ຄວາມເຂົ້າໃຈໃນຄ່າທຳນຽມສານ
* ຢູ່ໃນສັງຄົມຂອງພວກເຮົາ ປະຈຸບັນນີ້ຍັງມີຫລາຍຄົນບໍ່ເຂົ້າ ໃຈກ່ຽວກັບຄ່າທຳນຽມຂອງສານ, ບາງຄົນກໍເວົ້າວ່າໄປຮ້ອງຟ້ອງຢູ່ ສານແມ່ນມີການໃຊ້ຈ່າຍຫລາຍ ສະນັ້ນເພື່ອຄວາມກະຈ່າງແຈ້ງ ຕໍ່ບັນຫາດັ່ງກ່າວ ຜູ້ຂຽນຈະຂໍຍົກ ເອົາບາງເນື້ອໃນຂອງກົດຫມາຍ ວ່າດ້ວຍຄ່າທຳນຽມສານສະບັບ ເລກທີ 07/ສພຊ ລົງວັນທີ 27 ທັນ ວາ 2006 ຊຶ່ງໄດ້ກຳນົດ ຫລັກການ ລະບຽບການ, ມາດຕະການກ່ຽວ ກັບການເກັບກຳ, ການຄຸ້ມຄອງ, ການຮັບ, ການຈ່າຍຄ່າທຳນຽມ ສານ ເພື່ອຮັບປະກັນໃຫ້ ການເກັບ ຄ່າທຳນຽມສານມີຄວາມເປັນເອກະ ພາບກັນໃນທົ່ວປະເທດສ້າງເງື່ອນ ໄຂສະດວກໃຫ້ແກ່ເຈົ້າ ຫນ້າທີ່ສືບ ສວນ-ສອບສວນ, ໄອຍະການປະ ຊາຊົນ, ສານປະຊາຊົນ, ພະນັກງານ ປະຕິບັດ ຄຳຕັດສິນຂອງສານໃນ ການ ເຄື່ອນໄຫວວຽກງານໃຫ້ວ່ອງ ໄວ ແລະມີຄວາມຍຸຕິທຳທັງປະກອບ ສ່ວນສ້າງລາຍຮັບໃຫ້ແກ່ງົບປະ ມານແຫ່ງລັດ.
ຄ່າທຳນຽມສານແມ່ນຄ່າທຳ ນຽມທີ່ຄູ່ຄວາມ ຫຼື ທຸກຄົນທີ່ສາມ ຕ້ອງໄດ້ຈ່າຍເຂົ້າໃນການດຳເນີນ ຄະດີ ຊຶ່ງປະກອບດ້ວຍ.
1.ຄ່າອາກອນຂອງລັດ ແມ່ນ ພາກສ່ວນຫນຶ່ງຂອງຄ່າທຳນຽມ ສານ ຊຶ່ງຄູ່ຄວາມ ຫຼື ຜູ້ເສຍຄະດີຕ້ອງ ຈ່າຍຕາມຄຳຕັດສິນຂອງສານ. ຕົວ ຢ່າງ ຄ່າທຳນຽມສານທາງແພ່ງໃຫ້ ເສຍ 50.000 ກີບ ກ່ຽວກັບຄະດີສາຍ ຜົວເມຍ ອາກອນຂອງລັດທີ່ເກັບໄດ້ ນັ້ນ ໃຫ້ຖອກເຂົ້າງົບປະມານແຫ່ງ ລັດ, ອາກອນຂອງລັດປະກອບດ້ວຍ ອາກອນຂອງລັດຕາມມູນຄ່າຂອງ ຊັບ ທີ່ສານຕັດສິນໃຫ້, ຄ່າຂໍອຸທອນ ຄ່າຂໍລົບລ້າງ ແລະ ຄ່າຮື້ຟື້ນຄະດີ, ສຳລັບຄຳສັ່ງ, ຄຳຊີ້ຂາດ, ຄຳພິ ພາກສາຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດແລ້ວນັ້ນກ່ອນຈະເອົາ ໄປຈັດຕັ້ງປະຕິບັດຕ້ອງໃຫ້ເສຍ ອາກອນ ຂອງລັດເສ ຍກ່ອນ.
2. ຄ່າໃຊ້ຈ່າຍໃນການດຳເນີນ ຄະດີ ແມ່ນຄ່າໃຊ້ຈ່າຍເພື່ອທຳ ການພິສູດຫລັກຖານ, ສັນລະສູດ ສະຖານທີ່, ຮັກສາຂອງກາງລວມ ທັງຄ່າເດີນທາງ, ຄ່າກິນຢູ່ຂອງ ພະ ນັກງານທີ່ ກ່ຽວຂ້ອງໃນການ ດຳເນີນຄະດີ ແລະ ຄ່າອື່ນໆ.
3. ຄ່າໃຊ້ຈ່າຍສຳລັບຜູ້ຖືກເຊີນ ໃນການດຳເນີນຄະດີ.
4. ພະຍານຜູ້ຊ່ຽວຊານ, ຜູ້ແປ ພາສາ ແລະ ພະນັກງານທີ່ລົງເຮັດ ວຽກນັ້ນ ຈະໄດ້ຮັບຄ່າທົດແທນ ຈຳນວນຫນຶ່ງ ທີ່ພວກກ່ຽວໄດ້ໃຊ້ ຈ່າຍເປັນຄ່າເດີນທາງ, ຄ່າພັກ ເຊົາ ແລະ ຄ່າຢູ່ ກິນປະຈຳວັນ.
ຜູ້ຊ່ຽວຊານ, ຜູ້ແປພາສາ, ຜູ້ ສົ່ງເອກະສານ ແລະ ຜູ້ຮັກສາຂອງ ກາງໄດ້ຮັບຄ່າແຮງງານໃນເວລາ ປະຕິບັດງານຕາມການມອບຫມາຍ ຂອງສານຕາມລະບຽບການສະ ເພາະ ນອກຈາກຈະໄດ້ຮັບຄ່າເດີນ ທາງ, ຄ່າພັກເຊົາ, ຄ່າຢູ່ກິນປະຈຳ ວັນແລ້ວ, ກຳມະກອນ,ລັດຖະກອນ ທີ່ຖືກເຊີນເຂົ້າມາສານໃນຖານເປັນ ພະຍານນັ້ນ ຍັງຕ້ອງໃຫ້ຮັກສາເງິນ ເດືອນເດີມຂອງຜູ້ກ່ຽວໄວ້ ສ່ວນພະ ຍານທີ່ບໍ່ແມ່ນກຳມະກອນ, ລັດຖະ ກອນ ຊຶ່ງຖືກເຊີນມາສານໄດ້ປະ ວຽກງານປະຈຳວັນຜູ້ກ່ຽວກໍຈະໄດ້ ຮັບຄ່າຕອບແທນຄືນ.
5.ຄ່າເອກະສານ ແລະ ຄ່າສຳ ເນົາເອກະສານຕ່າງໆ ປະກອບ ດ້ວຍ ຄ່າເສື້ອປົກສຳນວນຄະດີໃຫ້ ເກັບຊຸດລະ 35.000 ກີບ, ຄ່າທຳ ນຽມເອກະສານເຊັ່ນ: ຄຳສັ່ງ, ຄຳ ຊີ້ຂາດ, ຄຳຕັດສິນ, ຄຳພິພາກສາ ໃຫ້ເກັບລະຫນ້າ 2.000 ກີບ. ອັນນີ້ ແມ່ນຄ່າທຳນຽມສານທີ່ໂຈດ ຫຼື ຈຳເລີຍຕ້ອງຈ່າຍໃນເວລາດຳເນີນ ຄະດີ./.
