ສົມຄວນຢ່າງ​ຍີ່​ງ ​ເພື່ອຈະ​ເອົາ​​ແບບຢ່າງ

* ຫາກ​ທ່ານ​ໃດ​ມີ​ໂອ​ກາດ​ດີ​ໆກໍ​ລອງໆ​ຂີ່​ລົດ​ເລາະ​ຕາມ​ເສັ້ນ​ທາງ​ສຳ​ຄັນສາຍ​ຕ່າງ​ໆພາຍ​ໃນ​ເມືອງ​​ເບິ່ງ, ແລ້ວ​ເຮົາຈະ​
ສັງ​ເກດ​ເຫັນ​ວ່າ​:ປະ​ຈຸ​ບັນນີ້​ ບັນ​ດາ​ຮ້ານ​ອາ​ຫານ​,ຮ້ານ​ບັນ​ເທີງ​ຢູ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ແມ່ນ​ເກີດ​ຂຶ້ນ​ເປັນ​ຈຳ​
ນວນ​ຫລວງ​ຫລາຍ”ເຫ​ມືອນ​ກັບ​ດອກ​ເຫັດ​ໃນ​ຍາມ​ຝົນ”ກໍ​ວ່າ​ໄດ້​ໂດຍ​ສະ​ເພາະ​ແມ່ນ​
ລຽບ​ຕາມ​ເສັ້ນ​ທາງ​ແຄມ​ຂອງ..​.ເຫັນ​ແນວ​ນີ້​ເຮົາ​ກໍ​ດີ​ໃຈ​ເພາະ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ:ບ​້ານ​ເຮົາ​ເມືອງ​ເຮົາ​ມີ​ຄວາມ​
ຈະ​ເລີນ​ຮຸ່ງ​ເຮືອງ​ສີ​ວິ​ໄລ,ປະ​ຊາ​ຊົນ​ມີ​ວຽກ​ເຮ​ັດ​ງານ​ທຳ,ຮູ້​ທຳ​ມາ​ຫາ​ກິນຫຼາຍ​ຂຶ້ນ, ແຕ່ ແນວໃດ​ກໍ​ດີ ບັນ​ດາ​ຜູ້​ປະ​ກອບ​
ການ​ດ້ານ​ນີ້​ກໍ​ຄວນ​ຄຳ​ນຶງ​ເຖິງ​ການ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ອັນ​ດ​ີ​ງາມ​ຂອງ​ຊາດ​ເຮົາ​ແດ່ ເພາະ​ຕາມ​ເສັ້ນ​ທາງ​ຍຸດ​
ທະ​ຍາດ​ສາດ​ເຫລົ່າ​ນີ້​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ​:ຜູ້​ທີ່​ເຂົ້າ​ມາ​ໃຊ້​ບໍ​ລິ​ການ​ສ່ວນ​ໃຫຍ່​ລ້ວນ​ແລ້ວ​ແຕ່​ເປັນ​ແຂກ​ຕ່າງ​ດ້າວ​
ທ້າວ​ຕ່າງ​ແດນ​ກັນ​ທັງ​ນັ້ນ ຍ້ອນ​ຄຳ​ຊ່າ​ລື​ທີ່​ວ່າ:ປະ​ເທດ​ລາວ​ເຮົາ​ເປັນ​ປະ​ເທດ​ທີ່​ອຸ​ດົມ​ໄປ​ດ້ວຍ​ຮ່ອງ​ຮອຍ​ອະ​ລິ​ຍະ
