ປະເພນີສົ່ງສະການ ຂອງຊົນເຜົ່າໄທເຫນືອ ແຂວງຜົ້ງສາລີ

* ທຸກໆ​ຊົນ​ເຜົ່າ​ໃນ​ປະ​ເທດ​ເຮົາ​ລ້ວນ​ແຕ່​ມີ​ປະ​ເພນີ​ກ່ຽວ​ກັບ​ການ​ສົ່ງ ສະການ, ການ​ເກີດ​ລູກ, ການ​ແຕ່ງ ດອງ, ​
ໂຄງ​ສ້າງ​ທາງ​ສັງຄົມ ​ ແລະ​ອື່ນໆ. ແຕ່​​ຂັ້ນຕອນ​ໃນ​ການ ຈັດ​ຕັ້ງ​ປະຕິບັດ​ພັດ​ມີ​ຄວາມ​ແຕກ​ຕ່າງ​ກັນ​, ຊ້ຳບໍ່​ໜຳ​ປະ
​ ເພນີ​ຂອງ​ຊົນ​ເຜົ່າ​ດຽວ​ກັນ ຫາກ​ໃນ​ເມື່ອ​ໄດ້​ຕັ້ງ​ພູມລຳ​ເນົາ ​ແລະ​ດຳລົງ​ຊີວິດ​ຄົນ​ລະ​ແຫ່ງ​ຫົນ​ກໍ​ມີ​ປະ​ເພນີ​ທີ່​ເປັນ
​ ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ​ຕົນ​ເອງ.
ຖ້າ​ຢູ່​ເຮືອນ​ໃດ​ໜຶ່ງ​ມີ​ຄົນ​ຕາຍ​ຈະ​ຕ້ອງປະຕິບັດ​ຕາມ 1 ໃນ 3 ກໍລະນີ​ເປັນ​ຕົ້ນ, ຖ້າ​ຄົນ​ຕາຍ​ ​ມີ​ອາຍຸ 20 ປີ​ລົງ​ມາ
​ ແລະ​ຄົນ​ຕາຍ​ຫຸງ​ກໍ​ເອົາ​ໄປ​ປ່າຊ້າ​ໃນ​ມື້ນັ້ນ​ເລີຍ. ແຕ່​ຖ້າ​ຜູ້​ຕາຍ​ມີ​ອາຍຸ​ສູງ​ທັງ​ເປັນ​ຜູ້​ທີ່​ມີ​ອິດ​ທິພົນ​ຕໍ່​ສັງຄົມ​,
ມີ​ລູກ​ຊາຍ​ຫລາຍ​ຄົນ​ກໍ​ຈະ​ໄດ້​ດຳ​ເນີນ​ການ​ຄົບງັນ​ແຕ່ 1-2 ວັນ​ຄືນ. ເມື່ອ​ຄົນ​ຜູ້​ນັ້ນ​ໃຈ​ຂາດ​ແລ້ວ​ເພິ່ນ​ກໍ​ເອົາ​ຜ້າ​
ຂາວ​ປູໃນ​ໂລງ. ຖ້າ​ບໍ່​ທັນ​ມີ​ໂລງ​ກໍ​ຕ້ອງ​ແຕ່ງ​ຄົນ​ໄປ​ຖາກ​ໂລງ​ເສຍ​ກ່ອນ. ກ່ອນຈະເອົາ ເຂົ້າໂລງເພິ່ນນຸ່ງ​ເຄື່ອງນຸ່ງ​ຊຸດ​​
ໃໝ່​ໃຫ້​​ແລ້ວ​ຈຶ່ງ​ຄ່ອຍ​ຫາມ​ສົບ​ເຂົ້າ​ໂລງ, ​ເອົາ​ຜ້າ​ຂາວ​ປົກ​ປາກ​ໂລ​ງ​ອີກ​ຜືນ​ໜຶ່ງ, ​ເອົາ​ຝາອັດ​ປາກ​ໂລງ​ສົບ​ ແລະ ​
ຕອກ​ເຫລັກ​ຕະປູ​ໃຫ້​ແໜ້ນ, ຈາກ​ນັ້ນ​ເອົາ​ໂລງ​ສົບ​ມາດ​ອຍ​ໄວ້​ຢູ່​ກາງ​ຫ້ອງ​ເຮືອນ ​ໂດຍ​ປິ່ນ​ຫົວ​ໂລງ​ໄປຫາຮ້ານ​ບູຊາ
​ ຜີ​ເຮືອນ ແລ້ວ​ກໍ​ດຳ​ເນີນ​ການ​ຄົບ​ງັນ​ຕາມ​ປະ​ເພນີ ຕາມຖານະ ຂອງຄອບຄົວ​ຜູ້ຕາຍ.
