ຂະແຫນງການເງິນ ກ້າວສູ່ຄວາມທັນສະໃຫມ

*ຫລັງ​ສຳ​ເລັດການ​ເບີກ​ຈ່າຍ​ເງິນ​ເດືອນ ໃຫ້ 4 ກະ​ຊວງເມື່ອ​ຕົ້ນ​ເດືອນ​ກຸມ​ພາປີນີ້ ເປັນຕົ້ນ​ມາ ປະສົບ​ຜົນສຳ​ເລັດດ້ວຍດີ​ນັ້ນ, ມາ​ເຖິງ​ໄລຍະ​ນີ້ ກະ​ຊວງ​ການ​ເງິນ ກໍ່​ໄດ້​ສືບ​ຕໍ່​ປະ ຕິບ​ດ ການ​ເບີກ​ຈ່າຍ​ເງິນ​ເດືອນ ຜ່ານ​ລະ​ບົບ​ທະ​ນາ​ຄານໃຫ້ 17 ພາກ​ສ່ວນ ຕື່ມ​ອີກ ຊຶ່ງ​ຖືເປັນ​ເຫດ​ການ​ທາງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ ພາຍ​ໃນ​ອົງ​ການ​ບໍ​ລິ​ຫານ​ພັກ-​ລັດ​ຂອງ​ເຮົາ ​ແລະ ​ເຫດ ການ​ນີ້​ໄດ້​ກາຍ ​ເປັນສ່ວນໜຶ່ງ​ໃນ ການ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ VIII ຂອງ​ພັກທີ່​ໄດ້​ລະ​ບຸ​ວ່າ: “ແກ້​ໄຂ​ບາງ​ບັນ​ ຫາ​ພື້ນ​ ຖານ​ທີ່​ຮີບ​ດ່ວນ ” ເຊັ່ນ : ເງິນ​ເດືອນ​ຂອງ​ພະ​ນັກ​ງານ​ລັດ​ຖະ​ກອນ ຂະນະ​ດຽວ​ກັນ,ກໍ່​ຖືເປັນ​ບາດ​ກ້າວ ການ​ຫັນ​ຂະ​ແໜງ​ການເງິນ ​ໄປ​ສູ່​ຄວາມ​ເປັນ​ທັນ​ສະ​ໄໝເທື່ອ​ລະກ້າວ.
ຕໍ່​ກັບຄວາ​ມ​ຄືບ​ໜ້າ ​ແລະ ຄວາມ​ສຳ​ເລັດໃນ​ການ​ເບີກ​ຈ່າຍ​ເງິນ​ເດືອນ​ຜ່ານ​ລະ​ບົບ​ທະ​ນາ​ຄານທີ່​ຜ່ານ​ມາ ນັ້ນ, ທາງທີມ​ງານສື່ມວນ ​ຊົນ​ພວກ​ເຮົາ ກໍ​ບໍ່​ໄດ້​ລໍ​ຊ້າ ​ໂດຍ​ໄດ້​ເຂົ້າພົບ​ແລະ ສຳ​ພາກ​ເຈົ້າໜ້າ​ທີ່​ການ​ເງິນ ເຊິ່ງກໍໄດ້​ຮັບ​ການ​ຊີ້​ແຈງ ຈາກ​ທ່ານ ສັນ​ຍາ ປະ​ເສີດ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ການ​ເງິນ ເປັນຕົ້ນ​: ນັບ​ແຕ່​ກະ​ຊວງ​ການ​ເງິນ​ ປະສົບ​ຜົນສຳ​ເລັດ​ໃນ ການ​ເບີກ​ຈ່າຍ​ເງິນເດືອນ ໃຫ້ 3 ກະ​ຊວງ ເປັນ​ຕົ້ນ​ມາ ​ແລະ ​ເມື່ອ​ຕົ້ນ​ເດືອນ​ນີ້ ກໍ່​ໄດ້​ຂະ​ຫຍາຍ​ ໄດ້​ຕື່ມ​ອີກເປັນ17 ພາກ​ສ່ວນ ເຊິ່ງກໍປະ​ກອບ​ມີ ສະ​ພາ​ແຫ່ງ​ຊາດ, ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ຍຸ​ຕິ​ທຳ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ , ກະ​ຊວງ​ພະ​ລັງ​ງານ ແລະ ບໍ​ແຮ່ , ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຫ້ອງວ່າ​ການ​ສູນ​ກາງ​ພັກ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ຄະ​ນະ​ໂຄສະ​ນາ​ອົບ​ຮົມ​ສູນ​ກາງ​ພົກ, ຄະ​ນະກຳ​ມະ​ການ​ ກວດ​ກາສູນ​ກາງພັກ, ຫ້ອງ​ການ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຫໍ​ພິ​ພິດ​ຕະ​ພັນ​ໄກ​ສອນ​ ພົມ​ວິ​ຫານ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ ແລະ ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ເຊິ່ງພາກສ່ວນ​ຕ່າງໆ​ເຫຼົ່າ ນີ້ຈະ​ໄດ້​ຮັບ​ເງິນ​ເດືອນ ຜ່ານ​ລະ​ບົບ​ທະ​ນາ​ຄານນັບ​ແຕ່​ຕົ້ນ​ເດືອນ ມີ​ຖຸ​ນາ ນີ້ ເປັນ​ຕົ້ນ​ໄປ.
ທ່ານຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ການ​ເງິນ​ ​ເວົ້າວ່າ: ການ​ເບີກ​ຈ່າຍ​ເງິນ​ເດືອນ​ຜ່ານ​ລະ​ບົບ​ທະ​ນາ​ຄານທີ່​ໄດ້ ແລະ ພວມ​ປະ ຕິບັດ​ຢູ່​ນີ້​ ກໍ່​ຄືເພື່ອ​ຮັບປະກັນໃຫ້​ຖືກ​ຕ້ອງ​ຕາມ​ກຳ​ນົດ​ເວ​ລາ​,​ໃນ​ດ້ານ​ໜຶ່ງ​ໃນ​ຖານະ​ທີ່ ກະ​ຊວງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ກັບ​ ພະ​ນັກ​ ງານ​ລັດ​,​ສະ​ນັ້ນ ​ພວກ​ເຮົາ​ຈຶ່ງໄດ້​ຈັດ​ສັນ​ເວ ລາ​ການ​ເບີກ​ຈ່າຍ​ເງິນ​ຢ່າງ​ຄັກ​ແນ່ ຄື : 21 ພາກ​ສ່ວນ​ຈະໄດ້​ຮັບ​ເງິ​ນ​ເດືອນ​ທຸກໆ​ຕົ້ນ​ເດືອນ​ ແລະ 18 ພາກ​ສ່ວນ​ທີ່ເຫລືອ​ນັ້ນ​ຈະ​ໄດ້​ຮັບ​ໃນ​ມື້​ທີ 2 ​ຕໍ່​ມາ ​ເຊິ່ງການຈັດ​ສັນ​ເວລາ​ແບບ​ນີ້​ຈະ​ແກ້​ໄຂໄດ້​ບາງ​ກໍ​ລະ​ນີ ໂດຍ​ສະ​ເພາະ​ ແກ້​ໄຂ​ສະພາບ​ການຮັບ​ເງິນ​ມາ​ແລ້ວເອົາ​ເງິນ​ໄປ​ໝູນ​ອັນ​ອື່ນ​ກ່ອນ​ເພື່ອ​ເອົາ​ດອກ​ເບ້ຍ, ກຳ​ໄລ​ຕ່າງໆ ແລະ ສາ​ມາດ​ລົບ​ລ້າງ​ ກ່ຽວ​ກັບ​ບັນ​ຫາ​ເງິນ​ບໍ່​ຄົບ..​. ຂະນະ​ດຽວກັນ, ຈຳນວນເງິນໄດ້​ເບີກ​ຈ່າຍ​ເຂົ້າ​ໃນ​ບັນ​ຊີ​ຂອງບຸກ​ຄົນ​ໂດຍ​ກົງ ຊຶ່ງ​ບຸກ​ຄົນ​ນັ້ນ​ຈະ​ເອົາ ຫລື​ບໍ່ເອົາ​ກໍ່​ຕາມ ແຕ່​ເງິນ​ດັ່ງ​ກ່າວ​ນີ້​ຈະ​ເຂົ້າ​ຢູ່ໃນ​ບັນ​ຊີ​ຂອງ​ເຂົາ​ເຈົ້າ ແລະ ​ຈະ​ໄດ້​ດອກ​ເບ້ຍ​ຕ​າມຫລັກ​ການ​ຂອງທະ​ນາ​ ຄານ​ວາງ​ອອກ.
ທ່ານ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ການ​ເງິນ ໄດ້​ຊີ້​ແຈງອີກວ່າ:​ເງິນ​ຈະ​ບໍ່​ຕົກ​ເຮ່ຍ​ເສຍ​ຫາຍ​ ​ແນ່ນອນ ອັນ​ເນື່ອງ​ຈາກທະ​ນາ​ ຄານ​ການ​ຄ້າ​ຕ່າງ​ປະ​ເທດ ມີລະ​ບົບ​ປ້ອງ​ກັນມາດ​ຕະ​ຖານ​ດີ​, ​ແຕ່ຜູ້​ຊົມ​ໃຊ້ ກໍ່​ຕ້ອງ​ມີ​ເລກ​ລະ​ຫັດ ປະ​ຈຳ​ຕົວ ຖ້າ​ວ່າ​ໃສ່ບໍ່​ຖືກ​ ເລກ​ລະ​ຫັດ​ກໍ່​ບໍ່​ສາ​ມາດ​ຖອນ​ເງິນ ໄດ້, ຂະ​ນະ​ດຽວ​ກັນ​ຖ້າກົດ​ເລກ​ລະ​ຫັດ​ຜິດ​ເຖິງ 3 ເທື່ອ ບັດ​ດັ່ງ​ກ່າວ​ກໍ່​ຈະ​ຖືກ​ລ໊ອກ ​ແລະ ​ເມື່ອ ບັດ ATM ຫາກ ຕົກເຮ່ຍ ​ໂດຍ​ມີ​ຜູ້​ອື່ນ​ເກັບ​ໄດ້​ກໍບໍ່​ສາ​ມາດ​ຖອນ​ໄດ້​ເພາະ​ບໍ່​ຮູ້​ເລກ​ລະ​ຫັດ. ສ່ວນການ​ຖອນ​ເງິນ ກໍ​ສາມາດ ຖອນ​ໄດ້ ໃນຕູ້ ATM ​ຢູ່​ທຸກ​ສາ​ຂາ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ແຕ່ ທາງ​ທະ​ນາ​ຄານ​ຈະໄດ້​ເກັບ​ຄ່າ​ບໍ​ລິ​ການ​ 2000 ກີບ/ຄົນ/​ເດືອນ ສຳ​ລັບ​ບັນ​ດາ​ ຄູ​ອາ​ຈານ​ຢູ່ເຂດ​ຫ່າງ​ໄກ​ສອກ​ຫລີກຕາມ​ເມືອງ ແລະ ບ້ານທີ່ເພິ່ນ​ຂໍ​ເບີກ​ຈ່າຍ​ເງິນ​ເດືອນ ເປັນງວດ 6 ເດືອນ​ ນັ້ນ, ກໍ​ພວມ ​ຄົ້ນ​ຄວ້າ​ຈະ​ຈ່າຍຜ່ານ​ລະ​ບົບ​ໄປ​ສະ​ນີ ຫລື​ຜ່ານ​ລະ​ບົບ​ທະ​ນາ​ຄານ ເພາະ​ລະ​ບົົບ​ໄປ​ສະ​ນີ​ໃນ​ປະ​ຈຸ​ບັນ​ເພິ່ນ​ກໍ່​ມີ​ລະ​ບົບ​ເງິນ​ຝາກ ບາງ​ເທື່ອ ກະ​ຊວງ​ການ​ເງິນ​ຈະ​ຈ່າຍ​ໃນ​ລະ​ບົບ​ເງິນ​ຝາກ​ຂອງ​ລະ​ບົບ​ໄປ​ສະ​ນີ ແຕ່ ຖ້າເພິ່ນ​ບໍ່​ມາ​ຮັບ​ກໍ່​ບໍ່​ເປັນ​ຫຍັງ​ທາງ​ໄປ​ ສະ​ນີ​ກໍ​ຈະ​ໄດ້​ຄິດ​ໄລ່​ດອກ​ເບຍ​ໃຫ້.
ການ​ເບີກ​ຈ່າຍ​ເງິນ​ເດືອນ​ຜ່ານ​ລະ​ບົບ​ທະ​ນາ​ຄານຈະ​ປະ​ຕິ​ບັດຢູ່​ຂັ້ນສູນ​ກາງ​ໃຫ້​ສຳ​ເລັດ​ໃນ​ສົກ​ງົບ​ປະ​ມານປີນີ້ ແລະ ຈະ​ປະຕິບັດ​ ຢູ່ທຸກ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ນັບ​ແຕ່​ສົກ​ງົບ​ປະ​ມານ ປີໜ້າ​ເປັນຕົ້ນ​ໄປ..
ທ່ານ ສັນ​ຍາ ປະ​ເສີດ ກ່າວ​ວ່າ ເພື່ອ​ເຮັດ​ໃຫ້​ການ​ຕິດ​ຕາມ​ການ​ເບີກ​ຈ່າຍ​ເງິນ​ເດືອນ​ມີ​ລະ​ບົບ​ຄົບ​ຊຸດ, ກະ​ຊວງ​ການ​ເງິນ​ໄດ້​ພັດ​ທະ
​ ນາ ​ລະ​ບົບ​ເຄື່ອ​ຂ່າຍ​ຄອມ​ພິວ​ເຕີ ຊຶ່ງ​ເປັນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ທະ​ບວງ​ການ​ປົກ​ຄອງ, ບັນ​ດາ​ກະ​ຊວງ​ອ້ອມ​ຂ້າງ​ສູນ​ກາງ ແລະ ກະ​ຊວງ​ການ​ເງິນ​ໃນ​ການ​ບັນ​ທຶກ​ປະ​ຫວັດ ແລະ ເງິນ​ເດືອນ​ຂອງ​ພະ​ນັກ​ງານ​ເພື່ອ​ຄວາມ​ໂປ່ງ​ໃສ.