ໃຫ້ການຊ່ວຍເຫລຶອແມ່ຍິງແມ່ນຫນ້າທີ່ຂອງຫມົດທຸກຄົນ
*ແມ່ຍິງລາວບັນດາເຜົ່າລ້ວນແຕ່ມີມູນເຊື້ອດຸຫມັ່ນຂະຫຍັນພຽນມີຄວາມອົງອາດກ້າຫານເທົ່າທຽມກັບເພດຊາຍມີນ້ຳໃຈຮັກຊາດອັນ ສູງສົ່ງ ຊຶ່ງສະແດງໃຫ້ພວກເຮົາເຫັນ ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານແມ່ຍິງລາວບັນດາເຜົ່າໄດ້ ປະກອບສ່ວນຢ່າງຕັ້ງຫນ້າຄຽງບ່າຄຽງໄຫລ່ກັບເພດຊາຍຕໍ່ສູ້ຈົນສາ ມາດຂັບໄລ່ສັດຕູຜູ້ຮຸກຮານປົດປ່ອຍ ປະເທດຊາດໄດ້. ໃນໄລຍະແຫ່ງການສ້າງສາພັດທະນາປະເທດຊາດ ແມ່ ຍິງລາວກໍຍັງໄດ້ປະກອບສ່ວນ ໃນທຸກຂົງເຂດວຽກງານບໍ່ວ່າທາງດ້ານການເມືອງ, ເສດຖະກິດ, ວັດ ທະນະທຳ-ສັງຄົມ ກໍຄືການປ້ອງກັນ ຊາດປ້ອງກັນຄວາມສະຫງົບ. ນອກ ຈາກນີ້ແມ່ຍິງລາວຍັງເປັນແບບ ຢ່າງທີ່ດີໃນການອະນຸລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຂອງຊາດ ແລະ ຍັງມີພາລະບົດບາດ ໃນການສົ່ງເສີມຄອບຄົວ, ສຶກສາອົບຮົມລູກເຕົ້າໃຫ້ເປັນພົນລະເມືອງທີ່ດີຂອງສັງຄົມ.
ເພື່ອຢັ້ງຢືນເຖິງຄວາມປີຊາສາ ມາດ, ພັກ ແລະ ລັດຖະບານ ກໍ່ໄດ້ມີນະໂຍບາຍໃນການພັດທະນາສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງສ້າງທຸກເງື່ອນໄຂໃຫ້ແມ່ ຍິງມີສຸຂະພາບແຂງແຮງ, ມີສິດເທົ່າທຽມກັບ ເພດຊາຍໃນທຸກດ້ານ. ຢູ່ໃນລັດຖະທຳມະນູນ ແຫ່ງສປປ ລາວ ມາດຕາ 8 ກໍ່ໄດ້ກຳນົດຄວາມສະເຫມີພາບ “ພົນລະເມືອງລາວ ໂດຍບໍ່ຈຳແນກຍິງ-ຊາຍຖານະທາງສັງຄົມ, ການເມືອງ-ເສດຖະກິດ, ວັດທະນະ ທຳລ້ວນແຕ່ມີສິດເທົ່າທຽມກັນ. ແຕ່ກໍ່ຫນ້າເສຍດາຍໃນປະຈຸບັນນີ້ຍັງມີຜູ້ຊາຍບາງຄົນ, ບາງກຸ່ມຄົນ ຍັງມີອະຄະ ຕິຕໍ່ເພດຍິງ ຖືວ່າ ເພດຍິງເປັນເພດທີ່ອ່ອນແອ ບໍ່ເຫັນເຖິງຄວາມສາມາດຂອງເພດຍິງ, ເຫັນຜູ້ຍິງເປັນສິນຄ້າ, ລະບາຍອາລົມມີການຈຳແນກ ຫລືກີດ ກັ້ນ ໃນການປະກອບສ່ວນວຽກງານຂອງເພດຍິງ ແລະ ອື່ນໆ ອັນນີ້ແມ່ນການກະທຳທີ່ຜິດຕໍ່ລັດຖະທຳມະນູນ ແລະ ລະບຽບກົດຫມາຍ”.
ນອກຈາກນີ້ແມ່ຍິງຍັງຕົກເປັນເປົ້າຫມາຍຂອງຂະບວນການການຄ້າ ມະນຸດ ຊຶ່ງເປັນອາດຊະຍາກຳທີ່ຮ້າຍແຮງໃນການລະເມີດສິດທິ ຂອງ ແມ່ຍິງ, ໂດຍສະເພາະແມ່ນແມ່ ຍິງທີ່ບໍ່ໄດ້ຮັບການສຶກສາ ຢູ່ຊົນນະບົດເຂດຫ່າງໄກສອກຫລີກ ມັກຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ຊຶ່ງພວກຄົນບໍ່ດີເຫລົ່ານີ້ໃຊ້ເລ້ລ່ຽມຕົວະຍົວະຫລອກລວງ, ຊື້ ຈ້າງຈອບອອຍ ຫລື ຜູກມັດດ້ວຍໜີ້ສິນຕ່າງໆ ເພື່ອໃຫ້ໄດ້ຕາມຈຸດປະ ສົງຄືມີການບັງຄັບໃຫ້ຂາຍປະເວນີ, ບັງຄັບໃຫ້ໃຊ້ແຮງງານ (ຂູດຮີດແຮງງານ) ເຜີຍແຜ່ສິ່ງລາມົກອານາຈານທີ່ຂັດກັບຮີບຄອງປະເພນີອັນດີງາມຂອງຊາດ ຫຼື ກະທຳສິ່ງອື່ນໆ ທີ່ຜິດຕໍ່ລະບຽບກົດຫມາຍ; ນອກ ຈາກຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດແລ້ວ ແມ່ຍິງຈຳນວນບໍ່ຫນ້ອຍ ຍັງຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງໃນຄອບຄົວເປັນຕົ້ນຖືກຕຸບຕີ,ກັກຂັງ ຂົ່ມຂືນທຳສຳເລົາ, ຖືກໃສ່ຮ້າຍປ້າຍສີ, ການກະທຳທັງຫມົດນີ້ກໍ່ລ້ວນແຕ່ເປັນການສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ສຸຂະພາບ,ຈິດໃຈ, ຊັບສິນຂອງເອື້ອຍນ້ອງແມ່ຍິງ. ສະນັ້ນ, ເພື່ອເປັນການແກ້ໄຂບັນຫາທີ່ບໍ່ດີຕໍ່ແມ່ຍິງ ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ຊ່ວຍກັນເປັນຕົ້ນອົງ ການລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມຕ້ອງໄດ້ໂຄ ສະນາປຸກລະດົມຂົນຂວາຍໃຫ້ທົ່ວສັງຄົມຮັບຮູ້ເຖິງສິດສະເຫມີພາບ ລະຫວ່າງຍິງ-ຊາຍ, ຕ້ອງທັບມ້າງທຸກອະຄະຕິທີ່ມີຕໍ່ເພດຍິງ.
ຖ້າຫາກພົບເຫັນປະກົດການທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ແມ່ ຍິງ ເປັນຕົ້ນ ການ ໃຊ້ຄວາມຮຸນແຮງຕໍ່ເພດຍິງໃນຄອບຄົວຕ້ອງຫ້າມ ຫລື ແຈ້ງຕໍ່ອຳນາດການປົກຄອງບ້ານ ຫຼື ເຈົ້າຫນ້າທີ່ຕຳຫລວດເພື່ອສະກັດກັ້ນ ຜົນເສຍຫາຍທີ່ຈະເກີດຂຶ້ນໃຫ້ທັນເວລາ ຫລື ການພົບເຫັນແມ່ຍິງທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ກໍ່ຕ້ອງໃຫ້ຄວາມຊ່ວຍເຫລືອແຈ້ງຕໍ່ເຈົ້າຫນ້າທີ່ ເພື່ອເອົາຕົວຜູ້ກະທຳຜິດສົ່ງຟ້ອງຂຶ້ນ ສານໃຫ້ສານຕັດສິນລົງໂທດຕາມກົດຫມາຍ. ຖ້າທົ່ວສັງຄົມ ຫາກເຮັດໄດ້ແນວນີ້ ແນ່ນອນວ່າແມ່ ຍິງກໍ່ຈະໄດ້ຮັບການພັດທະນາ ແລະ ເປັນກຳລັງແຮງໃນການສ້າງສາພັດ ທະນາປະເທດຊາດ./.
