ນັກກິລາຍິງປືນລາວ ຫວັງສ້າງຜົນງານໃນອາຊຽນເກມ
* ນັກກິລາຍິງປືນລາວ ຜູ້ທີ່ຍາດໄດ້ຫລຽນ ໃນຊີເກມ ຄັ້ງທີ 25 ຜ່ານມາ ປະຈຸບັນໄດ້ກຽມຄວາມພ້ອມເພື່ອສ້າງຜົນງານໃນ ອາຊຽນເກມ ຄັ້ງທີ 16 ຢູ່ກວາງໂຈ ສປ ຈີນ.ບັນດານັກກິລາທີມ ຊາດທີ່ມີຜົນງານກຽມຈະເຂົ້າສູນຝຶກແອບທີ່ໄດ້ມາດຕະຖານສາກົນ ໃນເດືອນ ພຶດສະພາ ນີ້ ຢູ່ຫລັກ 16 ເມືອງ ໄຊທານີ ເຊິ່ງປະ ຈຸບັນ, ທາງສະຫະພັນ ພວມລໍຖ້າງົບປະມານຈາກລັດຖະບານ ເພື່ອ ຊື້ອຸປະກອນການແຂ່ງຂັນໃຫ້ແກ່ນັກກິລາ. ທ່ານ ດຣ ຄຳຂັນ ນາຜາວົງ ຮອງປະທານ ສະ ຫະພັນ ຍິງປືນແຫ່ງຊາດ ກາ່ວວ່າ: ສະຫະພັນໄດ້ກຽມແຜນການເຄື່ອນໄຫວໄວ້ແລ້ວ ໂດຍສະເພາະ ບັນດານັກກິລາທີ່ມີຜົນງານໃນ ຊີເກມ ຄັ້ງທີ່ຜ່ານມາ ກໍຄື ນັກກິລາຫນຸ່ມນ້ອຍ ທີ່ມີພອນສະຫວັນ ເພື່ອມາຝຶກແອບກໍຄືການຈັດແຂ່ງຂັນໃນລະດັບພາກ ພື້ນ. ແນວໃດກໍດີ, ເພື່ອເຮັດໃຫ້ວົງ ການກິລາຍິງປືນຂະຫຍາຍ ກວ້າງ ອອກນັ້ນ, ສະຫະພັນ ໄດ້ ເປີດກວ້າງ ໂດຍຂະຫຍາຍສາຂາອອກໄປຕ່າງແຂວງ ໂດຍສະເພາະ ແຂວງ ສະຫັວນນະເຂດ ແລະ ຈຳປາສັກ ທີ່ມີສະຫະ ພັນ ຍິງປືນແລ້ວທັງນຳເອົາກິລາຍິງປືນ ໄປ ເຜີຍແຜ່ໃຫ້ແກ່ນັກຮຽນປະຖົມ ໄດ້ມາຝຶກແອບ ເຊິ່ງໝັ້ນໃຈວ່າຈະໄດ້ນັກກິລາທີ່ເກັ່ງມາເຂົ້າຮ່ວມທີມ ຊາດຢ່າງ ແນ່ ນອນ. ທ່ານ ກ່າວຕື່ມວ່າ:ຈຸດຕົ້ນຕໍຂອງການຫລິ້ນກິລາປະເພດນີ້, ບັນດາຜູ້ຫລິ້ນຕ້ອງເຂົ້າໃຈ ແລະ ປະຕິບັດຕາມກົດລະບຽບຂອງສະ ຫະພັນ ວາງອອກຢ່າງເຄັ່ງ ຄັດ. ນອກນີ້, ຍັງຈະສົມທົບກັບກະຊວງປ້ອງກັນປະເທດ ເພື່ອຄັດເລືອກເອົານັກກິລາຍິງປືນຕາມແຂວງຕ່າງໆພາຍໃນທົ່ວປະເທດ ໃຫ້ມາຫລິ້ນໃນລະດັບທີມ ຊາດ. ຜ່ານມາ, ສະຫະພັນ ຍິງປືນ ສາ ມາດຍາດໄດ້ ຫລຽນຄຳ ໃນຊີເກມ ຄັ້ງທີ 25 ຜ່ານມາ ໂດຍສະເພາະ ປະເພດຍິງ ມີຜົນງານທີ່ໂດດເດັ່ນທີ່ສຸດ ແລະ ສະຫະ ພັນກໍຫວັງຈະຊອກຄົ້ນເອົານັກກິລາເພດຍິງມາຕື່ມອີກ ເຊິ່ງໃນຊີເກມ,ທີມຍິງປືນຂອງລາວທັງຄູ່ປະສົມ ແລະ ປະເພດດ່ຽວຍາດໄດ້ ຫລຽນຄຳ ຈາກປະເພດ ຍິງ ເປົ້າເລື່ອນ 10 ແມັດ, ຍາດໄດ້ຫລຽນເງິນຈາກ ທີມ ປະສົມປະເພດຍິງເປົ້າເລື່ອນ 10 ແມັດເຊັ່ນດຽວກັນ.ຕໍ່ຜົນງານດັ່ງກ່າວ, ສະຫະພັນ ໄດ້ຮັບເງິນອັດ ສີດ ຈາກ ສັງຄົມລວມເຖິງ 500 ລ້ານກີບ. ແນວໃດກໍດີ, ພາຍຫລັງສຳເລັດການແຂ່ງຂັນ ອາຊຽນເກມແລ້ວ,ສະຫະພັນ ຈະສືບຕໍ່ພັດທະນາຄວາມສາ ມາດຂອງນັກ ກິ ລາ ເພື່ອຮອງຮັບການແຂ່ງຂັນ ຊີເກມ ຄັ້ງທີ 26 ຢູ່ ອິນໂດເນເຊຍ ຕໍ່ເລີຍ./.
ກັບສາລະບານ