ຂ່າວກິລາ

ໃຫ້​ກຳລັງ​ໃຈ​ຕໍ່​ນັກ​ເຕາະ​ບານ​ຢ່າງ​ສ້າງສັນ

* ​ເປັນ​ເລື່ອງ​ທີ່ຫນ້າ​ຍິນດີສຳ ລັບກອງ​ເຊຍ ທີ່​ໄດ້​ສົນ​ໃຈ​ໄປ​​ເບິ່ງ ໄປ​ເຊຍການ​ແຂ່ງຂັນ​ລາວ​ລີກ 1 ຫລາຍ​ຂຶ້ນເມື່ອ​ທຽບ​ໃສ່​ຕົ້ນ​ລະດູ​ການ​,ແຕ່​ການໃຫ້​ກຳລັງ​ໃຈນັ້ນ ກໍໃຫ້​ເປັນ​​ຢ່າງ​ສ້າງ ສັນ ທີ່​ແທ້​ ຈິງ​ໂດຍ​ຈຳ​ເປັນ​ທີ່​ສຸດ​ຕ້ອງ​ໄດ້​ຫລີກ​ເວັ້ນການ​ສົ່ງ​ສຽງ​ຮ້ອງ​ໂຮ​ທີ່​ເປັນ​ລາງ​ລົບຈົນ​ກາຍ​ເປັນ​ການ​ກົດ​ດັນ​ໃຫ້​ແກ່​ນັກ​ກິລາ​ຫລາຍ​ເກີນ​ໄປ​ເຊິ່ງ​ຈະ​ສົ່ງ​ຜົນ​ບໍ່​ດີ​ຕາມ​ມາ ດັ່ງ​ກໍລະນີການ​ແຂ່ງ ຂັນໃນຮອບ ​ຂາ​ໄປ ທີ່​ມີີ​ຫຼາຍ​ຕໍ່​ຫລາຍ​​ເທື່ອທີ່​ກອງ​ເຊຍໄດ້​ໄປ​​ເບິ່ງ​ເພື່ອ​ຫວັງ​ເຫັນ​ທີ​ມທີ່​ຕົນ​ມັກ​ຫລິ້ນ​ດີ ແລະໄດ້​ຮັບໄຊຊະ ນະ, ແຕ່​ກົງກັນ​ຂ້າມຖ້າ​​ນັດ​​ໃດທີ່​ທີ​ມຕົນ​ມັກຫລິ້ນ ບໍ່​ໄດ້​ດີກໍ​ເກີດ​ມີ​ ສຽງ​ ວິພາກ​ວິຈານຮ້ອງ​ໂຮໃສ່ຍ້ອນ​ບໍ່ພໍ​ໃຈ ​​ໂດຍ​ການເວົ້າ​ສຽດ​ສີ ເວົ້າ​ເຢີ້ຍ ຕ່າງໆ​ນາໆ ຈົນ​ເຮັດ​ໃຫ້​ນັກ​ກິລາ​ບໍ່​ມີ​ສະມາ​ທ​ິແລ້ວຫລິ້ນ​ໂ​​ດຍ​ການໃຊ້​ອາລົມ ​​ແລະ ເຂົ້າ​ປະ​ທະ​ກັນ​ຢ່າງຮຸນ​ແຮງ​ ຫ​ມາຍ​ຄວາມ​ວ່າ​ຫລິ້ນ​ກັນ​ນອກ​ເກ​ມ​ເຊິ່ງທີ​່ສຸດ​ແລ້ວ​ກໍ​ເປັນ​ການ​ທຳລາຍຄຳ​ວ່າ:​ຄວາມ​ສາມັກຄີ​ແລະການ​ພັດທະນາ​ຕົນ​ເອງທັງ​ພັດທະນາ​ວົງ​ການ​ບານ​ເຕະ​ຂອງ​ປະ​ເທດ​ເຮົາ.ຊ້ຳບໍ່ຫນຳບາງ ​​ເທື່ອ ນັກ​ກິ​ລາ ກໍ​ແລ່ນ​ອອກ​ຈາກ​ເດີ່ນ​ໃນ​ໄລຍະ​ແຂ່ງຂັນ ເພື່ອ​ມາ​ໂຕ້​ຖຽງ​ກັບ​ກອງ​ເຊຍ​ກໍ​ມີ ດັ່ງ​ໃນ​ນັດ​ ຄຂປກ ພົບ​ກັບ ​ເອສຣາ ​ເຊິ່ງ ​ເອສຣາ ​ເປັນ​ຝ່າຍ​ພິກ​ຊະນະ ຄຂປກ ​ຈົນ​ສ້າງ​ ຄວາມ ​ບໍ່ພໍ​ໃຈ​​ໃຫ້​ແກ່​ກອງ​ເຊຍ ​ແລ້ວ​​ເກີດ​ການສົ່ງ​ສຽງ​ເຊຍ​ແບ​ບບໍ່​ສ້າງສັນ ຈົນ​ເຮັດ​ໃຫ້ ລຳ​ເນົາ ສິງ​ໂຕ ແລ່ນ​ອອກ​ຈາກ​ເດີ່ນ​ໄປ​ຖຽງ​​ກອງ​ເຊ​ຍ.ຕໍ່​ເຫດ​ການດັ່ງກ່າວ,ທ່ານ ບຸນ​ລັບ ​ເຄນ​ກິ​ຕິ​ສັກ ຄູ​ຝຶກ​ ທີ​ມ ຄຂປກ ຍອມຮັບ​ວ່າ ລຳ​ເນົາ ສິງ​ໂຕ ສະ​ແດງ​ທ່າ​ທີບໍ່​ຖືກຕ້ອງ ​ເພາະ​ກອງ​ເຊຍ​ມີ​ສິດ​ທີ່​ຈະ​ເຊຍ ຫລື ເວົ້າ​ແນວ​ໃດ​ກໍ​ໄດ້, ສ່ວນ​ເຮົາ​ເປັນ​ນັກ​ກິລາ ກໍ​ຕ້ອງ​ຮູ້​ຫນ້າ​ທີ່​ຂອງ​ຕົນ ແລະ ຕັ້ງ​ໃຈ​ແຂ່ງຂັນ​ຢ່າງ​ດຽວ ບໍ່​ຄວນ​ຈະ​ໄປ​ໂຕ້​ຖຽງ​ກອງ​ເຊຍ.