ການນຳໃຊ້ເງິນຕຣາຕ່າງປະເທດ ຢູ່ໃນ ສປປລາວ

* ​ໃນ​ຫວ່າງ​ບໍ່​ດົນ​ມານີ້ຄື ວັນ​ທີ 8/5/2008 ໄດ້​ມີ​ການ​ລົງ​ຂ່າວ​ຢູ່​ຫນັງ ສືພິມ​ລາວ​ພັດທນາ ຫນ້າ 6 ຕໍ່​ກັບ​ບັນ ຫາ​ທີ່​ວ່າ” ພີ່ນ້ອງ​ຄົນ​ເຈັບ​ຕ້ອງການ​ຢາກ​ໃຫ້​ຮ້ານ​ຂາຍ​ຢາ​ຂອງ​ໂຮງຫມໍ​ຕິດ​ອັດຕາ​ແລກປ່ຽນ​ເງິນ​ຫລັງ​ຖືກ​ເອົາ​ປຽບ” ຕໍ່​ກັບ​ບັນຫານີ້ທະນາ ຄານ​ ແຫ່ງ ສປປ ລາວ ຂໍ​ແຈ້ງ​ມາ​ຍັງ​ພໍ່​ແມ່​ພີ່ນ້ອງ​ປະຊາຊົນ, ຊາວ​ຄ້າ ຂາຍ, ພະນັກງານ, ທະຫານ, ຕຳ ຫລວດ​ທຸກ​ທົ່ວ​ຫນ້າ​ຊາບ​ທົ່ວ​ເຖິງ​ກັນ​ວ່າ: ບຸກຄົນ ​ແລະ ນິຕິບຸກຄົນ​ສາ ມາດ​ຖື​ຄອງ​ເງິນຕາ​ຕ່າງປະ​ເທດ​ໄດ້ ແຕ່​ບໍ່​ມີ​ສິດ​ຈ່າຍ-ຮັບ​ເງິນຕາ​ຕ່າງປະ​ເທດ​ໂດຍ​ກົງ ​ເພື່ອ​ຊຳລະ​ຄ່າ​ສິນຄ້າ ​ແລະ ຄ່າ​ບໍລິການ, ​ໃນ​ເມື່ອ​ມີ​ຄວາມ ຕ້ອງການ​ໃຊ້​ຈ່າຍ​ຕ້ອງ​ນຳ​ໄປ​ແລກ ປ່ຽນ​ເອົາ​ເງິນ​ກີບ​ນຳ​ທະນາຄານ​ທຸ ລະ​ກິດ ຫລື ຮ້ານ​ແລກ​ປ່ຽນ​ເງິນຕາ​ທີ່​ໄດ້​ຮັບ​ອະນຸຍາ​ດ ຊຶ່ງ​ໄດ້​ກຳນົດ​ໄວ້​ໃນ​ມາດຕາ 3 ແລະ 9 ຂອງ​ລັດຖະ ບັນຍັດວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ ຕາ​ຕ່າງປະ​ເທດ ​ແລະ ວັດຖຸ​ມີຄ່າ ສະບັບ​ເລກທີ 01/ສປປ, ລົງ​ວັນ​ທີ 9/8/2002. ພ້ອມ​ດຽວ​ກັນນີ້ ເພື່ອ​ຜັນ​ຂະຫຍາຍ​ລັດຖະບັນຍັດ​ຂ້າງ​ເທິງ ​ໃນ​ປີ 2007 ທີ່​ຜ່ານ​ມາ​ນາຍົກລັດຖະ ມົນຕີ ໄດ້​ອອກດຳລັດ​ເລກ​ທີ 150/ ນຍ, ລົງ​ວັນ​ທີ 18/5/2007 ວ່າ​ດ້ວຍ ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ ​ແລະ ສົ່ງ​ເສີມ​ນຳ​ໃຊ້​ເງິນ​ກີບ ຊຶ່ງ​ເນື້ອ​ໃນຕົ້ນຕໍ​ຂອງ​ດຳ​ລັດ​ສະບັບ​ນີ້ ໄດ້​ກຳນົດ​ໃຫ້​ພາກ​ລັດ ​ແລະ ​ເອກະ​ຊົນ, ຫົວຫນ່ວຍ​ທຸລະ​ກິດ ​ແລະຫ້າງ​ຮ້ານ​ຕ່າງໆ ປະກາດ​ລາ​ຄາ​ສິນຄ້າ, ຄ່າ​ບໍລິການ, ຄ່າ​ທຳນຽມລວມທັງ​ການ​ຊຳລະ​ຢູ່​ພາຍ​ໃນ ສປປ ລາວ ຕ້ອງ​ເປັນ​ເງິນ​ກີບ.
​ ໃນ​ໄລຍະ​ຜ່ານ​ມາ ທຫລ ໄດ້​ເປັນ​ເຈົ້າການ​ໃນ​ການ​ໂຄສະນາ, ​ເຜີຍ​ແຜ່​ນິຕິ​ກຳ​ຂ້າງ​ເທິງ​ຢ່າງ​ກ້ວາງ​ຂວາງ ​ເຮັດ​ໃຫ້​ມວນ​ຊົນ​ບາງຈຳ ນວນ, ບາງ​ຫ້າງ​ຮ້ານ ​ແລະ ບາງ​ຫົວຫນ່ວຍ​ທຸລະ​ກິດ ຫັນ​ປ່ຽນ​ມາ​ນຳ​ໃຊ້​ເງິນ​ກີບ​ເຂົ້າ​ໃນ​ການ​ຊຳລະ​ສະ​ສາງ​ພາຍ​ໃນໃຫ້​ຫລາຍ​ຂຶ້ນ, ​ແຕ່​ຍັງ​ມີ​ມວນ​ຊົນ​ສ່ວນ​ຫລາຍ​ທີ່​ຮູ້ລະບຽບ​ກົດຫມາຍ ​ແຕ່​ຝ່າ​ຝືນນິຍົມ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ​ຊຳລະ​ຄ່າ​ສິນ ຄ້າ ​ແລະ ຄ່າ​ບໍລິການ​ໂດຍ​ກົງ ບໍ່​ໄປ​ແລກປ່ຽນ​ນຳ​ທະນາຄານ​ທຸລະ​ກິດ ​ແລະ ຮ້ານ​ແລກປ່ຽນ​ທີ່​ໄດ້​ຮັບ​ອະນຸ ຍາດ. ຕໍ່​ກັບ​ບັນຫາ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ຮ້ານ​ຄ້າ​ ​ແລະສະຖານ​ທີ່​ບໍລິການ ​ອື່ນໆ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄ່າ​ຊຳ​ລະ​ສິນຄ້າ​ເປັນ​ເງິນຕາ​ຕ່າງປະ​ເທດ ເພື່ອຄວາມ​ສະດວກ​ຂອງ​ລູກ​ຄ້າ, ແຕ່​ທາງ​ຮ້ານ​ຄ້າ​ຕ້ອງ​ຄິດ​ໄລ່​ໃນ​ອັດ ຕາ​ແລກປ່ຽນ​ທີ່​ຕ່ຳ​ກວ່າ​ທະນາ ຄານ​ທຸລະ​ກິດ. ຕົວຢ່າງ: ​ໃນ​ວັນ​ທີ 8/5/2008 ອັດຕາ​ແລກປ່ຽນ​ຂອງ​ທະນາຄານ​ທຸລະ​ກິດ 1 ໂດ​ລາ ​ເທົ່າ​ກັບ 8.718 ກີບ​ ແຕ່​ຮ້ານ​ຄ້າ​ຈະ​ໄລ່​ໃຫ້ 8.000 ກີ​ບ ຕໍ່​ໂດ​ລາ ​ແລະ ອັດຕາ​ແລກປ່ຽນ​ຂອງ​ທະນາຄານ 1 ບາດ ​ເທົ່າ​ກັບ 276,57 ກີບ ​ແຕ່​ຈະ​ໄລ່​ໃຫ້ 270 ກີບຕໍ່ບາດ. ຕໍ່​ກັບ​ບັນຫາ​ດັ່ງ ກ່າວ​ນີ້ ເບິ່ງ​ແລ້ວ​ຄື​ເປັນ​ການ​ເອົາ​ລັດ​ເອົາ​ປຽບ​ກັນ​ຈົນ​ເກີນ​ໄປ ຕໍ່​ກັບ​ຜູ້​ທີ່​ເອົາ​ເງິນຕາ​ຕ່າງປະ​ເທດ​ຊຳລະ​ຄ່າ​ສິນຄ້າ ​ແລະ ບໍລິການ, ​ແຕ່​ເຫັນ​ວ່າ ການ​ກະທຳ​ດັ່ງກ່າວ​ຂອງ​ຮ້ານ ມີ​ຈຸດປະສົງ​ເຕືອນ​ໃຫ້​ຜູ້​ຊື້ສິນຄ້າ​ຊຳລະ​ເປັນ​ເງິນ​ກີບ ຫລື ເປັນ​ການ​ລົງ​ໂທດ​ບຸກຄົນ​ທີ່​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ​ຊຳລະ​ຄ່າ​ສິນຄ້າ ​ແລະ ບໍລິການ. ແຕ່​ກົງກັນຂ້າມ​ຖ້າ​ຮ້ານ​ຄ້າ ​ແລະ ສະ​ຖານ​ທີ່​ໃຫ້​ບໍລິການ​ອື່ນໆ ຫາກ​ກຳນົດ​ອັດ​ຕາ​ແລກປ່ຽນ​ໃນ​ອັດຕາ​ທີ່​ສູງ​ກວ່າ​ອັດຕາ​ແລກ​ປຽນ​ຂອງ​ທະນາຄານ​ທຸລະ​ກິດ​ນັ້ນ ​ແມ່ນ​ເປັນ​ການ​ສົ່ງ​ເສີມ​ໃຫ້​ມວນ​ຊົນ​ຫັນ​ມາ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ ໄປຊຳລະ​ຄ່າ​ສິນຄ້າ ຫລື ຄ່າ​ບໍລິ ການ​ໂດຍ​ກົງ​ກໍ​ຖື​ວ່າ​ເປັນ​ການ​ກະ ທຳ​ຜິດຕໍ່​ລະບຽບ​ກົດຫມາຍ​ຂອງ ສປປ ລາວ ບໍ່​ວ່າ​ກໍລະນີ​ໃດ​ກໍ​ຕາມ ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ທະນາຄານ​ແຫ່ງ ສປປ ລາວ ຮຽກຮ້ອງ​ໃຫ້​ທັງ​ຮ້ານ​ຄ້າ ກໍ​ຄື​ຜູ້​ຊື້ຈົ່ງຍົກ​ສູງ​ຈິດ​ໃຈ​ ຊາດ​ກໍ​ຄື​ນັບຖື​ອະທິປະ​ໄຕຂອງ​ລາວ ​ໃນ​ການ​ນຳ​ໃຊ້​ເງິນ​ກີບ​ຊຳລະ​ຄ່າ​ສິນຄ້າແລະ ບໍລິການ​ພາຍ​ໃນ​ປະ​ເທດ ​ເພື່ອ​ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດຫມາຍ​ຂອງ ສປປ ລາວ./.

