ເຕັ້ນລີລາ ລີລາດ ຈາກຜົນງານຂອງສູນລວມເພງລາວ
*** ວົງການເພງບ້ານເຮົາ ປະຈຸບັນ, ໄດ້ມີການປັບປຸງໃຫ້ ທັນຍຸກທັນສະໄຫມຫລາຍຂຶ້ນ ເປັນຕົ້ນແມ່ນນຳເອົາເພງລາວສະໄຫມປະຕິວັດຊາດ ປະຊາທິປະໄຕ ມາປະດິດສ້າງດ້ວຍ ການປະກອບດົນຕີທີ່ມີຈັງຫວະຄຶກ ຄື້ນ ມ່ວນຊື່ນ ພ້ອມກັບ ປະກອບທ່າເຕັ້ນ ທີ່ພ້ອມພຽງກັນຂອງນັກເຕັ້ນ ອາຊີບທີ່ມີປະສົບການ ແລະມີຊື່ສຽງ ລະດັບຊາດ. ທ່ານ ລັກແກ້ວ ສິລິມະໂນໄທ, ເຈົ້າຂອງຮ້ານເພງ ຮອຍຍິ້ມເພງລາວ ເຊິ່ງເປັນອີກຫນຶ່ງທ່ານທີ່ມີີແນວຄວາມຄິດ ຫັນເອົາເພງລາວ ມາປຸງແຕ່ງດ້ວຍດົນຕີຫລາຍຮູບຫລາຍແບບ ເປັນຕົ້ນແມ່ນ ເພງລາວອາລະບຳ (ລີລາລີລາດແບບລາວໆ 2009) Lila Lilad 2009 ຊຸດທີ 3ເຊິ່ງເພງຊຸດນີ້ ເປັນອີກຫນຶ່ງອາລະບຳ ທີ່ໄດ້ຮັບຄວາມນິຍົມສູງຈາກນັກເຕັ້ນຊາວໜຸ່ມ ແລະ ເຊົາໜຸ່ມໃນປະຈຸບັນ. ອາລະບຳ ລີລາລີລາດ ນີ້ ໄດ້ບັນຈຸເອົາເພງຫລາຍຈັງຫວະຄື: ຈັງຫວະ ມ້າຢ່ອງ (Mayong), 3 ຊ່າ ແບບລວມຫມູ່ (Za Za Za), ຄົວລາຊາ (Courrasa), ສະລົບ (ສາວຊຽງຂວາງ) Slope ແລະ ເຕັ້ນ ຣ໊ອກແອນໂຣນ (Rock N’Roll). “ພາຍໃນຮ້ານຂອງພວກເຮົາ ມີ ເພງຫລາຍປະເພດ ນັບແຕ່ເພງລາວເດີມ ຈົນເຖິງເພງລາວສະໄຫມ ກໍ່ຄືເພງໄວລຸ້ນ, ເພື່ອເຮັດໃຫ້ເພງລາວເດີມທີ່ເປັນອະມະຕະຢູ່ແລ້ວນັ້ນ ໃຫ້ເປັນທີ່ນິຍົມຕໍ່ໄປ ພວກເຮົາຈຶ່ງໄດ້ນຳ ເອົາເນອເພງມາປະກອບດົນຕີແລະ ທ່າເຕັ້ນໃຫມ່ ເຊິ່ງອາລະບຳເພງຫລາຍຊຸດ ລ້ວນແຕ່ເປັນທີ່ຍອມຮັບຂອງສັງຄົມ ກໍ່ຄືປະເທດເພື່ອນບ້ານ, ເຖິງແມ່ນວ່າ ເພງລາວເດີມຈະຖືກປັບປຸງດ້ວຍຈັງຫວະດົນຕີແບບສະໄຫມໃຫມ່ກໍ່ຕາມ, ແຕ່ພວກເຮົາກໍ່ຍັງຮັກສາໄວ້ເຊິ່ງມົນສະເຫນການນຸ່ງຖື ຂອງນັກເຕັ້ນນັກຟ້ອນ, ສຳລັບນັກເຕັ້ນຍິງກໍ່ນຸ່ງສິ້ນ, ນຸ່ງເສອຜ້າໄຫມ ທີ່ສວຍງາມ, ສ່ວນນັກເຕັ້ນຊາຍກໍ່ແຕ່ງກາຍສຸພາບ. ມາຮ່ວມກັນຮັກສາແລະ ສົ່ງເສີມເພງລາວໃຫ້ໂດ່ງດັງຕໍ່ໄປ ເພາະເພງລາວ ມີຄວາມມ່ວນ ອອນຊອນບໍ່ນ້ອຍຫນ້າເພງບ້ານເພິ່ນ ເມືອງເພິ່ນ ເຊັ່ນກັນ” ນີ້ ແມ່ນຄຳໃຫ້ສຳພາດຂອງ ທ່ານ ລັກແກ້ວ ສິລິມະໂນໄທ. ໃນໂອກາດ ປີໃຫມ່ລາວ ພສ 2551 ທີ່ຫາກໍ່ຜ່ານພົ້ນໄປ; ນອກຈາກ ຮ້ານ ຮອຍຍິ້ມເພງລາວ ໄດ້ຜະລິດເພງຫລາຍອາລະບຳອອກມາຮັບໃຊ້ສັງຄົມແລ້ວ, ຍັງໄດ້ໃຫ້ການສະໜັບສະໜູນສັງຄົມ ກໍ່ຄືຕອບສະໜອງຄວາມຮຽກຮ້ອງຕ້ອງການສ່ວນໃດສ່ວນໜຶ່ງຕໍ່ບາງພາກສ່ວນຂະແໜງການທີ່ມີການຂໍຄວາມຊ່ວຍເຫລືອເຂົ້າ ໄປໃນດ້ານການສະໜອງແຜ່ນເພງ ຫລື ຊີດີ ເພື່ອປະກອບສ່ວນໃຫ້ຄວາມມ່ວນຊື່ນແບບທົ່ວປວງຊົນ.