|
ຊົນເຜົ່າກະຕູ່ນຸ່ງຖືແບບໃດ
* ໃນສະບັບຜ່ານມາ ຜູ້ຂຽນໄດ້ນຳສະເຫນີໃຫ້ເພື່ອນຜູ້ອ່ານໄດ້ຮູ້ຈັກກັບອາຫານປະຈຳເຜົ່າຂອງເຜົ່າກະຕູໄປແລ້ວ, ຜູ້ຂຽນເຊື່ອແນ່ວ່າຂໍ້ມູນດັ່ງກ່າວຄົງຈະມີຜົນປະໂຫຍດບໍ່ຫລາຍກໍຫນ້ອຍສຳລັບຜູ້ທີ່ມີຄວາມສົນໃຈ ແລະ
ຢາກສຶກສາຄົ້ນຫາວິຖີການດຳລົງຊີວິດຂອງບັນດາເຜົ່າ, ມື້ນີ້ເຮົາຍັງຄົງຢູ່ກັບເຜົ່າກະຕູກັນເຊັ່ນເຄີຍແຕ່ປ່ຽນ
ຈາກເລື່ອງອາຫານ ມາເວົ້າເຖິງການນຸ່ງຖື ຂອງຍິງ, ຊາຍເຜົ່າກະຕູນັ້ນວ່າພວກເຂົາພາກັນນຸ່ງຖືແບບໃດ? ເຜົ່າກະຕູກໍເປັນຫນຶ່ງໃນຫລາຍໆຊົນເຜົ່າຢູ່ແຂວງເຊກອງທີ່ມີວັດທະນະທຳການນຸ່ງຖືທີ່ເປັນເອກະລັກສະເພາະ
ຂອງເຜົ່າ ຄື:ເຄື່ອງນຸ່ງຫົ່ມຂອງຊົນເຜົ່າກະຕູລຸ້ນກ່ອນໆແມ່ນທັບເປືອກໄມ້ປໍຫູ ປໍຊາມາຫົ່ມ, ຕໍ່ມາມີຝ້າຍມາເຂັນຕ່ຳກະ
ຕ່ຽວຂາວ, ຜ້າຕູ້ມຂາວໃຫ້ຜູ້ຊາຍ, ສິ້ນຂາວໃຫ້ຜູ້ຍິງ. ຄາວລຸ້ນປູ່ຍ່າ; ການປູກຝ້າຍຍ້ອມສີຄ່ອຍມີຂຶ້ນ, ຜູ້ຍິງຮູ້ຕ່ຳກະ
ຕ່ຽວລາຍໃຫ້ຊາຍ, ສິ້ນເກັບລາຍໃຫ້ຍິງ ແລະ ຜ້າຫົ່ມເກັບລາຍ, ເຄື່ອງນຸ່ງຍິງຊາຍສ່ວນຫລາຍແມ່ນນິຍົມນຸ່ງຊຸດແດງ
ໃນເວລາບຸນປະເພນີຂອງເຜົ່າ. ການເອ້ຢ້ອງຂອງຜູ້ຍິງ-ຊາຍມີຮູບແບບແຕກຕ່າງກັນຄື: ຜູ້ຍິງນຸ່ງສິ້ນເກັບລາຍ
ແດງຮັດເອິກ ໃສ່ປອກແຂນ, ແຫວນ,ໃສ່ຕ້າງຫູແລະ ມີຫມາກປັດຫລາຍສີໃສ່ຄໍ. ຜູ້ຊາຍເກົ້າຜົມສອດກະຕ່ຽວເກັບ
ລາຍສີແດງ ຫລືເກັບຫມາກປັດ ບ່ຽງຜ້າຕູ້ມເກັບລາຍແດງ, ແພຂາວ ຫລື ເກັບສີຄຽນຫົວ, ຫມາກປັດບ່ຽງພາດໃສ່ຄໍ ,
ໃສ່ຕ້າງຫູເງິນ, ຕ້າງຫູທອງເຫລືອງ, ແຂ້ວຫມູ ກົ່ງໃສ່ ຊຸດດັ່ງກ່າວຕ້ອງໃສ່ເວລາບຸນປະເພນີມີການຟ້ອນແຄນ- ງ້າວ.
ຢ່າງໃດກໍດີ ບໍ່ວ່າຈະເປັນຊົນເຜົ່າໃດທີ່ດຳລົງຊິວິດຢູ່ແຜນດິນລາວ ທຸກໆຊົນເຜົ່າເຫລົ່ານັ້ນຍ່ອມມີວັດທະນະທຳ
ການນຸ່ງຖືທີ່ເປັນເອກະລັກສະເພາະຂອງໃຜມັນ ເຮັດໃຫ້ບັນດາປະເທດຕ່າງໆກໍຄືເຂກຕ່າງດ້າວທ້າວຕ່າງແດນ ພາກັນຍົກຍ້ອງວ່າລາວເປັນປະເທດຫນຶ່ງທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທຳການນຸ່ງຖື. ໃນໂອກາດຕໍ່ໄປ ຜູ້ຂຽນຈະນຳເອົາຂໍ້ມູນຂ່າວສານທີ່ຫນ້າສົນໃຈຂອງເຜົ່າຕ່າງໆມານຳສະເຫນີໃຫ້ເພື່ອນຜູ້ອ່ານໄດ້ຮັບຊາບໃນຂັ້ນຕໍ່ໆໄປ./.
ຫລືແປດປີເທົ່ານັ້ນ.
|