ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 
 

 

 

 

ເພງຊາດລາວ

ເຫດການສຳຄັນໃນປີຜ່ານມາ
*(ຂ​ປ​ລ): ຕະ​ຫລອດ​ໄລ​ຍະປີ 2007 ໄດ້​ມີ​ຫລາຍ​ເຫດ​ການ​ເກີດ​ຂຶ້ນ​ໃນ ສ​ປ​ປລາວ ທັງ​ທາງ​ດ້ານ​ການ​ເມືອງ,
ເສດ​ຖະ​ກິດ-​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ລວມ​ທັງ
ການ​ ເຄື່ອນ​ໄຫວ​ຂອງ ບັນ​ດາ​ຜູ້​ນຳ​ພັກ-​ລັດ ເຮົາ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.
ໃນ​​ປີ 2007 , ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ. ລາວ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ແກ່​ສົນ​ທິ​ສັນ​ຍາ​ສາ​ກົນ ວ່າ​ດ້ວຍ​
ສິດ​ ທິ​ທາງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ ຢ່າງ​ເປັນ​ທາງ​ການຊຶ່ງສະ​ແດງ​ເຖິງ​ນະ​ໂຍ​ບາຍ​
ອັນ​ສະ​ ເໝີ​ຕົ້ນ​ສະ​ປາຍ ຂອງ ສ​ປ​ປ. ​ລາວ.
-ພະ​ນະ​ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລ​ະ​ນະລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ
ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ ລັດ​ຖະ​ກິດ ສະ​ຫະ​ພາບ​ມຽນ​ມາ ແຕ່​ວັນ​ທີ 21-​23
ມີ​ນານີ້, ​ ຊຶ່ງເປັນ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ສະ​ຫະ​ພາບ ມຽນ​ມາ ຄັ້ງ​ທຳ​ອິດ ຂອງ ພະ​ນະ​ທ່ານ​ປະ​ເທດ​
ປະ​ເທດ, ພາຍ​ຫລັງ​ຮັບ​ຕຳ​ແຫນ່ງ​ໃຫມ່ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື
ລະ​ຫວ່າງ ສ​ປ​ປ ລາວ ແລະ ສ. ມຽນ​ມາ ໃຫ​້ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ແລະ ເກີດດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.
ລາວ ແລະ ມຽນມາ ມີແຜນການ ທີ່ຈະຮ່ວມມື ກັນໃນອະນາຄົດ ເປັນຕົ້ນແມ່ນການຮ່ວມມື ໃນ ການສ້າງ
ເສັ້ນທາງຄົມມະນາຄົມ​ເພື່ອອຳນວຍ ຄວາມສະດວກ ໃນການໄປມາຫາສູ່ ລະຫວ່າງ ລາວ ແລະ ມຽນມາ,
ແລະຈະກໍ່ສ້າງ ຂົວຂ້າມ ນ້ຳຂອງ ທີ່ຊຽງກົກຝັ່ງລາວ ​ເຊື່ອມ​ຕໍ່ກັບ ຊຽງລາບຝັ່ງ ມຽນມາ ເພື່ອສະດວກ
ໃນການຂົນສົ່ງສິນຄ້າ ແລະ ການພົວພັນໃນອະນາຄົດ.
- ລະ​ຫວ່າງ ວັນທີ 05 ເຖິງ 07 ກຸມພາ 2007, ສະຫາຍ ຫງວຽນ ມິງ ຈຽດ, ປະທານປະເທດ ແຫ່ງ ສາທາລະ
ນະລັດ ສັງຄົມນິຍົມ ຫວຽດນາມ ແລະ ພັນລະຍາ ໄດ້ມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາ
ທິປະໄຕ ປະຊາຊົນລາວຕາມຄຳເຊີນຂອງ ສະຫາຍຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ
ທັງນີ້ກໍເພື່ອ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ
ການຮ່ວມ ມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ .
- ສະຫາຍ ຣີກາ​ໂດ ອາ​ລາ​ກົງ​ເດ ​ເກ​ຊາ​ດາ, ປະທານ​ສະພາ​ແຫ່ງ​ຊາດອຳນາດ​ປະຊາຊົນ ແຫ່ງ ສາທາລະນະ
​ ລັດກູບາ ພ້ອມ​ຄະນະໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​ໃນ​ວັນ​ທີ 12 ມິຖຸນາ 2007,
ໂດຍໄດ້ເຂົ້າ​ ຢ້ຽມ​ຂ່ຳ​ນັບ ສະຫາຍ ຈູມ​ມາ​ລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ທັງ​ແຂກ​ແລະ
​ ເຈົ້າພາບ ຕ່າງ​ກໍ​ ສະ​ແດງ​ຄວາມ ຊົມ​ເຊີຍຊຶ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ຕີ​ລາຄາ​ສູງ ຕໍ່​ໝາກຜົນ​ຂອງ​ການ​ຮ່ວມ​ມື
ລາວ-ກູ​ບາ ທີ່ມີມາ ແຕ່ດົນນານ .
ຄຽງຄູ່​ກັບ​ການ​​ເຄື່ອນ​ໄຫວຢ້ຽມ​ຢາມປະ​ເທດ​ເພື່ອນ​ມິດ ແລະ ​​ຕ້ອນຮັບຄະ​ນະ​ຜູ້​ແທນ​ປະ​ເທດ​ເພື່ອນມິດ
ຕ່າງໆ​ທີ່​ມາ​ ຢ້ຽມ​ຢາມ ສ​ປ​ປ. ລາວ,​ ບັນ​ດາທ່ານຜ​ູ້​ນຳ​ພັກ-​ລັດ ກໍໄດ້​ເຄື່ອນ​ໄຫວຢ້ຽມຢາມ ​ແລະ​ເຮັດ​ວຽກກັບ
ພະນັກງານ​ການ​ ນຳ​ຫລັກ​ແຫ​ລ່ງ ​ແລະ​ປະຊາຊົນ​ບັນດາ​ເຜົ່າຢູ່​ທ້ອງ​ຖິ່ນ ໂດຍ​ໄດ້ເນັ້ນຫນັກໃຫ້​ບັນ​ດາແຂວງ​
ແກ້​ໄຂ​ຄວາມທຸກ​ຍາກ, ການ​ຫັນ​ອາຊີບ​ຄອງ​ເດີມຂອງ​ປະຊາຊົນ, ການ​ສຶກສາ​ອົບຮົມ ການ​ເມືອງ​ແນວ​ຄິດ,
ສ້າງ​ຈິດ​ສຳນຶກ​ໃຫ້​ປະຊາຊົນ​ຮູ້​ຊື້-​ ຮູ້​ຂາຍ, ຮູ້​ຜະລິດ​ເປັນ​ສິນຄ້າ ທີ່​ມີ​ຄຸນ​ນະພາບຕິດ​ພັນ​ກັບ​ຕະຫລາດ​ທີ່​ຕ້ອງການ
ແລະ ​ລະດົມ​ທຸກ​ພາກສ່ວນ​ເສດຖະກິດ ​ ເຂົ້າ​ຮ່ວມ​ ແກ​້​ໄຂຄວາມທຸກ​ຍາກ.
