ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446

 

 

ຂ່າວພາຍໃນປະເທດ

ເຜີຍ​ແຜ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ ສ ອາ​ເມ​ລິ​ກາ

*(ຂປລ): ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ ກະຊວງ​ການ​ຕ່າງປະ​ເທດ ​ຮ່ວມ​ກັບ​ສະຖາ​ທູດ​ອາ​ເມ​ລິ​ກາ​ ປະ​ຈຳ​ລາວ ​ໄດ້​ຈັດ​ໃຫ້​ມີ​ການ​ເຜີຍ ​ແຜ່​ໃນ​ຫົວ​ຂໍ້ ”ນະ​ໂຍບານ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ໂອ​ບາ​ມາ​“ ໃນ​ວັນ​ທີ 22 ພຶດ​ສະພາ 2009 ​ໃຫ້​ກຽດ​​ປາຖະກະຖາ​ ນະ ​ໂຍບາຍ​ດັ່ງກ່າວ​​ໂດຍ ​ທ່ານ Charles B SALMON Yr ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະລັດອາ​ເມ​ລິ​ກາ ປະ​ຈຳ​ລາວ (1992-1993) ທີ່​ປຶກສາ​ ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ປະ​ຈຳສູນ​ສຶກສາ​ດ້ານ​ຄວາມ​ໝັ້ນຄົງ​ອາຊີ-ປາຊີ​ຟິກຂອງ ສະຫະລັດ​ອາ​ ເມ​ລິ​ກາ, ມີທ່ານນາງ ​ມະໄລ​ວຽງ ສາກົນ​ນິຍົມ, ວ່າການ​ຫົວໜ້າ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ມີ​ ຜູ້​ຮັບຜິດຊອບ​ວຽກ​ງານ​ດ້ານ ​ວັດທະ ນະ​ທຳ​ ຂອງ​ສະຖາ​ທູດ​ອາ​ເມ​ລິ​ກາ, ມີ​ບັນດາ​ພະນັກງານ​ຈາກ ​ກະຊວງ​ ການ ​ຕ່າງປະ​ເທດ, ຄະນະ​ພົວພັນ ​ຕ່າງປະ​ເທດ​ສູນ​ ກາງ​ພັກ, ພະນັກງານ​ຈາກ​ກະຊວງ, ຂະ​ແໜງ​ການ ​ອ້ອມ​ ຂ້າງ​ຕ່າງໆ​ເຂົ້າ​ຮ່ວມ.
ການຈັດປາຖະກະຖາ​​ ກ່ຽວກັບນະ​ໂຍບາຍ​​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ໂອ​ບາ​ມາ ໃນ​ຄັ້ງນີ້ີ​ ເພື່ອ​ໃຫ້​ພະນັກງານ​ຂອງ​ລາວ​ ໄດ້​ເຂົ້າ​ໃຈ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ຂອງສະຫະລັດ​ອາ​ເມ​ລິ​ກາ​ ເພື່ອ​ ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ພົວພັນ​ການ​ຕ່າງປະ​​ເທດ ຂອງ​ ສະ ຫະລັດ​ອາ​ເມ​ລິ​ກາ ​ພາຍຫຼັງ​ການ​ຂຶ້ນຮັບ​ຕຳ​ ແໜ່ງ​ ຂອງ ​ປະ ທານາທິບໍດີ​ ​ໂອ​ບາ​ມາ ທີ່​ມີ​ຕໍ່​ສາກົນ​ກໍ​ຄື​ຕໍ່​ພາກພື້ນອາຊີ./.

ກັບສາລະບານ