ເຊຫະຫມານ 1 ສັນຍາລັກການຮວ່ມມື ຂົງເຂດພະລັງງານ ລາວ-ຫວຽດນາມ

*ມາ​ຮອດ​ປະ​ຈຸ​ບັນ, ສະ​ພາບການ​ກະ​ກຽມ​ໃຫ້​ແກ່​ການດຳ​ເນີນ​ການ ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເຊ​ຂະໝານ I ພວມ​ດຳ​ເນີນ​ດ​້ວຍ​ຄວາມ​
ຄືບ​ໜ້າ​ດີ ເພື່ອ ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ກະ​ແສ​ໄຟ​ຟ​້າ​ ຂອງ ສ​ປ​ປ​ລາວ ຕອບສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃນ​ໄລ​ຍະ​ໃໝ່ ທັງເປັນ​ການ​ສ້າງວຽກ​ເຮັດງານ​ທຳ​ໃຫ້​ແກ່ ປະ​ຊາ​ຊົນ​ຊາວ​ທ້ອງ​ຖິ່ນ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງ ກໍ​ຄື​ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາ​ວະ​ດ້ອຍ​ພັດ​ທະ​ນາ​ຕາມ​ທິດ​ທາງ​ພັກ-​ລັດ​ຖະ​ບານ​ ກຳ​ນົດ​ອອກ​ບັນ​ລຸ​ຜົນ​ເປັນ​ຈິງ​ເປັນ​ກ້າວໆ. ນີ້​ແມ່ນ​ການ​ຮ່ວມ​ມື​ສອງ​ຊາດ​ລາວ-​ຫວຽດ ນາມ​ເວົ້າ​ລວ​ມ ເວົ້າ​ສະ​ເພາະ ກໍ​ຄື​ ການ​ຮ່ວມ​ມືໃນ​ຂົງ​ເຂດ​ພະ​ລັງ​ງານ​ລາວ ​-​ ຫວຽດ​ນາມ ທີ່ມີ​ທ່າ​ຂະ​ຫຍາຍ​ຕົວບໍ່​ຢຸດ​ຢັ້ງ.
ໝາກ​ຜົນເບື້ອງ​ຕົ້ນ​ຂອງ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານກໍ​ຄື ພາຍ​ຫັລງ ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊ​ຂະ​ໜານ I ມີ​ທີ່​ຕັ້ງ ​ຢູ່​ ແຂວງ​ອັດ​ຕະ​ປື ຊຶ່ງໄດ້​ຮັບ​ອະ​ນຸ​ຍາດ ຈາກ​ລັດ​ຖະ​ບານ ສ​ປ​ປ​ລາວ ແລະ ສ​ສ. ຫວຽດ​ນາມ​ໂດຍ​ໄດ້​ມີ​ພິ​ທີ​ລົງ​ບັນ​ທຶກ​ຄວາມ​ເຂົ້​າໃຈ​ ໃນ​ລະ​ຫວ່າງ​ເດືອນ​ມີ​ນາ 2006 ເປັນ​ຕົ້ນ​ມາ. ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໄຟ​ຟ້າ​ຫວຽດ​ນາມ-​ລາວ​ໃນ​ຖາ​ນະ​ເປັນ​ເຈົ້າ​ຂອງ​ການ​ລົງ​ທຶນ ກໍ່​ໄດ້​ຮີບ​ຮ້ອນ​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ໜ້າ​ວຽກ​ຕ່າງໆ ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ກໍ່​ສ້າງຈະ​ເປີດຂຶ້ນ​ຢ່າງ​ເປັນ​ທາງ​ການໃນ​ໄວໆ​ນີ້​ ໂດຍ​ສະ​ເພາະ​ແມ່ນ​ມາ​ເຖິງ​ປະ​ຈຸ​ບັນ ໄດ້​ສຳ​ເລັດ​ວຽກ​ງານ​ການສຳ​ຫລວດ ​ສຶກ​ສາ​ອອກ​ແບບ, ວຽກ​ງານ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ
​ ລ້ອມ ແລະ ວາງ​ແຜນ​ຍົກຍ້າຍ​ຈັດ​ສັນ​ປະ​ຊາ​ຊົນອອກ​ຈາກ​ເຂດ​ໂຄງ​ການ​ກໍ່​ສ້າງ ໄປ​ຢູ່​ບ່ອນ​ຢູ່​ໃໝ່ ແລະ ໜ້າ​ວຽກ​ອື່ນໆ.
ການ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ​ເຊ​ຂະ ໝານ I ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນໄ​ຟ​ຟ້າ​ຫວຽດ​ນາມ-​ລາວ​ເປັນ​ຜູ້​ລົງ​ທຶນ​ແມ່ນ​ເປັນ​ການ​ຜັນ​ຂະ​ຫຍາຍ​ຕາມ​ແຜນ​ການ​ຮ່ວ​ມ​ມືທີ່​ມີ​ມາ​ນຳ​ກັນ​ມາ​ກ່ອນ​ແລ້ວ​ນັ້ນ ມັນ​ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນທາງ​ດ້ານ​ການ​ເມືອງ ແລະ
ເສດ​ຖະ​ກິດ ເພາະ​ຄວາມ​ສຳ​ເລັດ​ຂອງ​ໂຄງ​ການ​ຈະ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ພະ​ລັງ​ງານ​ໄຟ​ຟ້າ ກໍ​ຄື​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ເຕັກ​ໂນ​ໂລ​ຊີ​ລະ​ຫວ່າງ​ລັດ​ຖະ​ບານ ສ​ ປ​ ປ​ ລາວ ແລະ ສ​ສ. ຫວຽດ​ນາມ​ ມີ​ບາດ​ກ້າວ​ໃໝ່​ຢ່າງ​ໜັກ​ແໜ້ນ ຂຶ້ນ​ອີກ​ຂັ້ນ. ນີ້ແມ່ນ​ອີກ​ບາດ​ກ້າວ​ໜຶ່ງ​ພິ​ສູດ​ໃຫ້​ເຫັນ​ວ່ານະ​ໂຍ​ບາຍ ເປີດ ກວ້າງ​ການລົງ​ທຶນ ແມ່ນ​ຖືກ
​ ຕ້ອງ ສອດ​ຄ່ອງ​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ​ໄປ​ຖືກ​ກັບ​ທິດ​ທາງ ການພັດ​ທະ​ນາ​ຂະ​ແໜງ​ພະ​ລັງ​ງານ ​ສອງ​ປະ​ເທດ​ລາວ-​ຫວຽດ​ນາມ​ວາງ​ອອກ ບົນ​ພື້ນ​ຖານ ຄວາມ​ເປັນ​ເກະ​ພາບ ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ອັນ​ຈະ​ເອື້ອ​ອຳ​ນວຍ​ໃນ​ການ​ຍົກ​ກຳ​ລັງ​ການ​ຜະ​ລິດ​ໃຫ້​ສູງ​ຂຶ້ນ ທັງຊ່ວຍໃນ​ການ​ພັດ​ທະ​ນາ​ຕາ​ໜ່າງ​ໄຟ​ຟ້າ​ລວມ​ຂອງ ພາກ​ພື້​ນ​ອາ​ຊຽນ ໃຫ້​ສູງ​ຂຶ້ນ.
ຜ່ານ​ການ​ຄິດ​ໄລ່ ແລະສຳ​ຫລວດ​ຕົວ​ຈິງ ຊີ້​ໃຫ້​ເຫັນ​ວ່າ ຖ້າ​ສ້າງ​ສຳ​ເລັດ; ໂຄງ​ການ​ເຊ​ຂະ​ໝານ I ຈະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ທີ່ຈະ​ນຳຜົນປະ​ໂຫຍດທາງ​ດ້ານ​ເສດ​ຖະ​ກິດ ສູງ. ພ້ອມ​ດຽວ​ກັນ ການ​ບໍ​ລິ​ການ​ຂະ​ຫຍາຍຜູ້ໃຊ້​ໄຟ​ຟ້າກໍ່​ຈະ​ກວ້າງ​ຂວາງ ແລະ ພື້​ນຖານ​ໂຄງ ລ່າງ​ສຳ​ຄັນ​ຈຳ​ນວນ​ໜຶ່ງ ກໍ່​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ . ​ຕໍ່​ກັບ​ຜູ້​ລົງ​ທຶນ ກໍ່​ຈະ​ໄດ້​ຮັບ​ຜົນ​ປະໂຫຍດ ໃນ​ການ​ຮ່ວມ​ລົງ​ທຶນ, ເບື້ອງ​ລັດ​ຖະ​ບານ ກໍ​ຈະ​ມີ​ລາຍ​ຮັບ​ຈາກ​ພາ​ສີ , ອາ​ກອນ ແລະ ທີ່​ສຳ​ຄັນ​ກໍ່​ຈະ​ຊຸກ​ຍູ້​ໃຫ້​ທ້ອງ​ຖິ່ນ​ບໍ​ລິ​ເວນ​ໃກ້​ຄຽງ​ໄດ້ມີ​ການ​ພັດ​ທະ​ນາ, ປະ​ຊາ​ຊົນມີ​ວຽກ​ເຮັດນັບ​ມື້​ຫລາຍ​ຂຶ້ນ ໂດຍ​ໃນ​ເປົ້າ​ໝາຍ​ຫລັກ​ຂອງ​ໂຄງ​ການ​ແມ່ນ​ຜະ​ລິດ​ໄຟ​ຟ້າ​ເຂົ້າ​ສູ່​ລະ​ບົບ​ເຊື່ອມ​ຕໍ່ ໄຟ​ຟ້າ​ຕົ້ນ​ຕໍ​ເພື່ອ​ຂາຍ​ໃຫ້​ຫວຽດ​ນາມ,ສະ​ໜອງ​ຄວາມ​ຕ້ອງ​ການ​ໄຟ​ຟ້າສຳ​ຮອງ​ສ່ວນ​ໜຶ່ງ​ໃຫ້​ລາວ ແລະ ອາດ​ຈະ​ຂາຍ​ໄຟ​ຟ້າໃຫ້​ປະ​
ເທດ​ໄທ.
ໂຄງ​ການ​ໄຟ​ຟ້າ​ນ້ຳ​ຕົກ​ເຊ​ຂະ​ໝານ I ເປັນ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ປະ​ກອບ​ດ້ວຍ​ສອງ​ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ ຄື​ເຂື່ອນໄ​ຟ​ຟ້າ​ນ້ຳ​ຕົກ​ເຊ​ຂະ​ໝານ I ຕອນ​ເທິງ ແລະ ເຂື່ອນ​ໄຟ​ຟ້າ​ຊານ​ໄຊ​ຕອນ​ລຸ່ມ; ໃນ​ນີ້​ໂຄງ​ການ​ເຊ​ຂະ​ໝານ I ມີ​ກຳ​ລັງ​ຕິດ​ຕັ້ງ
290 ເມ​ກາ​ວັດ ( MW ) ແລະ ໂຄງ​ການ ຊານ​ໄຊ ຈະ​ມີ​ກຳ​ລັງ​ຕິດ​ຕັ້ງ 32 ເມ​ກາ​ວັດ ( MW ) ລວມຍອດ​ການ​ລົງ​ທຶນ ຂອງ​ໂຄງ​ການ​ ​ມີ​ປະ​ມານ 441 ລ້າ​ນໂດ​ລາ . ການ​ລົງ​ທຶນ​ກໍ່​ສ້າງ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໄຟ​ຟ້າ​ຫວຽດ​ນາມ-​ລາວ ຊຶ່ງ​ແຕ່​ລະ​ປີ​ຈະ​ໄດ້​ເກັບ​ລາຍ​ຮັບ​ຢ່າງ​ຫຼວງ​ຫລາຍ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ ຂອງ​ລາວ​ລະ​ອຽດ​ຄື ລວມຍອດ​ລາຍ​ຮັບ​ຂອງ​ລັດ​ຖະ​ບານຈາກ​ໂຄງ​ການ 539 ກວ່າລ້ານ​ໂດ​ລາ​; ໃນ​ນັ້ນ​ຈາກ​ໂຄງ​ການ 146 ກວ່າລ້ານ​ໂດ​ລາ, ຈາກ​ອາ​ກອນ​ກຳ​ໄລ 149 ກວ່າ ລ້ານ​ໂດ​ລາ ແລະ ຈາກ​ການ​ກຳ​ໄລ ທີ່​ໄດ້​ຮັບ 243 ກວ່າລ້ານ​ໂດ​ລາ./.

