ນັກ ກິລາ ເທ ຄວັນ ໂດ ລາວ ສ້າງຊື່ສຽງລະດັບໂລກ

* ນັກ ກິລາ ເທຄວັນນໂດ ຂອງ ລາວ 2 ຄົນ ຄື : ທ້າວ ພຸດທະ ສອນ ທຳ ມະ ວົງ ຍາດ ໄດ້ 1 ຫລຽນ ຄຳ ແລະ ທ້າວ ສະຫວັດວິໄລ ພິມ ມະ ສອນ ຍາດ ໄດ້ 1 ຫລຽນ ເງິນ ແລະ ຍາດ ໄດ້ຂັນ ລາງວັນ ນັກ ກິລາ ດີ ເດັ່ນອັນ ດັບ ທີ 1, ຂັນທີ ມດີ ເດັ່ນ ອັນ ດັບ ທີ 2 ແລະ ຂັນ ຄະ ແນນ ລວມທີ ມຊາຍ ອັນດັບ ທີ 2 ໃນ ການ ແຂ່ງຂັນ ເທ ຄວັນ ໂດ ຊີ ງ ແຊ໋ມ ໂລກ ຂອງ ບັນດາ ປະ ເທດ ຝຣັ່ງ ໂກ ໂຟນີ ຄັ້ງທີ 6 ທີ່ ແຂວງ ລີ ນ ປະ ເທດ ຝຣັ່ງ , ສ້າງ ຊື່ ສຽງ ໃຫ້ ຄົນ ໃນ ທົ່ວ ໂລກ ຮັບ ຮູ້ ເຖິງ ຜົນ ງານ ຂອງ ນັກ ກິລາ ລາວ .
ທ່ານ ຈັນທະ ວົງ ປັນຍາ ສິລິ ຄູ ຝຶກ ກິລາ ເທ ຄວັນ ໂດ ທີ ມຊາດ ລາວ ໃຫ້ ຮູ້ ວ່າ : ການ ແຂ່ງຂັນ ເທຄວັນໂດ ຊີງແຊ໋ມໂລກ ຄັ້ງ ທີ 6 ທີ່ ແຂວງ ລີນ ປະເທດ ຝຮັ່ງ ເຊິ່ງມີ ນັກ ກິລາ ທີ່ ມາ ຈາກ ປະ ເທດ ທີ່ໃຊ້ພາສາຝຣັ່ງ ເຂົ້າຮ່ວມທັງຫມົດ 32 ປະເທດ ; ໃນນີ້ ສປປ ລາວ ສົ່ງເຂົ້າຮ່ວມ 2 ຄົນ ຄື : ທ້າວ ພຸດທະ ສອນ ທຳມະວົງ ແລະ ທ້າວ ສະຫວັດວິໄລ ພິມມະສອນ, ຜ່ານ ການ ແຂ່ງ ຂັນຜົນປະກົດວ່າ : ທ້າວ ພຸດທະສອນ ສາມາດຈັບສະຫລາກຜ່ານ ເຂົ້າໄປລໍຖ້າໃນຮອບທີ 2 ໄດ້ໂດຍບໍ່ຕ້ອງແຂ່ງຂັນ , ຫລັງ ຈາກນັ້ນ ກໍ່ເອົາຊະນະ ນັກກິລາຈາກ ໄນຈີເຮຍ , ນັກກິລາຈາກ ດີວົວຣີໂຄດ ແລະ ເອົາຊະນະ ນັກກິລາຈາກ ອິດສະຣາເອວ ທີ່ ເປັນນັກກິລາທີ່ຢູ່ໃນລະດັບແຖວຫນ້າຂອງໂລກ ໄດ້ສຳເລັດ ຈຶ່ງໄດ້ ຫລຽນຄຳມາຄອງ , ພ້ອມນີ້ ພຸດທະສອນ ຍັງ ໄດ້ ຮັບ ລາງ ວັນນັກກິລາດີເດັ່ນ ອັນດັບທີ 1 ມາຄອງ , ສ່ວນສະ ຫວັດວິໄລ ກໍ່ບໍ່ນ້ອຍຫນ້າດ້ວຍການ ເອົາຊະນະ ນັກກິລາຈາກປະ ເທດ ກາ ບົງ , ນັກກິລາ ຈາກ ໂມນາໂຄ ແລະ ນັກກິລາຈາກ ດີວົວຣີໂຄດ , ແຕ່ມາເສຍ ໃນຮອບຊີງຊະນະເລີດ ໃຫ ້ ແກ່ ນັກກິລາຈາກ ປະເທດ ເຈົ້າພາບ ຝຣັ່ງ ເຈົ້າ ຂອງ ສະ ຖິ ຕິ ຫລຽນ ຄຳ ລະດັບ ໂລກ ຈຶ່ງໄດ້້ ຫລຽນເງິນມາ ຄອງ . ຍ້ອນຜົນງານທີ່ດີເດັ່ນຂອງ ນັກກິລາທັງສອງ ຍັງສາມາດຄອງ ຂັນທີມດີເດັ່ນອັນດັບທີ 2 ຮອງຈາກ ເຈົ້າພາບ ຝຣັ່ງ ແລະ ໄດ້ຂັນຄະ ແນນລວມທີມຊາຍ ອັນ ດັບທີ 2 ມາ ຕື່ມອີກ .