ຕໍ່​ກໍລະນີ​ນີ້,ນັກ​ກິລາ​ບາງ​ຄົນ​ ​ໄດ້​ໃຫ້​ທັດສະນະວ່າ:ນັດ​ໃດ​ທີ່​ມີ​ກອງ​ເຊຍ​ມາ​​ເບິ່ງ​ຫຼາຍ ກໍ​ມີ​ກຳລັງ​ໃຈ​ຫຼາຍ​ຂຶ້ນ,ແຕ່​ກົງກັນຂ້າມຖ້າ​ມີ​ການ​ເຊຍ​ທີ່​ບໍ່​ສ້າງສັນ ກໍ​ສາມາດ​ກົດ​ດັນ​ໃຫ້​ເຮົາ​ຫລິ້ນ ບານ​ຍາກ ​ຂຶ້ນ ເຊິ່ງບາງ​​ເທື່ອກໍ​ເກີດ​ອາລົມ​ຖຽງ​ຄືນ ເຖິງ​ຮູ້​ວ່າການ​ປະພຶດ​ດັ່ງກ່າວ​ບໍ່​ເຫມາະ​ສົມ​ກໍ​ຕາມ.
“ ຄື​ກັບ​ການຫົດ​ນ້ຳ​ໃສ່​ກັນ,​ແຕ່ຖ້າ​ຕ່າງ​ຝ່າຍ​ເຫັນ​ໃຈ​ເຊິ່ງກັນ ແລະ ກັນ ເລື່ອງ​ຫຍຸ້ງ​ຍາກ​ກໍ​ຈະ​ບໍ່​ເກີດ​ຂຶ້ນ ເພາະ​ທຸກ​ຄົນ​ຕ່າງ​ກໍ​ມັກ​ສິ່ງ​ສວຍ​ງາມມັກ​ຄຳ​ເວົ້າ​ດີ​ຕໍ່​ກັນ ເມື່ອ​ຮູ້ຈັກ​ການ​ເອົາ​ໃຈ​ເພິ່ນ ​ມາ​ໃສ່​ ໃຈ​ໂຕ ກໍ​ຈະ​ເຮັດ​ໃຫ້​ຄວາມ​ສາມັກ​ຄີເກີດ​ຂຶ້ນ​ໄດ້​ທຸກບ່ອນທຸກ​ເວລາ ​ເຊື່ອ​​ແນ່ວ່າ ບໍ່​ມີໃຜ​ດອກ​ມັກ​ສິ່ງ​ບໍ່​ດີ ແລະ ກ່ອນ​ຈະ​ເວົ້າ​ໃຫ້​ເພິ່ນ ໃຫ້​​ເບິ່ງ​ຕົນ​ເອງ​ກ່ອນ ວ່າ​ໄດ້​ປະຕິບັດ​ຕົນ ​ດີ​ພຽງ​ ໃດ? “ກອງ​ເຊຍ​ບາງ​ຄົນ ໃຫ້​ທັດສະນະ.
ກອງ​ເຊຍ​ລາວ ​ເປັນ​ກອ​ງ​ເຊຍ​ທີ່​ມີ​ນ້ຳ​ໃຈ​ນັກ​ກິລາ​ສູງ ​ເຊິ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ສາກົນ​ມາ​ແລ້ວໃນ​ຊີ​ເກ​ມ ຄັ້ງທີ 25 ຜ່ານມາ ​ໂດຍເຫັນ​ໄດ້​ຈາກ​ການ​ນຳ​ທຸງຊາດ,ນຸ່ງ​ເສື້ອ,​ແຕ້ມ​ຫນ້າ ​ທີ່​ມີ​ ກາ​ທຸງຊາດ ​ແລະ ນຳ​ໃຊ້​ອຸປະກອນ​ເຂົ້າ​ໃນ​ການ​ເຊຍ​ຢ່າງ​ມີ​ສີສັນ ແລະ ມີ​ໄມຕີ​ຈິດ,ຖ້າ​ຈະ​ໃຫ້​ດີ ກໍ​ຕ້ອງ​ຮັກສາ​ມູນ​ເຊື້ອທີ່​ໂດດ​ເດັ່ນ​ນັ້ນ​ໄວ້ ເພື່ອ​ເປັນ​ແບບຢ່າງ​ໃຫ້​ແກ່​ ລຸ້ນ​ເຍົາວະ​ຊົນ​ ຄົນ​ ລຸ້ນ ຫລັງ​ຕໍ່​ໄປ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446