂົາເຈົ້າໃຫ້ເໝາະສົມກັບສະພາບ ຕົວຈິງ; ຊຸກຍູ້ຂະບວນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃນກົງຈັກລັດ, ເດັດຂາດປະຕິບັດວິ ໄນຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ.
3) ວຽກງານຍຸຕິທຳ.
ສືບຕໍ່ສ້າງລະບົບຍຸຕິທຳ ແລະ ກົດໝາຍ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ມີພື້ນຖານ ໜັກແໜ້ນຂຶ້ນກ່ວາເກົ່າ, ສ້າງເງື່ອນໄຂໃຫ້ພົນລະເມືອງມີໂອກາດເຂົ້າເຖິງ, ເພີ່ງພາກົດໝາຍ ແລະ ໄດ້ຮັບ ຄວາມຍຸຕິທຳຫຼາຍກວ່າເກົ່າ; ສືບຕໍ່ຄົ້ນຄ້ວາຮ່າງກົດຫຼາຍໃໝ່ຈຳນວນໜຶ່ງ, ເພີ່ມທະວີການໂຄສະນາສຶກສາ ອົບຮົມລະບຽບກົດໝາຍໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈກວ້າງ ຂວາງກ່ວາເກົ່າ; ປັບປຸງໜ່ວຍໄກ່ເກ່ຍຂັ້ນບ້ານ ແລະ ຫ້ອງການຍຸຕິທຳເມືອງ, ຊຸກຍູ້ຂະບວນການສ້າງບ້ານ ປອດຄະດີ, ເພີ່ມທະວີການປະສານສົມທົບ ລະຫວ່າງອົງການປົກປ້ອງກົດໝາຍຢູ່ໃນແຕ່ລະຂັ້ນ ເພື່ອແນໃສ່ ແກ້ໄຂຄະດີຕ່າງໆທີ່ເກີດຂື້ນໃຫ້ຖຶກຕ້ອງຕາມລະບຽບກົດໝາຍ; ຄຽງຄູ່ກັນນັ້ນ, ກໍເອົາໃຈໃສ່ຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍ ແລະ ວຽກງານຍຸຕິທຳ ໂດຍສະເພາະການປະຕິບັດຄຳຕັດສິນຂອງສານ ເພື່ອເຮັດໃຫ້ທົ່ວສັງຄົມມີສະຕິ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍສູງຂື້ນ.
ສ) ທິດທາງຈຸດສຸມຂອງແຜນພັດທະນາເຂດແຄ້ວນ.
1) ເຂດພາກເໜືອ.
ສືບຕໍ່ພັດທະນາເສດຖະກິດ ຕາມເຂດຈຸດສຸມທີ່ມີທ່າແຮງບົ່ມຊ້ອນ ເພື່ອຊຸກຍູ້ການຜະລິດສະບຽງ ອາຫານເປັນຕົ້ນ : ການຜະລິດເຂົ້າ, ເອົາໃຈໃສ່ສົ່ງເສີມປະຊາຊົນໃນການລຽ້ງສັດ, ປູກພືດ-ຜັກປະເພດ ຕ່າງໆ ແລະ ພືດອຸດສາຫະກຳ ເພື່ອເພີ່ມລາຍໄດ້ໃຫ້ແກ່ຄອບຄົວ ; ຊຸກຍູ້ ແລະ ສົ່ງເສີມ ພາກເອກະຊົນພາຍ ໃນ ແລະ ຕ່າງປະເທດ ລົງທຶນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ເຊັ່ນ : ຕົ້ນຢາງພາລາ, ໄມ້ເກດສະຫນາ, ໄມ້ສັກ, ສາລີ, ໝາກເດືອຍ ແລະ ອື່ນໆ; ສຸມໃສ່ພັດທະນາພື້ນຖານໂຄງລ່າງເສດຖະກິດ ເຊັ່ນ : ສືບຕໍ່ກໍ່ສ້າງ ຊົນລະປະທານນ້ຳແສງ, ນ້ຳແທ້ ; ສືບຕໍ່ກໍ່ສ້າງທາງ R3, ເສັ້ນທາງເມືອງເງິນ-ຊຽງຮ່ອນ, ໄຊຍະບູລີ-ຫົງສາ- ທ່າຊ່ວງ, ປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາແຂວງ, ແຂວງຫາເມືອງ, ແຕ່ເມືອງລົງ ສູ່ເຂດຊົນນະບົດ ໄປຄຽງຄູ່ກັບການຂະຫຍາຍຕາໜ່າງໂທລະຄົມມະນາຄົມລົງສູ່ບັນດາເມືອງ, ເຂດຈຸດສຸມຕ່າງໆ ເພື່ອຮັບປະ ກັນການຄົມມະນາຄົມຕິດຕໍ່ສື່ສານໄດ້ຢ່າງເປັນປົກກະຕິ, ກໍ່ສ້າງ ສະໜາມບິນຫລວງນ້ຳທາ ໃຫ້ສຳເລັດຕາມ ແຜນການວາງໄວ້ ; ປັບປຸງ ແລະ ຍົກລະດັບການບໍລິການການຄ້າຕາມເຂດຊາຍແດນ, ພັດທະນາ ແລະ ເຊື່ອມໂຍ່ງເສດຖະກິດກັບບັນດາແຂວງ ແລະ ປະເທດທີ່ມີຊາຍແດນຕິດກັນ ເພື່ອສົ່ງເສີມການບໍລິການການ ຄ້າ, ການບໍລິການສິນຄ້າຜ່ານແດນ, ພັດທະນາ ແລະ ຂະຫຍາຍສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ເພື່ອຮອງຮັບ ແລະ ດຶງດູູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນໃນແຕ່ລະປີ; ສືບຕໍ່ ພັດທະນາ ແລະ ຂະຫຍາຍລະບົບໄຟຟ້າລົງສູ່ເຂດຈຸດສຸມ ແລະ ເຂດຊົນນະບົດ.
2) ເຂດພາກກາງ.
