ຫລວງນ້ຳທາພັດທະນາການທ່ອງທ່ຽວແບບຍືນຍົງ ຕາມແລວເສດຖະກິດເໜືອ-ໃຕ້
*(ຂປລ): ອົງການທ່ອງທ່ຽວແຫ່ງຊາດ ຮ່ວມກັບ ພະແນກທ່ອງທ່ຽວແຂວງຫລວງນ້ຳທາ ໄດ້ຮ່ວມ ປຶກສາຫາລື ແລະ ສະເໜີໂຄງ ການພັດທະນາການທ່ອງທ່ຽວແບບຢືນຍົງ ຕາມແລວເສດຖະກິດເໜືອ-ໃຕ້ ໄດ້ ຈັດຂຶ້ນໃນວັນທີ 15 ພຶດສາພາ 2009 ທີ່ພະ ແນກ ແຜນການ ແລະ ການລົງທຶນແຂວງ ຫລວງນ້ຳທາ ໂດຍ ມີທ່ານ ພິມມະສອນ ເລືອງຄຳມາ, ເຈົ້າແຂວງໆຫລວງນ້ຳທາ, ທ່ານ ສູນ ມະນີວົງ, ຫົວໜ້າກົມແຜນການ, ຫົວໜ້າໂຄງ ການ, ມີຮອງຫົວໜ້າແຜນການ ແລະ ການຮ່ວມມື ຜູ້ຈັດຕັ້ງໂຄງການຂັ້ນສູນກາງ, ຊ່ຽວຊານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ຫົວໜ້າພະແນກທ່ອງທ່ຽວແຂວງ, ບັນດາເຈົ້າເມືອງ, ປກສ-ປກຊ, ນັກທຸ ລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການພັດທະນາການທ່ອງທ່ຽວແບບຢືນຍົງ ແມ່ນໂຄງການຊ່ວຍເຫລືອລ້າ ຈາກທະນາຄານພັດ ທະນາອາຊີ (ADB) ຈຳນວນ 10 ລ້ານໂດລາການາດາ ແລະ ລັດຖະ ບານລາວ ສົມທົບ 936.000 ກວ່າໂດລາສະຫະລັດ , ໂຄງການຈະໄດ້ຈັດ ຕັ້ງປະຕ ິບັດເປັນເວລາ 5 ປີ ເລີ່ມແຕ່ປີ 2009 -2013, ການ ຈັດຕັ້ງປະຕິບັດໂຄງການລວມມີ 5 ພາກຢູ່ໃນທົ່ວປະເທດ, ໃນນັ້ນ ໂຄງການ ພັດ ທະນາການ ທ່ອງທ່ຽວແບບ ຢືຍຍົງ ຕາມເສດ ຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ ຕາມເສັ້ນທາງ R3 ແຂວງຫລວງນ້ຳທາ ແລະ ບໍ່ແກ້ວ ໂດຍໄດ້ຮັບ ທຶນຊ່ວຍເຫລືອລ້າ ຈາກທະນາຄານພັດທະນາອາຊີ 930.000 ໂດລາການາດາ ແລະ ທຶນລັດ ຖະບານສົມທົບ 65.000 ໂດລາສະຫະລັດ, ບັນດາກິດຈະກຳປະກອບມີການສ້າງແຜນພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ, ກໍ່ສ້າງໂຄງລ່າງພື້ນຖານການທ່ອງທ່ຽວ, ສ້າງຈິດສຳນຶກດ້ານການ ທ່ອງ ທ່ຽວ, ພັດທະນາຊັບພະຍາກອນມະ ນຸດ, ສ້າງເຄືອ ຂ່າຍ ການ ສະໜອອງ ການໂຄສະນາສົ່ງເສີມ ພັດທະນາ ບົດບາດຍິງ-ຊາຍ, ແຜນງານກວດກາ, ປະເມີນຜົນ ແລະ ອື່ນໆ. ທ່ານເຈົ້າແຂວງໆຫລວງນ້ຳທາ ພິມມະສອນ ເລືອງຄຳມາ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ດຶງດູູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງຫລວງນ້ຳທານັບມື້ຫລາຍຂຶ້ນ ໂດຍສ້າງເງື່ອນໄຂ ແລະ ສິ່ງເອື້ອອຳນວຍຄວາມສະດວກ ເພື່ອຮອງຮັບໃຫ້ ແກ່ການ ທ່ອງທ່ຽວເປັນຕົ້ນ ແມ່ນບ້ານພັກ, ຮ້ານ ອາຫານ, ໂຮງແຮມ ບໍລິການໃຫ້ດີ ມີຄຸນນະພາບບັນເຖິງລະບົບເຕັກໂນໂລຊີ ທີ່ທັນສະໄໝ, ອະນາໄມຕົວ ເມືອງ ໃຫ້ມີຄວາມສະອາດຈົບງາມ, ຮັບປະກັນຄວາມສະຫງົບສຸກ ແລະ ເອົາໃຈໃສ່ພົ້ວພັນກັບບັນດາ ປະເທດໃກ້ຄຽງ ເພື່ອໂຄສະນາເຜີຍແຜ່ ແລະ ເອົາໃຈສຶ່ງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມແຂວງ ຫລວງ ນ້ຳທາ ນັບມື້ຫລາຍຂຶ້ນ. ປະຈຸບັນແຂວງຫລວງນ້ຳທາ ມີແຫລ່ງທ່ອງທ່ຽວທຳມະຊາດທັງໝົດ 77 ແຫ່ງ, ມີພະນັກງານນຳທ່ຽວ 118 ຄົນ, ມີໜ່ວຍ ບໍລິການ ນຳທ່ຽວ 12 ໜ່ວຍ, ມີປະຊາຊົນເຂົ້າຮ່ວມ 131 ບ້ານ, ກິດຈຳກຳຕົ້ນຕໍ ແມ່ນການຍ່າງປ່າ ຢູ່ໃນປ່າສະຫງວນແຫ່ງຊາດນ້ຳຫ້າ, ຂີ່ເຮືອລ່ອງແກ້ງ, ຂີ່ລົດຖີບ, ທ່ຽວຊົມຖ້ຳ, ທ່ຽວຊົມແຫລ່ງທ່ອງ ທ່ຽວທຳມະຊາດ, ວັດທະນາທຳ ແລະ ປະຫວັດສາດ, ນ້ຳຕົກຕາດ, ການຜະລິດຫັດຖະກຳຂອງປະຊາຊົນ, ການຜະລິດກະສິກຳ, ການນຳພານັກທ່ອງທ່ຽວພັກແຮມຄືນນຳ ເຮືອ ປະ ຊາຊົນ ເພື່ອຮຽນຮູ້ ກ່ຽວກັບວັດທະນະທຳຮີດຄອງປະເພນີ ຂອງປະຊາຊົນບັນດາເຜົ່າ./.
ກັບສາລະບານ