ວຽກງານຈຸດສຸມທົ່ວຂະແຫນງກະສິກຳ-ປ່າໄມ
*(ຂປລ): ວຽກຈຸດສຸມຂອງຂະແໜງກະສິກຳ-ປ່າໄມ້ ໃນອາທິດຜ່ານມາໄດ້ເອົາໃຈໃສ່ຄວບຄຸມ ແລະ ສະກັດກັ້ນພະຍາດໄຂ້ ຫວັດ ສັດປີກຢູ່ ບັນດາແຂວງພາກເໜືອ ໂດຍສະເພາະຢູ່ 4 ບ້ານເຂດແດງ ເມືອງ ນ້ຳບາກ ແຂວງຫລວງພະບາງ, ຂ້າທຳລາຍສັດ ປີກຈຳນວນ 5.000 ກວ່າໂຕ, ໄຂ່ເກືອບ 500 ໜ່ວຍ, ມີມູນຄ່າ ຫລາຍກວ່າ 100 ລ້ານກີບ. ສ່ວນຢູ່ບ້ານນາແລ ເມືອງໄຊ ແຂວງ ອຸດົມໄຊ ໄດ້ຂ້າທຳລາຍສັດປີກຈຳນວນ 1.000 ກວ່າໂຕ, ທຳລາຍ ໄຂ່ຈຳນວນ 200 ກວ່າ ໜ່ວຍ ມູນຄ່າ 21 ລ້ານກວ່າກີບ. ຕໍ່ກັບສະພາບດັ່ງກ່າວ ກະຊວງກະສິກຳ ໄດ້ສົມທົບກັບທະນາຄານໂລກ ໃຫ້ການຊ່ວຍ ເຫລືອດ້ານ ງົບປະມານ ໃຫ້ເມືອງນ້ຳບາກ 63 ລ້ານກວ່າກີບ, ແຂວງຫລວງພະບາງ 130 ລ້ານ ກວ່າກີບ ແລະ ເມືອງໄຊ 12 ກວ່າກີບ, ແຂວງອດົມໄຊ 74 ລ້ານກວ່າກີບ. ນອກ ນັ້ນໄດ້ສືບ ຕໍ່ຜະ ລິດຢາປ້ອງ ກັນພະຍາດສັດ ໂດຍ ສະເພາະຢາເຕົ້າໂຮມເລືອດສັດ ງົວ-ຄວາຍ, ອະຫິວາ ສັດປີກ, ອະຫິວາໝູ, ນິວຄາເຊິນອ່ອນ ຊຶ່ງສາມາດ ຜະລິດໄດ້ 3 ແສນກວ່າເຂັມ, ສະໜອງອຸປະກອນສັດຕະວະແພດໃຫ້ແຂວງຫລວງພະບາງມີ: ເຕົ້າ ໂຮມ ເລືອດສັດ ງົວ-ຄວາຍຈຳນວນ 1.500 ເຂັມ, ນິວຄາເຊິນ 45.100 ເຂັມ, ອະຫິວາສັດປີກ 450 ເຂັມ, ອະຫິວາເປັດ 2.500 ເຂັມ, ຫລອດລົມອັກເສບ 2.500 ແລະ ອະຫິວາໝູ 6.480 ເຂັມ, ມູນຄ່າ 66 ລ້ານກວ່າກີບ. ຕິດຕາມການ ສັກຢາປ້ອງ ກັນພະ ຍາດສັດລ້ຽງ ຢູ່ໃນ 3 ແຂວງເຊັ່ນ: ນະຄອນຫລວງວຽງຈັນ, ແຂວງຫົວພັນ ແລະ ແຂວງ ສາລະວັນ. ຊຶ່ງປະຕິບັດໄດ້ທັງໝົດ 7.600 ກວ່າໂຕ. ອີກວຽກງານພົ້ນເດັ່ນ ແມ່ນວຽກງານຜະລິດສະບຽງອາຫານ ໂດຍ ໄດ້ສືບຕໍ່ສຳຫລວດອອກແບບ ໂຄງການຊົນລະປະທານນ້ຳຫຍ້າ ເມືອງ ສິງ ແຂວງຫລວງນ້ຳທາ ແລະ ໂຄງການນ້ຳ ແຊະ ແຂວງວຽງຈັນ ສຳເລັດ 