ຮວ່ມປະເວນີກັບເດັກຖືກວ່າ ເປັນການກະທຳຜິດທາງອາຍາ
* ຄຳວ່າເດັກ ແມ່ນຫມາຍເຖິງບຸກຄົນທີ່ມີອາຍຸຕ່ຳກວ່າ 18 ປີ ລົງມາ ຊຶ່ງແມ່ນບຸກຄົນທີ່ມີຄວາມສາມາດທາງດ້ານການປະພຶດບໍ່ເຕັມສ່ວນ ຄືບໍ່ສາມາດເຮັດນິຕິກຳທາງກົດຫມາຍ ຍົກເວັ້ນບຸກຄົນທີ່ໄດ້ສ້າງຄອບຄົວ. ເດັກໃນວັນນີ້ ຈະເປັນຜູ້ໃຫຍ່ໃນວັນຫນ້າທີ່ມີກຳລັງແຮງໃນການພັດທະ ນາສ້າງສາປະເທດຊາດ. ເດັກຈຳເປັນທີ່ສຸດຕ້ອງໄດ້ຮັບການປົກປ້ອງຈາກທຸກຮູບແບບຂອງການກະທຳທີ່ບໍ່ດີຕໍ່ເດັກ. ພັກ ແລະ ລັດຖະບານຂອງພວກເຮົາກໍໄດ້ເບິ່ງເຫັນເຖິງບັນ ຫາດັ່ງກ່າວ ຈຶ່ງໄດ້ອອກກົດຫມາຍ ວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງພັກ ຊຶ່ງໃນກົດຫມາຍດັ່ງ ກ່າວຍັງໄດ້ກຳນົດຫລັກການ, ລະ ບຽບການ ແລະ ມາດຕະການຄຸ້ມຄອງຕິດຕາມກວດກາ ການຈັດຕັ້ງປະຕິບັດ ການປົກປ້ອງສິດຜົນປະໂຫຍດຂອງເດັກບັນດາເຜົ່າ ລວມທັງມາດຕະການ ຕໍ່ຜູຸ້ກະທຳຜິດກັບເດັກ ແນໃສ່ເຮັດໃຫ້ເດັກມີຄວາມສົມບູນທາງດ້ານຮ່າງກາຍ ແລະ ຈິດໃຈມີຄວາມສາມາດດຳລົງຊີວິດຢູ່ ໃນສັງ ຄົມຢ່າງມີຄຸນນະພາບ ແລະກາຍເປັນຜູ້ສືບທອດທີ່ດີຂອງຊາດຕໍ່ໄປ.
ເຖິງແມ່ນວ່າພວກເຮົາຈະມີກົດ ຫມາຍ ຫຼື ລະບຽບການຕ່າງໆ ເພື່ອຄຸ້ມຄອງປົກປ້ອງເດັກນ້ອຍແລ້ວກໍຕາມ ແຕ່ຍັງສັງເກດເຫັນໄດ້ວ່າ ຍັງມີເດັກນ້ອຍຈຳນວນຫນຶ່ງ ຍັງຖືກລ່ວງລະເມີດທາງເພດ ຊຶ່ງມັນສ້າງຄວາມເສຍຫາຍໃຫ້ແກ່ເດັກກໍຄືສັງຄົມ ບັນ ຫາການລ່ວງລະເມີດທາງເພດກັບ ເດັກມັນເກີດມາຈາກຫລາຍປັດໃຈເຊັ່ນ: ຄອບຄົວແຕກແຍກ, ລູກລ້ຽງ, ພໍ່ລ້ຽງ, ລູກນ້າ, ພໍ່ນ້າ, ສິ່ງເສບຕິດ, ສິ່ງມຶນເມົາລວມໄປເຖິງ ຍັງມີຄົນຈຳ ນວນຫນື່ງ ຍັງນິຍົມກັບການຮ່ວມປະເວນີກັບເດັກ, ໂດຍສະເພາະ (ເຖົ້າຫົວ ງູ); ນອກຈາກນີ້ຍັງແຝງມາໃນລັກ ສະນະນັກທ່ອງທ່ຽວ ເພາະວ່າປະເທດເຮົາກໍເປັນປະເທດຫນຶ່ງ ທີ່ເປີດກວ້າງໃນການທ່ອງທ່ຽວ ລາຍໄດ້ຈາກການທ່ອງທ່ຽວແຕ່ລະປີບໍ່ແມ່ນໜ້ອຍ ໃນແຕ່ລະປີມີນັກທ່ອງທ່ຽວມາທ່ຽວຊົມທັດສະນິຍະພາບ, ຮີດຄອງປະເພນີອັນດີງາມຂອງປະຊາ ຊົນບັນດາເຜົ່າ ອັນເປັນການສ້າງລາຍໄດ້ໃຫ້ແກ່ລັດ ກໍຄືພໍ່ແມ່ປະຊາຊົນ.
ນອກຈາກຈຸດດີດັ່ງກ່າວນີ້ແລ້ວ ພວກເຮົາຍັງມີຈຸດອ່ອນທີ່ຈະຕ້ອງແກ້ໄຂ ເປັນຕົ້ນ ຍັງມີນັກທ່ອງທ່ຽວ ຈຳນວນຫນຶ່ງທີ່ມາທ່ອງທ່ຽວ ເພື່ອຫວັງຜົນປະໂຫຍດຈາກເດັກນັ້ນກໍຄື ການຮ່ວມປະເວນີກັບເດັກ, ໂດຍອາໄສຈຸດອ່ອນທາງດ້ານເສດຖະກິດ, ລະດັບການສຶກສາ ໂດຍສະເພາະເດັກນ້ອຍຢູ່ຕາມຊົນນະບົດ ທີ່ຫລົງ ໄຫລເຂົ້າຕົວເມືອງໃຫຍ່ ເພື່ອຊອກວຽກເຮັດງານທຳ, ແຕ່ກົງກັນຂ້າມວຽກໃນເມືອງໃຫຍ່ຊ້ຳພັດຕ້ອງການມີຄວາມຮູ້, ມີຄວາມສາມາດ ຫຼື ມີປະ ສົບການ ຈຶ່ງເຮັດໃຫ້ເດັກ ເຫຼົ່ານີ້ ບໍ່ໄດ້ເຮັດວຽກຕາມຈຸດປະສົງ ແລະ ກໍຈະມັກຕົກເປັນເຫຍື່ອຂອງການຄ້າມະ ນຸດ ກ້າວໄປເຖິງການຖືກຂູດຮີດ ທາງເພດ. ພວກທີ່ສະແຫວງ ຫາຜົນປະໂຫຍດ ຈາກເດັກນ້ອຍເຫລົ່ານີ້ ມັກຮັບຄວາມຊ່ວຍເຫລືອຈາກຄົນບໍ່ດີ ຈຳນວນຫນຶ່ງທີ່ອາໄສເຮັດທຸລະກິດບັງຫນ້າ ເປັນຕົ້ນເຮັດບໍລິສັດນຳທ່ຽວໂຮງແຮມ, ເຮືອນພັກ, ຮ້ານອາ ຫານ ເປັນຜູ້ຕິດຕໍ່ຈັດຫາເດັກນ້ອຍມາໄວ້ຄອຍບໍລິການໃຫ້ແກ່ນັກທ່ອງທ່ຽວ ເພື່ອເຮັດໃຫ້ເດັກໄດ້ຮັບການປົກປ້ອງຕາມເຈດຈຳນົງຂອງລະ ບຽບກົດຫມາຍ ພວກເຮົາຕ້ອງຊ່ວຍກັນບໍ່ວ່າຈະເປັນອົງການຈັດຕັ້ງລັດ ອົງການຈັດຕັ້ງສັງຄົມ ຕ້ອງເປັນເຈົ້າການຊ່ວຍກັນ, ໂດຍສະເພາະອົງການປົກຄອງທ້ອງຖິ່ນ ກໍຄືການຈັດຕັ້ງ ບ້ານຕ້ອງໄດ້ກວດຄືນກັບບັນດາໂຮງແຮມ, ເຮືອນພັກ, ຮ້ານອາຫານທີ່ຢູ່ພາຍໃຕ້ການດູແລຂອງຕົນວ່າ ເຄື່ອນໄຫວຖືກຕ້ອງຕາມລະບຽບ ການ ຫຼືບໍ ພໍ່ແມ່ຜູ້ປົກຄອງເດັກກໍຄືກັນຕ້ອງໄດ້ໃກ້ຊິດຕິດແທດກັບລູກ ຫລານຂອງຕົນ. ສຶກສາອົບຮົມເຂົາເຈົ້າໃຫ້ຮູ້ຈັກການອອກແຮງງານ ຮູ້ເຖິງຜົນສະທ້ອນຂອງການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ. ຖ້າຫາກພົບເຫັນເດັກຖືກກະທຳໃນສິ່ງບໍ່ດີເຫລົ່ານີ້ ຕ້ອງລາຍງານຕໍ່ເຈົ້າຫນ້າທີ່ ເພື່ອນຳໃຊ້ມາດຕະການທາງກົດຫມາຍ, ເປັນຕົ້ນ ກົດຫມາຍອາຍາ ມາດຕາ 129 ວ່າດ້ວຍການທຳຊຳເລົາເດັກ ຊຶ່ງກຳນົດໂທດຕັດອິດສະ ລະພາບ ແຕ່ຫນຶ່ງປີຫາຫ້າປີ ປັບໃຫມແຕ່ 2- 5 ລ້ານກີບ ແລະ ມາດຕາ 89 ຂອງ ກົດຫມາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງເດັກໃນວັກທີສາມກໍໄດ້ລະບຸໄວ້ວ່າ ການຮ່ວມປະເວນີກັບເດັກທີ່ມີອາຍາຕ່ຳກວ່າ 12 ປີ ຈະດ້ວຍຮູບການໃດກໍຕາມ ກໍໃຫ້ຖືວ່າເປັນການຂົ່ມຂືນ ຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບປີ ແລະຈະຖືກປັບໃຫມແຕ່ 7-15 ລ້ານກີບ ແລະ ວັກທີ 4 ກໍກຳນົດໄວ້ວ່າບຸກ ຄົນຜູ້ໃດທີ່ໄດ້ສະເຫນີ ຮັບເອົາ, ຈັດຫາ ຫຼື ສະໜອງເດັກ ທີ່ ມີອາຍຸຕ່ຳກວ່າ 187 ປີລົງມາໃຫ້ ເປັນໂສເພນີກໍຖືວ່າເປັນການກະ ທຳຜິດ ແລະ ຈະຖືກລົງໂທດຕາມມາດຕາ 134 ຂອງກົດຫມາຍອາຍາ ວ່າດ້ວຍ ການຄ້າມະນຸດ./.
