ຂ່າວພາຍໃນປະເທດ

ມອບ​ກະດູກ ​ແລະ ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອາ​ເມ​ລິ​ກາ
​ ທີ່​ຫາຍ​ສາບ​ສູນໃນປາງ​ສົງຄາມຢູ່​ລາວ

*(ຂປລ): ໂດຍ​ສືບຕໍ່​ປະຕິບັດ​ມະນຸດສະ​ທຳ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ ແຫ່ງສປປ ລາວ ທີ່​ມີ​ຕໍ່​ຄອບຄົວ​ກໍ​ຄື​ຍາດ ຕິ​ພີ່ນ້ອງ​ຂອງ​ຜູ້​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ລາວ ​ແລະ ອີງ​ຕາມ​ການ​ຮ້ອງ​ ຂໍ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ການ​ແກ້​ ໄຂ​ບັນຫາ​ດັ່ງກ່າວ, ໃນ​ລະຫວ່າງ​ວັນ​ທີ 16-18 ພະຈິກ 2008 ຄະນະ​ວິຊາ​ການ​ລາວ-ອາ​ເມ​ລິ​ກາ​ໄດ້​ປະຕິບັດ​ແຜນການ​ຮ່ວມ​ ມື​ສອງ​ ຝ່າຍ​ໃນ​ການ​ຂຸດ ​ຄົ້ນ​ເພື່ອ​ຊອກ​ຫາ​ ຮ່ອງຮອຍ ​ແລະ ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ ​ສູນ​ໃນ​ປາງ​ສົງຄາມ​ ຢູ່​ລາວ ​ຄັ້ງທີ 1 ປະ​ ຈຳ ປີ 2008-2009 ຈາກ​ການ​ປະຕິບັດ​ຮ່ວມ​ຄັ້ງນີ້, ຄະນະ​ວິຊາ​ການ​ລາວ-ອາ​ເມ​ລິ​ກາ ສາ​ມາດ​ຄົ້ນ​ພົບ​ສິ່ງ ​ເສດ ​ເຫຼືອ​ຈຳ ນວນ​ ໜຶ່ງ​ເປັນຕົ້ນ: ​ກະດູກ, ​ແຂ້ວ ​ແລະ ວັດຖຸ​ຫລັກ​ຖານ​ອື່ນໆ​ຈາກ​ຈຸດ​ກໍລະນີ 1519 ບ້ານ​ສົບ ​​ເປັງ, ​ເມືອງ​ບົວລະພາ, ​ແຂວງ​ຄຳ​ ມ່ວນ ແລະ ກໍລະນີ 0276 ບ້ານ​ວັງ​ໝູ, ​ເມືອງ​ເຊ​ໂປນ, ​ແຂວງ​ສະ ຫວັນ​ນະ​ເຂດ.
ພິທີ​ມອບ-ຮັບ​ກະດູກ ​ແລະ ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ 2008 ທີ່​ສະ​ບິນ ​ແຂວງ​ສະຫວັນ​ ນະ ​ເຂດ. ​ຕາງໜ້າ​ລັດຖະບານ​ລາວ​ແມ່ນ​ທ່ານ ພົງ​ສະຫວັດ​ ບຸບຜາ, ລັດຖະມົນ ຕີ​ ຊ່ວຍ​ວ່າການ​ກະຊວງ​ການ​ ຕ່າງປະ​ເທດ ​​ເປັນ​ຜູ້​ກ່າວ ​ມອບ ​ແລະ ທ່ານ ປີ​ເຕີ ເຮ​ມອນ, ອຸປະ​ທູດ, ສະຖານ​ເອກ ​ອັກ ຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ ປະ​ຈຳ​ລາວ ຕາງໜ້າ​ລັດຖະບານ ​ອາ​ເມ​ລິ​ກາ ​ເປັນ​ຜູ້​ກ່າວ ​ຮັບ​ໂດຍ​ ຊ້ອງ​ໜ້າ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງ​ສອງ​ຝ່າຍ​.
