ເປ​ຕັງ ອີກ​ໜຶ່ງ​ຄວາມ​ຫວັງ​ໃນ​ຊີ​ເກ​ມຄັ້ງ​ທີ 25

* ຫລາຍ ປະ ເພດ ກິລາ ທີ່ ມີ ຄວາມ ຫວັງ ໄດ້ ຫລຽນ ໃນ ຊີ ເກ ມ ໃນ ນີ້ ກິລາ ເປ ຕັງ ຂອງ ລາວ ກໍ່ ແມ່ນ ປະ ເພດ ກິລາ ປາຍ ແຫລມ ໃນ ການ ຍາດ ແຍ່ງ ຫລຽນ ຄຳ ໃນ ຊີ ເກ ມ ຄັ້ງທີ 25 ໃນ ປີ 2009 ທັງ ນີ້ກໍ່ ຍ້ອນ ວ່າ ນັກ ກິລາ ເປ ຕັງ ຂອງ ລາວ ແມ່ນ ຢູ່ ໃນ ລະດັບ ແຖວ ຫນ້າ ຂອງ ບັນ ດາ ປະ ເທດ ກຸ່ມ ອາ ຊຽນ , ໃນ ຊີ ເກ ມ ຄັ້ງທີ 24 ຜ່ານ ມາ ກໍ່ ຍາດ ມາ ໄດ້ 2 ຫລຽນ ຄຳ ແລະ 5 ຫລຽນທອງ.
ທ່ານ ຄຳຫລ້າ ວິນ ໄລ ທອງ , ຮອງ ປະທານ ທັງ ເປັນ ເລ ຂາທິການ ສະຫະພັນ ເປ ຕັງ ແຫ່ງ ຊາດ ລາວ ໃຫ້ ສຳ ພາດວ່າ : ມາ ເຖິງປະຈຸບັນ ນັກ ກິລາ ທີ ມຊາດ ໄດ້ ເຂົ້າ ສູນ ຝຶກ ຊ້ອມ ທີ່ ມະຫາວິທະຍາ ໄລ ແຫ່ງ ຊາດ ມາ ແຕ່ ເດືອນ ກຸມພາ ເປັນຕົ້ນມາ ໃນ ຈຳນວນ 30 ຄົນ ໃນ ນີ້ ເປັນນັກກິລາ ຍິງ 15 ຄົນ, ໃນ ຈຳນວນ ນັກ ກິລາ ທັງ ຫມົດ ນີ້ມີ ນັກ ກິລາ 2 ຄົນ ຄື : ທ້າວ ວັ ດທະນາ ໄຊ ຄຳ ພາ ວົງ ແລະ ນາງ ຈັນ ສະ ຫມອນ ວົງ ສະຫວັດ ເຈົ້າ ຂອງ ຫລຽນ ຄຳ ໃນ ມະຫະກຳ ຊີ ເກ ມ ຄັ້ງທີ 24 ທີ່ ປະ ເທດ ໄທ ກໍ່ ໄດ້ ເຂົ້າ ສູນ ຝຶກ ຊ້ອມ ເຊັ່ນ ກຽວ ກັນ . ຜ່ານ ການ ຝຶກ ແອບ ນັກ ກິລາ ຫລາຍ ຄົນ ແມ່ນ ມີ ການ ພັດທະນາ ຍ້ອນ ວ່າ ພວກ ເຂົາ ເຫລົ່ານັ້ນ ໄດ້ ທຸ້ມ ເທ ທັງ ແຮງ ກາຍ ແລະ ມັນ ສະຫນອງ ເຂົ້າ ໃນ ການ ຝຶກ ແອບ ເປັນຢ່າງ ດີ ອັນ ໄດ້ ເຮັດ ໃຫ້ ສີມື ແລະ ປະສົບ ການ ເພີ່ມ ຂຶ້ນຢ່າງ ຕໍ່ ເນື່ອງ , ເພື່ອ ເຮັດ ໃຫ້ ນັກ ກິລາ ໄດ້ ທົດ ສອບ ຄວາມ ສາມາດ ຢ່າງ ລຽນຕິດ ແລະ ເປັນ ການ ເກັບ ກ່ຽວ ປະສົບ ການ ມາ ພັດທະນາ ຕົນ ເອງ , ທາງ ສະຫະພັນ ກໍ່ ໄດ້ ຈັດການ ແຂ່ງຂັນ ເປ ຕັງ ສັນຈອນ ທົ່ວ ປະ ເທດ ຂຶ້ນຫລາຍ ຄັ້ງ ເຊິ່ງ ໃນ ແຕ່ລະຄັ້ງ ກໍ່ ເຫັນ ວ່າ ນັກ ກິລາ ມີ ຄວາມ ສາມາດ ກ້າວ ຂຶ້ນ ເທື່ອ ລະ ກ້າວ , ພ້ອມ ນີ້ ສະຫະພັນ ຍັງ ໄດ້ ວາງ ແຜນການ ເຄື່ອນ ໄຫວ ໃຫ້ ແກ່ ນັກ ກິລາ ຕື່ມ ອີກ ຄື : ໃນ ເດືອນ ກັນຍາ ຈະ ເຂົ້າ ຮ່ວມ ແຂ່ງຂັນ ເປ ຕັງ ຊີງ ແຊ໋ມທົ່ວ ປະ ເທດ ໄທ ທີ່ ຫນອງ ຄາຍ , ເດືອນ ພະຈິກ ຈະ ເຂົ້າຮ່ວມ ແຂ່ງຂັນ ເປ ຕັງ ຊີງ ແຊ໋ມ ອາຊີ ປາຊີ ຟິກ ແລະ ຊີງ ແຊ໋ມ ເປ ຕັງ ໂລກ ໃນ ທ້າຍ ເດືອນ ພະຈິກ , ຕໍ່ ຈາກ ນັ້ນ ກໍ ຈະ ເຂົ້າ ຮ່ວມ ແຂ່ງ ຂັນ ເປ ຕັງ ອິນ ດໍ ເກ ມ ທີ່ ສສ ຫວຽດນາມ ຕື່ມ ອີກ ກ່ອນ ທີ່ ຈະ ເຂົ້າ ຮ່ວມ ຊີ ເກ ມ ຄັ້ງທີ 25 ໃນ ທ ້າຍ ເດືອນ ທັນວາ 2009 ນີ້ . ພ້ອມ ນີ້ ທ່ານ ຄຳ ຫລ້າ ວິນ ໄລ ທອງ ຍັງ ໄດ້ ຍ້ອງຍໍ ນັກ ກິລາ ທັງ ທີ ມຊາດ ຊຸດ ເກົ່າ ແລະ ໃຫມ່ ຂອງ ຕົນ ເອງ ວ່າ : ເຂົາເຈົ້າ ເປັນ ນັກ ກິລາ ທີ່ ປະຕິບັດ ກົດ ລະບຽບວິ ໄນ ໄດ້ ດີ , ຟັງ ຄຳ ຊີ້ນຳ ຂອງ ຄະນະ ຄູ ຝຶກ ແລະ ຕັດສິນ ໃຈ ສູງ ເຂົ້າ ໃສ່ ການ ຝຶກ ແອບ ເພື່ອ ສ້າງ ຜົນງານ ໃນ ມະຫະກຳ ຊີ ເກ ມ ຄັ້ງທີ 25 ນີ້ ໃຫ້ ໄດ້ ຕາມ ແຜນ ຄື ບໍ່ ໃຫ້ ຫລຸດ 4 ຫລຽນ ຄຳ .
ໃນ ໄລ ຍະ ຜ່ານ ມາ ນັກ ກິລາ ລາວ ກໍສາມາດ ສ້າງ ຜົນງານ ມາ ໂດຍ ຕະຫລອດ ເປັນຕົ້ນ ແມ່ນ ການ ແຂ່ງຂັນ ມະຫະກຳ ຊີ ເກ ມ ຄັ້ງທີ 24 ຜ່ານ ມາ ທີ່ ປະ ເທດ ໄທ ສາມາດ ຍາດ ໄດ້ 2 ຫລຽນ ຄຳ ແລ ະ 5 ຫລຽນທອງ ./.

       ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446