ຢາເສບຕິດ ມີອັນຕະລາຍແນວໃດຕໍ່ຜູ້ເສບ
* ຢາເສບຕິດເປັນສານກະຕຸ້ນ ຫຼື ລະງັບລະບົບປະສາດທີ່ໄດ້ຈາກພືດທີ່ໃຫ້ສານເສບຕິດ ຫຼື ໄດ້ຈາກການສັງເຄາະເຄມີ, ເມື່ອຄົນເຮົາຫາກໄດ້ເສບຈະມີຜົນສະທ້ອນ ຢ່າງຮຸນແຮງຕໍ່ສຸຂະພາບຮ່າງກາຍ ແລະ ຈິດປະ ສາດຂອງຜູ້ເສບ, ຊຶ່ງເມື່ອຜູ້ເສບຫາກໄດ້ຕິດ ຫຼື ເສບເລື້ອຍໆ ມັນກໍ່ຍິ່ງມີຄວາມເສຍຫາຍຕ່າງໆນາໆ ເພີ່ມຂຶ້ນ. ປະຈຸບັນ ສປປ ລາວ ກໍ່ແມ່ນປະເທດຫນຶ່ງທີ່ໄດ້ຮັບຜົນສະ ທ້ອນອັນຮ້າຍແຮງຈາກສິ່ງເສບຕິດ, ເນື່ອງຈາກໄດ້ມີຜູ້ລະເມີດລັກ ລອບນຳສົ່ງຢາເສບຕິດເຂົ້າມາຈຳ ຫນ່າຍ ແລະເປັນສາເຫດທີ່ພາໃຫ້ມີປະຊາຊົນຫລາຍຮ້ອຍຄົນໄດ້ຕົກເປັນເຫຍື່ອຂອງສິ່ງເສບຕິດ ຢ່າງຮ້າຍແຮງທີ່ສຸດ, ໂດຍສະເພາະແມ່ນໄວຫນຸ່ມ, ຊາວຫນຸ່ມ, ເຍົາວະຊົນຜູ້ທີ່ໜຸ່ມນ້ອຍ ຫຼື ລູກຫລານຂອງປະຊາ ຊົນລາວພວກເຮົານັ້ນເອງ.
ສະນັ້ນ, ມື້ນີ້ຜູ້ຂຽນຢາກນຳເອົາບາງບັນຫາທີ່ເປັນປະກົດການຫຍໍ້ທໍ້ຂອງສັງຄົມ ຫຼື ຜົນສະທ້ອນຂອງຢາເສບຕິດມາຝາກໃຫ້ແກ່ຜູ້ອ່ານ.
ທ່ານຜູ້ອ່ານ ຄວາມຈິງແລ້ວ ຢາເສບຕິດໄດ້ແບ່ງອອກເປັນ 2 ປະເພດ ຄື ຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ ແລະ ສານເຄມີທີ່ຖືກຕ້ອງຄວບຄຸມການນຳໃຊ້.
- ຢາເສບຕິດທີ່ເກືອດຫ້າມໄດ້ແກ່: ເຮໂຣອິນ, ຢາບ້າ, ໂຄເຄນ, ຢາອີ ໂດຍບໍ່ອະນຸຍາດໃຫ້ນຳໃຊ້ເດັດ ຂາດ.
- ຢາເສບຕິດແລະສານເຄມີທີ່ຖືກຄວບຄຸມການນຳໃຊ້ໄດ້ແກ່: ມອກຟີນ, ຢາຝິ່ນ, ໂກເດອິນ, ເມຕາໂດນ, ແນແຕກມິນ, ມີດາໂຊລຳ, ອາໂມບາກບີຕານ, ອາຕິກແອນ ຮາຍໄດຼ ອາເຊີຕິນກຼໍລາຍ ແລະ ອື່ນໆ ຊຶ່ງ ຄວາມຈິງແລ້ວການເສບຢາເສບຕິດຈະບໍ່ສາມາດຊ່ວຍຜ່ອນ ຄາຍສິ່ງໃດຫນຶ່ງໃນຮ່າງກາຍຂອງຄົນເຮົາ, ເມື່ອເສບໄປແລ້ວແຕ່ເປັນພິດ, ເປັນໄພທີ່ຮ້າຍແຮງຕໍ່ຮ່າງ ກາຍ ໂດຍສະເພາະແມ່ນຮ່າງກາຍຂອງຜູ້ເສບເອງ, ສະຫມອງຖືກທຳ ລາຍ ຖ້າເສບໄປດົນຜູ້ເສບຈະກາຍເປັນບ້າ, ເສຍຈິດ ມັກໃຊ້ຄວາມຮຸນແຮງໃນເວລາຫີວຢາຂຶ້ນມາສາ ມາດທຳລາຍຜູ້ອື່ນ ແລະຕົນເອງໄດ້ເຊັ່ນ: ຂ້າພໍ່ແມ່ແລະຄອບຄົວຕົນ ຫຼື ທຳຮ້າຍຮ່າງກາຍບຸກຄົນອື່ນໄດ້. ຜູ້ຕິດຢາເສບຕິດຈະສ້າງໃຫ້ຄອບຄົວເກີດມີຄວາມສັບສົນວຸ້ນວາຍ, ແຕກແຍກ ເສຍຊື່ສຽງຂອງຄອບຄົວວົງຕະກຸນ, ຄອບຄົວຂາດການເຊື່ອຖື, ເຮັດໃຫ້ສະພາບຄອບຄົວຕົກຕ່ຳ, ຊັບສິນຖືກນຳໄປໃຊ້ຈ່າຍໃນທາງທີ່ບໍ່ມີປະໂຫຍດເຊັ່ນ: ຜູ້ຕິດຢາໃນຄອບ ຄົວໄດ້ກໍ່ຄວາມເສຍຫາຍໃຫ້ບຸກຄົນອື່ນ. ການກໍ່ອາຊະຍະກຳຕ່າງໆ ທີ່ເປັນສາເຫດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ນອກຈາກນັ້ນການເສບຢາເສບຕິດຍັງສົ່ງຜົນສະທ້ອນ ຫຼື ຜົນຮ້າຍຕໍ່ຄວາມຫມັ້ນ ຄົງຂອງຊາດ ໃນກໍລະນີປະຊາຊົນຫາກມີການຕິດຢາເພີ່ມຂຶ້ນເທົ່າໃດ,ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບກໍ່ບໍ່ສາມາດເປັນກຳລັງແຮງໃນການສ້າງສາພັດ ທະນາປະເທດຊາດເຊັ່ນດຽວກັນ, ສະນັ້ນຈະເຮັດແນວໃດເພື່ອໃຫ້ຊີວິດ, ອະນາຄົດຂອງຕົນມີຄວາມກ້າວຫນ້າ, ຄອບຄົວມີຄວາມຜາສຸກປາສະຈາກສິ່ງເສບຕິດນັ້ນ ພວກເຮົາຫມົດທຸກຄົນຢູ່ໃນສັງຄົມເປັນຕົ້ນແມ່ນ: ເຍົາວະຊົນ, ນັກຮຽນ, ນັກສຶກສາ, ຊາວຫນຸ່ມພວກເຮົາ ຕ້ອງເປັນເຈົ້າຕົນເອງ ໃນການຕ້ານ, ສະກັດກັ້ນແລະໂຄສະນາເພື່ອ ປົກປ້ອງຊ່ວຍເຫລືອ ຫຼື ເອົາຊີວິດຂອງບຸກຄົນອື່ນໃຫ້ພົ້ນຈາກຢາເສບ ຕິດ ແລະ ພ້ອມກັນສ້າງສາ, ພັດທະ ນາ ປະເທດຊາດ ຂອງພວກເຮົາໃຫ້ນັບມື້ນັບທັນສະໄຫມໄປເລື້ອຍໆ./.
ການສືບທອດມູນມໍລະດົກຕາມພິໄນກຳແມ່ນແນວໃດ
* ທ່ານຜູ້ອ່ານ! ການເຮັດພິໄນກຳ ແມ່ນບັນຫາຫນຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ຄວນຮັບຮູ້ໃຫ້ເຂົ້າໃຈ ແລະ ນຳໃຊ້ໃຫ້ຖືກຕ້ອງ ເພື່ອປາສະ ຈາກຂໍ້ຜິດພາດຕ່າງໆ ທີ່ຂັດກັບລະ ບຽບຫຼັກການແນໃສ່ເພື່ອເຮັດໃຫ້ສັງ ຄົມລາວມີຄວາມເປັນລະບຽບຮຽບ ຮ້ອຍ. ພົນລະເມືອງລາວທຸກຄົນມີສິດ ທີ່ຈະມອບ ຫຼື ຍົກຊັບ ຫຼື ເຮັດພິໄນກຳມອບຊັບສິ່ງຂອງໃດຫນຶ່ງໃຫ້ບຸກຄົນໃດຫນຶ່ງ ຫຼື ຫຼາຍຄົນ, ອົງ ການຈັດຕັ້ງຂອງລັດລວມຫມູ່ ຫຼື ອົງການ ຈັດຕັ້ງສັງຄົມອື່ນໆໄດ້ ໃນເວລາທີ່ຜູ້ມອບຊັບຫຼືເຈົ້າມູນນັ້ນຍັງມີຊີວິດຢູ່.
ການມອບຊັບແມ່ນການເອົາຊັບຂອງຕົນໃຫ້ບຸກກຄົນອື່ນ ໂດຍບໍ່ມີເງື່ອນໄຂ ກ່ອນທີ່ເຈົ້າມູນຍັງບໍ່ທັນເສຍຊີວິດ, ຊຶ່ງຜູ້ຮັບຊັບຈະເປັນເຈົ້າກຳມະສິດຕໍ່ຊັບທີ່ມອບນັ້ນ ນັບແຕ່ມື້ ທີ່ໄດ້ຮັບຊັບນັ້ນເປັນຕົ້ນໄປ.
ການຍົກຊັບແມ່ນ ການເອົາຊັບຂອງຕົນໃຫ້ບຸກຄົນອື່ນ ໂດຍບໍ່ມີ ເງື່ອນໄຂໃນເວລາທີ່ຕົນຍັງມີຊີວິດຢູ່ ຊຶ່ງຜູ້ຮັບຈະກາຍເປັນເຈົ້າກຳມະສິດໄດ້ ກໍ່ຕໍ່ເມື່ອຜູ້ຮັບໄດ້ປະຕິບັດຕາມເງື່ອນ ໄຂທີ່ໄດ້ຕົກລົງກັບຜູ້ຍົກຊັບສຳເລັດ ການສືບທອດມູນມໍລະດົກສາມາດ ສືບທອດໃນສອງກໍລະນີຄື:
1.ການສືບທອດມູນມໍລະດົກ ຕາມກົດຫມາຍ.
2. ການສືບທອດມູນມໍລະດົກ ຕາມພິໄນກຳ.
ຊຶ່ງມື້ນີ້ຜູ້ຂຽນຈະໃຫ້ຄວາມຈະ ຈ່າງແຈ້ງກ່ຽວກັບການສືບທອດມູນ ມໍລະດົກຕາມພິໄນກຳ. ອີງຕາມກົດ ຫມາຍວ່າດ້ວຍມູນມໍລະດົກ ແລະ ພື້ນ ຖານ ການສືບທອດ ມູນມໍລະດົກ ມາດຕາ 32-44 ກໍ່ໄດ້ລະບຸຊັດເຈນ ແລ້ວວ່າ: ເຈົ້າມູນມໍລະດົກມີສິດເຮັດ ພິໄນກຳມອບຊັບສ່ວນໃດສ່ວນຫນຶ່ງ ໃຫ້ບຸກຄົນອື່ນໄດ້ຕາມຄວາມສະ ຫມັກໃຈຂອງເຈົ້າມູນ, ແຕ່ໃນນັ້ນເຈົ້າ ມູນບໍ່ສາມາດເຮັດພິໄນກຳໂດຍມອບ ຊັບທັງຫມົດຂອງເຈົ້າມູນມໍລະດົກ ໃຫ້ແກ່ບຸກຄົນອື່ນໃນກໍລະນີທີ່ເຈົ້າ ມູນມໍລະດົກຫາກມີລູກສືບທອດຢູ່. ໃນກໍລະນີເຈົ້າມູນມີຜູ້ສືບທອດຢູ່ ແຕ່ ຜູ້ກ່ຽວຫາກ ຕ້ອງການເຮັດພິໄນກຳ ໃຫ້ບຸກຄົນອື່ນຫຼືລູກຜູ້ໃດຜູ້ຫນຶ່ງ ຂອງ ເຈົ້າມູນ ແມ່ນຕ້ອງປະຕິບັດ ຕາມລຸ່ມ ນີ້: ກໍລະນີເຈົ້າມູນມີລູກໜຶ່ງ ຄົນການ ມອບຊັບໃນພິໄນກຳບໍ່ໃຫ້ ກາຍເຄິ່ງ ຫນຶ່ງ (1/2) ຂອງຊັບທັງໝົດ.
- ກໍລະນີເຈົ້າມູນມີລູກສອງຄົນ, ການມອບຊັບໃນພິໄນກຳບໍ່ໃຫ້ກາຍຫນຶ່ງສ່ວນສາມ (1/3)ຂອງຊັບທັງໝົດ.
- ກໍລະນີເຈົ້າມູນ ມີລູກສາມຄົນ, ການມອບຊັບໃນພິໄນກຳ ບໍ່ໃຫ້ກາຍຫນຶ່ງສ່ວນສ ີ່(1/4) ຂອງຊັບທັງຫມົດ.