ເປັນເຂດທີ່ມີພື້ນຖານໂຄງລ່າງເສດຖະກິດ ໄດ້ຮັບການພັດທະນາ, ມີເງື່ອນໄຂສະດວກ ແລະ ມີທົ່ງພຽງທີ່ເປັນທ່າແຮງ ຈຸດສຸມຕົ້ນຕໍແມ່ນ : ສຸມໃສ່ສ້ອມແປງ ແລະ ປົກປັກຮັກສາລະບົບຊົນລະປະທານ ທີ່ມີແລ້ວ ເພື່ອຮັບປະກັນໃຫ້ແກ່ການຜະລິດກະສິກຳ ແລະ ລ້ຽງສັດ, ສືບຕໍ່ສົ່ງເສີມການລ້ຽງສັດເປັນ ແບບຟາມ ເຊັ່ນ : ການລ້ຽງງົວ, ໝູ ແລະ ຂະຫຍາຍການລ້ຽງປາໃສ່ກະຊັງ, ຊຸກຍູ້ໃຫ້ປະຊາຊົນ ແລະ ພາກ ເອກະຊົນ ລົງທຶນປູກໄມ້ເກດສະຫນາ, ຢາງພາລາ, ຕົ້ນໄມ້ກິນໝາກ, ຢາສູບ, ພືດ-ຜັກ ຕ່າງໆ ເພື່ອເປັນ ສິນຄ້າ; ສືບຕໍ່ສ້າງ ແລະ ພັດທະນາເຂດພາກກາງໃຫ້ເປັນສູນກາງດ້ານເສດຖະກິດ-ການເມືອງ, ດ້ານການ ບໍລິການ, ວັດທະນາທຳ-ສັງຄົມ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໜ ເຂົ້າໃນການຜະລິດ, ການ ປຸງແຕ່ງ, ຜະລິດວັດສະດຸກໍ່ສ້າງ ແລະ ອື່ນໆ; ສືບຕໍ່ເອົາໃຈໃສ່ໃນການສ້າງພື້ນຖານເພື່ອພັດທະນາເຂດ ເສດຖະກິດ ແລະ ເຂດການຄ້າຊາຍແດນ ສະຫວັນນະເຂດ-ລາວບາວ, ຄຳມ່ວນ ແລະ ບໍລິຄຳໄຊ ຕາມເສັ້ນ ທາງເລກ 8, 9 ແລະ ເລກ 12 ເພື່ອເຊື່ອມໂຍງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ສືບຕໍ່ໂຄງ ການກໍ່ສ້າງ ແລະ ປັບປຸງບັນດາເສັ້ນທາງຕ່າງໆ ເຊັ່ນ : ທາງເບີ 1, ທາງກາສີ-ເມືອງນາ່ນ, ປາກຊັນ- ເມືອງເກົ່າ-ທາສີ, ທາງບ້ານວັງ-ປາກຕອນ ແລະ ບັນດາເສັ້ນທາງອື່ນໆ; ສົ່ງເສີມການບໍລິການການທ່ອງທ່ຽວ ໂດຍເຊື່ອມໂຍ່ງກັບແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດ ເຊັ່ນ: ພາກເຫນືອ (ແຂວງຫລວງພະບາງ), ພາກໃຕ້ (ແຂວງຈຳປາສັກ) ແລະ ເຊື່ອມໂຍ່ງການທ່ອງທ່ຽວ ກັບບັນດາປະເທດໃນຂົງເຂດ ແລະ ກັບສາກົນ.
3. ເຂດພາກໃຕ້.
ຈຸດສຸມຕົ້ນຕໍແມ່ນ: ສືບຕໍ່ນຳໃຊ້ທ່າແຮງ ສຸມໃສ່ໃນພັດທະນາສ້າງເປັນທາງຜ່ານເຂດສາມຫຼ່ຽມ ລາວ-ຫວຽດນາມ-ກຳປູເຈຍ ເປັນຕົ້ນ: ສືບຕໍ່ກໍ່ສ້າງທາງເລກທີ 15A, ໂຄງການກໍ່ສ້າງທາງເມືອງໄຊເສດຖາ- ເມືອງຊານໄຊ (ແຂວງອັດຕະປື) ; ເອົາໃຈໃສ່ສົ່ງເສີມການຜະລິດສະບຽງອາຫານ, ພືດ-ຜັກຕ່າງໆເປັນສິນ ຄ້າຕາມເຂດທົ່ງພຽງ ແລະ ພູພຽງບໍລິເວນ ເຊັ່ນ : ເຂົ້າ, ກາເຟ, ຊາ, ກະລ່ຳປີ ແລະ ອື່ນໆ; ສົ່ງເສີມ ພາກເອກະຊົນພາຍໃນ ແລະ ຕ່າງປະເທດລົງທຶນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳ ເຊັ່ນ : ຢາງພາລາ, ມັນຕົ້ນ, ໝາກມ່ວງຫີມມະພານ ແລະ ຕົ້ນໄມ້ກິນໝາກອື່ນໆ; ສືບຕໍ່ກໍ່ສ້າງໂຮງງານເບຍແຫ່ງທີ່ 2 ແຂວງຈຳ ປາສັກ ໃຫ້ສຳເລັດຕາມແຜນການ ແລະ ກໍ່ສ້າງໂຮງງານຊິມັງໃຫ້ສຳເລັດ ເພື່ອຜະລິດຮັບໃຊ້ບັນດາແຂວງ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ; ຂະຫຍາຍຕາໜ່າງການຄ້າ, ສະໜອງຂໍ້ມູນຂ່າວສານລົງສູ່ເຂດຫ່າງ ໄກສອກຫຼີກ, ພັດທະນາການບໍລິການທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ເຊັ່ນ : ວັດພູຈຳປາສັກ, ຄອນ ພະເພັງ ແລະ ບ່ອນອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ເພີ່ມຂື້ນໃນແຕ່ລະປີ.
ຊ) ທິດທາງສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ.
ສືບຕໍ່ສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຢ່າງແຂງແຮງ, ເປັນຕົ້ນ ຈະໄດ້ປັບປຸງຄືນບັນດານະໂຍບາຍ, ນິຕິກຳ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງໃຫ້ຈະແຈ້ງ ສອດຄ່ອງ ແລະ ຄົບຖ້ວນ ເພື່ອສ້າງຄວາມສະດວກ ແລະ ສາມາດດຶງດູດການລົງທຶນຫຼາຍຂຶ້ນ, ໂດຍສະເພາະ ແມ່ນໃຫ້ສອດຄ່ອງ ກັບກົດໝາຍວິສາຫະກິດ ແລະ ປັບປຸງລະບຽບການໃຫ້ນະໂຍບາຍນຳເຂົ້າ 1% ສຳຫຼັບ ພາຫະນະຮັບໃຊ້ທາງອອ້ມໃຫ້ມີຄວາມຈະແຈ້ງ, ໂປ່ງໃສ ແລະ ກະທັດລັດ; ນອກຈາກນັ້ນ, ກໍຕ້ອງໄດ້ສ້າງ ຕັ້ງຄະນະຜູ້ປະສານງານໜ່ວຍງານປະຕູດຽວ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ວາງແຜນຍຸດທະສາດໃນການດຶງດູດການລົງ ທຶນໃຫ້ມີຄວາມຊັດເຈນຍິ່ງຂື້ນ ເປັນຕົ້ນແມ່ນ: ສ້າງບັນຊີສົ່ງເສີມການລົງທຶນ ໂດຍການສົມທົບກັບທຸກພາກ ສ່ວນກ່ຽວຂ້ອງ ແລະ ສືບຕໍ່ອອກແຮງໃນການໂຄສະນາ—ດຶງດູດການລົງທຶນຈາກປະເທດໃຫ້ຫຼາຍຂຶ້ນ.