ສ່ວນ​ການ​ເຄື່ອນ​ໄຫວ​ຂອງນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ. ລາວ, ທ່ານ ບົວ​ສອນ ບຸບຜາ​ວັນ, ໄດ້​ນຳຄະນະ​ຜູ້​
ແທນ​ຂັ້ນ ສູງ ​ ເຂົ້າ​ຮ່ວມ ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງທີ 12 ຊຶ່ງຈັດ​ຂຶ້ນ​ໃນ​ລະຫວ່າງ​ ວັນ​ທີ 12-15 ມັງກອນ
2007, ທີ່ ຟີ​ລິບ​ປິນ, ຊຶ່ງບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ ຄວາມ​ ຄືບ​ຫນ້າ ການ​ຮ່ວມ​ມື​ໃນ​ຮອບ
1 ປີຜ່ານມາ ​ ແນ​ໃສ່​ຈັດຕັ້ງ ປະຕິ​ບັດ ຂໍ້​ຕົກລົງ ຂອງ​ກອງ​ປະຊຸມ​ສຸດ​ ຍອດ​ທັງ​ຫມົດ ເພື່ອ​ເລັ່ງລັດ​ສ້າງ​ປະຊາ​ຄົມ
ອາ​ຊຽນ ​ ໃຫ້​ສຳ​ເລັດ​ພາຍ​ໃນ​ປີ 2015, ຊຶ່ງ​ລວມມີ 3 ​ເສົາ​ຄ້ຳ​ ເຊັ່ນ: ປະຊາຄົມ​ຄວາມ​ຫມັ້ນຄົງ ອາ​ຊຽນ, ປະຊາ
​ ຄົມ​ເສດ ຖະກິດ​ອາ​ຊຽນ ​ແລະ ປະຊາ​ຄົມ​ສັງຄົມ- ວັດທະ ນະທຳ ອາ​ຊຽນ ​ແລະ ການ​ຮ່າງກົດ​ບັດ ອາ​ຊຽນ
ອັນ​ຈະ​ກາຍ​ ເປັນ​ເອກະສານນິຕິ​ກຳຂອງ​ອາ​ຊຽນ​ໃນ​ອະ ນາຄົດ. ຂະ​ນະ​ດຽວ​ກັນ ທ່ານ​ນາຍົກລັດຖະມົນຕີ
ຍັງ​ໄດ້​ພົບ​ປະ ​ ສອງ​ຝ່າຍ ​ກັບ​ນາຍົກລັດຖະມົນຕີ ຂອງ ສິງກະ​ໂປ ​ ແລະ​ ​ຜູ້ນຳ​ ​ອາ​ຊຽນ ​ແລະ ບັນດາຄູ່​ເຈລະຈາ,
ຊຶ່ງ​ບັນຫາ​ ທີ່​ບັນດາ​ຜູ້ນຳ​ຂອງ​ອາ​ຊຽນ ​ແລະ ​ຜູ້ນຳ​ຈາກ​ຄູ່​ເຈ​ລະ​ຈາ​ທັງໝົດ ​ ໄດ້ໃຫ້​ຄວາ​ມ​ເອົາ​ໃຈ​ໃສ່​ຫລາຍ​
ໂດຍ​ເລັ່ງ​ໃສ່​ຊ່ວຍ ​ ເຫລືອ​ບັນດາ​ປະ​ເທດ​ສະມາຊິກ​​ໃຫມ່​ຂອງ​ອາ​ຊຽນ ຄື​: ສປປ. ລາວ, ກຳປູ​ເຈຍ, ມຽນມາ ​
ແລະ ​ຫວຽດນາມ ​ໃຫ້​ໄດ້​ຮັບ​ ການ​ພັດທະ ນາ​ໄວ ​ເພື່ອ​ແກ້​ໄຂ​ໄດ້​ຄວາມ​ຫລຸດໂຕນ​ດ້ານ​ການ​ພັດທະ
ນາ​ເສດຖະກິດ ກ້າວ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າກັນ ​ ແລະ​ສ້າງ​ເປ​ັນປະຊາ​ຄົມ ອາ​ຊຽນ​ໃນ​ອະນາຄົດ.
- ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ
​ ດ້ວຍ​ ຄະນະ​​ໄດ້ເຄື່ອນໄຫວຢ້ຽມຢາມ​ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ສາທາ ລະນະ​ລັດ ສິງກະ​ໂປ ​ແລະ ບຣູ​ໄນ
ດາຣູຊາ​ລຳ ​ ແຕ່​ທ້າຍ​ເດືອນມັງກອນ ຫາ ຕົ້ນກຸມພາ 2007ແລະໃນ ລະ​ຫວ່າງ ວັນ​ທີ 7-9 ມິຖຸນາ 2007
ກໍໄດ້ເຄື່ອນໄຫວຢ້ຽມຢາມ ປະເທດຟີລິບປິນ, ພາຍ​ຫລັງ​ຮັບ​ຕຳ​ ແໜ່​ງ​ໃໝ່ ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວ
ພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ ແລະ ບັນດາ​ປະ​ເທດດັ່ງກ່າວ ​ໃຫ້​ກວ້າງຂວາງ
​ ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.
