ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ດ້ານ​ກິລາ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

  • ດ້ານ​ກິລາ

​ ໃນ 30 ປີຜ່ານມາ ກິລາ​ລາວ ກໍ​ເປັນ​ວຽກ​ງານ​ຫນຶ່ງ ທີ່​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ພັ​ກ ແລະ ​ລັດຖະບານ ໄດ້​ເອົາ​ໃຈ​ໃສ່​ຊຸກຍູ້​ສົ່ງ​ເສີມ​ວຽກ​ງານ​ກິລາ​ຢ່າງ​ຕັ້ງຫນ້າ​.ໂດຍ​ມີ​ການ​ປະກາດ​ ໃຊ້​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ດ້ານ​ກິລາ. ກົງຈັກ​ການຈັດຕັ້ງ, ສະຫນາມກິລາ​ ແລະ ສູນ​ຝຶກ ກໍ​ໄດ້​ຮັບ​ການ​ປັບປຸງ ນັບ​ແຕ່​ຂັ້ນສູນກາງລົງ​ຮອດ​ທ້ອງ​ຖິ່ນມາ​ຮອດ​ປະຈຸ​ບັນ​ມີ​ສະຫະພັນ​ກິລາ​ປະ​ເພດ​ຕ່າງໆ​ລວມທັງ​ຫມົດ 27 ສະຫະພັນ.
​ ຈາກ​ນັ້ນຈຶ່ງ​ເຮັດ​ໃຫ້ຂະ​ບວນການ​ກິລາ​​ມີ​ການ​ຂະຫຍາຍຕົວ​ຢ່າງ​ຟົດຟື້ນ ນອກຈາກ​ຈັດຕັ້ງການ​ ແຂ່ງຂັນ ​ປະຈຳ​ປີ ແລະ ໃນ​ລ​ະດັບ​ຊາດ​ແລ້ວ ​ແຕ່ລະກະຊວງ, ກົມ​ກອງ, ​ທ້ອງ​ຖິ່ນ ກໍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ກິລາ ​ເພື່ອ​ສ້າງ​ບັນຍາກາດຜູກ​ແຫນ້ນ​ຄວາມ​ສາມັກຄີ ແລະ ​ເປັນ​ການ​ອອກກຳລັງ​ກາຍ. ມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ການ​ຈັດການ​ແຂ່ງຂັນ​ກິລາ​ລະດັບ​ຊາດ​ແລ້ວ 6 ຄັ້ງ, ສຳລັບ​ກິລາ​ພື້ນ​ເມືອງ ກໍ​ໄດ້​ຈັດ​​ໃຫ້​ມີ​ການ​ແຂ່ງຂັນ​ຢ່າງ​ຕໍ່​ເນື່ອງ ​​ເລີ່​ມ​ແຕ່​ປີ 1999 ເປັນຕົ້ນມາ. ນອກ​ຈາກ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ປະ​ເທດ​​ແລ້ວ ​ນັກກິລາ​ລາວຍັງ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ ​ໃນ​ລະດັບ​ອະນຸ​ພາກພື້ນ 8 ຄັ້ງ, ລະດັບ​ພາກ ພື້ນ 7 ຄັ້ງ​ ​ແລະ ​ເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ລາຍການ​ຕ່າງໆ​ອີກ, ຊຶ່ງ​ມີ​ຜົນ​ງານ​ທີ່​ໂດດ​ເດັ່ນ​ຂອງ​ກິລາ​ລາວ​ໃນ​ໄລຍະ​ຜ່ານ​ມາຄື​: ໄດ້​ຫລຽນ​ຄຳ​ປະຫວັດສາດ​ລະດັບ​ພາກພື້ນ ​ໃນ​ການ​ແຂ່ງຂັນ ກິລາ​ປິ່ງ​ປ໋ອງ ຊີງ​ແຊ໋ມ 3 ທະວີບ​(ອາຊີ, ອາຟິກກາ, ອາ​ເມ​ລິ​ກາ​ລາ​ຕິນ) ​ໃນ​ປີ 1976 ປະ​ເພດ​ຍິງ​ດ່ຽວ ລຸ້ນ​ເຍົາ​ວະ​ຊົນ, ​ໄດ້​ຮັບ​ຫລຽນ​ທອງ​ແດງ​ໃນ​ການ​ແຂ່ງຂັນ​ກິລາ​​ເອຊຽນ​ເກ​ມ ຄັ້ງທີ 7 ໃນ​ປີ 1990 ທີ່​ສປ.ຈີນ ຈາກ​ມ​ວຍສາກົນ​ສະຫມັກ​ຫລິ້ນ,​ ໄດ້​ຮັບ​ຫລຽນ​ຄຳ​ຈາ​ກກິລາ​ເບ​ຕັງ​ຊີງ​ແຊ໋ມອາຊີ-ປາຊີ​ຟິກ ປີ 2000 ທີ່​ນະຄອນຫລວງ​ວຽງ​ຈັນ ແລະ ​ໄດ້​ຮັບ​ຫລຽນ​ຈາ​ກກິລາ​ປະ​ເພດ​ຕ່າງໆອີກ​ຈຳນວນ​ຫນຶ່ງ​ໃນ​ການ​ເຂົ້າຮ່ວມ​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມ 8 ຄັ້ງຜ່ານ​ມາ.
_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ກັບສາລະບານ