ໃນສົກປີ 2007-2008 ສູ້ຊົນດຶງດູດການລົງທຶນໃຫ້ໄດ້ປະມານ 500 ລ້ານໂດລາສະຫະລັດ, ເອົາໃຈ ໃສ່ຊຸກຍູ້, ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ບັນດາໂຄງການ ທີ່ໄດ້ອະນຸມັດໃນປີຜ່ານມາ ໄດ້ສືບ ຕໍ່ ແລະ ລົງມືປະຕິບັດໃຫ້ສຳເລັດຕາມແຜນການ.
III. ມາດຕະການຈັດຕັ້ງປະຕິບັດ.
ເພື່ອຮັບປະກັນຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2007- 2008, ຈຶ່ງສະເໜີມາດຕະການ ທີ່ເປັນພື້ນຖານ ແລະ ຈຳເປັນ— ດັ່ງນີ້:
1. ສືບຕໍ່ແກ້ໄຂບັນຫາຫຍຸ້ງຍາກດ້ານງົບປະມານລາຍຮັບ-ລາຍຈ່າຍ ແລະ ໜີ້ສິນທີ່ແກ່ຍາວ ໃຫ້ ມີຄວາມຄ່ອງຕົວຫຼາຍຂຶ້ນ ຄືດັ່ງນີ້ີ້: (1) ອອກມາດຕະການປະຢັດແຫ່ງຊາດ ແລະ ປະກາດໃຊ້ທົ່ວສັງຄົມ ໃຫ້ມີຜົນສັກສິດ. (2) ຄົ້ນຄ້ວາການແບ່ງຂັ້ນຄຸ້ມຄອງລາຍຮັບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ ສາມາດປະກາດໃຊ້ໂດຍໄວ, ປະຕິບັດ—ການຄຸ້ມຄອງຂະແໜງພາສີ, ອາກອນ ແລະ ຄັງເງິນ ຕາມກົດໝາຍງົບປະມານທີ່ກຳນົດໃຫ້ເປັນເອກະພາບ ເພື່ອຍົກສູງວິໃນການເງິນໃຫ້ເຂັ້ມງວດ, ຈຳກັດການຮົ່ວໄຫຼ ແລະ ການທຸດຈະລິດຕ່າງໆ ໃນຂະແໜງການເງິນ. (3) ອອກນະໂຍບາຍຫັນດິນ ແລະ ຊັບສິນເປັນທຶນ. (4) ຕັ້ງໜ້າຄົ້ນຄ້ວາກົນໄກທີ່ຕັ້ງໜ້າ ຕໍ່ກັບການເງິນ ແລະ ກວດກາການຖືບັນຊີຂອງຫົວໜ່ວຍວິສາຫະກິດຕ່າງໆໃຫ້ເຄັ່ງຄັດ. (5) ທະນາຄານນະໂຍບາຍ ຄົ້ນຄ້ວາອອກລະບຽບຄຸ້ມຄອງກອງທຶນຕ່າງໆຢ່າງລວມສູນ.
2. ຄວບຄຸມໄພເງິນເຟີ້ ແລະ ອັດຕາແລກປ່ຽນເພື່ອເຮັດໃຫ້ເສດຖະກິດມະຫາພາກ ສືບຕໍ່ມີຄວາມສະຫງົບ ແລະ ສ້າງຄວາມເຊື່ອໝັ້ນທີ່ໜັກແໜ້ນ, ມີມາດຕະການສະເພາະເພື່ອເກັບກູ້ໜີ້ສິນ ທັງແກ້ໄຂໜີ້ເກີນກຳນົດ (NPL) ໃຫ້ຫຼຸດລົງຢູ່ໃນລະດັບທີ່ສົມເຫດສົມຜົນ. ພ້ອມດຽວກັນ ກໍກະກຽມດ້ານກົດໝາຍ, ນິຕິກຳ ແລະ ວິຊາການຕ່າງໆເພື່ອເປີດກວ້າງຕະຫາຼດທຶນໃນຊຸມປີຕໍ່ໜ້າ.
3. ສືບຕໍ່ອອກມາດຕະການ ແລະ ນະໂຍບາຍລະດົມການລົງທຶນຈາກພາກທຸລະກິດພາຍໃນ, ປະ ຊາຊົນ ແລະ ສົ່ງເສີມການລົງທຶນຈາກຕ່າງປະເທດຢ່າງແຂງແຮງ; ຈັດກອງປະຊຸມພົບປະກັບນັກລົງທຶນພາຍໃນ ແລະ ຂົນຂວາຍຈາກຕ່າງປະເທດ; ປະຕິບັດກົນໄກການພິຈາລະນາອະນຸມັດການລົງທຶນຕ່າງປະເທດ ຜ່ານປະຕູດຽວຢ່າງເຄັ່ງຄັດ; ມອບສິດໃຫ້ທ້ອງຖິ່ນອະນຸມັດການລົງທຶນໃນຂອບເຂດສິດ ແລະ —ອະນຸມັດນຳເຂົ້າພາຫານະ ແລະ ວັດຖຸດິບຕາມລະບຽບການທີ່ມີແລ້ວ, ສູນກາງກວດກາການປະຕິບັດຂອງແຂວງ.
- ສືບຕໍ່ກວດຄືນບັນດານະໂຍບາຍສິດທິພິເສດໃນການລົງທຶນ ແລະ ເອກະສານອະນຸມັດການລົງ ທຶນ, ເປັນຕົ້ນແມ່ນ ລາຄາເຊົ່າທີ່ດິນ ແລະ ບັນດາຄ່າບໍລິການອື່ນໆ ເພື່ອສ້າງຄວາມຈູງໃຈໃໝ່ໃຫ້ແກ່ ການລົງທຶນ.
- ດຳເນີນການຄົ້ນຄ້ວາ ເພື່ອຮີບຮ້ອນປັບປຸງນະໂຍບາຍ ຕໍ່ກັບແຮງງານຕ່າງປະເທດທີ່ເຮັດວຽກຢູ່ ລາວ, ແກ້ໄຂຂໍ້ຄົງຄ້າງ ແນໃສ່ເຮັດໃຫ້ໂຄງການທີ່ໄດ້ອອກໃບອະນຸຍາດໄປແລ້ວໄດ້ຮັບການຈັດຕັ້ງປະຕິບັດ ແລະ ອະນຸຍາດໂຄງການໃໝ່ເພີ່ມຂື້ນ.