ລະ​ຫວ່າງວັນ​ທີ 28-​29 ມິ​ຖຸ​ນາ​ 2007, ​ພະ​ນະ​ທ່ານ ບົວ​ສອນ ບຸບ​ຜາ​ວັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ
ລາວ ພ້ອມ​​ຄະ​ນະ ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ ຢ່າງ​ເປັນ​ທາງ​ການ ​ຄັ້ງ​ທຳ​ອິດ​ໃນ
​ ປະ​ຫວັດ​ສາດ ​ ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ​ສອງ​ປະ​ເທດ ທີ່​ມີ​ມາໄດ້​ກວ່າ​ຫນຶ່ງ​
ທົດ​ສະ​ວັດ ແລະ ເປັນ​ການ​ ເພີ່ມ​ພູນ​ ຄູນ​ສ້າງຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນແລະ​ກັນ ເພື່ອ​ຜົນ​ປະ​ໂຫຍ​ດລວມ​ຂອງ
​ ປະ​ຊາ​ຊົນ​ສອງ​ ຊາດ ລາວ-​ລຸກ​ຊຳ​ບວກ ໃຫ້​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ​ຂຶ້ນ​ໄປ​ເລື້ອຍໆ.
ໃນ​ໄລ​ຍະ​ປີ 2007, ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການ​ກະຊວງ​ການ​ຕ່າງ
ປະ​ເທດ ໄດ້​ຢ້ຽມຢາມ 4 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນຄື: ກູ​ບາ, ​ເວ​ເນ​ຊູ​ເອລາ, ​ ໂບລີ​ວີ ​ແລະນີກາຣາກວາ​ ລະ​ຫວ່າງ
ວັນ​ທີ 19 ​ເຖິງ 28 ​ ເມສາ 2007 ແລະ ໃນ​ວັນ​ທີ 4 ພຶດສະພາ 2007, ​ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ,
ພ້ອມ​ດ້ວຍ​​ວິຊາ​ການ​ ຂະ​ແຫນງ​ການ ທີ່​ກ່ຽວຂ້ອງ, ໄປ​ຮ່ວມ ປະຊຸມ ລັດຖະມົນຕີ​ຕ່າງປະ​ເທດ​ ກ່ຽວ​ກັບ
ຍຸດ​ທະ​ສາດ​ການ​ຮ່ວມ​ມື​ ດ້ານ​ເສດຖະກິດ ​ ແມ່ນ້ຳ​ອີຣາວະ​ດີ-​ ແມ່ນ້ຳ​ເຈົ້າ​ພະຍາ-​ແມ່ນ້ຳ​ຂອງ
(The AGMECS Ministerial Meeting) ທີ່ ສະຫະພາບ ມຽນມາ ແລ​ະ ​ໄດ້​ເຫັນ​ດີ​ຮ່ວມ​ກັນ ໃນ​ການ​
ສ້າງ​ກົນ​ໄກ ​ເພື່ອອຳນວຍ​ຄວາມສະດວກ​ດ້ານ​ການ​ຄ້າ, ການ​ລົງທຶນ ​ ແລະ ​ການທ່ອງ​ ທ່ຽວ ຢູ່​ຕາມ​ເຂດ​
ຊາຍ​ແດນ ​ ຂອງ​ປະ​ເທດ​ສະມາ ຊິກ ACMECS.
- ສປປ ລາວ ​ໄດ້​ສືບຕໍ່​ເສີມ​ຂະຫຍາຍນະ​ໂຍບາຍ ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ​ ໃຫ້​ກວ້າງ ຂວາງ
ອອກ​ກວ່າ​ ເກົ່າ ​ ໂດຍ​ການ​ສະຫມັກ​ເຂົ້າ​ເປັນ​ສະມາຊິກ ຂອງ​ອົງການ​ການ​ຄ້າ​ໂລກ (World Trade
Organization:WTO).
