ຂ່າວພາຍໃນປະເທດ

ຮ່າງ​ກົດ​ໝາຍ​ໃໝ່ 5 ສະ​ບັບ​ໄດ້​ຮັບ​ການ​ທາບ​ທາມ​ຢູ່​ຂັ້ນ​ແຂວງ

*(ຂ​ປ​ລ): ຮ່າງ​ກົດ​ໝາຍ​ໃໝ່ ທີ່​ຖືກ​ສ້າງ​ຂຶ້ນ ແລະ ນຳ​ເຂົ້າ​ສູ່ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ ປະ​ກອບ​ຄຳ​ຄິດ​ ຄຳ​ເຫັນ ຈາກ​ບັນ​ດາ​ຂະ​ ແໜງ​ ການ​ກ່ຽວ​ຂ້ອງ​ອ້ອມ​ຂ້າງ​ສູນ​ກາງ ນັບ​ເປັນ​ຫລາຍ​ຄັ້ງ ເພື່ອ​ສ້າງ​ຄວາມ​ ເປັນ ​ເອ​ກະ​ພາບ​ໃນ​ດ້ານ​ຫລັກ​ການ ແລະ ເຮັດ​ໃຫ້​ເນື້ອ​ໃນ ​ຂອງ ​ບັນ​ດາ​ກົດ​ໝາຍ ທີ່​ຈະ​ນຳ​ສະ​ເໜີ​ຜ່ານກອງ​ປະ​ ຊຸມ​ສະ​ ພາ​ແຫ່ງ​ຊາດ​ໃນ​ຕໍ່​ໜ້າ. ຄະ​ນະ​ກຳ​ມະ​ການ​ກໍ່​ສ້າງ​ຮ່າງ​ກົດ​ໝາຍ​ ໄດ້​ ນຳ​ເອົາເນື້ອ​ໃນຮ່າງ​ກົດ​ໝາຍ 5 ສະ​ບັບ ລົງ​ໄປ​ທາບ​ທາມ ຢູ່​ບັນ​ດາ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ ແຂວງ​ສາ​ລະ​ວັນ ກໍ​ໄດ້ ຈັດ​ຕັ້ງ​ການຄົ້ນ​ຄວ້າ ແລະ ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ຮ່າງ​ກົດ​ໝາຍ ວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ, ​ນ້ຳ​ປະ​ປາ, ​ສົ່ງ​ເສີມ​ ການ​ ລົງ​ທຶນ, ຄັງ​ເງິນ​ແຫ່ງ​ຊາດ ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ມົງ. ໃນ​ຕອນ​ເຊົ້າ​ວັນ​ທີ 20 ພຶດ​ສະ​ພາ 2009 ພາຍ​ໃຕ້​ການ​ເປັນ ​ປະ​ທານ ​ຂອງ​ທ່ານ ນາງ ມະ​ນີ​ຊົງ ລື​ສີ​ສະ​ໝຸດ, ສະ​ມາ​ຊິກ​ສະ​ພາ​ ແຫ່ງ​ຊາດ​ເຂດ​ ເລືອກ​ຕັ້ງ 14 ແຂວງ​ສາ​ລະ​ວັນ.
ການ​ຈັດ​ຕັ້ງ​ຄົ້ນ​ຄວ້າ ແລະ ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ທັງ 5 ສະ​ບັບ​ທີ່​ກ່າວ​ມາ​ນັ້ນ ສິ່ງ​ ສຳ​ຄັນ ກໍ​ເພື່ອ ​ເປັນ​ການ ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດເນື້ອ​ໃນ​ຈິດ​ໃຈ ຄຳ​ແນະ​ນຳ​ຂອງ​ສະ​ມາ ​ຊິກ​ສະ​ ພາ​ແຫ່ງ​ຊາດ ​ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 14 ສົກ​ປີ 208-​2009 ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຕາມ ​ລະ​ດັບ​ຄາດ​ ໝາຍ, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ເຂົ້າ​ໃນ​ການ ​ຄຸ້ມ​ຄອງ​ລັດ-​ເສດ​ຖະ​ກິດ-​ສັງ​ຄົມ ໂດຍ​ສະ​ ເພາະ​ແມ່ນ​ຂະ​ຫຍາຍ​ສິດ​ປະ​ຊາ​ທິ​ປະ​ໄຕ ​ເຂົ້າ​ໃນ​ການ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ ​ບັນ ​ຫາ​ສຳ​ຄັນ​ຂອງ​ຊາດ. ທັງ​ຮັບ​ປະ​ກັນ​ໃຫ້​ຮ່າງ​ກົດ​ໝາຍ 5 ສະ​ບັບ​ ມີ​ເນື້ອ​ໃນ​ຄົບ​ຖ້ວນ, ໜັກ​ແໜ້ນ ແລະ ຮັດ​ກຸມ ສາ​ມາດ​ສ່ອງ ແສງ​ ຢ່າງ​ລວມ​ສູນ ແລະ ເປັນ​ເອ​ກະ​ພາບ ເພື່ອ​ນຳ​ເຂົ້າ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ຢ່າງ​ສົມ​ບູນ ​ໃນ​ກອງ​ປະ​ຊຸມ​ສະ ​ໄໝ​ສາ​ມັນ​ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI ໃນ​ຕໍ່​ໜ້າ ແນ​ໃສ່​ເພີ່ມ​ທະ​ວີ​ເຄື່ອງ​ມື​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ ​ສັງ​ຄົມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະ​ ຕິ​ກອງ​ ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ​ ວາງ​ອອກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446