4. ຄົ້ນຄ້ວາອອກມາດຕະການ ແລະ ກົນໄກການຄຸ້ມຄອງການຂຸດຄົ້ນໄມ້ທີ່ມີປະສິດທິຜົນເຂັ້ມງວດກວ່າເກົ່າ ແລະ ການຈັດຕັ້ງປະຕິບັດໃຫ້ປະຕິບັດຢ່າງເຂັ້ມງວດ, ຮັບປະກັນລາຍຮັບເຂົ້າງົບປະມານຄົບຖ້ວນ.
5. ສູນກາງ ແລະ ທ້ອງຖິ່ນເພີ່ມທະວີການຜະລິດ-ທຸລະກິດການສົ່ງອອກໃຫ້ເພີ່ມຂຶ້ນໄວຕາມຕະ ຫຼາດທີ່ມີແລ້ວ.
6. ເພີ່ມທະວີການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ມີປະສິດທິຜົນດ້ວຍການອອກກຳນົດກົດ ໝາຍ, ມາດຖານການສິ້ນເປື້ອງຕໍ່ຫົວໜ່ວຍການກໍ່ສ້າງ, ເພື່ອເປັນບ່ອນອີງໃນການວາງແຜນຄຸ້ມຄອງ, ກວດ ກາ ແລະ ປະເມີນຜົນໂຄງການຢ່າງເປັນລະບົບ.
- ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ກວດກາຄືນບັນດາແຜນງານ, ໂຄງການລົງທຶນທີ່ ນຳໃຊ້ທຶນງົບປະມານ ເພື່ອດຳເນີນການລົງທຶນແບບລວມສູນ, ມີຈຸດສຸມ, ຖືກຕາມເປົ້າຫມາຍຂອງແຜນ ການ. ເດັດດ່ຽວບໍ່ດຳເນີນໂຄງການນອກແຜນ ຫລື ເກີນທຶນທີ່ໄດ້ອະນຸມັດໃນແຜນການ. ບັນດາທ້ອງຖິ່ນ ຕອ້ງເອົາໃຈໃສ່ປະຕິບັດການຈັດສັນທຶນ ເພື່ອຊຳລະໜີ້ສິນຄຸມເຄືອຢ່າງເຂັ້ມງວດ.
- ຈັດສັນທຶນສົມທົບກັບໂຄງການຊວ່ຍເຫຼືອລ້າ ແລະ ກູ້ຢືມ ຢູ່ສູນກາງກໍຄືທ້ອງຖິ່ນໃຫ້ພຽງພໍ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດໂຄງການຕາມສັນຍາທີ່ໄດ້ເຊັນກັນ, ເປັນຕົ້ນແມ່ນບັນດາໂຄງການທີ່ ຈະສຳເລັດໃນສົກປີີ 2007-2008.
- ເດັດດ່ຽວສະກັດກັ້ນການປະມູນແບບບົ່ງຕົວໃນໂຄງການທີ່ມີເງື່ອນໄຂ, ການປະມູນເອົາຮູບການ, ການເພີ່ມບໍລິມາດວຽກ ຫຼື ມູນຄ່າໂຄງການທີ່ບໍ່ໄດ້ຮັບອານຸມັດຈາກອົງການທີ່ມີສິດຕັດສິນ ເພື່ອຫຼີກລ້ຽງບໍ່ ໃຫ້ມູນຄ່າໂຄງການບານປາຍ.
- ຈັດຕັ້ງການຕິດຕາມ ກວດກາ ຢ່າງຮັດກຸມບັນດາໂຄງການທີ່ກຳລັງຈັດຕັ້ງປະຕິບັດ ແລະ ພາຍ ຫຼັງທີ່ໂຄງການສຳເລັດແລ້ວ.
7. ຮີບຮ້ອນຊີ້ນຳການຜັນຂະຫຍາຍທິດໃຊ້ຊັບພະຍາກອນເປັນທຶນ, ໂດຍໃຫ້ມີການກຳນົດລະອຽດ ກ່ຽວກັບການນຳໃຊ້ດິນ ແລະ ຊັບພະຍາກອນອື່ນໆໃຫ້ເປັນທຶນຮອນພັດທະນາ.
8. ກ່ຽວກັບ 11 ແຜນງານໃຫຍ່ຂອງລັດຖະບານ: ຈະໄດ້ແຕ່ງຕັ້ງໃຫ້ມີຜູ້ຮັບຜິດຊອບໂດຍກົງ ແຕ່ລະແຜນງານ ເພື່ອຄຸ້ມຄອງການຈັດຕັ້ງປະຕິບັດແຜນງານນັ້ນໆໃຫ້ມີປະສິດທິຜົນ ໂດຍການຖືເອົາຂະ ແໜງການທີ່ກ່ຽວຂ້ອງຕົ້ນຕໍເປັນໃຈກາງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງອື່ນໆ ປະກອບເຂົ້ານຳຕື່ມ.
9. ສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຕິດພັດກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະນາຢູ່ທ້ອງຖິ່ນ, ພ້ອມທັງຄົ້ນຄ້ວາ ແລະ ກຳນົດແຫຼ່ງທຶນເຂົ້າໃສ່ຢ່າງຈະ ແຈ້ງ. ຍູ້ແຮງທະນາຄານນະໂຍບາຍໃຫ້ສຳເລັດປັບປຸງກົງຈັກໃຫ້ສົມບູນ ແລະ ສາມາດເຄື່ອນໄຫ່ວໄດ້ໂດຍ ໄວ ເພື່ອສ້າງທ່າແຮງໃໝ່ໃຫ້ປະຊາຊົນຜູ້ທຸກຍາກ ໄດ້ເຂົ້າເຖີງແຫຼ່ງທຶນເພື່ອພັດທະນາຕົນເອງ ກໍຄືພັດທະນາ ຊຸມຊົນຂອງຕົນ.
10. ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຖະແຫຼ່ງການວຽງຈັນ ເພື່ອລະດົມທຶນຈາກຄູ່ຮ່ວມມືໃນການະພັດທະນາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ VI ( 2006-2010) ໃຫ້ປະກົດຜົນເປັນຈິງ.
11. ປະສານງານການປະຕິບັດແບ່ງຂັ້ນຄຸ້ມຄອງວຽກງານແຕ່ລະດ້ານລະຫ່ວາງສູນກາງ ແລະ ທ້ອງຖິ່ນຢ່າງຈະແຈ້ງ, ມີການຕິດຕາມກວດກາ ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານເປັນປະຈຳ.