ການເຮັດພິໄນກຳສາມາດເຮັດຂຶ້ນດ້ວຍສອງກໍລະນີຄື:
1. ຖ້າຫາກເຈົ້າມູນມໍລະດົກຕ້ອງ ການຢາກເຮັດພິໄນກຳເພື່ອມອບຊັບຢ່າງໃດຢ່າງຫນຶ່ງໃຫ້ແກ່ບຸກຄົນໃດຫນຶ່ງ ເຈົ້າມູນສາມາດເຮັດພິໄນກຳຂຶ້ນໄດ້, ຊຶ່ງອາດຈະຂຽນດ້ວຍເຈົ້າມູນເອງ ຍິ່ງເປັນການດີທີ່ສຸດ; ແຕ່ໃນກໍລະນີເຈົ້າມູນບໍ່ສາມາດຂຽນໄດ້ນັ້ນ ເຈົ້າມູນສາມາດມອບໃຫ້ບຸກຄົນອື່ນຂຽນກໍ່ໄດ້ ແຕ່ຕ້ອງມີພະຍານຢ່າງຫນ້ອຍສາມຄົນເຂົ້າຮ່ວມນຳ ເພື່ອ ເປັນຫລັກຖານ, ພ້ອມທັງບອກແຈ້ງສະຖານທີ່, ວັນ, ເວລາ, ເດືອນ, ປີ ທີເຮັດພິໄນກຳ, ປະເພດ ແລະ ຈຳ ນວນຊັບທີ່ມອບຊື່ ແລະ ນາມສະກຸນ ຂອງຜູ້ມອບ, ຜູ້ຮັບ, ຜູ້ຂຽນ ແລະ ພະ ຍານ ແລ້ວ ຜູ້ຂຽນຕ້ອງອ່ານພິໄນກຳທີ່ຂຽນນັ້ນ ຊ້ອງຫນ້າເຈົ້າມູນມໍລະ ດົກ ແລະ ພະຍານທີ່ເຂົ້າຮ່ວມຟັງ ເມື່ອເຫັນວ່າຖືກຕ້ອງຕາມຈຸດປະສົງຂອງເຈົ້າມູນມໍລະດົກແລ້ວຜູ້ຂຽນ, ຜູ້ມອບພະຍານຕ້ອງພ້ອມກັນລົງລາຍເຊັນ ແລະ ແປະໂປ້ໄວ້ເພື່ອເປັນຫລັກຖານ, ຫລັງຈາກນັ້ນຕ້ອງໃສ່ ຊອງແລ້ວນຳໄປຂຶ້ນທະບຽບທີ່ສຳນັກ ງານທະບຽນສານແຫ່ງລັດ ຫຼື ນາຍ ບ້ານ ບ່ອນທີ່ເຈົ້າມູນສັງກັດຢູ່ ພ້ອມນີ້ບັນດາພະຍານ ທີ່ເຂົ້າຮ່ວມເຮັດພິໄນກຳຕ້ອງຮັກສາຄວາມລັບຈົນກວ່າຮອດມື້ເປີດການສືບທອດມູນມໍ ລະດົກ ຕາມກົດຫມາຍແລ້ວ ຜູ້ຂຽນພິ ໄນກຳພະຍານໃນພິໄນກຳ ແລະ ຜົວ ຫຼື ເມຍຂອງຜູ້ຂຽນພິໄນກຳ. ພະຍານໃນພິໄນກຳແມ່ນບໍ່ມີສິດສືບທອດມູນມໍລະດົກໃນພິໄນກຳ.
2. ໃນກໍລະນີ ຈຳເປັນທີ່ ເຈົ້າມູນຫາກມີການເຈັບເປັນກະທັນຫັນເປັນ ສາເຫດເຮັດໃຫ້ເຈົ້າມູນບໍ່ສາມາດເຮັດພິໄນກຳ ເປັນລາຍລັກອັກສອນໄດ້; ຍ້ອນຕົກຢູ່ໃນສະພາບອັນຕະ ລາຍທີ່ໃກ້ຈະເສຍຊີວິດ ຫຼື ສາເຫດອື່ນໆ ເຈົ້າມູນກໍ່ສາມາດເຮັດ ພິໄນກຳທາງປາກເປົ່າໄດ້ເຊັ່ນກັນ, ແຕ່ຕ້ອງມີພະຍານຢ່າງຫນ້ອຍສາມຄົນ ເຂົ້າຮ່ວມຮັບຮູ້ນຳ. ຫລັງຈາກນັ້ນພະ ຍານທີ່ເຂົ້າຮ່ວມນັ້ນ ຕ້ອງນຳເອົາຄຳເວົ້າຂອງເຈົ້າມູນໄປສະເຫນີໃຫ້ສຳ ນັກງານທະບຽນສານແຫ່ງລັດ ຫຼື ນາຍບ້ານພ້ອມ ທັງຊີ້ ແຈງສາເຫດທີ່ຈຳເປັນທີ່ພາໃຫ້ເຈົ້າມູນ ບໍ່ສາມາດເຮັດພິໄນກຳ ເປັນລາຍລັກອັກ ສອນໄດ້ ໃຫ້ແກ່ອົງການທີ່ກ່ຽວຂ້ອງຊາບ ແລະ ພິໄນກຳຈະບໍ່ມີຜົນບັງຄັບໃຊ້ໄດ້ກໍ ຕໍ່ເມື່ອເຈົ້າມູນໄດ້ກັບຄືນສູ່ສະພາບປົກກະຕິ ກຳນົດເວລາຫນຶ່ງເດືອນຂຶ້ນໄປ.
ການເຮັດພິໄນກຳຈະເປັນກໍລະນີໃດກໍຕາມ ເຈົ້າມູນມີສິດແຕ່ງຕັ້ງຜູ້ສືບທອດ ສຳຮອງເພື່ອແທນທີ່ ຜູ້ສືບທອດທີ່ເຈົ້າມູນໄດ້ກຳນົດໄວ້ກ່ອນ ເພື່ອໃນບາງກໍລະນີ ເຊັ່ນ: ຜູ້ສືບທອດໄດ້ເສຍຊີວິດກ່ອນເຈົ້າມູນມໍລະດົກ ຫຼື ກໍລະນີອື່ນໆ.
ໃນກໍລະນີເຈົ້າມູນໄດ້ເຮັດພິໄນກຳມອບຊັບຢ່າງໃດຢ່າງຫນຶ່ງໃຫ້ຜູ້ສືບທອດ ຕາມກົດຫມາຍ ຜູ້ສືບທອດນີ້ ນອກຈາກສືບທອດຕາມພິໄນກຳແລ້ວ ຍັງໄດ້ຮັບສ່ວນແບ່ງຕາມກົດ ຫມາຍນຳອີກ.
ໃນກໍລະນີເປີດພິໄນກຳ ແຕ່ຫາກຜູ້ສືບທອດຍັງບໍ່ທັນມີຄວາມສາມາດທາງດ້ານການປະພຶດເຊັ່ນ: ຄົນເປັນບ້າ, ເສຍຈິດ ຫຼື ອາຍຸບໍ່ເຖິງກະສຽນ, ນາຍບ້ານທີ່ ເຈົ້າມູນມໍລະດົກສັງກັດຢູ່ຕ້ອງແຕ່ງຕັ້ງຜູ້ປົກຄອງຊັບນັ້ນ ຈົນກວ່າເດັກຈະເຖິງອາຍຸກະສຽນ ຫຼື ຄວາມສາມາດທາງດ້ານການປະພຶດ ຫຼື ໄດ້ກັບຄືນສູ່ສະພາບປົກກະຕິ.
ເຈົ້າມູນມໍລະດົກສາມາດລົບ ລ້າງ ຫຼື ປ່ຽນແປງພິໄນກຳເກົ່າ ທີ່ຕົນສ້າງຂຶ້ນໄດ້ທຸກເວລາ ດ້ວຍການເຮັດພິໄນກຳໃຫມ່ໄດ້. ນອກຈາກນີ້ການປະຕິບັດພິໄນກຳ ແມ່ນສານຈະເປັນຜູ້ທີ່ມີສິດ ໃນການຈັດຕັ້ງປະຕິບັດ ຖ້າຫາກວ່າເຈົ້າມູນຫາກເສຍ ຊີວິດກ່ອນ ໂດຍບໍ່ໄດ້ແຕ່ງຕັ້ງຜູ້ປະຕິບັດພິໄນກຳ.
ເຖິງຢ່າງໃດກໍຕາມ ເພື່ອຫລີກເວັ້ນຂໍ້ຂັດແຍ່ງທີ່ຈະເກີດຂຶ້ນ ຈາກການສືບທອດມູນມໍລະດົກນັ້ນ, ທຸກຄົນມີຄວາມຈຳເປັນຕ້ອງຊອກຮູ້ບັນ ດາຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງໃຫ້ເຂົ້າ ໃຈ, ໂດຍສະເພາະແມ່ນຜູ້ທີ່ມີຈຸດປະ ສົງຈະເຮັດພິໄນກຳມອບຊັບໃຫ້ບຸກ ຄົນໃດຫນຶ່ງ ທັງນີ້ກໍເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍ ໃນສັງຄົມ./.
