ຂ່າວກິລາ

ນັກ​ມວຍ​ແດນ​ຈຳປາ ຊະ​ນະ 3 ປະລາ​ໄຊ 1  

* ນັກ​ມວຍ ຈາກ ​ແຂ​ວງ ຈຳປາ​ສັກ ຂຶ້ນມາສະ​ແດງ​ລີລາ​ເກັ່ງ ຢູ່​ໃນ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​​ຊະ ນະ​ 3 ຄົນ ແລະ ​ປະລາ​ໄຊ​ພຽງ 1 ຄົນ​ເທົ່າ​ນັ້ນ ​ໃນ ການ​ແຂ່ງຂັນ​ຊົກມວຍ ລາ​ຍການ M-150 ເມື່ອ​ວັນ​ທີ 6 ກຸມພານີ້ ຢູ່ເວທີ​ມວຍ ​ໂຮງກາ​ຍະ​ສິນ​ແຫ່ງ​ຊາ​ດ.
ການ​ແຂ່ງຂັນ​ດັ່ງ​ກ່າວ ສ້າງ​ໄດ້​ຄວາມ​​​ເບີກບານ​ມ່ວນ​ຊື່ນ​ແກ່​ກອງ​ເຊຍ​ເປັນ​ຢ່າງ​ດີ ເນື່ອງ​ຈາກ​ວ່າ ນັກ​ມວຍ​ ຈາກ ​​ແຂວງ ຈຳປາ​ສັກ ​ໄດ້​ຂຶ້ນມາສະ​ແດງ ລີລາ​ສິລະ ​ປະການ​ຕໍ່ສູ້​ໃຫ້​ແຟນມວຍ​ນະຄອນຫລວງ​ວຽງ​ຈັນ​ໄດ້​ເຫັນ​ເຊິ່ງ​ຜົນ​ການ​ແຂ່ງຂັນ​ມີ​ດັ່ງນີ້​: ຫນຶ່ງ​ຈຳປາ​ສັກ ​ແຂວງ ຈຳປາ​ສັກ ​ຊະນະ​ນ໊ອກ ກາລະ​ມີນ ຂວັນ​ໃຈ​ສີ​ ໂຄດ ​( ຝຣັ່ງ) ລຸ້ນ 60 ກິ​ໂລ ໃນ​ຍົກ​ທີ 3, ແສນ ຫ​ລ່ຽມ ຈຳປາ​ສັກ ຊະນະ ສົມ​ຊາຍ ​ເພັດ​ແພງ​ຂວັນ ລຸ້ນ 50 ກິ​ໂລ, ຂຸນ​ແຜນ ຈຳປາ​ສັກ ຊະນະ ລັກ​ເລ້ ໄອ​ໂອ​ ດິນ ລຸ້ນ 52 ກິ​ໂລ, ຄູ່​ເອກ ຊາດ​ສະ​​ໄຫມ ​ແຂວງ ຈຳ​ປາ​ສັກ ​ເສຍ​ຄະ​ແນນ​ໃຫ້ ແສງ​​ເພັດ ສິດ​ອາລີ ລຸ້ນ 65 ກິ​ໂລ, ​ເກັບ​ຕົກ ສິດ​ຊຽນນິຍົມ ຊະນະ ຈໍ​ດຸ ສິດ​ ລັດສະ​ຫມີ ລຸ້ນ 32 ກິ​ໂລ, ມືດ​ສາມ​ມໍ ສິດ​ລັດສະຫມີ ຊະນະ ພະລັງ​ໄຊ ຄູ​ພະລະ​ສຶກສາ ລຸ້ນ 53 ກິໂລ ແລະ ມວຍ​ຮອງ​ຄູ່​ເອກ: ສະຫມິງ​ນ້ອຍ ກະຊວງ ປກສ ຊະນະ ສາຍ​ຊົນ ຂວັນ​ໃຈ​ສີ​ໂຄດ ລຸ້ນ 55 ກິ​ໂລ​./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446