12. ເພີ່ມທະວີວຽກງານວັດທະນະທຳ-ສັງຄົມ ເຊັ່ນ: ເອົາໃຈໃສ່ ກວດກາການປະຕິບັດຄຳສັ່ງ ແລະ ລະບຽບກົດໝາຍ ໃຫ້ມີຄວາມສັກສິດ ແລະ ເດັດຂາດ, ຫຼີກລ້ຽງປະກົດການສວຍໃຊ້ອຳນາດ, ຕ້ານທຸກປະກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ: ການຫຼີ້ນກິນຟູມເຟືອຍ, ຢາເສບຕິດ, ການຄ້າປະເວນີ, ການສໍ້ລາດ ບັງຫລວງ ແລະ ອື່ນໆ. ອອກແຮງສຶກສາອົບຮົມພົນລະເມືອງທຸກຊັ້ນຄົນໃຫ້ປະຕິບັດ ແລະ ເຄົາລົບລະບຽບ ກົດໝາຍຢ່າງເຄັ່ງຄັດ; ຖ້າມີການຝ່າຝືນ ແລະ ລະເມີດ ຕ້ອງມີການກວດກາເຄັ່ງຄັດ ແລະ ປະຕິບັດສະເໝີພາບຕໍ່ໜ້າກົດໝາຍຢ່າງແທ້ຈິງ.
- ສຸມໃສ່ເຝິກວິຊາຊີບໃຫ້ນັກຮຽນຈົບມັດທະຍົມຕົ້ນ ແລະ ມັດທະຍົມປາຍທີ່ບໍ່ມີໂອກາດຮຽນຕໍ່; ພ້ອມດຽວກັນນັ້ນ ກໍກວດກາ, ຕິດຕາມ ວຽກງານດັ່ງກ່າວ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງ ງານ, ໂດຍສະເພາະແຮງງານໄປຕ່າງປະເທດ.
- ກະກຽມພາຫະນະ ແລະ ອຸປະກອນທີ່ຈຳເປັນ, ເຝົ້າລະວັງ ເພື່ອໃຫ້ສາມາດຮັບມືແກ້ໄຂຢ່າງທັນ ການຕໍ່ການລະບາດຂອງບັນດາພະຍາດຮ້າຍແຮງຕ່າງໆ ເຊັ່ນ: ພະຍາດຊາຣ໌, ໄຂ້ຫວັດສັດປີກ, ຖອກທ້ອງ, ໄຂ້ເລືອດອອກ, ອະຫິວາ ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ.
- ສືບຕໍ່ຮັບປະກັນການຈ່າຍເງິນເດືອນໃຫ້ທັນເວລາ. ຊຸກຍູ້ວຽກງານຄົ້ນຄວ້້້າ, ນຳສະເໜີວິທີການ ທີ່ແທດເໝາະ ເພື່ອສາມາດປັບປຸງເງິນເດືອນໃຫ້ພະນັກງານລັດຖະກອນ.
-------------
ການພັດທະນາເສດຖະກິດສັງຄົມຢູ່ແຂວງບໍລິຄຳໄຊ
*ໄດ້ມີໂອກາດ ມາເກັບຂ່າວຢູ່ແຂວງ ບໍລິຄຳໄຊ ອີກຄັ້ງໜຶ່ງກໍພໍດີ ກະສິກອນໄດ້ສຳເລັດ ການເກັບກ່ຽວລະດູນາປີດ້ວຍໝາກຜົນອັນເພິ່ງພໍໃຈ ແລະ ພວມເອົາໃຈໃສ່ ໃນການຜະລິດລະດູແລ້ງຢ່າງເປັນຂະບວນການດີ ໂດຍສະເພາະການຜະລິດເຂົ້ານາແຊງ ຢູ່ບັນດາເມືອງລຽບຕາມສາຍທາງ ໄດ້ມີການປັກດຳຕາມໄຮ່ນາຮົ້ວສວນຂອງໃຜລາວໄດ້ຢ່າງໜ້າສະອອນ.
ນີ້ແມ່ນພາບໜຶ່ງສະແດງໃຫ້ເຫັນເຖິງ ຄວາມເປັນເຈົ້າການ ຂອງກະສິກອນ ຮູ້ໝູນໃຊ້ທ່າແຮງຂອງທຳມະຊາດ ກໍຄືຄວາມດຸໝັ່ນ ຂະຫຍັນພຽນເຂົ້າໃນການຜະລິດ ກໍຄືຍົກລະດັບຊີວິດການເປັນຢູ່ ຂອງຄອບຄົວໃຫ້ດີຂຶ້ນເພື່ອປະກອບສວ່ນເຂົ້າໃນນວຽກ ງານການລຶບລ້າງຄວາມທຸກຍາກ ຂອງແຂວງບໍລິຄຳໄຊວາງອອກບັນລຸໝາກຜົນເປັນຈິ່ງເທື່ອລະກ້າວ. ດັ່ງດຽວກັບຄຳໃຫ້ສຳພາດ ຂອງ ທ່ານ ຄຳປານ ພິລາວົງ, ເຈົ້າແຂວງບໍລິຄຳໄຊ ຕໍ່ສື່ມວນຊົນ ໃນໂອກາດເປີດກອງປະຊຸມລະຫວ່າງຄະນະລັດຖະບານຮ່ວມກັບບັນດາເຈົ້າແຂວງ, ເຈົ້ານະຄອນຫລວງທີ່ໄດ້ຈັດຂຶ້ນຢູ່ແຂວງບໍລີຄຳໄຊຄັ້ງທີ່ II ວ່າ: ສຳລັບ ຜົນສຳເລັດຂອງການພັດທະນາເສດຖະກິດ ໃນສົກປີ 2007 ແລະ ຜົນສຳເລັດໃນການປະຕິບັດສົກງົບປະມານສົກປີ 2007-2008 ໃນງວດທີ່ I ຂອງແຂວງບໍລິຄຳໄຊນີ້ ຊຶ່ງເຫັນວ່າ ເສດຖະກິດ ຂອງແຂວງ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ເຮັດໃຫ້ພື້ນຖານເສດຖະກິດໄດ້ຮັບການປັບປຸງ ແລະ ມີບາດກ້າວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນພົ້ນເດັ່ນ ແມ່ນລາຍຮັບສົກປີ 2007 ພວກເຮົາສາມາດປະຕິບັດໄດ້ລື່ນຄາດໝາຍ 37,10% ຂອງແຜນການ, ການແກ້ໄຂຄວາມທຸກຍາກ ກໍ່ໄດ້ເພີ່ມຂຶ້ນ. ການຂະຫຍາຍຕາໜ່າງໄຟຟ້າ ລົງສູ່ຊົນນະບົດ ມາເຖິງປະຈຸບັນ ມີ 26.049 ຫລັງຄາເຮືອນ ເທົ່າກັບ 66,77% ທີ່ໄດ້ໃຊ້ໄຟຟ້າຖາວອນ, ພ້ອມນີ້ ຕາໜ່າງຄົມມະນາຄົມເປັນຕົ້ນແມ່ນເສັ້ນທາງ ເຊິງມາເຖິງປະຈຸບັນ ໄດ້ມີ 305 ບ້ານ ເທົ່າກັບ 