ການຮັບຜິດຊອບທີ່ດີຄວນເຮັດແນວໃດ
* ເປັນອັນວ່າມາເຖິງໄລຍະນີ້ກໍຖືວ່າໜ້າຟ້າໜ້າຝົນໄດ້ມາຮອດມາເຖິງກັນອີກແລ້ວ ເຊິ່ງໃນໄລຍະນີ້ມີຫຼາຍສິ່ງຫຼາຍຢ່າງທີ່ຮຽກຮ້ອງໃຫ້ທົ່ວສັງ ຄົມຕ້ອງໄດ້ເພີ່ມຄວາມຮັບຜິດຊອບຂຶ້ນໃຫ້ຫຼາຍກວ່າເກົ່າບໍ່ວ່າຈະເປັນການນຳໃຊ້ລົດນຳໃຊ້ຖະໜົນ, ການຮັກສາສຸຂະພາບ, ການຮັກສາຄວາມສະອາດຈົບງາມຂອງເຮືອນຊານບ້ານຊ່ອງ ແລະ ສຳລັບພະນັກງານລັດຖະກອນທັງພາກລັດທັງຫົວໜ່ວຍທຸລະເອກະຊົນຕ້ອງໄດ້ປັບປຸງ, ຕ້ອງໄດ້ສຶກສາຄົ້ນຄວ້າແນວທາງນະໂຍ ບາຍຂອງພັກ-ລັດ ເລື້ອຍໆ ໂດຍການ ເພີ່ມຄວາມຮັບຜິດຊອບຕໍ່ບັນດາໜ້າວຽກຕ່າງໆທີ່ໄດ້ຮັບການມອບໝາຍ,ແຕ່ຈະເຮັດແນວໃດເພື່ອໃຫ້ຜົນຂອງການເຮັດວຽກອອກມາໄດ້ດີ ມື້ນີ້ ທາງຄໍລຳເພື່ອຄວາມກ້າວໜ້າຂອງຊີ ວິດ, ເພື່ອຄວາມສຳເລັດຂອງອົງ ກອນຂໍອະນຸຍາດນຳສະເໜີຂັ້ນຕອນ ໃນການຮັບຜິດຊອບມາເປັນຂໍ້ຄິດ ແລະ ຖ້າຫາກມີປະໂຫຍດກໍນຳໃຊ້ໄດ້ເລີຍບໍ່ໄດ້ຫວງລິຂະສິດ.
ຄວາມຮັບຜິດຊອບແມ່ນການປະ ຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຢ່າງສົມບູນຄົບຖ້ວນ ຫຼື ອາດເວົ້າວ່າ ເປັນການກະທຳສິ່ງໃດໜຶ່ງທີ່ເກີດມີຄວາມບົກພ່ອງແລ້ວຮູ້ຈັກຍອມຮັບຜິດແລະພ້ອມທີ່ຈະແກ້ໄຂໃຫ້ໄວເທົ່າທີ່ຈະໄວໄດ້.ເປັນທີ່ແນ່ ນອນແລ້ວວ່າ: ຜູ້ທີ່ມີຄວາມຮັບຜິດ ຊອບດີຍ່ອມເປັນຄົນທີ່ມີຄຸນຄ່າ ແລະ ເປັນທີ່ປະທັບໃຈຂອງຄົນອ້ອມຂ້າງ,ເພື່ອນຮ່ວມງານ ເຊິ່ງຈຸດນີ້ມັກໄດ້ຮັບການຍົກຍ້ອງຊົມເຊີຍ,ເປັນທີ່ເຄົາ ລົບນັບຖື ແລະເປັນແວ່ນແຍງທີ່ທຸກໆ ຄົນລ້ວນເຂົ້າມາຖອດຖອນເອົາບົດ ຮຽນທີ່ດີທີ່ກ້າວໜ້າທັງພະຍາຍາມທີ່ຈະເຮັດຕາມເພື່ອໃຫ້ໄດ້ມາເຊິ່ງການເປັນຄົນທີ່ມີຄຸນຄ່າ, ແຕ່ຂະນະດຽວກັນຜູ້ທີ່ບໍ່ມີຄວາມຮັບຜິດຊອບນັ້ນ ມັກເປັນຄົນທີ່ບໍ່ເຫັນຄວາມບົກພ່ອງຂອງຜູ້ອື່ນຂອງຕົນເອງທັງມັກໂຍນສິ່ງທີ່ຜິດພາດ ຫຼື ຈຸດອ່ອນຄົງຄ້າງໃຫ້ພົ້ນຈາກຕົນເອງ. ທີ່ສຳຄັນຄົນທີ່ຂາດຄວາມຮັບຜິດຊອບນີ້ມັກຈະຮັບເອົາແຕ່ຄວາມດີ,ຜົນງານ ຫຼື ວ່າກັນງ່າຍໆກໍຄືການຍາດເອົາຄວາມດີ, ຍາດເອົາຜົນງານຂອງຄົນອື່ນມາເປັນຂອງຕົນເອງ ເຊິ່ງເປັນທີ່ແນ່ນອນແລ້ວ່າ: ຄົນປະເພດນີ້ເປັນປະເພດຄົນທີ່ບໍ່ມີໝູ່ແທ້ມິດຈິງ. ເມື່ອເປັນແນວນີ້, ກໍມີຄວາມຈຳເປັນແລະເປັນສິ່ງທີ່ຮຽກຮ້ອງໃຫ້ມີການຄົ້ນຄິດໃໝ່, ປະພຶດປະຕິບັດໃໝ່ໂດຍການບືນຂຶ້ນ, ກວດ ກາສຳຫລວດຄືນຈຸດໃດທີມັນຫລົມກໍຕ້ອງຫັນນ໋ອດ ໃຫ້ມັນແໜ້ນເພື່ອເປັນການກ້າວຂຶ້ນດ້ວຍຜົນງານທີ່ເກີດຈາກຄວາມຮັບຜິດຊອບຂອງຕົນເອງ. ແລ້ວຈະເຮັດໃດ? ຈຸດນີ້ ຕ່າງຄົນກໍຕ່າງຄິດ ແລະ ກໍມີຫຼາຍສຳ ນັກງານກົມກອງຕ່າງກໍໄດ້ກຳນົກມາດຕະຖານ,ວາງກອບການປະຕິ ບັດ ໜ້າທີ່ວຽກງານໃຫ້ພະນັກງານລັດຖະກອນທັງໃນສ່ວນບຸກຄົນ ແລະ ທີມງານ, ແຕ່ແນວໃດກໍດີຖ້າຫາກຕ້ອງການເປັນຄົນທີ່ມີຄຸນຄ່າ, ເປັນຄົນທີ່ມີຄວາມປະທັບໃຈແລ້ວກໍຕ້ອງ ສ້າງຄວາມສຳນຶກໃຫ້ກາຍເປັນຄົນມີຄວາມຮັບຜິດຊອບດ້ວຍການພັດ ທະນາຕົນເອງໃຫ້ຮູ້ຈັກຂໍ້ບົກພ່ອງທັງປັບປຸງແກ້ໄຂໃຫ້ດີຂຶ້ນ. ທັງນີ້, ກໍຕ້ອງໄດ້ເລີ່ມຈາກການຮູ້ຈັກໃນການຮຽນ ຮູ້ຂໍ້ບົກພ່ອງທີ່ເກີດຂຶ້ນໄປພ້ອມກັບການຮູ້ຈັກແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ສຸດທ້າຍກໍຕ້ອງຮູ້ຈັກປ້ອງກັນບໍ່ໃຫ້ເກີດມີຂໍ້ບົກພ່ອງຢ່າງທັນການ.
ເອົາເປັນວ່າ “ການຮູ້ຈັກ” ທັງສາມຢ່າງນີ້ໜ້າຈະມີຜົນປະໂຫຍດບໍ່ຫຼາຍກໍໜ້ອຍໃນການນຳເອົາໄປຈັດ ຕັ້ງປະຕິບັດທັງໃນຊີວິດສ່ວນຕົວ, ຊີ ວິດຄອບຄົວ ແລະ ຊີວິດຂອງການເປັນພະນັກງານລັດຖະກອນຂອງພວກເຮົາທຸກໆຄົນ ແລະ ພວກເຮົາກໍຈະກາຍເປັນຄົນທີ່ມີຄວາມຮັບຜິດຊອບ, ເປັນຄົນທີ່ມີຄຸນຄ່າທີ່ຍາມໃດກໍມີຄວາມໜ້າປະທັບໃຈຂອງຄົນຮອບຂ້າງ ແລະ ຄົນທີ່ໃກ້ຊິດ./.
