ຂ່າວກິລາ

ສຳ​ເລັດ​ການ​ແຂ່ງຂັນ​ສຸດ​ຍອດ​ມວຍ​ລາຍ​ລາວ

 

ໂດຍ: ປ໋ອງ​ປຽນ

ຜ່ານ​ການ​ແຂ່ງຂັນ​ຊົກມວຍ​ລາຍການ ສຸດ​ຍອດ​ມວຍ​ລາຍ​ລາວ (ມວຍ​ຮອບ) ນັບ​ແຕ່ ເດືອນ ຕຸລາ 2012 ເປັນຕົ້ນ​ມາ ບັນດາ​ນັກ​ມວຍ​ທັງ 10 ຄົນ ໄດ້​ແຂ່ງຂັນແບບ​ໝູນວຽນ ຈົນ​ ມາ​ ຮອດ​ວັນ​ທີ 12 ມັງກອນ ທີ່ ​ເວທີ​ມວຍ​ຊົ່ວ​ຄາວ ​ໂຮງ​ກາ​ຍະ​ສິ​ນແຫ່ງ​ຊາດ ຈຶ່ງ​ໄດ້​ສຳ​ເລັດ​ລົງ ​ເຊິ່ງ​ແຊ໋ມຕົກ​ເປັນ​ຂອງ ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ​ໄດ້​ຮັບ​ສາຍ​ແອວ​ແຊ໋ມ, ​ເງິນ 10 ລ້ານ​ກີບ ​ແລະ ຂັນ​ລາງວັນໄປ​ຄອງ

ຄູ່​ຊີງ​ຊະນະ​ເລີດ ລະຫວ່າງ ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ກັບ ທ້າວ ສິງ​ໂຕ​ທອງ ສິດ​ຊຽນນິຍົມ ປະກົດ​ວ່າ: ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ຊົກ​ໄດ້​ດີ ​ແລະ ​ເຂົ້າ​ເປົ້າ​ຫລາຍ​ກວ່າ ຈຶ່ງ​ ໄດ້​ແຊ໋ມ​ໄປ​ຄອງ ພ້ອມ​ຮັບ​ສາຍ​ແອວ​ແຊ໋ມ, ​ເງິ​ນ 10 ລ້ານ​ກີບ ​ແລະ ຂັນ​ລາງວັນ 1 ໜ່ວຍ, ອັນ​ດັບ​ທີ 2 ໄດ້​ແກ່ ທ້າວ ສິງ​ໂຕ​ທອງ ສິດ​ຊຽນນິຍົມ ​ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ພ້ອມ​ຂັນ​ລາງວັນ, ທີ 3 ໄດ້​ແກ່ ທ້າວ ສິນ​ໄຊ​ນ້ອຍ ສໍ​ກຸນ​ລະ​ວົງ ​ໄດ້​ຮັບ​ເງິນສົດ 3 ລ້ານ​ກີບ ພ້ອມ​ຂັນ​ລາງວັນ ແລະ ທີ 4 ໄດ​້​ແກ່ ທ້າວ ຟ້າ​ໃສ ສິດ​ຫົງ​ຄຳ ​ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ ​ພ້ອມ​ຂັນ​ລາງວັນ

​ເປັນ​ກຽດ​ມອບ​ລາງວັນ ໂດຍ​ ທ່ານ ພັນ​ໂທ ແສ​ນອາ​ໄລ ບົວ​ອາພອນ ຫົວໜ້າ​ກົມ​ກິລາ ກະຊວງ ປກສ, ທ່ານ ຄຳ​ຜອງ ພັນ​ວົງສາ ຮອງ​ປະທານ​ສະມາຄົມ​ວິທະຍາສາດ ​ແລະ ວິ​ຊະ ວະ​ ກຳ​ ​ແຫ່ງ​ຊາດ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446