ຂ່າວກິລາ

16 ຫລຽນ​ຄຳ ຈາກ​ກິລາ​ຍິງ​ປືນ ​ເປັນ​ຂອງ​ນັກ​ກິລາ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ

(ຂປລ):ກິລາຍິງ​ປືນ ​ໃນ​ງານ​ມະ​ຫາ​ກຳ ກິລາ​ແຫ່ງ​ຊາດ ຄັ້ງ​ທີ IX ຊຶ່ງ​ໄດ້​ເປີ​ດການ​ແຂ່ງຂັນ​ມາຕັ້ງ​ແຕ່​ວັນ​ທີ 14 ທັນວາ ​ແລະ ​ໄດ້​ປິດ​ສາກ​ລົງ​ແລ້ວ​ໃນ​ວັນ​ທີ 20 ທັນວາ 2011 ຂະນະ​ທີ່​ທິມນັກ​ກິລາ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສາມາດ​ຍາດ​ໄດ້ 16 ຫລຽນ​ຄຳ.

ກິລາຍິງ​ປືນ ໃນ​ງານ​ດັ່ງກ່າວ ​ມີ​ການ​ແຂ່ງຂັນ ທັງ​ໝົດ 13 ລາຍການ ຄື: ປືນ​ຍາວ ​ທ່ານ​ອນ 50 ​ແມັດ ຍິງ​-ຊາຍ, ປືນ​ຍາວ 3 ທ່າ 50 ​ແມັດ ຊາຍ-ຍິງ, ປືນ​ສັ້ນ ຍິງ​ຊ້າ 50 ​ແມັດ ຊາຍ, ປືນ​ຍາວ​ອັດ​ລົມ 10 ​ແມັດ​ຊາຍ-ຍິງ, ປືນ​ສັ້ນ​ມາດຕະຖານ 25 ​ແມັດ​ຊາຍ, ປືນ​ຊັນ​ເຕີ​ຟາຍ 25 ​ແມັດ​ຊາຍ, ປືນ​ລັບ​ປີ​ຝາ 25 ​ແມັດ​ຊາຍ, ປືນ​ສັ້ນ​ອັດ​ລົມ 10 ​ແມັດ​ຊາຍ-ຍິງ ​ແລະ ປືນສັ້ນ​ມາດ​ຕະ​ຖານ 25 ​ແມັດ​ຍິງ.

ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ມີ​ນັກ​ກິລາ​ເຂົ້າ​ຮ່ວມ ທັງ​ໝົດ 8 ພາກສ່ວນ , ມີ 95 ຄົນ, ​ ມີ​ຍິງ 58 ຄົນ ຊາຍ 37 ຄົນ ຊຶ່ງ​ມາ​ຈາກ ນະຄອນຫລວງ​ວຽງ​ຈັນ14 ຄົນ, ກະຊວງ​ປ້ອງ​ກັນ​ປະ​ເທດ 16 ຄົນ, ກະຊວງ ປກສ 16 ຄົນ, ​ແຂວງ​ຫລວງ​ພະບາງ 15 ຄົນ,ສະຫວັນ​ນະ​ເຂດ 19 ຄົນ, ຈຳປາ​ສັກ 8 ຄົນ, ຫລວງ​ນ້ຳ​ທາ 4 ຄົນ ​ແລະ​ ແຂວງ​ຊຽງ​ຂວາງ 3 ຄົນ. ​ໃນ​ນັ້ນ ມີ​ຊິງ​ຫລຽນ​ຄຳ 26 ຫລຽນ, ຫລຽນ​ເງິນ 26 ຫລຽນ.

ຜ່ານ​ການ​ແຂ່ງຂັນ ພາຍ​ໃນ 7 ວັນ ກະຊວງ​ປ້ອງ​ກັນ​ປະ​ເທດ ຍາດ​ໄດ້ 16 ຫລຽນ​ຄຳ, 10 ຫລຽນ​ເງິນ, 6 ຫລຽນ​ທອງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ 6 ຫລຽນ​ຄຳ, 6 ຫລຽນ​ເງິນ, 6 ຫລຽນ​ທອງ, ນະ​ຄອນ​ຫລວງ​ວຽງ​ຈັນ ​ໄດ້ 2 ຫລຽນ​ຄຳ, 6 ຫລຽນ​ເງິນ 5 ຫລຽນ​ທອງ, ​ແຂວງ​ຫລວງ​ພະ​ບາງ ​ໄດ້1 ຫລຽນ​ເງິນ, 2 ຫລຽນ​ທອງ, ສະຫວັນ​ນະ​ເຂດ ​ໄດ້ 1 ຫລຽນ​ຄ​ຳ, 2 ຫລຽນ​ທອງ, ​ຫລວງນ້ຳ​ທາ​ໄດ້ 1 ຫລຽນ​ຄຳ, ສ່ວນຈຳປາ​ສັກ​ໄດ້ 1 ຫລຽນ​ທອງ.

ຕາຕະລາງສະຫຼຸບຫຼຽນມະຫາກຳກິລາແຫ່ງຊາດ ຄັ້ງທີ IX ເປັນທາງການ, ວັນທີ 21/12/2011

 

ລຳດັບ

​ແຂວງ ​ແລະ ກະຊວງ

ປະ​ເພດ​ຫລຽນ

ລວມຫລຽນ

ອັນ​ດັບ

ຄຳ

​ເງິນ

ທອງ

1

​ ​ນະຄອນຫລວງວຽງຈັນ

58

48

57

163

1

2

​ ແຂວງ ຫລວງພະບາງ

49

44

72

165

2

3

ກະຊວງ ປ້ອງ​ກັນ​ປະ​ເທດ

49

32

27

108

3

4

​ ກະຊວງປ້ອງກັນຄວາມສະຫງົບ

38

36

38

112

4

5

​ ແຂວງ ຈຳປາສັກ

24

20

45

89

5

6

​ ແຂວງບໍລິຄຳໄຊ

21

19

35

68

6

7

​ ແຂວງ ສະຫວັນນະເຂດ

13

30

34

77

7

8

ແຂວງວຽງຈັນ

8

6

14

28

8

9

ກະຊວງສຶສາທິການ-ກິລາ

6

14

14

34

9

10

​ ແຂວງ ຄຳມ່ວນ

5

7

15

27

10

11

ແຂວງ ຊຽງຂວາງ

4

7

9

20

11

12

ແຂວງ ໄຊຍະບູລີ

3

5

8

16

12

13

​ ​ ແຂວງອັດຕະປື

3

0

3

6

13

14

ແຂວງຫລວງນ້ຳທາ

2

4

5

11

14

15

ແຂວງ ຫົວພັນ

1

0

1

2

15

16

​ ແຂວງ ບໍ່ແກ້ວ

0

3

9

12

16

17

​​ ແຂວງ ອຸດົມ​ໄຊ

0

1

4

5

17

18

ແຂວງ ສາລະ​ວັນ

0

1

3

4

18

19

​ ແຂວງ​ຜົ້ງ​ສາ​ລີ

0

1

2

3

1​8

20

​ ແຂວງ ເຊ​ກອງ

0

0

5

5

20

ລວມ ຫລຽນທັງ​ໝົດ

244

243

346

833

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446