ມີຫລາຍສິ່ງປະທັບໃຈ ຢາກຫວນກັບມາປະເທດລາວອີກຄັ້ງ
* ນີ້ຄືຄວາມຮູ້ສຶກ ຂອງ ໄມເຄິນ ວອງ ໃນຖານະເປັນທູດສຳພັນທະໄມຕີ ຂອງອົງການສຸພານິມິດມາເລເຊຍ ທັງເປັນດາລານັກຮ້ອງດັງຈາກປະເທດມາເລເຊຍທີ່ໄດ້ໃຫ້ສຳພາດຕໍ່ມວນຊົນລາວ ເມື່ອວັນທີ 14 ມິຖຸນາ 2008 ທີ່ນະຄອນຫລວງວຽງຈັນ ພາຍຫລັງທີ່ໄດ້ສິ້ນສຸດການຢ້ຽມຢາມ ລາວເປັນເວລາ 5 ວັນ .ໄມເຄິນ ວອງກ່າວວ່າ : ເປັນຄັ້ງທຳອິດ ທີ່ໄດ້ມາເຫັນດິນແດນລ້ານຊ້າງ ຊຶ່ງຖືວ່າ ເປັນປະເທດໜຶ່ງທີ່ມີທິວທັດທຳມະຊາດສວຍງາມອັນມີເອກະລັກສະເພາະ ພ້ອມນີ້ຍັງເຫັນວ່າຄົນລາວເປັນຄົນດຸໝັ່ນຂະຫຍັນພຽນ, ມີຈິດໃຈໂອບເອື້ອອາລີ , ໃຫ້ການຕ້ອນຮັບແຂກທີ່ມາຢ້ຽມດ້ວຍມິດໄມຕີ, ເປັນຄົນທີ່ມີຄວາມເວົ້າຈາມີມາລະຍາດສຸພາບຮຽບຮ້ອຍ. ເຖິງແມ່ນວ່າຈະມີເວລາພຽງສັ້ນໃນການສຳພັດ ແລະ ພົບປະກັບປະຊາຊົນຜູ້ທຸກຍາກ, ແຕ່ກໍຖືວ່າເປັນປະສົບການໜຶ່ງຂອງຊີວິດທີ່ປະທັບໃຈທີ່ສຸດ ຖ້າເປັນໄປໄດ້ກໍ່ຢາກຫວນຄືນມາຢ້ຽມຢາມເມືອງລາວອີກຄັ້ງໃໝ່ . ການມາຢຽມຢ້າມ ຂອງ ໄມເຄິນ ວອງ ໃນນາມທູດສຳພັນທະໄມຕີ ຂອງອົງການສຸພານິມິດ ຄັ້ງນີ້ ກໍເພື່ອພົບກັບເດັກນ້ອຍ ແລະ ຄອບຄົວຕົກຢູ່ໃນສະພາບທຸກຍາກ ຕາມເປົ້າໝາຍຈຳນວນໜຶ່ງ ເພື່ອຮັບຮູ້ ເຖິງຄວາມທຸກຍາກ, ກ້າວສູ່ການສຶກສາຄວາມອາດສາມາດ ປະກອບສ່ວນ ຊ່ວຍເຫລືອຄວາມຕ້ອງການຂອງຊຸມຊົນ ໄດ້ຄືແນວໃດພ້ອມນີ້ ຍັງເພື່ອ ເປັນການຮຽນຮູ້ ວຽກງານພັດທະນາຢູ່ ສປປລາວ ວ່າຈະຊ່ວຍ ຍົກລະດັບຊີວິດການເປັນຢູ່ຂອງຄົນໃນຊຸມຊົນໄດ້ຄືແນວໃດ. ໄມເຄີນ ວອງ ໃຫ້ຮູ້ວ່າ: ພາຍຫລັງເດີນທາງມາຮອດນະຄອນຫລວງວຽງຈັນ ກໍ່ໄດ້ລົງຢຽມຢ້າມ ແລະ ສຳພັດກັບຊຸມຊົນຜູ້ທຸກຍາກ ຢູ່ ສອງແຂວງ ຄື ຢູ່ຄຳມ່ວນ ແລະ ສະຫວັນນະເຂດ ຊຶ່ງ ທຳອິດນັ້ນໄດ້ລົງ ພື້ນຖານຮ່ວມດຳລົງຊີວິດກັບຫລາຍ ຄອບຄົວທຸກຍາກ ຢູ່ທີ່ບ້ານທົ່ງຄາແຂວງຄຳມ່ວນ. ນະທີ່ນີ້ຂ້ອຍໄດ້ເຮັດຫລາຍກິດຈະກຳນຳຄອບຄົວທຸກຍາກເຫລົ່ານັ້ນ ເປັນຕົ້ນແມ່ນການຊອກຢູ່ທຳກິນຕາມທຳມະຊາດ ເຊັ່ນ: ເຂົ້າປ່າຫາໜໍ່ໄມ້, ລົງນ້ຳຫາ ປາເພື່ອເປັນອາຫານສຳລັບພາເຂົ້າໃນທຸກໆມື້ , ຕັກນ້ຳ ແລະອື່ນໆ. ນີ້ກໍ່ແມ່ນສິ່ງໜຶ່ງສຸດປະເສີດຖືວ່າເຂົາເຈົ້າເປັນຄອບຄົວທຸກຍາກ, ແຕ່ຈິດໃຈແລ້ວບໍ່ມີຄວາມທໍ້ຖອຍ, ສູ້ແລ້ວສູ້ອີກເພື່ອໃຫ້ຄອບຄົວມີກິນ. ມັນແມ່ນອີກປະສົບການໜຶ່ງສຸດທ້າທາຍ ແລະ ປະທັບໃຈ ສຳລັບຂ້ອຍ. ສຳລັບຢູ່ແຂວງ ສະຫວັນນະເຂດ ແມ່ນໄດ້ລົງໄປຖອກຖອນບົດຮຽນ ນຳໂຄງການປັບປຸງຊີວິດການເປັນຢູ ໂດຍມີເປົ້າໝາຍໃນການປ່ຽນແປງຊີວິດການເປັນຢູ່ຂອງເດັກນ້ອຍ, ຄອບຄົວ ແລະຄົນໃນເຂດຊຸມຊົນທີ່ມີຄວາມທຸກຍາກ ໂດຍຜ່ານ ກອງທຶນອຸປະຖຳເດັກນ້ອຍ, ອົງການສຸພານິດໄດ້ນຳໃຊ້ທຶນດັ່ງກ່າວເຂົ້າໃນການເຮັດວຽກ ດ້ານພັດທະນາໃນຫລາຍໆຂະແໜງການ ປະກອບມີໂຄງການສຸຂະພາບແມ່ ແລະ ເດັກນ້ອຍ, ໂຄງການຄ້ຳປະກັນສະບຽງອາຫານ ແລະການສຶກສາ. ສຳລັບເປົ້າໝາຍໜຶ່ງອີກ ຂອງນັກຮອງຊື່ດັງ ມາເລເຊຍ ຜູ້ນີ້ແມ່ນ ພາຍຫລັງກັບຈາກການຢ້ຽມຢາມ ສປປລາວ ຈະເດີນທາງກັບສູ່ປະເທດມາເລເຊຍ ເພື່ອຈະໄດ້ ປຸກລະດົມແນວຄວາມຄິດຕື່ນຕົວໃນການຕໍ່ຕ້ານກັບຄວາມທຸກຍາກຊ່ວຍ ສປປລາວ ແລະ ພາກສ່ວນອື່ນໆໃນໂລກ ໃນງານ “30 ຊົ່ວໂມງໃນການອົດອາຫານ ” ບ່ອນທີ່ຊາວໜຸ່ມທີ່ຈະໄດ້ຮຽນຮູ້ກ່ຽວກັບຄວາມທຸກຈົນ ແລະ ຄວາມອຶດຫີວໃນທົ່ວໂລກ, ໂດຍອາ ໄສປະສົບການ ແລະ ການເປັນແບບຢ່າງຂອງໄມເຄິນວອງ ເພື່ອຫວັງຈະຊ່ວຍກະຕຸກຊຸກຍູ້ຊາວໜຸ່ມມາເລເຊຍໃຫ້ມີຄວາມກະຕືລືລົ້ນໃນການຊ່ວຍສະໜັບສະໜູນຄົນທຸກຍາກ ໂດຍສະເພາະແມ່ນເດັກນ້ອຍ.