ຂ່າວພາຍໃນປະເທດ

ລາວ-ກອງ​ທຶນ​ສາກົນ ​​ຮ່ວມ​ມື​ຕ້ານ​ວິ​ກິດ​ການເສດຖະກິດ​ໂລກ

*(ຂປລ): ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະ​ຈຳ​ການ​ລັດຖະບານ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານນາງ ກາ​ໂລ​ນ ເບ​ເກີ (CAROL BAKER), ຫົວໜ້າ​ ຫ້ອງ ການ​ກອງ​ທຶນ​ສາກົນ ປະ​ຈຳ​ພາກ ພື້ນອາຊີ​-ປາຊີ​ຟິກ ​ໃນ​ຕອນ​ແລງຂອງ​ວັນ​ທີ 21 ພືດ​ສະພາ 2009 ຢູ່​ທີ່​ຫ້ອງ​ຮັບ​ແຂກ​ ສຳນັກງານ​ນາຍົກລັດຖະມົນຕີ ເພື່ອລາຍ​ງານ​ຜົນ ​ເບື້ອງຕົ້ນ​ ໃນ​ການ​ຊ່ວຍ​ເຫຼືອ ສປປ ລາວ​ ທາງ​ດ້ານ​ວິຊາ​ການ​ການໃນ​ການ​ຮັບ​ມື​ກັບວິ​ກິດ​ການ ການ​ເງິນ​ໂລກ​ໃນ​ປະຈຸ​ບັນ​ ໃນ​ໂອ ກາດ​ທີ່​ທ່ານເດີນທາງ ​ມາ​ ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ ສປປ ລາວ ຕັ້ງ​ແຕ່​ວັນ​ທີ 13-17 ພືດ​ສະພາ 2009 ນີ້.
ທ່ານ ຜູ້​ປະ​ຈຳ​ການ​ ສົມ​ສະຫວາດ ​ເລັ່ງສະຫວັດ ໄດ້​ສະ​ແດງ​ ຄວາມ​ຍິນດີຕ້ອນຮັບ ​ແລະ ຂອບ​ໃຈ​ຕໍ່ ຫົວໜ້າ​ຫ້ອງ ການ ​ກອງ​ທຶນ ​ສາ ກົນ ​ປະ​ຈຳ​ພາກພື້ນອາຊີ​-ປາຊີ​ຟິກ ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫູ​ອທາງ​ ດ້ານ​ວິຊາ​ການ ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ ການ​ເງິນ​ໂລກ​​ແກ່ ສປປ ລາວ ຊຶ່ງ​ເປັນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ ການ​ພົວພັນ​ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ກອງ​ທຶນ​ສາ ກົນ​ປະ​ຈຳ​ພາກພື້ນອາ​ຊີ​ປາຊີ​ຟິກ ​ໃຫ້​ນັບ​ມື້ມີ​ບາດ ກ້າວ​ຂະຫຍາຍຕົວ​ອອກ​ໄປ​ເລື້ອຍ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446