ຊົມເຊີຍວັນຊາດນອກແວ
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໃນນາມປະຊາ ຊົນລາວ ແລະ ໃນນາມສ່ວນຕົວ ມີຄວາມປື້ມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນ ປະເສີດ ຜ່ານທາງໂທລະເລກ ເຖິງສົມເດັດ ຣາ ຣານທີ V ແລະ ຜ່ານພະອົງໄປຍັງປະຊາຊົນນອກແວ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜ່າສຸກ ແລະ ວັດທະນາຖາວອນ ໃນໂອ ກາດວັນຊາດ ແຫ່ງ ຣາຊະອາ ນາຈັກນອກແວ, ພ້ອມທັງ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ຮ່ວມມືທີ່ດີ ຊຶ່ງມີ ມາຍາວ ນານ ລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະ ໂຫຍດຂອງ ປະຊາ ຊົນສອງຊາດ ແລະ ເພື່ອການຮ່ວມມືສາກົນ. ໃນໂອກາດດຽວກັນນີ້ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງ ນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ພອນ ໄຊອັນປະເສີດ ເຖິງພະນະທ່ານ ເຈມສ໌ ສະໂທນເທັນເບີກ, ນາຍົກ ລັດຖະມົນຕີ ແລະ ພະນະທ່ານ ໂຈນັສ ກາຣ໌ ສະຕໍຣ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ ເຊັ່ນດຽວກັນ./.
ກັບສາລະບານ