ພັນທະຜູ້ກອບອາຊີບຮ້ານອາຫານ

* ຖ້າ​ເວົ້າ​ເຖິງ​ອາຫານ​ແລ້ວ​ມັນ​ແມ່ນ​ວັດຖຸ​ຫນຶ່ງ ທີ່​ເປັນປັດ​ໃຈ​ສຳ ຄັນ​ທີ່​ສຸດ​ທີ່​ຄົນ​ເຮົາ​ຂາດ​ບໍ່​ໄດ້, ອາ ຫານ​ລ້ວນ​ແຕ່​ສ້າງ​ຄຸນ​ປະ​ໂຫຍ​ດ ຕ່າງໆ ໃຫ້​ແກ່​ຮ່າງກາຍ​ໃນ​ການ​ເສີມ​ສ້າງພະລັງງານ ​ເຮັດ​ໃຫ້​ຮ່າງ ກາຍ​ມີ​ຄວາມສ​ົມບູນ ພ້ອມ​ທີ່​ຈະ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ. ​ເພື່ອ​ເປັນ​ການ​ສົ່ງ​ເສີມ ​ແລະ ຄຸ້ມ​ຄອງ​ຜູ້​ປະກອບ​ອາຊີບ​ຮ້ານ​ອາຫານ ກໍ​ຄື​ຜູ້​ບໍລິ​ໂພ​ກ ອາຫານ​ໃຫ້​ຖືກຕ້ອງ​ຕາມ​ຫລັກ​ອານາ​ໄມ, ພັກ​ແລະ​ລັດຖະບານ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້ອອກ​ກົດ ຫມາຍວ່າ​ດ້ວຍອາຫານ​ສະບັບ​ເລກ ທີ 04/ ສພຊ, ລົງ​ວັນ​ທີ15 ພຶດສະພາ 2004 ຊຶ່ງ​ໄດ້​ກຳນົດ​ຫລັກການ ​ແລະ ມາດ​ຕະການ​ຕ່າງໆ ເພື່ອ​ຄຸ້ມ​ຄອງ, ​ກວດກາ​ກິດຈະການ​ກ່ຽວ​ກັບ​ອາຫານ ​ແນໃສ່​ຄວບ​ຄຸມ​ຄຸນ​ນະ ພາ​ບ, ມາດຕະຖານ, ​ໂດຍ​ສະ​ເພາະ​ຄວາມ​ປອດ​ໄພ​ຂອງ​ອາຫານ, ຮັບ ປະກັນ​ທາງ​ດ້ານ​ໂພ​ສະນາ​ການ, ປົກ​ປ້ອງ​ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ, ສົ່ງ​ເສີມ​ການ​ຜະລິດ ​ແລະ ທຸລະ​ກິດ​ດ້ານ​ອາຫານ. ​ມື້ນີ້ຜູ້​ຂຽນ​ຈະ​ຂໍ​ຍົກ​ໃຫ້​ເຫັນ​ກ່ຽວ​ກັບ ສະພາບ​ການ​ປະ​ກອບ​ອາຊີບ​ດ້ານ​ອາຫານ​ວ່າ ມີ​ຄວາມ​ ຮັບຜິດຊອບ ຫລືວ່າ​ມີ​ພັນທະ​ແນວ​ໃດ?
​ ໃນ​ຍຸກ​ແຫ່ງ​ການ​ພັດທະນາ ແລະ ສ້າງສາ​ປະ​ເທດ​ຊາດ ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ສັງຄົມ​ນັບ​ມື້ນັບ​ສູງ​ຂຶ້ນຈຶ່ງ​ເຮັດ​ໃຫ້​ເກີດ​ມີ​ການ​ແຂ່ງ ຂັນ​ກັນ​ຫລາຍ​ຂຶ້ນ ທາງ​ດ້ານ​ການ​ຜະລິດ ແລະທຸລະ​ກິດ, ​ໂດຍ​ສະ​ເພາະ​ ຮ້ານ​ອາຫານແມ່ນ​ຂະຫຍາຍ ຕົວ​ໄວ​ຫລາຍໃນ​ຕົວ​ເມ​ືອງ​ໃຫຍ່, ທັງນີ້ກໍ​ເພື່ອ​ເປ​ັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພະນັກງານ​ລັດຖະກອນ, ນັກຮຽນ, ນັກ​ສຶກສາ, ຕະຫຼອດ​ຮອດ​ນັກທຸລະກິດ​ຜູ້​ມີ​ເວລາ​ຫນ້ອຍ​ໃນ​ການ​ແຕ່ງຢູ່​ຄົວກິນ ຈຶ່ງ​ຈຳ​ເປັນ​ອາ​ໄສ​ກິນ​ເຂົ້ານອກ​ບ້ານ ຫລື ຊື້ ຂອງ​ກິນ​ສຸກ​ມາ​ກິນ, ​ແຕ່​ຜ່ານ ມາ​ສັງ​ເກດ​ເຫັນ​ວ່າ ຍັງ​ມີ​ບາງ​ຄົນ​ທີ່​ປະ ກອບ​ອາຊີບ​ຮ້ານ​ອາຫານ​ຍັງ​ບໍ່​ທັນ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຜູ້​ບໍລິໂພ​ກ​ເທົ່າ​ທີ່​ຄວນ​ເຊັ່ນ: ອາຫານ​ບໍ່​ມີ​ຄວາມ​ສະ ອາດ, ​ເສຍ​ຄຸນ​ນະພາ​ບ ຫລື ເອົາ​ອາ ຫານ​ທີ່​ຫມົດ​ອາຍຸ​ໃນ​ການ​ບໍລິ​ໂພ​ກ ມາ​ຈຳຫນ່າຍ ອັນ​ເຮັດ​ໃຫ້​ຜ້​ູບໍລິ​ໂພ​ກ​ເກີດ​ພະຍາດ​ຕ່າງໆ, ໂດຍ​ສະ​ເພາະ​ພະຍາດ​ຖອກທ້ອງ ຫລື ມະ​ເຮັງ ແລະ ອື່ນໆ ເຊິ່ງພາ​ໄປ​ເຖິງ​ຂັ້ນ​ເສຍ​ຊີວິດ. ​ເພື່ອ​ເປັນ​ການ​ຄຸ້ມ​ຄອງ​ຜູ້​ບໍລິ​ໂພ​ກອາຫານ​ໃຫ້​ມີ​ຄວາມ​ປອດ​ໄພ​, ໃນ​ມາດຕາ 31 ຂອງ​ກົດຫມາຍວ່າ​ດ້ວຍອາຫານ ກໍ​ໄດ້​ກຳນົດ​ເຖິງ​ພັນ ທະ​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ​ອາຫານ ຊຶ່ງ​ໄດ້​ລະບຸ​ໄວ້​ວ່າ ຜູ້​ທີ່​ດຳ​ເນີນ​ທຸລະ​ກິດ​ອາ​ຫານ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ, ອານາ​ໄມ ​ແລະ ຄຸນ​ນະ ພາບ ຂອງ​ອາຫານ. ​​ໃນ​ກໍລະນີ​ທີ່​ອາ​ຫານ ຫາກ​ບໍ່​ມີ​ຄວາມ​ປອດໄພ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກນັ້ນ ຜູ້​ດຳ​ເນີນ​ທຸລະ​ກິດ​ຕ້ອງ​ຮັບຜິດຊອບ​ຕໍ່​ລະບຽບ​ກົດຫມາຍ​ເຊັ່ນ: ການ​ສຶກສາ​ອົບຮົມ, ​ການ​ປັບ ໃຫມ, ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ລວມ​ໄປ​ເຖິງ​ລົງ​ໂທດ​ທາງ​ອາຍາ ຕາມ​ມາດຕາ 144 ຂອງ​ກົດຫມາຍ​ອາຍາ ຊຶ່ງ​ລະບຸ​ໄວ້​ວ່າ ບຸກຄົນ​ຜູ້​ໃດ​ຫາກ​ໄດ້​ຜະລິດ ຫລື ຂາຍ​ເຄື່ອງ​ດື່ມ, ຊີ້ນ, ປາ, ຫມາກ​ໄມ້ ແລະ​ເຄື່ອງ​ບໍລິ​ໂພ​ກອື່ນໆ ທີ່​ເສຍ​ຄຸນ ​ແລະ ​ເປັນ​ອັນ ຕະລາຍ​ຕໍ່​ສຸຂະພາບ​ຈະ​ຖືກ​ປັບ​ໃຫມ ​ແຕ່ ຫນຶ່ງ​ແສນ​ຫາ​ຫນຶ່ງ​ລ້ານ​ກີບ ​ໃນ​ກໍລະ​ນີການ​ກະທຳ​ນັ້ນຫາກ​ເປັນ​ການ​ກະທຳ​ໂດຍ​ເຈດ​ຕະນາ​ຈະ​ຖືກ​ລົງ​ໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ສາມ​ເດືອນ​ຫາ​ສາມ​ປີ ແລະ ຈະ​ຖືກ​ປັບ​ໃຫມ ຫນຶ່ງ​ລ້ານ​ຫ້າ​ແສນ​ຫາ​ຫ້າ​ລ້ານ​ກີບ.
