ພະທາດຫລວງນ້ຳທາເຕົ້າໂຮມສູນລວມຈິດໃຈ
ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ
*(ຂປລ):ເຫັນໄດ້ຄວາມສຳຄັນ ໃນການສ້າງພະທາດຫລວງນ້ຳທາ ຊຶ່ງຈະກາຍເປັນສະຖານທີ່ເຄົາລົບບູຊາ, ເປັນບ່ອນ ເຕົ້າໂຮມສູນລວມຈິດໃຈຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ເປັນມໍລະດົກທາງດ້ານວັດຖະນະທຳຂອງແຂວງ ແລະຈະກາຍເປັນບ່ອນທ່ຽວທ່ຽວຂອງແຂວງຫລວງນ້ຳທາຕື່ມອີກ ນັ້ນ, ແຂວງຫລວງນ້ຳທາ ຈຶ່ງໄດ້ຕົກລົງໃຫ້ມີໂຄງການກໍ່ສ້າງພະທາດຫລວງນ້ຳທາ ຂຶ້ນເພື່ອເປັນທີ່ສັກກະລະບູຊາ ຂອງປະຊາຊົນໂດຍໄດ້ລົງມືກໍ່ສ້າງແຕ່ຕົ້ນເດືອນຕຸລາ 2004 ມາຮອດປະຈຸບັນໄດ້ສຳເລັດການກໍ່ສ້າງໂດຍພື້ນຖານ 96%.
ພະທາດດັ່ງກ່າວ ມີຂະໜາດ 35X35 ແມັດ, ສູງ 32 ແມັດ ແລະຈະເລັ່ງປະຕິບັດກໍ່ສ້າງບັນດາໜ້າວຽກ ທີ່ສຳຄັນເປັນຕົ້ນ ການປັບໜ້າດິນອ້ອມພະທາດ, ປູກະໂລຢູ່ຊັ້ນພື້ນ ແລະສອງຖານເທິງ, ຕົບແຕ່ງພາຍໃນແລະພາຍນອກ ຊຶ່ງມີມູນຄ່າການກໍ່ສ້າງທີ່ໄດ້ປະຕິບັດຕົວຈິງ 1 ຕື້ກວ່າກີບ ແລະຈະໄດ້ນຳໃຊ້ທືນເພີ່ມອີກ 100 ກວ່າລ້ານກີບ, ຈຶ່ງຈະສຳເລັດ100%. ຄາດວ່າຈະໃຫ້ສຳເລັດໃນເດືອນພະຈິກ2008 ນີ້ ໂດຍໃຫ້ທັນກັບການສະເຫລີມສະຫລອງ 3 ວັນສຳຄັນຄື:ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 60 ປີ, ວັນບຸນວັດທະນະທຳຊົນເຜົ່າຂອງແຂວງແລະການສະເຫລີມສະຫລອງພະທາດຫລວງນ້ຳທາ ທີ່ຈະໄດ້ຈັດຂຶ້ນໃນວັນທີ 8-10 ມັງກອນ 2009 ທີ່ຈະມາເຖິງນີ້.
ທ່ານ ຍົງ ວາລີ, ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຫົວໜ້າຄະນະຊີ້ນຳກໍ່ສ້າງພະທາດຫລວງນ້ຳທາ ໄດ້ລາຍງານຄວາມກືບໜ້າຂອງໂຄງການດັ່ງກ່າວ ໃນວັນທີ 25 ມີຖຸນາ2008 ນີ້, ຂະນະທີ່ ການກໍ່ສ້າງພະທາດຫລວງນ້ຳທາແມ່ນໄດ້ຮັບທຶນສະໜັບສະໜູນຈາກງົບປະມານຂອງລັດ, ອົງການຂອງລັດ, ບັນດາບໍລິສັດຕ່າງໆ, ການແຜ່ປັດໄຈຂອງສັງຄົມ, ກົມກອງ, ບຸກຄົນພາຍໃນ ແລະຕ່າງປະເທດທີ່ມີນ້ຳໃຈເຫລື້ອມໃສສັດທາ ປະກອບສ່ວນດ້ວຍວັດຖຸ ແລະເງິນຄຳຈຳນວນໜຶ່ງ./.
ກັບສາລະບານ |