8 ຄູ່ຂຶ້ນເວທີສະແດງລາຍມວຍ ນ໋ອກກັນ 2 ຄູ່
* ນັກ ມວຍ ທັງ 8 ຄູ່ ຈາກ 10 ຄ້າຍ ມວຍ ຂຶ້ນ ເວທີ່ ສະ ແດງ ລີລາ ສິລະ ປະການ ຕໍ່ ສູ້ ປ້ອງ ກັນ ຕົວ ຢ່າງ ດຸ ເດືອດ ແລະ ມ່ວນ ຊື່ນ ຖືກ ໃຈ ກອງ ເຊຍ ເປັນຢ່າງ ຍິ່ງ ເຊິ່ງມີ ການ໋ອກກັນ 2 ຄູ່ , ຊະນະ ຄະ ແນນ 4 ຄູ່ ແລະ ສະ ເຫມີ 1 ຄູ່ .
ການ ແຂ່ງຂັນ ຊົກມວຍ ລາຍ ການ ເອັມ 150( M-150 ) ໄດ້ ມີ ຂຶ້ນ ໃນວັນ ທີ 8 ເມສາ ມານີ້ ທີ່ ເວທີ ມວຍ ໂຮງ ກາ ຍະ ສິນ ແຫ່ງ ຊາດ ໂດຍ ມີ ນັກ ມວຍ ໂດ່ງດັງ ຂຶ້ນ ເວທີ 8 ຄູ່ ດ້ວຍ ກັນ . ສຳລັບ ມວຍ ຄູ່ ເອກ ເປັນ ການ ຊົກ ກັນ ລະຫວ່າງ ບຸນ ພິສິດ ຂວັນ ໃຈ ສີ ໂຄດ ພົບ ໂທ ມັດ ສໍ ລັດສະຫມີ ໃນ ລຸ້ນ 53 ກິ ໂລ ; ຄູ່ ນີ້ ມີ ການ ປ່ຽນ ຄູ່ ຊົກ ກັນ ເນື່ອງ ຈາກ ວ່າ ກາ ວີ ກະຊວງ ປກສ ບໍ່ ມາ ຂຶ້ນຊົກ ຕາມ ແຜນ ຈຶ່ງ ປ່ຽນເອົາ ບຸນ ພິສິດ ຂວັນ ໃຈ ສີ ໂຄດ ຂຶ້ນ ເວທີ່ ແທນ , ຜ່ານ ການ ຊົກ ບຸນ ພິສິດ ເປັນຝ່າຍ ເອົາ ຊະນະ ຄະ ແນນ ໂທ ມັດ ໄດ້ ສຳ ເລັດ . ການ ຊົກ ຂອງ ທັງ ຄູ່ ມີ ຄວາມ ດຸ ເດືອດ ແລະ ມ່ວນ ຊື່ນ ຖືກ ໃຈ ກອງ ເຊຍ ແຕ່ ກໍ່ ເປັນ ທີ່ຮູ້ກັນ ແລ້ວ ວ່າ ໂທ ມັດ ໄດ້ ຝຶກ ຊ້ອມ ເພື່ອ ແກ້ ທາງ ມວຍ ກາ ວີ ໄວ ້ , ແຕ່ ພໍ ຂຶ້ນ ເວທີພົບ ກັບ ບຸນ ພິສິດ ຈຶ່ງ ເຮັດ ໂທ ມັດ ເປັນ ຝ່າຍ ເສຍປຽບ ກໍ່ ເລີຍ ສົ່ງ ຜົນ ໃຫ້ ໂທ ມັດ ເປັນ ຝ່າຍ ປະລາ ໄຊ ໄປ ໃນທີ່ສຸດ .
ສ່ວນ ຜົນ ການ ແຂ່ງຂັນ ຄູ່ ອື່ນ ມີ ຄື : ມວຍ ກ່ອນ ລາຍການ ອາທິດ ສໍ ທິບ ພະ ກອນ ຊະນະຄະ ແນນ ກູ້ ກຽດ ຂວັນ ໃຈ ສີ ໂຄ ໃນ ລຸ້ນ 30 ກິ ໂລ ແລະ ໄພ ວັນ ເພັດ ແພງ ຂວັນ ສະ ເຫມີ ຊະນະ ໄຊ ຂວັນ ໃຈ ສີ ໂຄດ ໃນ ລຸ້ນ 34 ກິ ໂລ , ນາງ ຄຳ ມາຍ ກອງທັບ ຊະນະ ຄະ ແນນ ນາງ ທິນ ນະກອນ ຂວັນ ໃຈ ສີ ໂຄດ ໃນ ລຸ້ນ 53 ກິ ໂລ , ເສືອ ນ້ອຍ ສໍ ລັດສະຫມີ ຊະ ນະ ນິນ ດຳ ໄອ ໂອ ດິນ ໃນ ລຸ້ນ 40 ກິ ໂລ , ພອນ ໄຊ ຂວັນ ໃຈ ສີ ໂຄດ ຊະນະ ຄ ະ ແນນ ແສງ ເພັດ ສິດ ອາລີ ໃນ ລຸ້ນ 62 ກິ ໂລ , ຮອງ ຄູ່ ເອກ ດູ ສິດ ເພັດ ແພງ ຂວັນ ຊະນະ ນ໋ອກ ມະນີ ແດງ ລູກບ້ານ ດຸ ງ ໃນ ຍົກທີ 4 ຂອງ ລຸ້ນ 48 ກິ ໂລ ແລະ ແລມ ໂບ້ ສໍ ສິງ ຄຳ ຊະນະ ນ໋ອກ ສະຫຍາມ ນ້ອຍ ສໍ ທິບ ພະ ກອນ ໃນ ຍົກ ທີ 2 ຂອງ ລຸ້ນ 56 ກິ ໂລ ./.
ກັບຫນາ້ພາສາລາວ