ດ້ວຍ​ເຫດ​ນັ້ນ ສປປ ລາວ ຈຶ່ງ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ ສະມາຊິກ WTO ​ໃນ​ເດືອນ 7/1997 ​ແລະ​
ຖືກ​ຮັບຮອງ​ເປັນ​ ປະ​ເທດ​ຜູ້​ສັງ​ເກດ​ການ​ ໃນ​ປີ 1998.
​ - ນັບ​ແຕ່​ກາງ​ເດືອນ​ພຶດ​ສະ​ພາ 2007, ທົ່ວ​ປະ​ເທດ ໄດ້ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຕ່າງ​ໆ ເພື່ອ​ສະ​ເຫລີມ​ສະ​ຫຼອງວັນ​ສົນ​ທິ​
ສັນ​ຍາ​ ມິດ​ຕະ​ພາບ​ຄົບ​ຮອບ 30 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ ພົວ​ພັນ​ການ​ທູດລະ​ຫວ່າງ​ລາວ-​ຫວຽດ​ນາມ​ຄົບ​ຮອບ 45 ປີ,
ເພື່ອທົບ​ ທວນ​ມູນ​ເຊື້ອ​ແຫ່ງ​ ການ​ພົ​ວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ
​ ລະ​ຫວ່າງ​ ລາວ-ຫວຽດ​ນາມ​ຊຶ່ງ​ເປັນ​ພື້ນ​ຖານ​ອັນ​ໃນ​ການ​ຕັດ​ສີນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດໃນ​ໄລ​ຍະ​
ທີ່​ຜ່ານ​ມາ​ກໍ​ຄື​ໃນ​ພາ​ລະ​ກິດ​ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​​ປະ​ເທດທັງ​ສອງ ​ໃນ​ປະ​ຈຸ​ບັນ, ພ້ອມ​ນີ້​ກໍ​ເພື່ອ​ເປັນ
​ ການ​ສຶກ​ສາ​ອົມ​ຮົມ​ພະ​ນັກ​ງານ​, ນັກ​ຮົບ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ ໂດຍ​ສະ​ເພາະ​ຄົນ​ລຸ້ນ​ໜຸ່ມ​ໃຫ້​ສືບ​ຕໍ່​ປົກ​ປັກ
​ ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາຍ​ພົວ​ພັນ​ມິດ​ ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​
ຫວ່າງ​ລາວ-​ຫວຽດ​ນາມ.
- “ວຽງ​ຈັນ​ຟຣັງ​ໂກ​ໂຟນີ“ ລະດັບ​ລັດຖະມົນຕີ ການ​ຕ່າງປະ​ເທດ ຊຶ່ງ ສປປ ລາວ ເປັນເຈົ້າພາບຈັດຂຶ້ນ​ໃນ​ເດືອນ
ພະຈິກ 2007 ນີ້ທີ່​ນະຄອນຫລວງ​ວຽງ​ຈັນ ໄດ້​ເປັນ​ບາດ ກ້າວ​ອັນ​ສຳຄັນ​ອີກ​ກ້າວ​ຫນຶ່ງ​ສຳລັບ​ການ​ຊຸກ​ຍູ້​ສົ່ງ​ເສີມ
ການ​ສຶກສາ ພາສາ​ຝຣັ່ງ ​ ໃນ ສປປ ລາວ.
