|
ປະເພນີ ບຸນຊຳຮະ ຈັດຂື້ນໃນເດືອນ 7
* ໃນສິບສອງເດືອນ; ຄົນລາວ ໂດຍສະເພາະຊາວພຸດ ມີຮີດໃຫ້ໄດ້ປະຕິບັດກັນຄົບສິບສອງເດືອນ ຊຶ່ງ ເວົ້າໄດ້ວ່າໃນສິບສອງເດືອນມີບຸນທຸກໆເດືອນ ຕາມຈາຮີດປະເພນີທີ່ເອີ້ນວ່າ ຮີດສິບສອງນັ້ນແລ.
ໃນຮີດຄອງທີ່ຍຶດຖື ແລະ ປະຕິ ບັດກັນມາ ອັນເອີ້ນວ່າ ຮີດສິບສອງ ໂດຍພື້ນຖານແລ້ວ ການປະຕິບັດຢູ່ແຕ່ທ້ອງຖິ່ນ ເຖິງແມ່ນຈະມີອັນແຕກຕ່າງກັນເລັກນ້ອຍ, ແຕ່ກໍ່ມີຈຸດມຸ່ງໝາຍດຽວກັນນັ້ນຄື ການສົ່ງເສີມກໍ່ຄືປົກປັກຮັກສາຈາຮີດປະເພນີ ທີ່ສືບທອດກັນມາຕັ້ງແຕ່ບັນພະບຸລຸດ. ຂະ ນະດຽວກັນ ການເຮັດບຸຸນສ່ວນສຳ ຄັນປະການໜຶ່ງກໍ່ແມ່ນການເຕົ້າໂຮມຄວາມສາມັກຄີ, ມີການແລກ ປ່ຽນບົດຮຽນໃນການເຮັດບຸນລະ ຫວ່າງບ້ານກັບບ້ານ ແລະ ຍັງລວມໄປເຖິງການແລກປ່ຽນຖອດຖອນບົດຮຽນການດຳລົງຊີວິດໄປໃນຕົວ. ຢ່າງໃດກໍ່ຕາມ ໃນເດືອນເຈັດລາວ ຊຶ່ງຕົກພໍດີກັບເດືອນຫົກສາກົນນີ້ ມີຮີດບຸນເບີກຊຳຮະ ໂດຍອີງຕາມການປະຕິບດມາດັ້ງເດີມນັ້ນ ມີວ່າ ຄັນເມື່ອເຖິງລະດູເດືອນເຈັດ ໃຫ້ບູ ຊາເທວະດາອາຮັກລ້ຽງມະເຫສັກຫລັກເມືອງ ແລະໃຫ້ຈັດພິທີເບີກຊຳ ຮະຂັບໄລ່ແນວສະໜຽດຈັງໄຮ,ແນວບໍ່ດີບໍໍ່ງາມ ທີ່ອາດຈະເກີດຂຶ້ນໄດ້ໃນທຸກເວລາ. ອັນຄວາມໝາຍຂອງຄຳວ່າ: ຊຳຮະ ໝາຍເຖິງ ການຂັບໄລ່ແນວຮ້າຍ ເຊິ່ງເມື່ອກ່ອນເວົ້າວ່າ ໄລ່ຜີສາງນາງຮ້າຍ, ແນວຂີ້ ດຽດຈັງໄຮ ກໍ່ຄື ສິ່ງບໍ່ດີບໍ່ງາມ ໃຫ້ອອກຈາກບ້ານໜຶ່ງ ອັນໄດ້ແກ່ການຊຳຮະສະສາງສິ່ງເປິະເປື້ອນເສົ້າ ໝອງ ເຊັ່ນ ເຄື່ອງນຸ່ງຫົ່ມ, ບ້ານ-ເຮືອນໆລໆ. ການເຮັດບຸນຊຳຮະ ຈະເປັນຂ້າງຂຶ້ນ ຫລື ຂ້າງແຮມ (ເດືອນເຈັດ) ກໍ່ໄດ້ ຕາມຄວາມເໝາະ ສົມ. ແນວໃດກໍ່ດີ ຮີດດັ່ງກ່າວນີ້ ຫາກ ສົມທຽບໃສ່ບຸນອື່ນໆໃນສິບສອງເດືອນ ຈະຖືວ່າມາຮອດຊູ່ມື້ນີ້ ບໍ່ຄ່ອຍປະກົດມີ ໂດຍສະເພາະໃນເຂດເມືອງໃຫຍ່ສີວິໄລທາງວັດຖຸ ກໍ່ຄື ການກ້າວສູ່ສັງຄົມແຫ່ງວິທະຍາ ສາດ. ສຳລັບໃນເຂດບ້ານຊົນນະ ບົດ; ການເຮັດບຸນເດືອນເຈັດ ຍັງປະ ກົດມີ ຊຶ່ງການຈັດແມ່ນເລັ່ງໃສ່ເຕົ້າໂຮມຊາວບ້ານ , ປຸກຜາມ ກາງບ້ານ ຫລືໃນສະຖານທີ່ລວມຂອງບ້ານສຳລັບຈັດບຸນຕ່າງໆ ເຊັ່ນ ວັດ, ແຕ່ໂດຍດັ້ງເດີມນັ້ນແມ່ນບ່ອນທີ່ກະວ່າເປັນເຄິ່ງກາງຂອງບ້ານ ແລ້ວຈັດຫາຊາຍ-ຫີນມາໄວ້ ພ້ອມເຄື່ອງບູຊາທັງຫລາຍອັນປະກອບມີ ຕົ້ນກ້ວຍ, ຕົ້ນອ້ອຍ, ກະໂທງໜ້າງົວ, ຊໍ່ທຸງ, ຫອກ-ດາບ, ທຽນວຽນຫົວ-ຄີງ ຂອງແຕ່ລະເຮືອນມາໂຮມກັນໄວ້ຢູ່ທີ່ຜາມນັ້ນແລ້ວເນັ່ງຝ້າຍມຸງຄຸນອ້ອມບ້ານ, ນິມົນພະສັງຄະເຈົ້າມາສູດປະ ຣິຕະມຸງຄຸນ ເທດຊຳຮະ, ຕອນເຊົ້າມີການຖວາຍທານ ບິນທະບາດ ຈົບແລ້ວພະສົງສູດຊຳຮະ, ສູດເບີກ, ຫວ່ານຫີນຫວ່ານຊາຍ, ສາດນ້ຳ ມົນ, ລົງຄາຖາໃສ່ກີບໄມ້ເອົາໄປຫ້ອຍໄວ້ປະຕູເຂົ້າບ້ານ ຫລື ທ່ອນໄມ້ໄຜ່ໄປຝັງໄວ້ປະຕູເຂົ້າບ້ານທັງແປດທິດປ້ອງກັນສະໜຽດຈັງໄຮຕ່າງໆ.
ພິທີຊຳຮະ ບຸນເດືອນເຈັດ ຖືກປະ ຕິບັດສືບມາຫລາຍຊົ່ວອາຍຸຄົນ ຊຶ່ງມາຮອດປັດຈຸບັນ ມີບາງອັນກໍ່ໄດ້ມີການປັບປ່ຽນໃຫ້ເປັນໄປຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງ ທີ່ມີ ໂດຍສະເພາະແມ່ນໃຫ້ສາມາດສອດຫ້ອຍເຂົ້າກັບຍຸກສະໄໝ./.
|