ສະແດງຄວາມສາມາດ ການເຕາະບານເຂົ້າປະຕູ

* ຮອບ ທີ 2 ແລະ ທີ 3 ການສະ ແດງຄວາມ ສາມາດ ໃນ ການ ຍິງ ປະຕູ ຫລື “ Score and win 100 million kip contest ” ກັບ ເບຍໄທ ເກີ ໄດ້ ຈັດ ຂຶ້ນ ໃນທ້າຍ ອາທິດ ຜ່ານ ມານີ້ ທີ່ ເດີ່ນ ເຕະບານ ພອນ ໄຊ ນະຄອນຫລວງ ວຽງຈັນ ໂດຍ ມີ ບັນດາ ນັກ ກິລາ ແລະ ສື່ ມວນ ຊົນ ຈາ ກຂະ ແຫນງ ການ ຕ່າງໆ ເຂົ້າ ຮ່ວມ . ການ ແຂ່ງຂັນ ທັງ ສອງ ຮອບ ນີ້ ໄດ້ ສ້າງ ຄວາມ ມ່ວນ ຊື່ນ ໃຫ້ ແກ່ ບັນດາ ຜູ້ ເຂົ້າຮ່ວມ ເປັນ ຢ່າງ ດີ ເພາະ ນອກຈາກ ຈະ ໄດ້ ສະ ແດງ ຄວາມ ສາມາດ ໃນ ການ ຍິງ ປະຕູ ແລ້ວ ຜູ້ ເຂົ້າ ຮ່ວມ ຍັງ ໄດ້ ຮ່ວມ ຫລິ້ນ ເກ ມ ເອົາ ລາງວັນ ຕ່າງໆ ອີກ ດ້ວຍ .
ການ ແຂ່ງຂັນ ດັ່ງກ່າວ ບໍ່ ໄດ້ ຈຳ ກັດ ເພດ ຍິງ ຫລື ຊາຍ , ແຕ່ ຕ້ອງ ມີ ອາຍຸ 18 ປີ ຂຶ້ນ ໄປ , ເປັນ ຄົນ ສັນ ຊາດລາວ ຫລື ຊາວ ຕ່າງປະ ເທດ ທີ່ ມີ ໃບ ອະນຸຍາດ ເຮັດ ວຽກຢູ່ ສປປ ລາວ ໂດຍ ກະຕິ ກາ ງ່າຍໆພຽງ ແຕ່ ທ່ານ ສະ ສົມ ຝາ ເບຍ ໄທ ເກີ ປະ ເພດ ແກ້ວ ທີ່ ມີ ຄຳ ວ່າ enjoy winning ຢູ່ ອ້ອມ ໃຫ້ ຄົບ 12 ຝາ ກໍ ສາມາດ ເຂົ້າ ໄປ ຍິງ ປະຕູ ໄດ້ ຫນຶ່ງ ເທື່ອ , ສະ ເພາະ ພະນັກງານ ຂອງ ບໍລິສັດ ລາວ ອາຊີ ປາຊີ ຟີ ກບຣີ ເວີຣີຈຳກັດ ແລະ ຄູ່ ຮ່ວມ ທຸລະ ກິດ ທີ່ ກ່ຽວຂ້ອງ ບໍ່ ມີ ສິດ ເຂົ້າຮ່ວມ . ການ ແຂ່ງຂັນ ຮອບ ທີ 4 ແລະ ຮອບທີ 5 ຈະ ໄດ້ ຈັດ ຂຶ້ນ ໃນ ວັນ ທີ 9 ແລະ 23 ພຶດສະພາ ທີ່ ຈະ ເຖິງ ນີ້ ແລະ ຈະ ຊີງ ຊະນະ ເລີດ ໃນ ວັນ ທີ 30 ພຶດ ສະພາ ເຊັ່ນ ດຽວກັນ ຊຶ່ງ ຕາມ ກະຕິ ກາ ແລ້ວ ເມື່ອ ຄົບ ທັງ 5 ຮອບ ຜູ້ ທີ່ ມີ ຄະ ແນນ ສູງ ສຸດ 50 ຄົນ ຈະ ໄດ້ ເຂົ້າໄປຊີງໄຊ ເອົາເງິນ ລາງວັນ ອີກ ເທື່ອ ຫນຶ່ງ ໂດຍຜູ້ ຊະນະ ເລີດ ຈະ ໄດ້ ຮັບ ເງິນສົດ 100 ລ້ານ ກີບ , ຮອງ ຊະນະ ເລີດ 50 ລ້ານ ກີບ ແລະ ຮອງ ອັນ ດັບ ສອງ 10 ລ້ານ ກີບ ຊຶ່ງ ທຸກໆຮອບ ການ ແຂ່ງຂັນ ດັ່ງກ່າວ ແມ່ນ ຈະ ໄດ້ ຈັດ ຂຶ້ນ ທີ່ ເດີ່ນເຕະບານ ພອນ ໄຊ ຫລັງ ໂຮງຫມໍ ເສດຖາທິລາດ ນະ ຄອນຫລວງ ວຽງຈັນ ./.

 

           ກັບຫນາ້ພາສາລາວ

 


ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446