​ ໃນ​ພິທີ​ສົ່ງສະການ ເພິ່ນໃຫ້​ເຈົ້າ​ຂອງ​ເຮືອນ​ ຂ້າ​ເປັດ, ​ໄກ່ ແລະ​ໝູ​ຢ່າງ​ລະ​ໜຶ່ງ​ໂຕ ພ້ອມຕັດ​ເອົາ​ສິ້ນສ່ວນ​ນ້ອຍໆ​
ຂອງ​ສັດ​ເຫຼົ່າ​ນັ້ນ​ຖວາຍ​ໃຫ້​ວິ​ນ ຍານ​ຂອງ​ຜູ້​ຕາຍ​ ໄລຍະ​ໜຶ່ງ​ແລ້ວ​ມອບ​ໃຫ້​ລູກ​ເຂີຍ, ລູກ​ຊາຍ ຫລື​ ພີ່ນ້ອງ​ຊັ້ນ​ຈຳ​
8 ຄົນ​ ຫາມ​ໂລງ​ສົບ​ອອກຈາກ​ຫ້ອງ​ເຮືອນ ແລະ​ກໍ​ຫາມ​ໂລງ​ສົບ​ໄປ​ປ່າຊ້າ. ​ເມື່ອ​ໄປ​ເຖິງ​ປ່າຊ້າ​ແລ້ວ ​ແມ່ນ​ເພິ່ນ​
ປະຕິບັດ​ຕາມ 1 ໃນ3 ກໍລະນີ​ເຊັ່ນ: ກໍລະ​ນີປະ​ໄວ​້: ​ແມ່ນ​ເພິ່ນ​ເຮັດ​ຕູບ​ຢູ່​ໃນ​ປ່າຊ້າ​ແລ້ວ​ຈຶ່ງ​ຄ່ອຍ​ຫາມ​ໂລງ​ສົບ
​ ໄວ້​ເທິງ​ຕອບ. ເມື່ອ​ເຖິງ​ເດືອນ 4 ຂອງ​ປີນັ້ນ ຫລື​ປີໜ້າ ​ເພິ່ນ​ຈຶ່ງ​ຄ່ອຍ​ເຊີນ​ພວກ​ເຖົ້າ​ແກ່​ອາວຸ​ໂສ​ໄປ​ເບິ່ງ​ສະຖານ​ທີ່ຄາດ
ວ່າ​ຈະ​ຝັງ​ໂລງ​ສົບ​ນັ້ນ. ຖ້າ​ເພິ່ນ​ເຫັນ​ວ່າ​ບ່ອນ​ໃດ​ມີ​ຄວາມ​ເໝາະ​ສົມ ເພິ່ນ​ກໍ​ສ່ຽງ​ດ້ວຍ​ວິທີ​ແກວ່ງ​ໄຂ່​ໄກ່​ດຳ​ປອດ​ຫົວ​ສາວ​
ໃສ່​ບ່ອນ​ຄາດ​ວ່າ​ຈະ​ຝັງ​ ຖ້າໄຂ່​ແຕກ​ຢູ່​ບ່ອນ​ໃດ​ເພິ່ນ​ກໍ​ຝັງຢູ່ ບ່ອນນັ້ນ. ຝັງ​ສົບ​ແລ້ວ ​ເຈົ້າ​ຂອງ​ເຮືອນ​ດີ​ກໍ​ຂ້າ​ຄວາຍ ​ແລ້ວ​ຕັດ​ເອົາ​ສິ້ນສ່ວນ​ນ້ອຍ​ໆ​ຖວາຍ​ໃຫ້​ແກ່​ວິນ​ຍານ​ຂອງ​ຜູ້​ຕາຍ ແລະ ຜູ້ທີ່ມາສົ່ງສະ ການ ​ກິນ​ຢູ່​ທີ່​ປ່າຊ້າ​ນັ້ນ​ເລີຍ,
ແຕ່​ຖ້າ​ກິນ​ບໍ່​ໝົດ​ກໍ​ເອົາ​ເມືອ​ກິນ​ຢູ່​ບ້ານ ຫລື​ເຮືອນ​ໃດ​ລາວ​ກໍ​ໄດ້. ແຕ່​ຕ້ອງ​ມີ​ການ​ຫຸ້ມ​ຫໍ່ ເພາະ​ຕາມ​ຄວາມ​ສຳນຶກ​ຂອງ​ເຂົາ​ເຈົ້າ, ຖ້າ​ເຮົາ​ຫລຽວ​ຄືນ​ຫລັງ​ຈະ​ເຮັດ​ໃຫ້​ວິນ​ຍານ​ຂອງ​ຄົນ​ຕາຍ​ນັ້ນ​ນຳ​ເມືອ​ບ້ານ, ພ້ອມ​ທັງ​ຈະ​ລົບ​ກວນ​ບ້ານ​ເມືອງ​ອີກ.