93,27% ໄດ້ມີເສັ້ນທາງ, ເສັ້ນທາງລົດທ່ຽວໄດ້ທຸກລະດູ ຂະນະດຽວກັນບ້ານໄດ້ພົ້ນຈາກຄວາມທຸກຍາກແມ່ນກໍເພີ່ມຂຶ້ນ. ປະຈຸບັນ ມີ 25.825 ຄອບຄົວ ເທົ່າກັບ 65,52% ໄດ້ພົ້ນຈາກຄວາມທຸກຍາກ ແລະ ມີ 218 ບ້ານ ເທົ່າກັບ 66,67% ພົ້ນຈາກຄວາມທຸກຍາກ ແລະ ມີເຖິງ 17 ກຸ່ມ ເທົ່າ 44% ພົ້ນຈາກຄວາມທຸກຍາກ, ໄດ້ມີ 3 ເມືອງພົ້ນຈາກເມືອງທຸກຍາກ. ທັງໝົດນັ້ນແມ່ນຜົນສຳເລັດອັນເປັນພື້ນຖານ ໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ ທັງຖືກກັບທິດກ່ຽວກັບວຽກ ງານພັດທະນາຊົນນະບົດ ຕາມ 4ເນື້ອໃນ 4 ຄາດໝາຍ ຂອງ ຄຳ ສັ່ງ ເລກທີ່ 09 ຂອງກົມການເມືອງ ສູນກາງພັກ. ໃນນີ້ ແຂວງໄດ້ມີກອງປະຊຸມສະຫລຸບຖອກຖອນບົດຮຽນ ເປັນຕົ້ນແມ່ນການສະຫລຸບໃນສົກປີ 2007 ນີ້ ແມ່ນພວກເຮົາໄດ້ເລັ່ງໃສ່ການສະຫລຸບເປັນຫົວຂໍ້ລະອຽດຄື: ໄດ້ມີການຢັນຢືນທາງດ້ານທິດສະດີ ກໍຄືແນວທາງຂອງພັກທີ່ວ່າຢາກພົ້ນຈາກຄວາມທຸກຍາກ ຕ້ອງມີກອງທຶນ ຂອງປະຊາຊົນປະຈຳຢູ່ແຕ່ລະບ້ານ, ຢາກພົ້ນຈາກຄວາມທຸກຍາກປະຊາຊົນກໍຕ້ອງມີບ້ານຢູ່ ມີບ່ອນທຳມາຫາກິນຄົງທີ່ ແລະ ກໍມີປະຊາຊົນຫລາຍເຜົ່າຢູ່ຮ່ວມກັນ ເປັນບ້ານດຽວເປັນກຸ່ມບ້ານອັນດຽວກໍສາມາດແກ້ໄຂຄວາມທຸກຍາກ, ການພົ້ນຈາກຄວາມທຸກຍາກບໍ່ແມ່ນແຕ່ເຮັດວຽກງານທາງດ້ານກະສິກຳ, ຫັດຖະກຳເທົ່ານັ້ນ ຕ້ອງເຮັດທັງວຽກງານການບໍລິການໄປພ້ອມ ກໍສາມາດພົ້ນຈາກຄວາມທຸກຍາກໄດ້ເຊັ່ນ: ການເປັນ ນາຍ ຊ່າງສ້ອມແປງ, ຕັດຫຍິບ, ເປີດຮ້ານຄ້າ ແລະ ອື່ນໆ ກໍສາມາດພົ້ນຈາກຄວາມທຸກຍາກໄດ້ ແລະ ບັນດາຫົວຂໍ້ອື່ນໆ ຖືວ່າການສະຫລຸບໃນສົກປີ 2007 ນີ້ ແມ່ນພວກເຮົາລົງເລິກຢັນຢືນເຖິງຜົນສຳເລັດ, ຢັນຢືນເຖິງຄວາມຖືກຕ້ອງ ຂອງແນວທາງນະໂຍບາຍຂອງພັກ-ລັດຖະບານວາງອອກນັ້ນ ແມ່ນຖືກຕ້ອງ ແລະ ມີປະສິດທິຜົນ.
ປະຈຸບັນ ແຂວງບໍລິຄຳໄຊ ພວມສືບຕໍ່ ເພື່ອສ້າງທ່າ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດມາໃຊ້ບໍລິການເປັນຕົ້ນ ແມ່ນໄດ້ມີການປັບປຸງທ່າເຮືອ ເຊິ່ງເປັນດ່ານເຂົ້າອອກສາກົນລະຫວ່າງ ແຂວງ ບໍລິຄຳໄຊ ກໍຄື ສປປລາວ ກັບ ບຶງການແຫ່ງຣາດຊະອານາຈັກໄທໃຫ້ມີຄວາມສະດວກຮັບປະກັນ, ໄດ້ມີການປັບປຸງທ່າດ່ານ ທາງອອກໄປສູ່ ສສຫວຽດນາມເປັນດ່ານສາກົນ ຕາມເສັ້ນທາງເລກ 8 ນອກຈາກນັ້ນ ກໍໄດ້ມີການ ປັບປຸງດ່ານທ້ອງຖິ່ນເປັນຕົ້ນແມ່ນດ່ານ ບຶງກວາງ ແລະ ດ່ານຢູ່ເມືອງທ່າພະບາດ ເຮັດໃຫ້ປະຊາຊົນທ້ອງໄດ້ໄປມາຫາສູ່ ແລກປ່ຽນ ຊື້ຂາຍນຳກັນດ້ວຍຄວາມສະດວກ. ພິເສດການລົງທຶນຂອງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃນສົກປີ 2007 ນີ້ແມ່ນມີທ່ວງທ່າທີ່ເພີ່ມຂຶ້ນ ເຊັ່ນ: ການລົງທຶນຂອງພາກເອກະຊົນ ແລະ ການລົງທຶນຂອງປະຊາຊົນເຂົ້າໃນຂົງເຂດກະສິກຳ, ຫັດຖະກຳ ແລະ ການບໍລິການ, ດັ່ງນັ້ນຈຶ່ງເຮັດໃຫ້ ບາງເມືອງ ທີ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ ເປັນຕົ້ນແມ່ນເມືອງປາກຊັນລາຍຮັບສະເລ່ຍໃສ່ຫົວຄົນໃນສົກປີ 2007 ນີ້ ໄດ້ຜູ້ໜຶ່ງ 10 ລ້ານກີບ ຫລື 1 ພັນກວ່າໂດລາ ຕໍ່ຄົນຕໍ່ປີ ແລະ ດ້ານເຂົ້າກິນກໍສາມາດບັນລຸໄດ້ 900 ກິໂລ ຕໍ່ຄົນຕໍ່ປີລວມທົ່ວແຂວງໃນສົກປີ 2007ນີ້ ສະເລ່ຍແລ້ວລາຍຮັບສະເລ່ຍໃສ່ຫົວຄົນ ແມ່ນ 706 ໂດລາຕໍ່ຄົນຕໍ່ປີ ຄາດວ່າການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງສູນກາງພັກທີ່ວາງໄວ້ວ່າ ຮອດປີ 2010 ໃຫ້ບັນລຸຮອດ 800ໂດລາຕໍ່ຄົນຕໍ່ປີແມ່ນແຂວງບໍລິຄຳໄຊ ກໍມີທ່ວງທ່າ ແລະ ສາມາດຈະ ບັນລຸຕາມຄາດໝາຍດັ່ງກ່າວນັ້ນໄດ້.
