ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືວຽກ​ງານ​ພິ​ສູດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນ​ຢູ່​ແຂວງ​ຈຳ​ປາ​ສັກ

*(ຂປລ): ໃນ​ວັນ​ທີ 24 ມິ​ຖຸ​ນາ 2008 ນີ້ ອົງ​ການ​ຄຸ້ມ​ຄອງ​ທີ່​ດິນ​ແຂວງ​ຈຳ​ປາ​ສັກ ໄດ້​ ດຳເນີນການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ພິ​ສູດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຄຳ​ເຫລົາ ດວງ​ປັນ​ຍາ ຫົວ​ຫນ້າ​ອົງ​ການ​ຄຸ້ມ​ຄອງ​ທີ່​ດິນ​ແຂວງ​ຈຳ​ປາ​ສັກ. ທັງນີ້ກໍເພື່ອ ເຮັດ​ການ​ກຳ​ເກັບ​ຂໍ້​ມູນ​ເພື່ອ​ດຳ​ເນີນ​ໂຄງ​ການ​ອອກ​ໃບ​ຕາ​ດິນ​ໃນ​ແຂວງ​ຈຳ​ປາ​ສັກ​ໃຫ້​ກຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ບັນ​ລຸ​​ເປົ້າ​ຫມາຍ​ທີ່​ວາງ​ໄວ້, ສ້າງ​ໂອ​ກາດ​ໃຫ້​ຫນ່ວຍ​ງານ​ພິ​ສູດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ເຮັດ​ໃຫ້​ບົດ​ບາດ​ຍິງ-​ຊາຍ​ໃນ​ການ​ມີ​ສ່ວນ​ຮ່ວມ​ອອກ​ໃບ​ຕາ​ດິນ​ຫລາຍ​ຂຶ້ນດ້ວຍ​ການ​ອະ​ທິ​ບາຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຮັບ​ຮູ້ ແລະ ເຂົ້າ​ໃຈ ຂັ້ນ​ຕອນ​ຂອງ​ການ​ສຳ​ຫລວດ​ພິ​ສູດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນ​ຢ່າງ​ເປັນ​ລະ​ບົບ, ກົດ​ຫມາຍ​ກ່ຽວ​ກັບ​ສິດ​ນຳ​ໃຊ້​ທີ່​ດິນ, ເຫັນ​ໄດ້​ຄຸນ​ປະ​ໂຫຍດ​ຂອງ​ໃບ​ຕາ​ດິນ ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ທີ່​ດິນ​ຫລຸດ​ນ້ອຍ​ລົງ ສາ​ມາດ​ສ້າງ​ເສດ​ຖະ​ກິດ​ຄອບ​ຄົວ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເລື້ອຍໆ./.













ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446