​ ທຳ​ທີ່​ຫລາກ​ຫລາຍ​ແລະ​ດີ​ງາມ​ຈຶ່ງ​ດຶງ​ດູດ​ໃຫ້​ກຸ່ມ​ຄົນ​ເຫລົ່າ​ນັ້ນ​ສົນ​ໃຈ​ເຂົ້າ​ມາ​ທ່ຽວ​ບ້ານ​ເຮົາ​ນັບ​ມື້ນັບ​ເພີ່ມ​ຫລາຍ​ຂຶ້ນ,
ມີ​ຈຸດ​ໜຶ່ງ​ຂໍ​ໃຊ້​ປະ​ໂຫຍກທີ່​ວ່າ ”ຈັກ​ໜ້ອຍ​ພໍ​ພວກເຂົາ​ໄດ້​ມາ​ເຫັນ​ດ້ວຍ​ສາຍ​ຕາ​ຕົວ​ຈິງ​ແລ້ວ​ເຂົາ​ສິ​ຫາ​ວ່າ​ບໍ່​ເຫັນ​ເປັນ​ດັ່ງຄຳ​
ຊ່າ​ລື ”ເປັນ​ຫຍັງ ? ກໍເພາະວ່າ​ເທົ່າ​ທີ່​ສັງ​ເກດ​ເຫັນ​ແລະ​ໄດ້​ເຂົ້າ​ໄປ​ໃຊ້​ບໍ​ລິ​ການ​ຈະເຫັນ​ວ່າ: ບັນ​ດາ​ຮ້ານ​ເຫຼົ່າ​ນີ້​ຍັງ​ຖື​ເບົາ​
ຕໍ່​ການ​ຮັກ​ສາ​​ວັດ​ທະ​ນະ​ທຳອັນ​ດີງາມ​ຂອງ​ຊາດ​ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຸ່ງ​ຖື​ຍັງ​ບໍ່​ເປັນ​ລະ​ບຽບ..​.ເວົ້າ​ແບບ​ນີ້​ກໍ​
ບໍ່​ໄດ້​ຕີ​ລວດກວາດ​ພຽງ​ໄປ​ຫມົດ​ເພາະ​ຍັງ​ມີ​ອີກ​ຫລາຍໆ​ຮ້ານ​ທີ່​ຍັງ​ຮັກ​ສາ​ໄວ້​ໄດ້​ຍັງ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມ​ຂອງ​ຊາດ
​ ເປັນ​ຢ໘່າງ​ດີ​ ​ເຊິ່ງມີຮ້ານ​ອາ​ຫານແຫ່ງ​ໜຶ່ງ​ເຫັນ​ວ່າ​ມີ​ການ​ປະ ພຶດ​ປະຕິບັດດ້ວຍ​ທ່າ​ທີ​ກິລິຍາ​ມາລະ ຍາດ, ການ
​ ນຸ່ງ​ຖື​ທີ່​ສ່ອງ​ແ​ສງ​ໃຫ້​ເຫັນ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ລາວ​ຄົນ​ລາ​ວພວກ​ເຮົາ ​ແລະ ການ​ທີ່​​ຍົກ​ເອົາ​ຮ້ານ​
ອາ​ຫານ​ຂອບ​ໃຈ​ເດີ​ນີ້​ຂຶ້ນ​ມາ​ເວົ້າ​ບໍ່​ໄດ້​ມີ​ເຈ​ດຕະນາ​ໂຄ​ສະ​ນາປະຊາສຳພັນ​ໃຫ້​ແກ່​ຮ້ານ​ດັ່ງ ກ່າວ​ນີ້​ແຕ່​ປະ​ການ​ໃດ
ແຕ່​ໃນ​ນາມ​ທີ່​ເປັນ​ສື່​ກາງ​ເມື່ອປະ​ສົບ​ພົບ​ພໍ້​ສິ່ງ​ດີໆ​ງາມໆ​ກໍ​ຢາກ​ຢິບ​ຍົກ​ເອົາເລື່ອງດີໆ​ງາມໆ​ເຫລົ່າ​ນີ້​ມາ​ເລົ່າ​ສູ່​ກັນ​ຟັງ