ສຳລັບໃນສົກປີ 2008ນີ້ ແຂວງບໍລິຄຳໄຊໄດ້ວາງຄາດໝາຍໄວ້ວ່າໃຫ້ໄດ້ 790 ໂດລາ ຕໍ່ຄົນຕໍ່ປີ ຖືວ່າຈະເປັນທ່ວງທ່າ ອັນດີ. ສະເພາະໃນງວດທີ່ I ຂອງສົກປີ 2008 ສະພາບການປະຕິບັດລາຍຮັບແມ່ນໄດ້ລື່ນແຜນທີ່ວາງໄວ້ ຊຶ່ງປະຈຸບັນສາມາດເກັບລາຍຮັບ ນັບທັງຂອງທ້ອງຖິ່ນໄດ້ແລ້ວເຖິງ 25,8% ລື່ນ 5,8% ອັນນີ້ມັນສະແດງໃຫ້ເຫັນວ່າ ພື້ນຖານແຫລ່ງລາຍຮັບທີ່ມາຈາກປະຊາຊົນ, ມາຈາກນັກທຸລະກິດໄດ້ສ້າງມານັ້ນແມ່ນມີຄວາມສາມາດເຮັດໃຫ້ແຫລ່ງລາຍຮັບຂອງລັດນັບມື້ນັບດີຂຶ້ນ ແລະ ມີຄວາມໝັ້ນທ່ຽງ. ນອກຈາກນີ້ໃນສົກປີ 2008 ນີ້ ແຂວງ ບໍລິຄຳໄຊເອງຈະພະຍາຍາມເຮັດແນວໃດໃຫ້ສືບຕໍ່ ຫັນລົງຮາກຖານ, ສ້າງບ້ານ ແລະ ກຸ່ມບ້ານໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວຂຶ້ນໂດຍສະເພາະການລົງຮາກຖານ ປີ 2008 ນີ້ເມືອງທີ່ພົ້ນຈາກຄວາມທຸກຍາກແລ້ວ ເປັນຕົ້ນແມ່ນເມືອງ ທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກກະດິງແມ່ນ ມອບໜ້າທີໃຫ້ ແກ່ພະນັກງານ, ຄະນະພັກຢູ່ໃນຂັ້ນເມືອງ ແລະ ບ້ານເປັນຜູ້ຮັບຜິດຊອບ, ແຂວງຈະເອົາພະນັກງານ ຈຳນວນໜຶ່ງໄປຊ່ວຍບັນດາເມືອງທີ່ຍັງບໍ່ທັນເມືອງທີ່ຍັງບໍ່ທັນພົ້ນຈາກຄວາມທຸກຍາກ, ເພີ່ມທະວີໃນການຫັນລົງສູ່ຮາກຖານພັດທະນາຊົນນະບົດ ກໍ່ສ້າງບ້ານ ແລະ ກຸ່ມບ້ານຕາມຂະແໜງການສາຍຕັ້ງ ເຮັດໃຫ້ທຸກພະແນກການສາຍຕັ້ງຂອງແຂວງ, ເມືອງໄດ້ລົງປະຕິບັດໜ້າທີ່ ຂອງຕົນເອງຕາມພາລະບົດບາດໜ້າທີ່ ທີ່ໄດ້ຮັບຜິດຊອບ.
-----------------
ການກໍ່ສ້າງແລະບຳລຸງຄູ ໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ
* ໃນສົກປີ 2006-2007 ຂະແໜງການສຶກສາ ໄດ້ສືບຕໍ່ດຳເນີນການກໍ່ສ້າງ ແລະບຳລຸງຄູໃຫ້ອຳນາດການປົກຄອງ ແລະຜູ້ບໍລິຫານການສຶກສາຂັ້ນຕ່າງໆ ເພື່ອແກ້ໄຂບັນຫາຄູບໍ່ພຽງພໍ, ສ້າງຄວາມສາມາດຂອງຄູ ໃນການພັດທະນາວິຊາຊີບແບບຕໍ່ເນື່ອງ ແລະຍົກຖານະຄູ ເຊັ່ນວ່າ: ໄດ້ດຳເນີນການກໍ່ສ້າງ ແລະສ້ອມແປງອາຄານສະຖານທີ່ ຂອງສະຖາບັນສ້າງຄູ ດ້ວຍທຶນຂອງໂຄງການປັບປຸງຄຸນນະພາບການສຶກສາ ໄລຍະ II ສາມາດສ້າງເງື່ອນໄຂ ແລະເອື້ອອຳນວຍໃຫ້ແກ່ການສ້າງຄູ ໄດ້ສະດວກຂຶ້ນກວ່າເກົ່າ, ໃນນີ້ມີສະຖາບັນສ້າງຄູ 10 ແຫ່ງ (ບໍ່ນັບຄະນະສຶກສາສາດ ຂອງມະຫາວິທະຍາໄລ 3 ແຫ່ງ) ມີນັກຮຽນ-ນັກສຶກສາຄູ ລວມທັງພາກປົກກະຕິ ແລະພາກພິເສດ ຈຳນວນ 23.415 ຄົນ ຍິງ 11.795 ຄົນ, ໃນນັ້ນ ພາກປົກກະຕິມີ 17.704 ຄົນ ຍິງ 8.868 ຄົນ.
