ມື້ສຸດທ້າຍຂອງການແຂ່ງຂັນມະຫາກຳກິລາ ແຫ່ງຊາດຄັ້ງທີ IX ແຂ່ງຂັນ 12 ປະເພດກິລາ
(ຂປລ):ການແຂ່ງຂັນມະຫາກຳ ກິລາແຫ່ງຊາດຄັ້ງທີ IX ວັນທີ 20 ທັນວາ 2011 ເປັນມື້ສຸດທ້າຍຂອງງານ ມີການແຂ່ງຂັນ 12 ປະເພດກິລາຊີງໄຊ 30 ຫລຽນຄຳ ກິລາເຕະບານ ເປັນກິລາປະເພດຍອດນິຍົມຂອງມວນຊົນລາວທັງຊາດ, ໃນງານມະຫາກຳກິລາແຫ່ງຊາດຄັ້ງ ທີ IX ແຂວງຫລວງພະບາງໄດ້ຮັບ ກຽດ ເປັນເຈົ້າພາບນັ້ນ ໃນມື້ຊີງຊະເລີດ ທີມເຈົ້າພາບ ແຂວງຫລວງພະບາງ ພົບ ນະຄອນຫລວງວຽງຈັນ ຜົນການແຂ່ງຂັນ ປະກົດວ່າ ຫລຽນຄຳ ນະຄອນ ຫລວງວຽງຈັນ, ຫລຽນເງິນ ເຈົ້າພາບຫລວງພະບາງ ແລະ ຫລຽນທອງ ກະຊວງປ້ອງກັນປະເທດ.ປະເພດ ບານສົ່ງຊາຍ ຫລຽນຄຳ ກະຊວງ ປກຊ, ຫລຽນເງິນ ນະຄອນຫລວງວຽງຈັນ ແລະ ຫລຽນທອງ ແຂວງສະຫວັນນະເຂດ.ບານສົ່ງຍິງ ຫລຽນຄຳ ກະຊວງປກຊ,ຫລຽນເງິນເປັນຂອງ ນະຄອນຫລວງວຽງຈັນ, ແລະ ຫລຽນທອງ ກະຊວງປກສ. ກິລາເປຕັງ ຊາຍຫລຽນຄຳ ແຂວງບໍ່ແກ້ວ, ຫລຽນເງິນ ແຂວງຫລວງພະບາງ ແລະ ຫລຽນທອງ ກະຊວງສຶກສາທິການ ແລະກິລາ, ແລະ ເປຕັງ ຍິງ ຫລຽນຄຳ ແຂວງບໍ່ແກ້ວ, ຫລຽນເງິນ ແຂວງຫລວງພະບາງ ແລະ ຫລຽນທອງ ກະຊວງສຶກສາທິການ ແລະ ກິລາ. ກິລາວູຊູ ຊີງ 8 ຫລຽນຄຳ, ກະຊວງສຶກສາທິການແລະກິລາ, ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ ແລະ ກະຊວງ ປ້ອງກັນຄວາມສະຫງົບ ພາກສ່ວນລະ 2 ຫລຽນຄຳ. ກິລາຢູໂດ ລົງແຂ່ງຂັນ 9 ລາຍການ ແລະ ຊີງ 9 ຫລຽນຄຳ. ກິລາກ໊ອຟ ຊີງໄຊ 4 ຫລຽນຄຳ. ກິລາກະຕໍ້ ຍິງ ຫລຽນຄຳ ນະຄອນຫລວງວຽງຈັນ, ຫລຽນເງິນ ແຂວງຫລວງພະບາງ ແລະ ຫລຽນທອງ ຮ່ວມ ແຂວງສະຫວັນນະເຂດ ແລະ ກະຊວງປກສ. ກິລາກະຕໍ້ ຊາຍ ຫລຽນຄຳ ແຂວງສະຫວັນນະເຂດ, ຫລຽນເງິນ ແຂວງຄຳມ່ວນ ແລະ ຫລຽນທອງຮ່ວມ ແຂວງຫລວງພະບາງ ແລະ ແຂວງຈຳປາສັກ. ກິລາ ຍິງປືນ 4 ຫລຽນຄຳ.