ເພື່ອ​ເປັນ​ບົດ​ຮຽນ​ທີ່​ດີ​ໃຫ້​ຜູ້້​ປະ​ກອບ​ການ​ທາງ​ດ້ານ​ນີ້​ໄດ້ເອົາ​ເປັນ​ແບບ​ຢ່າງ. ບັນຍາກາດ​ຂອງ​ຮ້ານ​ດັ່ງກ່າວ​ເປັນ​ແບບ​ນີ້ :
ພໍ​ແຕ່​ເຮົາ​ຈະ​ຍ່າງ​ກ້າວ​ເຂົ້າ​ປາກ​ປະ​ຕູ​ຮ້ານ​ອາຫານ​ແຫ່ງ​ໜຶ່ງ ເຮົາ​ຈະ​ເຫັນ​ຍິງ​-​ຊາຍ​ນຸ່ງເຄື່ອງ​ສຸ​ພາບຄື:”ສິ້ນ”ທີ່​ເປັນ
​ ເອ​ກະ​ລັກ​ໃນ​ການ​ນຸ່ງ​ຖື​ຂອງ​ແມ່​ຍິງ​ລາວ​ຢືນ​ຕ້ອນ​ຮັບ ພ້ອມ​ທັງ​ຍົກ​ມື​ນົບ​ໃຫ້​ຄວາມ​ເຄົາລົບ​ແຂກ​ຄົມ​ທັງ​ກ່າວ​ຖາມ
​ ສະ​ບາຍ​ດີ​ຢ່າງ​ສຸ​ພາບ​ອ່ອນ​ຫວານ​ແລະ​ຮຽບຮ້ອຍບວກ​ກັບ​ຮອຍ​ຍິ້ມ​ທີ່​ເປັນ​ຊັບ​ສົມ​ບັດ​ຂອງ​ຄົນ​ລາວ​ເຮົາ​ໄວ້​ເສີບ​
ເປັນອາ​ຫານ​ຈານທຳ​ອິດ ຊຶ່ງ​ການ​ບໍ​ລິ​ການ​ດັ່ງ​ກ່າວ​ນີ້ ມັນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ທີ່​ເຂົ້າ​ມາ​ໃຊ້​ບໍ​ລິ​ການ​ພາຍ
​ ໃນ​ຮ້ານນີ້​ເປັນ​ຢ່າງດີຄື: ໃນ​ແຕ່​ລະ​ມື້ເ​ຮົາ​ຈະ​ເຫັນ​ລູກ​ຄ້າ​ທີ່​ເຂົ້າ​ມາ​ໃຊ້​ບໍ​ລິ​ການ​ຂອງ​ຮ້ານນີ້​ເປັນ​ຈຳ​ນວນ​ຫລາຍ​ ​
ເຊິ່ງ​ມັນ​ສະ​ແດງ​ໃຫ້​ເຫັນ​ແລ້ວ​ວ່າ:ຍາມ​ໃດ​ວັດ​ທະ​ນະ​ທຳກໍ ຍ່ອມ​ຕິດ​ພັນ​ກັບ​ວິ​ຖີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ລາວ​ເຮົາ
ບໍ່​ວ່າ​ຈະ​ຍຸກ​ໃດ​ສະໃຫມໃດ.ເອົາ​ລະ​ກ່ຽວ​ກັບ​ການ​ບໍ​ລິ​ການ​ດີໆ​ແບບ​ນີ້ ຜູ້​ຂຽນ​ຂໍ​ໂຈະ​ໄວ້​ພຽງ​ທໍ່ໍ​ນີ້​ຫາກ​ມີ​ໂອ​ກາດ
ຈະ​ພາ​ຍະ​ຍາມ​ຕິດ​ຕໍ່​ສຳ​ພາດ​ກັບ​ເຈົ້າ​ຂອງ​ຮ້ານອາຫານ​ແຫ່ງ​ນີ້​ແລ້ວ​ນຳມາ​ເລົ່າ​ສູ່​ກັນ​ຟັງ​ຕື່ມ​ອີກ​ໃນ​ໂອ​ກາດ​ຫນ້າ.