ສົກປີ 2007-2008 ມີນັກຮຽນຄູລ້ຽງເດັກ-ອະນຸບານ ມີ 456 ຄົນ ທຽບໃສ່ສົກປີ 2005-2006 ເພີ່ມຂຶ້ນ 92 ຄົນ ເທົ່າກັບ 25,27%; ນັກຮຽນຄູປະຖົມ ນັບທັງນັກຮຽນຄູຊົນເຜົ່າມີ 3.637 ຄົນ ຍິງ 1.761 ຄົນ; ທຽບໃສ່ສົກຮຽນ 2005-2006 ເພີ່ມຂຶ້ນ 38 ຄົນ ຍິງ 84 ຄົນ ເທົ່າກັບ 1,06% ຍິງ 5,01%; ນັກຮຽນຄູມັດທະຍົມ (ລະບົບ 11 + 3 )ມີ 13.611 ຄົນ ຍິງ 6.651 ຄົນ ທຽບໃສ່ປີ 2005 - 2006 ເພີ່ມຂຶ້ນ 1.836 ຄົນ ຍິງ 1.007 ຄົນ ເທົ່າກັບ 15, 59% ຍິງ 17,84%; ນັກຮຽນຄູສິລະປະສຶກສາ ມີ 342 ຄົນ ຍິງ 227 ຄົນ, ທຽບໃສ່ປີ 2005-2006 ແມ່ນເພີ່ມຂຶ້ນ 133 ຄົນ ຍິງ 85 ຄົນ ເທົ່າກັບ 63,64% ຍິງ 59,86%; ນັກຮຽນຄູພະລະສຶກສາໄດ້ 278 ຄົນ ມີຍິງ 53 ຄົນ ທຽບໃສ່ສົກຜ່ານມາເພີ່ມຂຶ້ນ 20 ຄົນ ເທົ່າກັບ 7,8%.
ສຳລັບນັກຮຽນ-ນັກສຶກສາຄູ ທີ່ຈະສອບເສັງຈົບສົກຮຽນ 2006-2007 ມີ 6.311 ຄົນ ໃນນີ້ມີ ຄູລ້ຽງເດັກ-ອະນຸບານ 456 ຄົນ ທຽບໃສ່ແຜນຄວາມຕ້ອງການຄູຊັ້ນດັ່ງກ່າວ ສົກປີ 2007-2008 ແມ່ນບໍ່ພໍ ຈຳນວນ 144 ຄົນ ສ່ວນແຜນຕ້ອງການແມ່ນ 600 ຄົນ; ນັກຮຽນຄູປະຖົມ ມີ 2.459 ຄົນ ໃນແຜນຄວາມຕ້ອງການຄູຊັ້ນດັ່ງກ່າວປີ 2007-2008 ແມ່ນເຫລືອ 405 ຄົນ ແລະຄູມັດທະຍົມ 3.626 ຄົນ ຍິງ 1.748 ຄົນ, ໃນນີ້ຄູມັດທະຍົມຕອນຕົ້ນ 3.029 ຄົນ ແລະຄູມັດທະຍົມຕອນປາຍມີ 597 ຄົນ ທຽບໃສ່ແຜນຄວາມຕ້ອງການຄູ ຊັ້ນດັ່ງກ່າວໃນສົກປີ 2007-2008 ເຫລືອ 1.077 ຄົນ ເທົ່າກັບ 42,25%.
ຄຽງຄູ່ກັນນີ້ ກໍໄດ້ສ້າງເງື່ອນໄຂ ແລະອຳນວຍຄວາມສະດວກ ໃຫ້ແກ່ຄູອາຈານໃນທຸກຊັ້ນ, ທຸກສາຍ ໂດຍໄດ້ບຳລຸງຍົກລະດັບວິຊາສະເພາະຂອງເຂົາເຈົ້າ ຕາມເງື່ອນໄຂຕົວຈິງ ຂອງທຶນທີ່ໄດ້ຮັບຈາກໂຄງການຕ່າງໆ ລວມທັງໂຄງການຂອງລັດຖະບານ, ໃນນີ້ ໄດ້ຈັດຕັ້ງບຳລຸງຄູຸປະຈຳການ ລວມທັງຄູຝຶກ ໃນແຂວງເປົ້າໝາຍຂອງໂຄງການ ເຊັ່ນ: ໂຄງການປັບປຸງຄຸນນະພາບການສຶກສາ ໄລຍະ IIໄດ້ 3.882 ຄົນ, ໂຄງການພັດທະນາການສຶກສາໄລຍະ II ໄດ້ 385 ຄົນ; ຍົກລະດັບຄູບໍ່ໄດ້ມາດຖານ (ຄູປະຖົມແລະອະນຸບານ) ຈົບລະບົບ 5+3 ຂຶ້ນທຽບເທົ່າກັບ ລະບົບ 8+3, 11+1 ໄດ້ 1.274 ຄົນ ເປັນຍິງ 534 ຄົນ; ຍົກລະດັບຄູ ດ້ວຍການເປີດສອນລະບົບຕໍ່ເນື່ອງ (ລະບົບ 11+3+2) ເປັນປີທຳອິດ ໃນສາຂາວິຊາຄະນິດສາດ, ວັນນະຄະດີ-ພາສາລາວ ແລະສາຂາວິຊາພາສາອັງກິດ ຢູ່ຄະນະສຶກສາສາດ ດົງໂດກ, ວິທະຍາໄລຄູຫລວງພະບາງ, ວິທະຍາໄລຄູສະຫວັນນະເຂດ ຊຶ່ງມີຄູສອນໄປຮຽນຕໍ່ລະບົບດັ່ງກ່າວ ທັງໝົດ 153 ຄົນ, ພ້ອມນີ້ໄດ້ຄົ້ນຄ້ວາ ແລະປັບປຸງຄືນ ຫລັກສູດຂອງໂຮງຮຽນອາຊີວະສຶກສາຊັ້ນສູງ ທັງພາກລັດແລະເອກະຊົນ ລວມທັງສຳເລັດການດັດແກ້ ແລະຮຽບຮຽງປື້ມແບບຮຽນ ແລະຄູ່ມືຄູ ຊັ້ນປະຖົມປີທີ 1 ແລະປີທີ 2 ຈຳນວນ 24 ຕົ້ນສະບັບ, ປື້ມຄູມືຄູປີທີ 3 ຈຳນວນ 12 ຕົ້ນສະບັບ ແລະໄດ້ກະກຽມແຜນປະຕິບັດງານ ທົບທວນດັດແກ້ຫລັກສູດ ປື້ມແບບຮຽນ ແລະຄູ່ມືຄູຊັ້ນມັດທະຍົມຕອນຕົ້ນ, ສຳລັດການທົບທວນຫລັກສູດວິຊາຄຸນສົມບັດ ຊັ້ນປະຖົມສຶກສາ. ນອກນີ້ໄດ້ອອກແບບຫລັກສູດຝຶກ |