ເພື່ອ ເປັນ ການ ຊົມ ເຊີຍ ຕໍ່ ຜົນງານ ດັ່ງກ່າວ ກ່ອນ ກັບ ຄືນ ປະ ເທດ , ໃນ ວັນ ທີ 5 ພຶດສະພາ 2009 ສະຖານ ເອກ ອັກຄະ ລັດຖະທູດ ແຫ່ງ ສປປ ລາວ ທີ່ ບຣຸກ ແຊນ , ປະ ເທດ ແບນ ຊິກ ກໍ່ໄດ້ ຈັດ ພິທີ ຕ້ອນຮັບຢ່າງ ອົບ ອຸ່ນ ຂຶ້ນ ໂດຍ ທ່ານ ສຸທຳ ສາ ກົນ ນິຍົມ , ເອກ ອັກຄະ ລັດຖະທູດ ໄດ້ ກ່າວ ຍ້ອງຍໍ ຊົມ ເຊີຍ ຄູ ຝຶກ ແລະ ນັກ ກິລາ ເທ ຄວັນ ໂດ ລາວ ທີ່ ຕັດສິນ ໃຈ ແຂ່ງ ຂັນ ດ້ວຍ ຈິດ ໃຈຄວາມ ເປັນ ນັກ ກິລາ ລາວ ຈົນ ສາມາດ ຍາດ ເອົາ ໄຊຊະນະ ທີ່ ສຳຄັນ ດັ່ງກ່າວ , ສ້າງ ຊື່ ສຽງ ກຽດຕິຍົດ ໃຫ້ ຂະ ບວນການ ກິລາ ລາວ ກໍ່ ຄື ໃຫ້ ແກ່ ປະ ເທດ ຊາດ ແລະ ໄດ້ ຮຽກຮ້ອງ ໃຫ້ ຮັກສາ ມູນ ເຊື້ອນັກ ກິລາ ດີ ເດັ່ນ ຕະຫລອດ ໄປ ແລະ ຍັງໄດ້ສະຫລຸບວ່າ ໄຊຊະນະ ດັ່ງກ່າວ ທີ່ ຍາດມາ ໄດ້ ໃນຄັ້ງນີ້ ຍ້ອນ ການ ຊີ້ນຳນຳພາ ອັ ດີ ຂອງຂັ້ນ ເທິງ , ການ ຈັດຕັ້ງ ແລະ ຄະນະ ນັກ ກິລາ ມີ ຄວາມ ສາມັກ ຄີ ແຫນ້ນ ແຟ້ນ . ໃນ ໂອກາດກຽມ ກັນ ທ່ານ ເອກ ອັກຄະ ລັດຖະທູດ ກໍ່ ໄດ້ ໂຄສະນາ ການ ກະກຽມ ການ ເປັນ ເຈົ້າ ພາບຊີ ເກ ມ ຄັ້ງທີ 25 ໃນ ທ້າຍ ປີ 2009 ຂອງ ລາວ ຕື່ມ ອີກ . ກ່ອນ ທີ່ຄະນະ ນັກ ກິລາ ຈະ ກັບ ຄືນ ສູ່ ປະ ເທດ ກໍ່ ໄດ້ ຢ້ຽມຢາມ ທ່ຽວ ຊົມ ນະຄອນຫລວງ ບຣຸກ ແຊນ ແລະ ປາ ຣີ ດ້ວຍ ຄວາມ ເບີກບານ ມ່ວນ ຊື່ນ . ຕໍ່ ຜົນງານ ຄັ້ງນີ້ ໄດ້ ຮັບ ການ ຍ້ອງຍໍ ຊົມ ເຊ ີຍ ເປັນ ຢ່າງ ສູງ ຈາກ ສະຫະພັນ ເທ ຄວັນ ໂດ ໂລກ , ຄະນະ ຈັດຕັ້ງປະ ເທດ ເຈົ້າ ພາບ ແລະ ພີ່ນ້ອງ ຊາວ ລາວ ທາງ ພາກ ເຫນືອ ປະ ເທດ ຝຣັ່ງ ແລະ ໃກ້ ຄຽງ ຕ່າງ ກໍ່ ໄດ້ສະ ແດງ ຄວາມ ປິ ຕິ ຊົມ ຊື່ນ ຕໍ່ ຄະນະ ນັກ ກິລາ ເທ ຄວັນ ໂດ ລາວ .
ທ່ານ ຈັນທະ ວົງ ປັນຍາ ສິລິ ໃຫ້ ຮູ້ ຕື່ມ ອີກ ວ່າ : ຕໍ່ ຜົນງານ ທີ່ ຍາດ ມາ ໄດ້ ນັ້ນ ສະຫະພັນ ເທ ຄວັນ ໂດ ແຫ່ງ ຊາດ ລາວ ຖື ວ່າ ໄດ້ ຮັບ ການ ຊ່ວຍ ເຫລືອ ຈາກ ຫລາຍ ພາກສ່ວນ ໂດຍ ສະ ເພາະ ສະຫະພັນ ເທ ຄວັນ ໂດ ແຫ່ງປະ ເທດ ຝຣັ່ງ ໄດ້ ໃຫ້ ການ ຊ່ວຍ ເຫລືອ ການ ເດີນ ທາງ ໄປ - ກັບ ແລະ ສະມາຄົມ ຄົນ ລາວ ປະຈຳ ເມືອງ ລີ ນ ໂດຍ ແມ່ນ ທ່ານ ປາ ຣິດ ພານິດ ທະ ວົງ ເຊິ່ງ ເປັນ ຜູ້ ປະ ສານ ງານ ຮັບຜິ ດຊອບ ນັກ ກິລາ ລາວ ເປັນ ຢ່າງ ດີ . ພາຍຫລັງ ສຳ ເລັດ ການ ແຂ່ງຂັນ ຄັ້ງນີ້ ນັກ ກິລາ ທັງ 2 ກໍ່ ໄດ້ ເຂົ້າ ສູນ ຝຶກ ຊ້ອມ ຢູ່ ທີ່ ສູນ ຝຶກ ແຫ່ງ ຊາດ ສີ ເກີດ ເພື່ອ ກຽມ ໃສ່ ການ ເປັນ ເຈົ້າພາບ ຊີ ເກ ມ ຄັ້ງທີ 25 ນີ້ . ນັກ ກິລາ 2 ຄົນ ນີ້ ເປັນ ນັກ ກິລາ ທີ່ ມີ ຄວາມ ສາມາດ ສູງ ແລະ ມີ ຜົນງານ ດີມາ ໂດຍ ຕະ ຫລອດ ເປັນຕົ້ນ ແມ່ນ ທ້າວ ພຸດທະ ສອນ ກໍ່ ເຄີຍ ຍາດ ໄດ້ 1 ຫລຽນ ທອງ ໃນ ຊີ ເກ ມ ຄັ້ງທີ 24 ທີ່ ປະ ເທດ ໄທ ແລະ ໄດ້ ສ້າງ ຜົນງານ ຫລາຍ ຄັ້ງ ໃນ ການ ເຄື່ອນ ໄຫວ ໃນ ຕ່າງປະ ເທດ , ສ່ວນ ທ້າວ ສະຫວັດວິ ໄລ ກໍ່ ຍາດ ໄດ້ 1 ຫລຽນ ທອງ ໃນ ຊີ ເກ ມ ຄັ້ງທີ 24 ເຊັ່ນດຽວ ກັນ ແລະ ໃນ ປີ 2008 ຜ່ານ ມາ ກໍ່ ຍາດ ໄດ້ ອັນ ດັບ ທີ 3 ຂອງ ລະດັບ ອາຊີ ທີ່ ແຂ່ງຂັນ ຢູ່ ສປ ຈີນ .
ປະຈຸ ບັນ ນັກ ກິລາ ເທ ຄວັນ ໂດ ທີ ມຊາດ ລາວ ຕ່າງ ກໍ່ ໄດ້ ເຂົ້າ ສູນ ຝຶກ ຊ້ອມ ຢ່າງ ເປັນ ລະບົບ ແລະ ນັກ ກິລາ ທຸກ ຄົນ ກໍ່ ເອົາ ໃຈ ໃສ່ ເຂົ້າ ໃນ ການ ຝຶກ ຊ້ອມ ເປັນ ຢ່າງ ດີ , ສຳລັບ ຄາດຫມາຍ ສູ້ ຊົນ ແມ່ນ ຈະ ໃຫ້ ໄດ້ 2 ຫລຽນ ຄຳ ໃນ ຊີ ເກ ມ ຄັ້ງທີ 25 ນີ້ , ເພື່ອ ເປັນ ການ ສ້າງ ກຳລັງ ໃຈ ແກ່ ນັກ ກິລາ ທາງ ສະຫະພັນ ກໍ່ ໄດ້ ມີ ອັດຕາກິນ ແລະ ມີ ການ ອຳນວຍ ຄວາມ ສະດວກ ຫລາຍ ດ້ານ ແກ່ ນັກ ກິລາ ./.

 

   ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446