ການສວຍໃຊ້ອຳນາດ ມີຄວາມຜິດຄືແນວໃດ
* ທ່ານຜູ້ອ່ານທີ່ຮັກແພງ! ມະ ນຸດເຮົາທຸກຄົນໃຜໆ ກໍປາຖະຫນາ ຢາກມີອຳນາດວາດສະຫນາດີ, ຢາກເປັນເຈົ້າຄົນນາຍຄົນ ແຕ່ສິ່ງທີ່ປາຖະ ຫນາດັ່ງກ່າວ ບາງທ່ານກໍສົມຫວັງ ແລະບາງທ່ານກໍຜິດຫວັງ. ແຕ່ຄວາມສົມຫວັງ, ຜິດຫວັງນັ້ນ ມັນກໍມີສ່ວນຂຶ້ນກັບການກະທຳຂອງຕົວເຮົາເອງ ບາງທ່ານກໍນັບວ່າເປັນຄົນທີ່ໂຊກດີທີ່ໄດ້ເປັນພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດຕະຫລອດຮອດນາຍບ້ານທີ່ມີຫນ້າທີ່ຕຳແຫນ່ງງານດີພໍສົມຄວນ ຊຶ່ງພັກ-ລັດໄດ້ມອບສິດອຳນາດແຕ່ຂັ້ນພື້ນຖານ ຈົນຮອດຂັ້ນ ສູນກາງ, ບາງຄົນເມື່ອໄດ້ຮັບການມອບຫມາຍສິດອຳນາດໃດຫນຶ່ງໃຫ້ ຕົນຮັບຜິດຊອບແລ້ວ ຕົນເອງພັດຫລົງໄຫລລືມຕົວ, ລືມການນຳໃຊ້ຫລັກ ການລວມສູນປະຊາ ທິປະໄຕ ແລະການເຮັດວຽກແບບເປັນຫມູ່ຄະ ນະ, ບາງຄັ້ງກໍສວຍໃຊ້ອຳນາດຫນ້າທີ່ຕົນເອງທີ່ມີຢູ່ໃນປະຈຸບັນນັ້ນ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ຊຶ່ງບັນຫາດັ່ງກ່າວເກີດຂຶ້ນຫລາຍໃນສັງ ຄົມປະຈຸບັນ, ສ່ວນຫລາຍແມ່ນຢູ່ຕາມສຳນັກ ງານ, ອົງການ ແລະ ຂະແຫນງການຕ່າງໆທີ່ໃຫ້ການບໍລິ ການແກ່ພໍ່ແມ່ປະຊາຊົນ ຜູ້ທີ່ມີລະດັບການສຶກສາຫນ້ອຍ ຫລື ຮູ້ເທົ່າບໍ່ເຖິງການ. ໃນແນວຄວາມຄິດຂອງພວກທີ່ສວຍໃຊ້ອຳນາດຫນ້າທີ່ຂອງຕົນນີ້ ຍາມໃດກໍອ້າງ ແລະ ສະແດງວ່າຕົນເອງສາມາດເຮັດອັນນັ້ນໃຫ້ໄດ້, ເຮັດອັນນີ້ໃຫ້ໄດ້ ສະເຫນີເຫດຜົນຕ່າງໆ ນາໆ ເພື່ອເຮັດແນວໃດໃຫ້ພໍ່ແມ່ປະ ຊາຊົນມີຄວາມເຊື່ອຫມັ້ນຕົນ ເພື່ອຫວັງຜົນປະໂຫຍດຄ່າຕອບແທນ ແລະບໍ່ຕ່າງຫຍັງກັບການຮັບສິນບົນ. ໃນປັດຈຸບັນນີ້ການສວຍໃຊ້ອຳນາດ ຫນ້າທີ່ກໍນັບວ່າແຜ່ລາມຫລາຍໃນກຸ່ມຂອງພະນັກງານ, ລັດຖະກອນ, ທະຫານ,ຕຳຫລວດ ແລະ ບຸກຄົນ ອື່ນໆ (ເວົ້າສະເພາະຜູ້ທີ່ສວຍໃຊ້ອຳ ນາດ) ຈົນກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ, ເຮັດໃຫ້ສັງ ຄົມບໍ່ມີຄວາມສະຫງົບສຸກ ແລະ ບໍ່ຍຸຕິທຳບັນຫາດັ່ງ ກ່າວນີ້ມີຜົນສະທ້ອນອັນບໍ່ດີ ເຖິງອຳ ນາດລັດ, ເຮັດໃຫ້ກົງຈັກການຈັດຕັ້ງ ຂອງລັດອ່ອນແອ, ຖືກຕຳນິວິຈານໄປໃນທາງທີ່ບໍ່ດີ, ຂາດຄວາມເຄົາ ລົບນັບຖື, ເຮັດໃຫ້ມະຫາຊົນຜູ້ທີ່ບໍເບິ່ງບັນ ຫາໄປໃນທາງບວກນັ້ນຕີລາ ຄາວ່າ:ການຈັດຕັ້ງຂອງລັດຫລິ້ນພັກ ຫລິ້ນພວກ ເຫັນແຕ່ຈຸ້ມເຈື້ອເຊື້ອ ສາຍ. ເມື່ອເກີດມີບັນຫາດັ່ງກ່າວນີ້ ທຸກຄົນຕ້ອງມີສ່ວນຮ່ວມໃນການແກ້ໄຂບັນຫາ ແລະແນວຄິດ ເພື່ອໃຫ້ປະ ຕິບັດໄປໃນທາງທີ່ເຫມາະສົມ ແລະ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ. ເພື່ອຕັດຮາກຖອນເຫງົ້າພະຍາດອາດຍາສິດໃຫ້ຫມົດສິ້ນໄປຈາກແນວຄິດຂອງຄົນໃນສັງຄົມລາວ, ເພື່ອດັດປັບກະໂຕແນວຄິດຂອງຜູ້ທີ່ສວຍໃຊ້ອຳ ນາດນັ້ນ ໃຫ້ຫັນປ່ຽນໄປໃນທາງທີ່ຖືກຕ້ອງ,ໃຫ້ເຫັນແກ່ຜົນປະໂຫຍດ ຂອງສ່ວນລວມ, ຜົນປະໂຫຍດຂອງສັງຄົມເປັນຫລັກ, ເພື່ອເຮັດແນວໃດໃຫ້ປະເທດຊາດບ້ານເມືອງຂອງຕົນຈະເລີນກ້າວຫນ້າ ແລະ ມີຄວາມສີວິໄລທຽບທັນກັບປະເທດອື່ນເຂົາ ແລະ ອີກປະ ການຫນຶ່ງ ກໍຮຽກຮ້ອງມາຍັງສຳນັກງານ, ອົງການຕ່າງໆ ຕ້ອງສຶກສາອົບຮົມແນວຄິດໃຫ້ແກ່ພະນັກ ງານ,ລັດຖະກອນ, ທະຫານ, ຕຳຫຼວດ ແລະ ບຸກຄົນອື່ນໆ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີແນວຄິດ ແລະ ທັດສະນະມະຫາຊົນຢ່າງກ້ວາງຂວາງ, ຢ່າເຫັນແກ່ຕົວ, ຢ່າລືມຕົວ ແລະ ຢ່າມີແນວຄິດດູຫມິ່ນປະຫມາດຜູ້ອື່ນ ແລະ ຢ່າຕື່ນໃນສິດ ແລະ ອຳນາດຂອງຕົນ ທີ່ພັກ-ລັດໄດ້ມອບຫມາຍໃຫ້ຈົນກາຍເປັນຄົນທີ່ມີແນວຄິດບໍ່ດີ. ດັ່ງນັ້ນ ເພື່ອເປັນການຫລີກເວັ້ນບັນຫາ ແລະ ແນວຄິດທີ່ບໍ່ດີໃນການວຍໃຊ້ອຳນາດໃນຖັນແຖວພະນັກງານ,ລັດຖະກອນ, ທະ ຫານ, ຕຳຫລວດ ແລະ ບຸກຄົນອື່ນໆ ທີ່ມີສິດນັ້ນ ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ວາງມາດຕະການໃສ່ຜູ້ກະທຳຜິດ ຊຶ່ງໄດ້ລະບຸໄວ້ໃນກົດຫມາຍອາ ຍາມາດຕາ 153 ວ່າ: ພະນັກງານຜູ້ໃດ ຫາກອີງໃສ່ອຳນາດ, ຕຳແໜ່ງ, ໜ້າ ທີ່ຂອງຕົນ ໄດ້ຫາຜົນປະໂຫຍດ ສ່ວນຕົວ ຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫລືສິດ ແລະ ຜົນປະໂຫຍດຂອງພົນ ລະເມືອງຈະຖືກລົງໂທດຕັດອິດສະ ລະພາບແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃຫມແຕ່ 300.000 ຫາ 3.000.000ກີບ. ໃນກໍລະນີທີ່ການ ສວຍໃຊ້ອຳນາດໄດ້ເຮັດໃຫ້ມີຄວາມເສຍຫາຍຢ່າງຫລວງຫລາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃຫມ ແຕ່ 1.000.000 ຫາ 50.000.000 ກີບ./.
------------