ນອກ​ຈາກ​ຮ້ານນີ້ແລ້ວ ຫາກ​ທ່ານ​ຜູ້​ອ່ານ​ທ່ານ​ໃດ ​ຫລື​ ຜູ້​ປະ​ກອບ​ການດ້ານ​ການ​ບໍ​ລິ​ການ​ທ່ານ​ໃດ ຄິດ​ວ່າ​ການ
ບໍ​ລິ​ການ​ຂອງ​ທ່ານ​ບໍ່​ເປັນ​ສອງ​ຮອງ​ໃຜ​ແລ້ວກໍ​ສາ​ມາດ​ສົ່ງ​ຂໍ້​ມູນ​ມາ​ໄດ້​ທີ່​ຫນັງ​ສື​ພິມ​ຂອ​ງພວກ​ເຮົາ ​ຫລື​ວ່າ​ຢາກ​
ໃຫ້​ທີມ​ງານ​ພວກ​ເຮົາ​ໄດ້​ໄປ​ສຳ​ຜັດ​ກັບ​ບັນ​ຍາ​ກາດ​ຕົວ​ຈິງ​ແລ້ວ​ກໍ​ສາ​ມາດ​ຕິດ​ຕໍ່​ມາຫາ​ພວກ​ເຮົາ​ໄດ້​ທີ່​ເບີ:
(021)212447ເພື່ອ​ຈະ​ໄດ້​ນຳ​ເອົາ​ຂໍ້​ມູນ​ດີໆ​ເຫລົ່າ​ນີ້​ໄປ​ນຳ​ສະ​ເຫນີ​ໃຫ້​ສັງ​ຄົມ​ໄດ້​ຮັບ​ຊາບ​ກັນ​ຕໍ່ໆ​ໄປ./.


ເຕັ້ນລີລາ ລີລາດ ຈາກ​ຜົນງານ​ຂອງ​ສູນ​ລວມ​ເພງ​ລາວ


*** ວົງ​ການ​ເພງ​ບ້ານ​ເຮົາ ປະຈຸ​ບັນ, ​ໄດ້​ມີ​ການ​ປັບ​ປຸງ​ໃຫ້ ທັນ​ຍຸກ​ທັນ​ສະ​ໄຫມ​ຫລາຍ​ຂຶ້ນ ​ເປັນຕົ້ນ​ແມ່ນ​ນຳ​ເອົາ​ເພງ​ລາວສະ​ໄຫມ​ປະ​ຕິ​ວັດ​ຊາດ ປະ​ຊາ​ທິ​ປະ​ໄຕ ມາ​ປະ​ດິດ​ສ້າງດ​້ວຍ ການ​ປະກອບ​ດົນຕີ​ທີ່​ມີ​ຈັງ​ຫວະ​ຄຶກ ຄື້ນ ມ່ວນ​ຊື່ນ ພ້ອມ​ກັບ ປະກອບທ່າ​ເຕັ້ນ ທີ່​ພ້ອມພຽງ​ກັນ​ຂອງ​ນັກເຕັ້ນ ອາ​ຊີບທີ່​ມີ​ປະສົບ​ການ ​ແລະມີ​ຊື່​ສຽງ ລະ​ດັບ​ຊາດ. ທ່ານ ລັກ​ແກ້ວ ສິລິ​ມະ​ໂນ​ໄທ, ​ເຈົ້າ​ຂອງ​ຮ້ານ​ເພງ ຮອຍ​ຍິ້ມ​ເພງ​ລາວ ເຊິ່ງເປັນ​ອີກ​ຫນຶ່ງ​ທ່ານ​ທີ່​ມີີ​ແນວ​ຄວາມ​ຄິດ ຫັນ​ເອົາ​ເພງ​ລາວ ມາ​ປຸງ​ແຕ່ງດ້ວຍ​ດົນ​ຕີ​ຫລາຍ​ຮູບ​ຫລາຍ​ແບບ ​ເປັນຕົ້ນ​ແມ່ນ ​ເພງ​ລາວ​ອາ​ລະບຳ (ລີລາລີລາດ​ແບບ​ລາວໆ 2009) Lila Lilad 2009 ຊຸດ​ທີ 3​ເຊິ່ງ​ເພງ​ຊຸດ​ນີ້ ເປັນ​ອີກ​ຫນຶ່ງ​ອາ​ລະບຳ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຈາກ​ນັກ​ເຕັ້ນ​ຊາວໜຸ່ມ ແລະ ​ເຊົາ​ໜຸ່ມໃນ​ປະຈຸ​ບັນ. ອາ​ລະບຳ ລີລາ​ລີລາດ ນີ້ ໄດ້​ບັນຈຸ​ເອົາ​ເພງ​ຫລາຍ​ຈັງຫວະ​ຄື: ຈັງຫວະ ມ້າ​ຢ່ອງ (Mayong), 3 ຊ່າ ​ແບບ​ລວມຫມູ່ (Za Za Za), ຄົວ​ລາ​ຊາ (Courrasa), ສະ​ລົບ (ສາວ​ຊຽງ​ຂວາງ) Slope ແລະ ​ເຕັ້ນ ຣ໊ອກ​ແອນ​ໂຣນ (Rock N’Roll).
