ສູນກິລາບູໂດ ລາວ-ຍີ່ປຸ່ນ ຈະສ້າງສຳເລັດຕາມແຜນການ
* ສູນກິລາບູໂດ ລາວ- ຍີ່ປຸ່ນ ທີ່ຈະນຳໃຊ້ເປັນບ່ອນແຂ່ງຂັນກິລາ ກາຣາເຕໂດ ແລະ ຢູໂດ, ຕັ້ງຢູ່ບໍລິເວນ ໂຮງ ຮຽນມັດ ທະ ຍົມ ຕົ້ນ ເຈົ້າອານຸ ເມືອງ ຈັນທະບູລີ ຂ້າງສະໜາມກິລາເຈົ້າອານຸ (ສະໜາມ ກິລາແຫ່ງ ຊາດເກົ່າ) ນຳ ໃຊ້ ພື້ນທີ່ 54 x 32 ແມັດ ປະກອບມີສະໜາມໃນຮົ່ມ 1 ຫລັງ 3 ຊັ້ນ ສາມາດບັນຈຸຜູ້ຊົມໄດ້ 425 ບ່ອນນັ່ງ (ຖາວອນ) ແລະ ບ່ອນນັ່ງເສີມ 600 ບ່ອນ ພວມສືບຕໍ່ດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ເພື່ອ ກຽມຮອງຮັບມະ ຫະກຳກິ ລາຊີ ເກມຄັ້ງທີ 25 ທ້າຍປີນີ້ ຊຶ່ງປະຈຸບັນ ປະຕ ິບັດໄດ້ແລ້ວເກືອບ 20%.
ທ່ານ ສຸລະສິດ ອຸປຣະວັນ ຫົວ ໜ້າກົມພົວພັນກິລາສາກົນ, ຄະນະກຳມະການກິລາແຫ່ງຊາດ (ຄ.ກ.ຊ), ທັງ ເປັນຜູ້ປະ ສານງານ ໂຄງການກໍ່ ສ້າງສູນກິລາ ບູໂດ ລາວ-ຍ່ີປຸ່ນ ໄດ້ເປີດເຜີຍ ໃຫ້ຮູ້ເມື່ອກາງ ເດືອນມີນາ ຜ່ານມາ ທີ່ນະ ຄອນຫລວງວຽງຈັນວ່າ: “ສູນກິລາ ບູໂດ ລາວ-ຍີ່ປຸ່ນ ໄດ້ຮັບທຶນຊ່ວຍເຫລືອ ລ້າຈາກລັດຖະ ບານຍີ່ປຸ່ນຈຳນວນ 529 ຕື້ກວ່າກີບ (601.600.000 ເຢັນ) ໄດ້ເລີ່ມດຳເນີນໂຄງການ ກໍ່ສ້າງມາ ຕັ້ງແຕ່ ເດືອນ ຕຸລາ ປີ 2008 ແລະ ໄດ້ ສຳເລັດຕາມແຜນການທີ່ວາງໄວ້ເກືອບ 20% ຄາດວ່າ: ເດືອນກັນຍາປີນີ້ ຈະສຳເລັດແນ່ນອນ. ພາຍຫລັງ ການທົດ ສອບນຳໃຊ້ ເພື່ອກວດເບິ່ງມາດຕະຖານຕາມສາກົນແລ້ວ ກໍຈະມີການມອບ-ຮັບຢ່າງເປັນທາງການໃນເດືອນຕຸລາ ປີ ດຽວກັນ.
ສູນກິລາດັ່ງກ່າວ ນອກຈາກຈະນຳໃຊ້ເຂົ້າໃນການແຂ່ງຂັນກິລາ ກາຣາເຕໂດ ແລະ ຢູໂດແລ້ວ ຍັງຈະ ນຳໃຊ້ເປັນ ບ່ອນແຂ່ງຂັນ ກິລາຕີດອກປີກໄກ່, ປີ່ງປ່ອງ, ກະຕໍ້ ພ້ອມກັບການນຳໃຊ້ຈັດຄອນເສີດ, ກອງປະຊຸມ ແລະ ສຳມະນາ ແລະ ອື່ນໆອີກດ້ວຍ ”./.
ກັບຫນາ້ພາສາລາວ