100%, ຄິດໄລ່ອອກແບບ 19 ໂຄງການລ້ອງ ນ້ຳຫີນບູນ ແຂວງຄຳ ມ່ວນ ແລະ ໂຄງການນ້ຳລ້ອງ ແຂວງຫົວພັນ ປະຕິບັດໄດ້ ປະມານ 90%, ສ່ວນ ໂຄງການນ້ຳແຄນ ແຂວງ ໄຊຍະບູລີ ປະຕິບັດໄດ້ 25%. ນອກນັ້ນຍັງ ໄດ້ດັດແກ້ແບບຫົວງານຢູ່ນາພອກ ນະຄອນ ຫລວງວຽງຈັນ ສຳເລັດ 100%. ປະຈຸບັນ ກະສິກອນ ໄດ້ເອົາໃຈໃສ່ບົວລະບັດເຂົ້ານາປີ, ເຝົ້າລະວັງສັດຕູພືດ ແລະໄພນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນຮອບໃໝ່, ທັງມີການ ເກັບກູ້ຜົນຜະລິດລະດູຝົນ ປະເພດສາລີ ແລະ ເຜືອກມັນຕ່າງໆ. ນອກນີ້ ຍັງ ໄດ້ປັກດຳນາຕ່າວ ຫລັງ ນ້ຳຖ້ວມ ເສຍຫາຍ ຢູ່ນາ ພອກ ຊຶ່ງມີແນວ ພັນເຖິງ 4 ຊະນິດ ໄດແລ້ວ 5 ເຮັກຕາ. ສ່ວນວຽກງານຢຸດຕິການຖາງປ່າເຮັດໄຮ່ ແລະ ແກ້ໄຂຄວາມທຸກຍາກ ໄດ້ສຳເລັດການສ້າງ ແຜນ ນຳໃຊ້ທີ່ດິນ ແລະ ມອບດິນ ມອບປ່າຢູ່ 5 ບ້ານກຸ່ມ ດອນຊາ ເມືອງທ່າແຕງ ແຂວງເຊກອງ, ໄດ້ມີການສັງ ລວມຂຶ້ນແຜນໂກ້ຕ້າໄມ້ 2008-2009 ຈາກບັນດາ ແຂວງຕ່າງໆມີທັງໝົດ 2 ແສນກວ່າແມັດກ້ອນ. ໃນຂະນະ ດຽວກັນ ບັນດາການນຳກະຊວງ ກໍໄດ້ຮ່ວມປະຊຸມປຶກສາຫາລື ກ່ຽວກັບ ກິດ ຈະການລົງທຶນປູກໄມ້ຢູ່ ສປປ ລາວ ແລະ ສົ່ງເສີມການປຸກໄມ້ຜະລິດເຈຍ ຂອງປະເທດຍີ່ປຸນ, ກະກຽມການສະ ເຫລີມສະ ຫລອງວັນອາຫານໂລກ ແລະ ອື່ນໆ. ບັນຫາທີ່ໄດ້ເອົາ ໃຈໃສ່ໃນອາທິດຜ່ານມາ ແມ່ນການລາຍງານພະຍາກອນອາກາດ ໃຫ້ປະຊາ ຊົນທົ່ວທຸກພາກໄດ້ຊາບໂດຍສະເພາະພາຍຸໄຕ້ຝຸ່ນ ຮາກກຸພີດ (HAGUPIT) ຫົວທີ 14 ທີ່ມີ ຈຸດສຸມສູນກາງໃກ້ ກັບ ເກາະຫາຍ ຫນຳ ໄດ້ພັດປົກຄຸມຢູ່ທົ່ວທູກພາກ ຊຶ່ງເຮັດ ໃຫ້ມີຝົນຟ້າຄະນອງ ຢູ່ຫລາຍ ທ້ອງຖິ່ນ ແລະ ຝົນຕົກໜັກ ຢູ່ບາງທ້ອງຖິ່ນ. ທັງນີ້ແນ ໃສ່ໃຫ້ປະຊາຊົນໄດ້ມີສະຕິລະມັດລະວັງ ຕໍ່ບັນຫາດັ່ງ ກ່າວ ຢ່າງທັນການ./.
ກັບສາລະບານ