*(ຂປລ): ເພື່ອເປັນການທົດສອບປະສິດທິພາບ, ການກະກຽມ ແລະ ຄວາມພ້ອມຂອງ ທີມງານຄວບຄຸມພະຍາດໄຂ້ຫວັດສັດປີກລະດັບຕ່າງໆ, ພະນັກງານວິຊາການທີ່ເຮັດວຽງານ ກ່ຽວກັບພະຍາດໄຂ້ຫວັດສັດປີກ ເຊັ່ນ: ພະແນກສາທາລະນະສຸກ, ກະສິກຳ-ປ່າໄມ້, ຖະແຫລງຂ່າວ ແລະ ວັດທະນະທຳ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນແຂວງ ທີ່ມາຈາກ 2 ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ເຂົ້າຮ່ວມອົບຮົມການຕອບໂຕ້ການລະບາດຂອງພະຍາດ ໄຂ້ຫວັດສັດປີກ ແບບຈຳລອງ ຢູ່ແຂວງອຸດົມໄຊ ໃນທ້າຍເດືອນມິຖຸນາ ຜ່ານມາ.
ບັນດາສຳມະນາກອນໄດ້ແບ່ງກຸ່ມລົງເຮັດຈຳລອງການຂ້າທຳລາຍສັດປີກຢູ່ບ້ານກິ່ວລານ, ຈັດຕັ້ງ ດ່ານກວດກາ, ກຸ່ມເຝົ້າລະວັງ, ກຸ່ມໂຄສະນາ, ກຸ່ມອະນາໄມ ແລະ ອຶ່ນໆ ເພື່ອລົງເຮັດຈຳລອງຄືແບບເກີດເຫດການຕົວຈິງຢູ່ 6 ບ້ານເປົ້າໝາຍ ໃນລັດສະໝີ 5 ກິໂລແມັດ ຈາກຈຸດ ເກີດເຫດ 1 ກິໂລແມັດ.
ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ນັກທຸລະກິດ ແຂວງຫລວງພະບາງເຂົ້າຮ່ວມອົບຮົມການເມືອງ-ແນວຄິດ ໃນວັນທີ 1 ກໍລະກົດ 2008, ເຊິ່ງເອກະສານທີ່ນຳມາອົບຮົມໃນຄັ້ງນີ້ປະກອບມີ: ເອກະສານຊາດລາວຄົນລາວໃນຄອບຄົວໃຫຍ່ແຫ່ງຊາດ, ແນວທາງນະໂຍບາຍເສດຖະກິດຂອງພັກ ແລະ ແຜນພັດທະນາເສດຖະກິດຂອງລັດ, ຖານະບົດບາດຂອງນັກທຸລະກິດກັບຈັນຍາທຳ ແລະ ຄວາມຮັບຜິດຊອບຂອງນັກທຸລະ ກິດ ໂດຍມີເປົ້າໝາຍ ເຮັດໃຫ້ຜູ້ປະກອບການດ້ານທຸລະກິດ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ./.