ສະນັ້ນ​ເພື່ອ​ເປັນ​ການ​ແກ້​ໄຂ​ບັນ ຫາ​ດັ່ງກ່າວ​ນີ້ ຈິ່ງຮຽກ​ຮ້ອງມາ​ຍັງ​ພາກສ່ວນ​ທີ່​ກ່ຽວຂ້ອງ,​ໂດຍ​ສະ​ເພາະ​ກະຊວງສາທາລະນະ​ສຸກ (ກົມ​ ອາຫານ​ແລະ​ຢາ) ຕ້ອງ​ໄດ້​ຕິດ ຕາມ​ກວດກາ​ບັນດາ​ຜູ້​ປະກອບ​ອາ ຊີບ​ອາຫານ​ຕ່າງໆ ເພື່ອ​ຮັບປະກັນ​ໃຫ້​ໄດ້​ຄຸນ​ນະພາ​ບ ​ແລະ ບັນດາ​ຜູ້​ປະ ກອບ​ອາຊີບ​ຮ້ານ​ອາຫານກໍ​ຕ້ອງ​ເປັນ​ເຈົ້າການ​ຕື່ມ​ອີກ ຕໍ່​ຜູ້​ບໍລິ​ໂພ​ກ ທັງ​ນີ້ກໍ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ບໍລິ​ໂພ​ກ​ແລະຄວາມ​ກ້າວ ຫນ້າ​ຂອງ ​ຜູ້​ປະກອບ​ການ​ເອງ./.

6 ເດືອນຕົ້ນປີ 2007​-2008 ຂອງພະແນກການເງິນ ແຂວງອູດົມໄຊ

* ໂດຍຄວາມເອົາໃຈໃສ່ເປັນ ເຈົ້າການຂອງພະນັກງານ​ລັດຖະ ກອນທົ່ວຂະແໜງການເງິນ ແລະ ພາກສ່ວນຂະແໜງການທີ່ມີລາຍຮັບ ອ້ອມຂ້າງແຂວງ ແລະເມືອງ ຂອງ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ໃນ ການຂຸດຄົ້ນທຸກແຫລ່ງລາຍຮັບ ເພື່ອມອບເຂົ້າງົບປະມານໃນ 6 ເດືອນຕົ້ນປີ 2007​-2008 ຕາມແຜນ ການປີ 19 ຕື້ 800 ລ້ານ ກີບ ປະຕິບັດ ໄດ້ 11 ຕື້ 780 ລ້ານກີບ ທຽບໃສ່ ແຜນການ ໄລຍະດຽວ ຂອງປີ ຜ່ານ ມາ 138,3%, ໃນນັ້ນຮັບຈາກຫ້ອງ ການສວຍສາອາກອນ 10 ຕື້ 314 ລ້ານ ກີບ, ຮັບຈາກຫ້ອງ ການຊັບ ສິນ 1 ຕື້ 466 ລ້ານກີບ. ນອກຈາກນີ້ ລາຍຮັບພູດສູນກາງ, ຫ້ອງການພາ ສີ 6 ຕື້ 151 ລ້ານກີບ ທຽບໃສ່ໄລຍະ ດຽວຂອງປີຜ່ານມາ 148% ແລະ ຮັບຈາກສູນກາງດູນ 42 ຕື້ 587 ລ້ານກີບ.
ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈ ໃສ່ຄຸ້ມຄອງລາຍຈ່າຍ ໃຫ້ໄປຕາມ ແຜນການທີ່ວາງໄວ້ ແລະ ຈ່າຍ ຕາມບູລິມະສິດຂອງລັດຖະບານ ເປັນຕົ້ນແມ່ນສຸມໃສ່ແກ້ໄຂເງິນເດືອນ, ເງິນນະໂຍບາຍ ໃຫ້ແກ່ພະນັກງານ​ລັດຖະກອນ, ທະຫານ, ຕຳຫລວດ, ພະນັກງານບຳນານ ສຳເລັດໃນ ງວດສົກປີ 2007​-2008 ເປັນຈຳ ນວນເງິນ 53 ຕື້ 836 ລ້ານກີບ ທຽບ ໃສ່ແຜນການ 6 ເດືອນ 106%.
ໃນນັ້ນຈ່າຍເງິນເດືອນ 27 ຕື້ 082 ລ້ານ ກີບ, ຈ່າຍເງິນອຸດໜູນ 9 ຕື້ 189 ລ້ານ ກີບ,ຈ່າຍເງິນບໍລິຫານ 5 ຕື້ 453ລ້ານ ກີບ, ຈ່າຍເງິນດັດສົມ 3 ຕື້ 5 ລ້ານກີບ, ຈ່າຍເງິນແຮ 382 ລ້ານກີບ, ຈ່າຍ ເງິນລົງທຶນ 7 ຕື້ 666 ລ້ານກີບ ແລະ ຈ່າຍເງິນຊື້ໃໝ່ 1 ຕື້ 059 ລ້ານກີບ. ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2007​-2008 ນີ້ທາງ ພະແນກ ການເງິນ ແຂວງອຸ ດົມໄຊ ຕ້ອງສູ້ ຊົນຂຸດຄົ້ນລາຍຮັບໃຫ້ໄດ້ 11 ຕື້ 268 ລ້ານກີບ, ໃນນັ້ນລາຍ ຮັບທ້ອງຖິ່ນ 8 ຕື້ກວ່າກີບ, ສວ່ຍສາ ອາກອນ 7 ຕື້ ກວ່າກີບ, ຊັບສິນ 934 ລ້ານກີບ, ລາຍຮັບສູນກາງ 3 ຕື້ 249 ລ້ານກີບ, ລາຍຮັບພາສີ 3 ຕື້ 249 ລ້ານ ກີບ ແລະ ເອົາໃຈໃສ່ ຄຸ້ມຄອງ ລາຍຈ່າຍທັງໝົດໃຫ້ໄດ້ 51 ຕື້ 683 ລ້ານກີບ ໃນນັ້ນຈ່າຍ ເງິນເດືອນ 26 ຕື້ 079 ລ້ານກີບ, ເງິນ ນະໂຍບາຍ 12 ຕື້ 199 ລ້ານກີບ, ເງິນບໍລິ ຫານ 5 ຕື້ 207 ລ້ານກີບ, ເງິນດັດສົມ 2 ຕື້ 095 ລ້ານກີບ, ເງິນແຮ 149 ລ້ານ ກີບ, ເງິນລົງທຶນ 5 ຕື້ 884 ລ້ານ ກີບ ແລະ ເງິນຊື້ໃໝ່ 25 ລ້ານກີບ./.