“ພາຍ​ໃນ​ຮ້ານ​ຂອງ​ພວກ​ເຮົາ ມີ ເພງ​ຫລາຍ​ປະ​ເພດ ນັບ​ແຕ່​ເພງ​ລາວ​ເດີມ ຈົນ​ເຖິງ​ເພງ​ລາວ​ສະ​ໄຫມ ກໍ່​ຄື​ເພງ​ໄວ​ລຸ້ນ, ເພື່ອ​ເຮັດ​ໃຫ້​ເພງ​ລາວ​ເດີມ​ທີ່​ເປັນ​ອະມະຕະ​ຢູ່​ແລ້ວນັ້ນ ​ໃຫ້​ເປັນ​ທີ່​ນິຍົມ​ຕໍ່​ໄປ ພວກ​ເຮົາ​ຈຶ່ງ​ໄດ້​ນຳ ເອົາ​ເນ​ອ​ເພງ​ມາ​ປະ​ກອບ​ດົນຕີແລະ ທ່າ​ເຕັ້ນ​ໃຫມ່ ເຊິ່ງອາ​ລະບຳ​ເພງ​ຫລາຍ​ຊຸດ ລ້ວນ​ແຕ່​ເປັນ​ທີ່ຍອມຮັບ​ຂອງ​ສັງຄົມ ກໍ່​ຄືປະ​ເທດ​ເພື່ອນ​ບ້ານ, ​ເຖິງ​ແມ່ນ​ວ່າ ​ເພງ​ລາວ​ເດີມ​ຈະ​ຖືກ​ປັບປຸງ​ດ້ວຍ​ຈັງຫວະ​ດົນຕີແບບສະ​ໄຫມ​ໃຫມ່​ກໍ່ຕາມ, ​ແຕ່​ພວກ​ເຮົາ​ກໍ່ຍັງ​ຮັກສາ​ໄວ້​ເຊິ່ງມົນ​ສະ​ເຫ​ນ​ການ​ນຸ່ງ​ຖື ຂອງ​ນັກ​ເຕັ້ນ​ນັກ​ຟ້ອນ, ສຳລັບ​ນັກ​ເຕັ້ນຍິງ​ກໍ່ນຸ່ງ​ສິ້ນ, ນຸ່ງ​ເສ​ອຜ້າໄຫມ ທີ່​ສວຍ​ງາມ, ສ່ວນ​ນັກ​ເຕັ້ນຊາຍ​ກໍ່​ແຕ່ງ​ກາຍ​ສຸພາບ. ມາ​ຮ່ວມ​ກັນ​ຮັກສາ​ແລະ ສົ່ງ​ເສີມ​ເພງ​ລາວ​ໃຫ້​ໂດ່​ງດັງ​ຕໍ່​ໄປ ​ເພາະ​ເພງ​ລາວ ມີ​ຄວາມ​ມ່ວນ ອອນຊອນ​ບໍ່​ນ້ອຍ​ຫນ້າ​ເພງ​ບ້ານ​ເພິ່ນ ເມືອງ​ເພິ່ນ ​ເຊັ່ນ​ກັນ” ນີ້ ແມ່ນ​ຄຳ​ໃຫ້​ສຳພາດ​ຂອງ​ ທ່ານ ລັກ​ແກ້ວ ສິລິ​ມະ​ໂນ​ໄທ.
