ເພີ່ມ​ຄວາມ​ຮູ້ການປົກ​ປ້ອງ​ແມ່​ຍິງ-​ເດັກ​ນ້ອຍ​ຂັ້ນ​ບ້ານ

*(ຂ​ປ​ລ): ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ​ຮ່ວມ​ກັບ​ສະ​ຫະ​ພັນ​ແມ່​ຍິງ ແຂວງ​ອຸ​ດົມ​ໄຊ​ ຈັດ​ຊຸດ​ຝຶກ​ອົບ​ຮົມ​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ ແລະ​ ປົກ​ປ້ອງ​ແມ່​ຍິງ-​ເດັກ​ນ້ອຍ​ຂັ້ນ​ບ້ານ ໃນ 6 ບ້ານ​ເປົ້າ​ໝາຍ​ ຂອງ​ເມືອງ​ຮຸນ, ເມືອງ​ປາກ​ແບງ ແລະ ​ເມືອງ​ນາ​ໝໍ້ ໂດຍ​ມີ​ ທ່ານ ຄຳ​ແພງ ຈິດ​ຕະ​ວົງ, ຮອງ​ເລ​ຂາ​ພັກ​ແຂວງ, ຫົວ​ໜ້າ​ສູນ​ໃຫ້​ຄຳ​ປຶກ​ສາ​ແມ່​ຍິງ-​ເດັກ​ນ້ອຍ​ສູນ​ກາງ ແລະ ​ບ້ານ​ເປົ້າ​ໝາຍເຂົ້າ​ຮ່ວມ 70 ກວ່າ​ຄົນ.
ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ແມ່ນ​ໄດ້​ເນັ້ນ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ໄດ້​ເຂົ້າ​ໃຈ​ເຖິງ​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ ແລະ​ປົກ​ປ້ອງ​ແມ່​ຍິງ-​ເດັກ​ນ້ອຍ ແລະ​ສາ​ມາດ​ນຳ​ເອົາ​ບົດ​ຮຽນ​ດັ່ງ​ກ່າວ​ໄປ​​ຜັນ​ຂະ​ຫຍາຍຈັດ​ຕັ້ງປະ​ຕິ​ບັດ​ຢູ່​ຂັ້ນ​ບ້ານ, ​ໂດຍ​ສະ​ເພາະໜ້າ​ທີ່​ການ​ໃຫ້​ຄຳ​ປຶກ​ສາຄອບ​ຄົວ​ທີ່​ມີ​ບັນ​ຫາ​​ໃນ​ການ​ລະ​ເມີດ​ສິດ​ທິ​ຂອງ​ແມ່​ຍິງ-​ເດັກ​ນ້ອຍ ຊຶ່ງບົດ​ຮຽນ​ທີ່​ມາ​ນຳ​ສະ​ເໜີປະ​ກອບ​ມີ​ ພາກ​ທິດ​ສະ​ດີ ໄດ້​ແບ່ງ​ອອກ​ເປັນ 19 ບົດ ເປັນ​ຕົ້ນ ການ​ຮ່ຳ​ຮຽນ​ຄວາມ​ຮູ້​ພື້ນ​ຖານ​ບົດ​ບາດ​ຍິງ-​ຊາຍ, ເຕັກ​ນິກ​ການ​ຟັງ ແລະ​ການ​ສັງ​ເກດ, ການ​ພິ​ຈາ​ລະ​ນາ​ຄຳ​ຮ້ອງ​ທຸກ​ຂອງ ​ແມ່​ຍິງ-​ເດັກ​ນ້ອຍ ແລະ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ກົດ​ໝາຍຕໍ່​ຊາວ​ບ້ານ ແລະໄດ​້ສະ​ເໜີ​ເອ​ກະ​ສານ​ອື່​ນໆອີກ​ທີ່​ສຳ​ຄັນຈຳ​ນວນ​ໜຶ່ງ.
ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມິ​ຖຸ​ນາ 2008 ທີ່​ຫ້ອງ​ປະ​ຊຸມ​ພະ​ແນກ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ປະ​ຈຳ​ແຂວງ​ອຸ​ດົມ​ໄຊ ຈະ​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 7 ວັນເຕັມ​ຈຶ່ງ​ສຳ​ເລັດ./.









ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446