ສົ່ງເສີມການຊຳລະສະສາງ ລະຫວ່າງປະເທດ

* ທະນາຄານ ພົງ​ສະຫວັນ ຈຳ ກັດ ມີ​ຄວາມ​ຕ້ອງການ​ຍົກສູງ​ສະ ຖານະ​ພາບ​ຂອງ​ເງິນ​ກີບ ​ໃຫ້​ເປັນ​ທີ່​ຮັບ​ຮູ້ ແລະ ນຳ​ໃຊ້​ຢູ່​ໄດ້​ໃນ
​ ຫລາຍ​ປະ​ເທດຍິ່ງ​ຂຶ້ນ ກໍ່​ຄື​ການ​ສະດວກ​ສະ ບາຍ​ໃນ​ການ​ຊຳລະ​ສະ​ສາງ ແລະ ​ໂອນ​ເງິນ​ໃນ​ລະຫວ່າງ​ປະ​ເທດ ທັງ​ເປັນ​ການ
​ ສ້າງສາ​ຍສຳພັນ​ທີ່​ດີ​ກັບປະ​ເທດ​ເພື່ອນ​ບ້ານ ແລະ​ເປັນ​ການ​ເສີມ​ຂະຫຍາຍ​ທ່າ​ແຮງທາງ​ດ້ານ​ທຸລະ​ກິດ​ຂອງ​ທະນາຄານ ໃຫ້​ກວ້າງຂວາງ​ຕາມ​ວິ​ໄສ​ທັດ​ຜູ້​ຖື​ຫຸ້ນ​ວາງ​ອອກກໍ່​ຄື​ຕາມ​ນະ​ໂຍບາຍ​ຂອງ​ທະນາຄານ ແຫ່ງ ສປປ ລາວ ວາງ​ອອກ, ​ໃນ​ທ້າຍ
ອາທິດ ມານີ້ ທ່ານ ​ເດດ​ພູ​ວັງ ມູລຣັຕ, ຜູ້​ຊ່ວຍ​ຜູ້​ວ່າການ​ທະນາຄານ ​ແຫ່ງ ສປປ ລາວ ທັງ​ເປັນ​ປະທານ​ຄະນະ​ຮັບຜິດຊອບ
​ ສ້າງຕັ້ງຕະຫລາດ​ຫລັກ​ຊັບຂອງ ສປປ ລາວ ​ໄດ້​ໃຫ້​ກຽດ​ນຳ ພາຄະນະ​ບໍລິຫານ​ງານ​ຂອງ ທະນາ ຄານ ພົງ​ສະຫວັນ ​ເຂົ້າ​
ຢ້ຽມຢາມພົບ​ປະກັບທ່ານ​ຜູ້​ວ່າການ ທະນາຄານ ​ແຫ່ງ ປະ​ເທດໄທ.
​ ໃນ​ໂອກາດ​ນີ້ ທ່ານ ອ໋ອດ ພົງ​ສະ ຫວັ​ນ, ປະທານ​ສະພາ​ບໍລິຫານ ທະນາ ຄານ ພົງ​ສະຫວັນ ຈຳກັດ ​ໃຫ້​ສຳພາດ​ວ່າ: ການ​ເດີນ
ທາງ​ມາ​ຢ້ຽມຢາມ​ໃ​ນ ຄັ້ງນີ້ ຄະນະ​ຜູ້​ບໍລິຫານ​ງານ​ຂອງ ທະນາຄານ ພົງ​ສະຫວັນ ​ໄດ້​ຍົກເອົາ​ຫລາຍ​ບັນຫາ​ຂຶ້ນມາ​ປຶກສາ​ຫາລື
ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ​ເງື່ອ​ນ​ໄຂ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງຕັ້ງ ສຳນັກງານ​ຕົວ​ແທນ,ສາຂາຫຼືໜ່ວຍ ບໍລິການຂອງ
ທະນາຄານ ພົງ​ສະ ຫວັນ ຢູ່​ທີ່​ປະ​ເທດໄທ ແລະ ວຽກ​ງານ​ອື່ນໆ ທີ່​ກ່ຽວຂ້ອງ​ກັບ​ການ​ຊຳລະ​ສະ​ສາງ ລະຫວ່າງ​ປະ​ເທດ;
ທັງ​ນີ້ກໍ່​ເພື່ອ​ເປັນການ​ສົ່ງ​ເສີມ​ການ​ຊຳລະ​ສະ ສາງສະກຸນ​ເງິນ​ຂອງ​ສອງ​ປະ​ເທດ ແກ່​ພໍ່ຄ້າ​ຊາວ​ຂາຍ ​ເພື່​ອຫລຸດຜ່ອນ​ການ​
ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ແບບ​ຊະຊາຍ ​ແລະ ຫັນ​ການ​ຊຳລະ ສະ​ສາງໃຫ້​ເຂົ້າສູ່​ລະບຽບກົດຫ​ມາຍ, ​ໂດຍ​ສະ​ເພາະ​
ການ​ຊຳລະ​ສະ​ສາງ​ຢູ່​ຕາມ​ຊາຍ​ແດນ​ຂອງ 2 ປະ​ເທດ ລວມ ທັງ​ການ​ໂອນ​ເງິນ​ຂອງ​ແຮງ​ງານ​ຄົນ​ລາວ​ທີ່ເຮັດ​ວຽກ​ຢູ່​ໄທ
ໃຫ້​ມີ​ຄວາມ​ສະດວກວ່ອງ​ໄວ ​ແລະ ມີ​ປະສິດທິ ພາບ. ນອກ​ນີ້ ຍັງ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ນຳ​ໃຊ້​ບັດ ATM ຂອງ
ທະນາຄານ​ພົງ​ສະຫວັນ ​ເພື່ອ​ຊື້ສິນຄ້າ​ຢູ່ ບາງ​ແຂວງ​ຕາມ​ຊາຍ​ແດນ​ ​ແລະ ການ​ສ້າງຕັ້ງຫນ່ວຍ​ບໍລິການ​ຢູ່ ຕາມ​ຊາຍ​ແດນ
ລາວ-​ໄທ. ທະນາຄາ​ນ ພົງ​ສະຫວັນ ຈຳກັດ ​ເປັນ​ທະນາຄານ​ທຸ ລະ​ກິດ​ເອກະ​ຊົນຂອງ ສປປ ລາວ ທີ່ ໄດ້​ເປີດ​ການ​ບໍລິການ​
ມາ​ແຕ່ວັນ​ທີ 29 ມີນາ 2007​ເຊິ່ງໃນ​ປີ​ດຽວກັນໄດ້​ເພີ່ມ​ທຶນ​ຈົດ​ທະບຽນ​ຂອງ​ຕົນ​ຈາກ 10 ລ້ານ​ໂດ​ລາ​ສະຫະລັດມາ​ເປັນ
20 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມີ​ຝາກ​ເງິນ​ຄ້ຳປະກັນ​ທຶນ​ຈົດ​ທະບຽນຈຳ ນວນ4,25ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ ຄ້ຳປະ
ກັນ​ຄວາມ​ຫມັ້ນຄົງ​ຂອງ​ທະ ນາຄານ. ນອກ​ນີ້ ທະນາຄານຍັງ​ມີ​ນະ​ໂຍບາຍ​ຄຸ້ມ​ຄອງບໍລິຫານທະນາ ຄານ​ຕາມ​ລະບົບ
​ ສາກົນ ​ເຊິ່ງປະກອບ​ດ້ວຍ ປະທານ ຮອງ​ປະທານ ສະມາ ຊິກ​ສະພາ​ບໍລິຫານ ​ແລະ ຄະນະ​ບໍລິ ຫານ​ທີ່​ມີ​ຄວາມ​ສາມາດ,
ມີ​ລະບົບ​ການກວດ​ສອບ​ພາຍ​ໃນ​ທີ່​ຮັດກຸມ ​ແລະ ມີ​ການ​ສ້າງຕັ້ງຫນ່ວຍ​ງານ​ຕິດ ຕາມ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ. ເພື່ອ​ຮັບປະກັນ​ຄວາມ​ໂປ່​ງ​ໃສ​ທະນາຄານ​ຍັງໄດ້ຈ້າງ​ບໍລິສັດ​ກວດ​ສອບ​ພາຍ​ໃນຄື: Ernst&Young ມາກ​ວດສອບ ​ຄວາມ​
ຖືກຕ້ອງ​ຂອງ​ຖານະ​ການ​ເງິນ​ຂອງ​ທະນາຄານ, ທັງ​ນີ້ ກໍ່​ເພື່ອ​ກະ ກຽມສ້າງ​ເງື່ອນ​ໄຂ​ໃນ​ການ​ຫັນ​ທະ ນາຄານ ​ເພື່ອ​ເປັນ​ທະນາ
ຄານ​ມະຫາ​ຊົນ ເພື່ອ​ກຽມພ້ອມ​ໃນ​ການ​ເຂົ້າ​ຮ່ວມ​ເປັນ​ສະມາຊິກ​ໃນ​ຕະຫລາດ​ຫລັກ​ຊັບ​ທີ່​ຈະ​ສ້າງຕັ້ງຂຶ້ນ​ໃນ​ປີ 2010. ໃນ​ໄລຍະ
1 ປີ ຜ່ານ​ມາ, ທະນາຄານ ພົງ​ສະຫວັນ ສາມາດ​ບັນລຸ​ຜົນສຳ​ເລັດ​ລື່ນ​ຄາດໝາຍ​ທີ່​ວາງ​ໄວ້​ເຊັ່ນ: ລູກຄ້າ ​ເປີດ​ບັນຊີ​ກັບ​ທະນາຄານ​
ໄດ້ 30ພັນ ກວ່າ​ບັນຊີ ລວມ​ເປັນ​ເງິນ​ທັງ​ຫມົດ ປະມານ 17 ລ້ານ​ໂດ​ລາ​ສະຫະລັດ ແລະ ປ່ອຍ​ສິນ​ເຊື່ອ​ດ້ວຍ​ລະບຽບ​ຫຼັກການ​
ທີ່​ຮັດ​ກຸມ​ໃນ​ວົງ​ເງິນ​ເກືອບ 5 ລ້ານ​ໂດ​ລາ​ສະຫະລັດ, ໄດ້​ເປີດ​ບັນ ຊີກັບ​ທະນາຄານ​ຕ່າງປະ​ເທດ ​ເຊັ່ນ: ອາ​ເມ​ລິ​ກັນ​ເອັກສະ​ເພຣດ,
ວັກ​ໂຄ​ເວຍ, ວີ​ຊາ, ​ເຣັດ​ເອສບີ​ຊີ ແລະຈະ​ເປີດ​ ບັນ​ຊີ​ກັບທະນາຄານໄທ​ ອີກ 5 ແຫ່ງ​ແລະອື່ນໆ. ພ້ອມ​ນີ້ ຍັງ​ໄດ້​ໃຫ້ການ​ບໍ
ລິການ​ຖອນ​ຜ່ານ​ຕູ້ ATM ໂດຍ​ສັ່ງ​ຊື້ 100 ຫນ່ວຍ ​ໃນ​ເບື້ອງຕົ້ນ ດ້ວຍ​ເງິນ​ລົງທຶນ 2,4 ລ້ານ​ໂດ​ລາ​ສະຫະລັດ.​ເຊິ່ງປະຈຸ​ບັນ ​
ໄດ​້ຕິດຕັ້ງສຳ​ເລັດ​ແລ້ວ 23 ຫນ່ວຍ ​ແລະ ກຳລັງ​ສືບຕໍ່​ຕິດຕັ້ງຕໍ່​ໄປ ​ແລະກະກຽມ​ລະບົບ​ໂພສ (POS) ​ເພື່ອ​ໃຊ້​ໃນ​ການ
​ ສະ​ສາ​ງລະບົບ​ສາ ທາລະ​ນູປະ​ໂພ​ກ ເພື່ອ​ຫລຸດຜ່ອນ​ການ​ນຳ​ໃຊ້​ງົດ​ສົດ, ການ​ໂອນ​ເງິນ​ຜ່ານ​ເຄື່ອຄ່າ​ຍ​ເວສ​ເທິ​ນຢູນຽນ
(Western Union) ແລະ ສະ​ວີ​ບ (SWIFT)./.

