ຢາ​ບ້າຈຳນວນ 19.800 ກວ່າ​​ເມັດ​ຖືກ​ຈູດ​ທຳລາຍຢູ່​ແຂວງ​ສະຫວັນ​ນະ​ເຂດ

*(ຂປລ): ທຸກ​ຂະ​ແໜງ​ການ​ອ້ອມ​ຂ້າງ​ແຂວງ​ສະຫວັນ​ນະ​ເຂດ ຮ່ວມ​ກັນ​ຈູດ​ທຳລາຍ​ຢາ​ເສບ​ຕິດປະ​ເພດ​ຢາ​ບ້າ​ຈຳນວນ 19.883 ເມັດ ​ແລະ ກັນຊາ 24 ກິ​ໂລ ໃນ​ວັນ ​ທີ 26 ມິຖຸນາ 2008 ຢູ່​ສະໜາມກິລາ ກຸ​ວໍລະ​ວົງ ​ເມືອງ​ໄກສອນ​ພົມ​ວິຫານ.
ຕາມ​ການ​ລາຍ​ງານ​ຂອງ ທ່ານ ພັນ​ໂທ ບຸນ​ລັງ ປິວ​​ແກ້ວປະ​ເສີດ ຫົວໜ້າ​ກອງ​ບັນຊາ​ການ ປກສ ​ແຂວງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 26 ມິຖຸນາ 2007 ຫາ 26 ມິຖຸນາ 2008, ປກສ ​ແຂວງ​ ສາມາດ​ຈັບ​ຄຸມ​ເປົ້າ​ໝາຍ​ທີ່​ຄ້າຂາຍ​ຢາ​ເສບ​ຕິດ 33 ລາຍ, ຢຶດຂອງ​ກາງ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ 55.534 ເມັດ, ​ເຮ​ໂຣອິນ 14 ແທ່ງ, ກັນຊາ​ອັດ​ 1 ແທ່ງ. ໃນ​ນັ້ນສົ່ງ​ໃຫ້​ໄອ​ຍະ​ການ​ແຂວງ​ໄດ້ 19 ລາຍ, ຍັງ​ດຳ​ເນີນ​ຄະດີ 14 ລາຍ. ສະເພາະ ສະຖິຕິ​ຂອງ​ຜູ້​ເສບ​ຢາ​ບ້າ ​ມີ 1.791 ຄົນ, ​ເຂົ້າ​ບຳບັດ​ດັດ​ສ້າງ​ແລ້ວ 82 ຄົນ, ສຶກສາ​ອົບຮົມ​ປ່ອຍ​ຕົວ 38 ຄົນ ​ແລະ ຍັງ​ຝາກ​ດັດ​ສ້າງ 44 ຄົນ; ສະຖິຕິ​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​ມີ 1.460 ຄົນ, ຈັບ​ໄດ້​ແລ້ວ 697 ຄົນ.
ສຳລັບ​ຄະດີ​ກ່ຽວ​ກັບ​ຢາ​ເສບ​ຕິດ​ທີ່​ສານ​ຕັດສິນ​ຢ່າງ​ເດັດ​ຂາດ​ແລ້ວ 6 ລາຍ, ມີຂອງ​ກາງ​ຢາ​ເສບ​ຕິດປະເພດຢາບ້າ 8.910 ເມັດ. ຄະດີ​ທີ່​ສານ​ຍັງ​ບໍ່​ທັນ​ໄດ້​ຕັດສິນ(​ແກ້​ໄຂ​ປ່ອຍ​ຕົວ​ຂັ້ນກອງ​ບັນຊາ​ການ) 31 ລາຍ, ມີ​ຂອງ​ກາງ​ຢາ​ບ້າ 10.361 ເມັດ./.


 












 

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446