ຕາມ​ຕົວ​ເລກທີ່​ທາງ​ອາ​ເມ​ລິ​ກາ​ແຈ້ງ​ໃຫ້​ຝ່າຍ​ລາວ​ຊາບ, ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນໃນປາງ ​ສົງຄາມ ​ຢູ່ລາວ​ມີ​ທັງ​ໝົດ​ ຈຳ ​ນວນ 572 ຄົນ ແລະ ນັບ​ແຕ່​ສອງ​ຝ່າຍ​ມີ​ການ​ຮ່ວມ​ມື​ກັນ​ດ້ານ​ນີ້​ໃນ​ປີ 1985 ເປັນ ຕົ້ນ​ມາ​ຈົນ​ເຖິງ​ປະຈຸ​ບັນ, ລັດຖະບານ​ລາວ​ໄດ້​
ມອບ​ຊາກ​ສົບ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ ​ສົງ ຄາມ​ຢູ່​ລາວ​ໃຫ້ແກ່​ລັດຖະບານ​ກໍ​ຄື​ປະຊາຊົນ​ອາ​ເມ​ລິ​ກາ ​ແລ້ວ​ ຈຳ ນວນ 229 ຊາກ​ສົບ​, ຍັງ​ເຫຼືອ 343 ຄົນ, ທີ່​ຈະ​ໄດ້​ສືບຕໍ່​ຊອກ​ຄົ້ນ​ຫາ. ພ້ອມ​ດຽວ​ກັນນັ້ນກໍ​ຍັງ​ມີ​ກະດູກ ​ແລະ ສິ່ງ​ເສດ​ເຫຼືອ​ຈຳ ນວນ​ ໜຶ່ງ​ທ ີ່​ລັດຖະບານ​ ລາວ​ໄດ້​ມອບ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ​ເພື່ອ​ນຳ​ໄປ​ພິສູດ ​ແລະ ວິ​ໄຈ ​ແລະ ຍັງ​ບໍ່​ສາມາດ​ພິສູດ​ຢັ້ງຢືນ​ໄດ້​. ເວົ້າ​ ລວມ​ແລ້ວ​ການ​ຮ່ວມ​ມື​ໃນ​ດ້ານ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ດີ​ເປັນ​ກ້າວໆ​ມາ​ ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ ຢ່າງ​ຈິງ​ ໃຈ​ຂອງ​ລັດຖະບານ ​ລາວ​ ກໍ​ຄື​ເຈົ້າ​ໜ້າ​ທີ່​ຂອງ​ລາວ​ທຸກໆ​ຂັ້ນ​ແຕ່​ຂັ້ນສູນ​ກາງ​ລົງ​ຮອດ​ຂັ້ນທ້ອງ​ຖິ່ນ ແລະ ການ ​ຮ່ວມ​ ມື​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ. ​ສິ່ງ​ ເຫລົ່າ ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ນະ​ໂຍບາຍ​ມະ ນຸດສະ​ທຳ​ ອັນ​ສະ ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ​ແຫ່ງ ສາທາລະນະ​ລັດ​ ປະຊາ ທິປະ​ໄຕ ປະຊາຊົນ​ລາວ​ທີ່​ມີ​ຕໍ່​ປະຊາ ຊົນ ​ອາ​ເມ​ລິ​ກາ ​ແລະ ລັດຖະບານ​ອາ​ເມ​ລິ​ກາ​ໂດຍ ​ສະ​ເພາະ​ແມ່ນ​ຕໍ່​ຄອບ ຄົວ​ກໍ​ຄື​ຍາດ ຕິ​ພີ່ ນ້ອງ​ຂອງ​ຜູ້​ຫາຍ​ ສາບ​ສູນ​ ໃນ​ ປາງ​ສົງຄາມ​ຢູ່​ລາວ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446