 

ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນາ​ຖາ​ວອນ
*******

ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ເລກ​ທີ: 03 /ທ​ຫລ
ນະ​ຄອນ​ຫລວງວຽງ​ຈັນ,ວັນ​ທີ 30 ພຶດ​ສະ​ພາ 2007

ບົດ​ແນະ​ນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ
- ​ອີງ​ຕາມ​ລັດ​ຖະ​ບັນ​ຍັດ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ​ວັດ​ຖຸ​ມີ​ຄ່າ ສະ​ບັບ​ເລກ​ທີ 01/ສ​ປ​ປ​, ລົງ​ວັນ​ທີ 9/8/2002.
-​ ອີງ​ຕາມ​ດຳ​ລັດ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ​ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ ສະ​ບັບ​ເລກ​ທີ 150/ນຍ, ລົງ​ວັນ​ທີ 18/5/2007.
-​ ອີງ​ຕາມ​ບົດ​ແນະ​ນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ສະ​ບັບ​ເລກ​ທີ 03/ທ​ຫລ ລົງ​ວັນ​ທີ 6/8/2004. ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ​ເງິນ​ຕາ ຂອງ​ຜູ້​ເດີນ​ທາງ​ອອກ ສ​ປ​ປ ລາວ.
ຜູ້​ວ່າ​ການ​ທະ​ນາ​ຄານ ແຫ່ງ ສ​ປ​ປ ລາວ ອອກ​ບົດ​ແນະ​ນຳ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບົດ​ແນະ​ນຳ​ສະ​ບັບ​ເລກ​ທີ 03/ທ​ຫລ ລົງ​ວັນ​ທີ 6/8/2004 ດັ່ງ​ນີ້:
1). ອະ​ນຸ​ຍາດ​ໃຫ້​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ປະ​ຈຳ​ດ່ານ​ສາ​ກົນ ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ຜູ້​ທີ່​ຕ້ອງ​ການ ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ໄດ້​ບໍ່​ເກີນ 20 ລ້ານ​ກີບ (ຊາວ​ລ້ານ​ກີບ) ຕໍ່​ຄົນ ຕໍ່​ວັນ ໂດຍ​ໃຫ້​ຜູ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ປະ​ກອບ​ເອ​ກະ​ສານ​ຢັ້ງ​ຢືນ​ດັ່ງ​ນີ້:
-​ ກໍ​ລະ​ນີ​ເດີນ​ທາງ​ທາງຍົນ ໃຫ້​ນຳ​ເອົາ​ໜັງ​ສື​ຜ່ານ​ແດນ ແລະ​ບັດ​ຂຶ້ນ​ຍົນ​ທີ່​ລົງວັນ​ທີ​ກົງ​ກັນ​ກັບ​ວັນ​ທີ່​ຕ້ອງ​ການ​ຊື້​ເງິນ​ຕາ​ຕ່າງ​ປະ​ເທດ ມາ​ຢັ້ງ​ຢືນ.
-​ ກໍ​ລະ​ນີ​ເດີນ​ທາງທາງ​ລົດ ຫລື​ທາງ​ເຮືອ​ໃຫ້​ນຳ​ເອົາ​ໜັງ​ສື​ຜ່ານ​ແດນ, ບັດ​ຜ່ານ​ແດນ ຫລື​ປຶ້ມ​ຜ່ານ​ແດນ ທີ່​ມີ​ການ​ຈ້ຳ​ກາ​ອອກ​ລົງ​ວັນ​ທີ​ກົງ​ກັບ​ມື້​ທີ່​ຕ້ອງ​ການ​ຊື້​ເງິນ​ຕາຕ່າງ​ປະ​ເທດ ມາ​ຢັ້ງ​ຢືນ.
-​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ທີ່​ໄດ້​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ ໃຫ້​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ຫລື​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ໃດ​ໜຶ່ງ ແຕ່​ນຳ​ໃຊ້​ເງິນ​ກີບ​ທີ່​ໄດ້​ຈາກ​ການ​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ​ນັ້ນ ບໍ່​ໝົດ ແມ່ນ​ສາ​ມາດ​ແລກ​ເອົາ​ເງິນ​ຕາ​ຕ່າງ​ປະ​ເທດ​ຄືນ​ຕາມ​ຈຳ​ນວນ​ເງິນ​ກີບ​ທີ່​ຍັງ​ເຫລືອ ໂດຍ​ມີ​ໃບ​ຢັ້ງ​ຢືນ​ການ​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ ໃຫ້​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ຫລື​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ ຂອງ​ທະ​ນາ​ຄາ​ທຸ​ລະ​ກິດ.
2). ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ແຫ່ງ​ອື່ນ​ໆ ແມ່ນ​ໃຫ້​ປະ​ຕິ​ບັດ​ບົດ​ແນະ​ນຳ ກ່ຽວ​ກັບ​ການ​ເຄື່ອນ​ໄຫ​ວ ຂອງ​ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ສະ​ບັບ​ເລກ​ທີ 03/ທ​ຫລ, ລົງ​ວັນ​ທີ 6/8/2004. ເວັ້ນເສຍ​ແຕ່​ໄດ້​ຮັບ​ອະ​ນຸ​ຍາດ​ສະ​ເພາະ ຈາກ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ.
3). ໜ່ວຍ​ແລກ​ປ່ຽນ​ເງິນ​ຕາ ມີ​ໜ້າ​ທີ່​ລາຍ​ງານ​ການ ຊື້-​ຂາຍ​ເງິນ​ຕາ ໃຫ້​ທະ​ນາ​ຄານ​ທຸ​ລະ​ກິດ ສຳ​ນັກ​ງານ​ໃຫຍ່​ເປັນ​ປະ​ຈຳ​ວັນ ເພື່ອ​ສັງ​ລວມ​ເຂົ້າ​ລາຍ​ງານ​ປະ​ຈຳວັ​ນ ໃຫ້​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ (ກົມ​ນະ​ໂຍ​ບາຍ​ເງິນ​ຕາ).
4). ບົດ​ແນະ​ນ​ຳ​ສະ​ບັບ​ນີ້ ມີ​ຜົນ​ຍັງ​ຄັບ​ໃຊ້​ນັບ​ແຕ່​ມື້​ລົ​ງ​ລາຍ​ເຊັນ​ເປັນ​ຕ​ົ້ນ​ໄປ​.


ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ
ພູເພັດ ຄຳ​ພູນ​ວົງ

----------------------------

ຂະ​ແໜງ​ການ​ພະລັງງານ​-ບໍ່​ແຮ່ ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​

