ຂ່າວພາຍໃນປະເທດ

ລະດົມ​ຄວາມ​ຄິດ​ເພື່ອ​ການ​ສ້າງກອງ​ທຶນ​ມໍ​ລະ​ດົກແຂວງ​ຊຽງ​ຂວາງ

*(ຂ​ປ​ລ): ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ແຂວງ​ຊຽງ​ຂວາງ​ໄດ້​ຈັດ​ກອງ​ປະ​ຊຸມຂັ້ນ​ຂອງ​ຕົນ​ຂຶ້ນ ໃນ​ອາ ​ທິດ ​ທີ່​ຜ່ານ​ມາ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກອງ​ທຶນ​ມໍ​ລະ​ດົກຂອງ​ຕົນ​ຂຶ້ນ ພາຍ​ໃຕ້​ການ​ເປັນ​ ປະ ​ທານ ​ຂອງ ​ທ່ານ ​ຄຳ​ປ່ຽນ ສີ​ນວນ​ທອງ, ຮອງ​ເຈົ້າ​ແຂວງ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກ​ ງານຂະ​ ແໜງ​ການ​ ວັດ​ ທະ​ນະ​ທຳ​-ສັງ​ຄົມ ແຂວງ​ຊຽງ​ຂວາງ.
ໃນ​ກອງ​ປະ​ຊຸມຜູ້​ຮັບ​ຜິດ​ຊອບ​ບັນ​ດາ​ຂະ​ແໜງ​ການ​ທີ່​ເຂົ້າ​ຮ່ວມ ໄດ້​ພ້ອມ​ກັນ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ສ້າງ​ຕັ້ງ ກອງ​ທຶນ ​ມໍ​ລະ​ດົກ ບົນ​ພຶ້ນ​ຖານ​ການ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຂອງ​ທ່ານ​ເຈົ້າ​ແຂວງ ລວມ​ ໄປ​ເຖິງ​ບັນ​ດາ​ກົດ​ໝາຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ໃນ​ນີ້ສຳ​ຄັນ​ຕົ້ນ ​ຕໍ​ແມ່ນ​ໄດ້​ຄົ້ນຄວ້າ ​ເອ​ກະ​ສານກອງ​ ທຶນ​ມໍ​ລະ​ດົກ ​ແຫ່ງ​ຊາດ, ຮ່າງ​ເນື້ອ​ໃນ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ຫ້ອງ​ການ​ມໍ​ລະ​ດົກໄຫ​ຫີນ ແຂວງ​ຊຽງ ​ຂວາງ ແລະ ເອ​ກະ​ສານ ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ມໍ​ລະ​ດົກ, ກອງ​ປະ​ຊຸມ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ມອບ​ຄວາມ​ຮັບ​ຜິດ​ຊອບ ໃຫ້​ບັນ​ດາ​ຂະ​ ແໜງ ​ການ, ບັນ​ດາ​ເມືອງ, ທ້ອງ​ຖິ່ນ ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ ຢູ່​ທ້ອງ​ຖິ່ນ​ທີ່​ຕົນ​ສັງ​ກັດ​ຢູ່ ໃຫ້​ປະ​ສົບ​ກັບຄວາມ​ສຳ​ເລັດ ແລະ ກາຍ​ ເປັນ​ຮູບ​ປະ​ທຳ​ຕົວ​ຈິງ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446