ຂ່າວພາຍໃນປະເທດ

ໄທ ແລະ ສ.ເກົາ​ຫລີ​ ມອບ​ເງິນ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ

*(ຂ​ປ​ລ): ໃນ​ຕອນ​ບ່າຍ​ວັນ​ທີ 26 ສິງຫາ 2008 ຢູ່​ທີ່​ກະຊວງ​ແຮງ​ງານ​ ​ແລະ ສະຫວັດດີ​ການ​ສັງຄົມ, ທ່ານ ວິບູນ ຄູ​ສະກຸນ, ​ເອກ​ອັກຄະ ຣາ​ຊະ​ ທູດ ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ຣາຊະ​ອານາຈັກ​ໄທ ປະຈຳ​ລາວ ​ໄດ້ມອບ​ເງິນ​ຈຳນວນ 220.000 ບາດ ​ເພື່ອ​ມາ​ຊ່ວຍ​ເຫລືອ​ບັນ ​ເທົາ ​ທຸກ​ໃຫ້​ແກ່​ຜູ້ທີ່​ປະສົບ​ໄພ​ນ້ຳ​ຖ້ວມ ຢູ່​ ສປປ ລາວ​ໂດຍ​ຜ່ານ​ທ່ານ ​ເລົາ​ລີ ໄຟ​ເພັງ​ຢົວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດ ດີ​ການ​ສັງ​ຄົມ.
​ ໃນ​ໄລຍະ​ຜ່ານ​ມາ, ຣາຊະ​ອານາຈັກ​ໄທ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ສຸກ​ເສີນ​ກ່ອນ​ແລ້ວ​ເປັນ​ເງິນ ​ແລະ ກະ ສອບ​ຊາຍຈຳນວນ​ໜຶ່ງ,​ເຊິ່ງ ລວມມູນ ​ຄ່າ​ ການ ​ຊ່ວຍ ​ເຫ​ລື​ອ ນັບ​ແຕ່​ມື້ນ້ຳ​ຖ້ວມມາ​ເຖິງ​ປະຈຸ​ບັນ ລວມທັງ ຫມົດ 430.000 ໂດ​ລາ​ສະຫະລັດ.
​ ໃນ​ວັນ​ທີ 27 ສິງ​ຫາ 2008 ຢູ່​ທີ່​ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ-​ສັງ​ຄົມ, ທ່ານ ປັກ​ແຈ​ຮຸນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ຜູ້ມີອຳ ນາດເຕັມແຫ່ງ ສ.​ເກົາ​ຫລີ ປະ​ຈຳ ລາວໄດ້ຕາງຫນ້າໃຫ້ ລັດ​ຖະ​ບານແຫ່ງ ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ​ ​ມອບ​ເງິນ​ຈຳ​ນວນ 30.000 ໂດ​ລາ​ສະ​ ຫະ​ລັດ ​ເພື່ອ​ຊ່ວຍ​ເຫລືອ ​ຜູ້​ປະ​ສົບ ​ໄພນ້ຳຖ້ວມຢູ່ ລາວ ຜ່ານ ທ່ານ ເລົາ​ລີ ໄພ​ເພັງ​ຢົວ,​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ ດີ​ ການ-​ສັງ​ຄົມ ເປັນ​ຜູ້​ຮັບ.
ທ່ານ ເລົາ​ລີ ໄພ​ເພັງ​ຢົວ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ລາວ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ ສ.ເກົາ​ຫລີ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ຜູ້​ປະ​ສົບ ​ໄພ​ນ້ຳ​ຖ້ວມ​ ຢູ່​ ຫລາຍ​ແຂວງ​ຂອງ​ລາວຊຶ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຍິງ​ຕໍ່​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ການການ​ພື້ນ​ພູຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊານ​ຊົນ​ບັນ​ດາ​ເຜົ່າ​ ພາຍ​ຫລັງ​ປະ​ສົບ​ໄພນ້ຳ​ຖ້ວມໃຫ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໂດຍ​ໄວ ແລະ ​ພ້ອມທັງ​ເປັນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ລາວ-​ສ.ເກົາ​ຫລີ ໃຫ້​ ນັບ​ມື​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ.
ທຶນ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ຈາກກອງ​ທຶນ​ຊ່ວຍ​ເຫລືອ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ການ​ຄ້າ ສ.ເກົາ​ຫລີ ທີ່​ໄດ້​ລະ​ດົມ​ໃຫ້​ການ​ຊ່ວຍ​ເຫລືອ​ ເຂດ​ໄພ​ພ ິ​ບັດ​ທົ່ວ​ໂລກ. ຂະ​ນະ​ດຽວ​ກັນ​ໃນ​ຕົ້ນ​ປີ​ນີ້ ລັດ​ຖະ​ບານ​ ສ. ເກົາ​ຫລີ​ ຕົກ​ລົງໃຫ້​ທຶນກູ້​ຢືມ​ແກ່ ສ​ປ​ປ ລາວ ປະ​ມານ 37 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ນຳ​ໃຊ້​ເຂົ້າ​ ໃນ​ການ​ກໍ່​ສ້າງ ແລະ​ປັບ​ປຸງ​ຕາ​ຝັ່ງ​ແຄມ​ນ້ຳ​ຂອງ ໃນ​ຕົວ​ເມືອງ​ນະ​ຄອນ​ຫລວງວຽງ​ຈັນ ລວມ​ທັງ​ການ​ກໍ່​ສ້າງ​ຕາ​ຝັ່ງ​ເຈື່ອນ ທີ່ເລີມ​ຈາກ​ເມືອງ​ສີ​ໂຄດ​ຕະ​ບອງ​ຫາ ເມືອງ​ ສີ​ ສັດ​ຕະ​ນາກ, ການ​ກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ ແລະ​ເສັ້ນ​ທາງ​ລຽບ​ຕາມ​ແຄມ​ນ້ຳຂອງ ຊຶ່ງ​ໂຄງ​ການ​ດັ່ງ​ກ່າວມ​ແມ່ນ​ຢູ່​ຂັ້ນ​ຕອນ​ດຳ​ເນີນ​ການ ແລະ​ເມື​ອ​ສຳ​ເລັດ​ ຈະ​ຊ່ວຍ​ລົດ​ຄວາມ​ສ່ຽງ ແລະ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ໃຫ້​ແກ່​ຊາວ​ນະ​ຄອນ​ຫລວງວຽງ​ຈັນ./.

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446