ໃນ​ໂອກາດ​ ປີ​ໃຫມ່​ລາວ ພສ 2551 ທີ່​ຫາ​ກໍ່​ຜ່ານ​ພົ້​ນໄປ; ນອກຈາກ ​ຮ້ານ ຮອຍ​ຍິ້ມ​ເພງ​ລາວ ໄດ້ຜະລິດ​ເພງ​ຫລາຍ​ອາ​ລະບຳ​ອອກ​ມາ​ຮັບ​ໃຊ້​ສັງຄົມ​ແລ້ວ, ຍັງ​ໄດ້ໃຫ້​ການ​ສະ​ໜັບ​ສະ​ໜູນ​ສັງ​ຄົມ ກໍ່​ຄືຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຕໍ່​ບາງ​ພາກ​ສ່ວນ​ຂະ​ແໜງ​ການ​ທີ່​ມີການ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເຂົ້າ​
ໄປ​ໃນ​ດ້ານ​ການ​ສະ​ໜອງ​ແຜ່ນ​ເພງ ຫລື ຊີ​ດີ ເພື່ອ​ປະ​ກອບ​ສ່ວນ​ໃຫ້​ຄວາມມ່ວນ​ຊື່ນ​ແບບ​ທົ່ວ​ປວງ​ຊົນ.

 

ເອັສທີ ກຣຸບ ສຶບຕໍ່ໃຫ້ການຊ່ວຍເຫລືອ ສັງຄົມ
*** ບໍລິສັດ ​ເອສທີ​ກຣຸບ ​ຈຳກັດ ​ຕົວ​ແທນ ຈຳຫນ່າຍ ​ເຄື່ອງດື່ມ M-150 ເປັນ​ຫນຶ່ງ​ບໍລິສັດ ທີ່​ມີ​ການ​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ​ດ້ວຍ​ດີ​ຕະຫລອດ​ມາ, ​ເຊິ່ງ​ໃນ​ຫວ່າງ ມໍ່ໆ​ມານີ້ ທ່ານ ຊາຍາ ​ໄຊ​ສຸ​ລິ​ວົງ, ຮອງ​ປະທານ ບໍລິສັດ ​ເອສທີ​ກຣຸບ ຈຳກັດ ​ໄດ້​ເປັນ​ຕົວ​ແທນ​ໃຫ້ ບໍລິສັດ ນຳ​ເງິນ​ມູນ​ຄ່າ .....

ມີຫລາຍສິ່ງປະທັບໃຈ ຢາກຫວນກັບມາປະເທດລາວອີກຄັ້ງ
* ນີ້​ຄື​ຄວາມ​ຮູ້​ສຶກ ຂອງ​ ໄມ​ເຄິນ ວ​ອງ ​ໃນ​ຖາ​ນະ​ເປັນ​ທູດ​ສຳ​ພັນ​ທະ​ໄມ​ຕີ ຂອງ​ອົງ​ການ​ສຸ​ພາ​ນິ​ມິດ​ມາ​ເລ​ເຊຍ ທັງ​ເປັນດາ​ລາ​ນັກ​ຮ້ອງ​ດັງ​ຈາກ​ປະ​ເທດ​ມາ​ເລ​ເຊຍ​ທີ່​ໄດ້​ໃຫ້​ສຳ​ພາດ​ຕໍ່​ມວນ​ຊົນ​ລາວ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ 2008 ທີ່​ນະ​ຄອນ​ຫລວງວຽງ​ຈັນ ພາຍ​ຫລັງ​ທີ່​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວເປັນ​ເວ​ລາ ...

ບັນທຶກຂ່າວບັນທຶກ
ກອງປະຊຸມ

----------------


ສະພາບອາກາດ ພາຍໃນປະເທດ
- ວຽງຈັນ
- ຫຼວງພະບາງ
- ສະຫວັນນະເຂດ
- ປາກເຊ.

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446