*(ຂປລ): ຂະ​ແໜງ​ການ​ພະລັງງານ​-ບໍ່​ແຮ່ ໄດ້່​ສືບຕໍ່​ມີ​ທ່າ​ກ້າວ ​ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​ລະດັບ​ສູ​ງພໍ​ສົມຄວນ, ​ໃນ​ສົກ​ປີ 2006-2007 ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ໃນ​ຫລາຍ​ດ້ານ​ຢ່າງ​ເປັນ​ຮູບ​ປະ​ທຳ, ທຽບ​ໃສ່​ປີຜ່ານມາອັດຕາ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ 20,4%, ​ໃນ​ນັ້ນອຸດສາຫະກຳ​ໄຟຟ້າ​ຫລຸດ​ລົງ 7% ຍ້ອນ​ປະລິມານ​ນ້ຳ​ໄຫລ​ເຂົ້າ​ອ່າງ​ຫລຸດ​ລົງ, ອຸດສາຫະກຳ​ບໍ່​ແຮ່​ເພີ່ມ​ຂຶ້ນ 27,4% ​ໂຄງ​ປະກອບ​ການ​ຜະລິດ​ໄຟຟ້າ​ກວມ15,8%, ການ​ຜະລິດ​ບໍ່​ແຮ່​ກວມ 84,2%.
​ປະຈຸ​ບັນ​ ທົ່ວ​ປະ​ເທດ​ມີ​ກຳລັງ​ຕິດຕັ້ງ​ໄຟຟ້າ​ທັງ​ໝົດ 673,4 ເມ​ກາ​ວັດ, ກວມ​ປະມານ 4% ຂອງ​ທ່າ​ແຮງ​ໄຟຟ້າ​ນ້ຳຕົກ​.​ຊຶ່ງໃນ ສົກ​ປີ 2006-2007 ເຫັນ​ວ່າການ​ຜະລິດ​ກະ​ແສ​ໄຟຟ້າ (ລວມທັງ IPP ແລະ EDL) ປະຕິບັດ​ໄດ້​ທັງ​ໝົດ 3.464,3 ລ້ານ​ກິ​ໂລ​ວັດ​ໂມງ ​ເພີ່ມຂຶ້ນປະມານ 2% ທຽບ​ໃສ່​ແຜນການ​ປີ ແລະ ທຽບ​ໃສ່​ປີຜ່ານມາ​ຫລຸດ​ລົງ 7% ຍ້ອນ​ປະລິມານ​ນ້ຳ​ໄຫລ​ເຂົ້າ​ອ່າງ​​ແຕ່ລະ​​ເຂື່ອນ​ມີ​ໜ້ອຍ​ກວ່າ​ປີຜ່ານມາ​ໂດຍ​ສະ​ເພາະ​ແມ່ນ​ຈາກ​ນ້ຳ​ຝົນ, ການຈຳໜ່າຍ​ໄຟຟ້າ​ອອກ​ຕ່າງປະ​ເທດ​ປະຕິ ບັດ​ໄດ້ 2.304,1 ລ້ານ​ກິ​ໂລ​ວັດ​ໂມງ,​ ​ມູນ​ຄ່າ 92,5 ລ້ານ​ໂດ​ລາ, ​ໃນ​ນີ້ຂອງ EDL ເທົ່າ​ກັບ 295,6 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 10,5 ໂດ​ລາ ​ແລະ ຂອງ IPP ຈຳໜ່າຍ​ໄດ້ 2.008,5 ກິ​ໂລ​ວັດ​ໂມງ ມູນ​ຄ່າ 82 ລ້ານ​ໂດ​ລາ, ສ່ວນ​ການ​ນຳ​ເຂົ້າ​ພະລັງງານ​ໄຟຟ້າ​ຈາກ​ຕ່າງປະ​ເທດ ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ເທົ່າ​ກັບ 416,99 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 18,8 ລ້ານ​ໂດ​ລາ​ສະຫະລັດ.
ຄວາມ​ຄືບ​ໜ້າຂອງ​ໂຄງການ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ​​ແຫ່ງຕ່າງໆ​ເຫັນ​ວ່າ:ໂຄງການ​ນ້ຳ​ເທີນ2 ມາ​ຮອດ​ທ້າ​ຍ​ເດືອນ 8/2007 ການ​ກໍ່ສ້າງ​ບັນລຸ​ໄດ້ 65% ​ໂຄງການ​ດັ່ງກ່າວ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ 6.778 ຄົນ ​ໃນ​ນີ້ມີ​ແຮງ​ງານ​ຄົນ​ລາວ 5.088 ຄົນກວມ 75% ຂອງ​ຈຳນວນ​ພົນລະ​ເມືອງ​ທັງ​ໝົດ, ​ໂຄງການ​ນ້ຳ​ງື່ມ 2 ກໍ່ສ້າງ​ມາ​ຮອດ​ທ້າ​ຍ​ເດືອນ 9/2007 ສຳ​ເລັດ​ປະມານ 43% ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2011 , ​ໂຄງການ​ເຊ​ເສັດ 2 ມາ​ຮອດ​ທ້າຍ​ເດືອນ 8/2007 ສຳ​ເລັດ​ການ​ກໍ່ສ້າງ​ປະມານ 51% , ​ໂຄງການ​ເຊ​ຂະ​ໝານ 3 ສຳ​ເລັດ​ການ​ກໍ່ສ້າງ​ປະມານ 31%, ​ໂຄງການ​ຂະຫຍາຍ​ສາຍ​ສົ່ງ​ໄຟຟ້າ​ຊົນນະບົດ​ພາກ​ເໜືອ ​ໄດ້​ປະຕິບັດ​ຢູ່ ແຂວງ​ວຽງຈັນ, ຫລວງ​ພະ​ບາງ, ​ໄຊ​ຍະ​ບູລີ, ຫລວງ​ນ້ຳ​ທາ, ອຸດົມ​ໄຊ ​ແລະ ຊຽງ​ຂວາງ ມາ​ຮອດ​ທ້າຍ​ເດືອນ 9 ປະຕິບັດ​ໄດ້ 38% ​ແລະ ​ໂຄງການ​ກໍ່ສ້າງ​ສາຍ​ສົ່ງ​ພາກ​ກາງ-ພາກ​ໃຕ້ ປະຕິບັດ​ໄດ້​ປະມານ 10%. ​ເມື່ອ​ສັງ​ລວມ​ແລ້ວ ມາ​ເຖິງ​ປະຈຸ​ບັນລະບົບ​ສາຍ​ສົ່ງ​ໄຟຟ້າ​ແຮງສູງທົ່ວປະ​ເທດ​ມີ 1.452,7 ກິ​ໂລ​ແມັດ, ​ແຮງ​ກາງ 8.729,8 ກິ​ໂລ​ແມັດ ​ແລະ ​ແຮງ​ຕ່ຳ 8.591,5 ກິ​ໂລ​ແມັດ.
ດ້ານ​ທໍລະນີ​ສາດ-ບໍ່​ແຮ່ຈັງຫວະ​ການ​ຂະຫຍາຍຕົວ​ຂອງ​ອຸດ​ສາ​ກຳ-ບໍ່​ແຮ່​ເພີ່ມ​ຂຶ້ນ 27,4% ທຽບ​ໃສ່​ປີຜ່ານມາ ​ໄດ້​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ລົງທຶນ​ເຂົ້າ​ໃນ​ກິດຈະການ​ຊອກ​ຄົ້ນ ​ແລະ ສຳ​ຫລວດ​ບໍ່​ແຮ່ຈຳນວນ 10 ບໍລິສັດ, ມີ 10 ໂຄງການ ​ເຊິ່ງ​ໄດ້​ເຮັດ​ໃຫ້ການ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ທໍລະນີ​ສາດ​-ບໍ່​ແຮ່​ ເພີ່ມ​ຂຶ້ນ​ເປັນ 123 ບໍລິສັດ, 196 ກິດຈະການ ​ໃນ​ນັ້ນສູນ​ກາງ​ຄຸ້ມ​ຄອງ​ມີ 102 ບໍລິສັດ, ມີ 167 ກິດຈະການ, ກຳລັງ​ດຳເນີນ​ການ​ຊອກ​ຄົ້ນ 69 ກິດຈະການ, ສຳ​ຫລວດ 50 ກິດຈະການ, ສ້າງ​ບົດ​ວິພາກ​ເສດຖະກິດ​ເຕັກນິກ 3 ໂຄງການ ​ແລະ ຂຸດ​ຄົ້ນ 45 ກິດຈະການ. ກິດຈະການ​ທັງ​ໝົດ​ໄດ້​ກວມ​ເອົາ​ແຮ່​ທາດ​ຕ່າງໆ​ຄື: ຄຳ,​ ເງີ​ນ, ທອງ, ສັງກະສີ, ຊືນ, ຖ່ານ​ຫີນ, ​ແຮ່, ກົ່ວ, ​ແກ້ວ​ປະ​ເສີດ, ດິນ​ໜຽວ ​ຮັບ​ໃຊ້​ການ​ຜະລິດ​ຊີມັງ, ຫີນ​ບາຣິດ ຫີນ​ກາວ, ​ເກືອ​ໂປ​ຕັສ ​ແລະ ອື່ນໆ. ບາງ​ແຮ່​ທາດ​ສຳຄັນ​ທີ່​ຜະລິດ​ໄດ້​ໃນ​ສົກ​ປີ 2006-2007 ມີ​ຄື: ຜະລິດ​ຄຳ​ປະສົມ ຢູ່​ເຊ​ໂປ​ນ​ໄດ້ 10,08​ ໂຕນ ຈຳ​ໜ່າຍ​ໄດ້ 11 ໂຕນ ມູນ​ຄ່າ 93 ລ້ານ​ໂດ​ລາ, ຜະລິດ​ທອງ​ໄດ້ 59 ພັນ​ໂຕນ, ຈຳ​ໜ່າຍ​ໄດ້ 67 ພັນ​ໂຕນ ມູນ​ຄ່າ 477 ລ້ານ​​ໂດ​ລາ, ບໍລິສັດ​ພູ​ເບັ້ຍມາຍ​ນິງ ຢູ່​ໄຊ​ສົມບູນ​ຜະລິດ​ຄຳ​ໄດ້ 0,81 ໂຕນ, ສົ່ງ​ອອກ​ໄດ້0,75 ໂຕນ ​ເປັນ​ມູນ​ຄ່າ 13, 26 ລ້ານ​ໂດ​ລາ​ສະຫະລັດ. ນອກ​ນັ້ນຍັງ​​ຜະລິດ​ແຮ່​ທາດ​ອື່ນໆ​ເຊັ່ນ: ​ແຮ່ກົ່ວ ຜະລິດ​ໄດ້ 810 ໂຕນ ມູນ​ຄ່າ 20,26 ຕື້ກີບ, ຫີນ​ກາວ 251 ໂຕນ ມູນ​ຄ່າ 9,79 ຕື້ກີບ, ຖ່ານ​ຫີນລຶກ​ໃນ 489.238 ໂຕນ ມູນ​ຄ່າ 67,51 ຕື້ກີບ, ຖ່ານ​ຫີນ​ແອນ​ຕຣາ​ໄຊ 72 ພັນ​ໂຕນ ມູນ​ຄ່າ 7,2 ຕື້ກີບ, ຫີນ​ບາ​ລິດ (ຂາວ​ແລະ​ດຳ) 24000 ໂຕນ ມູນ​ຄ່າ 177,6 ລ້ານກີບ, ​ແຮ່​ສັງກະສີ 12.446 ໂຕນ ມູນ​ຄ່າ 11, 76 ຕື້ກີບ, ຫີນ​ປູນ 357.500 ໂຕນ ມູນ​ຄ່າ 6,44 ຕື້ກີບ, ​ແຮ່​ຊືນ 2.600 ໂຕນ ມູນ​ຄ່າ 2,46 ຕື້ກີບ ​ແລະ ອື່ນໆ ອີກ​ຈຳນວນ​ໜຶ່ງ.
ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ​ນັ້ນ ວຽກ​ງານ​ພະລັງງານ​ບໍ່​ແຮ່ ກໍຍັງ​ມີ​ບາງ​ຂໍ້ຄົງຄ້າງ​ເຊັ່ນ: ການ​ຜະລິດ ​ແລະ ຈຳ​ໜ່າຍ​ກະ​ແສ​ໄຟຟ້າຮັບ​ໃຊ້​ພາຍ​ໃນ​ຍັງບໍ່ທັນ​ພຽງພໍ​ກັບ​ຄວາມ​ຕ້ອງການ, ການ​ຜະລິດກະ​ແສ​ໄຟຟ້າ​ເພື່ອ​ສົ່ງ​ອອກ​​ ຍັງ​ມີ​ຄວາມ​ຊັກຊ້າ​ກວ່າ​ແຜນການ​ທີ່​ວາງ​ໄວ້, ຍັງ​ຂາດ​ແຄນ ​ພະນັກງານ​ດ້ານ​ການ​ຄຸ້ມ​ຄອງ​, ກວດກາ ​ແລະ ປະ​ເມີນ​ຜົນ​ໃນ​ຂົງ​ເຂດ​ວຽກ​ງານ​ທໍລະນີ​ສາດ ​ແລະ ບໍ່​ແຮ່./.

---------------------

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446