ໃນກໍລະນີ​ຈູດ: ​ເມື່ອ​ເຄື່ອນ​ສົບ​ເຖິງ​ປ່າຊ້າ​ເພິ່ນ​ກໍ​ຈູດ​ໃນ​ມື້ນັ້ນ​ເລີຍ, ​ພ້ອມທັງ​ເຮັດ​ຕູບ​ຢູ່​​ສະຖານ​ທີ່ ທີ່​ໄດ້​ຈູດ​ໂລງ​ສົບ​ນັ້ນ. ​
ເມືອ​ເຖິງ​ເດືອນ 4 ຂອງ​ປີ​ນັ້ນ ຫລື​ປີໜ້າ​ກໍ​ຫາມ​ໂລງ​ມາ​ຈາກ​ສະຖນທີ່​ອື່ນ​ມາ​ຫາ​ສະຖານ​ທີ່ ທີ່​ໄດ້​ຈູດ​ໂລງ​ສົບ​ນັ້ນ,
​ ພ້ອມ​ເຊີນ​ພວກ​ເຖົ້າ​ແກ່​ອາວຸ​ໂສ, ຍາດ​ພີ່ນ້ອງ ​ແລະ​ໝູ່​ຄູ່​ເພື່ອນ​ຝູງ​ມາ​ເກັບ​ກະດູກ ​ແລະ​ຂີ້​ເທົ່າ​ໃສ່​ໂລງ​ແລ້ວ​ກໍ​ຫາມ​
ໂລງ​ໄປ​ຫາ​ສະຖານ​ທີ່​ຄາດ​ວ່າ​ຈະ​ຝັງ​ໂລງ​ນັ້ນ. ແຕ່​ກ່ອນ​ຈະ​ຝັງ​ໂລງ​ດູກ​ຢູ່​ບ່ອນ​ໃດ​ເພິ່ນ​ກໍ​ສ່ຽງ​ດ້ວຍ​ວິທີ​ແກວ່ງ​ໄຂ່​ໄກ່​
ດຳ​ປອດ​ຫົວ​ສາວ​ໃສ່​ບ່ອນ​ຄາດ​ວ່າ​ຈະ​ຝັງ​ໂລງ​ດູກ​ນັ້ນ, ​ໄຂ່​ໄກ່​ແຕກຢູ່​ບ່ອນ​ໃດ​ເພິ່ນ​ກໍ​ຂຸດ​ຂຸມ​ຝັງຢູ່​ບ່ອນ​ນັ້ນ.​
ກໍລະນີ​ຄົນ​ຕາຍ​ມີ​ອາຍຸ 20 ລົງ​ມາ ​ແລະ​ ຄົນ​ຕາຍ​ຫຸງ​ແມ່ນ​ເອົາໄປ​ຖິ້ມຢູ່​ປ່າຊ້າ​ໃນ​ມື້ນັ້ນ, ໂດຍ​ບໍ່​ຝັງ ​ແລະ​ ບໍ່​ຈູດ
​ ແຕ່​ຢ່າງ​ໃດ​ເລີຍ.
ສັງ​ລວມ​ແລ້ວ​ປະ​ເພນີ​ກາ​ນສົ່ງສະ ການ ຂອງ​ຊົນ​ເຜົ່າ​ໄທ​ເໜືອ​ຢູ່​ແຂວງ​ຜົ້ງ​ສາລີ ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບ ປະ​ເພນີ​ກ່ຽວ​ກັບ​ການ​ສົ່ງ​ສະການ​ຂອງ​ຊົນ​ເຜົ່າໄທ​ເໜືອ​ຢູ່​ເມືອງ​ສິງ​ແຂວງ​ຫລວງ​ນ້ຳທາ​ ກໍ​ເພາະວ່າ ​ໄທ​ເໜືອ​ຢ ູ່​ເມືອງ​ສິງ, ​
ເມື່ອ​ສົ່ງ​ສະຖານ​ສຳ​ເລັດ​ແລ້ວ​ບາງ​ເທື່ອ​ໄວ ຫລື​ ຊ້າ​ເພິ່ນ​ກໍ​ເຮັດ ແຈກ​ເຮັດ​ທານ​ຄື​ກັນ​ກັບ​ບາງ​ຊົນ​ເຜົ່າ​ໃນ​ໝວດ​ພາສາ​
ລາວ-​ໄຕ. ແຕ່​ວ່າ​ໄທ​ເໜືອ​ຢູ່​ເມືອງ​ຍອດ​ອູ ພັດ​ບໍ່​ໄດ້​ເຮັດ​ແຈກເຮັດ​ທານ​ພຽງ​ແຕ່​ເມື່ອ​ເຖິງ​ເດືອນ​ສີ່ (ຕາມ​ປະຕິທິນ​ຊົນ
​ ເຜົ່າ​ລື້) ຖ້າ​ພວກ​ລູກ​ຫລານ ຫລື​ຄົນ​ຢູ່​ໃນ​ຄອບຄົວ​ນັ້ນໆ​ຫາກ​ມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຕໍ່​ຜູ້​ທີ່​ລ່ວງ​ລັບ​ໄປ​ນັ້ນ​ກໍ​ໄປ​ຖາກ​ໄປ​ຖາ ງ​ຫຍ້າ​ຢູ່​ບໍລິ​ເວນ​ຂຸມ​ຝັງ​ສົບ​ໃຫ້​ມັນ​ແປນ​ແລ້ວ​ກໍ​ໄຕ້​ທູບ​ໄຕ້​ທຽນ​ຢູ່​ທີ່​ນັ້ນ./.





 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446