- ຜົນສຳ​ເລັດ​ຂອງສປປ ລາວ ​​ໃນ​ການ​ເປັນ​ປະທານ​ ກຸ່ມ​ປະ​ເທດ​ກຳລັງ​ພັດທະນາທີ່​ບໍ່​ມີ​ຊາຍ​ ແດນ​ ຕິດ​ທະ​ເລ,
ຊຶ່ງ ​ທ່ານ ​ ເອກ​ອັກຄະ​ລັດຖະທູດ​ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ຜູ້ຕາງຫນ້າ​ຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອົງການ​
ສະຫະ​ປະຊາ​ຊາດ, ປະທານ​ກຸ່ມ LLDCs ທີ່ນີວຢອກ, ​ໄດ້​ເປັນ​ປະທານກອງ​ປະ​ຊຸມ ​ ນັ້ນ, ​ໃນ​ນາມ​ເປັນ​
ປະທານ​ກຸ່ມ ສປປ ລາວ ​ໄດ້​ເອົາ​ໃຈ​ໃ​ສ່​ ເປັນ​ພິ​ເສດ​ຕໍ່​ການ​​ເຂົ້າ​ຮ່ວມ ທີ່​ມີ​ປະສິດ​ທິຜົນ ​ໃນ​ກອງ​ປະຊຸມສຸດ​ຍອດ
ສະຫັດ​ສະ​ວັດ, ກອງ​ປະຊຸມ ສປຊ ຄັ້ງທີ 3 ກ່ຽວ​ກັບ​ ບັນດາ​ປະ​ເທດ​ດ້ອຍ​ພັດທະນາ, ກອງ​ປະຊຸມ​ສາກົນ
ກ່ຽວ​ກັບ​ການ​ສະຫນອງ​ທຶນ ​ໃຫ້​ແກ່​ການ​ພັດທະນາ (FfD), ກອງ​ ປະຊຸມ​ ສຸດ​ຍອດ​ໂລກ ​ກ່ຽ​ວກັບ​ການ
​ ພັດທະນາ​ແບບ​ຍືນ​ຍົງ (WSSD), ກອງ​ປະຊຸມ ສປຊ ກ່ຽວ​ກັບ​ການ​ຄ້າ ​ແລະ
ການ​ພັດທະ ນາ ຄັ້ງທີ XI (UNCTDXI) ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ໂລກ​ປີ 2006.
- ສປປ ລາວ ໄດ້ດຳເນີນການ​ຄົ້ນ​ຄ້​ວາ​, ກຳນົດ​ ຊື່ເອີ້ນຊົນ​ເຜົ່າ​ໃນ ສ​ປ​ປ​ ລາວ ໂດຍ​ມີຈຸດ ປະສົງເພື່ອ​ດຳເນີນການ
ໃຫ້​ຖືກ​ກັບ ​ ຫລັກ​ການ​ຊົນ​ເຜົ່າ​ວິ​ທະ​ຍາ, ຖືກ​ກັບ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ​ໃນ​ລາວ ແລະ​ ໃຫ້ຖຶກຕ້ອງ​ກັບ​ຊື່​ຕົວ​ຈິງ​ທີ່​ຊົນ​
ເຜົ່າ​ມັກ, ເພື່ອ​ແນ​ໃສ່​ເພີ່ມ​ ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ສະ​ເໜີ​ພາບ​ ລະ​ຫວ່າງ​ເຜົ່າ​ຕ່າງໆ , ເພື່ອ​ເປັນ​ການ​ອະ​ນຸ​ລັກ​
ຮັກ​ສາ, ສົ່ງ​ເສີມ​ຂະ​ນົບ​ທຳ​ນຽມຮິດ​ຄອງ​ ປະ​ເພ​ນີ ແລະ ວັດ​ທະ​ນະ​ທຳ​ອັນ​ດີ​ງາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​
ແຕ່​ລະ​ຊົນເຜົ່າ, ການ​ວາງ​ແຜນ​ພັດ​ທະ​ນາ ​ໃຫ້​ຖືກ​ຕ້ອງ​ກັບ ​ ສະ​ພາບ​ຈຸດ​ພິ​ເສດ ແລະ ຄວາມ​ເປັນ​ຈິງ​ຂອງ​ຊົນ​ເຜົ່າ​
ໃນ​ແຕ່​ລະ​ທ້ອງ​ຖິ່ນ ແລະ ການ​ກຳ​ນົດ​ຊື່​ຊົນ​ເຜົ່າ​ໃນ ສ​ປ​ປ​ລາວ ປະຈຸບັນ ປະ​ກອບ​ມີ 49 ຊົນ​ເຜົ່າ ​ຕາມ​ການ​
ສະ​ເໜີ​ຂອງ​ ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ./.

 

ກັບສາລະບານ